ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

 

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ

                                        ກົມການນຳເຂົ້າ ແລະ ສົ່ງອອກ                                        

ເລກ​ທີ 1575/ກ​ຂອ.ບຂອ

ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 30 ເມສາ 2021

 

ແຈ້ງການ

 

            ເຖິງ:   - ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ;

                        - ກົມພາສີ, ກະຊວງການເງິນ;

                        - ບັນດາອົງການຈັດຕັ້ງຂອງ ລັດ ແລະ ເອກະຊົນ.

           ເລື່ອງ:   ການຢຸດຕິການຈໍ້າກາແດງໃສ່ສໍາເນົາໃບອະນຸຍາດນຳເຂົ້າຍານພາຫະນະທີ່ອອກອະນຸຍາດແບບເຈ້ຍສໍ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ.

 

  • ອີງຕາມ ໜັງສືແຈ້ງຕອບຂອງຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 180/ຍທຂ,​ ລົງວັນທີ 24 ມີນາ 2021.

                 

ເພື່ອເປັນການຫຼຸດຈຳນວນເອກະສານທີ່ບໍ່ຈຳເປັນລົງ ແລະ ປັບປຸງຂັ້ນຂອດການປະກອບເອກະສານນຳເຂົ້າ ແລະ ຂື້ນທະ ບຽນຍານພາຫະນະ ໃຫ້ ກະທັດຮັດ ແລະ ສອດຄ່ອງກັບພາລະບົດບາດຂອງຂະແໜງການ. ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ດັ່ງນີ້:

  1. ນັບແຕ່ວັນທີ 03 ພຶດສະພາ 2021 ເປັນຕົ້ນໄປ, ກົມການນຳເຂົ້າ ແລະ ສົ່ງອອກ ຈະຢຸດຕິການຈໍ້າກາແດງໃສ່ສໍາເນົາໃບອະນຸຍາດນຳເຂົ້າຍານພາຫະນະທີ່ກົມອອກຜ່ານລະບົບເຈ້ຍສໍ (ລະບົບເກົ່າ).​
  2. ໃຫ້ຢຸດຕິການພິມ ເລກຈັກ ແລະ ເລກຖັງ ຂອງຍານພາຫະນະໃສ່ດ້ານຫຼັງຂອງໃບອະນຸຍາດນຳເຂົ້າຍານພາຫະນະ ແລະ ໃຫ້ລະບຸຂໍ້ມູນລະອຽດຂອງພາຫະນະທີ່ຈະນຳເຂົ້າ ໄດ້ແກ່: ປະເພດ, ຍີ່ຫໍ້, ລຸ້ນ, ຈຳນວນ ແລະ ມູນຄ່າ ຂອງພາຫະນະໃສ່ດ້ານໜ້າຂອງໃບອະນຸຍາດ (ຕາມຕົວຢ່າງຄັດຕິດມາພ້ອມນີ້).
  3. ໃບອະນຸຍາດນຳເຂົ້າຍານພາຫະນະ ຈະມີຈ້ຳກາແດງແຕ່ 03 ສະບັບໄດ້ແກ່: 01 ສະບັບຕົ້ນ ມອບໃຫ້ຜູ້ປະກອບການ, 01 ສະບັບສຳເນົາ ເກັບຮັກສາໄວ້ນຳ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ອີກ 01 ສະບັບສຳເນົາແມ່ນນຳສົ່ງໃຫ້ ກົມຂົນສົ່ງ ໃຊ້ເປັນບ່ອນອີງອອກ ໃບອະນຸຍາດດ້ານເຕັກນິກ ນຳພາຫະນະກົນຈັກເຂົ້າ ແລະ ຂຶ້ນທະບຽນ ຢູ່ ສປປ ລາວ. ການປະກອບເອກະສານເພື່ອຂໍໃບອະນຸຍາດນຳແຕ່ລະຂະແໜງການ, ຜູ້ປະກອບການຕ້ອງໄດ້ຖືໃບອະນຸຍາດນຳເຂົ້າຍານພາຫະນະສະບັບຕົ້ນໄປນຳ ເພື່ອຢັ້ງຢືນໃນກໍລະນີທີ່ເຈົ້າໜ້າທີ່ຮຽກຮ້ອງຂໍກວດກາ.
  4. ເອກະສານປະກອບໃນການຂໍຂື້ນທະບຽນນຳໃຊ້ພາຫະນະ ແມ່ນໃຫ້ອີງໃສ່ໃບອະນຸຍາດດ້ານເຕັກນິກນຳພາຫະນະກົນຈັກເຂົ້າ ແລະ ຂຶ້ນທະບຽນ ຢູ່ ສປປ ລາວ ທີ່ອອກໃຫ້ໂດຍ ກົມຂົນສົ່ງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ເປັນຂໍ້ມູນປະຕິບັດຕາມນີ້ດ້ວຍ.

 

ຫົວໜ້າກົມ

ສຸລິຍົນ ພິລາວົງ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການຢຸດຕິການຈໍ້າກາແດງໃສ່ສໍາເນົາໃບອະນຸຍາດນຳເຂົ້າຍານພາຫະນະທີ່ອອກອະນຸຍາດແບບເຈ້ຍສໍ ໂດຍ ກົມການນຳເຂົ້າ ແລະ ສົ່ງອອກ, ເລກທີ 1575/ກຂອ.ບຂອ, ລົງວັນທີ 30 ເມສາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.