ວັນທີ 23-27 ກຸມພາ 2021, ທີ່ພະແນກອຸດສາຫະກໍາ ແລະ ການຄ້າ, ແຂວງ​ສາລະວັນ, ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຮ່ວມກັບຂະແໜງການກ່ຽວຂ້ອງຂອງລັດໂດຍສົມທົບກັບ ທີມງານຂອງ ກະຊວງກະສິກໍາ ແລະ ປ່າໄມ້ (ກົມກວດກາປ່າໄມ້, ກົມປ່າໄມ້ ແລະ ຊ່ຽວຊານໂຄງການ (GIZ ProFEB) ​ເພື່ອທົດລອງ ແລະ ປຶກສາຫາລືກົນໄກການຢັ້ງຢືນຄວາມຖືກຕ້ອງຂອງໄມ້ເພື່ອເປັນບ່ອນອີງໃຫ້ແກ່ການອອກໃບອະນຸຍາດສົ່ງອອກ ສຳລັບໄມ້ທີ່ຂຸດຄົ້ນຈາກປ່າປູກ. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂື້ນເພື່ອ:

    1. ທົດລອງ ແລະ ປຶກສາຫາລືກົນໄກການຢັ້ງຢືນຄວາມຖືກຕ້ອງຂອງໄມ້ເພື່ອເປັນບ່ອນອີງໃຫ້ແກ່ການອອກໃບອະນຸຍາດສົ່ງອອກ ສໍາລັບໄມ້ທີ່ຂຸດຄົ້ນຈາກປ່າປູກ (TLD 3) ໂດຍສົມທົບກັບ ພະແນກ ອຸດສາຫະກໍາ ແລະ ການຄ້າ, ພະແນກ ກະສິກໍາ ແລະ ປ່າໄມ້, ພະແນກການເງິນ, ບັນດາຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ໂຮງງານ ປຸງແຕ່ງໄມ້ ແລະ ຜະລິດຕະພັນເຟີນີເຈີສໍາເລັດຮູບ ດວງດີ ຈໍາກັດຜູ້ດຽວ (ຊຶ່ງ            ເປັນໂຮງງານທີ່ນໍາໃຊ້ໄມ້ປູກ ເຂົ້າໃນການປຸງແຕ່ງໄມ້ ແລະ ສົ່ງອອກໄປ ສສ ຫວຽດນາມ);

     2. ນໍາສະເໜີ, ປຶກສາຫາລື ແລະ ຮັບຮອງເນື້ອໃນຂອງ ບັນດາຂັ້ນຕອນການສົ່ງອອກໄມ້ປູກ ຕາມຮ່າງຄໍາແນະນໍາວ່າດ້ວຍການສົ່ງອອກໄມ້ປູກໄປຕ່າງປະເທດ ທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ປັບປຸງ;

    3. ຖ່າຍທໍາວິດີໂອໂຄສະນາ ແລະ ເຜີຍແຜ່ກ່ຽວກັບ ວຽກງານການຢັ້ງຢືນຄວາມຖືກຕ້ອງຂອງໄມ້ ແລະ ການສົ່ງເສີມການປູກ ແລະ ນໍາໃຊ້ໄມ້ປູກ ເພື່ອເປັນສິນຄ້າ ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ມີສ່ວນຮ່ວມ ແລະ ຊຸກຍູ້ສົ່ງເສີມເພື່ອນໍາໃຊ້ໃນການເຜີຍແຜ່ໂຄສະນາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.