ການສຶກສາເວລາກວດປ່ອຍສິນຄ້າປີ 2020 ດໍາເນີນທ່າມກາງການແຜ່ລະບາດຂອງພະຍາດ COVID-19 ຊຶ່ງການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມເປັນວົງກ້ວາງ. ການຄ້າຂ້າມແດນ ກໍໄດ້ຮັບຜົນກະທົບຢ່າງຫຼີກລ້ຽງບໍ່ໄດ້ ອັນເນື່ອງຈາກ ການນໍາໃຊ້ມາດຕະການຄວບຄຸມຫຼາຍດ້ານຢູ່ດ່ານຊາຍແດນ ເຮັດໃຫ້ການນໍາເຂົ້າ ແລະ ສົ່ງອອກສິນຄ້າຢູ່ບາງດ່ານຊາຍແດນຢຸດສະຫງັດ ແລະ ຢູ່ບາງດ່ານຊາຍແດນກໍມີປະລິມານ ຫຼຸດລົງຫຼາຍສົມຄວນ.

     ແນວໃດກໍຕາມ, ໂດຍປະຕິບັດຕາມແຜນງານອໍານວຍຄວາມສະດວກແຫ່ງຊາດ 2017-2022, ສັນຍາວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າຂອງອົງການການຄ້າໂລກ ແລະ ແຜນງານເຊື່ອມໂຍງເສດຖະກິດອາຊຽນ, ກອງເລຂາຄະນະກຳມະການອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ນໍາໃຊ້ບຸກຄະລະກອນຂອງຂະແໜງການລັດ ທີ່ກ່ຽວຂ້ອງ ແລະ ທຶນສະ  ໜັບສະໜຸນຂອງໂຄງການ LCT ເຂົ້າໃນການສຶກສາ TRS 2020. ການສຶກສາໃນຄັ້ງນີ້ ແມ່ນໄດ້ອີງໃສ່ ຄູ່ມື TRS ຂອງອົງການພາສີໂລກ ສົມທົບກັບປະສົບການຂອງການສຶກສາ TRS ຫຼາຍຄັ້ງຜ່ານມາ.

     ຜ່ານການເກັບກໍາຂໍ້ມູນ, ການວິເຄາະ ແລະ ຕີລາຄາ ສາມາດສັງລວມຜົນການສຶກສາໂດຍສັງເຂບ ດັ່ງນີ້:

     ການຕີລາຄາ:

     ຜ່ານການເກັບກໍາ ແລະ ວິເຄາະຂໍ້ມູນຢ່າງລະອຽດ, ຄະນະຮັບຜິດຊອບ TRS ຕີລາຄາໄດ້ ຄື:

  1. ຂັ້ນຕອນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ບັນດາຂະແໜງການລັດແມ່ນມີຄວາມແຕກຕ່າງກັນ ແລະ ໃຊ້ເວລາແຕກຕ່າງກັນພໍສົມຄວນ. ສັງເກດເຫັນວ່າ ມີບາງຂະແໜງການໄດ້ປັບປຸງຂັ້ນຕອນ ໃຫ້ກະທັດຮັດ ແລະ ສາມາດອອກອະນຸຍາດໄດ້ວ່ອງໄວ. ຂະນະດຽວກັນ ກໍຍັງມີບາງຂະແໜງການ ທີ່ຍັງມີ ປະຕິບັດຂັ້ນຕອນທີ່ສັບສົນ ໂດຍສະເພາະແມ່ນຂັ້ນຕອນວຽກບໍລິຫານ ຈຶ່ງເຮັດໃຫ້ໃຊ້ເວລາຂ້ອນຂ້າງຫຼາຍໃນການອອກອະນຸຍາດ.
  2. ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເລີ່ມນໍາໃຊ້ລະບົບ LNSW ເຂົ້າໃນການອອກອະນຸຍາດນໍາເຂົ້າພາຫະນະ ຄວບຄູ່ກັບການນໍາໃຊ້ລະບົບເອກະສານເປັນເຈ້ຍ ໃນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າປະເພດອື່ນ ເຊັ່ນ: ນໍ້າມັນເຊື້ອໄຟ, ເຂົ້າສານ ແລະ ຜະລິດຕະພັນໄມ້. ການອອກອະນຸຍາດດ້ວຍລະບົບເປັນເອກະສານເປັນເຈ້ຍ ໃຊ້ເວລາ ໂດຍສະເລ່ຍ 1 ວັນ 5 ຊົ່ວໂມງ 50 ນາທີ, ໃຊ້ເວລາຕໍ່າສຸດ 30 ນາທີ ແລະ ໃຊ້ເວລາສູງສຸດ 5 ວັນ 25 ນາທີ.   

ການອອກອະນຸຍາດດ້ວຍລະບົບເອເລັກໂຕຣນິກ ຜ່ານລະບົບ LNSW ໃຊ້ເວລາສະເລ່ຍ 1 ວັນ 2 ຊົ່ວໂມງ 15 ນາທີ ຊຶ່ງໃຊ້ເວລາສັ້ນກວ່າການອອກອະນຸຍາດດ້ວຍລະບົບເອກະສານເປັນເຈ້ຍ ພຽງແຕ່ 1 ຊົ່ວໂມງ 33 ນາທີ. ເຫັນວ່າ ການນໍາໃຊ້ລະບົບເອເລັກໂຕຣນິກ ຍັງບໍ່ທັນບັນລຸໄດ້ວັດຖຸປະສົງດ້ານການເພີ່ມຄວາມວ່ອງໄວໃນການອອກອະນຸຍາດ. ສາເຫດຕົ້ນຕໍ ເນື່ອງຈາກລະບົບເຄືອຄ່າຍຂາດຄວາມສະຖຽນ, ມີບາງຂັ້ນຕອນບໍ່ຈໍາເປັນ ເຊັ່ນ: ຂັ້ນຕອນການກວດກາການຄິດໄລ່ຄ່າທໍານຽມ ຊຶ່ງໃຊ້ເວລາຫຼາຍສົມຄວນ.

  1. ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກໍເລີ່ມນໍາໃຊ້ລະບົບ LNSW ເຂົ້າໃນການອອກໜັງສືຢັ້ງຢືນເຕັກນິກນໍາເຂົ້າພາຫະນະ ສໍາລັບພາຫະນະນໍາເຂົ້າຜ່ານດ່ານພາສີສາກົນຂົວມິດຕະພາບ 1. ສ່ວນການນໍາເຂົ້າພາຫະນະຢູ່ດ່ານອື່ນ ຍັງດໍາເນີນການອອກໜັງສືຢັ້ງຢືນດ້ວຍລະບົບເອກະສານເປັນເຈ້ຍ. ການອອກໜັງສືຢັ້ງຢືນ ຢູ່ກົມຂົນສົ່ງ ດ້ວຍລະບົບເປັນເອກະສານເປັນເຈ້ຍໃຊ້ເວລາ ໂດຍສະເລ່ຍ 1 ວັນ 12 ຊົ່ວໂມງ 8 ນາທີ, ໃຊ້ເວລາຕໍ່າສຸດ 23 ນາທີ ແລະ ໃຊ້ເວລາສູງສຸດ 6 ວັນ 3 ຊົ່ວໂມງ 55 ນາທີ. ສັງເກດເຫັນວ່າພະນັກງານບໍລິຫານ ໃຊ້ເວລາໃນການສົ່ງເອກະສານຈາກພະແນກວິຊາການໄປຫາຫົວໜ້າ ແລະ ຮອງຫົວໜ້າກົມ ແລະ ການເຂົ້າເລກທີຂາອອກ ແລະ ຈໍ້າກາ ມີຂັ້ນຕອນສັບສົນ ແລະ ໃຊ້ເວລາຫຼາຍ.

ການນໍາໃຊ້ດ້ວຍລະບົບ LNSW ໃຊ້ເວລາ ສະເລ່ຍ 1 ວັນ 16 ຊົ່ວໂມງ 22 ນາທີ ຊຶ່ງໃຊ້ເວລາຫຼາຍກວ່າການອອກໜັງສືຢັ້ງຢືນດ້ວຍລະບົບເອກະສານເປັນເຈ້ຍ 4 ຊົ່ວໂມງ 14 ນາທີ.  ສັງເກດເຫັນວ່າ ລະບົບ LNSW ຍັງຂາດຄວາມສະຖຽນ, ຄໍາສັ່ງໃຊ້ງານໃນລະບົບຍັງບໍ່ທັນຄົບຖ້ວນ ແລະ ພະນັກງານບາງຄົນຍັງບໍ່ທັນສາມາດນໍາໃຊ້ລະບົບ ດັ່ງກ່າວໄດ້ຢ່າງຄ່ອງແຄ້ວ.

  1. ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ໃຊ້ເວລາສະເລ່ຍໃນການອອກອະນຸຍາດສົ່ງອອກແຮ່ທາດ ແມ່ນ 23 ຊົ່ວໂມງ 42 ນາທີ, ໃຊ້ເວລາຕໍ່າສຸດ 2 ຊົ່ວໂມງ 12 ນາທີ ແລະ ໃຊ້ເວລາສູງສຸດ 2 ວັນ 18 ຊົ່ວໂມງ 59 ນາທີ. ສັງເກດເຫັນວ່າ ພາຍຫຼັງຄົ້ນຄວ້າດ້ານວິຊາການແລ້ວ, ການນໍາສົ່ງເອກະສານເຂົ້າຫ້ອງຫົວໜ້າ ຫຼື ຮອງ ຫົວໜ້າກົມແມ່ນໃຫ້ເວລາຫຼາຍ ຊຶ່ງກວມເອົາ 32% ຂອງເວລາທັງໝົດ ແລະ ຫຼາຍກວ່າເວລາທີ່ ຫົວໜ້າກົມພິຈາລະນາອະນຸມັດເຖິງ 2 ຊົ່ວໂມງກວ່າ.  ຫົວໜ້າກົມ ແລະ ຮອງຫົວໜ້າກົມ ກໍໃຊ້ເວລາຫຼາຍສົມຄວນໃນການອະນຸມັດ.
  2. ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ຍັງນໍາໃຊ້ລະບົບເອກະສານເປັນເຈ້ຍໃນການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກ ສັດ ແລະ ຜະລິດຕະພັນສັດ ຊຶ່ງໃຊ້ເວລາ ໂດຍສະເລ່ຍ 4 ວັນ 9 ຊົ່ວໂມງ 35 ນາທີ, ໃຊ້ເວລາຕໍ່າສຸດ 2 ວັນ 30 ນາທີ ແລະ ໃຊ້ເວລາສູງສຸດ 6 ວັນ 23 ຊົ່ວໂມງ 55 ນາທີ. ສັງເກດເຫັນວ່າ ເອກະສານທີ່ຜ່ານຂັ້ນຕອນຂາເຂົ້າແລ້ວ ຕ້ອງໄດ້ສົ່ງໃຫ້ຫົວໜ້າ ຫຼື ຮອງຫົວໜ້າກົມມີຄໍາເຫັນຊີ້ນໍາໃຊ້ພະແນກວິຊາການ ຊຶ່ງຂັ້ນຕອນນີ້ໃຊ້ເວລາຫຼາຍສົມຄວນ. ຂັ້ນຕອນການເຂົ້າເລກທີຂາອອກ ແລະ ຈໍາກາໃສ່ເອກະສານ ກໍໃຊ້ເວລາເຊັ່ນກັນ.
  3. ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຍັງນໍາໃຊ້ລະບົບເອກະສານເປັນເຈ້ຍໃນການອອກອະນຸ ຍາດ ນໍາເຂົ້າຜະລິດຕະພັນປະເພດຢາປົວພະຍາດຄົນ, ອຸປະກອນຮັບໃຊ້ການແພດ ແລະ ອາຫານເສີມ ຊຶ່ງໃຊ້ເວ ລາ ສະເລ່ຍ 3 ວັນ 7 ຊົ່ວໂມງ 52 ນາທີ, ໃຊ້ເວລາຕໍ່າສຸດ 4 ຊົ່ວໂມງ 52 ນາທີ ແລະ ໃຊ້ເວລາສູງສຸດ 9 ວັນ 21 ຊົ່ວໂມງ. ສັງເກດເຫັນວ່າມີບາງຂັ້ນຕອນຍັງໃຊ້ເວລາຫຼາຍ ເຊັ່ນ: ການສົ່ງເອກະສານ ຈາກພະແນກວິຊາການໃຫ້ຫົວໜ້າ ແລະ ຮອງຫົວໜ້າກົມ, ການພິຈາລະນາເຊັນອະນຸມັດຂອງຫົວໜ້າ ແລະ ຮອງຫົວໜ້າກົມ ແລະ ການເຂົ້າເລກທີຂາອອກ ແລະ ຈໍ້າກາໃບອະນຸຍາດ.
  4. ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງນໍາໃຊ້ລະບົບເອກະສານເປັນເຈັ້ຍໃນການອອກອະນຸຍາດນໍາເຂົ້ານໍ້າມັນເຊື້ອໄຟ ຊຶ່ງໃຊ້ເວລາໂດຍສະເລ່ຍ 1 ວັນ 3 ຊົ່ວໂມງ 34 ນາທີ, ໃຊ້ເວລາຕໍ່າສຸດ 19 ຊົ່ວໂມງ 30 ນາທີ ແລະ ໃຊ້ເວລາສູງສຸດ 1 ວັນ 22 ຊົ່ວໂມງ 30 ນາທີ. ສັງເກດເຫັນວ່າ ຜູ້ປະກອບການຍື່ນເອກະສານໃຫ້ພະແນກວິຊາການເລີຍ ໂດຍບໍ່ຜ່ານຂາເຂົ້າ-ຂາອອກ ເຮັດໃຫ້ຂັ້ນຕອນສັ້ນເຂົ້າ ແຕ່ການສົ່ງເອກະສານໃຫ້ຫົວໜ້າ ຫຼື ຮອງຫົວໜ້າກົມ ໃຫ້ເວລາຫຼາຍທີ່ສຸດ ຊຶ່ງກວມເອົາ 42% ຂອງເວລາລວມ. ຂັ້ນຕອນການຊໍາລະຄ່າທໍານຽມ, ເຂົ້າເລກທີ ແລະ ຈໍ້າກາ ກໍໃຊ້ເວລາຫຼາຍສົມຄວນ ຊຶ່ງກວມເອົາ 24% ຂອງເວລາລວມ.
  5. ເວລາສະເລ່ຍໃນການກວດປ່ອຍສິນຄ້າຢູ່ດ່ານຊາຍແດນຫຼຸດລົງປະມານ 40% ຈາກ 8 ຊົ່ວໂມງ 10 ນາທີ ໃນປີ 2019 ມາເປັນ 5 ຊົ່ວໂມງ 7 ນາທີ 2020. ມີ 6 ດ່ານຊາຍແດນ ທີ່ສາມາດກວດປ່ອຍສິນຄ້າໄດ້ໄວຂຶ້ນ ແຕ່ຂະນະດຽວກັນກໍ່ມີ 4 ດ່ານຊາຍແດນ ທີ່ກວດປ່ອຍສິນຄ້າໄດ້ຊ້າລົງ ຄື: ດ່ານຂົວມິດຕະພາບ 2, ດ່ານນໍ້າເຫືອງ, ດ່ານນໍ້າພາວ ແລະ ດ່ານວັງເຕົ່າ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.