ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ

ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ  ເລກທີ 590/ປທສ.​
ນະຄອນຫຼວງວຽງຈັນ, ວັນ​ທີ 18 ມີນາ 2016

ຂໍ້​ຕົກລົງ

ວ່າ​ດ້ວຍ ການ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ

  • ອີງຕາມ ກົດໝາຍວ່າ​ດ້ວຍ ການ​ໂທລະ​ຄົມມະນາຄົມ (ສະບັບ​ປັບປຸງ) ສະບັບ​ເລກທີ 09/ສພຊ, ລົງ​ວັນ​ທີ 21 ທັນວາ 2011;
  • ອີງ​ຕາມ ກົດໝາຍວ່າ​ດ້ວຍ ການ​ສົ່ງ​ເສີມ​ການ​ລົງທຶນ ສະບັບ​ເລກທີ 02/ສພຊ, ລົງ​ວັນ​ທີ 08 ກໍລະກົດ 2009;
  • ອີງ​ຕາມ ດໍາລັດ​ຂອງ​ນາຍົກລັດຖະມົນຕີວ່າດ້ວຍ ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ ຂອງ​ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ສະບັບ​ເລກທີ 303/ນຍ, ລົງ​ວັນ​ທີ 26 ກັນຍາ 2011.

ລັດຖະມົນຕີ​ວ່າການ ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ ອອກ​ຂໍ້​ຕົກລົງ:

ໜວດທີ 1

ບົດ​ບັນຍັດ​ທົ່ວ​ໄປ

ມາດຕາ 1. ຈຸດປະສົງ

ຂໍ້​ຕົກລົງ​ສະບັບ​ນີ້ ກໍານົດຫຼັກການ, ລະບຽບການ ​ແລະ ມາດ​ຕະການ ກ່ຽວກັບ​ການ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງຂໍ້​ມູນ​ຂ່າວສານ​ຜ່ານອິນ​ເຕີ​ເນັດ ​ເພື່ອ​ເປັນ​ການ​ຄຸ້ມ​ຄອງ, ສົ່ງ​ເສີມ​ການ​ດໍາ​ເນີນ​ກິດຈະການ ​ແລະ ພັດທະນາ​ໂຄງ​ລ່າງ​ພື້ນຖານ​ໄອ​ຊີ​ທີ ​ໃຫ້​ມີ​ຄວາມ​ເປັນ​ລະບຽບ, ​ເອກະ​ພາບ, ມີ​ມາດຕະຖານ ​ແລະ ຄຸນ​ນະພາ​ບ​ແນ່​ໃສ່​ຮັບປະກັນ​ວຽກງານ​ການ​ນໍາ​ໃຊ້ ​ແລະ ​ໃຫ້​ບໍລິການ​ດ້ານ​ຂໍ້​ມູນ​ຂ່າວສານ ຜ່ານ​ລະບົບ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ໃຫ້​ມີ​ຄວາມ​ສະດວກ, ວ່ອງ​ໄວ ​ແລະ ປອດ​ໄພ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຊາດ.

ມາ​ດຕາ 2. ການ​ອະນຸຍາດ​ດໍາ​ເນີນ​ກິດຈະການ ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ

ການ​ອະນຸຍາດ​ດໍາ​ເນີນ​ກິດຈະກາ​ນສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ແມ່ນ​ການ​ອະນຸຍາດ​ໃຫ້​ບຸກຄົນ ຫຼື ນິຕິບຸກຄົນ ດໍາ​ເນີນ​ກິດຈະການ ​ເຊົ່າ​ພື້​ນທີ່​ຕິດ​ຕັ້ງ​ອຸປະກອນ, ​ເຊົ່າ​ບ່ອນ​ວາງ​ເຄື່ອງ​ເຊີ​ເວີ, ​ເຊົ່າ​ໃຊ້​ເຊີ​ເວີ, ​ເຊົ່າ​ພື້ນທີ່​ເຊີ​ເວີ, ​ເຊົ່າ​ໃຊ້​ຊອບ​ແວຣ, ​ເຊົ່າ​ໃຊ້​ຖານ​ຂໍ້​ມູນ ​ແລະ ອື່ນໆ ​ໃຫ້​ແກ່​ບຸກຄົນ, ນິຕິບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ.

ມາດຕາ 3. ການ​ອະທິບາຍ​ຄໍາສັບ

ຄໍາ​ສັບ​ທີ່​ນໍາ​ໃຊ້​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຄວາມໝາຍ ດັ່ງນີ້:

  1. ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ໝາຍ​ເຖິງ ລະບົບ​ລວມສູນ​ໂຄງ​ລາງ​ພື້ນຖານ​ເຕັກນິກ​ທີ່​ປະກອບ​ມີ​ລະບົບ​ອຸປະກອນ​ທີ່​ຈໍາ​ເປັນ ​ເພື່ອ​ສະໜອງບໍລິການ ​ເຊົ່າ​ພື້ນທີ່​ຕິດ​ຕັ້ງ​ອຸປະກອນ, ​ເຊົ່າ​ບ່ອນ​ວາງ​ເຄື່ອງ​ເຊີ​ເວີ, ​ເຊົ່າ​ໃຊ້​ເຊີ​ເວີ, ​​ເຊົ່າພື້ນທີ່​ເຊີ​ເວີ, ເຊົ່າ​ໃຊ້​ຊອບ​ແວຣ, ​ເຊົ່າ​ໃຊ້​ຖານ​ຂໍ້​ມູນ ​ແລະ​ ອື່ນໆ;
  2. ເຊີ​ເວີ (Server) ໝາຍ​ເຖິງ ຊຸດ​ຄອມ​ພິວ​ເຕີ​ຄວາມ​ໄວ​ສູງ​ທີ່​ໃຊ້​ໄວ້ເຮັດ​ວຽກສະ​ເພາະ ​ເພື່ອ​ໃຫ້​ບໍລິການຫຼາຍຢ່າງ​ໄດ້​ພ້ອມໆກັນ ​ແລະ ​ເຮັດ​ວຽກຕະຫຼອດ 24​ ຊົ່ວ​ໂມ​ງ​ໄດ້.
  3. ມາດຕະຖານ TIA-942 ໝາຍ​ເຖິງ ມາດຕະຖານ​ກ່ຽວກັບ​ການ​ສ້າງ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດທີ່​ນິຍົມ​ນໍາ​ໃຊ້​ເປັນ​ບ່ອນ​ອີງ ຊຶ່ງ​ເນັ້ນ​ໃສ່ ລາຍ​ລະອຽດສະຖານ​ທີ່, ​ໂຄງ​ສ້າງ​ອາ​ຄານ, ຫ້ອງ, ລະບົບ​ໄຟຟ້າ, ລະບົບ​ຄວາມ​ເຢັນ-ຄວາມ​ຊຸ່ມ, ລະບົບ​ເດີນ​ສາຍ​ໄຟຟ້າ-ສາຍ​ຂໍ້​ມູນ, ລະບົບ​ຄວາມ​ປອດ​ໄພ​ເຂົ້າ-ອອກ, ກ້ອງ​ວົງ​ຈອນ​ປິດ, ລະບົບ​ເຕືອນ​​ໄພ-ປ້ອງ​ກັນ​ໄພ, ກາໝາຍ, ລະບົບ​​ເກັບ​ຂໍ້​ມູນຫຼັກ-ສໍາຮອງ, ລະບົບກູ້​ຄືນຂໍ້​ມູນ ​ແລະ ອື່ນໆ ​ໂດຍ​​ແບ່ງ​ອອກ​ເປັນ 4 ລະດັບ Tier ຄື: Tier 1, Tier 2, Tier 3, ​ແລະ Tier 4 (Tier ​ແມ່ນ​ລະດັບ​ຄວາມ​ສາມາດ​ຂອງ​ລະບົບ).

ມາດຕາ 4. ຂອບ​ເຂດ​ການ​ນໍາ​ໃຊ້

ຂໍ້​ຕົກລົງ​ສະບັບ​ນີ້ ນໍາ​ໃຊ້​ສໍາລັບ ບຸກຄົນ ຫຼື ນິຕິບຸກຄົນ ທີ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຢູ່​ພາຍ​ໃນ ສປປ ລາວ.

ໜວດທີ 2

ການອອກອະນຸຍາດ

ມາດຕາ 5. ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ

​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານຜ່ານ​ອິນ​ເຕີ​ເນັດ ມີ 3 ​ແບບ ດັ່ງນີ້:

  ແບບ​ທີ 1: ​ແມ່ນ​ໃບ​ອະນຸຍາດ​ສໍາລັບ​ຜູ່ບໍລິການ​ສູນ​ກາງ​ຂໍ້ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ຂະໜາດ​ໃຫຍ່ ທີ່​ມີ​ອາຄານສະຖານ​ທີ່​ເປັນ​ຂອງ​ຕົນ​ເອງ;

  ​ແບບ​ທີ 2: ​ແມ່ນ​ໃບ​ອະນຸຍາດ​ສໍາລັບ​ຜູ່​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ​ ຂະໜາດກາງ ທີ່​ບໍ່ມີ​ອາຄານ​ເປັນຂອງ​ຕົນ​ເອງ​ ​ແຕ່​ມີ​ຫ້ອງ​ເປັນ​ຂອງ​ຕົນ​ເອງ;

  ​ແບບ​ທີ 3: ​ແມ່ນ​ໃບ​ອະນຸຍາດ​ສໍາລັບ​ຜູ່​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ທີ່​​ໃຊ້​ພື້ນທີ່​ໃນ​ຫ້ອງ​ສູນ​ກາງ​ຂໍ້​ມູນ​ຂ່າວສານ ຂອງ​ຜູ່ອື່ນ.

ມາ​ດຕາ 6. ອາຍຸ​ໃບ​ອະນຸຍາດ

      ອາຍຸ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະ​ການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ແບ່ງ​ເປັນ 2 ​ໄລຍະ ຄື:

  1. ​​ໄລຍະທີ 1: ອອກ​ໃບ​ອະນຸຍາດ​ຊົ່ວຄາວ ຊຶ່ງ​ແຕ່ລະ​ແບບ​ມີ​ອາຍຸ 01 ປີ;
  2. ​ໄລຍະ​ທີ 2: ອອກ​ໃບ​ອະນຸຍາດ​ສົມບູນ ຊຶ່ງ​ແຕ່ລະ​ແບບ​ມີ​ອາຍຸ​ ດັ່ງນີ້:
  • ໃບ​ອະນຸຍາດ​ແບບ​ທີ 1 ມີ​ອາຍຸ​ນໍາ​ໃຊ້ 05 ປີ;
  • ໃບ​ອະນຸຍາດ​ແບບ​ທີ 2 ມີ​ອາຍຸ​ນໍາ​ໃຊ້ 03 ປີ;
  • ໃບ​ອະນຸຍາດ​ແບບ​ທີ 3 ມີ​ອາຍຸ​ນໍາ​ໃຊ້ 02 ປີ;

ມາດຕາ 7. ການ​ຂໍອະນຸຍາດ

ບຸກຄົນ ຫຼື ນິຕິບຸກຄົນ ທີ່​ຕ້ອງການ​ດໍາ​ເນີນ​ກິດຈະການ ສູນ​ກາງ​ຂໍ້​ມູນ​ຂ່າວສານ ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ຂໍ​ໃບອະນຸຍາດ ນໍາ​ຂະ​ແໜງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ (ປທສ).

ຜູ່​ຂໍ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ປະກອບ​ເອກະສານ​ຄົບ​ຖ້ວນ ຕາມ​ທີ່​ຂະ​ແໜງ ປທສ ກໍາ​ນົດ​ໄວ້ ຄື:

  • ​ໃບ​ຄໍາ​ຮ້ອງ;
  • ບັດປະ​ຈໍາ​ຕົວ/ໜັງສື​ຜ່ານ​ແດນ;
  • ຊີວະ​ປະຫວັດ​ຜູ່ບໍລິຫານ ​ແລະ ວິຊາ​ການ​ເຕັກນິກ;
  • ​ໃບ​ທະບຽນວິ​ສາ​ຫະກິດ;
  • ບົດ​ວິພາກ​ເສດຖະກິດ ​ແລະ ​ແຜນຜັງ​ເຕັກນິກ;
  • ​ໃບ​ຢັ້ງຢືນ​ສະຖານະ​ການ​ເງິນ ຈາກ​ທະນາຄານ​ໃນ ສປປ ລາວ;
  • ສັນຍາ​ເຊົ່າ​ເຄືອ​ຂ່າຍ, ​ໂຄງ​ລ່າງ​ພື້ນຖານ ​ແລະ ອື່ນໆ;
  • ​ເອກະສານ​ອື່ນໆ ຕາມ​ທີ່​ຂະ​ແໜງ ປທສ ກໍານົດ.

ໃນ​ກໍລະນີ​ໃຫ້​ຜູ່ອື່ນ​ມາ​ຂໍອະນຸຍາດ​ແທນ ຕ້ອງ​ມີ​ເອກະສານ​ມອບ​ສິດ ​ແລະ ​ເອກະສານ​ທີ່​ກ່ຽວຂ້ອງ​ຢ່າງ​ຄົບ​ຖ້ວນ.

ມາດຕາ 8. ​ເງືອນ​ໄຂ​ພິຈາລະນາ ອອກ​ໃບ​ອະນຸຍາດ

​      ເງື່ອນ​ໄຂ​ໃນ​ການ​ພິຈາລະນາ​ອອກ​ໃບ​ອະນຸຍາດ ດໍາ​ເນີນ​ກິດຈະການ​ສູນ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ​ມີ​ດັ່ງ​ນີ້:

  1. ຕ້ອງ​ປະກອບ​ເອກະສານ ຄົບ​ຖ້ວນ ​ແລະ ຖືກຕ້ອງ ຕາມ​ການ​ກໍານົດ​ໃນ​ມາດຕາ 7;
  2. ຕ້ອງ​ມີ​ວິຊາ​ການ​ທີ່​ກ່ຽວຂ້ອງ ຕາມ​ການ​ກໍານົດ​ຂອງ​ຂະ​ແໜງ ປທສ;
  3. ​ໃນ​ກໍລະນີ​ມີ​ການ​ນໍາ​ໃຊ້​ຊັບພະຍາກອນ​ໂທລະ​ຄົມມະນາຄົມ ຕ້ອງ​ມີ​ໃບ​ອະນຸຍາດ​ຈາກ​ຂະ​ແໜງ ປທສ;
  4. ຕ້ອງ​ບໍ່ຢູ່​ໃນ​ຊ່ວງ​ໄລຍະ​ຖືກ​ອາ​ຍັດ​ຊັບ​ສິນ, ຢູ່​ໃນ​ຂະ​ບວນການ​ລົ້ມ​ລະລາຍ ຫຼື ຖືກ​ສານ​ຕັດສິນ​ເປັນ​ຜູ່ລົ້ມ​ລະລາຍ ຕາມ​ກົດໝາຍຂອງ ສປປ ລາວ;
  5. ປະຕິບັດ​ຕາມ​ເງື່ອນ​ໄຂ​ອື່ນ​ທີ່​ຂະ​ແໜງ ປສທ ກໍານົດ​ໃຫ້.

ມາດຕາ 9. ​ໄລຍະ​ເວລາ​ພິຈາລະນາ​ອອກ​ໃບ​ອະນຸຍາດ

         ຂະ​ແໜງ ປທສ ຈະ​ພິຈາລະນາ​ອອກ​ໃບ​ອະນຸຍາດ ຕາມ​ໄລຍະ​ເວລາ​ຂອງ​ແຕ່ລະ​ປະ​ເພດ ດັ່ງ​ລຸ່ມ​ນີ້:

  1. ການ​ອອກ​ໃບ​ອະນຸ​ຍາດ​ໃໝ່ :
  • ​ໃບ​ອະນຸຍາດ​ແບບ 1 ​ໃຊ້​ເວລາ​ພິຈາລະນາ​ພາຍ​ໃນ 30 ວັນ​ລັດຖະການ;
  • ໃບ​ອະນຸຍາດ​ແບບ 2 ​ໃຊ້​ເວລາ​ພິຈາລະນາ​ພາຍ​ໃນ 20 ວັນ​ລັດຖະການ;
  • ໃບ​ອະນຸຍາດ​ແບບ 3 ​ໃຊ້​ເວລາ​ພິຈາລະນາ​ພາຍ​ໃນ 15 ວັນ​ລັດຖະການ;
  1. ການ​ຕໍ່​ໃບ​ອະນຸຍາດ :
  • ໃບ​ອະນຸຍາດ​ແບບ 1 ​ໃຊ້​ເວລາ​ພິຈາລະນາ​ພາຍ​ໃນ 15 ວັນ​ລັດຖະການ;
  • ໃບ​ອະນຸຍາດ​ແບບ 2 ​ໃຊ້​ເວລາ​ພິຈາລະນາ​ພາຍ​ໃນ 10 ວັນ​ລັດຖະການ;
  • ໃບ​ອະນຸຍາດ​ແບບ 3 ​ໃຊ້​ເວລາ​ພິຈາລະນາ​ພາຍ​ໃນ 05 ວັນ​ລັດຖະການ;

ໃນ​ກໍລະນີ​ເອກະສານ​ຂອງ​ຜູ້​ຮ້ອງ​ຂໍ​ບໍ່ຄົບ​ຖ້ວນ, ບໍ່ຖືກຕ້ອງ ຫຼື ບໍ່ມີ​ເງື່ອນ​ໄຂ​ພຽງພໍ​ທີ່​ຈະ​ໄດ້​ຮັບອະນຸຍາດ​ຂະ​ແໜງ ປທສ ຈະ​ແຈ້ງ​ໃຫ້​ຜູ່່​ຮ້ອງ​ຂໍ​ຊາບ ພາຍ​ໃນ 05 ວັນ​ລັດຖະການ.

ມາດຕາ 10. ການ​ພິຈາລະນາ​ອອກ​ໃບ​ອະນຸຍາດ​ສົມບູນ

ຂະ​ແໜງ ປທສ ຈະ​ພິຈາລະນາ​ອອກ​ໃບ​ອະນຸຍາດ​ສົມບູນ ​ໃຫ້​ແກ່​ຜູ່ຮ້ອງ​ຂໍ​ທີ່​ມີ​ໃບ​ອະນຸຍາດ​ຊົ່ວຄາວ​ແລ້ວ ​ແລະ ສາມາດ​ປະຕິບັດ​ໄດ້​ຢ່າງໜ້ອຍ 60% ຂອງ​ແຜນ​ດໍາ​ເນີນ​ກິດຈະການ.

ມາດຕາ 11. ການ​ຕໍ່​ອາຍຸ​ໃບ​ອະນຸຍາດ

ການ​ຕໍ່ອາຍຸ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ຍື່ນ​ໃບ​ຄໍາ​ຮ້ອງ​ຂໍ​ຕໍ່ ກ່ອນ​ວັນໝົດອາຍຸ​ຢ່າງໜ້ອຍ 30 ວັນ ​ແລະ ຕ້ອງ​ມີ​ເງື່ອນ​ໄຂ​ດັ່ງນີ້:

  1. ຕ້ອງ​ປະກອບ​ເອກະສານ​ຢ່າງ​ຄົບ​ຖ້ວນ ຕາມ​ທີ່​ຂະ​ແໜງ ປທສ ກໍານົດ​ໄວ້;
  2. ຕ້ອງ​ມີ​ໃບ​ຢັ້ງຢືນ​ການ​ເສຍ​ອາກອນ​ຄົບ​ຖ້ວນ​ຈາກ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ;
  3. ຖ້າ​ມີ​ການ​ນໍາ​ໃຊ້​ຊັບພະຍາກອນ​ໂທລະ​ຄົມມະນາຄົມ ຕ້ອງ​ມີໜັງສື​ຢັ້ງຢືນ​ການ​ຊໍາລະ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ;
  4. ຜູ້​ໄດ້​ຮັບ​ໃບ​ອະນຸຍາດ​ຊົ່ວຄາວ​ແລ້ວ ຖ້າ​ຫາກ​ບໍ່ສາມາດ​ປະຕິບັດ​ໄດ້ 60% ຂອງ​ແຜນການ​ໃນ​ປີ​ທໍາ​ອິດ ສາມາດ​ຕໍ່​ໃບ​ອະນຸຍາດ​ຊົ່ວຄາວ​ໄດ້ອີກ​ພຽງ 01 ຄັ້ງ​ເທົ່າ​ນັ້ນ ​ໂດຍ​ຕ້ອງ​ແຈ້ງ​ເຫດຜົນ​ເປັນ​ລາຍ​ລັກ​ອັກສອນ​ຕໍ່ຂະ​ແໜງ ປທສ ພິຈາລະນາ.

ມາດຕາ 12. ການ​ຂໍ​ປ່ຽນ​ແປງ, ​ໂຈະ ຫຼື ຍຸບ​ເລີກ

ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ທີ່​ຕ້ອງການ​ປ່ຽນ​ແປງ​ເນື້ອ​ໃນ, ​ໂຈະ ຫຼື ຍຸ​ບ​ເລີກ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ຂອງ​ຕົນ ຕ້ອງ​ໄດ້​ຂໍອະນຸຍາດ​ຈາກ​ຂະ​ແໜງ ປທສ ກ່ອນ ​ໂດຍ​ມີ​ການສະ​ເໜີພ້ອມ​ຊີ້​ແຈງ​ເຫ​ດຜົນ ຢ່າງ​ເປັນ​ລາຍ​ລັກ​ອັກ​ສອນ.

ມາດຕາ 13. ຂອບ​ເຂດ​ ການ​ໃຫ້​ບໍລິການ​ຂອງ​ໃບ​ອະນຸຍາດ

ບຸກຄົນ ຫຼື ນິຕິບຸກຄົນ ທີ່​ຂໍອະນຸຍາ​ດ​ໃຫ້​ບໍລິ​ການສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ສາມາດ​ເລືອກ​ເອົາ​ປະ​ເພດ​ບໍລິການ​ຂອງ​ຕົນ ທີ່​ກໍານົດ​ໄວ້​ໃນ​ເອກະສານ​ຂັດ​ຕິດ.

ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ​ທີ່​ໄດ້​ຮັບ​ໃບ​ອະນຸຍາດ ສາມາດ​ໃຫ້​ບໍລິການ​ຕາມ​ປະ​ເພດ​ການ​ບໍລິການ​ທີ່​ລະບຸ​ໄວ້ ​ໃນ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ຂອງ​ຕົນ​ເທົ່າ​ນັ້ນ.

ໜວດທີ 3

ມາດຕະຖານ​ເຕັກນິກ ​ແລະ ຄວາມ​ປອດ​ໄພ

ມາດຕາ 14. ມາດຕະຖານ ສະຖານ​ທີ່

  1. ມາດຕະຖານ ທີ່​ຕັ້ງ

ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ຕັ້ງ​ຢູ່​ໃນ​ສະຖານ​ທີ່​ເໝາະສົມ, ບໍ່​ແອ​ອັດ, ຮັບປະກັນ​ລົດ​ດັບ​ເພີງ​ ເຂົ້າ-ອອກ ​ໄດ້​ງ່າຍ.

  1. ມາດຕະຖານ ອາຄານ

ໂຄງ​ສ້າງ​ອາຄານ ຂອງ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ມີ​ຝາ​ອາຄານໜາຢ່າງໜ້ອຍ 20 ຊັງ​ຕີ​ແມັດ, ມີ​ລະບົບ​ປ້ອງ​ກັນ​ໄຟ​ໃໝ້ ​ແລະ ອື່ນໆ ຕາ​ມມາດຕະຖານ TIA-942 ຫຼື ທຽບ​ເທົ່າ.

  1. ມາດຕະຖານ​ຫ້ອງ
  • ສູນ​ກາງ​ຂໍ້ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ມີ​ລະບົບ​ໄຟ​ຟ້າຫຼັກ-ສໍາຮອງ, ລະບົບ​ຄວາມ​ເຢັນ-ຄວາມ​ຊຸ່ມ, ລະບົບ​ລະບາຍ​ອາກາດ, ລະບົບ​ເດີນ​ສາຍ​ໄຟຟ້າ-ສາຍ​ຂໍ້​ມູນ, ລະບົບ​ຖ້ານ​ໃສ່​ເຊີ​ເວີ, ກາໝາຍ ​ແລະ ອື່ນໆ ຖືກຕ້ອງ​ຕາມ​ລະດັບ​ມາດຕະຖານ TIA-942 ຫຼື ທຽບ​ເທົ່າ;
  • ພື້ນທີ່ຫ້ອງ ຕ້ອງ​ສາມາດ​ຮອງ​ຮັບ​ນໍ້າໜັກ​ໄດ້​ບໍ່ຕໍ່າກວ່າ 800 ກິ​ໂລກຼາມ/ຕາ​ແມັດ;
  • ຜູ່ໃຫ້​ບໍລິການ ຕ້ອງ​ແຈ້ງ​ບອກ​ຊື່​ມາດຕະຖານ​ທີ່​ຕົນ​ເອງ​ໃຊ້ ​ແລະ ກໍານົດ​ລະດັບ​ມາດຕະຖານ​ຂອງ​ຕົນ ​ເຊັ່ນ: Tier 1, Tier 2, Tier 3, ​ແລະ Tier 4 ຂອງ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ.

 

ມາດຕາ 15. ມາດຕະຖານ​ເຕັກນິກ

  1. ການ​ເຊື່ອມຕໍ່​ເຄືອ​ຂ່າຍ

ຜູ່​ດໍາ​ເນີນ​ກິດຈະການ ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ເຊື່ອມ​ຕໍ່ຫາ​ສູນ​ອິນ​ເຕີ​ເນັດ​ແຫ່ງ​ຊາດ​ໂດຍ​ກົງ ຫຼື ຜ່ານ​ຜູ້​ໃຫ້​ບໍລິການ​ອິນ​ເຕີ​ເນັດ ​ເພື່ອ​ສະດວກ​ໃນ​ການ​ເຊື່ອມ​ຕໍ່ກັບ​ເຄືອ​ຂ່າຍ​ອື່ນ.

  1. ການເ​ກັບ​ຂໍ້​ມູນ
  • ຜູ່​ໄດ້​ຮັບ​ໃບ​ອະນຸຍາດ ຕ້ອງ​ມີ​ອຸປະກອນ​ຕິດຕາມ ​ແລະ ​ເກັບ​ກໍາ​ຂໍ້​ມູນ​ທັງໝົດ ຂອງ​ລູກ​ຄ້າ​ໂດຍ​ອຸ​ປະກອນ​ດັ່ງກ່າວ ຕ້ອງ​ຮັບປະກັນ​ໃຫ້​ສາມາດ​ບັນທຶກ​ຂໍ້​ມູນ ​ໄດ້​ຢ່າງ​ສະໝໍ່າສະເໝີ, ຖືກຕ້ອງ ​ແລະ ​ເຊື່ອ​ຖື​ໄດ້​ ຕາມມາດຕະຖານ​ທີ່​ກະຊວງ ປທສ ກໍານົດ​ໄວ້ ​ໃນ​ແຕ່ລະ​ໄລຍະ;
  • ຕ້ອງ​ມີ​ລະບົບ​​ເກັບ​ຂໍ້​ມູນ​ສໍາຮອງ ທີ່ຢູ່​ໃນ​ສະຖານະ​ພ້ອມ​ໃຊ້​ງານ ​ເມື່ອ​ລະບົບ​ເກັບ​ຂໍ້​ມູນຫຼັກ​ເກີດ​ຂໍ້​ຂັດຂ້ອງ ​ໃນ​ທຸກ​ກໍລະນີ.
  1. ອຸປະກອນ
  • ອຸປະກອນ​ທີ່​ໃຊ້​ໃນ​ການ​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ຖືກຕ້ອງ​ຕາມ​ມາດຕະຖານ​ເຕັກນິກ ​ໂດຍ​ຜ່ານ​ການກວດ​ສອບ ​ແລະ ຮັບຮອງ​ມາດຕະຖານ ຕາມ​ທີ່​ກະຊວງ ປທສ ກໍານົດ;
  • ຜູ່ໄດ້​ຮັບ​ໃບ​ອະນຸຍາດ ຕ້ອງ​ບໍາລຸງ​ຮັກສາ, ສ້ອມ​ແປງ ​ແລະ ປັບປຸງ ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ ​ແລະ ອຸປະກອນ​ຂອງ​ຕົນ ​ໃຫ້​ຢູ່​ສະພາບ​ທີ່​ສາມາດ​ໃຊ້​ງານ ​ແລະ ​ໃຫ້​ບໍລິການ​ໄດ້​ຢ່າງ​ປົກກະຕິ ​ແລະ ຕ້ອງ​ສໍາຮອງ​ເຄື່ອງ ​ແລະ ອຸປະກອນ​ທີ່​ຈໍາ​ເປັນ ​ເພື່ອ​ສາມາດ​ໃຫ້​ບໍລິການ​ໄດ້​ຢ່າງ​ມີ​ຄຸນ​ນະພາ​ບ ພ້ອມ​ທັງ​ປະຕິບັດ​ຕາມ​ຂໍ້​ຕົກລົງ, ຄໍາ​ແນະ​ນໍາ ​ແລະ ​ແຈ້ງ​ການ​ທີ່​ກ່ຽວຂ້ອງ ຂອງ​ກະຊວງ ປທສ;
  • ອຸປະກອນ​ທັງໝົດ ທີ່​ປະກອບ​ເຂົ້າ​ເປັນ​ລະບົບ​ການ​ໃຫ້​ບໍລິການ ຕ້ອງ​ຕັ້ງ​ຢູ່​ໃນ ສປປ ລາວ;
  • ລະບົບ​ອຸປະກອນ​ຕ້ອງ​ປະຢັດ​ພະລັງງານ ​ແລະ ຮັບປະກັນ ບໍ່ສ້າງ​ມົນ​ລະ​ຜິດ​ທາງ​ອາກາດ ​ແລະ ສຽງລົບ​ກວນ ຕາມ​ລະບຽບການ​ກ່ຽວຂ້ອງ.
  1. ​ແຜນຜັງ​ເຄືອ​ຂ່າຍ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ

ຜູ່​ໄດ້​ຮັບ​ໃບ​ອະນຸຍາດ ຕ້ອງ​ເຮັດ​ແຜນການ​ຕິດ​ຕັ້ງ​ເຄືອ​ຂ່າຍອຸປະກອນ​ຕ່າງໆ ພາຍ​ໃນ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ລວມ​ເຖິງ​ລະບົບ​ປະຕິບັດ​ການ​ຕ່າງໆທີ່​ກ່ຽວຂ້ອງ ​ໃຫ້​ສອດຄ່ອງ​ກັບ​​ເຕັກ​ໂນ​ໂລ​ຊີ ​ແລະ ມາດຕະຖານ ທີ່​ກະຊວງ ປທສ ກໍານົດ​ໄວ້​ແຕ່ລະ​ໄລຍະ.

  1. ການ​ປັບປຸງ ​ແລະ ຂະຫຍາຍ ລະບົບ​ເຄືອ​ຂ່າຍ​ສູນກາງຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ

ການ​ປັບປຸງ ​ແລະ ຂະຫຍາຍ​ລະບົບ​ເຄືອ​ຂ່າຍ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ​ເພີ່ມ​ເຕີມ ​ເຊິ່ງອາດ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ຕໍ່ຜູ່ຊົມ​ໃຊ້, ຜູ່​ໄດ້​ຮັບ​ໃບ​ອະນຸຍາດ​ຕ້ອງ​ແຈ້ງ​ໃຫ້​ກະຊວງ ປທສ ຮັບ​ຊາບ​ກ່ອນ​ລ່ວງໜ້າ ​ແລະ ຕ້ອງ​ຫາ​ວິທີ​ທາງ​ໃຫ້​ແກ່​ຜູ່ຊົມ​ໃຊ້​ຂອງ​ຕົນ ສາມາດ​ນໍາ​ໃຊ້​ໄດ້​ປົກກະຕິ ຈຶ່ງ​ສາມາດ​ດໍາ​ເນີນ​ການ​ປັບປຸງ​ລະບົບ​ເຄືອ​ຂ່າຍ.

ມາດຕາ 16.  ມາດຕະຖານ​ດ້ານ​ຄວາມ​ປອດ​ໄພ

ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຕ້ອງ​ປະຕິບັດ​ມາດຕະຖານ​ຄວາມ​ປອດ​ໄພ ດັ່ງນີ້:

  • ຕ້ອງ​ມີ​ລະບຽບການ​ລະອຽດ ​ໃນ​ການ​ຄຸ້ມ​ຄອງ, ການ​ບໍາລຸງ​ຮັກສາ ​ແລະ ລະບົບ​​ແກ້​ໄຂ​ບັນ​ຫາ​ສຸກ​ເສີນ​ຕ່າງໆ;
  • ຕ້ອງ​ມີ​ລະບົບ​ຄວາມ​ປອດ​ໄພ​ເຂົ້າ-ອອກ, ລະບົບ​ກ້ອງ​ວົງ​ຈອນ​ປິດ ​ແລະ ລະບົບຕິດຕາມ​ການ​ເຮັດ​ວຽກຂອງ​ເຄື່ອງ;
  • ຕ້ອງ​ມີ​ລະບົບ​ເຕືອນ​ໄພ ​ແລະ ລະບົບ​ປ້ອງ​ກັນ​ໄຟ​ໃໝ້;
  • ຕ້ອງ​ມີ​ວິທີ​ການ​ທີ່​ເໝາະສົມ ​ແລະ ທັນ​ການ ​ເພື່ອ​ຮັບປະກັນ​ວ່າ​ຂໍ້​ມູນ​ທັງໝົດຂອງ​ຜູ້​ໃຊ້​ບໍລິການ ມີ​ຄວາມ​ປອດ​ໄພ ​ແລະ ​ໄດ້​ຮັບ​ການ​ປ້ອງ​ກັນ​ເປັນ​ຢ່າງ​ດີ;
  • ຕ້ອງ​ມີ​ລະບົບ​ປ້ອງ​ກັນ​ການ​ໂຈມ​ຕີ (Firewall, Anti-DDOS ​ແລະ ອື່ນໆ) ທັງ​ຈາກ​ພາຍ​ນອກ ​ແລະ ພາຍ​ໃນ ​ເພື່ອ​ຮັບປະກັນ​ຂໍ້​ມູນ​ຂອງ​ຜູ່ໃຊ້​ບໍລິການ;
  • ຕ້ອງ​ມີ​ລະບົບ​ກັ່ນ​ຕອງ ຂໍ້​ມູນ​ເຂົ້າ-ອອກ (Filtering) ​ເພື່ອ​ປ້ອງ​ກັນ ການ​ນໍາ​ໃຊ້​ສູນ​ຂໍ້​ມູນ​ຂ່າວສານ ​ເປັນ​ບ່ອນ​ກະທໍາ​ຄວາມ​ຜິດ ຫຼຶ ​ໂຈມ​ຕີ​ຜູ່​ອື່ນ.

ໝວດທີ 4

ສິດ ​ແລະ ພັນທະ​ ຂອງ​ຜູ່​​ໃຫ້​ບໍລິການ ​ແລະ ຜູ່​ໃຊ້​ບໍລິການ ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ

ມາດຕາ 17. ສິດ ​ແລະ ພັນທະ ຂອງ​ຜູ່​​ໃຫ້​ບໍລິການ

           ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ມີ​ສິດ ​ແລະ ພັນທະ ​ດັ່ງນີ້:

  1. ສະ​ເໜີຂໍ​ຕໍ່, ປ່ຽນ​ແປງ, ​ໂຈະ ​ແລະ ຍຸບ​ເລີກ ການ​ດໍາ​ເນີນ​ກິດຈະການ​ຂອງ​ຕົນ;
  2. ​ໂຈະ​ການ​ບໍລິການ​ຕໍ່ຜູ່​ໃຊ້​ບໍລິການ​ ເມື່ອຜູ່​ໃຊ້​ບໍລິການ​ລະ​ເມີດ​ສັນຍາ ຫຼື ມິ​ພຶດຕິ​ກໍາ​ທີ່​ອາດ​ສົ່ງ​ຜົນ​ກະທົບ​ທາງ​ລົບ​ຕໍ່ວຽກງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ;
  3. ປະຕິບັດ​ຕາມ​ລະບຽບການ​ຂອງ ກະຊວງ ປທສ ກ່ຽວກັບ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ຢູ່​ພາຍ​ໃນ ​ແລະ ອອກ​ສູ່​ຕ່າງປະ​ເທດ;
  4. ເຄົາລົບ​ສິດ ​ແລະ ​ເກັບ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ່​ໃຊ້​ບໍລິການ ​ໂດຍ​ຕ້ອງ​ມີ​ລະບຽບການ ​ແລະ ລະບົບ​ເຕັກນິກ ​ເພື່ອ​ຮັກສາ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ່​ໃຊ້​ບໍລິການ;
  5. ບໍ່​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ່ໃຊ້​ບໍລິການ ຍົກ​ເວັ້ນມີ​ການສະ​ເໜີຂອງ​ອົງການ​ຈັດ​ຕັ້ງ​ລັດ​ທີ່​ມີ​ສິດ​ອໍານາດ​ກ່ຽວຂ້ອງ;
  6. ມີ​ເວັບ​ໄຊ​ເປັນ​ຂອງ​ຕົນ​ເອງ ​ເພື່ອ​ເປັນ​ບ່ອນ​ແຈ້ງ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ແກ່​ຜູ້​ຊົມ​ໃຊ້ ​ເປັນ​ຕົ້ນ: ລາຄາ ປະ​ເພດ​ບໍລິການ ​ແລະ ຕ້ອງ​ຮັບປະກັນ​ຂໍ້​ມູນ ​ໃຫ້​ຖືກຕ້ອງ​ກັບ​ການ​ບໍລິການ​ຕົວ​ຈິງ​ໃນ​ແຕ່ລະ​ໄລຍະ;
  7. ຮັບປະກັນ​ການ​ໃຫ້​ບໍລິການ​ຢ່າງ​ມີ​ຄຸນ​ນະພາ​ບ ​ແລະ ຖືກ​ຕ້ອງຕາ​ມທີ່​ໄດ້​ແຈ້ງ​ໃນ​ເວັບ​ໄຊ;
  8. ມີ​ມາດ​ຕະການ ​ໃນ​ການ​ແກ້​ໄຂ​ບັນຫາ ​ແລະ ຂໍ້​ຂັດຂ້ອງ​ທາງ​ດ້ານ​ເຕັກນິກ ​ໃຫ້​ຜູ່​ຊົມ​ໃຊ້​ໂດຍ​ຕ້ອງ​ແຈ້ງ​ຜ່ານ​ເວັບ​ໄຊ​ຂອງ​ຕົນ ​ແລະ ລະບຸ​ໃນ​ສັນຍາການ​ໃຫ້​ບໍລິການ​ແກ່​ຜູ່ຊົມ​ໃຊ້​ຢ່າງ​ຊັດ​ເຈນ;
  9. ລາຍ​ງານ​ກ່ຽວກັບ ການ​ໃຫ້ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ​ຂອງ​ຕົນ ຕາມ​ການ​ກໍານົດ​ຂອງ​ຂະ​ແໜງ ປທສ ຢ່າງ​ເປັນ​ປົກກະຕິ;
  10.  ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ ​ແລະ ກວດກາ ຂອງ​ຂະ​ແໜງ ປທສ;
  11.  ມອບ​ພັນທະ​ໃຫ້​ລັດ​ຕາມ​ລະບຽບກົດໝາຍ;
  12.  ປະຕິບັດ​ສິດ ​ແລະ ພັນທະອື່ນ ຕາມ​ທີ່​ກໍານົດ​ໄວ້​ໃນ​ລະບຽບກົດໝາຍ.

ມາດຕາ 18. ສິດ ​ແລະ ພັນທະຂອງ​ຜູ່​ໃຊ້​ບໍລິການ

            ຜູ່​ໃຊ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ມີ​ສິດ ​ແລະ ພັນທະ ດັ່ງນີ້

  1. ໄດ້​ຮັບ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບ, ສະດວກ, ວ່ອງ​ໄວ ​ແລະ ປອດ​ໄພ;
  2. ທວງ​ຖາມ ​ແລະ ຮ້ອງ​ຟ້ອງ​ຜູ່​ໃຫ້​ບໍລິການຕາມ​ຂັ້ນ​ຕອນ​ຂອງ​ຂະ​ບວນການ​ຍຸຕິ​ທໍາ ​ເພື່ອ​ໃຫ້​ຄວາມ​ເປັນ​ທໍາ​ຕໍ່ການສະໜອງບໍລິການ​ແກ່​ຜູ່​ຊົມ​ໃຊ້;
  3. ສະ​ເໜີຕໍ່ອົງການ​ຄຸ້ມ​ຄອງ ​ແລະ ກວດກາ ກ່ຽວກັບ ຄຸນ​ນະພາ​ບການ​ບໍລິການ, ມາດຕະຖານ​ເຕັກນິກ ​ແລະ ຄ່າ​ບໍລິການ​ຕ່າງໆຂອງ​ຜູ້​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ;
  4. ຮັບຜິດຊອບ​ຕໍ່ຂໍ້​ມູນ​ຂ່າວສານ​ຂອງ​ຕົນ ຊຶ່ງ​ອາດ​ເປັນ​ຜົນ​ກະທົບ​ຕໍ່ບຸກຄົນ, ນິຕິບຸກຄົນ, ການຈັດ​ຕັ້ງ ​ແລະ ສັງຄົມ ​ທີ່​ເປັນ​ການລະ​ເມີດ ຕໍ່ລະບຽບກົດໝາຍ;
  5. ຈ່າຍ​ຄ່າ​ບໍລິການ​ຕາມ​ລະບຽບການ;
  6. ປະຕິບັດ​ສິດ ​ແລະ ພັນທະ​ອື່ນ ຕາມ​ທີ່​ກໍາ​ນົດ​ໄວ້​ໃນ​ລະບຽບກົດໝາຍ.

ໝວດທີ 5

ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ

ມາດຕາ 19. ຄ່າ​ທໍານຽມ ​ແລະ ຄ່າ​ບໍລິກາ​ນ

ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ໃນ​ການ​ອອກ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ແມ່ນ​ໃຫ້​ປະຕິບັດ​ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ລະບຽບການສະ​ເພາະ​ກ່ຽວກັບ​ຄ່າ​ທໍານຽມ ​ແລະ ຄ່າ​ບໍລິການ​ທີ່​ປະກາດ​ໃຊ້​ໃນ​ແຕ່ລະ​ໄລຍະ.

ໝວດທີ 6

             ຂໍ້ຫ້າມ

ມາດຕາ 20. ຂໍ້​ຫ້າມ​ທົ່ວ​ໄປ

            ຫ້າມ​ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ດໍາ​ເນີນ​ການ​ຕໍ່​ໄປ​ນີ້:

  1. ດໍາ​ເນີນ​ກິດຈະການ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຂະ​ແໜງ ປທສ;
  2. ນໍາ​ໃບ​ອະນຸຍາດ​ໃຫ້​ຜູ່ອື່ນ​ນໍາ​ໃຊ້, ​ເຊົ່າ ຫຼື ​ໂອນ;
  3. ໃຫ້​ບໍລິການ​ນອກ​ເໜືອຈາກ ປະ​ເພ​ດການ​ໃຫ້​ບໍລິການ, ​ແບບ​ໃບ​ອະນຸຍາດ ຫຼື ຂອບ​ເຂດ​ມາດຕະຖານ​ເຕັກນິກ​ທີ່​ກໍານົດ​ໄວ້;
  4. ເຊື່ອມ​ຕໍ່​ເຄືອ​ຂ່າຍ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ;
  5. ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ​ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ລາຍ​ອື່ນ;
  6. ການ​ເຄື່ອນ​ໄຫວ​ຕ່າງໆ ທີ່​ຂັດຕໍ່ຂໍ້​ຕົກລົງ​ສະບັບ​ນີ້ ຫຼື ລະບຽບການ​ອື່ນ ທີ່​ກ່ຽວຂ້ອງ;
  7. ຜູກຂາດ ຫຼື ກີດ​ກັນ ​ຜູ່​ໃຫ້​ບໍລິການ​ລາຍ​ໃໝ່;
  8. ອຸດໜູນ, ຄອບງໍາ ຫຼື ​ໃຊ້​ອໍານາດ​ການ​ຕະຫຼາດທີ່​ບໍ່​ເປັນ​ທໍາ​ຕໍ່ຜູ່​ປະກອບ​ການ​ລາຍ​ຍ່ອຍ.

ມາດຕາ 21. ຂໍ້​ຫ້າມ​ສໍາລັບ​ພະນັກງານ​ຄຸ້ມ​ຄອງ

            ຫ້າມ​ພະນັກງານ​ຄຸ້ມ​ຄອງ ການ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ມີ​ພຶດຕິ​ກໍາ​ດັ່ງ​ນີ້:

  1. ກົດໜ່ວງ, ຖ່ວງ​ດຶງ ​ແລະ ປອມ​ແປງ​ເອກະສານ​ກ່ຽວກັບ​ການ​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ;
  2. ສວຍ​ໃຊ້ໜ້າທີ່ຕໍາ​ແໜ່ງ ​ເພື່ອ​ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ກັບ​ຜູ່​ໃຫ້​ບໍ​ລິ​ການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ;
  3. ​ເປີດ​ເຜີຍ​ຂໍ້​ມູນ​ລັບ ຂອງ​ຜູ່ໃຫ້​ບໍລິການ;
  4. ມີ​ພຶດຕິ​ກໍາ​ອື່ນ​ທີ່​ລະ​ເມີດ​ລະບຽບກົດໝາຍ.  

ໝວດທີ 7
ມາດຕະການຕໍ່ຜູ່ລະເມີດ

ມາດຕາ 22. ມາດ​ຕະການ​ຕໍ່ຜູ້​ລະ​ເມີດ

ບຸກຄົນ ຫຼື ນິຕິບຸກຄົນ ທີ່​ໄດ້​ລະ​ເມີດ​ຕໍ່ຂໍ້​ຕົກລົງ​ສະບັບ​ນີ້ ຈະ​ຖືກ​ສຶກສາ​ອົບຮົມ, ປັບ​ໃໝ, ​ໂຈະ ຫຼື ຖອນ ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ແລ້ວ​ແຕ່​ກໍລະນີ​ເບົາ ຫຼື ໜັກ ລວມທັງ​ໃຊ້​ແທນ​ຄ່າ​ເສຍ​ຫາຍ​ທີ່​ຕົນ​ໄດ້​ກໍ່ຂຶ້ນ.

 

ມາດຕາ 23. ມາດ​ຕະການ​ສຶກສາ​ອົບຮົມ

            ບຸກຄົນ ຫຼື ນິຕິບຸກຄົນ ທີ່​ລະ​ເມີດ​ຂໍ້​ຕົກລົງ​ສະບັບ​ນີ້ ຈະ​ຖືກ​ສຶກສາ​ອົບຮົມ, ກ່າວ​ເຕືອນ​ໃນ​ກໍລະ​ນີດັ່ງນີ້:

  1. ພະນັກງານ​ຂອງ​ລັດ​ທີ່​ເຮັດ​ວຽກຄຸ້ມ​ຄອງ ບໍ່​ໃຫ້​ຄວາມ​ສະດວກ, ຊັກ​ຊ້າ, ກົດໜ່ວງທ່ວງດຶງ​ໃນ​ການ​ພິຈາລະນາ​ຄໍາ​ຮ້ອງ​ຂໍອະນຸຍາດ ​ໂດຍ​ບໍ່ມີ​ເຫດຜົນ, ​ໃຊ້​ມາລະຍາດ ​ແລະ ຄໍາ​ເວົ້າ​ທີ່​ບໍ່​ເໝາະສົມ;
  2. ຜູ່​ໃຫ້​ບໍລິການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ບໍ່​ໃຫ້​ຄວາມ​ສະດວກ​ແກ່​ຜູ້​ຊົມ​ໃຊ້ ຫຼື ລະ​ເມີດ​ຂໍ້​ຫ້າມ​ໃນ​ສະຖາ​ນເບົາ.

ມາດຕາ 24. ມາດ​ຕະການ​ປັບ​ໃໝ

           ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດ​ຂໍ້​ຕົກລົງ​ສະບັບນີ້ ຈະ​ຖືກ​ປັບ​ໃໝ ດັ່ງນີ້:

  1. ດໍາ​ເນີນ​ກິດຈະການ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ກະຊວງ ປທສ ຈະ​ຖືກ​ປັບ​ໃໝ 50,000,000 ກີບ;
  2. ນໍາ​ໃບ​ອະນຸຍາດ​ໃຫ້​ຜູ່ອື່ນ​ນຳ​ໃຊ້, ​ເຊົ່າ ຫຼື ​ໂອນ ຈະ​ຖືກ​ປັບ​ໃໝ 20,000,000 ກີບ;
  3. ​ໃຫ້​ບໍລິການ​ນອກ​ເໜືອ ປະ​ເພດ​ການ​ໃຫ້​ບໍລິການ ຫຼື ຂອບ​ເຂດ​ພື້ນທີ່ ທີ່​ໄດ້​ຮັບ​ອະນຸຍາດ ຈະ​ຖືກ​ປັບ​ໃໝ 10,000,000 ກີບ;
  4. ​ຂະຫຍາຍ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ຫຼື ​ເຊື່ອມ​ຕໍ່​ເຄືອ​ຂ່າຍ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈະ​ຖືກ​ປັບ​ໃໝ 20,000,000 ກີບ;
  5. ​ໂຄສະນາ​ໃສ່​ຮ້າຍ​ປ້າຍ​ສີ​ຜູ່ໃຫ້​ບໍລິການ​ອື່ນ ຈະ​ຖືກ​ປັບ​ໃໝ 5,000,000 ກີບ;
  6. ບໍ່ສະໜອງຂໍ້​ມູນ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ ​ແລະ ສັນຍາ​ການ​ເຊື່ອມ​ຕໍ່​ເຄືອ​ຂ່າຍ ​ໃຫ້​ຄົບ​ຖ້ວນ ​ແລະ ຖືກຕ້ອງ ຕໍ່ຂະ​ແໜງ ປທສ ຈະ​ຖືກ​ປັບ​ໃໝ 10,000,000 ກີບ;
  7. ບໍ່ບັກ​ທຶກ​ຂໍ້​ມູນ​ການ​ນໍາ​ໃຊ້ ​ແລະ ລາຍ​ງານ​ຕໍ່ຂະ​ແໜງ ປທສ ຕາມ​ທີ່​ໄດ້​ກໍານົດ​ໄວ້ ຈະ​ຖືກ​ປັບ​ໃໝ 10,000,000 ກີບ;
  8. ປັບປຸງ ​ແລະ ຂະຫຍາຍ​ເພີ່ມ​ເຕີມ ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ເຊິ່ງອາດ​ເຮັດ ​ໃຫ້​ເກີດ​ຜົນ​ກະທົບ​ຕໍ່ຜູ້​ຊົມ​ໃຊ້ ​ໂດຍ​ບໍ່​ແຈ້ງ​ໃຫ້​ຂະ​ແໜງ ປທສ ຮັບ​ຊາບ​ກ່ອນ​ລ່ວງໜ້າ ຈະ​ຖືກ​ປັບ​ໃໝ 10,000,000 ກີບ;
  9. ບໍ່​ເລີ່​ມດໍາ​ເນີນ​ການ​ພາຍ​ໃນ 01 ປີ ຫຼື ບໍ່ສາມາດ​ປະຕິບັດ​ໃຫ້​ໄດ້​ຕາມ​ແຜນ​ຢ່າງໜ້ອຍ 60% ຂອງ​ແຜນການ​​ແຕ່ລະ​ປີ ຈະ​ຖືກ​ປັບ​ໃໝ 20,000,000 ກີບ;
  10. ​ເປີດ​ເຜີຍ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ່​ໃຊ້​ບໍລິການ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ເຈົ້າ​ຂອງ ຈະ​ຖືກ​ປັບ​ໃໝ 20,000,000 ກີບ;
  11. ຜູ່​ໃຫ້​ບໍ​ລິ​ການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ໃຫ້​ບໍລິການ ​ບໍ່ຖືກຕ້ອງ​ຕາມ​ທີ່​ໄດ້​ສັນຍາ ຫຼື ຕາມທີ່​ໄດ້​ແຈ້ງ​ຕໍ່ຜູ່ຊົມ​ໃຊ້ ຜ່ານ​ສື່​ຕ່າງໆ ຈະ​ຖືກ​ປັບ​ໃໝ 20,000,000 ກີບ;
  12. ຕໍ່​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ຊ້າ​ກ່ອນກໍານົດ 30 ວັນ ຈະ​ຖືກ​ປັບ​ໃໝ 20,000,000 ກີບ.

ມາດຕາ 25. ມາດ​ຕະການ​ໂຈະ ​ແລະ ຖອນ​ໃບ​ອະນຸຍາດ

ຂະ​ແໜງ ປທສ ຈະ​ພິຈາລະນາ​ໂຈະ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິນ​ເຕີ​ເນັດ ​ໃນ​ກໍລະນີ ດັ່ງ​ລຸ່ມ​ນີ້:

  1. ບໍລິການ​ບໍ່ຖືກຕ້ອງ​ຕາມ​ທີ່​ໄດ້​ລະບຸ​ໄວ້​ໃນ​ໃບ​ອະນຸຍາດ;
  2. ປອມ​ແປງ ຫຼື ສະໜອງຂໍ້​ມູນ ທີ່​ບໍ່ຖືກຕ້ອງ​ຕາມ​ການ​ກໍານົດ​ຂອງຂະ​ແໜງ ປທສ;
  3. ບໍ່ຊໍາລະ​ຄ່າ​ນໍາ​ໃຊ້​ຊັບພະຍາກອນ​ໂທລະ​ຄົມມະນາຄົມ;
  4. ບໍ່ຕໍ່ອາຍຸ​ໃບ​ອະນຸຍາດ ຕາມທີ່​ໄດ້​ລະບຸ​ໃນ​ຂໍ້​ຕົກລົງ​ສະບັບ​ນີ້;
  5. ​ເກັບ​ຄ່າ​ບໍລິການ​ບໍ່ຖືກຕ້ອງ​ຕາມ​ລະບຽບກົດໝາຍທີ່​ກໍານົດ​ໄວ້;
  6. ບໍ່ຊໍາລະ​ຄ່າ​ທໍານຽ​ມ, ຄ່າ​ບໍລິການ ຫຼື ອາກອນ ​ໃຫ້​ລັດ ຕາມ​ລະບຽບການ;
  7. ຖືກ​ປັບ​ໃໝຕາ​ມມາດຕາ 24 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ຈໍານວນ 02 ຄັ້ງ;
  8. ລະ​ເມີດ​ລະບຽບກົດໝາຍອື່ນ​ທີ່​ກ່ຽວຂ້ອງ.

ຂະ​ແໜງ ປທສ ຈະ​ພິຈາລະນາ​ຖອນ​ໃບ​ອະນຸຍາດ​ດໍາ​ເນີນ​ກິດຈະການ​ສູນ​ກາງ​ຂໍ້​ມູນ​ຂ່າວສານ​ຜ່ານ​ອິກ​ເຕີ​ເນັດ ໃນ​ກໍລະນີ ດັ່ງ​ລຸ່ມ​ນີ້:

  1. ຖືກ​ໂຈະ​ໃບ​ອະນຸຍາດ ​ແຕ່​ບໍ່ມີ​ການ​ປັບປຸງ​ຕາມ​ເງື່ອນ​ໄຂ​ທີ່​ຂະ​ແໜງ ປທສ ກໍານົດ;
  2. ນໍາ​ໃບ​ອະນຸຍາດ​ໃຫ້​ຜູ່​ອື່ນ​ນໍາ​ໃຊ້, ​ເຊົ່າ ຫຼື ​ໂອນ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ;
  3. ບໍ່ດໍາ​ເນີນ​ການ​ພາຍ​ໃນ 01 ປິ ພາຍຫຼັງ​ໄດ້​ຕໍ່​ໃບ​ອະນຸຍາດ​ຊົ່ວຄາວ​ແລ້ວ;
  4. ຖືກ​ປັບ​ໃໝ ຕາມ​ມາດຕາ 24 ຂອງ​ຂໍ້​ຕົກລົງ​ສະບັບ​ນີ້ ຈໍານວນ 03 ຄັ້ງ;
  5. ລະ​ເມີດ​ລະບຽບກົດໝາຍອື່ນ​ທີ່​ກ່ຽວຂ້ອງ.

ໝວດທີ 8

            ບົດບັນຍັດສຸດທ້າຍ

ມາດຕາ 26. ການຈັດ​ຕັ້ງ​ປະຕິບັດ

ມອບ​ໃຫ້​ກົມ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ກະຊວງ ປທສ ສົມທົບ​ກັບ​ພາກ​ສ່ວນ​ອື່ນ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ປະຕິ​ບັດ​ຂໍ້​ຕົກລົງ​ສະບັບ​ນີ້ ຢ່າງ​ເຂັ້ມ​ງວດ.

ມາດຕາ 27. ຜົນ​ສັກສິດ

            ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຜົນ​ສັກສິດ​ນັບ​ແຕ່​ມື້ລົງ​ລາຍ​ເຊັນ ​ແລະ ພາຍຫຼັງທີ່​ໄດ້​ລົງ​ໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ ສິບຫ້າ ວັນ.

ລັດຖະມົນຕີ​ວ່າການ

ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ

ຫຽມ ພົມມະຈັນ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດດຳເນີນກິດຈະການສູນກາງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ ສະບັບເລກທີ 590/ປທສ, ລົງວັນທີ 18 ມີນາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.