ກົມພາສີ, ກະຊວງການເງິນ ໄດ້ອອກແຈ້ງການ ປິດລະບົບ ອາຊິກຸດາ ເພື່ອປັບປຸງແກ້ໄຂລະບົບປະຕິບັດການຖານຂໍ້ມູນ (DATA CENTER), ນັບແຕ່ເວລາ 23:00 ໂມງຂອງວັນທີ 11 ມິຖຸນາ 2021 ຫາ ເວລາ 06:00 ໂມງ ຂອງ ວັນທີ 14 ມິຖຸນາ 2021, ເລກທີ 02533/ກພສ, ລົງວັນທີ 09 ມິຖຸນາ 2021. ເຊິ່ງມີລາຍລະອຽດດັ່ງນີ້:

  1. ນັບແຕ່ເວລາ 23:00 ໂມງ ຂອງວັນທີ 11 ມິຖຸນາ 2021 ຫາ ເວລາ 06:00 ໂມງ ຂອງວັນທີ 14 ມິຖຸນາ 2021 ກົມພາສີ ຈະໄດ້ດໍາເນີນການປັບປຸງແກ້ໄຂລະບົບປະຕິບັດການຖານຂໍ້ມູນ (DATA CENTER) ຂອງລະບົບອາຊິກຸດາ, ກອງຄຸ້ມຄອງພາສີ I-VII, ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ ຈະບໍ່ສາມາດນໍາໃຊ້ລະບົບໄດ້;
  2. ໃນຊ່ວງເວລາດໍາເນີນການປັບປຸງແກ້ໄຂລະບົບ ມອບໃຫ້ຫົວໜ້າກອງຄຸ້ມຄອງພາສີ I-VII, ຫົວໜ້າດ່ານພາສີສາກົນເອົາໃຈໃສ່ຊີ້ນໍາໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານກວດກາສີນຄ້າ ແນະນໍາໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ຜູ້ບໍລິການແຈ້ງພາສີ ທີ່ມີຈຸດປະສົງນໍາສິນຄ້າເຂົ້າ-ອອກຜ່ານດ່ານພາສີຊາຍແດນ ໃຫ້ດໍາເນີນການແຈ້ງພາສີເປັນລາຍລະອຽດລ່ວງໜ້າ ຫຼື ພ້ອມພີມໃບແຈ້ງພາສີ ເພື່ອເປັນເອກະສານຢັ້ງຢືນໃນການກວດກາສິນຄ້າຕົວຈີງ, ພາຍຫຼັງລະບົບສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ດໍາເນີນຂັ້ນຕອນໃນລະບົບອາຊີກຸດາໃຫ້ສໍາເລັດ;
  3. ໃນຊ່ວງເວລາດໍາເນີນການປັບປຸງແກ້ໄຂລະບົບ, ອະນຸຍາດໃຫ້ຄໍ້າປະກັນດ້ວຍເງິນສົດ, ບັດຊໍາລະຄ່າພາສີ-ອາກອນ Smart Tax ສະເພາະສິນຄ້າເຄື່ອງຂອງ, ປະເພດບູດເນົ່າ ຫຼື ເຊື່ອມຄຸນນະພາບໄວ, ສິນຄ້າກະສິກໍາ, ສັດມີຊີວິດ, ສິນຄ້ານໍາໃຊ້ເປັນກໍລະນີສຸກເສີນ, ສິນຄ້າຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຄື່ອງຂອງນັກການທູດ ແລະ ບຸກຄົນທີ່ໄດ້ຮັບສິດທິພິເສດເທົ່ານັ້ນ ພາຍຫຼັງລະບົບສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ດໍາເນີນຂັ້ນຕອນການແຈ້ງພາສີໃນລະບົບອາຊີກຸດາໃຫ້ສໍາເລັດ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.