ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ລັດຖະບານ

ເລກທີ 296/ ລບ

ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2021

 

ດຳລັດ

ວ່າດ້ວຍ ການຄ້າທາງເອເລັກໂຕຣນິກ

  • ອີງຕາມກົດໝາຍວ່າດ້ວຍ ລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ ສະບັບເລກທີ 20/ສພຊ, ລົງວັນທີ 07 ທັນວາ 2012;
  • ອີງຕາມກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, ລົງວັນທີ 12 ທັນວາ 2018;
  • ອີງຕາມກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010;
  • ອີງຕາມກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນທາງເອເລັກໂຕຣນິກ ສະບັບເລກທີ 25/ສພຊ, ລົງວັນທີ 12 ພຶດສະພາ 2017;
  • ອີງຕາມໜັງສືສະເໜີ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0073/ອຄ.ກນຄຕ, ລົງວັນທີ 02 ກຸມພາ 2021.

ລັດຖະບານ ອອກດຳລັດ:

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

   ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດ ຕາມ ກວດກາ ວຽກງານການຄ້າທາງເອເລັກໂຕຣນິກ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີການພັດທະນາ, ທັນສະໄໝ, ປອດໄພ ແລະ ເຊື່ອຖືໄດ້ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລູກຄ້າ ແລະ ຜູ້ຄ້າທາງເອເລັກໂຕຣນິກ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 ການຄ້າທາງເອເລັກໂຕຣນິກ

      ການຄ້າທາງເອເລັກໂຕຣນິກ ແມ່ນ ການຊື້ ຂາຍ, ການແລກປ່ຽນ ສິນຄ້າ ຫຼື ການບໍລິການ ລະຫວ່າງຜູ້ຄ້າ ແລະ ລູກຄ້າ ໂດຍນຳໃຊ້ຊ່ອງທາງເອເລັກໂຕຣນິກ.

ມາດຕາ 3 ການອະທິບາຍຄໍາສັບ

            ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຜູ້ຄ້າ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນການຂາຍ ສິນຄ້າ ຫຼື ການບໍລິການທາງເອເລັກໂຕຣນິກ;

2. ລູກຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຊື່, ຊົມໃຊ້ ສິນຄ້າ ຫຼື ການບໍລິການ ທາງເອເລັກໂຕຣນິກ;

3. ຊ່ອງທາງເອເລັກໂຕຣນິກ ໝາຍເຖິງ ເວັບໄຊ, ໂປຣແກຣມ ຫຼື ຊຸດຄຳສັ່ງອື່ນ ທີ່ນຳໃຊ້ເຂົ້າໃນການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ;

4. ເຈົ້າຂອງຊ່ອງທາງການຄ້າທາງເອເລັກໂຕຣນິກ ໝາຍເຖິງ ຜູ້ຄ້າ, ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງ ເວັບໄຊ ຫຼື ໂປຣແກຣມການຄ້າທາງເອເລັກໂຕຣນິກ;

5. ຄໍາສັ່ງຊື້ທາງເອເລັກໂຕຣນິກ (Online Ordering Function) ໝາຍເຖິງ ຄໍາສັ່ງທີ່ຖືກຕິດຕັ້ງ ໃນຊ່ອງທາງການຄ້າທາງເອເລັກໂຕຣນິກ ຫຼື ອຸປະກອນຮັບ ແລະ ສົ່ງຂໍ້ມູນໃດໜຶ່ງ ທີ່ເຊື່ອມຕໍ່ເຂົ້າ ກັບຊ່ອງທາງການຄ້າທາງເອເລັກໂຕຣນິກ ເພື່ອເຮັດໃຫ້ຜູ້ຊື້ສາມາດລິເລີ່ມສ້າງສັນຍາການຄ້າທາງ ເອເລັກໂຕຣນິກຕາມເງື່ອນໄຂທີ່ລະບຸໄວ້ໃນຊ່ອງທາງການຄ້າທາງເອເລັກໂຕຣນິກ;

6. ຕະຫຼາດທາງເອເລັກໂຕຣນິກ (Electronic Marketplace) ໝາຍເຖິງ ຊ່ອງທາງການຄ້າເອ ເລັກໂຕຣນິກ ທີ່ ບຸກຄົນ ຫຼື ນິຕິບຸກຄົນ ສ້າງຂຶ້ນ ເພື່ອໃຫ້ບໍລິການ ແກ່ ຜູ້ຊື້ ຂາຍ ສິນຄ້າ ຫຼື ການບໍລິການ ທາງເອເລັກໂຕຣນິກ.

ມາດຕາ 4 ຫຼັກການກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ

            ວຽກງານການຄ້າທາງເອເລັກໂຕຣນິກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

            1. ຮັບປະກັນຄວາມສອດຄ່ອງ ກັບແນວທາງນະໂຍບາຍ, ກົດໝາຍ ແລະ ແຜນພັດທະນາກິດ-ສັງຄົມແຫ່ງຊາດ;

2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນທົ່ວປະເທດ;

3. ຮັບປະກັນຄວາມວ່ອງໄວ, ທັນສະໄໝ, ສະເໝີພາບ, ຍຸຕິທຳ ແລະ ປອດໄພ;

4. ສອດຄ່ອງ ກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 5 ຂອບເຂດການນຳໃຊ້

ດໍາລັດສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ການຄ້າເອເລັກໂຕຮນິກ ຢູ່ ສປປ ລາວ.

 

ພາກທີ II

ຮູບແບບການຄ້າທາງເອເລັກໂຕຣນິກ

ມາດຕາ 6 ຮູບແບບການຄ້າທາງເອເລັກໂຕຣນິກ

     ການຄ້າທາງເອເລັກໂຕຣນິກ ມີ ສາມ ຮູບແບບ ດັ່ງນີ້:

                 1. ການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ;

                 2. ການຄ້າໃນຕະຫຼາດທາງເອເລັກໂຕຣນິກ;

     3. ການໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ.

ມາດຕາ 7  ການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ

 ການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ແມ່ນ ການທີ່ຜູ້ຄ້າ ສ້າງຊ່ອງທາງເອເລັກໂຕຣນິກ ເພື່ອນຳໃຊ້ເຂົ້າໃນການດຳເນີນທຸລະກິດຂອງຕົນ.

             ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນການຄ້າທາງເອເລັກໂຕຣນິກໃນຮູບແບບຜ່ານຊ່ອງທາງເອ    ເລັກໂຕຣນິກຂອງຕົນ ຕ້ອງແຈ້ງໃຫ້ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເກັບກຳຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ.

ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນການຄ້າທາງເອເລັກໂຕຣນິກໃນຮູບແບບຜ່ານຊ່ອງທາງເອເລັກໂຕຣ ນິກຂອງຕົນ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດ, ກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ.

ມາດຕາ 8  ການຄ້າໃນຕະຫຼາດທາງເອເລັກໂຕຣນິກ

  ການຄ້າໃນຕະຫຼາດທາງເອເລັກໂຕຣນິກ ແມ່ນ ການທີ່ຜູ້ຄ້າ ດໍາເນີນທຸລະກິດໃນຕະຫຼາດບາງເອເລັກໂຕຣນິກ ໂດຍເສຍຄ່າບໍລິການ ຫຼື ສິ່ງຕອບແທນອື່ນ ແກ່ຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ.

 ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດໍາເນີນທຸລະກິດໃນຕະຫຼາດທາງເອເລັກໂຕຣນິກໃດໜຶ່ງ ຕ້ອງ ແຈ້ງໃຫ້ຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ ແລະ ຕ້ອງປະຕິບັດລະບຽບຂອງຕະຫຼາດດັ່ງກ່າວ.

 ບຸກຄົນ ຫຼື ນິຕິບຸກຄົນ ທີ່ດໍາເນີນທຸລະກິດໃນຕະຫຼາດທາງເອເລັກໂຕຣນິກ ຢູ່ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍ ວິສາຫະກິດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 9  ການໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ

 ການໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ແມ່ນ ການທີ່ຜູ້ດຳເນີນທຸລະກິດ ສ້າງຊ່ອງທາງການຄ້າ ທາງເອເລັກໂຕຣນິກຂຶ້ນ ເພື່ອໃຫ້ບໍລິການແກ່ຜູ້ຄ້າອື່ນ ດຳເນີນທຸລະກິດໂດຍຮຽກເກັບຄ່າບໍລິການ ຫຼື ສິ່ງຕອບ ແທນອື່ນ.

ບຸກຄົນ ຫຼື ນິຕິບຸກຄົນ ທີ່ດໍາເນີນທຸລະກິດໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ຕ້ອງຂໍອະນຸຍາດ

ຈາກກະຊວງອຸດສາຫະກຳ ແລະ ການຄ້າ ກ່ອນດໍາເນີນການເຄື່ອນໄຫວ ແລະ ຕ້ອງແຈ້ງຂໍ້ມູນຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກຂອງຕົນ ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ.

ບຸກຄົນ ຫຼື ນິຕິບຸກຄົນຕ່າງປະທດ ສາມາດດໍາເນີນທຸລະກິດໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ໃນ ສປປ ລາວ ໄດ້ ແຕ່ສາມາດຖືຮຸ້ນໄດ້ ສູງສຸດບໍ່ເກີນ ເກົ້າສິບ ສ່ວນຮ້ອຍ ແລະ ຕ້ອງມີທຶນຈົດທະບຽນ ແຕ່ ສິບຕື້ ກີບ ຂຶ້ນໄປ.

 

ພາກທີ III

ການແຈ້ງ ແລະ ການຂໍອະນຸຍາດ

ໝວດທີ I

ການແຈ້ງການຄ້າທາງເອເລັກໂຕຣນິກ

ມາດຕາ 10 ການແຈ້ງການຄ້າທາງເອເລັກໂຕຣນິກ

              ການແຈ້ງການຄ້າທາງເອເລັກໂຕຣນິກ ແມ່ນ ການສະໜອງຂໍ້ມູນ ຂອງບຸກຄົນ ຫຼື ນິຕິບຸກຄົນ ທີ່ດໍາ

ເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເກັບກໍາຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ.

         ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ດຳເນີນການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ຫຼື ການຄ້າໃນ ຕະຫຼາດທາງເອເລັກໂຕຣນິກ ກ່ອນດຳລັດສະບັບນີ້ ຕ້ອງແຈ້ງການດໍາເນີນທຸລະກິດ ພາຍໃນ ເກົ້າສິບ ວັນ ນັບແຕ່ ວັນທີ່ດໍາລັດສະບັບນີ້ມີຜົນບັງຄັບໃຊ້ ເປັນຕົ້ນໄປ. ຖ້າບໍ່ມາແຈ້ງຕາມກຳນົດເວລາດັ່ງກ່າວ ຈະຖືກປະຕິບັດມາດ ຕະການ ຕາມທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.

ມາດຕາ 11 ເອກະສານປະກອບການແຈ້ງການຄ້າທາງເອເລັກໂຕຣນິກ

   ເອກະສານປະກອບການແຈ້ງການທາງເອເລັກໂຕຣນີກ ມີ ດັ່ງນີ້

   ກ. ສຳລັບຫົວໜ່ວຍທຸລະກິດ:

1. ຄຳຮ້ອງ ຕາມແບບພິມຂອງກະຊວງອຸດສາຫະກຳ ແລະ ການຄ້າ;

2. ສຳເນົາໃບທະບຽນວິສາຫະກິດ ຍົກເວັ້ນຫົວໜ່ວຍທຸລະກິດທີ່ບໍ່ຈຳເປັນຕ້ອງຂຶ້ນທະບຽນ;

3. ວິສາຫະກິດ ຕາມກົດໝາຍວ່າດ້ວຍ ວິສາຫະກິດ;

4. ສຳເນົາໃບອະນຸຍາດດຳເນີນທຸລະກິດ ຖືເປັນກິດຈະການທີ່ຕ້ອງຂໍອະນຸຍາດ;

5. ສໍາເນົາເອກະສານຢັ້ງຢືນການນໍາໃຊ້ບໍລິການຊຳລະ ຢູ່ ສປປ ລາວ.

ຂ. ສໍາລັບບຸກຄົນ:

1. ຄຳຮ້ອງ ຕາມແບບພິມຂອງກະຊວງອຸດສາຫະກຳ ແລະ ການຄ້າ;

2. ສຳເນົາບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ;

3. ໃບຢັ້ງຢືນທີ່ຢູ່;

4. ສຳເນົາເອກະສານຢັ້ງຢືນການນໍາໃຊ້ບໍລິການຊຳລະຢູ່ ສປປ ລາວ.

ມາດຕາ 12 ການຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ

 ການຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ແມ່ນ ການຮັບຮູ້ເປັນທາງການ ໂດຍຂະແໜງການອຸດ ສາຫະກຳ ແລະ ການຄ້າ ຕໍ່ການດໍາເນີນການຄ້າທາງເອເລັກໂຕຣນິກ ຂອງບຸກຄົນ ຫຼື ນິຕິບຸກຄົນ.

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກໍານົດໃນມາດຕາ II ຂອງດໍາລັດສະບັບນີ້ ຂະແໜງການອຸດສາຫະກຳ ແລະ ການຄ້າ ຕ້ອງພິຈາລະນາອອກໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກພາຍໃນ ສາມ ວັນ ລັດຖະການ.

ມາດຕາ 13 ການນໍາໃຊ້ ແລະ ອາຍຸການນໍາໃຊ້ ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ

 ການນໍາໃຊ້ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ຂອງບຸກຄົນ ຫຼື ນິຕິບຸກຄົນ ຕ້ອງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຈຸດປະສົງຂອງການແຈ້ງ ແລະ ບໍ່ສາມາດມອບໂອນ ຫຼື ໃຫ້ບຸກຄົນອື່ນນຳໃຊ້ແທນ.   

       ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ມີອາຍຸການ ນຳໃຊ້ ສອງ ປີ ແລະ ສາມາດຕໍ່ອາຍຸການນຳໃຊ້ໄດ້ ຊຶ່ງຜູ້ທີ່ມີຈຸດປະສົງສືບຕໍ່ ດຳເນີນທຸລະກິດ ຕ້ອງຍື່ນຄຳຮ້ອງ ຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າຢ່າງ ໜ້ອຍສາມສິບ ວັນ ກ່ອນ ໃບຢັ້ງຢືນໝົດອາຍຸການນໍາໃຊ້.

ໝວດທີ 2

ການຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

ມາດຕາ 14 ການຂໍອະນຸຍາດດໍາເນີນທຸລະກິດ ການຄ້າທາງເອເລັກໂຕຣນິກ

ການຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ແມ່ນການສະເໜີຂໍສິດໃນການດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ສະເພາະການໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ.

 ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ດຳເນີນທຸລະກິດໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ກ່ອນດຳລັດສະບັບນີ້ ຕ້ອງຂໍອະນຸຍາດດໍາເນີນທຸລະກິດ ພາຍໃນ ເກົ້າສິບ ວັນ ນັບແຕ່ວັນທີ່ລັດສະບັບນີ້ມີຜົນບັງຄັບໃຊ້ເປັນຕົ້ນໄປ. ຖ້າບໍ່ມາຂໍອະນຸຍາດດຳເນີນທຸລະກິດ ຕາມກຳນົດເວລາດັ່ງກ່າວ ຈະຖືກປະຕິບັດມາດຕະການ ຕາມ ທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.

 

ມາດຕາ 15 ເອກະສານປະກອບການຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

 ເອກະສານປະກອບການຂໍອະນຸຍາດດໍາເນີນທຸລະກິດ ການຄ້າທາງເອເລັກໂຕຣນິກ ມີດັ່ງນີ້:

1. ຄຳຮ້ອງ ຕາມແບບພິມຂອງກະຊວງອຸດສາຫະກຳ ແລະ ການຄ້າ;

2. ສໍາເນົາໃບທະບຽນວິສາຫະກິດ;

3. ແຜນດຳເນີນທຸລະກິດ;

4. ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ຂອງຊ່ອງທາງການຄ້າທາງເອເລັກໂຕຣນິກຈາກກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;

5. ໃບອະນຸຍາດນໍາໃຊ້ບໍລິການຊຳລະທາງເອເລັກໂຕຣນິກ ຕາມລະບຽບການສະເພາະທີ່ທະນາຄານແຫ່ງ ສປປ ລາວ ກຳນົດ.

ມາດຕາ 16 ການພິຈາລະນາອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

              ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງພິຈາລະນາການຂໍອະນຸຍາດ ດຳເນີນທຸລະກິດໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ແລະ ອອກໃບອະນຸຍາດ ພາຍໃນເວລາ ຫ້າ ວັນ ລັດຖະການ ນັບແຕ່ວັນໄດ້ຮັບ ເອກະສານປະກອບຄົບຖ້ວນ ແລະ ຖືກຕ້ອງ ເປັນຕົ້ນໄປ.ໃນກໍລະນີປະຕິເສດການຮ້ອງຂໍ ຕ້ອງແຈ້ງ ຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນພາຍໃນກຳນົດເວລາດັ່ງກ່າວ.

              ໃນເວລາພິຈາລະນາການຂໍອະນຸຍາດ ດຳເນີນທຸລະກິດໃຫ້ບໍລິການຕະຫຼາດເອເລັກໂຕຣນິກ ຖ້າເຫັນວ່າມີຄວາມຈຳເປັນ ກະຊວງອຸດສາຫະກຳ ແລະ ການຄ້າ ມີສິດທວງເອົາເອກະສານ ແລະ ຂໍ້ມູນເພີ່ມຕື່ມ ຈາກຜູ້ຮ້ອງ ຂໍ ຫຼື ເຊີນພາກສ່ວນທີ່ກ່ຽວຂ້ອງ ມາປຶກສາຫາລື.

ມາດຕາ 17 ການນຳໃຊ້ ແລະ ອາຍຸການນໍາໃຊ້ ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

             ການນໍາໃຊ້ໃບອະນຸຍາດ ດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ຂອງບຸກຄົນ ຫຼື ນິຕິບຸກຄົນຕ້ອງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຈຸດປະສົງຂອງການຂໍອະນຸຍາດ ແລະ ບໍ່ສາມາດ ມອບ, ໂອນ ຫຼື ໃຫ້ບຸກຄົນອື່ນ ນຳໃຊ້ແທນ.

            ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ມີອາຍຸການນໍາໃຊ້ ສາມ ປີສາມາດຕໍ່ອາຍຸ ການນໍາໃຊ້ໄດ້ ຊຶ່ງຜູ້ທີ່ມີຈຸດປະສົງສືບຕໍ່ດຳເນີນທຸລະກິດ ຕ້ອງຍື່ນຄໍາຮ້ອງຕໍ່ກະຊວງອຸດສາຫະກຳ ແລະ ການຄ້າຢ່າງໜ້ອຍ ສາມສິບ ວັນ ກ່ອນໃບອະນຸຍາດໝົດອາຍຸການນຳໃຊ້.

 

ພາກທີ IV

ສັນຍາການຄ້າທາງເອເລັກໂຕຣນິກ

ໝວດທີ 1

ສັນຍາການຄ້າທາງເອເລັກໂຕຣນິກ

ມາດຕາ 18 ສັນຍາການຄ້າທາງເອເລັກໂຕຣນິກ

ສັນຍາການຄ້າທາງເອເລັກໂຕຣນິກ ແມ່ນ ການຕົກລົງ ລະຫວ່າງຜູ້ຄ້າ ແລະ ລູກຄ້າ ໃນການຊື້ ຂາຍ, ແລກປ່ຽນ ສິນຄ້າ ຫຼື ການບໍລິການ ທາງເອເລັກໂຕຣນິກ ຊຶ່ງປະກອບມີ ສອງ ຮູບແບບຕົ້ນຕໍ ດັ່ງນີ້:

1. ສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້;

 2. ສັນຍາການຄ້າທາງເອເລັກໂຕຣນິກຜ່ານສື່ສັງຄົມອອນລາຍ.

ມາດຕາ 19 ການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກ

  ການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກ ແມ່ນ ການສະແດງເຈດຈຳນົງຂອງລູກຄ້າ ໃນການ ສັ່ງຊື້ ສິນຄ້າ ຫຼື ການບໍລິການຜ່ານລະບົບສັ່ງຊື້ທາງເອເລັກໂຕຣນິກ ຫຼື ຜ່ານບັນຊີສີສັງຄົມອອນລາຍຂອງຕົນຕາມຂໍ້ມູນ ແລະ ເງື່ອນໄຂທີ່ຜູ້ຄ້າ ກໍານົດໄວ້ໃນຊ່ອງທາງເອເລັກໂຕຣນິກ.

  ການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກຂອງລູກຄ້າ ຕ້ອງດໍາເນີນໃນຮູບແບບທີ່ເໝາະສົມທີ່ສາມາດນໍາມາ ບັນທຶກ, ພິມ ຫຼື ສະແດງ ໃນລະບົບຂໍ້ມູນຂ່າວສານ ຂອງຜູ້ຄ້າ ຫຼື ລູກຄ້າ ໄດ້ໃນພາຍຫຼັງ.

ມາດຕາ 20 ການຕອບຮັບ ຫຼື ການປະຕິເສດ ການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກ

          ການຕອບຮັບສັນຍາການຄ້າທາງເອເລັກໂຕຣນິກ ແມ່ນ ຜູ້ຄ້າ ຢືນຢັນ ແລະ ຕອບຮັບ ການສະເໜີສ້າງສັນຍາຂອງລູກຄ້າ ຜ່ານລະບົບຄຳສັ່ງຊື້ທາງເອເລັກໂຕຣນິກ ຫຼື ຜ່ານບັນຊີສື່ສັງຄົມອອນລາຍຂອງຕົນ

          ການປະຕິເສດສັນຍາການຄ້າທາງເອເລັກໂຕຣນິກ ແມ່ນ ຜູ້ຄ້າ ບໍ່ຢືນຢັນ ຫຼື ປະຕິເສດການສະເໜີ ສ້າງສັນຍາຂອງລູກຄ້າ ຜ່ານລະບົບຄຳສັ່ງຊື່ທາງເອເລັກໂຕຣນິກ ຫຼື ຜ່ານບັນຊີທີ່ສັງຄົມອອນລາຍຂອງຕົນ.

  ການຕອບຮັບ ຫຼື ປະຕິເສດ ຕໍ່ຂໍ້ສະເໜີການສ້າງສັນຍາການຄ້າທາງເອເລັກໂຕຣນິກ ຂອງລູກຄ້າຕ້ອງ ດຳເນີນໃນຮູບແບບ ທີ່ເໝາະສົມ ທີ່ສາມາດນໍາມາ ບັນທຶກ, ພິມ ແລະ ສະແດງ ໃນລະບົບຂໍ້ມູນຂ່າວສານຂອງຜູ້ ຄ້າ ຫຼື ລູກຄ້າໄດ້ໃນພາຍຫຼັງ.

ມາດຕາ 21 ການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກທີ່ເປັນໂມຄະ

  ການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກ ຈະເປັນໂມຄະໃນກໍລະນີໃດໜຶ່ງ ດັ່ງນີ້:

1. ຜູ້ຄ້າບໍ່ຕອບກັບ ພາຍໃນເວລາ ທີ່ກຳນົດໄວ້ໃນຊ່ອງທາງການຄຳເອເລັກໂຕຣນິກ. ໃນກໍລະນີບໍ່ໄດ້ ກໍານົດເວລາ ການສະເໜີສ້າງສັນຍາຈະເປັນໂມຄະ ພາຍໃນ ສິບສອງ ຊົ່ວໂມງ;

2. ຜູ້ຄ້າປະຕິເສດຂໍ້ສະເໜີສ້າງສັນຍາຂອງລູກຄ້າ;

3. ລູກຄ້າຍົກເລີກການສະເໜີສ້າງສັນຍາຂອງຕົນ ກ່ອນໄດ້ຮັບການຕອບກັບ.

ມາດຕາ 22 ຜົນສັກສິດຂອງສັນຍາການຄ້າທາງເອເລັກໂຕຣນິກ

                 ສັນຍາການຄ້າທາງເອເລັກໂຕຣນິກ ທີ່ສ້າງຜ່ານລະບົບຄຳສັ່ງຊື່ທາງເອເລັກໂຕຣນິກ ຫຼື ຜ່ານສື່ສັງຄົມອອນລາຍ ຈະມີຜົນສັກສິດກໍຕໍ່ເມື່ອ ຜູ້ຄ້າໄດ້ຕອບຮັບຂໍ້ສະເໜີສ້າງສັນຍາຂອງລູກຄ້າ ຕາມເງື່ອນໄຂ ແລະ ເວລາທີ່ກໍານົດ.

ມາດຕາ 23 ການປ່ຽນແປງສັນຍາການຄ້າທາງເອເລັກໂຕຣນິກ

ຄູ່ສັນຍາສາມາດປ່ຽນແປງສັນຍາການທາງເອເລັກໂຕຣນິກ ຕາມການຕົກລົງເຫັນດີຂອງຄູ່ສັນຍາ ຊຶ່ງການປ່ຽນແປງນັ້ນ ຈະມີຜົນກໍຕໍ່ເມື່ອຖືກດຳເນີນຕາມຂັ້ນຕອນ ການສະເໜີ ແລະ ການຕອບຮັບສັນຍາການ ຄ້າທາງເອເລັກໂຕຣນິກ ຫຼື ວິທີການອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 24 ການສິ້ນສຸດສັນຍາການຄ້າທາງເອເລັກໂຕຣນິກ

  ສັນຍາການຄ້າທາງເອເລັກໂຕຣນິກ ຈະສິ້ນສຸດລົງເມື່ອຄູ່ສັນຍາໄດ້ປະຕິບັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມສັນຍາ ຫຼື ຕາມກໍລະນີອື່ນ ທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 25 ການລະເມີດສັນຍາການຄ້າທາງເອເລັກໂຕຣນິກ

           ການລະເມີດສັນຍາການຄ້າທາງເອເລັກໂຕຣນິກ ແມ່ນ ການບໍ່ປະຕິບັດຕາມສັນຍາ ທັງໝົດ ຫຼື ບາງສ່ວນ ເຊັ່ນ ບໍ່ຖືກຄຸນລັກສະນະຂອງສິນຄ້າ ຫຼື ການບໍລິການບໍ່ປະຕິບັດຕາມເວລາ, ສະຖານທີ່ ທີ່ກຳນົດໄວ້ໃນສັນຍາ ຫຼື ປະຕິເສດການປະຕິບັດສັນຍາ.

           ໃນກໍລະນີຄູ່ສັນຍາຝ່າຍໃດໜຶ່ງ ຫາກລະເມີດສັນຍາ ຝ່າຍທີ່ລະເມີດສັນຍານັ້ນ ຕ້ອງຮັບຜິດຊອບໃຊ້ ແທນຄ່າເສຍຫາຍທີ່ເກີດຂຶ້ນ ເວັ້ນເສຍແຕ່ການລະເມີດສັນຍານັ້ນ ຫາກເກີດຂຶ້ນຍ້ອນເຫດສຸດວິໄສ.

ໝວດທີ 2

ສັນຍາການຄ້າທາງເອເລັກໂຕຣນີກຜ່ານລະບົບຄຳສັ່ງຊື້

ມາດຕາ 26 ສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້

  ສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້ ແມ່ນ ການຕົກລົງ ລະຫວ່າງຜູ້ຄ້າ ແລະ ລູກຄ້າ ໃນການຊື້ ຂາຍ,ການແລກປ່ຽນ ສິນຄ້າ ຫຼື ການບໍລິການ ທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້ ທີ່ທາງເຈົ້າຂອງຊ່ອງທາງເອເລັກໂຕຣນິກສ້າງຂຶ້ນ.

ມາດຕາ 27 ເນື້ອໃນຂອງສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້

  ສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້ ມີເນື້ອໃນຕົ້ນຕໍ ດັ່ງນີ້:

1. ຊື່ ຂອງສິນຄ້າ ຫຼື ການບໍລິການ,ຂະໜາດ, ປະເພດ ແລະ ລາຍລະອຽດສຳຄັນອື່ນ ຕາມສະຫຼາກ ຂອງສິນຄ້າ ຫຼື ການບໍລິການ;

2. ວິທີການ ແລະ ເວລາໃນການຊໍາລະ, ການນໍາສົ່ງສິນຄ້າ ຫຼື ສະໜອງການບໍລິການ;

3. ລາຄາ ຂອງສິນຄ້າ ຫຼື ການບໍລິການ, ມູນຄ່າລວມ ຂອງການສັ່ງຊື້ສິນຄ້າ ຫຼື ການບໍລິການ;

4. ເງື່ອນໄຂ ຂອງການປ່ຽນແປງ, ລະເມີດ ຫຼື ສິ້ນສຸດ;

5. ເງື່ອນໄຂ, ກຳນົດເວລາ ໃນການສະເໜີ ແລະ ແຈ້ງຕອບການຍົກເລີກສັນຍາ;

6. ຊື່, ທີ່ຢູ່, ເບີໂທ, ອີເມລ ແລະ ຂໍ້ມູນອື່ນ ຂອງລູກຄ້າ.

ຂໍ້ມູນໃນຂໍ້ I ທີ່ຕິດພັນກັບຄຸນະພາບ ຂອງສິນຄ້າ ຫຼື ການບໍລິການ ຕ້ອງແມ່ນອັນດຽວກັບຂໍ້ມູນ ທີ່ໄດ້ສະແດງໃນຊ່ອງທາງການຄ້າທາງເອເລັກໂຕຣນິກ ໃນເບື້ອງຕົ້ນ.

ຂໍ້ມູນຂ້າງເທິງ ຕ້ອງສາມາດ ບັນທຶກ, ພິມ ແລະ ສະແດງ ໃນລະບົບຂໍ້ມູນຂ່າວສານທາງເອເລັກໂຕຣນິກຂອງລູກຄ້າ ຊຶ່ງສາມາດເຂົ້າເຖິງໄດ້ໃນພາຍຫຼັງ.

ມາດຕາ 28 ການທົບທວນ ແລະ ຢືນຢັນການສະເໜີສ້າງສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄຳສັ່ງຊື້

ເຈົ້າຂອງຊ່ອງທາງການຄ້າທາງເອເລັກໂຕຣນິກ ຕ້ອງມີກົນໄກໃຫ້ລູກຄ້າ ສາມາດກວດຄືນ, ເພີ່ມເຕີມ,ປັບປຸງ, ຢືນຢັນ ຫຼື ຍົກເລີກ ການສະເໜີສ້າງສັນຍາ ກ່ອນທີ່ລູກຄ້າ ຈະດໍາເນີນການສົ່ງຂໍ້ສະເໜີດັ່ງກ່າວ ຜ່ານລະ ບົບຄໍາສັ່ງຊື້ທາງເອເລັກໂຕຣນິກ.

ມາດຕາ 29 ການຍົກເລີກສັນຍາການຄ້າທາງເອເລັກໂຕຣນິກຜ່ານລະບົບຄໍາສັ່ງຊື້

ເຈົ້າຂອງຊ່ອງທາງການຄ້າທາງເອເລັກໂຕຣນິກ ຕ້ອງມີກົນໄກໃຫ້ລູກຄ້າ ສາມາດແຈ້ງຍົກເລີກສັນຍາ ຜ່ານຊ່ອງທາງເອເລັກໂຕຣນິກ ຫຼື ຊ່ອງທາງອື່ນ ທີ່ສາມາດບັນທຶກ ແລະ ສະແດງຂໍ້ມູນ ກ່ຽວກັບການແຈ້ງຍົກເລີກສັນຍາ.

ຜູ້ຄ້າ ຕ້ອງແຈ້ງຕອບການສະເໜີຍົກເລີກສັນຍາຂອງລູກຄ້າ, ໃນກໍລະນີທີ່ ຜູ້ຄ້າ ບໍ່ແຈ້ງຕອບພາຍໃນ ເວລາ ຕາມທີ່ກຳນົດໄວ້ໃນສັນຍາ ຫຼື ໃນຊ່ອງທາງການຄ້າເອເລັກໂຕຣນິກ ໃຫ້ຖືວ່າສັນຍານັ້ນຖືກຍົກເລີກ.

ເຈົ້າຂອງຊ່ອງທາງການຄ້າທາງເອເລັກໂຕຣນິກ ຕ້ອງສະແດງຂໍ້ມູນ ຢ່າງຄົບຖ້ວນ, ຈະແຈ້ງ ແລະ ໂປ່ງ ໃສ ກ່ຽວກັບຂັ້ນຕອນ ແລະ ຂະບວນການໃນການຍົກເລີກສັນຍາ ຊຶ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:

               1. ຜົນສະທ້ອນຂອງການຍົກເລີກສັນຍາ;

2. ວັນ ແລະ ເວລາ ຂອງການຍົກເລີກສັນຍາ ແລະ ວິທີການຊໍາລະຄ່າບໍລິການປັບໃໝ.

ໝວດທີ 3

ສັນຍາການຄ້າທາງເອເລັກໂຕຣນິກຜ່ານສື່ສັງຄົມອອນລາຍ

ມາດຕາ 30 ສັນຍາການຄ້າທາງເອເລັກໂຕຣນິກຜ່ານສື່ສັງຄົມອອນລາຍ

 ສັນຍາການຄ້າທາງເອເລັກໂຕຣນິກຜ່ານສື່ສັງຄົມອອນລາຍ ແມ່ນ ສັນຍາທີ່ຜູ້ຄ້າ ແລະ ລູກຄ້າ ໄດ້ມີ ການສື່ສານ ແລະ ຕົກລົງກັນ ເພື່ອຊື້ ຂາຍ, ແລກປ່ຽນ ສິນຄ້າ ຫຼື ການບໍລິການ ຜ່ານສື່ສັງຄົມອອນລາຍ.

ມາດຕາ 31 ເນື້ອໃນຂອງສັນຍາການຄ້າທາງເອເລັກໂຕຣນິກຜ່ານສື່ສັງຄົມອອນລາຍ

ສັນຍາການຄ້າທາງເອເລັກໂຕຣນິກ ຜ່ານສື່ສັງຄົມອອນລາຍ ມີເນື້ອໃນຕົ້ນຕໍ ດັ່ງນີ້:

1. ຊື່ຂອງສິນຄ້າ ຫຼື ການບໍລິການ, ຂະໜາດ, ປະເພດ ແລະ ລາຍລະອຽດສຳຄັນອື່ນ ຕາມສະຫຼາກ ຂອງສິນຄ້າ ຫຼື ການບໍລິການ;

2. ວິທີການ ແລະ ເວລາ ໃນການຊຳລະ, ການນຳສົ່ງສິນຄ້າ ຫຼື ສະໜອງການບໍລິການ;

3. ລາຄາຂອງສິນຄ້າ ຫຼື ການບໍລິການ;

4. ເງື່ອນໄຂຂອງການປ່ຽນແປງ, ລະເມີດ ຫຼື ສິ້ນສຸດ;

5. ເງື່ອນໄຂ, ກຳນົດເວລາໃນການສະເໜີ ແລະ ແຈ້ງຕອບ ການຍົກເລີກສັນຍາ.

ຂໍ້ມູນໃນຂໍ້ 1 ທີ່ຕິດພັນກັບກັບຄຸນນະພາບ ຂອງສິນຄ້າ ຫຼື ການບໍລິການ ຕ້ອງແມ່ນອັນດຽວກັບຂໍ້ມູນ

ໄດ້ສະແດງໃນຊ່ອງທາງການຄ້າທາງເອເລັກໂຕຣນິກ ໃນເບື້ອງຕົ້ນ.

ຂໍ້ມູນຂ້າງເທິງ ຈະຕ້ອງສາມາດ ບັນທຶກ, ພິມ ແລະ ສະແດງ ໃນບັນຊີສື່ສັງຄົມອອນລາຍ ຂອງຜູ້ຄ້າ ຫຼື ລູກຄ້າ ຊຶ່ງສາມາດເຂົ້າເຖິງໄດ້ໃນພາຍຫຼັງ.

ພາກທີ V

ການສະໜອງ ແລະ ການປົກປ້ອງຂໍ້ມູນ ໃນຊ່ອງທາງການຄ້າທາງເອເລັກໂຕຣນິກ

ມາດຕາ 32 ການສະໜອງຂໍ້ມູນ

      ການສະໜອງຂໍ້ມູນ ແມ່ນ ການສະແດງຂໍ້ມູນຕົວຈິງ ກ່ຽວກັບສິນຄ້າ ຫຼື ການບໍລິການ ແລະ ເງື່ອນໄຂ ຂອງການຊື້ ຂາຍ,ການແລກປ່ຽນ ສິນຄ້າ ຫຼື ການບໍລິການ ໃນຊ່ອງທາງການຄ້າທາງເອເລັກໂຕຣນິກ.

ມາດຕາ 33 ເນື້ອໃນການສະໜອງຂໍ້ມູນ

ການສະໜອງຂໍ້ມູນ ຕ້ອງຮັບປະກັນ ຄວາມຈະແຈ້ງລະອຽດ, ຄົບຖ້ວນ, ຖືກຕ້ອງ, ທັນກັບເຫດການ, ເຂົ້າໃຈໄດ້ງ່າຍ ແລະ ເຊື່ອຖືໄດ້.

ຜູ້ຄ້າ ຕ້ອງສະໜອງຂໍ້ມູນ ໃນເວລາວາງຈຳໜ່າຍສິນຄ້າ ຫຼື ການບໍລິການ ທີ່ມີເນື້ອໃນຕົ້ນຕໍ ດັ່ງນີ້:

1.  ຂໍ້ມູນ ກ່ຽວກັບຜູ້ດໍາເນີນທຸລະກິດ ເປັນຕົ້ນ ຊື່, ທີ່ຢູ່ຖາວອນ, ຂໍ້ມູນຕິດຕໍ່, ໃບທະບຽນວິສາຫະກິດ ຫຼື ໃບ ອະນຸຍາດດໍາເນີນທຸລະກິດ;

2.  ຂໍ້ມູນ ກ່ຽວກັບສິນຄ້າ ຫຼື ການບໍລິການ ເປັນຕົ້ນ ຂະໜາດ, ສີ, ຮູບປະພັນ ແລະ ລັກສະນະສະເພາະ ອື່ນ ໃຫ້ຖືກຕ້ອງຕາມສະຫຼາກ;

3.  ຂໍ້ມູນ ກ່ຽວກັບລາຄາ ເປັນຕົ້ນ ລາຄາສິນຄ້າ ຫຼື ການບໍລິການ ຕໍ່ຫົວຫນ່ວຍ ຫຼື ຕໍ່ຄັ້ງ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ;

4.  ຂໍ້ມູນ ກ່ຽວກັບການຈັດສົ່ງ ເປັນຕົ້ນ ຮູບແບບການຈັດສົ່ງ, ເວລາກໍານົດ ແລະ ມູນຄ່າການຈັດສົ່ງ;

5.  ຂໍ້ມູນ ກ່ຽວກັບການຊຳລະ ເປັນຕົ້ນ ຮູບແບບການຊຳລະ ແລະ ໄລຍະເວລາການຊຳລະ;

6.  ຂໍ້ມູນ ກ່ຽວກັບຄວາມພໍໃຈຂອງລູກຄ້າ ເປັນຕົ້ນ ເນື້ອໃນ ແລະ ຈຳນວນ ຄຳເຫັນຂອງລູກຄ້າຕໍ່ກັບ ສິນຄ້າ ແລະ ການບໍລິການ ສຳລັບຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ;

7.  ຂໍ້ມູນ ກ່ຽວກັບເງື່ອນໄຂ ແລະ ຂໍ້ກໍານົດຂອງທຸລະກຳການຄ້າທາງເອເລັກໂຕຣນິກເປັນຕົ້ນ ແຫຼ່ງທີ່ ມາຂອງສິນຄ້າ ຫຼື ການບໍລິການ, ນະໂຍບາຍການສົ່ງຄືນ ແລະ ການຮັບປະກັນສິນຄ້າ ຫຼື ການບໍລິການ.

  ການສະໜອງຂໍ້ມູນ ຕ້ອງສາມາດ ເກັບຮັກສາ, ພິມ ແລະ ສະແດງ ໃນລະບົບຂໍ້ມູນຂ່າວສານຂອງລູກ ຄ້າ ຈຶ່ງມາມາດເຂົ້າເຖິງໄດ້ໃນພາຍຫຼັງ.

ມາດຕາ 34 ການປົກປ້ອງຂໍ້ມູນ

        ການປົກປ້ອງຂໍ້ມູນໃນຊ່ອງທາງການຄ້າທາງເອເລັກໂຕຣນິກ ແມ່ນ ການນຳໃຊ້ວິທີການ ແລະ ມາດ ຕະການ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າເຖິງ, ນໍາໃຊ້, ເປີດເຜີຍ, ດັດແປງ, ສົ່ງ, ໂອນ ຫຼື ທໍາລາຍຂໍ້ມູນສ່ວນບຸກ ຄົນທີ່ເກັບຮັກສາໄວ້ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງຂໍ້ມູນ ຫຼື ອົງການຄຸ້ມຄອງທີ່ກ່ຽວຂ້ອງ.

ໃນການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ, ເຈົ້າຂອງຊ່ອງທາງເອເລັກໂຕຣນິກ ສາມາດດຳ ເນີນການເກັບຮັກສາຂໍ້ມູນຂອງລູກຄ້າ ຫຼື ມອບສິດໃຫ້ບຸກຄົນອື່ນ ຊຶ່ງຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການ ປົກປ້ອງຂໍ້ມູນເອເລັກໂຕຣນິກ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

 

ພາກທີ VI

ສິດ ແລະ ພັນທະ ຂອງຜູ້ດຳເນີນການຄ້າທາງເອເລັກໂຕຣນິກ

ໝວດທີ I

ສິດ ແລະ ພັນທະ ຂອງຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ

ມາດຕາ 35 ສິດຂອງຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ

 ຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ມີສິດ ດັ່ງນີ້:

 

1. ດຳເນີນການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ;

2. ໄດ້ຮັບຂໍ້ມູນຂ່າວສານທີ່ຈຳເປັນ ໃນການດໍາເນີນການຄ້າທາງເອເລັກໂຕຣນິກ;

3. ສະເໜີສ້າງຕັ້ງສະມາຄົມການຄ້າທາງເອເລັກໂຕຣນິກ;

4. ນໍາໃຊ້ສິດອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 36 ພັນທະຂອງຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ

 ຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ມີພັນທະ ດັ່ງນີ້:

1. ແຈ້ງການຄ້າທາງເອເລັກໂຕຣນິກ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ;

2. ສະໜອງຂໍ້ມູນ ກ່ຽວກັບສິນຄ້າ ແລະ ການບໍລິການ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ;

3. ປະຕິບັດຕາມຂໍ້ກຳນົດ ກ່ຽວກັບການປົກປ້ອງຂໍ້ມູນ;

4. ຮັບຜິດຊອບທາງດ້ານກົດໝາຍ ຕໍ່ສິນຄ້າ ຫຼື ການບໍລິການ ທີ່ນໍາມາຂາຍ, ແລກປ່ຽນ ຫຼື ສະໜອງການບໍລິການ ໃນຊ່ອງທາງການທາງເອເລັກໂຕຣນິກຂອງຕົນ;

5. ສ້າງກົນໄກໃຫ້ລູກຄ້າ ສາມາດຕິຊົມຕໍ່ສິນຄ້າ ຫຼື ການບໍລິການ ແລະ ເປີດເຜີຍຄໍາຕິຊົມດັ່ງກ່າວ ຢູ່ໃນຊ່ອງທາງການຄ້າເອເລັກໂຕຣນິກຂອງຕົນ ພ້ອມທັງມີກົນໄກໃຫ້ລູກຄ້າສາມາດກວດກາ, ດັດແກ້ ຫຼື ລົບລ້າງຄຳເຫັນຂອງຕົນ ໄດ້ທຸກເວລາ;

6. ສະໜອງຂໍ້ມູນ ແລະ ເກັບຮັກສາຂໍ້ມູນ ກ່ຽວກັບການດໍາເນີນທຸລະກິດຂອງຕົນຕາມກົດໝາຍ ແລະ ລະບຽບການ;

7. ໃຫ້ການຮ່ວມມືກັບອົງການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ;

8. ນໍາໃຊ້ເຄື່ອງມືການຊຳລະ ຫຼື ສື່ການຊຳລະ ຂອງຜູ້ໃຫ້ບໍລິການຊຳລະ ທີ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ ເພື່ອຊຳລະຄ່າສິນຄ້າ ຫຼື ການບໍລິການ;

9. ປະຕິບັດພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 2

ສິດ ແລະ ພັນທະ ຂອງຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກ

ມາດຕາ 37 ສິດຂອງຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກ

              ຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນີກ ມີສິດດັ່ງນີ້

1. ດໍາເນີນການຄ້າໃນຕະຫຼາດທາງເອເລັກໂຕຣນິກ ຕາມຂອບເຂດທີ່ໄດ້ຮັບອະນຸຍາດ;

2. ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ ໃນການດໍາເນີນການຄ້າໃນຕະຫຼາດທາງເອເລັກໂຕຣນິກ;

3. ສະເໜີສ້າງຕັ້ງສະມາຄົມການຄ້າທາງເອເລັກໂຕຣນິກ;

4. ນໍາໃຊ້ສິດອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 38 ພັນທະຂອງຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກ

ຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກ ມີພັນທະ ດັ່ງນີ້:

1. ແຈ້ງການຄ້າທາງເອເລັກໂຕຣນິກ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ;

2. ຮັບຜິດຊອບທາງດ້ານກົດໝາຍ ຕໍ່ສິນຄ້າ ຫຼື ການບໍລິການ ທີ່ນໍາມາຂາຍ, ແລກປ່ຽນ ຫຼື ສະໜອງ ການບໍລິການ;

3. ສະໜອງຂໍ້ມູນ ກ່ຽວກັບສິນຄ້າ ແລະ ການບໍລິການໃຫ້ຄົບຖ້ວນ ແລະ ຖືກຕ້ອງ;

4. ສະໜອງຂໍ້ມູນການ ດໍາເນີນທຸລະກິດ ແລະ ໃຫ້ການຮ່ວມມືກັບອົງການຄຸ້ມຄອງການຄ້າທາງເອ ເລັກໂຕຣນິກ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ;

5. ປະຕິບັດພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 3

ສິດ ແລະ ພັນທະ ຂອງຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ

ມາດຕາ 39 ສິດຂອງຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ

              ຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ມີສິດ ດັ່ງນີ້:

1. ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ຕາມຂອບເຂດທີ່ໄດ້ຮັບອະນຸຍາດ;

2. ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ ໃນການດໍາເນີນທຸລະກິດໃຫ້ບໍລິການຕະຫຼາດ ທາງເອເລັກໂຕຮນິກ;

3. ສະເໜີສ້າງຕັ້ງສະມາຄົມການຄ້າທາງເອເລັກໂຕຣນິກ;

4. ນໍາໃຊ້ສິດອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 40 ພັນທະຂອງຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ

ຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ມີພັນທະ ດັ່ງນີ້:

1. ສະແດງຂໍ້ມູນ ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ໄວ້ໃນໜ້າຫຼັກຂອງ ຊ່ອງທາງການຄ້າທາງເອເລັກໂຕຣນິກ;

2. ກຳນົດ ແລະ ສະແດງເງື່ອນໄຂ ຂອງການບໍລິການຕະຫຼາດທາງເອເລັກໂຕຣນິກ;

3. ເກັບຮັກສາຂໍ້ມູນຂອງຜູ້ຄ້າ ໃນຕະຫຼາດທາງເອເລັກໂຕຣນິກ;

4. ສ້າງກົນໄກໃຫ້ຜູ້ຄ້າ ສາມາດນໍາສະເໜີຂໍ້ມູນ ກ່ຽວກັບສິນຄ້າ ຫຼື ການບໍລິການ ພ້ອມທັງກົນໄກ ກວດສອບ ແລະ ຕິດຕາມ ກວດກາ;

5. ສ້າງກົນໄກໃຫ້ລູກຄ້າ ສາມາດຕີຊົມຕໍ່ກັບສິນຄ້າ ຫຼື ການບໍລິການ ແລະ ເປີດເຜີຍຄໍາຕິຊົມດັ່ງກ່າວ ຢູ່ໃນຊ່ອງທາງເອເລັກໂຕຣນິກຂອງຕົນ ພ້ອມທັງມີກົນໄກໃຫ້ລູກຄ້າ ສາມາດກວດກາ, ດັດແກ້ ຫຼື ລົບລ້າງຄຳເຫັນຂອງຕົນໄດ້;

6. ສ້າງກົນໄກໃຫ້ຜູ້ຄ້າ ແລະ ລູກຄ້າ ສາມາດດຳເນີນການສ້າງສັນຍາການຄ້າທາງເອເລັກໂຕຣນິກ;

7. ປະຕິບັດຕາມຂໍ້ກຳນົດ ກ່ຽວກັບການປົກປ້ອງຂໍ້ມູນການຄ້າທາງເອເລັກໂຕຣນິກ;

8. ກໍານົດມາດຕະການແກ້ໄຂທີ່ເໝາະສົມ ແລະ ທັນເວລາ ໃນກໍລະນີເກີດມີຂໍ້ຂັດແຍ່ງ ຫຼື ມີການລະເມີດກົດໝາຍ ຢູ່ໃນຕະຫຼາດທາງເອເລັກໂຕຣນິກຂອງຕົນ;

9. ສະໜອງຂໍ້ມູນ ແລະ ເກັບຮັກສາຂໍ້ມູນ ກ່ຽວກັບການດໍາເນີນທຸລະກິດຂອງຕົນ ຕາມກົດໝາຍ

ແລະ ລະບຽບການ;

10. ໃຫ້ການຮ່ວມມືກັບອົງການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ກ່ຽວກັບວຽກງານການຄ້າທາງ ເອເລັກໂຕຣນິກ;

11. ນໍາໃຊ້ເຄື່ອງມືການຊຳລະ ຫຼື ສື່ການຊຳລະ ຂອງຜູ້ໃຫ້ບໍລິການຊຳລະທີ່ໄດ້ຮັບອະນຸຍາດ ທະນາຄານແຫ່ງ ສປປ ລາວ ເພື່ອຊຳລະຄ່າສິນຄ້າ ຫຼື ການບໍລິການ;

12. ນໍາໃຊ້ບໍລິການຈັດສົ່ງສິນຄ້າ ຈາກຜູ້ໃຫ້ບໍລິການທີ່ໄດ້ຮັບອະນຸຍາດ ຕາມກົດໝາຍ;

13. ປະຕິບັດພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ.

ພາກທີ VII

ຂໍ້ຫ້າມ

ມາດຕາ 41 ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ ຫຼື ນິຕິບຸກຄົນ ມີພຶດຕິກຳ ດັ່ງນີ້:

1. ສ້າງອຸປະສັກກີດຂວາງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານຄຸ້ມຄອງການຄ້າທາງເອເລັກໂຕຣນິກ;

2. ໃຫ້ການຊ່ວຍເຫຼືອ ຫຼື ປົກປ້ອງຜູ້ລະເມີດ;

3. ເປັນສື່ກາງໃນການໃຫ້ ແລະ ຮັບສິນບົນ;

4. ພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 42 ຂໍ້ຫ້າມສຳລັບຜູ້ດໍາເນີນການຄ້າທາງເອເລັກໂຕຣນິກ

ກ. ຜູ້ຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ຫ້າມມີພຶດຕິກໍາ ດັ່ງນີ້:

1. ດຳເນີນທຸລະກິດ ໂດຍບໍ່ແຈ້ງການຄ້າທາງເອເລັກໂຕຣນິກ ຕາມກຳນົດໄວ້ໃນດໍາລັດສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ;

2. ດຳເນີນທຸລະກິດທີ່ບໍ່ສອດຄ່ອງກັບຂອບເຂດທີ່ໄດ້ແຈ້ງ;

3. ດຳເນີນທຸລະກິດ ຄ້າຂາຍ ສິນຄ້າ ຫຼື ການບໍລິການ ເກືອດຫ້າມ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍແລະ ລະບຽບການ;

4. ດຳເນີນການລະດົມທຶນ ຜ່ານຊ່ອງທາງການຄ້າທາງເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ;

5. ສະໜອງຂໍ້ມູນ ທີ່ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ໃນຂັ້ນຕອນແຈ້ງດຳເນີນທຸລະກິດ;

6. ສະໜອງຂໍ້ມູນ ກ່ຽວກັບສິນຄ້າ ຫຼື ການບໍລິການ ໂດຍບໍ່ສອດຄ່ອງກັບສິນຄ້າ ຫຼື ການບໍລິການຕົວ ຈິງ;

7. ເກັບກຳ, ນຳໃຊ້ ຫຼື ເຜີຍແຜ່ຂໍ້ມູນຂອງລູກຄ້າ ໂດຍບໍ່ໄດ້ຮັບອະນຸຍາດ;

8. ສົ່ງຂໍ້ຄວາມທີ່ເປັນການໂຄສະນາ ສິນຄ້າ ຫຼື ການບໍລິການຂອງຕົນ ເກີນຂອບເຂດທີ່ກໍານົດ;

9. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ຂ. ຜູ້ຄ້າໃນຕະຫຼາດທາງເອເລັກໂຕຣນິກ ຫ້າມມີພຶດຕິກໍາ ດັ່ງນີ້:

1. ດຳເນີນທຸລະກິດ ໂດຍບໍ່ໄດ້ແຈ້ງການຄ້າທາງເອເລັກໂຕຣນິກ ຕາມກຳນົດໄວ້ໃນດຳລັດສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ;

2. ດຳເນີນທຸລະກິດ ທີ່ບໍ່ສອດຄ່ອງກັບຂອບເຂດ ທີ່ກຳນົດໄວ້ໃນໃບອະນຸຍາດດຳເນີນທຸລະກິດ;

3. ດຳເນີນທຸລະກິດ ຄ້າຂາຍສິນຄ້າ ຫຼື ການບໍລິການ ເກືອດຫ້າມ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ;

4. ສະໜອງຂໍ້ມູນ ທີ່ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ໃນຂັ້ນຕອນການຂໍອະນຸຍາດດໍາເນີນທຸລະກິດ;

5. ສະໜອງຂໍ້ມູນ ກ່ຽວກັບສິນຄ້າ ຫຼື ການບໍລິການ ໂດຍບໍ່ສອດຄ່ອງກັບສິນຄ້າ ຫຼື ການບໍລິການຕົວ ຈິງ;

6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ຄ. ຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ຫ້າມມີພຶດຕິກຳ ດັ່ງນີ້:

1. ດຳເນີນທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ ຕາມລະບຽບການ;

2. ດຳເນີນທຸລະກິດ ທີ່ບໍ່ສອດຄ່ອງກັບຂອບເຂດ ທີ່ກຳນົດໄວ້ໃນໃບອະນຸຍາດດໍາເນີນທຸລະກິດ;

3. ອະນຸຍາດ ຫຼື ເມີນເສີຍ ໃຫ້ມີການຄ້າຂາຍ ສິນຄ້າ ຫຼື ການບໍລິການ ເກືອດຫ້າມ ຕາມທີ່ໄດ້ກໍານົດ

ໄວ້ໃນ ກົດໝາຍ ແລະ ລະບຽບການ;

4. ດຳເນີນການລະດົມທຶນ ຜ່ານຊ່ອງທາງການຄ້າທາງເອເລັກໂຕຣນິກ ໂດຍບໍ່ໄດ້ຮັບອະນຸຍາດ;

5. ສະໜອງຂໍ້ມູນ ທີ່ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ໃນຂັ້ນຕອນການຂໍອະນຸຍາດດໍາເນີນທຸລະກິດ;

6. ເກັບກຳ, ນຳໃຊ້ ຫຼື ເຜີຍແຜ່ ຂໍ້ມູນຂອງລູກຄ້າ ໂດຍບໍ່ໄດ້ຮັບອະນຸຍາດ;

7. ສົ່ງຂໍ້ຄວາມທີ່ເປັນການໂຄສະນາສິນຄ້າ ຫຼື ການບໍລິການຂອງຕົນ ເກີນຂອບເຂດທີ່ກໍານົດ;

8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 43 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ ແລະ ພະນັກງານ

ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານ ມີພຶດຕິກໍາ ດັ່ງນີ້:

1. ສວຍໃຊ້ອຳນາດຕຳແໜ່ງ ຫຼື ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;

2. ບັງຄັບ, ນາບຂູ່ ຫຼື ໃຊ້ຄວາມຮຸນແຮງ ຕໍ່ຜູ້ດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ;

3. ກົດໜ່ວງຖ່ວງດຶງ ຫຼື ແກ່ຍາວເວລາ ໃນການພິຈາລະນາເອກະສານ;

4. ປະລະໜ້າທີ, ຂາດຄວາມຮັບຜິດຊອບ ຫຼື ບິດເບືອນຄວາມຈິງ;

5. ປິດບັງ, ປົກປ້ອງ ຫຼື ໃຫ້ຄວາມຮ່ວມມືແກ່ຜູ້ກະທໍາຄວາມຜິດ;

6. ປອມແປງເອກະສານ ຫຼື ໃຊ້ເອກະສານປອມແປງ, ເປີດເຜີຍຄວາມລັບທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງ;

7. ອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໂດຍບໍ່ຖືກຕ້ອງ ຕາມເງື່ອນໄຂ ແລະ ຂັ້ນ

ຕອນ;

8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

 

ພາກທີ VIII

ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 44 ຮູບການແກ້ໄຂຂໍ້ຂັດແຍ່ງ

 ເມື່ອເກີດມີຂໍ້ຂັດແຍ່ງ ກ່ຽວກັບການດໍາເນີນທຸລະກໍາການຄຳທາງເອເລັກໂຕຣນິກ ຄູ່ ກໍລະນີສາມາດແກ້ໄຂດ້ວຍຮູບການ ດັ່ງນີ້:

1. ການແກ້ໄຂຂໍ້ຂັດແຍ່ງດ້ວຍການປະນີປະນອມ;

2. ການແກ້ໄຂຂໍ້ຂັດແຍ່ງທາງບໍລິຫານ;

3. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

4. ການແກ້ໄຂໂດຍສານປະຊາຊົນ;

5. ການແກ້ໄຂຂໍ້ຂັດແຍ່ງສາກົນ.

ມາດຕາ 45 ການແກ້ໄຂຂໍ້ຂັດແຍ່ງດ້ວຍການປະນີປະນອມ

 ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການຄຳທາງເອເລັກໂຕຣນິກ ຄູ່ກໍລະນີ ສາມາດແກ້ໄຂຂໍ້ຂັດແຍ່ງດ້ວຍ ການປຶກສາຫາລື ແລະ ປະນີປະນອມກັນ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 46 ການແກ້ໄຂຂໍ້ຂັດແຍ່ງທາງດ້ານບໍລິຫານ

ໃນກໍລະນີມີຂໍ້ຂັດແຍ່ງ ກ່ຽວກັບການຄ້າທາງເອເລັກໂຕຣນິກ ທີ່ມີລັກສະນະທາງດ້ານບໍລິຫານ ຊຶ່ງຢູ່ ພາຍໃຕ້ຄວາມຮັບຜິດຂອບ ຂອງອົງການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກ ຄູ່ກໍລະນີ ມີສິດສະເໜີຕໍ່ອົງການຈັດຕັ້ງດັ່ງກ່າວເພື່ອແກ້ໄຂ.

ຂັ້ນຕອນ ແລະ ຫຼັກການໃນການແກ້ໄຂຂໍ້ຂັດແຍ່ງ ໂດຍອົງການຄຸ້ມຄອງວຽກງານການຄ້າທາງເອເລັກ

ໂຕຣນິກ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 47 ການແກ້ໄຂຂໍ້ຂັດແຍ່ງໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

 ໃນກໍລະນີມີຂໍ້ຂັດແຍ່ງທາງດ້ານເສດຖະກິດ ກ່ຽວກັບການຄ້າທາງເອເລັກໂຕຣນິກ ຄູ່ກໍລະນີມີສິດສະ ເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອແກ້ໄຂຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍກາແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ມາດຕາ 48 ການແກ້ໄຂຂໍ້ຂັດແຍ່ງໂດຍສານປະຊາຊົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການຄ້າທາງເອເລັກໂຕຣນິກ ຄູ່ກໍລະນີສາມາດຮ້ອງຟ້ອງ ຕໍ່ສານປະຊາຊົນເພື່ອພິຈາລະນາຕັດສິນ ຕາມກົດໝາຍ.

ມາດຕາ 49 ການແກ້ໄຂຂໍ້ຂັດແຍ່ງສາກົນ

 ໃນກໍລະນີມີຂໍ້ຂັດແຍ່ງ ກ່ຽວກັບການຄ້າທາງເອເລັກໂຕຣນິກ ທີ່ມີລັກສະນະສາກົນ ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກທີ IX

ການຄຸ້ມຄອງ ແລະ ການກວດກາ

ມາດຕາ 50 ອົງການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກ

 ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານແຫ່ງ ສປປລາວ ແລະ ກະຊວງການເງິນ ເປັນເຈົ້າການຈັດຕັ້ງປະຕິບັດດໍາລັດສະບັບນີ້ ໂດຍປະສານສົມທົບກັບ ກະຊວງ, ອົງການລັດທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານການຄ້າທາງເອເລັກໂຕຣນິກ.

ມາດຕາ 51 ສິດ ແລະ ໜ້າທີ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ

ໃນການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກກະຊວງອຸດສາຫະກຳ ແລະ ການຄ້າ ມີສິດ ແລະ  ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ,​ສ້າງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນານິຕິກຳ ແລະ ມາດຕະການ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ ເພື່ອນຳສະເໜີລັດຖະບານພິຈາລະນາ;

2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນານິຕິກຳ ແລະ ມາດຕະການ ກ່ຽວ ກັບວຽກງານການຄ້າທາງເອເລັກໂຕຣນິກ ແລະ ຈັດຕັ້ງປະຕິບັດ;

3. ໂຄສະນາເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ແຜນພັດທະນາ, ນິຕິກຳ ແລະ ມາດຕະການ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ສັງຄົມຊາບ ຢ່າງທົ່ວເຖີງ;

4. ພິຈາລະນາ ອອກໃບອະນຸຍາດດໍາເນີນທຸລະກິດ ແລະ ໃບຢັ້ງຢືນຮັບຮູ້, ສັ່ງໂຈະ ຫຼື ຢຸດເຊົາ ການດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ;

5. ພັດທະນາ, ປັບປຸງ ແລະ ບຳລຸງຮັກສາ ລະບົບຖານຂໍ້ມູນການຄ້າທາງເອເລັກໂຕຣນິກ;

6. ຮັບ ແລະ ພິຈາລະນາແກ້ໄຂຄຳສະເໜີ ກ່ຽວກັບຂໍ້ຂັດແຍ່ງດ້ານການຄ້າທາງເອເລັກໂຕຣນິກ;

7. ຊຸກຍູ້ ແລະ ສົ່ງເສີມ ໃຫ້ມີການນໍາໃຊ້ການຄ້າທາງເອເລັກໂຕຣນິກ;

8. ປະສານສົມທົບກັບອົງການທີ່ກ່ຽວຂ້ອງ ໃນການຊຸກຍູ້ໃຫ້ມີການສ້າງຕັ້ງສະມາຄົມການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ;

9. ສັງລວມເກັບກໍາສະຖິຕິການຄ້າທາງເອເລັກໂຕຣນິກ;

10. ເປັນຈຸດປະສານງານ, ຮ່ວມມື ແລະ ເຈລະຈາວຽກງານການຄ້າທາງເອເລັກໂຕຣນິກກັບຕ່າງປະເທດ;

11. ປະສານສົມທົບ ກັບກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈັດ ຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງ ກັບວຽກງານການຄ້າທາງເອເລັກໂຕຣນິກ;

12. ແບ່ງຄວາມຮັບຜິດຊອບ, ຊີ້ນໍາ ແລະ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານການຄ້າທາງ ເອເລັກໂຕຣນິກ ຕາມສາຍຕັ້ງຂອງຕົນ ໃນຂອບເຂດທົ່ວປະເທດ;

13. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານການຄ້າທາງເອເລັກໂຕຣນິກ ໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ;

14. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 52 ສິດ ແລະ ໜ້າທີ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ

 ໃນການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກກະຊວງເຕັກໂນໂລຊີ ແລະ ການສື່ສານ ມີສິດແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ, ນິຕິກຳ ແລະ ມາດຕະການ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ ໃນຂອບເຂດພາລະບົດບາດຂອງຕົນ ເພື່ອນໍາສະເໜີລັດຖະບານ ພິຈາລະນາ;

2. ຄົ້ນຄວ້າ, ສ້າງນະໂຍບາຍ, ແຜນຍຸດທະສາດ, ແຜນພັດທະນາ, ນິຕິກຳ ແລະ ມາດຕະການ ທີ່ຕິດ ພັນກັບວຽກງານໄອຊີທີ, ໂທລະຄົມມະນາຄົມ ແລະ ດີຈິຕອນ ເປັນຕົ້ນ ລາຍເຊັນເອເລັກໂຕຣນິກ, ການປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ການປ້ອງກັນອາຊະຍາກຳທາງລະບົບຄອມພິວ ເຕີ ເພື່ອຮັບປະກັນສະພາບແວດລ້ອມທີ່ປອດໄພ ແກ່ການດຳເນີນທຸລະກຳການຄ້າທາງເອເລັກໂຕຣນິກ;

3. ສົ່ງເສີມ ແລະ ພັດທະນາ ຜະລິດຕະພັນ ແລະ ບໍລິການ ທາງດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ ທີ່ທັນສະໄໝ ເອື້ອອຳນວຍແກ່ການຂະຫຍາຍຕົວຂອງການຄ້າທາງເອເລັກໂຕຣນິກ;

4. ພິຈາລະນາອອກ, ໂຈະ ຫຼື ຖອນ ໃບຢັ້ງຢືນມາດຕະຖານດ້ານເຕັກນິກ ຂອງຊ່ອງທາງການຄ້າທາງເອເລັກໂຕຣນິກ;

5. ປະສານສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ສົ່ງເສີມ, ຊຸກຍູ້ ຫົວໜ່ວຍທຸລະກິດ ຫັນໄປນຳໃຊ້ການຄ້າທາງເອເລັກໂຕຣນິກ;

6. ປະສານສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ພິ ຈາລະນາແກ້ໄຂຂໍ້ຂັດແຍ່ງດ້ານການຄ້າທາງເອເລັກໂຕຣນິກ, ສັງລວມເກັບກຳສະຖິຕິການຄ້າທາງ ເອເລັກໂຕຣນິກ ແລະ ຈັດຕັ້ງປະຕິບັດວຽກງານຮ່ວມມືກັບຕ່າງປະເທດໃນຂອບການຄ້າທາງເອເລັກໂຕຣນິກ;

7. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 53 ສິດ ແລະ ໜ້າທີ່ ຂອງ ທະນາຄານແຫ່ງ ສປປ ລາວ

        ໃນການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກ, ທະນາຄານແຫ່ງ ສປປ ລາວ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງນະໂຍບາຍ, ແຜນພັດທະນາ, ນິຕິກຳ ແລະ ມາດຕະການ ກ່ຽວກັບວຽກງານລະບົບ ການຊຳລະ ຮອງຮັບການຄ້າທາງເອເລັກໂຕຣນິກ ເພື່ອນໍາສະເໜີລັດຖະບານພິຈາລະນາ;

2. ສົ່ງເສີມ ແລະ ພັດທະນາ ລະບົບການຊຳລະໃຫ້ທັນສະໄໝ ເພື່ອເອື້ອອຳນວຍແກ່ການຂະຫຍາຍຕົວ ຂອງການຄ້າທາງເອເລັກໂຕຣນິກ;

3. ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ໂຈະ ຫຼື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບຢັ້ງຢືນຮັບຮູ້ ຂອງຜູ້ຄ້າທີ່ບໍ່ນຳໃຊ້ເຄື່ອງມືການຊໍາລະ ຫຼື ສື່ການຊຳລະ ຂອງຜູ້ໃຫ້ບໍລິການຊໍາລະ ທີ່ບໍ່ໄດ້ຮັບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ ເພື່ອຊຳລະຄ່າສິນຄ້າ ແລະ ການບໍລິການ;

4. ປະສານສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເກັບກໍາສະຖິຕິ, ແກ້ໄຂຂໍ້ຂັດແຍ່ງ, ຮ່ວມມືກັບຕ່າງປະເທດ ແລະ ຕິດຕາມກວດກາການເຄື່ອນໄຫວ ການຊຳລະ ທີ່ໃຫ້ບໍລິການແກ່ການຄຳທາງເອເລັກໂຕຣນິກ;

5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ ແລະ ກົດໝາຍ.

ມາດຕາ 54 ສິດ ແລະ ໜ້າທີ່ ຂອງກະຊວງການເງິນ

ໃນການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກ, ກະຊວງການເງິນ ມີສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງ, ປັບປຸງ, ຍຸດທະສາດ, ນິຕິກຳ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ ໃນ ຂອບເຂດພາລະບົດບາດຂອງຕົນ ເພື່ອສະເໜີລັດຖະບານພິຈາລະນາ;

2. ຜັນຂະຫຍາຍນະໂຍບາຍ, ຍຸດທະສາດ ແລະ ນິຕິກຳ ກ່ຽວກັບວຽກງານການຄ້າເອເລັກໂຕຣນິກໃຫ້ກາຍເປັນແຜນການແຜນງານ ຫຼື ໂຄງການ ແລະ ຈັດຕັ້ງປະຕິບັດບົນພື້ນຖານປະສານສົມທົບ ກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ;

3. ຄຸ້ມຄອງ, ຕິດຕາມ, ກວດກາ ການປະຕິບັດພັນທະດ້ານພາສີ ແລະ ສ່ວຍສາອາກອນ ຕາມກົດໝາຍ ແລະ ລະບຽບການ;

4. ສະເໜີກະຊວງອຸດສາຫະກຳ ແລະ ການຄ້າ ໂຈະ ຫຼື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບຢັ້ງຢືນຮັບຮູ້ ຂອງຜູ້ທີ່ບໍ່ປະຕິບັດພັນທະອາກອນ ຫຼື ພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍກ່ຽວກັບສ່ວຍສາອາກອນ;

5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 55 ສິດ ແລະ ໜ້າທີ່ ຂອງກະຊວງ, ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ

 ກະຊວງ, ຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ໃນການສົ່ງເສີມ, ສະໜັບສະໜູນ, ຄຸ້ມຄອງ, ຕິດຕາມ ແລະ ກວດກາ ວຽກງານການຄ້າທາງເອເລັກໂຕຣນິກ ໂດຍປະສານ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 56 ເນື້ອໃນກວດກາ

 ການກວດກາການຄຸ້ມຄອງວຽກງານການຄ້າທາງເອເລັກໂຕຣນິກ ມີເນື້ອໃນ ດັ່ງນີ້:

1. ການປະຕິບັດ ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານການຄ້າທາງເອເລັກໂຕຣນິກ;

2. ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງວຽກງານຄ້າທາງເອເລັກໂຕຣນິກ;

3. ການເຄື່ອນໄຫວ ຂອງເຈົ້າໜ້າທີ່, ພະນັກງານ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ກັບວຽກງານການຄ້າທາງເອເລັກໂຕຣນິກ;

ມາດຕາ 57 ຮູບການກວດກາ

ການກວດກາວຽກງານຄຸ້ມຄອງທຸລະກິດການຄ້າທາງເອເລັກໂຕຣນິກ ມີ ສາມ ຮູບການ ດັ່ງນີ້:

1. ການກວດກາຕາມລະບົບປົກກະຕິ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3. ການກວດກາແບບກະທັນຫັນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາຕາມແຜນການ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍ ສອງ ຄັ້ງ ຕໍ່ປີ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳ ເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງໜ້າ ຢ່າງໜ້ອຍ ຊາວສີ່ ຊົ່ວໂມງ.

ການກວດກາແບບກະທັນຫັນ ແມ່ນ ການກວດກາໃນເວລາທີ່ເຫັນວ່າ ມີຄວາມຈໍາເປັນ ແລະ ຮີບດ່ວນ ໂດຍບໍ່ມີການແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງໜ້າ.

ການກວດກາ ໃຫ້ດຳເນີນດ້ວຍການກວດກາ ທາງດ້ານເອກະສານ ແລະ ລົງກວດກາຕົວຈິງ ຢູ່ສະຖານທີ່ກ່ຽວຂ້ອງ.

ການກວດກາ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ພາກທີ X

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 58 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຈະໄດ້ ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 59 ມາດຕະການຕໍ່ຜູ້ລະເມີດ

 ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ຈະຖືກປະຕິບັດມາດຕະການກ່າວ ເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື    ໜັກ.

ພາກທີ XI

ບົດບັນຍັດສຸດທ້າຍ

ມາດຕາ 60 ການຈັດຕັ້ງປະຕິບັດ

ມອບໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ໄດ້ຮັບຜົນດີ.

ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງຮັບຮູ້ ແລະ ໃຫ້ການ ຮ່ວມມື ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຕາມພາລະບົດບາດຂອງຕົນ ຢ່າງເຂັ້ມງວດ.

ມາດຕາ 61 ຜົນສັກສິດ

 ດຳລັດສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

 

ຕາງໜ້າລັດຖະບານ ແຫ່ງ ສປປ ລາວ

ນາຍົກລັດຖະມົນຕີ

 

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍ ການຄ້າທາງເອເລັກໂຕຣນິກ, ເລກທີ 296/ລບ, ລົງວັນທີ 12 ເມສາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.