ພາບປະກອບ

     ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ສືບຕໍ່ການທົດລອງມອບສິດໃຫ້ດ່ານພາສີຊາຍແດນ ຮັບຮອງການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA-FORM D) ສໍາລັບ ການນໍາເຂົ້າສິນຄ້າຂອງ 11 ບໍລິສັດ, ເລກທີ 03682/ກພສ, ລົງວັນທີ 30 ກໍລະກົດ 2021. ນອກຈາກ ພາຫະນະກົນຈັກ, ນໍ້າມັນເຊື້ອໄຟທຸກຊະນິດ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ.

     ເຊິ່ງວ່າການພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີຕາມກອບສັນຍາ ATIGA ຫລື ຟອມ D ສະບັບນີ້ ເປັນການທົດລອງຈັດຕັ້ງປະຕິບັດຊົ່ວຄາວ ສໍາລັບບໍລິສັດ ແລະ ຜູ້ປະກອບການທີ່ໄດ້ຮັບອະນຸຍາດເທົ່ານັ້ນ. ເຊິ່ງມີຜົນບັງຄັບໃຊ້ພາຍໃນກໍານົດ 6 (ຫົກ) ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

     ສໍາລັບບໍລິສັດ ແລະ ຜູ້ປະກອບການ ຈໍານວນ 11 ບໍລິສັດ ໂດຍບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີຈາກ ກົມພາສີ ເພື່ອເປັນການທົດລອງໃນການກໍານົດເງື່ອນໄຂຂອງຜູ້ປະກອບການທີ່ໄດ້ມາດຕະຖານ AEO ໃນຕໍ່ໜ້າຕາມລາຍຊື່ລຸ່ມນີ້:

1. ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ;

2. ບໍລິສັດ ເບຍລາວ ຈໍາກັດ;

3. ບໍລິສັດ ນິວຈິບເຊັງ ຈໍາກັດ;

4. ບໍລິສັດ ໂຄຄາ-ໂຄລາວ (ລາວ) ບອ໊ຕຕລິງ ຈໍາກັດ;

5. ບໍລິສັດ ລາວຟອດຊິຕີ ຈໍາກັດ;

6. ບໍລິສັດ ເອັກເປຣດຟູ໊ດ ກຣຸບ (ລາວ) ຈໍາກັດ;

7. ບໍລິສັດ ລາວໂມບາຍກຣຸບ ຈໍາກັດ;

8. ບໍລິສັດ ຢູນິລິເວີ ເຊີວິດ (ລາວ) ຈໍາກັດ;

9. ບໍລິສັດ ທິບໂກ້ ອັດສະຟັນ (ລາວ) ຈໍາກັດ;

10. ບໍລິສັດ ໂຕໂຢຕ້າລາວ ຈໍາກັດ; ແລະ

11. ບໍລິສັດ ຊີໄອການຄ້າ ຂາອອກ-ຂາເຂົ້າ ຈໍາກັດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.