ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ 0230/ອຄ.ກຂອ
ນະຄອນຫຼວງວຽງຈັນ, ວັນທີ 25 ມີນາ 2021

ຂໍ້ຕົກລົງ

ວ່າດ້ວຍ ການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ

 

  • ອີງຕາມ ດຳລັດວ່າດ້ວຍການນຳເຂົ້າ ແລະ ການສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງຕາມ ຄຳສັ່ງວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ ແລະ ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່  ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019;
  • ອີງຕາມ ໜັງສືສະເໜີຂອງກົມການນຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 0923/ກຂອ.ຊດ, ລົງວັນທີ 12 ມີນາ 2021.   

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ ຈຸດປະສົງ 

   ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຂອງ ສປປ ລາວ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ ສິນຄ້າຄຸ້ມຄອງ ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

 ມາດຕາ 2 ການນໍາເຂົ້າຊົ່ວຄາວ ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ

   ການນຳເຂົ້າຊົ່ວຄາວສິນຄ້າຄຸ້ມຄອງ ແມ່ນ ການນຳ ວັດຖຸດິບ, ສິນຄ້າເຄິ່ງສໍາເລັດຮູບ ຫຼື ສໍາເລັດຮູບ ທີ່ເປັນສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ, ສ້ອມແປງ, ປະກອບ, ຜ່ານຂະບວນການປຸງແຕ່ງ, ຜະລິດ, ຄ່ຽນຖ່າຍ ຫຼື ຈັດເກັບໄວ້ໃນສາງສິນຄ້າໄລຍະໜຶ່ງ ແລ້ວສົ່ງອອກ ໂດຍບໍ່ໄດ້ຈຳໜ່າຍຢູ່ ສປປ ລາວ.  

   ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ແມ່ນ ການສົ່ງສິນຄ້າຄຸ້ມຄອງອອກຈາກ ສປປ ລາວ ເພື່ອໄປວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ, ສ້ອມແປງ ແລະ ອື່ນໆ ຢູ່ຕ່າງປະເທດ ໂດຍບໍ່ໄດ້ນໍາໄປຈຳໜ່າຍ ຫຼື ມອບໂອນກຳມະສິດ ແລ້ວນຳເຂົ້າມາ ສປປ ລາວ ຄືນ.

   ການນຳເຂົ້າເພື່ອສົ່ງອອກຕໍ່ສິນຄ້າຄຸ້ມຄອງ ແມ່ນ ການນໍາສິນຄ້າຄຸ້ມຄອງເຂົ້າມາ ສປປ ລາວ ເພື່ອພັກເຊົາ, ຄ່ຽນຖ່າຍ ຫຼື ເກັບມ້ຽນໃນສາງສິນຄ້າ ຕາມທີ່ຂະແໜງການກ່ຽວຂ້ອງກຳນົດ ແລ້ວສົ່ງອອກຕໍ່ໄປປະເທດທີສາມ ໂດຍບໍ່ໄດ້ຈໍາໜ່າຍຢູ່ ສປປ ລາວ.

ມາດຕາ 3  ການອະທິບາຍຄໍາສັບ

   ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສິນຄ້າຄຸ້ມຄອງ ໝາຍເຖິງ ສິນຄ້າທີ່ນອນຢູ່ໃນລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ ຫຼື ສົ່ງອອກ ແບບອັດຕະໂນມັດ ແລະ ບໍ່ອັດຕະໂນມັດ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດໃນແຕ່ລະໄລຍະ;
  2. ຜູ້ປະກອບການ ໝາຍເຖິງ ນິຕິບຸກຄົນທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງອອກ ​ທີ່​ມີ​ເງື່ອນ​ໄຂ​ໃນ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ສິນຄ້າຄຸ້ມຄອງ ຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ;
  3. ໃບອະນຸຍາດ ໝາຍເຖິງ ເອກະສານຢັ້ງຢືນການອະນຸຍາດໃຫ້ ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ  ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ;
  4. ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໝາຍເຖິງ ບັນດາຂະແໜງການ ທີ່ຄຸ້ມຄອງ ແລະ ອະນຸຍາດ ການນຳເຂົ້າ ແລະ ສົ່ງອອກ ສິນຄ້າຄຸ້ມຄອງ.

ມາດຕາ 4  ຂອບເຂດການນໍາໃຊ້

   ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຢູ່ ສປປ ລາວ.  

   ສິນຄ້າຄຸ້ມຄອງ ທີ່ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ຫຼື ນໍາເຂົ້າເພື່ອສົ່ງອອກຕໍ່ ເພື່ອມາຮັບໃຊ້ຈຸດປະສົງທາງດ້ານການທູດ, ການລົງທຶນຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ການຊ່ວຍເຫຼືອ ແລະ ຈຸດປະ ສົງອື່ນ ທີ່ບໍ່ແມ່ນເປົ້າໝາຍທາງດ້ານການຄ້າ ຫຼື ບໍ່ໄດ້ຖືກນໍາເຂົ້າ ຫຼື ສົ່ງອອກຄືນຕາມການກໍານົດ ແມ່ນໃຫ້ປະຕິບັດຕາມລະບຽບການສະເພາະຂອງຂະແໜງການທີ່ກ່ຽວຂ້ອງ.

ໝວດທີ 2

ເງື່ອນໄຂການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນ​ຄ້າ​ຄຸ້ມຄອງ

 ມາດຕາ 5 ເງື່ອນໄ​ຂຂອງ​ຜູ້​ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ

   ຜູ້ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ເປັນວິສາຫະກິດ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຕາມກົດໝາຍວ່າດ້ວຍວິສາຫະກິດ;
  2. ມີໃບອະນຸຍາດລົງທຶນ ສຳ​ລັບ​ກິດ​ຈະ​ການທີ່ນອນໃນບັນຊີກິດຈະການຄວບຄຸມ;
  3. ມີໃບອະນຸຍາດດຳເນີນທຸລະກິດ ຕາມ​ລະ​ບຽບ​ການຂອງຂະແໜງການກ່ຽວຂ້ອງ.

ມາດຕາ 6 ດ່ານນຳເຂົ້າ ແລະ ສົ່ງອອກ

   ການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຕ້ອງຜ່ານດ່ານສາກົນທີ່ມີເງື່ອນໄຂທາງດ້ານໂຄງລ່າງພື້ນຖານ ແລະ ບຸກຄະລາກອນ​ສະ​ເພາະ​ດ້ານ ຫຼື ດ່ານທີ່ໄດ້ກໍານົດໄວ້ຕາມເງື່ອນໄຂສະເພາະເທົ່ານັ້ນ.

ມາດຕາ 7 ການກຳນົດໄລຍະເວລາ

   ກຳ​ນົ​ດໄລ​ຍະ​ເວ​ລາ​ຂອງ​ການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ມີ​​​ດັ່ງ​ນີ້:   ​

  1. ການນໍາເຂົ້າຊົ່ວຄາວສິນຄ້າຄຸ້ມຄອງ ສາມາດພັກໄວ້ຢູ່ໃນ ສປປ ລາວ ໃນໄລຍະເວລາໃດໜຶ່ງ ຕາມແຕ່ລະກໍລະນີ  ໂດຍສອດຄ່ອງກັບລະບຽບການທີ່ຂະແໜງການກ່ຽວຂ້ອງໄດ້ກໍານົດ.
  2. ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ແມ່ນໃຫ້ປະຕິບັດຕາມສັນຍາ ຫຼື ຕາມກໍານົດເວລາທີ່ຂະ    ແໜງການທີ່ກ່ຽວຂ້ອງວາງອອກຕາມແຕ່ລະກໍລະນີ. ເມື່ອໝົດກໍານົດເວລາທີ່ໄດ້ຮັບອະນຸຍາດ ຜູ້ສົ່ງອອກ ຕ້ອງນໍາສິນຄ້າກັບຄືນມາ ສປປ ລາວ ຕາມຈໍານວນ ແລະ ສະພາບເດີມ. ໃນກໍລະນີສິນຄ້າດັ່ງກ່າວຖືກສົ່ງອອກ ເພື່ອຈຸດປະສົງໃນການສ້ອມແປງ, ດັດແປງ, ເສີມແຕ່ງ ຫຼື ເພີ່ມອຸປະກອນໃດໜຶ່ງ ຕ້ອງແຈ້ງຕໍ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ແລະ ປະຕິບັດຕາມລະບຽບການທີ່ຂະແໜງການກ່ຽວຂ້ອງໄດ້ກໍານົດ.
  3. ການນໍາເຂົ້າເພື່ອສົ່ງອອກຕໍ່ສິນຄ້າຄຸ້ມຄອງ ສາມາດພັກໄວ້ໃນ ສປປ ລາວ ເປັນເວລາ ຫົກສິບ ວັນ ນັບແຕ່ວັນທີແຈ້ງເອກະສານຂາເຂົ້າຢູ່ດ່ານພາສີເປັນຕົ້ນໄປ. ໃບອະນຸຍາດໃຫ້ພັກສິນຄ້າໄວ້ໃນ ສປປ ລາວ ທີ່ອອກໂດຍເຈົ້າໜ້າທີ່ພາສີປະຈໍາດ່ານ ສາມາດຕໍ່ໄດ້ ສອງ ຄັ້ງ, ຄັ້ງລະ ສາມສິບ ວັນ ຍົກເວັ້ນກໍລະນີທີ່ຂະແໜງ ການກ່ຽວຂ້ອງໄດ້ກຳນົດໄວ້ເປັນຢ່າງອື່ນ.

 ໝວດທີ 3

ການຂໍອະນຸຍາດ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ

ມາດຕາ 8 ການຂໍອະນຸຍາດ

   ການຂໍອະນຸຍາດ ນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ຫຼື ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ໃຫ້ປະກອບເອກະສານ ຕາມທີ່ກຳນົດໄວ້ໃນມາດຕາ 9 ຂອງຂໍ້ຕົກລົງສະບັບນີ້ ສະເໜີຕໍ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກຂອງ​ແຕ່​ລະ​ປະ​ເພດ​ສິນ​ຄ້າຄຸ້ມຄອງ.

ມາດຕາ 9  ການປະກອບເອກະສານ

   ເອກະສານປະກອບການຂໍອະນຸຍາດນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ມີດັ່ງນີ້:

  1. ຄໍາຮ້ອງ  ຕາມແບບພິມ ທີ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້​ກຳ​ນົດ;
  2. ສໍາເນົາໃບທະບຽນວິສາຫະກິດ;
  3. ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ສໍາລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ;
  4. ສໍາເນົາໃບຢັ້ງຢືນການມອບພັນທະອາກອນປີຜ່ານມາ ຍົກເວັ້ນບໍລິສັດທີ່ສ້າງຕັ້ງໃໝ່;
  5. ສໍາເນົາໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່;
  6. ສຳເນົາ ໃບສັ່ງສ້ອມແປງ ໃນກໍລະນີ ນຳເຂົ້າ ຫຼື ສົ່ງອອກ ເພື່ອສ້ອມແປງ;
  7. ເອກະສານເຊີນເຂົ້າຮ່ວມງານວາງສະແດງ ຫຼື ເອກະສານທີ່ກ່ຽວຂ້ອງ ໃນກໍລະນີເຂົ້າຮ່ວມງານວາງ ສະແດງສິນຄ້າ.

ມາດຕາ 10  ການພິຈາລະນາອອກໃບອະນຸຍາດ

   ​ພາຍ​ຫຼັງໄດ້​ຮັບ​ເອ​ກະ​ສານ​ຄົບ​ຖ້ວນ ແລະ ຖືກ​ຕ້ອງ ຕາມ​ທີ່​ກຳ​ນົດ​ໄວ້​ໃນ​ມາດ​ຕາ 9 ​ຂອງ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຕ້ອງພິຈາລະນາອອກໃບອະນຸຍາດ ພາຍໃນ ສາມ ວັນລັດຖະການ ນັບແຕ່ວັນໄດ້ຮັບເອກະສານ.

   ໃນ​ກໍ​ລະ​ນີ​ເອ​ກະ​ສານ​ບໍ່​ຄົບ​ຖ້ວນ ຫຼື ບໍ່ຖືກ​ຕ້ອງ ​ຕ້ອງ​ແຈ້ງ​ໃຫ້​ຜູ້ສະ​ເໜີຊາບ​ທັນ​ທີ ​ເພື່ອນຳ​ໄປ​ປັບ​ປຸງ​.

   ໃນກໍລະນີທີ່ບໍ່ສາມາດອອກໃບອະນຸຍາດ ຕ້ອງແຈ້ງ​ເຫດຜົນເປັນລາຍລັກອັກສອນ ​ໃຫ້ຜູ້ສະ​ເໜີຊາບ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບ​ຖ້ວນ ແລະ ຖືກ​ຕ້ອງ.

ມາດຕາ 11 ອາຍຸ ແລະ ການຕໍ່​ອາ​ຍຸ ໃບອະນຸຍາດ

   ໃບອະນຸຍາດ ມີອາ​ຍຸ​ການ​ນຳ​ໃຊ້ ຫົກ ເດືອນ ແລະ ສາ​ມາດ​ຕໍ່​ໄດ້ ​ໜຶ່ງ ຄັ້ງ ກຳນົດເວລາ ສາມ ເດືອນ.

   ການສະເໜີຂໍຕໍ່ອາຍຸໃບອະນຸຍາດ ແມ່ນໃຫ້ສະ​ເໜີ​ຕໍ່ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ​ທີ່​ອອກ​ໃບອະ​ນຸ​ຍາດ ກ່ອນໃບອະນຸຍາດ​ໝົດ​ອາ​ຍຸ ຊາວ ​ວັນ ໂດຍ​ປະ​ກອບ​ເອ​ກະ​ສານ ດັ່ງນີ້:

  1.  ຄຳຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບອະນຸຍາດ ສະ​ບັບ​ຕົ້ນ​.

ມາດຕາ 12  ການດັດແກ້ເນື້ອໃນໃບອະນຸຍາດ

   ການ​ດັດ​ແກ້​ເນື້ອໃນໃບ​ອະ​ນຸ​ຍາດ ​ແມ່ນ​ກາ​ນ​ດັດ​ແກ້ເນື້ອໃນ ກ່ຽວກັບ ​ລາຍ​ການ​ສິນ​ຄ້າ, ຈຳ​ນວນ, ມູນ​ຄ່າ, ດ່ານ ແລະ ອື່ນໆ.

   ຜູ້ທີ່ມີຈຸດປະສົງດັດແກ້ເນື້ອໃນໃບອະນຸຍາດ ຕ້ອງປະ​ກອບ​ເອ​ກະ​ສານ​ ​​ສະ​ເໜີ​ຕໍ່​ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ​ທີ່​ອອກ​ໃບອະ​ນຸ​ຍາດ ດັ່ງນີ້:

  1. ຄຳຮ້ອງ ຕາມແບບພິມທີ່ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໃບອະນຸຍາດ ສະ​ບັບ​ຕົ້ນ​;
  3. ໃບ​ແຈ້ງ​ລາ​ຄາ ແລະ ໃບ​ຫຸ້ມ​ຫໍ່ ກໍ​ລະ​ນີ​ມີ​ການ​ປ່ຽນ​ແປງ​ຈາກ​ສະ​ບັບ​ເດີມ.

ມາດຕາ 13  ການອອກໃບອະນຸຍາດ​ຄືນ​ໃໝ່

   ກໍລະນີໃບອະນຸຍາດເສຍຫາຍ ຫຼື ຖືກທໍາລາຍ ແມ່ນໃຫ້ປະກອບເອກະສານ ສະເໜີຕໍ່ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ເພື່ອຂໍອອກໃບອະນຸຍາດຄືນໃໝ່ ດັ່ງນີ້:

  1. ຄຳຮ້ອງ ຕາມແບບພິມທີ່ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ໜັງສືຢັ້ງຢືນການເສຍຫາຍ ຫຼື ຖືກທຳລາຍ ທີ່ຢັ້ງຢືນໂດຍຜູ້ປະກອບການ.

ໝວດທີ 4
ສິດ ແລະ ພັນທະຂອງຜູ້ປະກອບການ

ມາດຕາ 14  ສິດຂອງຜູ້ປະກອບການ

   ຜູ້ປະກອບການ ມີສິດ ດັ່ງນີ້:

  1. ດໍາເນີນການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ;
  2. ສະເໜີຂໍຕໍ່ອາຍຸ, ດັດແກ້ເນື້ອໃນ, ລົບລ້າງ ຫຼື ອອກໃບອະນຸຍາດຄືນໃໝ່;
  3. ໄດ້ຮັບການອຳນວຍຄວາມສະດວກຕ່າງໆ ຈາກອົງການຄຸ້ມຄອງຂອງລັດ;
  4. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ມາດຕາ 15  ພັນທະຂອງຜູ້ປະກອບການ

   ຜູ້ປະກອບການ ມີພັນທະ ດັ່ງນີ້:

  1. ປະຕິບັດການເສຍພາສີ ອາ​ກອນ ແລະ ພັນທະອື່ນ ຕາມທີ່ກຳ​ນົດ​ໄວ້ໃນກົດໝາຍ, ລະບຽບການ​ຂອງ ສປປ ລາວ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ;
  2. ເກັບຮັກສາເອກະສານ​ທຸກ​ຄັ້ງທີ່​ມີການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ຢ່າງໜ້ອຍ ສາມ ປີ ນັບແຕ່ ວັນທີແຈ້ງພາສີເປັນລາຍລະອຽດ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ຫຼື ວັນທີນໍາເອົາສິນຄ້າອອກຈາກສາງ ຫຼື ດ່ານພາສີ;
  3. ສະຫຼຸບລາຍງານ ການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງຂອງຕົນ ໃຫ້ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ທຸກໆ ສາມ ເດືອນ ຕາມແບບພິມທີ່ ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  4. ແຈ້ງ​ໃຫ້ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ທີ່ອອກໃບອະນຸຍາດ ຊາບເປັນ​ລາຍ​ລັກ​ອັກ​ສອນ ກໍ​ລະ​ນີ​ທີ່ບໍ່​ມີ​ການ​ນຳ​ໃຊ້​​ໃບ​ອະ​ນຸ​ຍາດ;
  5. ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ໃຫ້ຖືກຕ້ອງຕາມເສັ້ນທາງ, ດ່ານ, ເວລາ ແລະ ຈໍານວນ ຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດ;
  6. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ພາກລັດ ໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດການນໍາເຂົ້າຊົ່ວຄາວ,​ ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ;
  7. ປະຕິບັດການຊໍາລະເງິນຕາມລະບຽບການທີ່ທະນາຄານ ແຫ່ງ ສປປ ລາວ ໄດ້ກໍານົດ;
  8. ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ໝວດທີ 5
ການຄຸ້ມຄອງ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ

ມາດຕາ 16  ການຄຸ້ມຄອງ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ

   ການຄຸ້ມຄອງ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງປະກອບມີ ສອງ ຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນ ບັນດາກະຊວງທີ່ກ່ຽວຂ້ອງ ທີ່ຄຸ້ມຄອງບັນດາສິນຄ້າຄຸ້ມຄອງ ຕາມສິດ ແລະ ພາລະບົດບາດຂອງຕົນ;
  2. ຂັ້ນແຂວງ ແມ່ນບັນດາພະແນກການ ປະຈໍາ ແຂວງ, ນະຄອນຫຼວງ ທີ່ໄດ້ຮັບມອບໝາຍໃຫ້ຄຸ້ມຄອງ ແລະ ອອກໃບອະນຸຍາດ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ.

ມາດຕາ 17  ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຂັ້ນສູນກາງ

   ໃນການຄຸ້ມຄອງການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ,ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຂັ້ນສູນກາງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສ້າງນະໂຍບາຍ ແລະ ລະບຽບການ ກ່ຽວກັບ ການຄຸ້ມຄອງການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ  ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະນາ, ເຜີຍແຜ່, ແນະນຳ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ສັງຄົມຊາບຢ່າງທົ່ວເຖິງ;
  3. ພິຈາລະນາອອກ, ຕໍ່ອາຍຸ, ດັດແກ້ເນື້ອໃນ ແລະ ລົບລ້າງ ໃບອະນຸຍາດ;
  4. ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ໂດຍປະສານສົມທົບກັບບັນ​ດາ​​ຂະແໜງການທີ່ກ່ຽວຂ້ອງ;
  5. ສະຫຼຸບ ແລະ ລາຍງານ ວຽກງານການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່, ສິນຄ້າຄຸ້ມຄອງ ໃຫ້ຂັ້ນເທິງຂອງຕົນ ແລະ ກົມການນຳເຂົ້າ ແລະ ສົ່ງອອກກະຊວງອຸດສາຫະກໍາ ແລະ ການຄ້າ ຢ່າງເປັນປົກກະຕິ;
  6. ເກັບຮັກສາສຳເນົາເອກະສານ​ໃບອະນຸຍາດຄົບຊຸດ ຢ່າງໜ້ອຍ ສາມປີ ຫຼື ຕາມການກຳນົດຂອງຂະ  ແໜງການຄຸ້ມຄອງ;
  7. ປະສານສົມທົບກັບ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນການສ້າງ ແລະ ປັບປຸງ ລາຍການສິນຄ້າຄຸ້ມຄອງ;
  8. ນຳໃຊ້​ສິດ ແລະ ປະຕິບັດໜ້າ​ທີ່​ອື່ນ ​ຕາມທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບ​ການຂອງ ສປປ ລາວ ແລະ ຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 18 ສິດ ແລະ ໜ້າທີ່ຂອງອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຂັ້ນແຂວງ

   ໃນການຄຸ້ມຄອງການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ, ອົງການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຈັດຕັ້ງປະຕິບັດວຽກງານການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ສິນຄ້າຄຸ້ມຄອງ ໃຫ້ສອດຄ່ອງກັບນະໂຍບາຍ ແລະ ນິຕິກໍາທີ່ວາງອອກ ໃນແຕ່ລະໄລຍະ;
  2. ເຜີຍ​ແຜ່​​ນິຕິ​ກຳ ​ແລະ ຂໍ້​ມູນ​ຂ່າວສານ​ທີ່​ຕິດ​ພັນ​ກັບວຽກງານການຄຸ້ມຄອງການນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ​ໃຫ້​ແກ່​ພາກສ່ວນ​ກ່ຽວຂ້ອງ ຂັ້ນແຂວງ ແລະ ພາກທຸລະກິດຊາບ ຢ່າງທົ່ວເຖິງ;
  3. ພິຈາລະນາອອກ, ຕໍ່ອາຍຸ, ດັດແກ້ເນື້ອໃນ ແລະ ລົບລ້າງ ໃບອະນຸຍາດ ຕາມພາລະບົດບາດຂອງຕົນ;
  4. ເກັບກໍາ, ສັງລວມສະພາບ ແລະ ສະໜອງຂໍ້ມູນສະຖິຕິ ທີ່ຕິດພັນກັບການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ເພື່ອລາຍງານຕໍ່ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;
  5. ເກັບຮັກສາສຳເນົາເອກະສານ​ໃບອະນຸຍາດຄົບຊຸດ ຢ່າງໜ້ອຍ ສາມ ປີ ຫຼື ຕາມການກໍານົດຂອງຂະແໜງການຄຸ້ມຄອງ;
  6. ນຳໃຊ້​ສິດ ແລະ ປະຕິບັດໜ້າ​ທີ່​ອື່ນ ​ຕາມທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບ​ການຂອງ ສປປ ລາວ ແລະ ຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 19  ການຈັດຕັ້ງປະຕິບັດ

   ມອບໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນ ຫຼວງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ມີປະສິດທິຜົນສູງ.

ມາດຕາ 20  ຜົນສັກສິດ

   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

   ຂໍ້ຕົກລົງສະບັບນີ້ ປ່ຽນແທນ ຂໍ້ຕົກລົງວ່າດ້ວຍການນຳເຂົ້າເພື່ອສົ່ງອອກຕໍ່ ແລະ ການສົ່ງອອກຊົ່ວຄາວສິນຄ້າຄຸ້ມຄອງ ສະບັບເລກທີ 1237/ອຄ.ກຂອ, ລົງວັນທີ 23 ມິຖຸນາ 2015.  

ລັດຖະມົນຕີ

ນ. ເຂົມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 The Decision of managing goods on temporary import/export and import for re-export, No. 0230/MOIC.DIMEX, dated 25 March 2021. PDF
2 ຂໍ້ຕົກລົງ ວ່າດ້ວຍ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ, ເລກທີ 0230/ອຄ.ກຂອ, ລົງວັນທີ 25 ມີນາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.