ໃນຕອນເຊົ້າວັນທີ 12 ສິງຫາ 2021 ທີ່ແຂວງສາລະວັນ, ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າໄດ້ຈັດກອງປະຊຸມ  “ປຶກສາຫາລືເພື່ອແກ້ໄຂບັນຫາຂອງພາກທຸລະກິດກ່ຽວກັບການນຳເຂົ້າ, ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າປະເພດກະສີກຳ, ຜະລິດຕະພັນໄມ້ ແລະ ອື່ນໆ, ປະຈຳ 6 ເດືອນປີ 2021 “ ໂດຍການເປັນປະທານຂອງ ທ່ານ ຄໍາຜ່ານ ສີລາວີ, ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າຂັ້ນແຂວງ, ມີບັນດາທ່ານຫົວໜ້າພະແນກການ, ຮອງຫົວໜ້າພະແນກ, ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ພ້ອມດ້ວຍຕາງໜ້ານັກທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ.

     ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ ແລະ ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ສະບັບເລກທີ 12/ນຍ ລົງວັນທີ 16 ຕຸລາ 2019 ຢູ່ແຂວງສາລະວັນ ພ້ອມທັງຮັບຟັງບາງບັນຫາ ແລະ ວິທີທາງແກ້ໄຂ ບັນຫາຂອງພາກທຸລະກິດ ເພື່ອຄວາມເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

     ຜ່ານການຮັບຟັງ ແລະ ປຶກສາຫາລື, ກອງປະຊຸມໄດ້ມີຄວາມເອກະພາບສູງຕໍ່ຮ່າງບົດລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ ແລະ ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ ສະບັບເລກທີ 12/ນຍ ລົງວັນທີ 16 ຕຸລາ 2019 ຢູ່ແຂວງສາລະວັນ, ກອງປະຊຸມໄດ້ເຫັນດີເປັນເອກພາບຕໍ່ການນຳສະເໜີ, ບັນຫາ ແລະ ວິທີການແກ້ໄຂຂອງພາກທຸລະກິດ ແລະ ການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມທັງໃຫ້ສຶບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ນຳເອົາຜົນຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມເນື້ອໃນຈິດໃຈ ຄຳສັ່ງເລກທີ່ 02/ນຍ ແລະ ຄຳສັ່ງເລກທີ່ 12/ນຍ.

     ປະທານ ກອງປະຊຸມເນັ້ນວ່າ: (1)  ຕ້ອງເພີ່ມທະວີການປະສານງານລະຫວ່າງພາກລັດດ້ວຍກັນ ແລະ ລະຫວ່າງພາກລັດ ກັບພາກທຸລະກິດ ເພື່ອຊອກວິທີທາງແກ້ໄຂຮ່ວມກັນໃນການແກ້ໄຂບັນຫາທີ່ກ່ຽວ ຂ້ອງກັບການນຳເຂົ້າ ແລະ ສົ່ງອອກ ຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຂະແໜງການ; (2) ເອົາໃຈໃສ່ເຜີຍແຜ່ຄຳສັ່ງຂອງທ່ານນາຍົກລັດຖະມົນຕີສະບັບເລກທີ 12/ນຍ ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່  ສປປ ລາວ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດ, ພາລະບົດບາດຂອງແຕ່ລະຂະແໜງການ; (3) ປະສານກັບພາກສ່ວນທີ່ກ່ຽວຂ້ອງເພື່ອແຕ້ມແຜນວາດຂັ້ນຕອນການອອກໃບອະນຸຍາດດຳເນີນກິດຈະການ ຫຼື ໃບຢັ້ງຢືນໃນການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສຳເລັດໃນທ້າຍເດືອນສິງຫານີ້ ເພື່ອສັງລວມ ແລະ ລາຍງານຂັ້ນເທິງ; ແລະ (4) ເປັນໃຈກາງປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກໍາສັງລວມບັນຫາຕ່າງໆ ຂອງພາກທຸລະກິດທີ່ກ່ຽວຂ້ອງກັບການນຳເຂົ້າ-ສົ່ງອອກ, ການຄ້າຜ່ານແດນ, ການເຄື່ອນຍ້າຍສິນຄ້າ ເພື່ອລາຍງານກອງເລຂາ ອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ.

     ໃນກອງປະຊຸມ ແມ່ນເຫັນດີ ມອບໃຫ້ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ສຶບຕໍ່ສົມທົບກັບຂະແໜງການກ່ຽວຂ້ອງສັງລວມບັນດານິຕິກຳທີ່ແຂວງເປັນຜູ້ອອກ ເພື່ອຄົ້ນຄ້ວາເບີ່ງອັນໃດທີ່ເຫັນວ່າບໍ່ສອດຄ່ອງ, ບໍ່ຈຳເປັນ ແລະ ເປັນອຸປະສັກຕໍ່ການດຳເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ໃຫ້ສະເໜີຂັ້ນເທິງດັດແກ້ ຫຼື ລົບລ້າງ ແລະ ນຳເອົາຂໍ້ສະເໜີຕ່າງໆ ຈາກພາກສ່ວນກ່ຽວຂ້ອງໄປພິຈາລະນາ, ປັບປຸງແກ້ໄຂ ຕາມພາລະບົດບາດຂອງຕົນ ເພື່ອເຮັດໃຫ້ວຽກງານດຳເນີນທຸລະກິດພາຍໃນແຂວງ ມີການຂະຫຍາຍຕົວດີຂື້ນເທື່ອລະກ້າວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.