ສາລະບານ

ໝວດທີ I - ຄວາມໝາຍ ແລະ ຫຼັກການລວມ

ມາດຕາ 1. ການຈົດທະບຽນຜະລິດຕະພັນອາຫານ…
ມາດຕາ 2. ການຈົດທະບຽນອາຫານມີຈຸດປະສົງ…
ມາດຕາ 3. ຜູ້ທີ່ເປັນເຈົ້າຂອງສູດຕໍາລາ…
ມາດຕາ 4.

ໝວດທີ II - ວ່າດ້ວຍການຍື່ນເອກະສານ

ມາດຕາ 5. ເອກະສານທີ່ຕ້ອງຍື່ນຂໍຈົດທະບຽນອາຫານ ທີ່ຜະລິດພາຍໃນ…
ມາດຕາ 6. ເອກະສານທີ່ຕ້ອງຍື່ນຂໍຈົດທະບຽນອາຫານ ທີ່ຜະລິດມາຈາກຕ່າງປະເທດ…

ໝວດທີ III - ວ່າດ້ວຍຄ່າທໍານຽມການຈົດທະບຽນ

ມາດຕາ 7. ຄ່າທໍານຽມການຈົດທະບຽນຜະລິດຕະພັນອາຫານ ທີ່ຜະລິດພາຍໃນປະເທດ…
ມາດຕາ 8. ຄ່າທໍານຽມການຈົດທະບຽນຜະລິດຕະພັນອາຫານ ທີ່ຜະລິດມາຈາກຕ່າງປະເທດ…
ມາດຕາ 9. ຄ່າທໍານຽມການຕໍ່ອາຍຸໃບທະບຽນ…

ໝວດທີ IV - ວ່າດ້ວຍການກໍານົດເວລາການພິຈາລະນາຈົດທະບຽນອາຫານ

ມາດຕາ 10. ການອອກໃບທະບຽນຜະລິດຕະພັນອາຫານ

ໝວດທີ V - ວ່າດ້ວຍການລົບລ້າງ ແລະ ການຕໍ່ອາຍຸໃບທະບຽນ

ມາດຕາ 11. ໃບທະບຽນຜະລິດຕະພັນອາຫານ ມີກໍານົດ…
ມາດຕາ 12. ໃບຈົດທະບຽນຜະລິດຕະພັນອາຫານ ອາດຖືກລົບລ້າງ…

ໝວດທີ VI - ວ່າດ້ວຍຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 13. ຫ້າມບຸກຄົນ ຫຼື ນິຕິບຸກຄົນໃດປອມແປງສູດຕໍາລາ…
ມາດຕາ 14. ຫ້າມບຸກຄົນ ຫຼື ນິຕິບຸກຄົນໃດຜະລິດອາຫານສໍາເລັດຮູບ…
ມາດຕາ 15. ຫ້າມບຸກຄົນ ຫຼື ນິຕິບຸກຄົນໃດນໍາເຂົ້າ-ສົ່ງອອກ…
ມາດຕາ 16. ຖ້າບຸກຄົນ ຫຼື ນິຕິບຸກຄົນໃດລະເມີດ…

ໝວດທີ VII - ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 17. ມອບໃຫ້ກົມອາຫານ ແລະ ຢາຕິດຕາມກວດກາ…
ມາດຕາ 18. ມີແຕ່ກົມອາຫານ ແລະ ຢາເທົ່ານັ້ນມີສິດອອກ…
ມາດຕາ 19. ຂໍ້ກໍານົດສະບັບນີ້ມີຜົນສັກສິດ…


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ      ເລກທີ 1600 /ກຊສ

ຂໍ້ກໍານົດ
ວ່າດ້ວຍການຈົດທະບຽນອາຫານ

  • ອີງຕາມ ໃບແຈ້ງການຂອງຫ້ອງວ່າການສະພາລັດຖະມົນຕີ ເລກທີ 1675/ຫສລ, ລົງວັນທີ05/12/91 ກ່ຽວກັບການເຫັນດີປະກາດໃຊ້ຂໍ້ກໍານົດ ກ່ຽວກັບການຄຸ້ມຄອງອາຫານ ຂອງຄະນະກໍາມະການຄຸ້ມຄອງອາຫານ ແລະ ຢາ.
  • ອີງຕາມ ດໍາລັດນາຍົກລົດຖະມົນຕີ ສປປລາວ ວ່າດ້ວຍການຈັດຕັ້ງຂອງກະຊວງສາທາລະນະສຸກ ເລກທີ 73/ນຍ, ລົງວັນທີ 10/05/1993.

ລົດຖະມົນຕີວ່າການກະຊວງສາທາລະນະສຸກຕົກລົງອອກກົດລະບຽບ
ວ່າດ້ວຍການຂຶ້ນທະບຽນອາຫານດັ່ງລຸ່ມນີ້:

ໝວດທີ I
ຄວາມໝາຍ ແລະ ຫຼັກການລວມ

ມາດຕາ 1. ການຈົດທະບຽນຜະລິດຕະພັນອາຫານ ແລະ ເຄື່ອງດື່ມຕໍ່ໄປເອີ້ນວ່າການຈົດທະບຽນອາຫານ, ແມ່ນການແຈ້ງຫຼັກສູດຕໍາລາອາຫານ ເປັນລາຍລັກອັກສອນ ເຊິ່ງໝາຍເຖິງການສະແດງລາຍການຂອງວັດຖຸທີ່ ໃຊ້ເປັນສ່ວນປະກອບຂອງອາຫານ, ໃນນັ້ນໄດ້ລະບຸນໍ້າໜັກ ຫຼື ປະລິມານຂອງແຕ່ລະລາຍການຢ່າງຈະແຈ້ງ. ຂ້າງເທິງ

ມາດຕາ 2. ການຈົດທະບຽນອາຫານມີຈຸດປະສົງ ເພື່ອເກັບກໍາສະຖິຕິ ແລະ ການຄຸ້ມຄອງການເຄື່ອນໄຫວການຜະລິດ, ການນໍາເຂົ້າ, ການສົ່ງອອກ, ການຈໍາໜ່າຍ, ການຈໍລະຈອນ, ແຈກຢາຍຜະລິດຕະພັນອາຫານ ທີ່ຜະລິດພາຍໃນ ແລະ ນໍາເຂົ້າມາຈາກຕ່າງປະເທດ, ເພື່ອສ້າງເງື່ອນໄຂໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ສາມາດຕິດຕາມ ແລະ ກວດກາຄຸນນະພາບຂອງຜະລິດຕະພັນອາຫານ ແລະ ເພື່ອໃຫ້ສູດຕໍາລາຂອງຜະລິດຕະພັນເຫຼົ່ານັ້ນ ມີຄຸນຄ່າທາງດ້ານກົດໝາຍ, ແນໃສ່ປົກປ້ອງຜູ້ບໍລິໂພກ ແລະ ຮັກສາລິຂະສິດຂອງຜູ້ເປັນເຈົ້າຂອງ ສູດຕໍາລາດັ່ງກ່າວ. 

ມາດຕາ 3. ຜູ້ທີ່ເປັນເຈົ້າຂອງສູດຕໍາລາ ຂອງຜະລິດຕະພັນອາຫານທີ່ຜະລິດຢູ່ພາຍໃນ ແລະ ນໍາເຂົ້າມາຈາກຕ່າງ ປະເທດ ທີ່ມີຈຸດປະສົງຢາກຜະລິດ, ຈໍາໜ່າຍຜະລິດຕະພັນອາຫານພາຍໃນ ສປປ ລາວ ລ້ວນແຕ່ຕ້ອງໄດ້ຈົດທະບຽນອາຫານນໍາກົມອາຫານ ແລະ ຢາຂອງກະຊວງສາທາລະນະສຸກ, ທັງນີ້ກໍ່ເພື່ອຫຼີກເວັ້ນການ ປອມແປງຜະລິດຕະພັນຈາກຄົນອື່ນ. 

ມາດຕາ 4.

  1. ຜະລິດຕະພັນອາຫານທີ່ຕ້ອງຈົດທະບຽນ ແມ່ນຜະລິດຕະພັນປຸງແຕ່ງສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ທີ່ໄດ້ອະນຸຍາດໃຫ້ຜະລິດ ຈາກຂະແໜງອຸດສາຫະກໍາ ແລະ ໄດ້ຮັບອະນຸຍາດໃຫ້ນໍາເຂົ້າ ຈາກຂະແໜງການຄ້າຕາມລຳດັບ.
  2. ສໍາລັບຜະລິດຕະພັນອາຫານໃດ ທີ່ບໍ່ມີຕົວແທນຈໍາໜ່າຍໃນ ສປປລາວ ໃຫ້ບໍລິສັດຜູ້ຜະລິດ (ບໍລິສັດແມ່) ເປັນຜູ້ນໍາມາຈົດທະບຽນ ຫຼື ມອບສິດເປັນລາຍລັກອັກສອນໃຫ້ບຸກຄົນ ຫຼື ນິຕິບຸກຄົນເປັນຜູ້ນໍາມາຈົດທະບຽນກໍ່ໄດ້. 

ໝວດທີ II
ວ່າດ້ວຍການຍື່ນເອກະສານ

ມາດຕາ 5. ເອກະສານທີ່ຕ້ອງຍື່ນຂໍຈົດທະບຽນອາຫານ ທີ່ຜະລິດພາຍໃນປະເທດມີຄື:

  1. ຄໍາຮ້ອງຂໍຂື້ນທະບຽນສູດຕໍາລາຜະລິດຕະພັນອາຫານ (ຕາມແບບຟອມອ/ຫ 1);
  2. ກໍາມະວິທີໃນການປຸງແຕ່ງ (ຂັ້ນຕອນໃນການປຸງແຕ່ງ);
  3. ສະຫຼາກຂອງຜະລິດຕະພັນ;
  4. ໃບອະນຸຍາດດໍາເນີນທຸລະກິດອອກໃຫ້ໂດຍ ຂະແໜງອຸດສາຫະກໍາ;
  5. ຕົວຢ່າງຜະລິດຕະພັນທີ່ບັນຈຸຢູ່ໃນຫົວໜ່ວຍມັດຫໍ່ເດີມ ( ສ່ວນປະລິມານຕົວຢ່າງແມ່ນຂຶ້ນກັບ ລາຍການວິເຄາະ ເບິ່ງ Annex I);
  6. ຜົນຂອງການກວດວິເຄາະອາຫານຈາກຫ້ອງທົດລອງ ທີ່ທາງການຮັບຮູ້ຕາມແຕ່ລະກໍລະນີ. 

ມາດຕາ 6. ເອກະສານທີ່ຕ້ອງຍື່ນຂໍຈົດທະບຽນອາຫານ ທີ່ຜະລິດມາຈາກຕ່າງປະເທດມີຄື

  1. ຄໍາຮ້ອງຂໍຂຶ້ນທະບຽນ, ສູດຕໍາລາຜະລິດຕະພັນອາຫານ (ຕາມແບບຟອມອ/ຫ 2);
  2. ໃບຢັ້ງຢືນຄຸນນະພາບ (Health Certificate) ຈາກອົງການທີ່ມີອໍານາດກ່ຽວຂ້ອງຂອງປະເທດຜູ້ຜະລິດ;
  3. ໃບຢັ້ງຢືນຜົນວິເຄາະ ພ້ອມດ້ວຍວິທີການວິເຄາະຈາກຫ້ອງທົດລອງ ທີ່ຮັບຮູ້ຢ່າງເປັນທາງການຂອງປະເທດຜູ້ຜະລິດເຊັ່ນ:
  • Analysis certificate;
  • Microbiology certificate;
  • Filth and Extraneous Matter Certificate;
  • Sanitary Certificate;
  • Mycotoxin Certificate;
  • Heavy Metal Certificate;
  • Phytosanitary Certificate;
  • Certificate of age.
    ໃບຢັ້ງຢືນຕ່າງໆທີ່ກ່າວມານີ້ ແມ່ນຂຶ້ນນໍາແຕ່ລະຊະນິດອາຫານ.
  1. ໃບອະນຸຍາດໃຫ້ຂາຍທົ່ວໄປຂອງປະເທດຜູ້ຜະລິດ ຫຼື ປະເທດຜູ້ສົ່ງອອກ (Certificate of Free sale);
  2. ຕົວຢ່າງຜະລິດຕະພັນອາຫານທີ່ບັນຈຸ ຢູ່ໃນຫົວໜ່ວຍມັດຫໍ່ເດີມ (ສ່ວນປະລິມານຂອງຕົວຢ່າງ ແມ່ນຂຶ້ນກັບລາຍການວິເຄາະເບິ່ງ (Annex I);
  3. ສະຫຼາກຜະລິດຕະພັນອາຫານທີ່ຂຽນເປັນພາສາລາວ ພ້ອມດ້ວຍເລກທີຈົດທະບຽນຂອງ ສປປ ລາວ. 

ໝວດທີ III
ວ່າດ້ວຍຄ່າທໍານຽມການຈົດທະບຽນ

ມາດຕາ 7. ຄ່າທໍານຽມການຈົດທະບຽນຜະລິດຕະພັນອາຫານ ທີ່ຜະລິດພາຍໃນປະເທດ ແມ່ນຄິດໄລ່ເອົາຕາມມູນຄ່າໃບບິນ ຂອງຫ້ອງທົດລອງທີ່ທາງການກໍານົດ ແລະ ບວກໃສ່ 5000 ກີບ.

ມາດຕາ 8. ຄ່າທໍານຽມການຈົດທະບຽນຜະລິດຕະພັນອາຫານ ທີ່ຜະລິດມາຈາກຕ່າງປະເທດແມ່ນຄິດໄລ່ເອົາ ຕາມມູນຄ່າໃບບິນ ຂອງຫ້ອງທົດລອງທີ່ທາງການກໍານົດ ແລະ ບວກໃສ່ 20,000 ກີບ. 

ມາດຕາ 9. ຄ່າທໍານຽມການຕໍ່ອາຍຸໃບທະບຽນ

  • ສໍາລັບຜະລິດຕະພັນອາຫານ ທີ່ຜະລິດພາຍໃນປະເທດ = 2,500 ກີບ
  • ສໍາລັບຜະລິດຕະພັນອາຫານ ທີ່ຜະລິດມາຈາກຕ່າງປະເທດ = 10,000 ກີບ. 

ໝວດທີ IV
ວ່າດ້ວຍການກໍານົດເວລາການພິຈາລະນາຈົດທະບຽນອາຫານ

ມາດຕາ 10. ການອອກໃບທະບຽນຜະລິດຕະພັນອາຫານ ຈະພິຈາລະນາໄດ້ກໍ່ຕໍ່ເມື່ອເອກະສານຄົບຖ້ວນ ຕາມກໍານົດໄວ້ໃນມາດຕາ 5 ແລະ ມາດຕາ 6 ຂອງຂໍ້ກໍານົດສະບັບນີ້ ຫຼື ກໍ່ຕໍ່ເມື່ອເຈົ້າຂອງຜະລິດຕະພັນ ຫາກຕອບສະໜອງຂໍ້ມູນຕ່າງໆຢ່າງຄົບຖ້ວນ ຕາມຂັ້ນຕອນຂອງການພິຈາລະນາ.

  1. ສໍາລັບຜະລິດຕະພັນອາຫານ ທີ່ຜະລິດພາຍໃນປະເທດຈະອອກໃຫ້ພາຍໃນ 60 ວັນ, ນັບແຕ່ມື້ສົ່ງເອກະສານເຖິງກົມອາຫານ ແລະ ຢາ.
  2. ສໍາລັບຜະລິດຕະພັນອາຫານ ທີ່ຜະລິດມາຈາກຕ່າງປະເທດຈະອອກໃຫ້ພາຍໃນ 120 ວັນ, ນັບແຕ່ມື້ສົ່ງເອກະສານເຖິງກົມອາຫານ ແລະ ຢາ. 

ໝວດທີ V
ວ່າດ້ວຍການລົບລ້າງ ແລະ ການຕໍ່ອາຍຸໃບທະບຽນ

ມາດຕາ 11. ໃບທະບຽນຜະລິດຕະພັນອາຫານ ມີກໍານົດການໃຊ້ 02 ປີນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

  • 90 ວັນ ກ່ອນໝົດອາຍຸການນໍາໃຊ້ໃບຈົດທະບຽນ, ເຈົ້າຂອງຜະລິດຕະພັນອາຫານ ຕ້ອງມາຂໍຕໍ່ອາຍຸການຈົດທະບຽນໃໝ່. 

ມາດຕາ 12. ໃບຈົດທະບຽນຜະລິດຕະພັນອາຫານ ອາດຖືກລົບລ້າງໃນກໍລະນີດັ່ງລຸ່ມນີ້:

  • ຜູ້ກ່ຽວບໍ່ມາຕໍ່ອາຍຸໃບຈົດທະບຽນ ພາຍຫຼັງໝົດອາຍຸການນໍາໃຊ້ 30 ວັນ.
  • ຜົນວິໄຈສະແດງໃຫ້ເຫັນວ່າ ຄຸນນະພາບຂອງຜະລິດຕະພັນອາຫານ ບໍ່ບັນລຸຕາມມາດຕະຖານທີ່ໄດ້ຈົດທະບຽນໄວ້.
  • ບໍ່ປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ ໂດຍການແຈ້ງການຂອງປະເທດຜູ້ຜະລິດ ຫຼື ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. 

ໝວດທີ VI
ວ່າດ້ວຍຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 13. ຫ້າມບຸກຄົນ ຫຼື ນິຕິບຸກຄົນໃດ ປອມແປງສູດຕໍາລາປຸງແຕ່ງອາຫານ ທີ່ໄດ້ຈົດທະບຽນກ່ອນແລ້ວ. 

ມາດຕາ 14. ຫ້າມບຸກຄົນ ຫຼື ນິຕິບຸກຄົນໃດ ຜະລິດອາຫານສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ເພື່ອຈໍາໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງອຸດສາຫະກໍາ ແລະ ບໍ່ໄດ້ຈົດທະບຽນນໍາກົມອາຫານ ແລະ ຢາ. 

ມາດຕາ 15. ຫ້າມບຸກຄົນ ຫຼື ນິຕິບຸກຄົນໃດນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍຜະລິດຕະພັນອາຫານສໍາເລັ ດຮູບ ແລະ ເຄິ່ງສໍາເລັດຮູບເພື່ອຈໍາໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການຄ້າ ແລະ ບໍ່ໄດ້ຈົດທະບຽນນໍາກົມອາຫານ ແລະ ຢາ. 

ມາດຕາ 16. ຖ້າບຸກຄົນ ຫຼື ນິຕິບຸກຄົນໃດລະເມີດຕໍ່ມາດຕາ 13-14 ຫຼື 15 ຂອງຂໍ້ກໍານົດສະບັບນີ້

  • ຄັ້ງທີ 1 ຈະຖືກກ່າວເຕືອນ;
  • ຄັ້ງທີ 2 ຈະຖືກປັບໄໝ 50,000 ກີບ ຕໍ່ໜຶ່ງລາຍການ, ພ້ອມທັງຢຶດຜະລິດຕະພັນດັ່ງກ່າວ;
  • ຄັ້ງທີ 3 ຈະຖືກປັບໄໝ 50,000 ກີບ ຕໍ່ໜຶ່ງລາຍການ, ພ້ອມທັງຢຶດຜະລິດຕະພັນທັງໝົດ ແລະ ປິດກິດຈະການ, ຟ້ອງຂຶ້ນສານ. 

ໝວດທີ VII
ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 17. ມອບໃຫ້ກົມອາຫານ ແລະ ຢາຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້ ໃຫ້ປະກົດຜົນເປັນຈິງ. 

ມາດຕາ 18. ມີແຕ່ກົມອາຫານ ແລະ ຢາເທົ່ານັ້ນ ມີສິດອອກໃບທະບຽນສູດຕໍາລາອາຫານ. 

ມາດຕາ 19. ຂໍ້ກໍານົດສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. 

ວຽງຈັນ, ວັນທີ 25/11/1994
ລັດຖະມົນຕີກະຊວງສາທາລະນະສຸກ
ດຣ. ຄຳຜາຍ ລັດສະໝີ

 

# ຫົວຂໍ້ ດາວໂຫຼດ
1 Provision on Food Registration No. 1600/MoH PDF
2 ຂໍ້ກໍານົດ ວ່າດ້ວຍ ການຈົດທະບຽນ ອາຫານ ເລກທີ 1600/ກຊສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າອາຫານ ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ອາຫານທຸກຊະນິດຕ້ອງໄດ້ຮັບອະນຸຍາດນຳເຂົ້າທຸກຄັ້ງ ຈາກກົມອາ ຫານ ແລະ ຢາ ກະຊວງສາທາລະນະສຸກ. ພະແນກສາທາລະນະສຸກ ແຂວງ ແລະ ນະຄອນຫຼວງ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຜະລິດ, ສົ່ງອອກ-ນໍາເຂົ້າ ອາຫານທີ່ປອດໄພ ເລກທີ 856/ກຊສ, ລົງວັນທີ 12 ພຶດສະພາ 2006
  2. ຂໍ້ກໍານົດ ວ່າດ້ວຍ ການຈົດທະບຽນ ອາຫານ ເລກທີ 1600/ກຊສ
  3. ກົດໝາຍ ວ່າດ້ວຍ ອາຫານ (ສະບັບປັບປຸງ) ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013
  4. ຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ແລະ ສົ່ງຜ່ານອາຫານ ເລກທີ 1166/ສທ, ລົງວັນທີ 21 ມິຖຸນາ 2018
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.