ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເລກທີ 1687/ກຊສ

ນະຄອນຫຼວງວຽງຈັນ, ວັນທີ 7 ເມສາ 2021

 

ຂໍ້ຕົກລົງ

ວ່າດ້ວຍການຄວບຄຸມມົນລະພິດ

  • ອີງຕາມ ໝວດ 2 ແລະ 3 ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 29/ກພຊ, ລົງວັນທີ 18 ທັນວາ 2012;
  • ອີງຕາມ ໜັງສືຢັ້ງຢືນຄວາມສອດຄ່ອງດ້ານກົດໝາຍຂອງກົມນິຕິກຳ ສະບັບເລກທີ 147/ກຊສ.ກນກ, ລົງວັນທີ 16 ມີນາ 2021;
  • ອີງຕາມ ໜັງສືສະເໜີຂອງກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ລະບັບເລກທີ 0494/ກຊສ.ກຄມ, ລົງວັນທີ 18 ມີນາ 2021.

ລັດຖະມົນຕີ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດມາດຕະການຄວບຄຸມ ແລະ ແກ້ໄຂມົນລະພິດ, ການຕິດຕາມ ກວດກາມົນລະພິດ, ມາດຕະການຄວບຄຸມມົນລະພິດໃນກໍລະນີເກີດເຫດການສຸກເສີນ, ກຳນົດເຂດອັນຕະລາຍ ແລະ ຄວາມ ສ່ຽງດ້ານມົນລະພິດ ເພື່ອຫຼຸດຜ່ອນ ແລະ ຈຳກັດຜົນກະບົບທີ່ເກີດຈາກມົນລະພິດທາງອາກາດ, ດິນ, ນ້ຳ ແລະ ສິ່ງລົບກວນ ບໍ່ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ແນ່ໃສ່ໃຫ້ມີຜົນກະທົບໜ້ອຍທີ່ສຸດ ຕໍ່ຊີວິດ, ສຸຂະ ພາບຂອງຄົນ, ສັດ, ພືດ, ສິ່ງມີຊີວິດອື່ນ ແລະ ລະບົບນິເວດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2 ການຄວບຄຸມມົນລະພິດ

ການຄວບຄຸມມົນລະພິດ ແມ່ນ ການສຳຫຼວດ ແລະ ຂຶ້ນບັນຊີ, ມາດຕະການຄວບຄຸມ ແລະ ແກ້ໄຂມົນ ລະພິດທາງອາກາດ, ດິນ, ນໍ້າ ແລະ ສິ່ງລົບກວນ ຊຶ່ງມົນລະພິດດັ່ງກ່າວຕົ້ນຕໍແມ່ນເກີດຈາກເຄມີເປັນພິດ, ທາດ ກຳມັນຕະພາບລັງສີ ແລະ ສິ່ງເສດເຫຼືອ ທີ່ປົນເປື້ອນ ຫຼື ເຈືອປົນຢູ່ໃນອາກາດ, ດິນ, ນໍ້າ ບໍ່ໃຫ້ເກີນຄ່າມາດຕະ ຖານສິ່ງແວດລ້ອມແຫ່ງຊາດ ທີ່ເກີດຈາກການດຳເນີນກິດຈະການໃດໜຶ່ງ ແລະ ທຳມະຊາດ.

ມາດຕາ 3 ການອະທິບາຍຄໍາສັບ

1. ມົນລະພິດທີ່ເກີດຈາກທໍາມະຊາດ ໝາຍເຖິງ ມົນລະພິດທີ່ເກີດຈາກ ໄຟໄໝ້ປ່າ, ພູເຂົາໄຟລະເບີດ, ຝຸ່ນລະອອງຈາກລົມ ຫຼື ພະຍຸ, ແຜນດິນໄຫວ, ໄພນໍ້າຖ້ວມ, ການເຊາະເຈື່ອນຂອງດິນ;

2. ມົນລະພິດທີ່ເກີດຈາກການກະທຳຂອງມະນຸດ ໝາຍເຖິງ ມົນລະພິດທີ່ເກີດຈາກການດຳເນີນກິດຈະການຕ່າງໆ ເປັນຕົ້ນ ກະສິກຳ, ປາໄມ້, ບໍ່ແຮ່, ອຸດສາຫະກຳ, ສາທາລະນະສຸກ, ການສຶກສາຄົ້ນຄວ້າທົດລອງ, ການເຜົາຂີ້ເຫຍື້ອ, ການກຳຈັດສິ່ງເສດເຫຼືອ, ພາຫະນະ;

3. ເຂດສຸກເສີນທາງດ້ານມົນລະພິດ ໝາຍເຖິງ ເຂດທີ່ເກີດມົນລະພິດຈາກກໍລະນີເຫດການສຸກເສີນ ຈາກການດຳເນີນກິດຈະການໃດໜຶ່ງ ທີ່ມີເຄມີເປັນພິດປົນເປື້ອນ ຫຼື ຄ່າຄວາມເຂັມຂຸ້ນເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ເຮັດໃຫ້ສິ່ງແວດລ້ອມເຊື່ອມໂຊມ ແລະ ສົ່ງຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງທີ່ມີຊີວິດອື່ນ ແລະ ລະບົບນິເວດ;

4. ເຂດອັນຕະລາຍດ້ານມົນລະພິດ ໝາຍເຖິງ ເຂດທີ່ມີເຄມີເປັນພິດປົນເປື້ອຍ ຫຼື ຄ່າຄວາມເຂັ້ມຂຸ້ນເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ໄດ້ສົ່ງຜົນກະທົບຮ້າຍແຮງ ຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງທີ່ມີຊີວິດອື່ນ ແລະລະບົບນິເວດ ຊຶ່ງບໍ່ສາມາດຄວບຄຸມໄດ້;

5. ມາດຕະຖານຄວາມປອດໄພ ໝາຍເຖິງ ການວາງມາດຕະການປ້ອງກັນຜົນກະທົບ ທີ່ຈະເກີດຂຶ້ນໃນກິດຈະການໃດໜຶ່ງ ແລະ ຫຼຸດຜ່ອນຄວາມສ່ຽງທີ່ກໍ່ໃຫ້ເກີດມົນລະພິດ ເພື່ອຮັບປະກັນຊີວິດ, ສຸຂະພາບ ແລະ ຊັບສິນ;

6. ນຳ້ມັນສະອາດ ໝາຍເຖິງ ນຳ້ມັນທີ່ບໍ່ປົນເປື້ອນ ຫຼື ເຈືອປົນໂລຫະໜັກໜ້ອຍ, ຄວາມເປັນດ່າງຕຳ່ ແລະ ກັນຕອງໄດ້ຕາມມາດຕະຖານສາກົນທີ່ໄດ້ຮັບອະນຸຍາດ.

ມາດຕາ 4 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັງ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ ສປປ ລາວ.

ໝວດທີ 2

ການສຳຫຼວດ, ການຂຶ້ນບັນຊີແຫຼ່ງກຳເນີດມົນລະພິດ, ການສ້າງ

ແຜນທີ່ຄວບຄຸມມົນລະພິດ ແລະ ການນຳເຂົ້າສິ່ງເສດເຫຼືອ ແລະ ເຄມີອັນຕະລາຍ

ມາດຕາ 5 ການສໍາຫຼວດ ແລະ ການຂຶ້ນບັນຊີ ແຫຼ່ງກໍາເນີດມົນລະພິດ

ການສຳຫຼວດມົນລະພິດ ແມ່ນ ການເກັບກຳຂໍ້ມູນ ແລະ ສຶກສາແຫຼ່ງກຳເນີດມົນລະນີດທາງ ອາກາດ, ດິນ, ນ້ຳ ແລະ ສິ່ງລົບກວນ ເປັນຕົ້ນ ປະລິມານການນຳໃຊ້ເຄມີເປັນພິດ, ປະລິມານສິ່ງເສດເຫຼືອທົ່ວໄປ, ສິ່ງເສດເຫຼືອ ເປັນມິດ ແລະ ອັນຕະລາຍ, ໄພທຳມະຊາດ ເພື່ອເປັນຂໍ້ມູນໃນການປະເມີນສະພາບມົນລະພິດ ແລະ ສ້າງແຜນທີ່ ຄວບຄຸມມົນລະພິດ.

ການຂຶ້ນບັນຊີແຫຼ່ງກຳເນີດມົນລະພິດ ແມ່ນ ການສັງລວມຂໍ້ມູນຈາກການສໍາຫຼວດມົນລະພິດທາງ ອາກາດ, ດິນ, ນໍ້າ ແລະ ສິ່ງລົບກວນ ເພື່ອສ້າງແຜນທີ່ຄວບຄຸມມົນລະພິດ, ຕິດຕາມ ກວດກາ, ວາງມາດຕະການຄວບຄຸມ ແລະ ແກ້ໄຂມົນລະພິດ.

ການແບ່ງຄວາມຮັບຜິດຊອບໃນການສໍາຫຼວດ ແລະ ຂຶ້ນບັນຊີແຫຼ່ງກຳເນີດມົນລະພິດ ມີດັ່ງນີ້:

1. ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ປະສານ ສົມທົບກັບບັນດາຫ້ອງການ ແລະ ອົງການປົກຄອງບ້ານທີ່ກ່ຽວຂ້ອງ ດໍາເນີນການສໍາຫຼວດ ແລະ ຂຶ້ນບັນຊີແຫຼ່ງ ກຳເນີດມົນລະພິດທາງ ອາກາດ, ດິນ, ນໍ້າ ແລະ ສິ່ງລົບກວນ ເປັນຕົ້ນ ມົນລະພິດທີ່ເກີດຈາກທຸລະກິດຄອບຄົວ, ປະລິມານການນຳໃຊ້ເຄມີເປັນພິດຈາກກິດຈະການຕ່າງໆ ເປັນຕົ້ນ ກະສິກຳ, ປ່າໄມ້ ຂະໜາດນ້ອຍ, ຫັດຖະກຳ, ປະລິມານສິ່ງເສດເຫຼືອທົ່ວໄປ ໃນຂອບ ຄວາມຮັບຜິດຊອບຂອງເມືອງ ແລ້ວລາຍງານໃຫ້ພະແນກຊັບພະຍາ ການທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນອນຫຼວງ ແລະ ອົງການປົກຄອງເມືອງ, ເທດສະບານ, ນະຄອນ ໃນແຕ່ລະໄລຍະ;

2. ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ປະສານສົມທົບກັບບັນດາພະແນກການ ແລະ ອົງການປົກຄອງເມືອງ, ເທດສະບານ, ນະຄອນ ທີ່ກ່ຽວຂ້ອງ ດຳເນີນການສຳຫຼວດ ແລະ ຂຶ້ນບັນຊີແຫຼ່ງກຳເນີດມົນລະພິດທາງ ອາກາດ, ດິນນໍ້າ ແລະ ສິ່ງລົບກວນ ເປັນຕົ້ນ ມົນລະພິດທີ່ເກີດຈາກການນໍາໃຊ້ເຄມີເປັນພິດຈາກກິດຈະການຕ່າງໆ ເປັນຕົ້ນ ກະສິກຳ, ປ່າໄມ້ ຂະໜາດກາງ ແລະ ໃຫຍ່, ອຸດສາຫະກຳ, ກິດຈະການບໍ່ແຮ່ນັບຕັ້ງແຕ່ໄລຍະສຳຫຼວດ ແລະ ຂຸດຄົ້ນ, ບູລະນະຟື້ນຟູສິ່ງແວດລ້ອມ ແລະ ປິດບໍ່ ແຮ່, ການສ້າງໂຄງລ່າງພື້ນຖານ; ປະລິມານສິ່ງເສດເຫຼືອເປັນພິດ ແລະ ອັນຕະລາຍ ແລ້ວລາຍງານໃຫ້ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ແລະ ອົງການປົກຄອງແຂວງ, ນະຄອນຫຼວງ ໃນແຕ່ລະໄລຍະ;

3. ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ຮັບຜິດຊອບໃນການສັງລວມຜົນຂອງການສຳຫຼວດ ແລະ ຂຶ້ນບັນຊີແຫຼ່ງກໍາເນີດມົນລະພິດໃນຂອບເຂດທົ່ວປະເທດ ແລ້ວລາຍງານໃຫ້ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນແຕ່ລະໄລຍະ.

ມາດຕາ 6 ແຜນທີ່ຄວບຄຸມມົນລະພິດ

ແຜນທີ່ຄວບຄຸມມົນລະພິດ ແມ່ນ ຮູບແຜນທີ່ ທີ່ກໍານົດຈຸດທີ່ຕັ້ງແຫຼ່ງກຳເນີດມົນລະພິດທາງ ອາກາດ, ດິນ, ນໍ້າ ແລະ ສິ່ງລົບກວນ, ເຂດທີ່ມີຄວາມສ່ຽງດ້ານມົນລະພິດ. ແຜນທີ່ຄວບຄຸມມົນລະພິດດັ່ງກ່າວ ໃຫ້ສັງ ລວມເຂົ້າໃນຖານຂໍ້ມູນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອເປັນຂໍ້ມູນໃນ ການປະເມີນສະພາບມົນລະພິດ, ວາງມາດຕະການຄວບຄຸມ ແລະ ແກ້ໄຂມົນລະພິດ, ຕິດຕາມ ກວດກາ ແລະ ວິເຄາະສະພາບການປ່ຽນແປງຂອງມົນລະພິດ ໃນແຕ່ລະໄລຍະ.

ມາດຕາ 7 ການສ້າງແຜນທີ່ຄວບຄຸມມົນລະພິດ

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ສ້າງແຜນທີ່ຄວບຄຸມມົນ ລະພິດພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍອີງໃສ່ຜົນຂອງການສໍາຫຼວດ ແລະ ຂຶ້ນບັນຊີແຫຼ່ງກໍາ ເນີດມົນລະພິດ ຕາມທີ່ກຳນົດໄວ້ໃນມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ໂດຍປະສານສົມທົບກັບພະແນກການ ແລະ ອົງການປົກຄອງເມືອງ, ເທດສະບານ, ນະຄອນ ທີ່ກ່ຽວຂ້ອງ. ຫຼັງຈາກສໍາເລັດການສ້າງແຜນທີ່ດັ່ງກ່າວ ໃຫ້ ລາຍງານກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ເພື່ອສັງລວມລາຍງານລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນແຕ່ລະໄລຍະ.

ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ເປັນຜູ້ແນະນຳທາງດ້ານວິຊາການ ໃນການສ້າງແຜນທີ່ຄວບຄຸມມົນລະພິດ.

ມາດຕາ 8 ການນຳເຂົ້າສິ່ງເສດເຫຼືອ ແລະ ເຄມີອັນຕະລາຍ

ສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ເປັນຕົ້ນ ສິ່ງເສດເຫຼືອເຈືອປົນເຄມີ, ກຳມັນຕະພາບລັງສີ, ສິ່ງ ເສດເຫຼືອອີເລັກໂຕຼນິກ, ໝໍ້ໄຟເກົ່າ ລວມທັງສິ່ງເສດເຫຼືອຕາມສົນທິສັນຍາບາເຊວ ແມ່ນຫ້າມນຳເຂົ້າມາໃນດິນ ແດນຂອງ ສປປ ລາວ ເພື່ອນຳໃຊ້ ຫຼື ນຳໄປຜະລິດຄືນໃໝ່. ສຳລັບການນຳເຂົ້າເຄມີອັນຕະລາຍ ແມ່ນໃຫ້ປະຕິ ບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງເຄມີ.

ໝວດທີ 3

ມາດຕະການຄວບຄຸມ ແລະ ແກ້ໄຂມົນລະພິດທາງອາກາດ

ມາດຕາ 9 ມາດຕະການຄວບຄຸມມົນລະພິດທາງອາກາດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ຕ້ອງປະຕິບັດມາດຕະການຕົ້ນຕໍໃນ ການຄວບຄຸມມົນລະພິດທາງອາກາດ ທີ່ເກີດຈາກຝຸ່ນລະອອງ, ຄວັນ ຫຼື ທາດອາຍພິດ ທີ່ເຈືອປົນໃນອາກາດ ບໍ່ ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ດັ່ງນີ້:

ກ. ມາດຕະການຄວບຄຸມມົນລະພິດທາງອາກາດ ທີ່ເກີດຈາກຂະບວນການຜະລິດ, ທຸລະກິດ ແລະ ການ ບໍລິການ:

1. ສ້າງລະບົບບຳບັດອາກາດ ໃຫ້ໄດ້ມາດຕະຖານຕາມແຕ່ລະປະເພດໂຮງງານອຸດສາຫະກຳ ເພື່ອກັ່ນກອງ, ດັກເກັບ ຝຸ່ນລະອອງ, ຄວັນ ຫຼື ທາດອາຍພິດ ບໍ່ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ກ່ອນປ່ອຍອອກສູ່ສິ່ງແວດລ້ອມ

2. ຕິດຕາມ ກວດກາ ຄຸນນະພາບອາກາດ ຕາມແຫຼ່ງກຳເນີດມົນລະພິດ ແລະ ຈຸດທີ່ມີຄວາມສ່ຽງທີ່ຈະ ກໍ່ໃຫ້ເກີດມົນລະພິດ ຢ່າງເປັນປົກກະຕິ;

3. ການເກັບຮັກສາ ນໍ້າມັນເຊື້ອໄຟ ແລະ ຖ່ານຫີນ ທີ່ກໍ່ໃຫ້ເກີດມົນລະພິດທາງອາກາດ ໃຫ້ເກັບຮັກສາ ໃນສະຖານທີ່ປິດ ແລະ ເປີດ ຕ້ອງອອກແບບ ແລະ ສ້າງລະບົບສາງໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ເເລະ ມີລະບົບການເກັບຮັກສາທີ່ປອດໄພ. ສຳລັບການເກັບຮັກສາຖ່ານຫີນໃນສະຖານທີ່ເປີດ ຕ້ອງມີລະບົບພົ່ນນໍ້າ ເພື່ອຄວບຄຸມຝຸ່ນລະອອງຂຶ້ນສູ່ອາກາດ;

4. ການເຜົານໍ້າມັນເຊື້ອໄຟ ແລະ ຖ່ານຫີນ ຕ້ອງນໍາໃຊ້ເຕັກໂນໂລຊີ ແລະ ວັດຖຸດິບ ທີ່ເປັນມິດກັບສິ່ງ ແວດລ້ອມ ເປັນຕົ້ນ ນ້ຳມັນສະອາດ, ຊີວະມວນ, ອາຍແກ໊ສ, ຖ່ານຫີນ ທີ່ໃຫ້ພະລັງງານສູງ ແລະ ສະອາດ ເພື່ອ ຄວບຄຸມມົນລະພິດທາງອາກາດ ເຊັ່ນ ສານເຄມີ ຊັລເຟີ ໄດອ໊ອກໄຊດ໌, ໄນໂຕຣເຈນ ໄດອ໊ອກໄຊດ໌, ໄຮໂດຣເຈນຄຼໍລິກ, ໄດອອກຊິນ, ບາຫຼອດ, ແຄັດມຽນ, ຊືນ ຊື່ງກໍ່ໃຫ້ເກີດເປັນຝົນກົດ, ທາດອາຍເຮືອນແກ້ວ ທີ່ເປັນສາເຫດ ເຮັດໃຫ້ໂລກຮ້ອນ ຫຼື ການປ່ຽນແປງດິນຟ້າອາກາດ;

5. ກ່ອນຈະດໍາເນີນຂະບວນການເຜົາ ສິ່ງເສດເຫຼືອທົ່ວໄປ, ສິ່ງເສດເຫຼືອເປັນພິດ ເເລະ ອັນຕະລາຍ ຕ້ອງ ຄັດແຍກ ແລະ ກຳຈັດສິ່ງເສດເຫຼືອດັ່ງກ່າວໃນສະຖານທີ່ ທີ່ໄດ້ກຳນົດໄວ້ສະເພາະ;

6. ພາຫະນະທີ່ໄດ້ນໍາໃຊ້ແລ້ວ ຜ່ານການກວດກາເຕັກນິກ ບໍ່ໄດ້ມາດຕະຖານ ກໍ່ໃຫ້ເກີດມີການປ່ອຍຄວັນ ອາຍເສຍຈາກພາຫະນະນັ້ນ ເຈົ້າຂອງພາຫະນະຕ້ອງບຳລຸງຮັກສາ ແລະ ສ້ອມແປງ ໃຫ້ໄດ້ມາດຕະຖານຄວບຄຸມມົນລະພິດທາງອາກາດຈາກພາຫະນະ,

7. ປູກຕົ້ນໄມ້ເປັນພື້ນທີ່ເຂດກັນຊົນກວມເອົາ ສິບ ສ່ວນຮ້ອຍຂຶ້ນໄປຂອງພື້ນທີ່ ຫຼື ຕາມແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ເພື່ອຊ່ວຍຫຼຸດຜ່ອນຝຸ່ນລະອອງ ແລະ ອາກາດທີ່ເປັນພິດ;

8. ສ້າງລະບົບບຳບັດອາກາດ ໃຫ້ໄດ້ມາດຕະຖານຕາມແຕ່ລະປະເພດຮ້ານອາຫານ ເພື່ອກັ່ນກອງ, ດັກເກັບ ຄວັນ ຫຼື ທາດອາຍພິດ ບໍ່ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ກອນປ່ອຍອອກສູ່ສິ່ງແວດລ້ອມ;

ຂ. ມາດຕະການຄວບຄຸມມົນລະພິດທາງອາກາດ ທີ່ເກີດຈາກຄົວເຮືອນ:

1. ບໍ່ໃຫ້ຈູດຂີ້ເຫຍື້ອ, ສິ່ງເສດເຫຼືອອັນຕະລາຍ, ເຄມີ, ຈຸດປ່າ, ຈຸດທົ່ງນາ, ຈຸດສວນ ແບບຊະຊາຍ ເພື່ອ ຄວບຄຸມ ແລະ ຫຼຸດຜ່ອນ ມົນລະພິດທາງອາກາດ

2. ຫຼຸດຜ່ອນການນໍາໃຊ້ຟືນໃນຄົວເຮືອນ ໂດຍການສົ່ງເສີມການນໍາໃຊ້ພະລັງງານທົດແທນ ເປັນຕົ້ນ ແກ໊ສຊີວະພາບ, ພະລັງງານໄຟຟ້າ.

ຄ. ມາດຕະການຄວບຄຸມມົນລະພິດທາງອາກາດ ທີ່ອາດເກີດ ຫຼື ເກີດຈາກໄພທຳມະຊາດ: ເຂດທີ່ໄດ້ປະກາດເປັນເຂດຄວບຄຸມມົນລະພິດທາງອາກາດ ທີ່ອາດເກີດ ຫຼື ເກີດຈາກໄພທຳມະຊາດຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພະແນກການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໂດຍປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ສໍາຫຼວດ, ກໍານົດ ແລະ ສ້າງແຜນທີ່ເຂດຄວບຄຸມຄວາມສ່ຽງທີ່ອາດເກີດມົນລະພິດທາງອາກາດຈາກໄພທໍາມະຊາດ;

2. ປະເມີນລະດັບຄວາມເປັນອັນຕະລາຍຂອງມົນລະພິດທາງອາກາດ ທີ່ເກີດຈາກໄພທຳມະຊາດ;

3. ກຳນົດມາດຕະການແກ້ໄຂ ມົນລະພິດທາງອາກາດ ທີ່ເກີດຈາກໄພທຳມະຊາດ.

ມາດຕາ 10 ມາດຕະການແກ້ໄຂມົນລະພິດທາງອາກາດ

ໃນກໍລະນີເກີດມົນລະພິດທາງອາກາດຈາກ ຝຸ່ນລະອອງ, ຄວັນ ຫຼື ທາດອາຍພິດ ທີ່ເຈືອປົນໃນອາກາດ ຈາກຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ ຜູ້ພັດທະນາໂຄງການລົງທຶນ ຫຼື ຜູ້ດຳເນີນກິດຈະການນັ້ນ ຕ້ອງຮັບຜິດຊອບແກ້ໄຂຕົ້ນເຫດ ແລະ ຜົນກະທົບຂອງເຫດການດັ່ງກ່າວ ພ້ອມທັງລາຍງານໃຫ້ອົງການປົກຄອງທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງ ແລະ ແຈ້ງໃຫ້ມວນຊົນຢ່າງທັນການ ແລະ ຮັບຜິດຊອບຄ່າໃຊ້ຈ່າຍດັ່ງກ່າວ.

ໃນກໍລະນີເກີດມົນລະພິດທາງອາກາດຈາກ ຝຸ່ນລະອອງ, ຄວັນ ຫຼື ທາດອາຍພິດ ທີ່ເຈືອປົນໃນອາກາດ ທີ່ ເກີດຈາກຄົວເຮືອນ ບຸກຄົນ ຫຼື ຄົວເຮືອນນັ້ນ ຕ້ອງຮັບຜິດຊອບແກ້ໄຂຕົ້ນເຫດ ແລະ ຜົນກະທົບຂອງເຫດການ ດັ່ງກ່າວ ພ້ອມທັງລາຍງານໃຫ້ອົງການປົກຄອງບ້ານ ບ່ອນທີ່ຕົນອາໄສຢູ່ ຫຼື ບ້ານບ່ອນທີ່ເກີດເຫດ ແລະ ຈະຖືກ ກ່າວເຕືອນ.

ໃນກໍລະນີເກີດມົນລະພິດທາງອາກາດຈາກ ຝຸ່ນລະອອງ, ຄວັນ ຫຼື ທາດອາຍພິດ ທີ່ເຈືອປົນໃນອາກາດ ທີ່ເກີດຈາກໄພທຳມະຊາດ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ປະສານສົມທົບກັບພະແນກການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃຫ້ປະຕິບັດມາດຕະການແກ້ໄຂ ດັ່ງນີ້:

1. ຈັດພາຫະນະ, ວັດຖຸປະກອນ, ກຳລັງພົນ, ໜ່ວຍແພດ ເພື່ອແກ້ໄຂເຫດການດັ່ງກ່າວ ໂດຍທັນທີ ແລະ ເຄື່ອນຍ້າຍປະຊາຊົນ ແລະ ຊັບສິນ ອອກຈາກພື້ນທີ່ດັ່ງກ່າວ ໂດຍປະຕິບັດມາດຕະການຮັບປະກັນຄວາມປອດໄພ ທາງດ້ານສຸຂະພາບ, ຊີວິດ, ຊັບສິນ ຂອງຜູ້ທີ່ໄດ້ຮັບຜົນກະທົບຈາກມົນລະພິດທາງອາກາດ ແລະ ຜູ້ມາຊ່ວຍ ເຫຼືອ;

2. ຈັດສັນທີ່ພັກຊົ່ວຄາວ, ສາງເກັບມ້ຽນເຄື່ອງ, ການຊ່ວຍເຫຼືອດ້ານການແພດ, ການຈັດສົ່ງ, ແຈກຢາຍເຄື່ອງຊ່ວຍເຫຼືອບັນເທົາທຸກສຸກເສີນຢ່າງທົ່ວເຖິງ ແລະ ທັນເວລາ;

3. ດຳເນີນການປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຊ່ວຍເຫຼືອເບື້ອງຕົ້ນ ເພື່ອວາງແຜນໃຫ້ການຊ່ວຍເຫຼືອສຸກເສີນ ພ້ອມທັງກຳນົດວິທີການ ແລະ ມາດຕະການປັບປຸງທີ່ເໝາະສົມ ເພື່ອຟື້ນຟູຄືນເຂດດັ່ງກ່າວໃຫ້ກັບຄືນສູ່ປົກກະຕິ.

ໝວດທີ 4

ມາດຕະການຄວບຄຸມ ແລະ ແກ້ໄຂມົນລະພິດທາງດິນ

ມາດຕາ 11 ມາດຕະການຄວບຄຸມມົນລະພິດທາງດິນ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ຕ້ອງປະຕິບັດມາດຕະການຕົ້ນຕໍໃນການຄວບຄຸມມົນລະພິດທາງດິນ ທີ່ເກີດຈາກການປົນເປື້ອນສິ່ງທີ່ເປັນພິດໃນການນໍາໃຊ້ເຄມີ, ທາດກໍາມັນຕະພາບລັງສີ, ການບຳບັດ, ຖິ້ມ, ຝັງ ຫຼື ທຳລາຍສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ເກີນມາດຕະຖານສິ່ງ ແວດລ້ອມແຫ່ງຊາດ ໃນຂະບວນການຜະລິດຕ່າງໆ ເປັນຕົ້ນ ກະສິກຳ, ປ່າໄມ້, ບໍ່ແຮ່, ອຸດສາຫະກຳ, ຫັດຖະກຳ, ສາທາລະນະສຸກ, ການສຶກສາຄົ້ນຄວ້າ ທີ່ກະທົບໃສ່ໂຄງສ້າງຂອງດິນ, ເຮັດໃຫ້ດິນເສື່ອມໂຊມ, ດິນເສຍຄຸນນະພາບ ໂດຍປະຕິບັດມາດຕະການຄວບຄຸມ ດັ່ງນີ້:

1. ການນຳໃຊ້ເຄມີ ເປັນຕົ້ນ ຢາປາບສັດຕູພືດ, ປຸ໋ຍເຄມີ ເຂົ້າໃນຂະບວນການຜະລິດໃນກິດຈະການ ກະ ສິກຳ, ປ່າໄມ້ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ, ປື້ມຄູ່ມືແນະນໍາຂອງ ຂະແໜງການກະສິກຳ ແລະ ປ່າໄມ້;

2. ການນຳໃຊ້ເຄມີ ເປັນຕົ້ນ ສານໄຊຍາໄນສ໌, ສານບາຫຼອດ ເຂົ້າໃນຂະບວນການຜະລິດໃນກິດຈະການ ແຮ່ທາດ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ, ປຶ້ມຄູ່ມືແນະນໍາຂອງຂະ ແໜງການພະລັງງານ ແລະ ບໍ່ແຮງ;

3. ການນຳໃຊ້ເຄມີ ເຂົ້າໃນຂະບວນການຜະລິດ ໃນກິດຈະການ ອຸດສາຫະກຳ ແລະ ຫັດຖະກຳ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ, ປື້ມຄູ່ມືແນະນໍາຂອງຂະແໜງການອຸດສາຫະກຳ ແລະ ການຄ້າ;

4. ການນຳໃຊ້ເຄມີ ເຂົ້າໃນຂະບວນການຜະລິດ ໃນກິດຈະການ ສາທາລະນະສຸກ ໃຫ້ປະຕິບັດຕາມກົດ ໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ, ປື້ມຄູ່ມືແນະນໍາຂອງຂະແໜງການສາທາລະນະສຸກ;

5. ການກຳຈັດ, ຖີ້ມ, ຝັງ ຫຼື ທຳລາຍເຄມີ, ສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ໃຫ້ດໍາເນີນໃນສະຖານທີ່ ທີ່ໄດ້ກໍານົດໄວ້ສະເພາະ ແລະ ໃຫ້ຖືກຕາມມາດຕະຖານເຕັກນິກ;

6. ໃນເຂດບໍລິເວນທີ່ເຫັນວ່າມີຄວາມສ່ຽງຈະເກີດມົນລະພິດທາງດິນ ທີ່ເກີດຈາກການປົນເປື້ອນສິ່ງທີ່ເປັນພິດໃນການນໍາໃຊ້ເຄມີ, ທາດກໍາມັນຕະພາບລັງສີ, ການບໍາບັດ, ຖິ້ມ, ຝັງ ຫຼື ທໍາລາຍສິ່ງເສດເຫຼືອທີ່ເປັນ ພິດ ແລະ ອັນຕະລາຍ ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ຕ້ອງດຳເນີນການຕິດຕາມ ແລະ ວິໄຈຄຸນນະ ພາບດິນ ໃນເຂດດັ່ງກ່າວ.

ມາດຕາ 12 ມາດຕະການແກ້ໄຂມົນລະພິດທາງດິນ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ຕ້ອງປະຕິບັດມາດຕະການຕົ້ນຕໍໃນ ການແກ້ໄຂມົນລະພິດທາງດິນທີ່ເກີດຈາກການປົນເປື້ອນສິ່ງທີ່ເປັນພິດ ເກີນຄ່າມາດຕະຖານສິ່ງແວດລ້ອມແຫ່ງ ຊາດ ທີ່ກະທົບໃສ່ໂຄງສ້າງຂອງດິນ, ເຮັດໃຫ້ດິນເສື່ອມໂຊມ, ດິນເສຍຄຸນນະພາບ ດັ່ງນີ້:

1. ທີ່ດິນກະສິກໍາ ໃນເຂດທີ່ດິນທີ່ໄດ້ຮັບຜົນກະທົບໂຄງສ້າງຂອງດິນ, ດິນເສື່ອມໂຊມ, ດິນເສຍຄຸນນະ ພາບ ໃຫ້ປັບປຸງຄຸນນະພາບດິນຄືນ ຕາມແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ດ້ວຍການນໍາໃຊ້ຝຸ່ນຕ່າງໆ ເປັນຕົ້ນ ຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຂຽວ, ຂີ້ເຈຍ, ປູນ, ຖ່ານຕົມ, ຫີນກາວ;

2. ພາຍຫຼັງປິດບໍ່ແຮ່ ໃຫ້ການດໍາເນີນການປັບປຸງຄຸນນະພາບດິນ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ແລະ ປະຕິບັດຕາມດຳລັດວ່າດ້ວຍການປິດບໍ່ແຮ່ ສະບັບເລກທີ 252/ລບ, ລົງວັນທີ 26 ພຶດສະພາ 2020; 3. ພາຍຫຼັງປິດສະໜາມກຳຈັດຂີ້ເຫຍື້ອ ໃຫ້ປັບປຸງຄຸນນະພາບດິນຄືນ ຕາມແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ດ້ວຍການປູກຕົ້ນໄມ້, ຫຍ້າ ຫຼື ພືດອື່ນໆ.

ໝວດທີ 5

ມາດຕະການຄວບຄຸມ ແລະ ແກ້ໄຂມົນລະພິດທາງນໍ້າ

ມາດຕາ 13 ມາດຕະການຄວບຄຸມມົນລະພິດທາງນໍ້າ

ບຸກຄົນນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ຕ້ອງປະຕິບັດມາດຕະການຕົ້ນຕໍໃນ ການຄວບຄຸມມົນລະພິດທາງນໍ້າ ທີ່ເກີດຈາກການປົນເປື້ອນສິ່ງທີ່ເປັນພິດໃນນໍ້າ ໃນການນໍາໃຊ້ເຄມີ, ຖິ້ມສິ່ງເສດເຫຼືອທົ່ວໄປ ແລະ ສິ່ງເສດເຫຼືອເປັນພິດ ເເລະ ອັນຕະລາຍ ດັ່ງນີ້:

1. ສ້າງລະບົບບໍາບັດນໍ້າເປື້ອນໃຫ້ໄດ້ມາດຕະຖານ ຕາມແຕ່ລະປະເພດໂຮງງານອຸດສາຫະກຳ ເພື່ອຄວບຄຸມການປ່ອຍນໍ້າເປື້ອນ ທີ່ຜ່ານການບໍາບັດແລ້ວ ບໍ່ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ;

2. ບັນດາກິດຈະການ ການບໍລິການ ເປັນຕົ້ນ ໂຮງແຮມເຮືອນພັກ, ຕຶກອາຄານ, ເຮືອນຈັດສັນ, ຮ້ານ ອາຫານ, ຕະຫຼາດ, ໂຮງໝໍ, ຟາມລ້ຽງສັດ, ບ່ອນລ້າງລົດ ຕ້ອງສ້າງລະບົບບຳບັດນໍ້າເປື້ອນ ໃຫ້ໄດ້ມາດຕະຖານຕາມແຕ່ລະປະເພດຂອງແຕ່ລະກິດຈະການ ເພື່ອຄວບຄຸມການປ່ອຍນໍ້າເປື້ອນ ທີ່ຜ່ານການບໍາບັດແລ້ວ ບໍ່ໃຫ້ ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ;

3. ເຂດຊຸມຊົນທີ່ອາໄສຢູ່ໃນເຂດຮ່ອງນໍ້າສາທາລະນະ ບຸກຄົນທີ່ຢູ່ໃນເຂດດັ່ງກ່າວ ໃຫ້ສ້າງອ່າງບຳບັດ ນໍ້າເປື້ອນ ກ່ອນປ່ອຍລົງຮ່ອງນໍ້າສາທາລະນະ ຫຼື ແຫຼ່ງນໍ້າທຳມະຊາດ ເພື່ອຄວບຄຸມການປ່ອຍນໍ້າເປື້ອນ ທີ່ຜ່ານ ການບໍາບັດແລ້ວ ບໍ່ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ;

4. ການນຳໃຊ້ເຄມີ ເປັນຕົ້ນ ຢາປາບສັດຕູພືດ, ປຸ໋ຍເຄມີ, ເຂົ້າໃນຂະບວນການຜະລິດໃນກິດຈະການ ກະສິກຳ, ປ່າໄມ້ ໃນເຂດໃກ້ແຫຼ່ງນໍ້າທຳມະຊາດ ຕ້ອງຮັບປະກັນບໍ່ໃຫ້ໄຫຼລົງແຫຼ່ງນໍ້າ ແລະ ໃຫ້ປະຕິບັດຕາມນິຕິກຳທີ່ກ່ຽວຂ້ອງ ແລະ ປຶ້ມຄູ່ມືແນະນຳຂອງຂະແໜງການກະສິກຳ ແລະ ປ່າໄມ້;

5. ກວດກາຄຸນນະພາບນໍ້າຕາມແຫຼ່ງກຳເນີດມົນລະພິດທາງນໍ້າ ແລະ ຈຸດທີ່ມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດມົນລະພິດ ຢ່າງເປັນປົກກະຕິ.

ມາດຕາ 14 ມາດຕະການແກ້ໄຂມົນລະພິດທາງນໍ້າ

ໃນກໍລະນີເກີດມົນລະພິດທາງນໍ້າຈາກຂະບວນການຜະລິດ, ທຸລະກິດ ແລະ ການບໍລິການ ຜູ້ພັດທະນາ ໂຄງການລົງທຶນ ຫຼື ຜູ້ດຳເນີນກິດຈະການນັ້ນ ຕ້ອງຮັບຜິດຊອບແກ້ໄຂຕົ້ນເຫດ ແລະ ຜົນກະທົບຂອງເຫດການ ດັ່ງກ່າວ ພ້ອມທັງລາຍງານໃຫ້ອົງການປົກຄອງທ້ອງຖິ່ນ, ຂະແໜງການທີ່ກ່ຽວຂ້ອງ ແລະ ແຈ້ງໃຫ້ມວນຊົນຢ່າງທັນການ ແລະ ຮັບຜິດຊອບຄ່າໃຊ້ຈ່າຍດັ່ງກ່າວ.

ໃນກໍລະນີເກີດມົນລະພິດທາງນໍ້າ ທີ່ເກີດຈາກການປ່ອຍນໍ້າເປື້ອນຈາກຄົວເຮືອນ ໂດຍການທີ່ບໍ່ໄດ້ຜ່ານ ການບຳບັດ ບຸກຄົນ ຫຼື ຄົວເຮືອນນັ້ນ ຕ້ອງຮັບຜິດຊອບແກ້ໄຂຕົ້ນເຫດ ແລະ ຜົນກະທົບຂອງເຫດການດັ່ງກ່າວ ພ້ອມທັງລາຍງານໃຫ້ອົງການປົກຄອງບ້ານ ບ່ອນທີ່ຕົນອາໄສຢູ່ ຫຼື ບ້ານບ່ອນທີ່ເກີດເຫດ ແລະ ຈະຖືກກ່າວເຕືອນ.

ໝວດທີ 6

ມາດຕະການຄວບຄຸມ ແລະ ແກ້ໄຂບັນຫາສິ່ງລົບກວນ

ມາດຕາ 15 ມາດຕະການຄວບຄຸມສິ່ງລົບກວນ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ຕ້ອງປະຕິບັດມາດຕະການຕົ້ນຕໍໃນການຄວບຄຸມສິ່ງລົບກວນ ເປັນຕົ້ນ ສຽງ, ແສງ, ກິ່ນ, ຄວາມສັ່ນສະເທືອນ ແລະ ຄວາມຮ້ອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕະຖານສິ່ງແວດລ້ອມແຫ່ງຊາດ ດັ່ງນີ້:

1. ສ້າງລະບົບຄວບຄຸມ ແລະ ເກັບສຽງກັນແສງລະບົບລະບາຍກິ່ນ, ລະບົບກັນຄວາມຮ້ອນ, ລະບົບຫຼຸດຜ່ອນການສັ່ນສະເທືອນ ໃຫ້ໄດ້ມາດຕະຖານແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ;

2. ຕິດຕາມ ກວດກາ ລະບົບຄວບຄຸມຕາມທີ່ໄດ້ກຳນົດໄວ້ໃນຂໍ້ ໜຶ່ງ ເທິງນີ້ ເພື່ອຮັບປະກັນບໍ່ໃຫ້ມີສິ່ງ ລົບກວນ ຫຼື ມີສິ່ງລົບກວນ ແຕ່ບໍ່ໃຫ້ເກີນມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ໄດ້ກຳນົດໄວ້;

3. ການຄວບຄຸມສິ່ງລົບກວນຈາກການບັນເທິງ ໃຫ້ປະຕິບັດຕາມມາດຕະຖານລວມ ແລະ ມາດຕະຖານສະເພາະຂອງມາດຕະຖານບັນເທິງ ຕາມທີ່ໄດ້ກຳນົດໃນມາດຕາ 19 ຂອງດໍາລັດວ່າດ້ວຍການບັນເທິງ ສະບັບ ເລກທີ 315/ລບລົງວັນທີ 2 ຕຸລາ 2017.

ມາດຕາ 16 ມາດຕະການແກ້ໄຂບັນຫາສິ່ງລົບກວນ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ໃນກໍລະນີໄດ້ກໍ່ໃຫ້ເກີດສິ່ງລົບກວນ ເປັນຕົ້ນ ສຽງ, ແສງ, ກິ່ນ, ຄວາມຮ້ອນການສັ່ນສະເທືອນ ຕ້ອງໄດ້ປັບປຸງ ແລະ ແກ້ໄຂບັນຫາດັ່ງກ່າວ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.

ຖ້າຫາກບໍ່ປັບປຸງ ແລະ ແກ້ໄຂບັນຫາສິ່ງລົບກວນຕາມທີ່ກຳນົດໄວ້ໃນວັກ ໜຶ່ງ ຂອງມາດຕານີ້ ຈະຖືກ ກ່າວເຕືອນ ຫຼື ສະເໜີໃຫ້ໂຈະກິດຈະການ ຫຼື ຖືກປັບໄໝຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ

ໝວດທີ 7

ມາດຕະການປ້ອງກັນ ແລະ ຄວບຄຸມມົນລະພິດໃນກໍລະນີເກີດເຫດ

ການສຸກເສີນ, ການກຳນົດເຂດ ອັນຕະລາຍ ແລະ ຄວາມສ່ຽງດ້ານມົນລະພິດ

ມາດຕາ 17 ມາດຕະການປ້ອງກັນມົນລະພິດທີ່ອາດຈະເກີດຂຶ້ນໃນກໍລະນີເຫດການສຸກເສີນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ຕ້ອງສ້າງແຜນ ແລະ ວາງມາດຕະການປ້ອງກັນມົນລະພິດ ທີ່ອາດຈະເກີດຂຶ້ນໃນກໍລະນີເຫດການສຸກເສີນ ເພື່ອປ້ອງກັນ ແລະ ຈຳກັດມົນລະພິດທີ່ອາດຈະເກີດຂຶ້ນນັ້ນ ໂດຍໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການກ່ຽວຂ້ອງ.

ມາດຕາ 18 ການຄວບຄຸມມົນລະພິດທີ່ເກີດຂຶ້ນໃນກໍລະນີເຫດການສຸກເສີນ

ກໍລະນີເກີດເຫດການສຸກເສີນດ້ານມົນລະພິດ ທີ່ເກີດຈາກການດໍາເນີນກິດຈະການໃດໜຶ່ງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງກິດຈະການນັ້ນ ຕ້ອງມີວິທີການ ແລະ ນຳໃຊ້ມາດຕະການຄວບຄຸມມົນລະພິດ ຕາມແຜນ ແລະ ມາດຕະການປ້ອງກັນມົນລະພິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂອງຂໍ້ຕົກລົງ ສະບັບນີ້ ພ້ອມທັງແຈ້ງເຕືອນ, ເຄື່ອນຍ້າຍປະຊາຊົນ ແລະ ຊັບສິນ ອອກຈາກພື້ນທີ່, ກະກຽມຄວບຄຸມ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ, ປະເມີນຜົນເສຍຫາຍ ແລະ ຄວາມຕ້ອງການຊ່ວຍເຫຼືອເບື້ອງຕົ້ນ ເພື່ອໃຫ້ການຊ່ວຍເຫຼືອສຸກເສີນ ພ້ອມທັງລາຍງານຢ່າງທັນການ ໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຂັ້ນທ້ອງຖິ່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ຕ້ອງລາຍງານ ໃຫ້ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ຢ່າງທັນການ ເພື່ອແຈ້ງເຕືອນ, ກະກຽມເຄື່ອນຍ້າຍປະຊາຊົນ ແລະ ຊັບສິນ ອອກຈາກພື້ນທີ່ ແລະ ກຳນົດມາດຕະການຊ່ວຍເຫຼືອເບື້ອງຕົ້ນ ພ້ອມທັງລາຍງານໃຫ້ພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ເພື່ອລາຍງານໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອຕິດຕາມ ແລະ ຊ່ວຍໃນການແກ້ໄຂເຫດ ສຸກເສີນດ້ານມົນລະພິດ ພ້ອມທັງແຈ້ງໃຫ້ລັດຖະບານ.

ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ, ເທດສະບານ, ນະຄອນ ປະສານສົມທົບກັບຫ້ອງການ, ອົງການປົກຄອງບ້ານ, ເຈົ້າຂອງກິດຈະການທີ່ກ່ຽວຂ້ອງ ນໍາໃຊ້ມາດຕະການຄວບຄຸມ ແລະ ແກ້ໄຂ ພ້ອມທັງບູລະນະຟື້ນຟູ ຜົນກະທົບທີ່ເກີດຈາກເຫດການສຸກເສີນຕ້ານມົນລະພິດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງກິດຈະການນັ້ນ ຕ້ອງຮັບຜິດຊອບ ດັ່ງນີ້:

1. ຄ່າໃຊ້ຈ່າຍໃນການເຄື່ອນຍ້າຍປະຊາຊົນ ແລະ ຊັບສິນອອກຈາກພື້ນທີ່ເກີດເຫດການສຸກເສີນດ້ານມົນລະພິດ ເປັນຕົ້ນ ຄ່າພາຫະນະ, ວັດຖຸປະກອນ, ກຳລັງພົນ, ໜ່ວຍແພດ;

2. ການບູລະນະຟື້ນຟູເຂດພື້ນທີ່ເກີດເຫດການສຸກເສີນດ້ານມົນລະພິດ ໃຫ້ກັບຄືນສູ່ສະພາບປົກກະຕິ ແລະ ລະບົບນິເວດໃຫ້ມີຄວາມສົມດູນ ລວມທັງຊົດເຊີຍ ຫຼື ທົດແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນໃນເຂດພື້ນທີ່ໄດ້ຮັບຜົນກະທົບນັ້ນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 19 ການຄວບຄຸມມົນລະພິດໃນເຂດອັນຕະລາຍດ້ານມົນລະພິດ

ຫຼັງຈາກເກີດເຫດການສຸກເສີນດ້ານມົນລະພິດ ຫຼື ເກີດມົນລະພິດ ທາງອາກາດ, ດິນ, ນ້ຳ ຢ່າງຮ້າຍແຮງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ເປັນຜູ້ກໍານົດຂອບເຂດ ແລະ ປະກາດ ເປັນພື້ນທີ່ອັນຕະລາຍດ້ານມົນລະພິດ ແລ້ວລາຍງານໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຮັບຊາບ ແລະ ຊີ້ນຳ ໃນການແກ້ໄຂບັນຫາດັ່ງກ່າວ. ຖ້າຫາກມີຜົນກະທົບຮ້າຍແຮງເກີນຄວາມສາມາດແກ້ໄຂໄດ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ຕ້ອງລາຍງານໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະກາດເຂດດັ່ງກ່າວເປັນເຂດອັນຕະລາຍດ້ານມົນລະພິດ ພ້ອມທັງແຈ້ງໃຫ້ລັດຖະບານ ຮັບຊາບ.

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ປະສານສົມທົບກັບພະ ແນກການ, ອົງການປົກຄອງເມືອງ, ເທດສະບານ, ນະຄອນ, ເຈົ້າຂອງກິດຈະການທີ່ກ່ຽວຂ້ອງ ນໍາໃຊ້ມາດຕະການຄວບຄຸມ ແລະ ແກ້ໄຂ ພ້ອມທັງບູລະນະຟື້ນຟູເຂດອັນຕະລາຍດ້ານມົນລະພິດ.

ບຸກຄົນນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງກິດຈະການນັ້ນ ຕ້ອງຮັບຜິດຊອບ ດັ່ງນີ້:

1. ຄ່າໃຊ້ຈ່າຍໃນການເຄື່ອນຍ້າຍປະຊາຊົນ ແລະ ຊັບສິນອອກຈາກພື້ນທີ່ ທີ່ໄດ້ກໍານົດເປັນເຂດອັນຕະ ລາຍດ້ານມົນລະພິດ ເປັນຕົ້ນ ຄ່າພາຫະນະວັ, ດຖຸປະກອນ, ກຳລັງພົນ, ໜ່ວຍແພດ;

2. ການບູລະນະຟື້ນຟູເຂດພື້ນທີ່ ທີ່ໄດ້ກຳນົດເປັນເຂດອັນຕະລາຍດ້ານມົນລະພິດ ໃຫ້ກັບຄືນສູ່ສະພາບ ປົກກະຕິ ແລະ ລະບົບນິເວດ ໃຫ້ມີຄວາມສົມດູນ ລວມທັງຊົດເຊີຍ ຫຼື ທົດແທນຄ່າເສຍຫາຍທີ່ຕົນໄດ້ກໍ່ຂຶ້ນໃນ ເຂດພື້ນທີ່ໄດ້ຮັບຜົນກະທົບນັ້ນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ

ມາດຕາ 20 ເຂດທີ່ມີຄວາມສ່ຽງດ້ານມົນລະພິດ

ເຂດທີ່ມີຄວາມສ່ຽງດ້ານມົນລະພິດ ເຈົ້າຂອງກິດຈະການ ຕ້ອງຕິດຕັ້ງອຸປະກອນ ຫຼື ເຄື່ອງວັດແທກມົນລະພິດທາງອາກາດ, ນໍ້າ ແລະ ສິ່ງລົບກວນ ພ້ອມທັງລາຍງານຂໍ້ມູນການວັດແທກດັ່ງກ່າວ ໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນທ້ອງຖິ່ນ ແລະ ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ເພື່ອຕິດຕາມສະພາບມົນລະພິດ, ເປັນຂໍ້ມູນໃນການວິເຄາະ ແລະ ປະເມີນຜົນການຄວບຄຸມ ພ້ອມທັງກຳນົດກຸ່ມຄົນທີ່ອາດຈະໄດ້ຮັບຜົນກະທົບ ເພື່ອແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ຊອກຫາມາດຕະການຄວບຄຸມປ້ອງກັນ ແລະ ແກ້ໄຂບັນຫາມົນລະພິດທີ່ອາດຈະເກີດຂຶ້ນ.

ໝວດທີ 8

ການນຳໃຊ້ມາດຕະຖານສາກົນ ແລະ ການ

ກວດກາວິຊາການ ກ່ຽວກັບການຄວບຄຸມມົນລະພິດ

ມາດຕາ 21 ການນຳໃຊ້ມາດຕະຖານສາກົນໃນການຄວບຄຸມມົນລະພິດ

ໃນການຄວບຄຸມມົນລະພິດ ໃຫ້ປະຕິບັດຕາມມາດຕະຖານສິ່ງແວດລ້ອມແຫ່ງຊາດ ທີ່ໄດ້ກໍານົດໄວ້ ແຕ່ ໃນກໍລະນີໂຕວັດແທກຄ່າຄວາມເຂັ້ມຂຸ້ນຂອງທາດເຄມີ ແລະ ສິ່ງທີ່ເຈືອປົນ ບໍ່ໄດ້ກຳນົດໃນມາດຕະຖານດັ່ງກ່າວແມ່ນໃຫ້ນໍາໃຊ້ມາດຕະຖານສາກົນ ແລະ ຄູ່ມືແນະນຳ ກ່ຽວກັບການຄວບຄຸມມົນລະພິດ ເປັນຕົ້ນ ມາດຕະຖານ ຂອງອົງການອະນາໄມໂລກ, ອົງການອາຫານ ແລະ ການກະເສດ.

ກ່ອນຈະນຳໃຊ້ມາດຕະຖານສາກົນ ແລະ ຄູ່ມືແນະນຳ ກ່ຽວກັບການຄວບຄຸມມົນລະພິດ ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ມາດຕາ 22 ການກວດກາວິຊາການ ກ່ຽວກັບການຄວບຄຸມມົນລະພິດ

ໃນການດໍາເນີນການຕິດຕາມ ກວດກາການຈັດຕັ້ງປະຕິບັດມາດຕະການຄວບຄຸມມົນລະພິດ ໃຫ້ດໍາເນີນໄປພ້ອມກັບການກວດກາວິຊາການດ້ານສິ່ງແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 53 ຂອງດໍາລັດວ່າດ້ວຍການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 21/ລບ, ລົງວັນທີ 31 ມັງກອນ 2019.

ໝວດທີ 9

ບົດບັນຍັດສຸດທ້າຍ

ມາດຕາ 23 ການຈັດຕັ້ງປະຕິບັດ

ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ອອກປື້ມຄູ່ມືແນະນໍາດ້ານວິຊາການໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ປະສານສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດ ຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້.

ມາດຕາ 24 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ

 ຂໍ້ກໍານົດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

ລັດຖະມົນຕີ

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຫ້າມນຳເຂົ້າສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ສິນຄ້າເກືອດຫ້າມ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສີ່ງແວດລ້ອມ ຫ້າມນໍາເຂົ້າສິ່ງເສດເຫຼືອທີ່ເປັນພິດ ແລະ ອັນຕະລາຍ ເປັນຕົ້ນ ສິ່ງເສດເຫຼືອ ເຈືອປົນເຄມີ, ກໍາມັນຕະພາບລັງສີ, ສິ່ງເສດເຫຼືອອີເລັກໂຕຼນິກ, ໝໍ້ໄຟເກົ່າ ລວມທັງສິ່ງເສດເຫຼືອຕາມສົນທິສັນຍາບາເຊວ. ຂໍ້ຕົກລົງ ວ່າດ້ວຍການຄວບຄຸມມົນລະພິດ, ເລກທີ 1687/ກຊສ, ລົງວັນທີ 7 ເມສາ 2021. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.