ສະຫລຸບຫຍໍ້ປະເດັນອັນສໍາຄັນ

     ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດໃນພາກພື້ນປະເທດອາຊີທີ່ກໍາລັງພັດທະນາ ແມ່ນມີທ່າແຮງທີ່ດີ ແຕ່ວ່າການລະບາດຂອງພະຍາດ COVID-19 ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ. ເຖິງຢ່າງໃດກໍ່ຕາມ, ການຟື້ນຟູເສດຖະກິດຂອງພາກພື້ນແມ່ນຍັງຄົງດຳເນີນຕໍ່ໄປເປັນເທື່ອລະບາດກ້າວ ໃນຂະນະດຽວກັນການຟື້ນຕົວຫາຍຈາກໂລກພະຍາດດັ່ງກ່າວຂອງປະຊາກອນໂລກກໍ່ເພີມຂື້ນ ແລະ ການໄດ້ຮັບວັກຊີນຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ ກໍ່ເປັນຕົວແປທີ່ສໍາຄັນໃຫ້ການຂັບເຄື່ອນເສດຖະກິດໃຫ້ຄ່ອຍໆດີຂື້ນ.ການຂະຫຍາຍຕົວຂອງພາກພື້ນຄາດວ່າຈະຟື້ນຕົວມາເປັນ 7,3% ໃນປີ 2021 ແລະ ໃນລະດັບປານກາງຫາ 5,3% ໃນປີ 2022. ນອກຈາກເສດຖະກິດອຸດສາຫະກຳທີ່ມີລາຍໄດ້ສູງ, ການຄາດຄະເນສຳລັບປີນີ້ ແມ່ນມີການເຕີບໂຕ 7,7% ແລະ 5,6% ສຳລັບປີໜ້າ. ອັດຕາເງິນເຟີ້ ທີ່ມີການຫຼຸດລົງເລັກນ້ອຍໃນປີ 2020, ຄາດວ່າຈະຫຼຸດລົງຕື່ມເຖິງ 2,3% ໃນປີ 2021 ເພື່ອການຫຼຸດຜ່ອນຄວາມກົດດັນດ້ານລາຄາຂອງສະບຽງອາຫານ, ໂດຍຄາດວ່າຈະເພີ່ມຂື້ນ 2,7% ໃນປີ 2022.

     ໃນຄວາມເປັນຈີງຄວາມສ່ຽງດ້ານການລົງທືນໂດຍພາບລວມແມ່ນຍັງສູງ ຍ້ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ການສັກຢາວັກຊີນທີ່ຫລ້າຊ້າ ຫຼື ບໍ່ມີປະສິດຕິຜົນ ທີ່ເປັນສາເຫດອັນສໍາຄັນໃນການທ່ວງດຶງການຂັບເຄື່ອນເສດຖະກິດໃຫ້ສາມາດກັບຄືນມາຟື້ນໂຕໄດ້ອີກຄັ້ງ. ດັ່ງນັ້ນ, ບັນດາຄວາມສ່ຽງເຫຼົ່ານີ້ທີ່ໄດ້ຍົກຂື້ນມາ ແລະ ລາຍງານ ໃນບົດລາຍງານບົດນີ້ ເພື່ອໃຫ້ຮັບຮູ້ເຖິງຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດລະບາດ COVID-19 ຕໍ່ກັບການພັດທະນາເສດຖະກິດໃນພາກພື້ນອາຊີທັງທາງດ້ານການເຕີບໂຕ ແບບຍືນຍົງດ້ານສິ່ງແວດລ້ອມ ແລະ ດ້ານຄວາມເທົ່າທຽບສະເໝີພາບ.

     ການກັບຄືນສູ່ການຈະເລີນເຕີບໂຕນີ້ຈະຕ້ອງມີການລະດົມແຫຼ່ງທຶນຈາກ ພາກລັດ ແລະ ເອກະຊົນ. ໃນຊຸມປີຜ່ານມານີ້ໄດ້ເຫັນການຂະຫຍາຍຕົວທາງດ້ານການເງິນ ແລະ ການພັດທະນາສີຂຽວ ໃນສັງຄົມທົ່ວໂລກ ແລະ ພາກພື້ນຢ່າງໄວວາ, ໂດຍສະເພາະຈາກແຫລ່ງທືນເອກະຊົນ. ໃນຂະນະທີ່ປັດໄຈເສດຖະກິດບໍ່ແມ່ນປັດໃຈຫຼັກຂອງການຂະຫຍາຍຕົວນີ້ ແຕ່ແຮງຈູງໃຈທາງການເງິນແມ່ນມີບົດບາດສຳຄັນ. ເຖິງແມ່ນວ່າການວັດແທກຜົນກະທົບທາງດ້ານການເງິນ ແລະ ການພັດທະນາສີຂຽວ ໃນສັງຄົມ ແມ່ນສິ່ງທ້າທາຍ, ແຕ່ຫຼັກຖານສະແດງໃຫ້ເຫັນວ່າ ມີສາຍພົວພັນກັບຜົນປະໂຫຍດດ້ານສິ່ງແວດລ້ອມຕໍ່ກັບສັງຄົມຢ່າງສູງ. ບັນດາລັດຖະບານຂອງປະເທດທີ່ກຳລັງພັດທະນາໃນພາກພື້ນອາຊີ ແມ່ນມີຫຼາຍຂົງເຂດທີ່ຕ້ອງໄດ້ບຳລຸງສ້າງເພື່ອການເງິນທີ່ຍືນຍົງ ໂດຍຜ່ານມາດຕະການດ້ານການເງິນ ແລະ ລະບຽບການທີ່ກ່ຽວຂ້ອງຕ່າງໆ. ນອກຈາກນັ້ນ, ການນໍາໃຊ້ມາດຕະຖານທົ່ວໄປໃນງການເປີດເຜີຍຂໍ້ມູນຂ່າວສານ ແລະ ການວັດຜົນກະທົບ ຈະຊ່ວຍກະຕຸ້ນການເງິນ ທີ່ຄຽງຄູ່ໄປກັບການພັດທະນາສີຂຽວ ແລະ ສັງຄົມ.

     ສໍາລັບລາຍລະອຽດຂອງ ບົດລາຍງານ Asian Development Outlook (ADO) 2021 ສະບັບສົມບູນ ແມ່ນສາມາດດາວໂຫລດໄດ້ຈາກທີ່ນີ້: Asian Development Outlook (ADO) 2021.

# ຫົວຂໍ້ ດາວໂຫຼດ
1 ASIAN DEVELOPMENT OUTLOOK 2021, APRIL 2021 (Highlights) PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.