ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ

ເລກທີ 02533 /ກພສ

ກົມພາສີ

ນະຄອນຫຼວງວຽງຈັນ, ວັນທີ 09 ມິຖຸນາ 2021

ແຈ້ງການ

ເຖິງ: ຫົວໜ້າກອງຄຸ້ມຄອງພາສີ I-VII, ຫົວໜ້າດ່ານພາສີສາກົນ ແລະ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ຜູ້ບໍລິການແຈ້ງພາສີ ທີ່ເຄື່ອນໄຫວກ່ຽວກັບການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ ທີ່ນຳໃຊ້ລະບົບອາຊີກູດາ ໃນຂອບເຂດທົ່ວປະເທດ.

ເລື່ອງ: ແຈ້ງການປິດລະບົບ ອາຊີກູດາ ເພື່ອປັບປຸງແກ້ໄຂລະບົບປະຕິບັດການຖານຂໍ້ມູນ (DATA CENTER), ນັບແຕ່ເວລາ 23:00 ໂມງ ຂອງວັນທີ 11 ມິຖຸນາ 2021 ຫາ ເວລາ 06:00 ໂມງ ຂອງ ວັນທີ 14 ມິຖຸນາ 2021.

  • ອີງຕາມ ກົດໝາຍວ່າດ້ວຍພາສີ, ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ, ສະບັບເລກທີ 2059/ກງ, ລົງວັນທີ 29 ເມສາ 2021, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ຄຳເຫັນດີເປັນເອກະພາບ ຂອງຄະນະນຳກົມພາສີ ຄັ້ງວັນທີ 08 ມິຖຸນາ 2021.

ເພື່ອຮັບປະກັນ ໃນການນໍາໃຊ້ລະບົບການແຈ້ງພາສີເປັນລາຍລະອຽດ ອາຊີກູດາ ໃນການຄຸ້ມຄອງການຈັດເກັບລາຍຮັບຄ່າພາສີ-ອາກອນ ແລະ ຄ່າພັນທະອື່ນ ເຂົ້າງົບປະມານແຫ່ງຊາດ, ກົມພາສີຈະໄດ້ມີການປັບປຸງ, ແກ້ໄຂ, ອັບເດດລະບົບຖານຂໍ້ມູນ (DATA CENTER) ໃຫ້ມີຄວາມຮັບປະກັນ, ສະດວກວ່ອງໄວ ແລະ ມີປະສິດທິພາບສູງ.

ຫົວໜ້າກົມພາສີ ອອກແຈ້ງການ ຄື:

1. ນັບແຕ່ເວລາ 23:00 ໂມງ ຂອງວັນທີ 11 ມີຖຸນາ 2021 ຫາ ເວລາ 06:00 ໂມງ ຂອງວັນທີ 14 ມີຖຸນາ 2021ກົມພາສີ ຈະໄດ້ດຳເນີນການປັບປຸງແກ້ໄຂລະບົບປະຕິບັດການຖານຂໍ້ມູນ ( DATA CENTER ) ຂອງລະບົບ ອາຊິກູດາ, ກອງຄຸ້ມຄອງພາສີ I-VII, ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ຈະບໍ່ສາມາດນຳໃຊ້ລະບົບໄດ້;

2. ໃນຊ່ວງເວລາດຳເນີນການປັບປຸງແກ້ໄຂລະບົບ ມອບໃຫ້ຫົວໜ້າກອງຄຸ້ມຄອງພາສີ I-VII, ຫົວໜ້າດ່ານພາສີສາກົນ ເອົາໃຈໃສ່ຊີ້ນຳໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານກວດກາສິນຄ້າ ແນະນຳໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ຜູ້ບໍລິການແຈ້ງພາສີ ທີ່ມີຈຸດປະສົງນຳສິນຄ້າເຂົ້າ-ອອກຜ່ານດ່ານພາສີຊາຍແດນ ໃຫ້ດໍາເນີນການແຈ້ງ ພາສີເປັນລາຍລະອຽດລ່ວງໜ້າ ຫຼື ພ້ອມພິມໃບແຈ້ງພາສີ ເພື່ອເປັນເອກະສານຢັ້ງຢືນໃນການກວດກາສິນຄ້າຕົວຈິງ, ພາຍຫຼັງລະບົບສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ດຳເນີນຂັ້ນຕອນໃນລະບົບອາຊີກູດາໃຫ້ສຳເລັດ;

3. ໃນຊ່ວງເວລາດຳເນີນການປັບປຸງແກ້ໄຂລະບົບ, ອະນຸຍາດໃຫ້ຄໍ້າປະກັນດ້ວຍເງິນສົດ, ບັດຊຳລະຄ່າພາສີ-ອາກອນ Smart Tax ສະເພາະສິນຄ້າເຄື່ອງຂອງ, ປະເພດບູດເນົ່າ ຫຼື ເຊື່ອມຄຸນນະພາບໄວ, ສິນຄ້າກະສິກຳ, ສັດມີຊີວິດ, ສິນຄ້ານໍາໃຊ້ເປັນກໍລະນີສຸກເສີນ, ສິນຄ້າຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຄື່ອງຂອງນັກການທູດ ແລະ ບຸກຄົນທີ່ໄດ້ຮັບສິດທິພິເສດເທົ່ານັ້ນ ພາຍຫຼັງລະບົບສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ດໍາເນີນຂັ້ນຕອນການແຈ້ງພາສີໃນລະບົບອາຊີກູດາໃຫ້ສຳເລັດ;

4. ແຈ້ງການສະບັບນີ້, ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ຫົວໜ້າກົມພາສີ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ປິດລະບົບ ອາຊິກຸດາ ເພື່ອປັບປຸງແກ້ໄຂລະບົບປະຕິບັດການຖານຂໍ້ມູນ, ເລກທີ 02533/ກພສ, ວັນທີ 09/6/2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.