ອີງຕາມ ແຈ້ງການ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ-19 ຂອງແຂວງຄໍາມ່ວນ, ເລກທີ 06/ສພກ.ຄມ, ລົງວັນທີ 18 ເມສາ 2021 ກ່ຽວກັບການເພີ່ມທະວີ ຄວາມເຂັ້ມງວດ ເດັດຂາດ ຕໍ່ຜູ້ລັກລອບເຂົ້າເມືອງ ແບບຜິດກົດຫມາຍ ເພື່ອຄວບຄຸມ ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ດັ່ງມີເນື້ອໃນຫຼັກອັນສໍາຄັນດັ່ງນີ້:

1. ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດອັກເສບປອດສາຍພັນໃຫມ່ ໂຄວິດ-19 ຜ່ານມາຢ່າງເຂັ້ມງວດ.

2. ໃຫ້ບັນດາ ທ່ານ ເຈົ້າເມືອງທຸກໆເມືອງ ອອກແຈ້ງການໄປຍັງນາຍບ້ານ ເພື່ອແຈ້ງໃຫ້ປະຊາຊົນໃນແຕ່ລະຄອບຄົວທີ່ມີລູກຫຼານ, ຍາດຕິພີ່ນ້ອງໄປອອກແຮງງານຢູ່ປະເທດໃກ້ຄຽງ (ປະເທດໄທ) ທີ່ພວມມີການແຜ່ລະບາດ ພະຍາດໂຄວິດ-19 ຮ້າຍແຮງຢູ່ໃນປະຈຸບັນ ຫາກມີຈຸດປະສົງຈະກັບຄືນ ມາບ້ານເກີດເມືອງນອນໃຫ້ແຈ້ງແນະນໍາເຂົາເຈົ້າເຂົ້າມາທາງດ່ານສາກົນທີ່ທາງການກໍານົດໄວ້.

3. ຫາກກໍລະນີມີລູກຫຼານ, ຍາດຕິພີ່ນ້ອງຂອງຕົນ ໄປອອກແຮງງານຢູ່ປະເທດໄກ້ຄຽງ (ປະເທດ ໄທ) ໄດ້ລັກລອບຜ່ານເຂົ້າມາທາງເຮືອກີບ, ເຮືອຫາປາແລ້ວໂທຫາພໍ່ແມ່, ຍາດຕິພີ່ນ້ອງໄປຮັບຢູ່ເຂດ ແດນຝັ່ງແມ່ນໍ້າຂອງແມ່ນໃຫ້ໄປຮັບໂດຍກົງ, ຂໍໃຫ້ພໍ່ແມ່ຜູ້ປົກຄອງ, ຍາດຕິພີ່ນ້ອງຜູ້ນັ້ນແຈ້ງໃຫ້ ເຈົ້າຫນ້າທີ່ສະເພາະກິດ ສະກັດກັ້ນ, ປ້ອງກັນ ພະຍາດໂຄວິດ-19 ຂັ້ນເມືອງ, ຢູ່ເມືອງໃດແມ່ນໃຫ້ ເມືອງນັ້ນໄປຮັບ ເພື່ອເຂົ້າໄປກັກຕົວຢູ່ສະຖານທີ່ທາງການກໍານົດກ່ອນ.

          ຫາກມີການລະເມີດ ເກີດກໍລະນີມີການຕິດເຊື້ອ, ແຜ່ເຊື້ອ ພະຍາດໂຄວິດ-19 ໄປສູ່ຜູ້ອື່ນ ພາຍໃນຄອບຄົວ ຫຼື ພາຍໃນບ້ານຊ່ອງຂອງຕົນ ຜູ້ນັ້ນ, ຄອບຄົວນັ້ນ ຈະຕ້ອງຮັບຜິດຊອບ ແລະ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍຢ່າງເຂັ້ມງວດເດັດຂາດ.

4. ໃຫ້ບັນດາ ທ່ານເຈົ້າເມືອງ 3 ຕົວເມືອງແຄມຂອງ (ເມືອງທ່າແຂກ, ເມືອງຫີນບູນ ແລະ ເມືອງ ຫນອງບົກ) ແຈ້ງໃຫ້ນາຍບ້ານຂຶ້ນບັນຊີ ແລະ ແຈ້ງໃຫ້ປະຊາຊົນຜູ້ທີ່ມີເຮືອນ້ອຍ, ເຮືອກີບທີ່ນໍາໃຊ້ທໍາມາຫາກິນຢູ່ຕາມລໍາແມ່ນໍ້າຂອງໃຫ້ເອົາຂື້ນໄວ້ກ່ອນ ໂດຍມອບໃຫ້ອໍານາດການປົກຄອງທີ່ກ່ຽວຂ້ອງມີການຄຸ້ມຢ່າງຮັດກຸມຈົນກວ່າການລະບາດຂອງພະຍາດຈະຫຼຸດຜ່ອນລົງ.

5. ມອບໃຫ້ກອງບັນຊາການທະຫານແຂວງ ຊີ້ນໍາໄປຍັງກອງບັນຊາການທະຫານເມືອງ, ທະຫານຊາຍແດນ ກວດກາລາດຕະເວນ ການເຂົ້າ-ອອກຂອງພົນລະເມືອງ ຕາມລໍາແມ່ນໍ້າຂອງຢ່າງ ເປັນປົກກະຕິ ແລະ ເຂັ້ມງວດ. ຖ້າຫາກກວດກາພົບເຫັນຜູ້ລະເມີດ ລັກລອບຂົນສົ່ງແຮງງານເຂົ້າມາ ແມ່ນໃຫ້ຢືດເຮືອ ແລະ ກັກຕົວເຈົ້າຂອງເຮືອມາດໍາເນີນຄະດີຕາມລະບຽບກົດຫມາຍຢ່າງເດັດຂາດ.

 

       ອີງຕາມ ແຈ້ງການ ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19  ໃນຂອບເຂດທົ່ວແຂວງ ສະຫວັນນະເຂດ., ເລກທີ 01/ສພກ.ສຂ, ລົງວັນທີ 18 ເມສາ 2021. ດັ່ງມີເນື້ອໃນຫຼັກອັນສໍາຄັນດັ່ງນີ້:

1 ໃຫ້ເຈົ້ານະຄອນ, ບັນດາເມືອງ, ອຳນາດການປົກຄອງບ້ານ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງ ຕາມຊາຍແດນແມ່ນໍ້າຂອງ (ນະຄອນໄກສອນ, ເມືອງໄຊບູລີ, ໄຊພູທອງ ແລະ ສອງຄອນ) ປະຕິບັດການຄຸ້ມຄອງເຮືອທຸກປະເພດ (ເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ) ຢຸດການເດີນເຮືອຊົ່ວຄາວຕາມລໍາແມ່ນໍ້າຂອງນັບແຕ່ວັນທີ 19-30 ເມສາ 2021.

2. ຫ້າມບໍ່ໃຫ້ມີບຸກຄົນໃດເອົາເຮືອໄປຮັບແຮງງານຈາກປະເທດເພື່ອນບ້ານ, ຖ້າລະເມີດຄັ້ງທີ 1 ຈະຖືກປັບໃຫມ 5.000.000 ກີບ ພ້ອມເຮັດບົດບັນທຶກກ່າວເຕືອນ, ຖ້າມີການລະເມີດຄັ້ງຕໍ່ໄປ ຈະຖືກດໍາເນີນຄະດີຕາມລະບຽບກົດຫມາຍ, ຖ້າກໍລະນີ ຫາກຮັບເອົາແຮງງານເຂົ້າມາ ແລະ ເປັນສາເຫດຂອງການແຜ່ລະບາດ ເຊື້ອໃນຊຸມຊົນ ແມ່ນໃຫ້ເຈົ້າຂອງເຮືອເປັນຜູ້ຮັບຜິດຊອບຕໍ່ການເສຍຫາຍທຸກຢ່າງທີ່ເກີດຂຶ້ນ.  

3. ຖ້າມີແຮງງງານທີ່ລັກລອບເຂົ້າມາຢູ່ໃນກາງດອນແມ່ນໍ້າຂອງ ແມ່ນມອບໃຫ້ເຈົ້າຫນ້າທີ່ທະຫານຊາຍແດນເປັນຜູ້ໄປຮັບ ຫຼືອໍານາດການປົກຄອງບ້ານ ແລະ ກອງຫຼອນບ້ານທີ່ໄດ້ຖືກແຕ່ງຕັ້ງ.

4. ສໍາລັບແຮງງານທີ່ລັກລອບເຂົ້າມາ ແລະ ກັບໄປບ້ານໂດຍບໍ່ຜ່ານສູນກັກກັນ, ຄອບຄົວ ແລະ ຜູ້ກ່ຽວແມ່ນຈະມີຄວາມຮັບຜິດຊອບດັ່ງນີ້:

          4.1 ຕ້ອງຮັບຜິດຊອບຈ່າຍຄ່າກວດເຊື້ອໂຄວິດ-19 ມູນຄ່າ 650.000 ກີບຕໍ່ຄັ້ງ ໃນກໍລະນີ້ພົບເຊື້ອແມ່ນຕ້ອງໄດ້ຈ່າຍຄ່າປິ່ນປົວເອງ, ຈ່າຍຄ່າອາຫານໃນແຕ່ລະມື້ໃນໄລຍະກັກກັນ, ຈ່າຍຄ່າເດີນທາງ ແລະ ຄ່າໃຊ້ຈ່າຍອື່ນໆ.

          4.2 ມອບໃຫ້ເຈົ້າຫນ້າທີ່ ປກສ ແຕ່ລະຂັ້ນ ເປັນຜູ້ດໍາເນີນຄະດີຕາມລະບຽບກົດຫມາຍ.

6. ສໍາລັບແຮງງານທີ່ກັບມາ ແລະ ຜ່ານສູນກັກກັນຖ້າຫາກກັບຄືນໄປເຮັດວຽກຢູ່ຕ່າງປະເທດອີກ ແລະ ກັບມາໃຫມ່ແມ່ນຈະໄດ້ຖືກປັບໃຫມຕາມລະບຽບກົດຫມາຍ.

7. ສໍາລັບແຮງທີ່ອອກຈາກສູນກັບໄປແລ້ວແມ່ນຈະຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງແພດຄື: ໃຫ້ສືບຕໍ່ກັກກັນຕົນເອງຢູ່ເຮືອນອີກ 14 ວັນ ໂດຍມອບໃຫ້ຄອບຄົວ ແລະ ອໍານາດການປົກຄອງບ້ານເປັນຜູ້ຕິດຕາມຢ່າງເຂັ້ມງວດ, ຖ້າມີການລະເມີດແມ່ນມອບໃຫ້ອໍານາດການປົກຄອງບ້ານປະຕິບັດວິໄນຕາມລະບຽບກົດຫມາຍ.

8. ໃຫ້ປິດຊົ່ວຄາວສະຖານທີ່ບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ບູດເບຍ,ຮ້ານປີ້ງແກ້ມ, ຫ້າມຈັດງານລ້ຽງໃນງານດອງ ໃຫ້ປະຕິບັດຕາມບົດແນະນໍາເພິ່ມເຕີມສະບັບເລກທີ 580/ຫວຂ.ສຂ ລົງວັນທີ 13 ເມສາ 2021. ໃຫ້ໂຈະຊົ່ວຄາວ ການຈັດງານບຸນປະເພນິທີ່ມີການເຕົ້າໂຮມຄົນເປັນຈໍານວນຫລາຍ ເປັນຕົ້ນ: ບຸນຜະເຫວດ, ບຸນຜ້າປ່າ, ບຸນບັ້ງໄຟ, ງານສົມໂພດພຣະ ແລະ ງານປະເພນີອື່ນໆ ແຕ່ວັນທີ 19 ຫາ 30 ເມສາ 2021.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.