ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 2834/ກງ

ນະຄອນຫຼວງວຽງຈັນ, ວັນທີ 27 ເມສາ 2021

 

ຂໍ້ຕົກລົງ

ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການບໍລິຫານຄວາມສ່ຽງຮ່ວມກັນ

ສໍາລັບໂຄງການທຶນສະໜັບສະໜູນໂຄງການຍ່ອຍເພື່ອຊຸກຍູ້ວຽກງານອໍານວຍຄວາມສະດວກດ້ານການຄ້າ

(TFA Challenge Facility)

  • ອີງຕາມ ບົດບັນທຶກຊ່ວຍຈຳ (Aide Memoire) ທັງສອງສະບັບ ລົງວັນທີ 27 ພຶດສະພາ 2019 ແລະ

ລົງວັນທີ 7-11 ຕຸລາ 2019;

  • ອີງຕາມ ບົດບັນທຶກກອງປະຊຸມ ປຶກສາຫາລະຫວ່າງໜ່ວຍງານ ຈັດຕັ້ງປະຕິບັດໂຄງການສຳລັບທຶນສະໜັບສະໜູນໂຄງການນ້ອຍເພື່ອຊຸກຍູ້ວຽກງານອຳນວຍຄວາມສະດວກດ້ານການຄ້າ, ຕັ້ງແຕ່ວັນທີ 10 ກໍລະກົດ 2020 ທີ່ ຫ້ອງປະຊຸມຊັ້ນສອງຂອງກະຊວງອຸດສະຫະກຳ ແລະ ການຄ້າ;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ, ສະບັບເລກທີ 144/ນຍ ລົງວັນທີ 08 ພຶດສະພາ 2017;
  • ອີງຕາມ ໜັງສືສະເໜີຈາກກົມພາສີ ສະບັບເລກທີ 01425/ກພສ, ລົງວັນທີ 02 ເມສາ 2021.

 

ລັດຖະມົນຕີກະຊວງການເງິນ ເຫັນດີຕົກລົງ:

 

ມາດຕາ 1: ແຕ່ງຕັ້ງ ຄະນະກຳມະການຊີ້ນໍາການບໍລິຫານຄວາມສ່ຽງສໍາລັບໂຄງການທຶນສະໜັບສະໜູນ ໂຄງການຍ່ອຍ

   ເພື່ອຊຸກຍູ້ວຽກງານອຳນວຍຄວາມສະດວກທາງດ້ານການ ຊຶ່ງມີລາຍຊື່ ດັ່ງນີ້:

 

  1. ທ່ານ ພູເຂົາຄໍາ ວັນນະວົງໄຊ, ຫົວໜ້າກົມພາສີ                                                         ຫົວໜ້າ
  2. ທ່ານ ວົງຄຳແຫງ ວົງທະຈັກ, ຮອງຫົວໜ້າກົມພາສີ                                                 ຮອງຫົວໜ້າ
  3. ທ່ານ ນາງ ວຽງໄຊ ວັນສີລາລົມ, ຮອງຫົວໜ້າກົມອາຫານ ແລະ ຢາ                                   ຄະນະ
  4. ທ່ານ ສີທອງ ພິພັກຂະວົງ, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ                                 ຄະນະ
  5. ທ່ານ ປອ ສຸພາພອນ ອິນທະວົງ, ຮອງຫົວຫນ້າກົມປູກຝັງ                                             ຄະນະ

ມາດຕາ 2: ຄະນະກຳມະການຊີ້ນຳການບໍລິຫານຄວາມສ່ຽງສຳລັບໂຄງການທຶນສະຫນັບສະໜູນໂຄງການຍ່ອຍ

   ເພື່ອຊຸກຍູ້ວຽກງານອຳນວຍຄວາມສະດວກດ້ານການຄ້າມີໜ້າທີ່ດັ່ງນີ້:

 

  • ຄຸ້ມຄອງການຈັດຕັ້ງປະຕິບັດແຜນຍຸດທະສາດວຽກງານຄຸ້ມຄອງບໍລິຫານຄວາມສ່ຽງ: ໃຫ້ທິດຊີ້ນຳ ແລະ ວາງ ແຜນຍຸດທະສາດແກ່ຄວາມສ່ຽງທີ່ເປັນອັນຕະລາຍ, ທົບທວນບົດລາຍງານຄວາມສ່ຽງ ແລະ ວິເຄາະຂັ້ນຕອນ ບໍລິຫານຄວາມສ່ຽງ ແລະ ການຄຸ້ມຄອງຄວາມສ່ຽງພາຍໃນ, ຮັບຮອງແນວທາງນະໂຍບາຍການຄຸ້ມຄອງ ຄວາມສ່ຽງ; ກຳນົດທິດທາງເປົ້າໝາຍ; ເຜີຍແຜ່ນະໂຍບາຍວຽກງານບໍລິຫານຄວາມສ່ຽງ; ພັດທະນາຕົວຊີ້ວັດ ຄວາມສ່ຽງ; ຮັບປະກັນນະໂຍບາຍການຄຸ້ມຄອງຄວາມສ່ຽງທີ່ວາງອອກ, ຮັບປະກັນເຄື່ອງມືໃນການບໍລິຫານ ຄວາມສ່ຽງແກ່ຜູ້ບໍລິຫານລະດັບກາງ ແລະ ວິຊາການຜູ້ປະຕິບັດງານຕົວຈິງ.
  • ສ້າງຄູ່ມືແນະນຳໃນການຈັດຕັ້ງປະຕິບັດວຽກງານບໍລິຫານຄວາມສ່ຽງໃຫ້ແກ່ໜ່ວຍງານຂອງຕົນທີ່ປະຈຳຢູ່ດ່ານ ຢ່າງລະອຽດໂດຍສະເພາະມາດຕະຖານການດຳເນີນງານ SOP.
  • ເຊັນບົດບັນທຶກຄວາມເຂົ້າໃຈ MOU ຮ່ວມກັນຢ່າງເປັນທາງການກ່ຽວກັບການຈັດຕັ້ງປະຕິບັດວຽກງານ ບໍລິຫານຄວາມສ່ຽງ, ການກວດສອບຄືນພາຍຫຼັງການນຳເຂົ້າ ແລະ ມາດຕະການອື່ນໆທີ່ນອນໃນສັນຍາ WTO-TFA.

ມາດຕາ 3. ແຕ່ງຕັ້ງຄະນະປະສານງານວຽກງານບໍລິຫານຄວາມສ່ຽງບັນດາກົມ

  1. ທ່ານ ນາງ ທິບມະນີ ແກ້ວບູນພັນ, ຮອງຫົວໜ້າພະແນກ, ກົມພາສີ                                    ຫົວໜ້າ    
  2. ທ່ານ ສຸກສົມຄວນ ຈັນທະມາດ, ຫົວໜ້າພະແນກບໍລິຫານ, ກົມອາຫານ ແລະ ຢາ                   ຮອງຫົວໜ້າ
  3. ທ່ານ ສຸລິຍະສັກ ໃຈຍະວົງ, ຫົວໜ້າພະແນກສັດຕະວະແພດ, ກົມລ້ຽງສັດ ແລະ ການປະມົງ          ຮອງຫົວໜ້າ
  4. ທ່ານ ນາງ ທັດສະນະລິ ສະພັງທອງ, ຮັກສາການຫົວໜ້າພະແນກກັກກັນພືດ, ກົມປູກຝັງ             ຮອງຫົວໜ້າ
  5. ທ່ານ ນາງ ສຸກປະເສີດ ນະລືໂຄດ, ຮສກ ຫົວໜ້າຂະແໜງກວດສອບຄືນ ແລະ ບໍລິການຄວາມສ່ຽງ ກົມພາສີ     ຄະນະ
  6. ທ່ານ ນາງ ບົວຈັນ ທຳມະລັດ, ຮອງຫົວໜ້າພະແນກລະບຽບການ, ກົມປູກຝັງ                               ຄະນະ
  7. ທ່ານ ນາງ ພອນສະຫວັນ ພອນປະເສີດ, ຮອງຫົວໜ້າພະແນກລະບຽບການ, ກົມລ້ຽງສັດ ແລະ ການປະມົງ       ຄະນະ
  8. ທ່ານ ນາງ ວຽງມະນີ ລໍເບຼຍຍາວ, ຮອງຫົວໜ້າພະແນກເຄມີ, ຢາເສບຕິດ ແລະ ເຄື່ອງສຳອາງ                ຄະນະ

ມາຕຕາ 4. ໜ້າທີ່ຮັບຜິດຊອບຂອງຄະນະປະສານງານວຽກງານບໍລິຫານຄວາມສ່ຽງບັນດາກົມ

  • ເປັນສູນກາງໃນການຮັບຜິດຊອບເກັບກຳຂໍ້ມູນຄວາມສ່ຽງທັງໝົດເພື່ອນໍາມາວິເຄາະ, ວິໄຈ, ຈັດລະດັບຄວາມສ່ຽງ ແລະ ພັດທະນາປັບປຸງຂໍ້ມູນເພື່ອປ້ອນເຂົ້າໃນລະບົບ ອາຊິກູດາ ເຊິ່ງເປັນລະບົບການແຈ້ງພາສີທັນສະໃໝ.
  • ສະໜອງຂໍ້ມູນຄວາມສ່ຽງຂອງຂະແໜງການຕົນໃຫ້ແກ່ກົມພາສີເພື່ອສັງລວມ ເພື່ອປ້ອນເຂົ້າໃນລະບົບອາຊີກູດາ ຕາມຂັ້ນຕອນ ແລະ ໃຫ້ເຈົ້າໜ້າທີ່ຕາມດ່ານຊາຍແດນໄດ້ນໍາໃຊ້.
  • ປະສານສົມທົບກັນລະຫວ່າງຕະນະກຳມະການຄຸ້ມຄອງຄວາມສ່ຽງ ໃນການຄົ້ນຄ້ວາ ແລະ ປະເມີນບັນດາ ສິນຄ້າຊາຍແດນທີ່ມີຄວາມສ່ຽງສູງ ເພື່ອດຳເນີນການຕິດຕາມ ແລະ ກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
  • ໃຫ້ຄຳແນະນຳກ່ຽວກັບກົນໄກການດຳເນີນງານວຽກງານ ບໍລິຫານຄວາມສ່ຽງຕໍ່ພາກສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ທີ່ຢູ່ດ່ານ.
  • ເປັນເຈົ້າການຈັດກອງປະຊຸມ, ເຂົ້າຮ່ວມກອງປະຊຸມພາຍໃນ ແລະ ສາກົນ ປັບປຸງວຽກງານບໍລິຫານຄວາມສ່ຽງລວມໃຫ້ມີປະສິດທິຜົນ.
  • ປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດກອງປະຊຸມວິຊາການເພື່ອແລກປ່ຽນບົດຮຽນກ່ຽວກັບລະບຽບການສາກົນເພື່ອຄົ້ນຄວ້າ ແລະ ກະກຽມຂັ້ນຕອນໃນການປັບປຸງວຽກງານບໍລິຫານຄວາມສ່ຽງໃຫ້ມີປະສິດທິພາບ.
  • ລົງເກັບກຳຂໍ້ມູນບໍລິຫານຄວາມສ່ຽງຢູ່ບັນດາດ່ານຊາຍແດນ ເພື່ອເປັນບ່ອນອີງໃນການສັງລວມ ແລະ ຕັ້ງຄ່າຄວາມສ່ຽງໃສ່ໃນລະບົບອາຊີກູດາ ເພື່ອດໍາເນີນການວິເຄາະຂອງການແຈ້ງພາສີເປັນລາຍລະອຽດແຕ່ລະລະດັບໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບການເຄື່ອນໄຫວໃນປະຈຸບັນ.
  • ຈັດສຳມະນາ ແລະ ຝຶກອົບຮົມເຜີຍແຜ່ວຽກງານບໍລິຫານຄວາມສ່ຽງຊາຍແດນໃນຂອບເຂດທົ່ວປະເທດທີ່ນໍາໃຊ້ ລະບົບແຈ້ງພາສີແບບອີເລັກໂຕນິກ ສັງລວມລາຍງານຢ່າງເປັນປະຈໍາກ່ຽວກັບຄວາມຄືບໜ້າ ແລະ ຕີລາຄາຜົນການປັບປຸງວຽກງານບໍລິຫານຄວາມສ່ຽງ ເພື່ອຂໍທິດຊີ້ນຳຈາກແກ່ຄະນະຊີ້ນຳລວມ

ມາດຕາ 5. ບັນດາທ່ານທີ່ຖືກແຕ່ງຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້

   ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.

ມາດຕາ 6. ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນຕີກະຊວງການເງີນ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Decision to nominate Committees for risk management of the TFA Challenge Facility Fund, No.2034/MOF, date 27 April 2021. PDF
2 ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການບໍລິຫານຄວາມສ່ຽງຮ່ວມກັນ ສໍາລັບໂຄງການທຶນສະໜັບສະໜູນໂຄງການຍ່ອຍເພື່ອຊຸກຍູ້ວຽກງານອໍານວຍຄວາມສະດວກດ້ານການຄ້າ (TFA Challenge Facility), ເລກທີ 2034/ກງ, ລົງວັນທີ 27 ເມສາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.