ການເຕີບໂຕທາງດ້ານເສດຖະກິດໃນປະເທດທີ່ກຳລັງພັດທະນາ ໃນອາຊີ ຄາດວ່າຈະເພີ່ມ ຂຶ້ນເປັນ 7,3% ໃນປີນີ້, ຊຶ່ງໄດ້ຮັບການສະຫນັບສະຫນູນຈາກການຟື້ນຕົວຂອງໂລກທີ່ດີ​ຂຶ້ນ ແລະ ມີຄວາມຄືບຫນ້າໃນເບື້ອງຕົ້ນ ກ່ຽວກັບວັກ​ຊີນ​ຕ້​ານພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ ຫຼື ພະຍາດໂຄວິດ-19 ອີງຕາມການລາຍງານໃຫມ່ ຂອງທະນາຄານພັດທະນາອາຊີ (ADB).                                                                          

     ການຟື້ນໂຕທີ່ຄາດຄະເນໄວ້ ແມ່ນຕໍ່​ເນື່ອງ​ມາ​ຈ​າກ​ການ​ຫົ​ດ​ໂຕ 0,2% ໃນປີທີ່ຜ່ານມາ, ອີງຕາມບົດ​ລາຍ​ງານເສດຖະກິດ ຂອງ ADB ທີ່ມີຊື່ວ່າ ການຄາດຄະເນການພັດທະນາຂອງອາຊີປະຈໍາປີ 2021, ທີ່ໄດ້ຖືກເຜີຍແຜ່ ໃນມື້ນີ້. ການເຕີບໂຕຂອງພາກ ພື້ນ ແມ່ນຄາດວ່າຈະຢູ່​ໃນ​ລະ​ດັບ 5,3% ໃນປີ 2022. ບໍ່ລວມເອົາເສດຖະກິດອຸດສາ ຫະກໍາໃຫມ່ຂອງຮົງກົງ, ສປຈີນ, ສາທາລະ ນະລັດເກົາຫຼີ, ສິງກະໂປ, ແລະ ໄຕ້ຫວັນ, ຈີນ, ການພັດທະນາກິດ ຈະກໍາດ້ານເສດຖະກິດຂອງອາຊີ ຄາດວ່າຈະເຕີບໂຕໃນ​ລ​ະ​ດັ​ບ 7,7% ໃນປີນີ້ ແລະ 5,6% ໃນປີ 2022.

     ທ່ານ ຢະສຸຍຸກິ ສະວາດະ ຫົວໜ້ານັກເສດຖະສາດຂອງ ADB ໄດ້ໃຫ້ຮູ້ວ່າ: “ການເຕີບໂຕແມ່ນພວມໄດ້ຮັບແຮງພັກດັນຈ​າກ​ບັນ​ດ​າປະເທດທີ່ກຳລັງພັດທະນາໃນອາຊີ, ແຕ່ວ່າການລະບາດຂອງພະຍາດໂຄວິດ-19 ໄດ້ຂົ່ມຂູ່ຕໍ່ການຟື້ນໂຕ,” ທ່ານຍັງໃຫ້ຮູ້ຕື່ມອີກວ່າ “ເສດຖະກິດຂອງປະເທດຕ່າງໆໃນພາກພື້ນແມ່ນດຳເນີນໄປໃນ​ເສັ້ນທາງທີ່ແຕກຕ່າງກັນ. ເສັ້ນໂຄຈອນເສດຖະກິດຂອງປະເທດເຫຼົ່ານີ້ ແມ່ນ​ຂຶ້ນ​ກັບ​ຂ​ະ​ຫ​ນາດ​ຂ​ອງການລະບາດພາຍໃນປະເທດ, ບາດກ້າວໃນ​ການດຳເນີນການສັກວັກຊີນຂອງແຕ່​ລະປະເທດ ແລະ ໄດ້ຮັບຜົນປະໂຫຍດຫລາຍ​ເທົ່​າໃດ ຈາກການຟື້ນໂຕຂອງໂລກ.” 

     ການເພີ່ມຂຶ້ນຂອງການສົ່ງອອກ ແມ່ນຈະຊຸກຍູ້ເສດຖະກິດຂອງບ​າງປະເທດທີ່ກຳລັງພັດທະນາໃນອາຊີຈຳນວນໜຶ່ງ ທ່າມ ກາງການເພີ່ມທະວີກິດຈະກຳທາງເສດຖະກິດຂອງໂລກ, ລວມທັງການຟຶ້ນຄືນຂອງການຜະລິດຂ​ອງໂຮງຈັກໂຮງງານ. ຄວາມຄືບ ໜ້າຂອງການຜະລິດ ແລະ ການຈັດສົ່ງວັກຊີນຕ້ານພະຍາດໂຄວິດ-19 ໄດ້ປະກອບສ່ວນໃຫ້ແກ່ແຮງພັກດັນດັ່ງກ່າວ, ແຕ່ວ່າ ການແຜ່ລະບາດຂອງພະຍາດຍັງຄົງເປັນຄວາມສ່ຽງໃຫຍ່ທີ່ສຸດສຳລັບພາກພື້ນ ເນື່ອງຈາກມີແນວໂນ້ມຊັກຊ້າໃນການດຳເນີນການສັກວັກຊີນ ຫຼື ການລະບາດຮອບໃໝ່ສາມາດບັ່ນທອນການເຕີບໂຕ. ຄວາມສ່ຽງອັນອື່ນໆ ລວມທັງຄວາມເຄັ່ງຕຶງຂົງເຂດທາງພູມສາດການເມືອງທີ່ມີເພີ່ມຂຶ້ນ, ການຜະລິດຮ​ອດ​ຂີດ​ຈໍາກັດ, ຄວາມສັບສົນທາງການເງິນຈາກການຫັດກຸມເງື່ອນໄຂທາງການເງິນ ຕົວຢ່າງເຊັ່ນ ຄວາມຢ້ານກົວໃນໄລຍະຍາວ ເນື່ອງຈາກເສຍໂອ​ກາ​ດ​ໃນການຮໍ່​າຮຽນຈາກາກການປິດໂຮງຮຽນ.

     ເສດຖະກິດສ່ວນໃຫຍ່ຂອງປະເທດທີ່ກຳລັງພັດທະນາໃນອາຊີ ຈະເຫັນໄດ້ການເຕີບໂຕທີ່ແຂງແຮງໃນປີນີ້ ແລະ ໃນປີ 2022. ເສດຖະກິດຂອງປະເທດໃນແຖບອາຊີກາງຄາດວ່າຈະເຕີບໂຕໃນອັດຕາສະເລ່ຍທີ່ 3,4% ໃນປີນີ້ ແລະ 4,0% ໃນປີໜ້າ. ເສດຖະກິດຂອງປະເທດທີ່​ອີງ​ໃສ່ການຄ້າໃນແຖບອາຊີຕາເວັນອອກສ່ຽງໃຕ້ກໍ່ຈະກັບມາຟື້ນໂຕອີກ, ໂດຍການຄາດຄະເນຂອງອະນຸພາກພື້ນດັ່ງກ່າວ ຈະຂະຫຍາຍໂຕລວມໃນອັດຕາ 4,4% ໃນປີນີ້ ແລະ 5,1% ໃນປີ 2022 ພາຍຫຼັງທີ່ຫົດ​ໂຕ 4,0% ໃນປີ 2020. ເສດຖະກິດຂອງປະເທດໃນແຖບປາຊີຟິກ ທີ່ຍັງຄົງໄດ້ຮັບຜົນກະທົບຈາກຂໍ້ຈຳກັດດ້ານການທ່ອງທ່ຽວທົ່ວໂລກ ແລະ ການຫຼຸດລົງຂອງການທ່ອງທ່ຽວ ຈະຂະຫຍາຍໂຕເລັກນ້ອຍໃນປີນີ້ີ່ໃນອັດຕາ 1,4% ກ່ອນທີ່ອັດຕາການຂະຫຍາຍໂຕ ຈະເພີ່ມຂຶ້ນເປັນ 3,8% ໃນປີໜ້າ.

     ການສົ່ງອອກທີ່ແຂງແຮງ ແລະ ການຟື້ນໂຕຂອງການບໍລິໂພກໃນຄົວເຮືອນເທື່ອລະກ້າວ ຈະຊ່ວຍເພີ່ມກິດຈະກຳທາງເສດຖະກິດໃນ ສປຈີນ ໃນປີນີ້. ຄາດວ່າລວມຍອດຜະລິດຕະພັນພາຍໃນ ຫຼື ຈີດີພີ ຂອງປະເທດຈະຂະຫຍາຍໂຕໃນອັດຕາ 8,1% ໃນປີ 2021 ແລະ 5,5% ໃນປີ 2022. ຈີດີພີ ຂອງບັນດາປະເທດແຖບອາຊີຕາເວັນອອກ ໂດຍລວມຄາດວ່າຈະຂະຫຍາຍໂຕ ໃນອັດຕາ 7,4% ໃນປີ 2021 ແລະ 5,1% ໃນປີ 2022.

     ໃນຂະນະດຽວກັນ, ເສດຖະກິດຂອງອິນເດຍຄາດວ່າຂະຫຍາຍໂຕໃນອັດຕາ 11,0% ໃນປີງົບປະມານ 2021, ເຊິ່ງສິ້ນສຸດລົງໃນວັນທີ 31 ມີນາ 2022, ທ່າມກາງການຊຸກຍູ້ການສັກວັກ​ຊີນຢ່າງແຂງແຮງ. ເຖິງຢ່າງໃດກໍ່ຕາມ, ການເພີ່ມຂຶ້ນຂອງກໍລະນີຜູ້ຕິດພະຍາດໂຄວິດ-19 ຫວ່າງມໍ່ໆມານີ້ ອາດຈະເຮັດໃຫ້ການຟື້ນໂຕມີຄວາມສ່ຽງ. ຄາດວ່າ ຈີດີພີ ຂອງອິນເດຍຈະຂະຫຍາຍຕົວທີ່ອັດຕາ 7,0% ໃນສົກປີ 2020. ໃນປີນີ້, ການຂະຫຍາຍໂຕ ຈີດີພີ ຂອງປະເທດໃນແຖບອາຊີໃຕ້ ໂດຍລວມ ຄາດວ່າຈະຟື້ນໂຕ ໃນອັດຕາ 9,5%, ພາຍຫຼັງຫົດ​ໂຕ 6,0% ໃນປີ 2020 ກ່ອນທີ່ຈະຫຍັບຂຶ້ນມາຢູ່ໃນລະດັບປານກາງໃນອັດຕາ 6,6% ໃນປີໜ້າ.

     ອັດຕາເງິນເຟີ້ໃນປະເທດທີ່ກຳລັງພັດທະນາໃນອາຊີໂດຍລວມ ຄາດວ່າຈະຫຼຸດລົງຈ​າກ 2,8% ມ​າເປັ​ນ 2,3% ໃນປີນີ້, ຍ້ອນວ່າຄວາມກົດດັນດ້ານລາຄາອາຫານໄດ້ຮັບການແກ້ໄຂໃນໃນອິນເດຍ ແລະ ສປ ຈີນ. ອັດຕາເງິນເຟີ້ໃນພາກພື້ນຄາດວ່າຈະເພີ່ມສູງຂຶ້ນເປັນ 2,7% ໃນປີ 2022.

     ບົດລາຍງານຍັງ ໄດ້ກວດກາຄ່າໃຊ້ຈ່າຍຂອງການປິດໂຮງຮຽນທີ່ເກີດຈາກການແຜ່ລະບາດພະຍາດໃນທົ່ວປະ ເທດທີ່ກຳລັງພັດທະນາໃນອາຊີ. ບັນດາປະເທດທີ່ພວມນຳໃຊ້ການຮຽນທາງໄກ, ແຕ່ການຮຽນແບບນີ້ມີປະສິດທິ \ພາບບາງສ່ວນ ເນື່ອງຈາກນັກຮຽນຈຳນວນຫຼາຍຂາດການເຂົ້າເຖິງເຄື່ອງຄອມພິວເຕີ ແລະ ອິນເຕີເນັດ. ສິ່ງຫຍໍ້ທໍ້ເຫລົ່ານີ້ ຈະສົ່ງຜົນກະທົບຕໍ່ທັກສະທີ່ນັກຮຽນໄດ້ຮັບ ແລະ ໃນທີ່ສຸດຕໍ່ຜະລິດຕະພາບ ແລະ ລາຍໄດ້ຂອງພວກເຂົາ ຊຶ່ງພວກເຂົາ ຈະເປັນແຮງງານໃນອະນາຄົດ. ການສູນເສຍການຮຽນຮູ້ແມ່ນຢູ່ໃນລະດັບຕັ້ງແຕ່ 8,0% ຂອງປີການຮຽນຮູ້ໃນແຖບປາຊີຟິກ, ເຊິ່ງໂຮງຮຽນສ່ວນໃຫຍ່ແມ່ນເປີດຢູ່, ເຖິງ 55% ໃນແຖບອາຊີໃຕ້ ຊື່ງເປັນແຖບທີ່ມີການປິດໂຮງຮຽນດົນທີ່ສຸດ. ມູນຄ່າໃນປະຈຸບັນຂອງການຫຼຸດລົງລາຍຮັບໃນອະນາຄົດຂອງນັກຮຽນ ແມ່ນປະມານ 1,25 ພັນຕື້ໂດລາ ສຳລັບປະເທດທີ່ກຳລັງພັດທະນາໃນອາຊີໂດຍລວມ ຊຶ່ງເທົ່າກັບ 5,4% ຂອງ ຈີດີພີ ຂອງພາກພື້ນໃນປີ 2020.

     ADB ມຸ່ງໝັ້ນເພື່ອການບັນລຸເປົ້າໝາຍໃຫ້ພາກພື້ນອາຊີ ແລະ ປາຊີຟິກ ມີຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນທີ່ຈະລົບລ້າງຄວາມທຸກຍາກ. ສ້າງຕັ້ງຂຶ້ນໃນປີ 1966, ADB ມີ 68 ປະ​ເທດສະມາຊິກເປັນເຈົ້າຂອງ ໃນນັ້ນມີ 49 ປະເທດ​ແມ່​ນມາຈາກພາກພື້ນ.

 

   ແຫຼ່ງຂໍ້ມູນ: https://www.adb.org/lo/news/developing-asia-grow-7-3-2021-even-covid-19-lingers

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.