ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ນາຍົກລັດຖະມົນຕີ

ເລກທີ 08/ນຍ

ນະຄອນຫຼວງວຽງຈັນ, ວັນທີ 25.02.2021

 

ຂໍ້ຕົກລົງ

ວ່າດ້ວຍ ການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ

ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II

 

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007;
  • ອີງຕາມ ກົດໝາຍວ່າດ້ວຍການປະມົງ ເລກທີ 03/ສພຊ, ລົງວັນທີ 09 ກໍລະກົດ 2009;
  • ອີງຕາມ ໜັງສືສະເໜີຂອງ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0805/ກປ, ລົງວັນທີ 27 ພະຈິກ 2020;
  • ອີງຕາມ ການປະກອບຄວາມເຫັນ ຂອງບັນດາ ທ່ານ ຮອງນາຍົກລັດຖະມົນຕີ ຕາມຈົດໝາຍວຽນ ສະບັບເລກທີ 142/ຫສນຍ, ລົງວັນທີ 25 ທັນວາ 2020.

 

ນາຍົກລັດຖະມົນຕີ ຕົກລົງ:

ມາດຕາ 1  ຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ດັ່ງນີ້:

  1. ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ປະກອບດ້ວຍ 165 ຊະນິດ, ໃນນີ້ ສັດລ້ຽງລູກ ດ້ວຍນ້ຳນົມ 79 ຊະນິດ, ສັດເລືອຄານ 22 ຊະນິດ, ສັດປີກ 52 ຊະນິດ, ສັດນໍ້າ 10 ຊະນິດ ແລະ ສັດເຄິ່ງບົກ-ເຄິ່ງນໍ້າ 02 ຊະນິດ ຊຶ່ງມີ ຊື່ເປັນພາສາລາວ, ຊື່ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບ ພາບ ດັ່ງນີ້:
  2. ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ຫຼື ບັນຊີ II ປະກອບດ້ວຍ 66 ຊະນິດ, ໃນນນີ້ ສັດລ້ຽງລູກດ້ວຍນໍ້ານົມ 15 ຊະນິດ, ສັດເລືອຄານ 06 ຊະນິດ, ສັດປີກ 27 ຊະນິດ, ສັດນໍ້າ 08 ຊະນິດ, ສັດເຄີ່ງບົກ-ເຄີ່ງນໍ້າ 01 ຊະນິດ ແລະ ແມງໄມ້ 09 ຊະນິດ ຊື່ງມີ ຊື່ເປັນພາສາລາວ, ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ ດັ່ງນີ້ (ຕາມເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້)

ມາດຕາ 2  ການຈັດຕັ້ງປະຕິບັດ

1) ໃຫ້ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ;

2) ມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການໃນການເຜີຍແຜ່ ແລະ ສຶກສາອົບຮົມພົນລະເມືອງ ລາວທຸກຄົນ ໃຫ້ເຂົ້າໃຈ ແລະ ເປັນເຈົ້າການຮ່ວມມືຄຸ້ມຄອງ ແລະ ປົກປັກຮັກສາ ບັນດາສັດນໍ້າ ແລະ ສັດປ່າ ດັ່ງກ່າວ ໃຫ້ຍືນຍົງຕະຫຼອດໄປ.

 ມາດຕາ 3  ຜົນສັກສິດ

        ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນ ຂໍ້ຕົກລົງ ສະບັບເລກທີ 81/ນຍ, ລົງວັນທີ 13 ສິງຫາ 2008.

                                                                                                

ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II, ເລກທີ 08/ນຍ, ລົງວັນທີ 25 ກຸມພາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.