ອີງຕາມ ແຈ້ງການ ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທົ່ວແຂວງເຊກອງ, ເລກທີ 19/ຈຂ.ຊກ, ລົງວັນທີ 21 ເມສາ 2021 ເພື່ອຄວບຄຸມ ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະແຕ່ ວັນທີ 22 ຫາ ວັນທີ 30 ເມສາ 2021, ດັ່ງມີເນື້ອໃນຫຼັກອັນສໍາຄັນດັ່ງນີ້:

 

          1. ຫ້າມຄົນຢູ່ແຂວງເຊກອງເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງເດີນທາງເຂົ້າມາແຂວງເຊກອງ, ຍົກເວັ້ນກໍລະນີບຸກຄົນມີຈຸດປະສົງຈະເດີນທາງອອກຈາກແຂວງເຊກອງ ໄປຕ່າງແຂວງ ແມ່ນໃຫ້ໄປກວດຫາ ເຊື້ອພະຍາດໂຄວິດນໍາເຈົ້າໜ້າທີ່ສາທາລະນະສຸກກ່ອນ ພ້ອມທັງມີໃບຢັ້ງຢືນຈາກເຈົ້າໜ້າທີ່ດັ່ງກ່າວ ວ່າບໍ່ມີເຊື້ອ ຈຶ່ງສາມາດອອກໄປຕ່າງແຂວງໄດ້; ສໍາລັບບຸກຄົນ ທີ່ມີຈຸດປະສົງຈະເດີນທາງເຂົ້າມາແຂວງເຊກອງ ກໍຕ້ອງມີໃບຢັ້ງຢືນການກວດກາເຊື້ອພະຍາດໂຄວິດ-19 ຈາກແຂວງຕົ້ນທາງ ເພື່ອເປັນບ່ອນ ອີງໃຫ້ ແກ່ເຈົ້າໜ້າທີ່ເພື່ອພິຈາລະນາອະນຸມັດ.

          2. ໃຫ້ໂຈະຊົ່ວຄາວການບໍລິການຂົນສົ່ງໂດຍສານຈາກແຂວງເຊກອງ ໄປຕ່າງແຂວງ ແລະ ຈາກຕ່າງແຂວງເຂົ້າ ມາແຂວງເຊກອງ, ສໍາລັບລົດຂົນສົ່ງສິນຄ້າ ແມ່ນສາມາດເຂົ້າ-ອອກໄດ້, ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຕັ້ງ ດ່ານເພື່ອກວດກາຢ່າງເຂັ້ມງວດ.

          3. ໃຫ້ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖີ່ນທາງບົກຢູ່ແຂວງເຊກອງ ສໍາລັບການເດີນທາງຂອງບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ມີຄວາມຈໍາເປັນ ທີ່ໄດ້ຮັບອະນຸຍາດຈາກສະເພາະກິດສູນກາງ, ສະເພາະກິດແຂວງ ແລະ ລົດຂົນສົ່ງສິນຄ້າ ໂດຍໃຫ້ມີປະກັນໄພ ໂຄວິດ-19 ແລະ ໃສ່ອຸປະກອນຕິດຕາມທາງການແພດໃນໄລຍະຈໍາກັດບໍລິເວນ 14 ວັນ.

 

          ມາດຕະການຕໍ່ຜູ້ລະເມີດແຈ້ງການສະບັບນີ້ ຈະຖືກປະຕິບັດດັ່ງນີ້:

          1. ຫາກມີກໍລະນີບຸກຄົນໃດໜຶ່ງລະເມີດໃນການເດີນທາງມາຈາກຕ່າງປະເທດ ເຂົ້າບ້ານຕ່າງໆພາຍໃນແຂວງເຊກອງ ໂດຍບໍ່ຜ່ານການກັກຕົວຄົບ 14 ວັນ ແມ່ນຈະຖືກປັບໃໝ ເປັນເງີນສົດ ຈໍານວນ 5.000.000 ກີບ/ຄົນ/ຄັ້ງ ທັງຮັບຜິດຊອບຄ່າສີ້ນເປືອງຕ່າງໆຂອງເຈົ້າໜ້າທີ່ ທີ່ເບິ່ງແຍງໃນເວລາກັກຕົວ; ນອກນັ້ນຈະໄດ້ປະຕິບັດມາດຕະການຕ່າງໆຕາມກົດໝາຍກໍານົດໄວ້.

          2. ສໍາລັບຄົວເຮືອນ (ຫຼືຄອບຄົວ) ທີ່ມີການປິດບັງບໍ່ແຈ້ງ ບຸກຄົນທີ່ມາຈາກຕ່າງແຂວງ ຫຼື ຈາກຕ່າງປະເທດ ມາອາໃສຢູ່ໃນຄອບຄົວນັ້ນ ແມ່ນຈະຖືກປັບໃໝເປັນເງິນສົດ ຈໍານວນ 5.000.000 ກີບ/ຄົນ/ຄັ້ງ.

          3. ສໍາລັບນາຍບ້ານ ເມື່ອໄດ້ຮັບການລາຍງານຈາກຄອບຄົວ, ປະຊາຊົນແລ້ວ, ແຕ່ບໍ່ມາລາຍງານໃຫ້ຄະນະສະເພາະກິດຂັ້ນເມືອງຮັບຊາບດ່ວນ ຫຼື ບໍ່ດໍາເນີນການກັກບໍລິເວນໃຫ້ບຸກຄົນທີ່ລັກລອບເຂົ້າມາບ້ານນັ້ນ ແມ່ນຈະຖືກປະຕິບັດວິໄນທາງບໍລິຫານ ຕາມລະບຽບ ແລະ ກົດໝາຍ.

          4. ສໍາລັບບໍລິສັດ, ນັກທຸລະກິດ, ຜູ້ປະກອບການຕ່າງໆ ຫາກລັກລອບເຂົ້າມາແຂວງເຊກອງ ໂດຍບໍ່ມີການອະນຸຍາດ, ບໍ່ໄດ້ບໍລິເວນຄົບ 14 ວັນ ຕາມລະບຽບການ ແມ່ນຈະຖືກປັບໃໝ ເປັນເງິນສົດ ຄືດັ່ງນີ້:

  • ສໍາລັບບຸກຄົນຕ່າງປະເທດລັກເຂົ້າມາແຂວງເຊກອງ ໂດຍບໍ່ຜ່ານດ່ານທີ່ກໍານົດເຂົ້າມາ ແລະ ບໍ່ໄດ້ມີການກັກໂຕຄົບ 14 ວັນ ແມ່ນຈະຖືກປັບໃໝເປັນຈໍານວນ 15.000.000 ກີບ/ຄົນ/ຄັ້ງ ທັງຮັບຜິດຊອບຄ່າສິ້ນເປືອງຕ່າງໆຂອງເຈົ້າໜ້າທີ່.
  • ສໍາລັບບໍລິສັດ ຖ້າຫາກມີກໍລະນີປົກປິດ-ປິດບັງກໍາມະກອນທີ່ອອກຈາກຕ່າງປະເທດລັກເຂົ້າເຮັດວຽກນໍາບໍລິສັດ ທີ່ກໍາລັງດໍາເນີນຢູ່ແຂວງເຊກອງ ແມ່ນຈະຖືກປັບໃໝເປັນເງິນ ຈໍານວນ 20.000.000 ກີບ/ຄົນ/ຄັ້ງ ແລະ ຈະຖືກປະຕິວິໄນຕາມກົດໝາຍການຄຸ້ມຄອງແຮງງານ ແລະ ລະບຽບກົດໝາຍການເຂົ້າ-ອອກເມືອງ ຢ່າງເຂັ້ມງວດ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.