ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເລກທີ 1686/ກຊສ

ນະຄອນຫຼວງວຽງຈັນ, ວັນທີ 07 ເມສາ 2021

 

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ

  • ອີງຕາມ ກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012;
  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016;
  • ອີງຕາມ ດຳລັດວ່າດ້ວຍການຄຸ້ມຄອງການນຳເຂົ້າ-ສົ່ງອອກ ແລະ ການນຳໃຊ້ສານເຄມີທີ່ທຳລາຍຊັ້ນໂອໂຊນ ສະບັບເລກທີ 162/ນຍ, ລົງວັນທີ 13 ຕຸລາ 2003;
  • ອີງຕາມ ໜັງສືຢັ້ງຢືນຄວາມສອດຄ່ອງດ້ານກົດໝາຍຂອງກົມນິຕິກຳ ສະບັບເລກທີ 153/ກຊສ.ກນກ, ລົງວັນທີ 22 ມີນາ 2021;
  • ອີງຕາມ ໜັງສືສະເໜີຂອງກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ສະບັບເລກທີ 0512/ກຊສ.ກຄມ, ລົງວັນທີ 22 ມີນາ 2021.

ລັດຖະມົນຕີ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາການດຳເນີນທຸລະກິດ ແລະ ນຳໃຊ້ເຄມີພາຍໃຕ້ອະນຸສັນຍາມົງເຣອານ ແລະ ອຸປະກອນທີ່ບັນຈຸເຄມີດັ່ງກ່າວ ເພື່ອຄວບຄຸມ, ຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ເຄມີທີ່ສົ່ງຜົນກະທົບຕໍ່ຊັ້ນໂອໂຊນ ແນໃສ່ປົກປ້ອງການເຊື່ອມໂຊມຂອງຊັ້ນໂອໂຊນ, ການເພີ່ມຂຶ້ນຂອງອຸນຫະພູມພື້ນຜິວໂລກ ແລະ ຟື້ນຟູຊັ້ນໂອໂຊນ, ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງທີ່ມີຊີວິດອື່ນ ແລະ ລະບົບນິເວດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຍືນຍົງ ແລະ ສີຂຽວ.

ມາດຕາ 2 ການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ

ການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ ແມ່ນ ການປະຕິບັດມາດຕະການຄຸ້ມຄອງການດຳເນີນທຸລະກິດ ແລະ ການນຳໃຊ້ເຄມີດັ່ງກ່າວ  ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ເພື່ອຮັບປະກັນຄວາມປອດໄພຕໍ່ສຸຂະພາບ, ຊິວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ.

ມາດຕາ 3 ການອະທິບາຍຄຳສັບ

  1. ເຄມີພາຍໃຕ້ອະນຸສັນຍາມົງເຣອານ ໝາຍເຖິງ ເຄມີທີ່ຖືກຄວບຄຸມພາຍໃຕ້ອະນຸສັນຍາດັ່ງກ່າວ ທີ່ຢູ່ໃນຮູບແບບຂອງທາດເຄມີດ່ຽວ ຫຼື ເປັນສ່ວນປະກອບຂອງສານປະສົມ ຊຶ່ງປະກອບດ້ວຍເຄມີທີ່ທຳລາຍຊັ້ນໂອໂຊນ (ODS) ເມື່ອຖືກປ່ອຍສູ່ຊັ້ນບັນຍາກາດຈະທຳລາຍຊັ້ນໂອໂຊນ ແລະ ສົ່ງຜົນກະທົບຕໍ່ການເພີ່ມຂຶ້ນຂອງອຸນຫະພູມພື້ນຜິວໂລກ ແລະ ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ (HFCs) ທີ່ຈະສົ່ງຜົນກະທົບຕໍ່ການເພີ່ມຂຶ້ນຂອງອຸນຫະພູມໂລກ;
  2. ອະນຸສັນຍາມົງເຣອານ (Montreal Protocol) ໝາຍເຖິງ ອະນຸສັນຍາສາກົນດ້ານສິ່ງແວດລ້ອມ ທີ່ ສປປ ລາວ ໄດ້ເຂົ້າເປັນພາຄີ ຊຶ່ງມີຈຸດປະສົງ ແລະ ເປົ້າໝາຍໃນການຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ເຄມີທີ່ທຳລາຍຊັ້ນໂອໂຊນ, ຫຼຸດຜ່ອນການນຳໃຊ້ສານໄຮໂດຣຟລູໂອໂຣກາກບອນ (HFCs) ໂດຍການສົງ່ເສີມການນຳໃຊ້ເຄມີທົດແທນ ເພື່ອຟື້ນຟູຊັ້ນໂອໂຊນ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ, ພືດ, ສິ່ງທີ່ມີຊີວິດອື່ນ ແລະ ລະບົບນິເວດ;
  3. ອຸປະກອນທີ່ບັນຈຸເຄມີພາຍໃຕ້ອະນຸສັນຍາມົງເຣອານ ໝາຍເຖິງ ອຸປະກອນທີ່ບັນຈຸເຄມີ ເພື່ອນຳໃຊ້ເຂົ້າໃນຈຸດປະສົງຕ່າງໆ ເປັນຕົ້ນ ເຄື່ອງເຮັດຄວາມເຢັນ, ແອເຢັນ, ລະບົບມອດໄຟ, ຖັງມອດໄຟ;
  4. ຈຳນວນປະລິມານເຄມີ ໝາຍເຖິງ ປະລິມານເຄມີທີ່ໄດ້ຮັບອະນຸຍາດນຳເຂົ້າ ຫຼື ສົ່ງອອກ ໂດຍອີງໃສ່ແຜນປະລິມານການນຳເຂົ້າເຄມີພາຍໃຕ້ອະນຸສັນຍາມົງເຣອານ ໃນແຕ່ລະປີ;
  5. ການດຳເນີນທຸລະກິດກ່ຽວກັບເຄມີ ແລະ ອຸປະກອນບັນຈຸເຄມີພາຍໃຕ້ອະນຸສັນຍາມົງເຣອານ ໝາຍເຖິງ ການດຳເນີນກິດຈະການກ່ຽວກັບການນຳເຂົ້າ-ສົ່ງອອກ, ຈຳໜ່າຍ, ບໍລິການ, ເກັບຮັກສາ, ຂົນສົ່ງ ແລະ ນຳໃຊ້ເຄມີ ແລະ ອຸປະກອນບັນຈຸເຄມີດັ່ງກ່າວ;
  6. ອະນຸພາກ ໝາຍເຖິງ ໜ່ວຍທີ່ໃຊ້ເອີ້ນສ່ວນທີ່ມີຂະໜາດນ້ອຍ ຫຼື ນ້ອຍສຸດ ເປັນຕົ້ນ ເອເລັກຕຣອນ, ໂມເລກຸນ, ນິວຕຣອນ, ໂປຣຕອນ;
  7. ຄ່າຄວາມສາມາດເຮັດໃຫ້ໂລກຮ້ອນ ໝາຍເຖິງ ຄ່າສັກກະຍາພາບໃນການເຮັດໃຫ້ເກີດໂລກຮ້ອນໃນໄລຍະ ໜຶ່ງຮ້ອຍ ປີ ໂດຍຄິດຈາກການແຜ່ລັງສີຂອງກາກບອນໄດອອກໄຊ (CO2) ທີ່ກໍ່ໃຫ້ເກີດພາວະທາດອາຍເຮືອນແກ້ວ;
  8. ເຄມີປອມ ພາຍໃຕ້ອະນຸສັນຍາມົງເຣອານ ໝາຍເຖິງ ເຄມີທີ່ມີຊື່, ເຄື່ອງໝາຍ ຫຼື ຮູບຮ່າງຄື ຫຼື ຄ້າຍຄືເຄມີດັ່ງກ່າວພາຍໃຕ້ອະນຸສັນຍາມົງເຣອານ ທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ຄຸນລັກສະນະແຕກຕ່າງ ຫຼື ມີສ່ວນປະສົມທີ່ແຕກຕ່າງ;
  9. ເຄມີທີ່ບໍ່ໄດ້ມາດຕະຖານພາຍໃຕ້ອະນຸສັນຍາມົງເຣອານ ໝາຍເຖິງ ເຄມີທີ່ຄຸນນະພາບຕ່ຳ, ມີສິ່ງເຈືອປົນ ຫຼື ມີສ່ວນປະກອບບໍ່ຖືກຕ້ອງຕາມຄຸນລັກສະນະເຄມີ ທີ່ໄດ້ຂຶ້ນທະບຽນແລ້ວ ທີ່ໄດ້ກຳນົດໄວ້ໃນອະນຸສັນຍາມົງເຣອານ.

ມາດຕາ 4 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວ ຢູ່ ສປປ ລາວ.

ໝວດທີ 2

ປະເພດເຄມີພາຍໃຕ້ອະນຸສັນຍາມົງເຣອານ

ມາດຕາ 5 ປະເພດເຄມີພາຍໃຕ້ອະນຸສັນຍາມົງເຣອານ

ເຄມີພາຍໃຕ້ອະນຸສັນຍາມົງເຣອານ ມີ ສອງ ປະເພດ ດັ່ງນີ້:

  1. ເຄມີທີ່ທຳລາຍຊັ້ນໂອໂຊນ (ODS);
  2. ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ (HFCs).

ມາດຕາ 6 ເຄມີທີ່ທຳລາຍຊັ້ນໂອໂຊນ

ເຄມີທີ່ທຳລາຍຊັ້ນໂອໂຊນ ແມ່ນ ເຄມີທີ່ມີອະນຸພາກຂອງກາກບອນ (Carbon), ຄລໍຣີນ (Chlorine), ຟລູໂອຣີນ (Fluorine) ຫຼື ໂບຣມີນ (Bromine) ເປັນອົງປະກອບຂອງເຄມີດັ່ງກ່າວ ຈັດເປັນກຸ່ມ ດັ່ງນີ້:

  1. ຄລໍໂຣຟລູໂອໂຣກາກບອນ ​​(CFCs);
  2. ໄຮໂດຣ ຄລໍໂຣຟລູໂອໂຣກາກບອນ (HCFCs);
  3. ເຮລອນ (Halon);
  4. ໄຮໂດຣໂບຣໂມຟລູໂອໂຣກາກບອນ (HBFCs);
  5. ໂບຣໂມຄລໍໂຣມີເທນ (Bromochloromethane);
  6. ເມທີນຄລໍໂຣຟອມ (Methyl chloroform);
  7. ກາກບອນເຕຕຣາຄລໍໄຣ (Carbon tetrachloride);
  8. ເມທີນໂບຣໄມ (Methyl bromide);
  9. ສານເຄມີປະສົມທີ່ທຳລາຍຊັ້ນໂອໂຊນ (ODS mixtures).

ກຸ່ມຄລໍໂຣຟລູໂອໂຣກາກບອນ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງກາກບອນ (Carbon), ຄລໍຣີນ (Chlorine), ຟລູໂອຣີນ (Fluorine), ໃນນັ້ນ ກຸ່ມຄລໍໂຣຟລູໂອໂຣການບອນ ປະກອບມີ ສອງ ກຸ່ມຍ່ອຍ ຄື ກຸ່ມຄລໍໂຣຟລູໂອໂຣກາກບອນ ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ ແລະ ຄ່າຄວາມສາມາດເຮັດໃຫ້ໂລກຮ້ອນ ແລະ ກຸ່ມຄລໍໂຣຟລູໂອໂຣກາກບອນ ທີ່ສາມາດທຳລາຍຊັ້ນໂອໂຊນເທົ່ານັ້ນ.

ກຸ່ມໄຮໂດຣຄລໍໂຣຟລູໂອໂຣກາກບອນ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງໄຮໂດຣເຈນ (Hydrogen), ກາກບອນ (Carbon), ຄລໍຣີນ (Chlorine) ແລະ ຟລູໂອຣີນ (Fluorine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ ແລະ ຄ່າຄວາມສາມາດເຮັດໃຫ້ໂລກຮ້ອນ.

ກຸ່ມເຮລອນ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງໂບຣມີນ (Bromine), ກາາບອນ (Carbon) ແລະ ຟລູໂອຣີນ (Fluorine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ.

ກຸ່ມໄຮໂດຣໂບຣໂມຟລູໂອໂຣກາກບອນ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງໄຮໂດຣເຈນ (Hydrogen), ໂບຣມີນ (Bromine), ກາກບອນ (Carbon) ແລະ ຟລູໂອຣີນ (Fluorine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ.

ກຸ່ມໂບຣໂມຄລໍໂຣມີເທນ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງໄຮໂດຣເຈນ (Hydrogen), ກາກບອນ (Carbon), ຄລໍຣີນ (Chlorine) ແລະ ໂບຣມີນ (Bromine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ.

ກຸ່ມເມທີນຄລໍໂຣຟອມ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງໄຮໂດຣເຈນ (Hydrogen), ກາກບອນ (Carbon) ແລະ ຄລໍຣີນ (Chlorine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ.

ກຸ່ມກາກບອນເຕຕຣາຄລໍໄຣ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງກາກບອນ (Carbon) ແລະ ຄລໍຣີນ (Chlorine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ.

ກຸ່ມເມທີນໂບຣໄມ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງກາກບອນ (Carbon), ໄຮໂດຣເຈນ (Hydrogen) ແລະ ໂບຣມີນ (Bromine) ທີ່ມີຄວາມສາມາດໃນການທຳລາຍຊັ້ນໂອໂຊນ.

ກຸ່ມເຄມີປະສົມທີ່ທຳລາຍຊັ້ນໂອໂຊນ ເປັນກຸ່ມເຄມີທີ່ມີສ່ວນປະສົມຢ່າງໜ້ອຍສອງທາດເຄມີຂຶ້ນໄປ ຊຶ່ງໃນນັ້ນປະກອບມີເຄມີທີ່ທຳລາຍຊັ້ນໂອໂຊນ.

ລາຍລະອຽດຂອງເຄມີໃນແຕ່ລະກຸ່ມເທິງນີ້ ໃຫ້ປະຕິບັດຕາມການກຳນົດຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ມາດຕາ 7 ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ (HFCs)

ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ ແມ່ນ ເຄມີທີ່ລະເຫີຍສູ່ຊັ້ນໂອໂຊນກໍ່ຕົວເປັນຊັ້ນທາດອາຍເຮືອນແກ້ວ ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ ຈັດເປັນ ສອງ ກຸ່ມ ດັ່ງນີ້:

  1. ໄຮໂດຣຟລູໂອໂຣກາກບອນທີ່ເປັນທາດດ່ຽວ (HFC mixtures);
  2. ໄຮໂດຣຟລູໂອໂຣກາກບອນທີ່ເປັນທາດປະສົມ (HFC mixtures).

ກຸ່ມໄຮໂດຣຟລູໂອໂຣກາກບອນທີ່ເປັນທາດດ່ຽວ ເປັນກຸ່ມທີ່ປະກອບດ້ວຍອະນຸພາກຂອງໄຮໂດຣເຈນ (Hydrogen) ແລະ ຟລູໂອຣີນ (Fluorine) ທີ່ມີຄ່າຄວາມສາມາດເຮັດໃຫ້ໂລກຮ້ອນ.

ກຸ່ມໄຮໂດຣຟລູໂອໂຣກາກບອນທີ່ເປັນທາດປະສົມ ເປັນກຸ່ມເຄມີທີ່ມີສ່ວນປະສົມຢ່າງໜ້ອຍສອງທາດເຄມີຂຶ້ນໄປ ຊຶ່ງໃນນັ້ນມີໄຮໂດຣຟລູໂອໂຣກາກບອນແຕ່ບໍ່ມີເຄມີທີ່ທຳລາຍຊັ້ນໂອໂຊນ.

ລາຍລະອຽດຂອງເຄມີໃນແຕ່ລະກຸ່ມເທິງນີ້ ໃຫ້ປະຕິບັດຕາມການກຳນົດຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ໝວດທີ 3

ການຄຸ້ມຄອງ, ການຄວບຄຸມ, ການຫຼຸດຜ່ອນ, ການຢຸດຕິ ແລະ ການນຳໃຊ້ເຄມີພາຍໃຕ້ອະນຸສັນຍາມົງເຣອານ

ມາດຕາ 8 ການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ

ການຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ຄຸ້ມຄອງ ແລະ ຕິດຕາມ ກວດກາ ການບຳບັດ, ການກຳຈັດເຄມີພາຍໃຕ້ອະນຸສັນຍາມົງເຣອານ ແລະ ສິ່ງເສດເຫຼືອຈາກອຸປະກອນທີ່ບັນຈຸເຄມີດັ່ງກ່າວ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ລວມທັງການກຳນົດແຜນປະລິມານການນຳເຂົ້າເຄມີພາຍໃຕ້ອະນຸສັນຍາມົງເຣອານ ໃນແຕ່ລະປີ ໂດຍສອດຄ່ອງກັບແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນ ແລະ ເຊົາໃຊ້ສານທຳລາຍຊັ້ນໂອໂຊນ (CFC), ແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ເຄມີທີ່ທຳລາຍຊັ້ນໂອໂຊນ (HCFC) ແລະ ແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນການນຳໃຊ້ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ (HFC) ແລ້ວແຈ້ງເປັນລາຍລັັກອັກສອນໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອເປັນບ່ອນອີງໃນການອະນຸຍາດການນຳເຂົ້າເຄມີດັ່ງກ່າວ ກ່ອນວັນທີ 30 ພະຈິກ ຂອງທຸກປີ.

ມາດຕາ 9 ການຄວບຄຸມ, ຫຼຸດຜ່ອນ ແລະ ຢຸດຕິ ການນຳໃຊ້ເຄມີພາຍໃຕ້ອະນຸສັນຍາມົງເຣອານ

ການຄວບຄຸມ, ຫຼຸດຜ່ອນ ແລະ ຢຸດຕິ ການນຳໃຊ້ເຄມີພາຍໃຕ້ອະນຸສັນຍາມົງເຣອານ ແລະ ຫຼຸດຜ່ອນການນຳໃຊ້ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ (HFC) ໃຫ້ປະຕິບັດຕາມແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນ ແລະ ເຊົາໃຊ້ສານທຳລາຍຊັ້ນໂອໂຊນ, ແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນ ແລະ ຢຸດຕິການນຳໃຊ້ເຄມີທີ່ທຳລາຍຊັ້ນໂອໂຊນ (HCFC) ແລະ ແຜນງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນການນຳໃຊ້ເຄມີທີ່ກໍ່ໃຫ້ເກີດພາວະໂລກຮ້ອນ (HFC).

ມາດຕາ 10 ການເກັບຮັກສາ ແລະ ບຳບັດເຄມີພາຍໃຕ້ອະນຸສັນຍາມົງເຣອານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ແລະ ນຳໃຊ້ເຄມີພາຍໃຕ້ອະນຸສັນຍາມົງເຣອານ ແລະ ອຸປະກອນທີ່ບັນຈຸເຄມີດັ່ງກ່າວ ຕ້ອງສ້າງສາງເກັບມ້ຽນ ເພື່ອຮັກສາ ກ່ອນຈະຈຳໜ່າຍ ແລະ ນຳໃຊ້. ສຳລັບການຂໍອະນຸຍາດສ້າງສາງເກັບມ້ຽນນັ້ນ ໃຫ້ປະຕິບັດຕາມການກຳນົດຂອງກະຊວງອຸດສາຫະກຳ ແລະ ການຄ້າ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດ ແລະ ນຳໃຊ້ເຄມີພາຍໃຕ້ອະນຸສັນຍາມົງເຣອານ ແລະ ອຸປະກອນທີ່ບັນຈຸເຄມີດັ່ງກ່າວ ຕ້ອງບຳບັດ ດ້ວຍການນຳໃຊ້ເຕັກນິກ, ເຕັກໂນໂລຊີ, ເຄື່ອງຈັກ ຫຼື ວັດຖຸປະກອນຕ່າງໆ ທີ່ເໝາະສົມ ແລະ ປະຕິບັດຕາມຄູ່ມືແນະນຳກ່ຽວກັບຄວາມປອດໄພ. ກ່ອນ ແລະ ຫຼັງ ບຳບັດຕ້ອງລາຍງານໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ, ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອຊາບ ແລະ ຕິດຕາມການບຳບັດດັ່ງກ່າວ.

ມາດຕາ 11 ການຄວບຄຸມເຄມີປອມ ແລະ ບໍ່ໄດ້ມາດຕະຖານ ພາຍໃຕ້ອະນຸສັນຍາມົງເຣອານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ພົບເຫັນ ຫຼື ມີຂໍ້ມູນ ກ່ຽວກັບເຄມີປອມ ແລະ ບໍ່ໄດ້ມາດຕະຖານ ພາຍໃຕ້ອະນຸສັນຍາມົງເຣອານ ໃຫ້ລາຍງານໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ, ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ແລະ ຂະແໜງການທີ່ກ່ຽວຂ້ອງ ພາຍໃນກຳນົດເວລາ ຫ້າ ວັນລັດຖະການ ນັບແຕ່ມື້ພົບເຫັນເປັນຕົ້ນໄປ.

ຫຼັງຈາກໄດ້ຮັບແຈ້ງການຈາກຂະແໜງການອຸດສາຫະກຳ ແລະ ການຄ້າ, ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ ຜູ້ທີ່ຄອບຄອງ ແລະ ນຳໃຊ້ເຄມີປອມ ແລະ ບໍ່ໄດ້ມາດຕະຖານພາຍໃຕ້ອະນຸສັນຍາມົງເຣອານ ກ່ອນ ຫຼື ຫຼັງ ຂໍ້ຕົກລົງສະບັບນີ້ ຕ້ອງຢຸດຕິການນຳໃຊ້ໂດຍທັນທີ ແລະ ເກັບຮັກສາໄວ້ໃນສາງທີ່ໄດ້ມາດຕະຖານ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍໃນການກຳຈັດເຄມີ ແລະ ອຸປະກອນທີ່ບັນຈຸເຄມີດັ່ງກ່າວ. ການກຳຈັດ ໃຫ້ດຳເນີນໃນສະຖານທີ່ທີ່ກຳນົດໄວ້ສະເພາະ ໂດຍນຳໃຊ້ເຕັກໂນໂລຊີທີ່ເໝາະສົມ.

ໝວດທີ 4

ການຕິດຕາມ ກວດກາອຸປະກອນທີ່ບັນຈຸເຄມີພາຍໃຕ້ອະນຸສັນຍາມົງເຣອານ

ມາດຕາ 12 ການຕິດຕາມ ກວດກາອຸປະກອນທີ່ບັນຈຸເຄມີພາຍໃຕ້ອະນຸສັນຍາມົງເຣອານ

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ນະຄອນຫຼວງ ຕິດຕາມ ກວດກາ ອຸປະກອນເຄື່ອງເຮັດຄວາມເຢັນ ກ່ອນການນຳຜ່ານດ່ານສາກົນ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນປະເພດເຄມີ ແລະ ຈຳນວນອຸປະກອນທີ່ບັນຈຸເຄມີ ພາຍໃຕ້ອະນຸສັນຍາມົງເຣອານ ແລ້ວລາຍງານໃຫ້ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ທຸກຄັ້ງທີ່ມີການຕິດຕາມ ກວດກາ ການນຳເຂົ້າ.

ອຸປະກອນເຄື່ອງເຮັດຄວາມເຢັນ ໄຮໂດຣຟລູໂອໂຣກາກບອນ (HFC) ຊະນິດ R-22 ແລະ R-123 ແມ່ນຫ້າມນຳເຂົ້ານັບແຕ່ວັນທີ 1 ມັງກອນ 2023 ເປັນຕົ້ນໄປ.

ມາດຕາ 13 ການຢັ້ງຢືນຜົນການຕິດຕາມ ກວດກາອຸປະກອນທີ່ບັນຈຸເຄມີພາຍໃຕ້ອະນຸສັນຍາມົງເຣອານ

ໃນການຕິດຕາມກວດກາອຸປະກອນທີ່ບັນຈຸເຄມີພາຍໃຕ້ອະນຸສັນຍາມົງເຣອານ ຕາມທີ່ກຳນົດໄວ້ໃນມາດຕາ 12 ຂອງຂໍ້ຕົກລົງສະບັບນີ້ ຫາກເຫັນວ່າຖືກຕ້ອງຕາມປະເພດ ແລະ ຈຳນວນອຸປະກອນເຄື່ອງເຮັດຄວາມເຢັນ ຕາມທີ່ຂະແໜງການອຸດສາຫະກຳ ແລະ ການຄ້າ ອະນຸຍາດນຳເຂົ້າແລ້ວ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງ ຕ້ອງຕິດສະຫຼາກ ຕາມທີ່ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ກຳນົດໄວ້ ໃສ່ແຕ່ລະອຸປະກອນ ເພື່ອຢັ້ງຢືນຜົນການຕິດຕາມ ກວດການັ້ນ.

ໝວດທີ 5

ບົດບັນຍັດສຸດທ້າຍ

ມາດຕາ 14 ການຈັດຕັ້ງປະຕິບັດ

ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ອອກປື້ມຄູ່ມືແນະນຳດ້ານວິຊາການໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ກົມຄວບຄຸມ ແລະ ຕິດຕາມ ກວດກາມົນລະພິດ ປະສານສົມທົບກັຍພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້.

ມາດຕາ 15 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ຂໍ້ຕົກລົງສະບັບນີ້ປ່ຽນແທນ ຂໍ້ຕົກລົງສະບັບເລກທີ 7858/ກຊສ, ລົງວັນທີ 09 ພະຈິກ 2012 ວ່າດ້ວຍການຄຸ້ມຄອງສານເຄມີທີ່ທຳລາຍຊັ້ນໂອໂຊນ.

ຂໍ້ກຳນົດໃດ ທີ່ຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ

ນ. ບຸນຄຳ ວໍລະຈິດ

 

# ຫົວຂໍ້ ດາວໂຫຼດ
1 Decision on Chemical Controls under the Montreal Protocol, No. 1686/MONRE, on 7 April 2021 PDF
2 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເຄມີພາຍໃຕ້ອະນຸສັນຍາມົງເຣອານ, ເລກທີ 1686/ກຊສ, ລົງວັນທີ 7 ເມສາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.