ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ    

ເລກທີ 0588/ອຄ.ກຂອ
ນະຄອນຫຼວງວຽງຈັນ

ວັນທີ 12 ກໍລະກົດ 2021

ຄຳແນະນຳ
ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

 

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
  • ອີງ​ຕາມ ດຳລັດວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010;
  • ອີງຕາມ ໜັງສືສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ ສະບັບ​ເລກທີ 2273/ອຄ.ກຂອ, ລົງ​ວັນ​ທີ 08 ກໍລະກົດ 2021.

   ເພື່ອຜັນຂະຫຍາຍ ດໍາລັດວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010 ແລະ ​​​ເພື່ອກຳນົດລະບຽບການ ແລະ ມາດຕະການໃຫ້​​ແທດ​ເໝາະ​ກັບສະພາບ​ຕົວຈິງໃນປະຈຸບັນ, ຖືກຕ້ອງສອດຄ່ອງກັບ ກົດໝາຍ, ລະບຽບການ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແນໃສ່ເຮັດໃຫ້ວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ ສປປ ລາວ ໄດ້ຮັບສິດທິພິເສດ ຖືກຈັດຕັ້ງປະຕິບັດຢ່າງເປັນເອກະພາບ ​ແລະ ​ໄດ້​ຮັບປະສິດທິຜົນສູງ.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳແນະນຳ:

  1. ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນ ການຢັ້ງຢືນວ່າສິນຄ້ານັ້ນໄດ້ກຳເນີດຂຶ້ນ ຫຼື ຜ່ານຂະບວນການຜະລິດຢູ່ ສປປ ລາວ ເພື່ອຈຸດປະສົງໃນການຂໍສິດທິພິເສດຕາມເງື່ອນໄຂຂອງລະບຽບແຫຼ່ງກຳເນີດສິນຄ້າຂອງປະເທດຜູ້ໃຫ້ສິດທິພິເສດ. ​ໃນ​ກໍລະນີປະເທດຜູ້ນຳເຂົ້າທີ່ໃຫ້ສິດທິພິເສດທາງການຄ້າ ຫາກບໍ່ຕ້ອງການໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ບໍລິສັດ/ໂຮງງານ, ຜູ້ຜະລິດ, ຜູ້ສົ່ງອອກ ບໍ່ຈຳເປັນຕ້ອງຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໝາຍເຖິງ ບໍລິສັດ/ໂຮງງານ, ຜູ້ຜະລິດ, ຜູ້ສົ່ງອອກ ຫຼື ຜູ້ຕາງໜ້າທີ່ໄດ້ຮັບມອບສິດ.

ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ປະກອບມີ ສອງ ຂັ້ນຕອນຄື ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ແລະ ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍມີລາຍລະອຽດ ດັ່ງນີ້:

  1. ການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ (Confirmation of Product Eligibility: CPE)

ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນ ເອກະສານຮັບຮອງວ່າສິນຄ້າໄດ້ເກີດຂຶ້ນ ຫຼື ຜ່ານຂະບວນການຜະລິດໃນ ສປປ ລາວ ​ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບແຫຼ່ງກຳເນີດສິນຄ້າ​​ທີ່​ໄດ້​ຮັບສິດ​ທິ​ພິ​ເສດ.

ການ​ອອກ​ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ​ແມ່ນເພື່ອນຳໃຊ້ເປັນບ່ອນອີງໃນການຂໍໃບຢັ້ງຢືນແຫຼ່ງກຳ ເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ແລະ ​ຕ້ອງ​ໄດ້ອອກ​ໃຫ້​ທຸກ​ລາຍ​ການ​ສິນຄ້າ​ທີ່​ຈະ​ສົ່ງ​ອອກທີ່​ນຳ​ໃຊ້​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ​, ບໍ່ວ່າ​ສິນ​ຄ້າ​ນັ້ນຈະ​ເປັນ​ສິນຄ້າທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ນຳ​ໃຊ້​ວັດຖຸ​ດິບ​ພາຍ​ໃນ ສປປ ລາວ ທັງໝົດ (Wholly Obtained or Produced Goods) ​ຫຼື ສິນຄ້າ​ທີ່​ໄດ້​ມາ ຫຼື ຜະລິດ​ໂດຍ​ບໍ່​ໄດ້​ນໍາ​ໃຊ້​ວັດຖຸ​ດິບ​ພາຍ​ໃນ ສປປ ລາວ ທັງໝົດ (Not Wholly Obtained or Produced Goods).

  1. 1. ເອກະສານປະກອບການຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດຂໍການຮັບຮອງການໄດ້ແຫຼ່ງກຳເນີດຂອງສິນຄ້າ ຈາກຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍປະກອບເອກະສານ ດັ່ງນີ້:  

  1. ) ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ) ໃບແຈ້ງລາຄານຳເຂົ້າ (Import Invoice);
  3. ) ໜັງສື​ຮັບຮອງ​ລາຍ​ລະອຽດ, ຂັ້ນ​ຕອນ​ການ​ຜະລິດ, ຕົ້ນ​ທຶນ ​ແລະ ລາຄາ​ສິນຄ້າ ແລະ ແຜນວາດຂະບວນການຜະລິດ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  4. ) ເອກະສານຢັ້ງຢືນການໄດ້ມາ ຫຼື ການນຳເຂົ້າວັດຖຸດິບ;
  5. ) ໃບ​ແຈ້ງ​ຂີດ​ຄວາມ​ສາມາດ​ໃນ​ການ​ສົ່ງ​ອອກ​ປະຈຳ​ປີ;
  6. ) ໃບ​ແຈ້ງ​ແບບຢ່າງ​ລາຍ​ເຊັນ​ຂອງ​ບໍລິສັດ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  7. ) ໃບ​ທະບຽນວິ​ສາ​ຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ ສະ​ບັບ​ສຳ​ເນົາ;
  8. ) ໃບ​ຢັ້ງຢືນ​ການມອບ​ພັນທະ​ອາກອນປະຈຳ​ປີ ສະ​ບັບ​ສຳ​ເນົາ.
  9. 2. ການພິຈາລະນາອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ​ຕາມ ຂໍ້ 1.1 ໂລແມັງ I ຂອງຄໍາແນະນໍາສະບັບນີ້, ເຈົ້າໜ້າທີ່​​ຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ​​ຕ້ອງລົງກວດ​ກາ ບໍ​ລິ​ສັດ/ໂຮງງານ  ​ເພື່ອ​ເບິ່ງ​ຂະ​ບວນການ​ຜະລິດ​ຕົວ​ຈິງ ຫຼື ບ່ອນເກັບຮັກສາ​ສິນຄ້າ​ດັ່ງກ່າວ ໂດຍທັນທີ, ຊ້າສຸດບໍ່ໃຫ້ກາຍ ສາມ ວັນລັດຖະການ ເພື່ອ​ຮັບປະກັນ​ຄວາມ​ຖືກຕ້ອງ​ສອດຄ່ອງ​ກັບ​ລະບຽບ​ແຫຼ່ງກຳເນີ​ດສິນຄ້າ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ທີ່ກ່ຽວຂ້ອງ. ການເກັບກຳຂໍ້ມູນຕົວຈິງຢູ່ ບໍ​ລິ​ສັດ/ໂຮງງານ ແມ່ນ ໃຫ້ເກັບກຳຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ.

ກຳນົດເວລາໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນພາຍໃນ ສາມ ວັນລັດຖະການ ​ພາຍຫຼັງ​ທີ່​​ສຳ​ເລັດ​ການລົງ​ກວດກາ​ ບໍ​ລິ​ສັດ/ໂຮງ​ງານ.

ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ແມ່ນອອກໃຫ້ ໜຶ່ງໃບ ຕໍ່ ໜຶ່ງລາຍການສິນຄ້າ ຕາມລະຫັດພາສີຍ່ອຍ​ໃນລະດັບ ຫົກ ຕົວເລກ ໂດຍສອດຄ່ອງກັບສາລະບານສິນຄ້າ ແລະ ອັດຕາພາສີຂອງ ສປປ ລາວ ບົນພື້ນຖານລະບົບເອກະພາບອາຊຽນ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

  1. 3. ອາຍຸ ແລະ ການຕໍ່ອາຍຸໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ

ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ມີອາຍຸການນຳໃຊ້ ໜຶ່ງ ປີ. ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດຂໍຕໍ່ການຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ກ່ອນໝົດອາຍຸການນຳໃຊ້ ໜຶ່ງ ເດືອນ ໂດຍປະຕິບັດຕາມຂໍ້ 1.1 ໂລແມັງ I ຂອງຄຳແນະນຳສະບັບນີ້.

  1. ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (Certificate of Origin under the Preferential Scheme)

ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ມີ ສາມ ຮູບແບບ ຄື ​ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດແບບປົກກະຕິ (Manual), ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຜ່ານລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າດ້ວຍຕົນເອງ (Self-Certification). ​

ການອອກໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຜ່ານທາງລະບົບເອເລັກໂຕຣນິກ ​ແລະ ການຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າດ້ວຍຕົນເອງ​ ແມ່ນປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ, ຂໍ້ຕົກລົງວ່າດ້ວຍການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ, ຂໍ້ຕົກລົງວ່າດ້ວຍການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ນິຕິກຳທີ່ກ່ຽວຂ້ອງອື່ນໆ.

ສຳລັບການອອກໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ແບບປົກກະຕິ ແມ່ນໃຫ້ປະຕິບັດ ດັ່ງນີ້:

  1. 1. ເອກະສານປະກອບການຂໍ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກ​ກະ​ຕິ ຕ້ອງປະກອບ​ເອກະສານ​ ດັ່ງນີ້:

  1. ) ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ) ໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ ຫຼື ໃບຢັ້ງຢືນແຫຼ່ງທີ່ມາຂອງສິນຄ້າ ສະບັບສໍາເນົາ;
  3. ) ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ຕື່ມຂໍ້ມູນແລ້ວ;
  4. ) ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ສິນຄ້າສົ່ງອອກ (Export Invoice and Packing List);
  5. ) ໃບແຈ້ງພາສີເປັນລາຍລະອຽດ ແລະ ໃບຂົນສົ່ງສິນຄ້າ ໃນກໍລະນີທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຢ້ອນຫຼັງ.

ສຳລັບເອກະສານສະບັບສຳ​ເນົາ ຕ້ອງໄດ້ເຊັນ ແລະ ຈ້ຳກາຮັບຮອງໂດຍ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

  1. 2. ການຕື່ມຂໍ້ມູນໃສ່ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການຕື່ມຂໍ້ມູນໃສ່ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ​ຕ້ອງປະຕິບັດ ດັ່ງນີ້:

  1. ) ຂໍ້ມູນທີ່ຕື່ມໃສ່ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຕ້ອງກົງກັບຂໍ້ມູນຂອງເອກະສານທີ່ປະກອບ ແລະ ບໍ່ໃຫ້ພິມກາຍເສັ້ນຂີດຂັ້ນຂອງແຕ່ລະຫ້ອງ;
  2. ) ພາສາທີ່ໃຊ້ຕ້ອງເປັນພາສາອັງກິດໂຕພິມໃຫຍ່;
  3. ) ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ຕື່ມຂໍ້ມູນແລ້ວ ຕ້ອງສະອາດ, ໂຕໜັງສືຈະແຈ້ງດີ, ບໍ່ມີຮອຍລຶບ, ຂີດຂ້າ ຫຼື ຕື່ມໃສ່ບ່ອນໃດບ່ອນໜຶ່ງ;
  4. ) ການຕື່ມຂໍ້ມູນ ແມ່ນໃຫ້ພິມແຖວຕໍ່ແຖວໂດຍບໍ່ໃຫ້ປະຫວ່າງໄວ້. ກໍລະນີສຸດແຖວຊ່ອງ​ຫວ່າງ​ທີ່​ບໍ່​ໄດ້​ນຳ​ໃຊ້​ ໃຫ້​ຂີດ​ເສັ້ນຈົນສຸດແຖວ ເພື່ອ​ບໍ່​ໃຫ້​ສາ​ມາດເພີ່ມ​ຕື່ມຂໍ້​ມູນ​ໃສ່​ໄດ້.
  1. 3. ການພິຈາລະນາອອກໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ​ຕາມ ຂໍ້ 2.1 ແລະ 2.2 ໂລແມັງ I ຂອງຄໍາແນະນໍາສະບັບນີ້, ເຈົ້າໜ້າທີ່​​ຢັ້ງຢື​ນ​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ​​ຕ້ອງພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດພິເສດ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

  1. 4. ການໃສ່ເລກທີຂອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການໃສ່ເລກທີຂອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດພິເສດ ໂດຍຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ໃສ່ ແປດ ຕົວເລກ ຊຶ່ງຂຶ້ນຕົ້ນດ້ວຍເລກລະຫັດຂອງປີ ສອງ ຕົວເລກທ້າຍ, ຕາມດ້ວຍເລກລະຫັດຂອງຫ້ອງການ​ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ ສອງ ຕົວເລກ ແລະ ເລກລໍາດັບ ສີ່ ຕົວເລກ. ສຳລັບໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດພິເສດ ບາງປະເພດທີ່ຕ້ອງໄດ້ໃສ່ລະຫັດປະເທດ ຫຼື ຕົວອັກສອນຫຍໍ້ ແມ່ນໃຫ້ເພີ່ມໃສ່ທາງໜ້າຂອງ ເລກລະຫັດ ແປດ ຕົວເລກນັ້ນ. ການໃສ່ເລກທີີຂອງໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດພິເສດ ສາມາດໃຊ້ຈັກພິມດີດ ຫຼື ກາຈ້ຳເລກທີ.

  1. 5. ການຢັ້ງຢືນ ແລະ ການອອກ​ໃບຢັ້ງຢືນ​​ແຫຼ່ງກຳ​ເນີ​ດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນກໍລະນີເສຍຫາຍ ຫຼື ຖືກທຳລາຍ

ກໍລະນີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເສຍຫາຍ ຫຼື ຖືກທຳລາຍ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດນຳເອົາໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບສຳເນົາ ມາຂໍຢັ້ງຢືນນຳຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫຼື ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຄືນ​ໃໝ່ ໂດຍປະກອບເອກະສານ ດັ່ງນີ້:

  1. ) ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ) ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບສໍາເນົາ;
  3. ) ໜັງສືຢັ້ງຢືນການເສຍຫາຍ ຫຼື ຖືກທຳລາຍ ຈາກ ບໍລິສັດ/ໂຮງງານ;
  4. ) ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ຕື່ມຂໍ້ມູນແລ້ວ ໃນກໍລະນີ ສະເໜີອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຄືນໃໝ່.

ກໍານົດເວລາສຳລັບ ການຢັ້ງຢືນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບສໍາເນົາ ແມ່ນ ໜຶ່ງ ວັນລັດຖະການ ແລະ ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຄືນ​ໃໝ່ ແມ່ນ ສອງ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

  1. 6. ການດັດແກ້ຂໍ້ມູນໃນ​ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ການດັດແກ້ຂໍ້ມູນໃນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນດັດແກ້ໃນກໍລະນີທີ່ມີຂໍ້ຜິດພາດຈາກເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫຼື ຈາກຜູ້ຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

ການດັດແກ້ຂໍ້ມູນໃນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ເກີດຈາກຄວາມຜິດພາດຂອງເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ຕ້ອງໃຫ້ເຈົ້າໜ້າທີ່ ເຊັນ ແລະ ຈ້ຳກາຢັ້ງຢືນຄວາມຖືກຕ້ອງໃສ່ໃນຈຸດທີ່ດັດແກ້ນັ້ນ ໂດຍບໍ່ໄດ້ເສຍຄ່າທຳນຽມໃນການຢັ້ງຢືນດັ່ງກ່າວ.

ການດັດແກ້ຂໍ້ມູນໃນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ເກີດຈາກຄວາມຜິດພາດຂອງຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ຜູ້ຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະເໜີຫາ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງ​ກຳເນີດສິນຄ້າ​ທີ່ໄດ້ຮັບສິດທິພິເສດ ເພື່ອອອກສະບັບໃໝ່ ໂດຍປະກອບເອກະສານ ດັ່ງນີ້:

  1. ) ໃບຄຳຮ້ອງ ຕາມແບບພິມທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ;
  2. ) ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ຕື່ມຂໍ້ມູນແລ້ວ;
  3. ) ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສະບັບຕົ້ນ ແລະ ສະບັບສໍາເນົາ;
  4. ) ເອກະສານອື່ນໆທີ່ຕິດພັນກັບການດັດແກ້ຕາມແຕ່ລະກໍລະນີ.
  5. 7. ຄ່າທໍານຽມໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຄ່າທຳນຽມໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ. ໃນກໍລະນີທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຄືນໃໝ່ ຫຼື ດັດແກ້ຂໍ້ມູນໃນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທີ່ເກີດຈາກຄວາມຜິດພາດຂອງຜູ້ຂໍຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນໃຫ້ເກັບຄ່າທຳນຽມຄືກັນກັບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.

  1. 8. ການຊື້ແບບພິມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດຊື້ແບບພິມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໄດ້ ບໍ່ເກີນ 50 ຊຸດ/ຄັ້ງ/ປະເພດແບບພິມ. ກ່ອນ​ການ​ສະ​ເໜີຂໍຊື້ແບບພິມຄັ້ງຕໍ່​ໄປ ຕ້ອງ​ໄດ້​ຄັດ​ຕິດ​ບົດສະຫຼຸບການນໍາໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ໄດ້ຊື້ໃນຄັ້ງທີ່ຜ່ານມາ ຕາມແບບພິມທີ່ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ.

ສໍາລັບຄ່າແບບພິມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃຫ້ປະຕິບັດຕາມລັດຖະບັນຍັດວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

  1. ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ
  1. ພາກສ່ວນທີ່ເປັນຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແມ່ນການຈັດຕັ້ງທີ່ໄດ້ຮັບສິດໃນການ ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໂດຍປະກອບມີ:

  1. ) ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ;
  2. ) ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ) ໜ່ວຍງານບໍລິການການລົງທຶນປະຕູດຽວ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ;
  4. ) ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ນະຄອນ ຫຼວງ;
  5. ) ພາກສ່ວນອື່ນທີ່ຖືກມອບໝາຍຈາກ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຢັ້ງຢືນແຫຼ່ງກຳເນີດສິນຄ້າ.
  1. ເງື່ອນໄຂການໄດ້ຮັບສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ  ຕາມທີ່ກຳນົດໃນ ຂໍ້ 1 ໂລແມງ II  ຂອງຄຳແນະນຳສະບັບນີ້ ຍົກເວັ້ນ ກົມການນຳເຂົ້າ ແລະ ສົ່ງອອກ ກ່ອນຈະອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໄດ້ ຕ້ອງໄດ້ຮັບການເຫັນດີຈາກ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕ້ອງມີພະນັກງານ ທີ່ໄດ້ຜ່ານການຝຶກອົບຮົມ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າ ແລະ ໄດ້ຮັບໃບຢັ້ງຢືນຈາກ ກົມການນຳເຂົ້າ ແລະ ສົ່ງອອກ ຢ່າງໜ້ອຍ ສອງ ຄົນ.

  1. ການສະເໜີຂໍສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຕາມທີ່ກຳນົດໄວ້ໃນ ຂໍ້ 1 ໂລແມັງ II ຂອງຄໍາແນະນໍາສະບັບນີ້ ທີ່ຕ້ອງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນໃຫ້ປະກອບເອກະສານສະເໜີຫາ ກົມການນຳເຂົ້າ ແລະ ສົ່ງອອກ ເພື່ອຄົ້ນຄວ້ານຳສະເໜີ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາມອບສິດການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຕາມລະບຽບການ.

ເອກະສານປະກອບການສະເໜີ ມີດັ່ງນີ້:

  1. ) ໜັງສືສະເໜີຫາ ກົມການນຳເຂົ້າ ແລະ ສົ່ງອອກ;
  2. ) ໃບຢັ້ງຢືນຈາກ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໃນກໍລະນີເປັນໜ່ວຍງານບໍລິການການລົງທຶນປະຕູດຽວ ທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ;
  3. ) ໃບຢັ້ງຢືນຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນກໍລະນີເປັນສະພາການຄ້າ ແລະ ອຸດສາຫະກໍາ ແຂວງ, ນະຄອນຫຼວງ.
  1. ການພິຈາລະນາໃຫ້ສິດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ກົມການນຳເຂົ້າ ແລະ ສົ່ງອອກ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນ ຂອງເອກະສານທີ່ພາກສ່ວນກ່ຽວຂ້ອງສະເໜີມາ. ໃນກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ພາກສ່ວນທີ່ສະເໜີຊາບ ເພື່ອປັບປຸງ. ໃນກໍລະນີ ເອກະສານຖືກຕ້ອງຄົບຖ້ວນ, ກົມການນຳເຂົ້າ ແລະ ສົ່ງອອກ ຕ້ອງຄົ້ນຄວ້າ ແລະ ລາຍງານ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອພິຈາລະນາໃຫ້ທິດຊີ້ນຳ.

ພາຍຫຼັງໄດ້ຮັບການເຫັນດີຈາກ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງແຈ້ງແຜນການຈັດຝຶກອົບຮົມ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າ ໃຫ້ພາກສ່ວນສະເໜີຂໍສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ຈັດຝຶກອົບຮົມ ພ້ອມທັງ ປະເມີນຄວາມເຂົ້າໃຈຂອງຜູ້ຝຶກອົບຮົມ. ເມື່ອເຫັນວ່າ ຜູ້ຝຶກອົບຮົມມີຄວາມເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າແລ້ວ ກົມການນຳເຂົ້າ ແລະ ສົ່ງອອກ ຕ້ອງອອກໃບຢັ້ງຢືນໃຫ້ຜູ້ກ່ຽວ.

ຫຼັງຈາກສິ້ນສຸດການຝຶກອົບຮົມ, ກົມການນໍາເຂົ້າ ແລະ ສົ່ງອອກ ຕ້ອງສະເໜີ ລັດຖະມົນຕີ ກະຊວງອຸດ ສາຫະກຳ ແລະ ການຄ້າ ເພື່ອພິຈາລະນາອອກຂໍ້ຕົກລົງໃຫ້ສິດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໃຫ້ແກ່ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທີ່ມີເງື່ອນໄຂຄົບຖ້ວນຕາມທີ່ກຳນົດໃນຂໍ້ 2 ໂລແມັງ II ຂອງຄໍາແນະນຳສະບັບນີ້ ພາຍໃນ ຫ້າ ວັນລັດຖະການ.

  1. ການປະເມີນການຈັດຕັ້ງປະຕິບັດວຽກງານຂອງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຕ້ອງປະເມີນການຈັດຕັ້ງປະຕິບັດວຽກງານ​ການຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງຕົນ ​ແລ້ວລາຍງານໃຫ້ ກົມ​ການ​ນຳ​ເຂົ້າແລະ ສົ່ງ​ອອກ ຊາບ ກ່ອນວັນ​ທີ 10 ມັງກອນ ຂອງ​​ປີຖັດ​ໄປ ຕາມແບບພິມ ທີ່ ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ກຳນົດ.

ໃນກໍລະນີ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ມີເງື່ອນໄຂບໍ່ຄົບຖ້ວນຕາມທີ່ກຳນົດໃນ ຂໍ້ 2 ໂລແມັງ II ຂອງຄຳແນະນຳສະບັບນີ້, ກົມການນຳເຂົ້າ ແລະ ສົ່ງອອກ ມີສິດສະເໜີ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂຈະ ຫຼື ຖອນ ສິດໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ.

  1. ສິດ ແລະ ໜ້າທີ່ຂອງ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດພິເສດ ແລະ ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດພິເສດ
  1. ສິດ ແລະ ໜ້າທີ່ຂອງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດພິເສດ
  2. 1. ກົມການນຳເຂົ້າ ແລະ ສົ່ງອອກ

ນອກຈາກສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໃວ້ໃນ ມາດຕາ 18 ຂອງ​ດຳລັດວ່າດ້ວຍແຫຼ່ງກຳເນີດສິນຄ້ານຳເຂົ້າ ແລະ ສົ່ງອອກ ສະບັບເລກທີ 228/ນຍ, ລົງວັນທີ 22 ເມສາ 2010, ກົມການນຳເຂົ້າ ແລະ ສົ່ງອອກ ຍັງມີສິດ ແລະ ໜ້າທີ່ສະເພາະດັ່ງນີ້:

  1. ) ຄົ້ນຄວ້າ ແລະ ສະເໜີ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພິຈາລະນາມອບໝາຍໃຫ້ພາກສ່ວນທີ່ມີເງື່ອນໄຂ ແລະ ໄດ້​ຜ່ານ​ການ​ຝຶກ​ອົບ​ຮົມ​ຈາກ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ເປັນຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ;
  2. ) ຄົ້ນຄວ້າ ແລະ ພິຈາລະນາ ອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ໃຫ້​ທຸກ ບໍລິສັດ/ໂຮງງານ ​ແລະ ທຸກ​ລາຍການ​ສິນຄ້າ​ທີ່​ນຳ​ໃຊ້​ສິດທິ​ພິ​ເສດ​;
  3. ) ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະ​ເມີນການຈັດ​ຕັ້ງ​ປະຕິບັດວຽກງານ​ການ​ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຢ່າງ​ເປັນ​ປະຈຳ​ໃນ​ແຕ່ລະ​ປີ;
  4. ) ເປັນຈຸດປະສານງານກັບຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ພາກສ່ວນອື່ນທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດໃນການປະຕິບັດວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ;
  5. ) ພົວພັນ ແລະ ຮ່ວມມືກັບສາກົນ ລວມທັງການເຈລະຈາກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າ;
  6. ) ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຕາມການມອບໝາຍຂອງ ກະຊວງອຸດສາຫະ ກຳ ແລະ ການຄ້າ ໂດຍສອດຄ່ອງກັບຄຳແນະນຳສະບັບນີ້ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ;
  7. ) ເກັບຄ່າທຳນຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ;
  8. ) ເປັນຜູ້ສັ່ງພິມ ແບບພິມໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ທຸກປະເພດ, ພ້ອມທັງສົ່ງໃຫ້ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດອື່ນໃນຂອບເຂດທົ່ວປະເທດຕາມການສະເໜີຂໍສັ່ງພິມ;
  9. ) ສັງລວມແບບຢ່າງລາຍເຊັນ ​ແລະ ກາ​ປະ​ທັບຂອງຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດໃນຂອບເຂດທົ່ວປະເທດ ແລະ ສົ່ງ​ໃຫ້​ເຈົ້າໜ້າທີ່​ປະ​ເທດ​ນຳ​ເຂົ້າ​ທີ່​ກ່ຽວຂ້ອງຢ່າງ​ເປັນ​ປະຈໍາ​ໃນ​ແຕ່ລະປີ;
  10.  ) ສັງ​ລວມລາຍ​ລະອຽດ ​ແລະ ຂໍ້​ມູນ​ຂອງ​ບໍລິສັດ/ໂຮງງານ​ທີ່ຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ​ຢ່າງ​ເປັນ​ປະຈຳ​ໃນ​ແຕ່ລະ​ປີ;
  11.  ) ເກັບຮັກສາສຳເນົາເອກະສານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ຄົບຊຸດ ຢ່າງໜ້ອຍ ສາມ ປີ;
  12.  ) ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມລະບຽບກົດໝາຍ ແລະ ຕາມການມອບໝາຍຂອງຂັ້ນເທິງ.

1.2. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ໜ່ວຍງານບໍລິການການລົງທຶນປະຕູດຽວທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ນະຄອນຫຼວງ ແລະ ພາກສ່ວນອື່ນທີ່ຖືກມອບໝາຍໃຫ້ຢັ້ງຢືນແຫຼ່ງກຳເນີດສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ໜ່ວຍງານບໍລິການການລົງທຶນປະຕູດຽວທີ່ຕັ້ງຢູ່ໃນເຂດເສດຖະກິດພິເສດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ນະຄອນຫຼວງ ແລະ ພາກສ່ວນອື່ນທີ່ຖືກມອບໝາຍໃຫ້ຢັ້ງຢືນແຫຼ່ງກຳເນີດສິນຄ້າ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ) ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຕາມການມອບໝາຍຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍສອດຄ່ອງກັບຄຳແນະນຳສະບັບນີ້ ແລະ ລະບຽບກົດໝາຍທີ່ກ່ຽວຂ້ອງ;
  2. ) ຄົ້ນຄວ້າ ແລະ ພິຈາລະນາ ອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ໃຫ້​ທຸກ ບໍລິສັດ/ໂຮງງານ ​ແລະ ທຸກ​ລາຍການ​ສິນຄ້າ​ທີ່​ນຳ​ໃຊ້​ສິດທິ​ພິ​ເສດ​;
  3. ) ສະເໜີຂໍສັ່ງພິມແບບພິມ​ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດນຳ ກົມການນຳເຂົ້າ ແລະ ສົ່ງອອກ ແລະ ຮັບຜິດຊອບຄ່າໃຊ້ຈ່າຍທີ່ຕິດພັນກັບການສັ່ງພິມ ໂດຍຄັດຕິດໃບສະຫຼຸບໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ທີ່ພິມຜິດ ແລະ ບໍ່ໄດ້ຖືກນໍາໃຊ້;
  4. ) ສັງລວມແບບຢ່າງລາຍເຊັນ ແລະ ກາປະທັບ ຂອງຫ້ອງການຕົນ​ແລ້​ວສົ່ງ​ໃຫ້ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ພາຍ​​ໃນ​ວັນ​ທີ 01 ຕຸລາ ຂອງ​ແຕ່ລະ​ປີ​ ຢ່າງ​ເປັນ​ປົກກະຕິ;
  5. ) ເກັບ​ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການ ​ຕາມ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ຄ່າ​ທຳ​ນຽມ ແລະ ຄ່າ​ບໍ​ລິ​ການ​ ທີ່​ໄດ້​ປະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ;
  6. ) ຕິດຕາມເອົາໃບແຈ້ງພາສີເປັນລາຍລະອຽດ ແລະ ໃບຂົນສົ່ງສິນຄ້າ ຈາກຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ພາຍຫຼັງອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ;
  7. ) ສັງລວມ ແລະ ວິໄຈຂໍ້ມູນສະຖິຕິການສົ່ງອອກທີ່ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ເພື່ອລາຍງານຂັ້ນເທິງຢ່າງເປັນປົກກະຕິ;
  8. ) ສັງ​ລວມລາຍ​ລະອຽດ ​ແລະ ຂໍ້​ມູນ​ຂອງ​ບໍລິສັດ/ໂຮງງານ​ທີ່ຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດແລ້ວນໍາສົ່ງໃຫ້ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ຊ້າ​ສຸດ​​ບໍ່​ໃຫ້ກາຍ​ວັນ​ທີ 31 ທັນວາ ຂອງ​ແຕ່ລະ​ປີ ຢ່າງ​ເປັນ​ປົກກະຕິ;
  9. ) ເກັບຮັກສາສຳເນົາເອກະສານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ຄົບຊຸດ ຢ່າງໜ້ອຍ ສາມ ປີ;
  10. ) ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນ ກ່ຽວກັບ ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຕາມການສະເໜີ;
  11. ) ປະ​ເມີນ​ການຈັດ​ຕັ້ງ​ປະຕິບັດວຽກງານ​ການ​ອອກ​ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ, ໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ, ການ​ເກັບ​ກຳ​ສະຕິຖິ ແລະ ການ​ເກັບກຳຂໍ້​ມູນ​ລາຍ​ລະອຽດຂອງ​ບໍລິສັດ/ໂຮງງານ​​ໃນ​ແຕ່ລະ​ປີ ​ແລ້ວ​ລາຍ​ງານ​ໃຫ້ ກົມ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ ກ່ອນວັນ​ທີ 10 ມັງກອນ ຂອງ​​ປີຖັດ​ໄປ ​ຢ່າງ​ເປັນ​ປົກກະຕິ;
  12. ) ສະເໜີໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ຈັດຝຶກອົບຮົມ ແລະ ເຜີຍແຜ່ວຽກງານແຫຼ່ງກຳ ເນີດສິນຄ້າຕາມຄວາມເໝາະສົມ;
  13. ) ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.
  1. ສິດ ແລະ ໜ້າທີ່ຂອງຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ) ສະເໜີຂໍໃບຮັບຮອງສິນຄ້າ​ໄດ້​ແຫຼ່ງກຳ​ເນີ​ດ ນຳຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໂດ​ຍປະຕິບັດ​ຕາມ​ຂໍ້ 1.1 ໂລແມັງ I ຂອງ​ຄຳ​ແນະນຳ​ສະບັບ​​ນີ້ ແລະ ສະເໜີຂໍໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດຄືນໃໝ່ ກໍລະນີເງື່ອນໄຂການໄດ້ແຫຼ່ງກໍາເນີດສິນຄ້າມີການປ່ຽນແປງ ຫຼື ​ມີ​​ລາຍການ​ສິນຄ້າໃໝ່​ສົ່ງ​ອອກ;
  2. ) ສະເໜີຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ນຳຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໂດ​ຍປະຕິບັດ​ຕາມ​ຂໍ້ 2 ໂລແມັງ I ຂອງ​ຄຳ​ແນະນຳ​ສະບັບ​​ນີ້;
  3. ) ສະເໜີຂໍການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ນຳຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ບ່ອນທີ່ຕົນມີການຜະລິດ/ເກັບຊື້ ຫຼື ອີງ​ໃສ່ຄວາມ​ສະດວກ​ຂອງ​ຕົນ;
  4. ) ສົ່ງໃບແຈ້ງພາສີເປັນລາຍລະອຽດ ແລະ ໃບຂົນສົ່ງສິນຄ້າໃຫ້ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ພາຍໃນ ຫ້າ ວັນລັດຖະການ ນັບແຕ່ມື້ສົ່ງອອກສິນຄ້າ;
  5. ) ສະເໜີ ຫຼື ຮ້ອງຟ້ອງເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ກ່ຽວກັບ ການປະຕິບັດໜ້າທີ່ ເມື່ອເຫັນວ່າມີພຶດຕິກຳທີ່ບໍ່ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍທີ່ກ່ຽວຂ້ອງ;
  6. ) ສະໜອງເອກະສານ ແລະ ຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງໃນເວລາສະເໜີຂໍການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ;
  7. ) ໃຫ້ຄວາມຮ່ວມມື ແລະ ສະໜອງເອກະສານ ຫຼື ຂໍ້ມູນທີ່ກ່ຽວຂ້ອງກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດຂອງຕົນໃຫ້ ຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນເວລາມີຄວາມຈຳເປັນຕາມການສະເໜີ;
  8. ) ເກັບຮັກສາສຳເນົາໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ເອກະສານກ່ຽວຂ້ອງ ຄົບຊຸດ ຢ່າງໜ້ອຍ ສາມ ປີ;
  9. ) ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ການ​ກວດກາ​ເອກະສານ​ຂອງ​ເຈົ້າໜ້າທີ່​ປະ​ເທດ​ປາຍທາງ​ຜູ້ນຳ​ເຂົ້າໂດຍ​ສະ​ເພາະ​ໃນ​ກໍລະນີ​ເກີດ​ບັນຫາ​ທີ່​ບໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການສົ່ງ​ອອກ​ຂອງ​ຕົນ​ຕາມ​ແຕ່ລະ​ໄລຍະ;
  10. ) ສຶກສາຄົ້ນຄວ້າລະບຽບແຫຼ່ງກຳເນີດສິນຄ້າ ແລະ ລະບຽບການທີ່ກ່ຽວຂ້ອງອື່ນໆ.
  1. ມາດຕະການຕໍ່ຜູ້ລະເມີດ

1.  ມາດຕະການຕໍ່ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ເຈົ້າໜ້າທີ່ຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫາກມີພຶດຕິກໍາ ເຊັ່ນ ແກ່ຍາວເວລາເກີນກຳນົດເວລາທີ່ໄດ້ລະບຸໄວ້ໃນຄຳແນະນຳສະບັບນີ້ ດ້ວຍເຫດຜົນບໍ່ພຽງພໍເພື່ອຮຽກຮ້ອງເອົາຜົນປະໂຫຍດຈາກຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍບໍ່ຖືກຕ້ອງຕາມລະບຽບຫຼັກການ ຫຼື ການສົມຮູ້ຮ່ວມຄິດກັບຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າປອມແປງເອກະສານ ແລະ ອື່ນໆ ຈະຖືກປະຕິບັດມາດຕະການຕ່າງໆ ດັ່ງນີ້: ກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ຍົກຍ້າຍໜ້າທີ່, ປົດຕຳ   ແໜ່ງ ຫຼື ຖືກໄລ່ອອກຈາກລັດຖະກອນ ຕາມແຕ່ລະກໍລະນີການກະທຳຜິດສະຖານເບົາ ຫຼື ໜັກ. ຖ້າວ່າການລະເມີດນັ້ນຫາກເປັນການກະທຳຜິດທາງອາຍາ ແມ່ນຈະຖືກດຳເນີນຄະດີຕາມກົດໝາຍອາຍາ.

2.  ມາດຕະການຕໍ່ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ

ຜູ້ຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫາກມີພຶດຕິກຳ ເຊັ່ນ ການປອມແປງເອກະສານຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ປອມແປງໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ, ການແຈ້ງຂໍ້ມູນບໍ່ຖືກຕ້ອງຕາມຄວາມເປັນຈິງ, ການລັກລອບເອົາສິນຄ້າທີ່ບໍ່ໄດ້ແຫຼ່ງກຳເນີດມາຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ອື່ນໆ ແມ່ນຈະຖືກປະຕິບັດມາດຕະການຕ່າງໆ ດັ່ງນີ້: ກ່າວເຕືອນ, ສຶກສາອົບຮົມ, ຖືກລົບລ້າງໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ ຫຼື ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ຖອນສິດໃນການຂໍຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ຫຼື ໂຈະການເຄື່ອນໄຫວທຸລະກິດຊົ່ວຄາວ ຕາມແຕ່ລະກໍລະນີການກະທຳຜິດສະຖານເບົາ ຫຼື ໜັກ. ຖ້າວ່າການລະເມີດນັ້ນຫາກເປັນການກະທຳຜິດທາງອາຍາ ແມ່ນຈະຖືກດຳເນີນຄະດີຕາມກົດໝາຍອາຍາ.

  1. ການຈັດຕັ້ງປະຕິບັດ

   ມອບ​ໃຫ້ ກົມການນຳເຂົ້າ ແລະ ສົ່ງອອກ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຊີ້ນຳທຸກຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຈັດຕັ້ງປະຕິບັດຄຳແນະນຳສະບັບນີ້ ໃຫ້ມີິປະສິດທິຜົນສູງ.

  1. ຜົນສັກສິດ

ຄຳ​ແນະນຳສະບັບນີ້ມີ​​ຜົນ​ສັກ​ສິດພາຍຫຼັງ ລົງລາຍເຊັນ ແລະ ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຄຳ​ແນະນຳສະບັບນີ້ ປ່ຽນແທນ ຄຳແນະນຳກ່ຽວກັບການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າທີ່​ໄດ້​ຮັບ​ສິດທິ​ພິ​ເສດ ສະບັບເລກທີ 0118/ອຄ.ກຂອ, ລົງວັນທີ 31 ມັງກອນ 2020.              

ລັດຖະມົນຕີ

ປອ. ຄຳແພງ ໄຊສົມແພງ

 

# ຫົວຂໍ້ ດາວໂຫຼດ
1 Guideline on Certificate of Origin under the Preferential Scheme, No. 0588/MOIC.DIMEX, date 12 July 2021 PDF
2 ຄໍາແນະນໍາ ກ່ຽວກັບ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ເລກທີ 0588/ອຄ.ກຂອ, ລົງວັນທີ 12 ກໍລະກົດ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.