ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກຳ ແລະ ການຄ້າ
ເລກທີ 0072/ອຄ.ກອຫ
ນະຄອນຫຼວງວຽງຈັນ, ວັນທີ 01 ກຸມພາ 2021
ຂໍ້ຕົກລົງ
ວ່າດ້ວຍການເກັບຮັກສາເຄມີ
- ອີງຕາມກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ວັນທີ 10 ພະຈິກ 2016.
- ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະ ກຳ ແລະ ການຄ້າ, ສະບັບເລກທີ 230/ນຍ ລົງວັນທີ 24 ກໍລະກົດ 2017.
- ອີງຕາມການສະເໜີຂອງກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 1830/ກອຫ.ສຄ, ລົງວັນທີ 30 ທັນວາ 2020.
ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:
ໝວດທີ 1
ບົດບັນຍັດທົ່ວໄປ
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານການເກັບຮັກສາເຄມີ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີ ຄວາມສະດວກ, ປອດໄພ, ຖືກຕ້ອງຕາມຫຼັກວິຊາການ ແນໃສ່ຮັບປະກັນຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ 2 ການເກັບຮັກສາເຄມີ
ການເກັບຮັກສາເຄມີ ແມ່ນ ການນໍາເອົາທາດເຄມີ ໄວ້ໃນສາງ ຫຼື ບ່ອນທີ່ປອດໄພ ໂດຍການ ແຍກປະເພດ, ໃສ່ພາຊະນະບັນຈຸ ຕາມມາດຕະຖານເຕັກນິກ ເພື່ອຮັບປະກັນຄວາມປອດໄພ.
ມາດຕາ 3 ການອະທິບາຍຄໍາສັບ
ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍ ດັ່ງນີ້:
- ກຸ່ມ 1 ໝາຍເຖິງ ທາດເຄມີ ທີ່ສາມາດລະເບີດໄດ້ (Explosive substances) ຕາມການກຳນົດຂອງ ບົດແນະນໍາຂອງສະຫະປະຊາຊາດ (UN-Recommendations);
- ກຸ່ມ 2A ໝາຍເຖິງ ອາຍອັດ, ອາຍແຫຼວ ຫຼື ອາຍທີ່ລະລາຍໃນຄວາມດັນ (Compressed, Liquefied and dissolved gases) ຊຶ່ງມີສະພາບອາຍໂດຍສົມບູນທີ່ອຸນຫະພູມ 20 ອົງສາເຊ ພາຍໃຕ້
ຄວາມດັນບັນຍາກາດມາດຕະຖານ 101,3 ກິໂລປາສະການ ລວມເຖິງອາຍຕາມຂໍ້ກຳນົດການຂົນສົ່ງສິນຄ້າ ອັນຕະລາຍປະເພດທີ 2 ໃນ ບົດແນະນໍາຂອງສະຫະປະຊາຊາດ;
- ກຸ່ມ 2B ໝາຍເຖິງ ອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍກະປ໋ອງສະເປຣ, (Pressurized small gas containers; aerosol can/aerosol container)ເຊັ່ນ: ພາຊະນະປິດ ທີ່ມີຄວາມດັນ (Pressure Receptacles), ອຸປະກອນສີດລະອອງລອຍ (Aerosol Dispensers), ພາຊະນະທີ່ເຮັດດ້ວຍໂລຫະແກ້ວ ຫຼື ປລາສະຕິກທີ່ອອກແບບໃຫ້ນໍາໃຊ້ຄັ້ງດຽວ;
- ກຸ່ມ 3A ໝາຍເຖິງ ທາດແຫຼວໄວໄຟ (Flammable liquids) ທີ່ມີຈຸດຕິດໄຟບໍ່ເກີນ 60 ອົງສາເຊ;
- ກຸ່ມ 3B ໝາຍເຖິງ ທາດແຫຼວໄວໄຟ (Flammable liquids) ທີ່ມີຈຸດຕິດໄຟ ລະຫວ່າງ 60-93 ອົງສາເຊ;
- ກຸ່ມ 4.1A ໝາຍເຖິງ ທາດແຂງໄວໄຟ (Flammable solids) ທີ່ສາມາດລະເບີດໄດ້;
- ກຸ່ມ 4.1B ໝາຍເຖິງ ທາດແຂງໄວໄຟ (Flammable solids) ທີ່ບໍ່ສາມາດລະເບີດ;
- ກຸ່ມ 4.2 ໝາຍເຖິງ ທາດທີ່ສາມາດລຸກໄໝ້ໄດ້ເອງ (Substances liable to spontane-ous combustion) ເມື່ອປະຕິກິລິຍາກັບອອກຊິເຈນໃນອາກາດ ຫຼື ໄດ້ຮັບຄວາມຮ້ອນ;
- ກຸ່ມ 4.3 ໝາຍເຖິງ ທາດເຄມີທີ່ສໍາຜັດກັບນໍ້າ ຫຼື ຄວາມຊຸ່ມໃນອາກາດ ແລ້ວເກີດທາດອາຍໄວໄຟ (Substances which in contact with water emit flammable gases);
- ກຸ່ມ 5.1A, 5.1B ແລະ 5.1C ໝາຍເຖິງທາດອອກຊີໄດ (Oxidizing substances) ຫຼື ທາດປ່ອຍອອກຊີເຈນ ຊຶ່ງເປັນສາເຫດທີ່ເຮັດໃຫ້ເກີດການລຸກໄໝ້ຂອງທາດເຄມີ ຫຼື ວັດສະດຸອື່ນ;
- ກຸ່ມ 5.2 ໝາຍເຖິງ ທາດເປີອອກໄຊອົງຄະທາດ ທີ່ປະກອບມີອອກຊີເຈນສອງອາຕອມ ຕິດກັນ ຫຼື ເອີ້ນວ່າກຸ່ມເປີອອກຊີ;
- ກຸ່ມ 6.1A ໝາຍເຖິງ ທາດເຄມີເມື່ອຖືກເຜົາໄໝ້ ຈະກໍ່ໃຫ້ເກີດທາດພິດ;
- ກຸ່ມ 6.1B ໝາຍເຖິງ ທາດເຄມີທີ່ເປັນພິດ ທີ່ບໍ່ຕິດໄຟ;
- ກຸ່ມ 6.2 ໝາຍເຖິງ ທາດເຄມີທີ່ກໍ່ໃຫ້ເກີດການຕິດເຊື້ອ ເມື່ອສໍາພັດ ຫຼື ໄດ້ຮັບເຂົ້າຮ່າງກາຍ ແລະ ມີຜົນກະທົບຕໍ່ສຸຂະພາບ;
- ກຸ່ມ 7 ໝາຍເຖິງ ທາດກຳມັນຕະພາບລັງສີ ທີ່ແຜ່ອອກມາຈາກອາຕອມ ທີ່ບໍ່ມີຄວາມໝັ້ນຄົງທາງນິວເຄຍ ແລະ ກໍ່ໃຫ້ເກີດທາດໃໝ່ ຊຶ່ງແຜ່ກະຈາຍ ລັງສີອານຟາ, ລັງສີເບຕາ, ລັງສີກາມາ ຫຼື ລັງສີເອັກສ໌;
- ກຸ່ມ 8A ໝາຍເຖິງ ທາດກັດເປື່ອຍໂລຫະ, ອະໂລຫະ ຫຼື ຮ່າງກາຍ ທີ່ສາມາດຕິດໄຟ;
- ກຸ່ມ 8B ໝາຍເຖິງ ທາດກັດເປື່ອຍໂລຫະ, ອະໂລຫະ ຫຼື ຮ່າງກາຍ ທີ່ບໍ່ຕິດໄຟ;
- ກຸ່ມ 10 ໝາຍເຖິງ ທາດແຫຼວຕິດໄຟທີ່ບໍ່ຢູ່ໃນ 3A ແລະ 3B ທີ່ມີລັກສະນະໜຽວ ເຮັດໃຫ້ມີການກະຈາຍຂອງໄຟ ຫຼື ລະເບີດ;
- ກຸ່ມ 11 ໝາຍເຖິງ ທາດແຂງທີ່ຕິດໄຟໄດ້ງ່າຍ ຫຼື ອາດເປັນສາເຫດຊ່ວຍໃຫ້ຕິດໄຟຈາກການຮຸກຖູ;
- ກຸ່ມ 12 ໝາຍເຖິງ ທາດແຫຼວບໍ່ຕິດໄຟ ຫຼື ບໍ່ເປັນສາຍເຫດທີ່ກໍ່ໃຫ້ເກີດການຕິດໄຟ;
- ກຸ່ມ 13 ໝາຍເຖິງ ທາດແຂງທີ່ບໍ່ຕິດໄຟ ຫຼື ບໍ່ເປັນສາຍເຫດທີ່ກໍ່ໃຫ້ເກີດການຕິດໄຟ;
- ທາດໄວໄຟ (Inflammable) ໝາຍເຖິງ ທາດອາຍທີ່ມີຈຸດລຸກໄໝ້ ເມື່ອປະສົມກັບອາກາດ ທີ່ອຸນຫະພູມບໍ່ເກີນ 20 ອົງສາເຊ ພາຍໃຕ້ຄວາມດັນບັນຍາກາດມາດຕະຖານ 101,3 ກິໂລປາສະການ ຫຼື 760 ມີລີແມັດບາຫຼອດ ຫຼື ທາດແຫຼວທີ່ມີຈຸດລຸກໄໝ້ບໍ່ເກີນ 93 ອົງສາເຊ ຫລື ຕິດໄຟໄດ້ງ່າຍ ຫຼື ທາດແຂງທີ່ຕິດໄຟໄດ້ງ່າຍ ຫຼື ເປັນສາເຫດກໍ່ໃຫ້ເກີດໄຟເມື່ອມີການຮຸກຖູກັນ;
- ພີເອັດໄອ (PSI) ໝາຍເຖິງ ຫົວໜ່ວຍຄວາມດັນປອນຕໍ່ຕາລາງນິ້ວ (Pounds of force per square inch of area).
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເກັບຮັກສາເຄມີໃນ ສປປ ລາວ.
ໝວດທີ 2
ສາງເກັບມ້ຽນເຄມີ
ມາດຕາ 5 ປະເພດຂອງສາງເກັບມ້ຽນເຄມີ
ສາງເກັບມ້ຽນເຄມີປະກອບມີ 4 ປະເພດ ດັ່ງນີ້:
- ສາງເກັບມ້ຽນເຄມີສໍາລັບການບໍລິການ;
- ສາງເກັບມ້ຽນເຄມີສໍາລັບຜູ້ດໍາເນີນທຸລະກິດກ່ຽວກັບນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ;
- ສາງເກັບມ້ຽນເຄມີສໍາລັບໂຮງງານ;
- ສາງເກັບມ້ຽນເຄມີສໍາລັບໂຄງການ.
ມາດຕາ 6 ສາງເກັບມ້ຽນເຄມີສໍາລັບການບໍລິການ
ສາງເກັບມ້ຽນເຄມີສໍາລັບການບໍລິການ ແມ່ນ ການດໍາເນີນທຸລະກິດກ່ຽວກັບການບໍລິການຮັບຝາກເຄມີຂອງບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງສາງເກັບມ້ຽນເຄມີສໍາລັບການບໍລິການໃຫ້ສະເໜີຕໍ່ຂະ ແໜງການອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາອະນຸຍາດ, ເອກະສານປະກອບມີ ດັ່ງນີ້:
- ໃບຄໍາຮ້ອງຕາມແບບພິມຂອງກົມອຸດສາຫະກໍາ ແລະ ຫັດຖະກໍາໄດ້ກໍານົດ;
- ສໍາເນົາໃບທະບຽນວິສາຫະກິດ;
- ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບເຄມີ;
- ແຜນຜັງການກໍ່ສ້າງສາງ.
ມາດຕາ 7 ສາງເກັບມ້ຽນເຄມີສໍາລັບຜູ້ດໍາເນີນທຸລະກິດກ່ຽວກັບນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ
ສາງເກັບມ້ຽນເຄມີສໍາລັບຜູ້ດໍາເນີນທຸລະກິດກ່ຽວກັບການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ແມ່ນ ສາງສໍາ ລັບເກັບມ້ຽນເຄມີ ເພື່ອຮອງຮັບການເກັບຮັກສາເຄມີທີ່ນໍາເຂົ້າມາກ່ອນຈະຈໍາໜ່າຍ ຫຼື ຊື້ຈາກຜູ້ຜະລິດພາຍໃນ ເພື່ອສົ່ງອອກ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງສາງເກັບມ້ຽນເຄມີສໍາລັບການນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ໃຫ້ສະເໜີຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາ. ເອກະສານປະກອບມີ ດັ່ງນີ້:
- ໃບຄໍາຮ້ອງຕາມແບບພິມຂອງກົມອຸດສາຫະກໍາ ແລະ ຫັດຖະກໍາໄດ້ກໍານົດ;
- ສໍາເນົາໃບທະບຽນວິສາຫະກິດ;
- ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບເຄມີ;
- ແຜນຜັງການກໍ່ສ້າງສາງ.
ມາດຕາ 8 ສາງເກັບມ້ຽນເຄມີສໍາລັບໂຮງງານ
ສາງເກັບມ້ຽນເຄມີສໍາລັບໂຮງງານ ແມ່ນ ສາງເຄມີທີ່ຖືກສ້າງຕັ້ງຂຶ້ນໃນບໍລິເວນໂຮງງານເພື່ອເກັບມ້ຽນເຄມີທີ່ຈະນໍາໃຊ້ເຂົ້າໃນຂະບວນການຜະລິດຂອງໂຮງງານດັ່ງກ່າວ ຫຼື ສາງເກັບເຄມີທີ່ຜະລິດຢູ່ໃນໂຮງງານດັ່ງ ກ່າວ.
ໂຮງງານ ທີ່ມີຈຸດປະສົງ ສ້າງຕັ້ງສາງເກັບມ້ຽນເຄມີໃນບໍລິເວນໂຮງງານ ແມ່ນ ບໍ່ຕ້ອງຂໍອະນຸຍາດສ້າງສາງເກັບມ້ຽນເຄມີເປັນອັນສະເພາະ, ແຕ່ໃຫ້ຢື່ນແຜນຜັງການກໍ່ສ້າງສາງເກັບມ້ຽນເຄມີພ້ອມກັບແຜນຜັງການກໍ່ ສ້າງໂຮງງານ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ ແລະ ລະບຽບການວ່າດ້ວຍການຄຸ້ມຄອງໂຮງງານ.
ມາດຕາ 9 ສາງເກັບມ້ຽນເຄມີສໍາລັບໂຄງການ.
ສາງເກັບມ້ຽນເຄມີສໍາລັບໂຄງການ ແມ່ນ ສາງເຄມີທີ່ຖືກສ້າງຕັ້ງຂຶ້ນໃນຂອບເຂດໂຄງການ ເພື່ອເກັບມ້ຽນເຄມີທີ່ນໍາໃຊ້ໃນໂຄງການດັ່ງກ່າວ ເປັນຕົ້ນ ໂຄງການກະສິກໍາ, ໂຄງການພະລັງງານ ແລະ ບໍ່ແຮ່, ໂຄງການໂຍທາທິການ ແລະ ຂົນສົ່ງ ແລະ ອື່ນໆ.
ໂຄງການ ທີ່ມີຈຸດປະສົງ ສ້າງຕັ້ງສາງເກັບມ້ຽນເຄມີໃນບໍລິເວນຂອບເຂດໂຄງການ ແມ່ນ ບໍ່ຕ້ອງຂໍອະນຸຍາດສ້າງ ສາງເກັບເຄມີເປັນອັນສະເພາະ, ໃຫ້ປະຕິບັດຕາມລະບຽບການຂອງແໜງການກ່ຽວຂ້ອງ ແລະ ໃຫ້ສອດຄ່ອງກັບມາດ ຖານເງື່ອນໄຂທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
ມາດຕາ 10 ທີ່ຕັ້ງຂອງສາງເກັບມ້ຽນເຄມີ
ສາງເກັບມ້ຽນເຄມີ ຕ້ອງມີເນື້ອທີ່ພຽງພໍ, ເສັ້ນທາງເຂົ້າ-ອອກກວ້າງຂວາງຢ່າງໜ້ອຍ 5 ແມັດ, ບໍ່ກີດຂວາງການສັນຈອນ ແລະ ຫ່າງໄກຊຸມຊົນ, ເຂດອະນຸລັກຊີວະນາໆພັນ, ສະຖານທີ່ປະຫວັດສາດ, ແຫຼ່ງທ່ອງທ່ຽວ, ໂຮງຮຽນ, ໂຮງໝໍ, ວັດວາອາຮາມ ແລະ ສອດຄ່ອງກັບແຜນການຈັດສັນຜັງເມືອງ, ຊຶ່ງມີໄລຍະ ຫ່າງດັ່ງນີ້:
- ເຄມີກຸ່ມ: 1, 6.2 ແລະ 7 ທີ່ມີປະລິມານເກັບມ້ຽນເກີນ 1 ໂຕນ ໃຫ້ມີໄລຍະຫ່າງຢ່າງໜ້ອຍ 2.000 ແມັດ.
- ເຄມີກຸ່ມ: 3A, 3B, 4.1A, 4.1B, 4.2, 4.3, 5.1A, 5.1B, 5.1C, 5.2, 6.1A ແລະ ກຸ່ມ 6.1B ທີ່ມີປະລິມານເກີນ 1 ໂຕນ ໃຫ້ມີໄລຍະຫ່າງຢ່າງໜ້ອຍ 1.000 ແມັດ.
- ເຄມີກຸ່ມ: 2A, 2B, 3A, 3B, 8A, 8B, 10, 11, 12 ແລະ 13 ທີ່ມີປະລິມານເກັບມ້ຽນເກີນ 1 ໂຕນ ໃຫ້ມີໄລຍະຫ່າງຢ່າງໜ້ອຍ 500 ແມັດ.
ໄລຍະຫ່າງຂອງສາງເກັບມ້ຽນທາດເຄມີທີ່ສ້າງຕັ້ງກ່ອນຂໍ້ຕົກລົງສະບັບນີ້ສໍາລັບໄລຍະຫ່າງ ແມ່ນໃຫ້ປະຕິບັດຕາມເງື່ອນໄຂເດີມ ສໍາລັບໄລຍະຫ່າງຂອງສາງເກັບມ້ຽນເຄມີທີ່ສ້າງຕັ້ງໃໝ່ ຫຼັງຂໍ້ຕົກລົງສະບັບນີ້ ແມ່ນໃຫ້ປະຕິບັດຕາມເງື່ອນໄຂຕາມມາດຕານີ້.
ມາດຕາ 11 ອົງປະກອບຂອງສາງເກັບມ້ຽນເຄມີ
ສາງເກັບມ້ຽນເຄມີຕ້ອງມີອົງປະກອບຖືກຕ້ອງຕາມຫຼັກວິຊາການ ດັ່ງນີ້:
- ຫຼັງຄາ;
- ຝາ;
- ພື້ນ;
- ປະຕູ ແລະ ທາງອອກສຸກເສີນ;
- ລະບົບລະບາຍອາກາດ;
- ລະບົບໄຟຟ້າ ແລະ ແສງສະຫວ່າງສຸກເສີນ;
- ລະບົບກັນຟ້າຜ່າ;
- ລະບົບເຕືອນໄພ;
- ລະບົບກວດຈັບ;
- ລະບົບດັບເພີງ;
- ລະບົບເກັບນ້ຳທີ່ຜ່ານການດັບເພີງ;
- ອ່າງລ້າງມື ແລະ ບົວອາບນໍ້າ;
- ປ້າຍ ແລະ ເອກະສານຂໍ້ມູນຄວາມປອດໄພທາດເຄມີ;
- ຕູ້ຢາ.
ມາດຕາ 12 ຫຼັງຄາ
ຫຼັງຄາຕ້ອງມີຄວາມແໜ້ນໜາແຂງແຮງ ແລະ ສາມາດລະບາຍຄວັນ ຫຼື ຄວາມຮ້ອນ ໃນກໍລະນີເກີດ ອັກຄີໄພ ແລະ ທົນທານຕໍ່ໄຟໄໝ້ຢ່າງໜ້ອຍ 30 ນາທີ.
ມາດຕາ 13 ຝາ
ຝາຂອງສາງເກັບຮັກສາເຄມີ ຕ້ອງມີຄວາມແໜ້ນໜາແຂງແຮງ ຊຶ່ງເຮັດດ້ວຍວັດສະດຸທົນໄຟຢ່າງຕໍ່າສຸດ 90 ນາ ທີ ຫຼື ກໍ່ເປັນກຳແພງກັນໄຟ ຕາມຄວາມເໝາະສົມ.
ມາດຕາ 14 ພື້ນ
ພື້ນສາງຕ້ອງແຂງແຮງ ສາມາດຮັບນໍ້າໜັກເຄມີ, ບໍ່ໝື່ນ, ບໍ່ມີຮອຍແຕກ, ນໍ້າ ແລະ ເຄມີ ບໍ່ສາມາດຊຶມຜ່ານ, ຮັບປະກັນບໍ່ໃຫ້ນໍ້າໄຫຼເຂົ້າ, ທຳຄວາມສະອາດງ່າຍ, ມີຮ່ອງລະບາຍເຮັດດ້ວຍຄອນກີດ ແລະ ມີອ່າງເກັບທາດເຄມີຮົ່ວໄຫຼ ຊຶ່ງມີບໍລິມາດ 110% ຂອງປະລິມານເຄມີທີ່ເກັບມ້ຽນ. ກໍລະນີການເກັບມ້ຽນທາດໄວໄຟ ແລະ ທາດລະເບີດ ພື້ນຕ້ອງບໍ່ສາມາດຊັກນຳກະແສໄຟຟ້າ ແລະ ບໍ່ເກີດໄຟຟ້າສະຖິດ.
ມາດຕາ 15 ປະຕູເຂົ້າ-ອອກ ແລະ ປະຕູສຸກເສີນ
ປະຕູເຂົ້າ-ອອກ ແລະ ປະຕູສຸກເສີນຂອງສາງເກັບຮັກສາເຄມີ ຕ້ອງມີມາດຖານເງື່ອນໄຂ ດັ່ງນີ້:
- -ອອກຕ້ອງຮັບປະກັນຄວາມປອດໄພ ທີ່ມີຄວາມກວ້າງ ເໝາະສົມກັບຂະໜາດຂອງສາງ ເພື່ອສະ ດວກໃນການຂົນສົ່ງ ແລະ ເຂົ້າ-ອອກ, ບໍ່ມີສິ່ງກີດຂວາງ ແລະ ຕິດປ້າຍຊີ້ບອກ. ສະເພາະປະຕູບານເລື່ອນຕ້ອງມີອຸປະ ກອນປ້ອງກັນການລົ້ມຈາກລາງ.
- ຕ້ອງຢູ່ຫ່າງ ຫຼື ກົງກັນຂ້າມກັບປະຕູເຂົ້າ ແລະ ອອກ, ເປີດອອກໄດ້ງ່າຍທາງດຽວຈາກ ດ້ານໃນ, ມີຄວາມກວ້າງຢ່າງໜ້ອຍ 1,10 ແມັດຂຶ້ນໄປ, ບໍ່ຖືກປິດຕາຍດ້ວຍກະແຈ, ບໍ່ເປັນປະຕູບານເລື່ອນ ແລະ ບໍ່ເປັນປະຕູທີ່ອອກໄປສູ່ທາງຕັນ. ບໍລິເວນໃກ້ກັບປະຕູສຸກເສີນ ຕ້ອງມີໄຟສຸກເສີນ, ຕິດສັນຍາລັກຊັດ ເຈນ, ມີຂະໜາດເໝາະສົມ ທີ່ສາມາດເບິ່ງເຫັນໄດ້ຢ່າງຈະແຈ້ງໃນຄວາມມືດ, ບໍ່ມີສິ່ງກີດຂວາງ ແລະ ສາມາດ ທົນໄຟໄດ້ຢ່າງໜ້ອຍ 30 ນາທີ, ໃນກໍລະນີທີ່ເປັນອາຄານຂະໜາດໃຫຍ່ປະຕູສຸກເສີນ ຕ້ອງມີຢ່າງໜ້ອຍ ສອງ ປ່ອງທຸກໆ 35 ແມັດ ໃນທິດທາງກົງກັນຂ້າມ.
ມາດຕາ 16 ລະບົບລະບາຍອາກາດ
ສາງເກັບຮັກສາເຄມີຕ້ອງບໍ່ມີເພດານ ເພື່ອໃຫ້ສາມາດລະບາຍອາກາດໄດ້ດີ, ຍົກເວັ້ນສາງເກັບ ທາດເຄມີ ທີ່ມີການຄວບຄຸມອຸນຫະພູມ ແຕ່ໃຫ້ນຳໃຊ້ທາດທີ່ບໍ່ຕິດໄຟ ແລະ ຕ້ອງຕິດຕັ້ງອຸປະກອນຈັບຄວັນ ແລະ ຄວາມຮ້ອນໄວ້ກ້ອງຫຼັງຄາ ຫຼື ເພດານ.
ສາງເກັບຮັກສາເຄມີຕ້ອງມີລະບົບລະບາຍອາກາດທີ່ເໝາະສົມ ຕາມຄຸນລັກສະນະທາດເຄມີ ເພື່ອ ຄວາມປອດໄພໃນການເຮັດວຽກ. ລະບົບລະບາຍອາກາດແບ່ງອອກເປັນສອງປະເພດດັ່ງນີ້:
- ລະບົບລະບາຍອາກາດດ້ວຍວິທີທຳມະຊາດ ປະກອບມີ: ວິທີລະບາຍອາກາດຜ່ານຊ່ອງລົມ ແລະ ວິທີລະບາຍແບບຫຼັງຄາ 2 ຊັ້ນຊ້ອນກັນຢູ່ກາງຫ້ອງ;
- ລະບົບລະບາຍອາກາດດ້ວຍວິທີກົນຈັກ ປະກອບມີ: ພັດລົມດູດອາກາດ ແລະ ເຄື່ອງດູດອາກາດ.
ມາດຕາ 17 ລະບົບໄຟຟ້າ ແລະ ແສງສະຫວ່າງສຸກເສີນ
ສາງເກັບຮັກສາເຄມີຕ້ອງຕິດຕັ້ງລະບົບໄຟຟ້າ ແລະ ແສງສະຫວ່າງສຸກເສີນ ດັ່ງນີ້:
- ການອອກແບບ ແລະ ຕິດຕັ້ງ ຕ້ອງສອດຄ່ອງກັບມາດຕະຖານເຕັກນິກ, ດ້ານວິສາວະກຳໄຟຟ້າ ເປັນຕົ້ນ ລະບົບປ້ອງກັນໄຟໄໝ້ ຫຼື ລະເບີດ;
- ໄລຍະຫ່າງການຕິດຕັ້ງຫຼອດໄຟຟ້າຕ້ອງສູງກວ່າທາດເຄມີທີ່ເກັບມ້ຽນ ແລະ ການເຄື່ອນຍ້າຍໃນ ສາງ ບໍ່ໃຫ້ຫຼຸດ 1 ແມັດ;
- ຊະນິດຂອງຫຼອດໄຟ ແລະ ຈຸດຕິດຕັ້ງຕ້ອງບໍ່ໃຫ້ເກີດຄວາມຮ້ອນຕໍ່ທາດເຄມີທີ່ເກັບມ້ຽນ;
- ຫຼອດໄຟປະເພດ Metal halide ແລະ Mercury ຕ້ອງມີຝາຄອບ ເພື່ອປ້ອງກັນຫຼອດຕົກສູ່ພື້ນ;
- ອຸປະກອນໄຟຟ້າຕ້ອງມີການຕໍ່ສາຍດິນ ແລະ ມີລະບົບປ້ອງກັນການເກີດໄຟຟ້າລັດວົງຈອນ;
- ສາງເກັບມ້ຽນເຄມີອັນຕະລາຍ, ທາດລະເບີດ ແລະ ທາດໄວໄຟໃຫ້ນໍາໃຊ້ອຸປະກອນໄຟຟ້າ ຊະນິດທີ່ບໍ່ກໍ່ໃຫ້ເກີດການລະເບີດໄດ້ (Explosion Proof). ໃນບາງກໍລະນີ ບໍ່ຈໍາເປັນຕິດຕັ້ງລະບົບໄຟຟ້າ ແສງສະຫວ່າງ ແຕ່ຕ້ອງຮັບປະກັນໃຫ້ມີແສງສະຫວ່າງພຽງພໍ.
ມາດຕາ 18 ລະບົບກັນຟ້າຜ່າ
- ອາຄານຕ້ອງຕິດຕັ້ງລະບົບສາຍລໍ່ຟ້າ;
- ສິ່ງປຸກສ້າງຕ່າງໆ ທີ່ຢູ່ໃນໄລຍະ 30 ແມັດ ຂອງສິ່ງປຸກສ້າງທີ່ເກັບທາດລະເບີດ ຫຼື ທາດໄວໄຟ ຕ້ອງຕິດຕັ້ງລະບົບສາຍລໍ່ຟ້າ;
- ການຕິດຕັ້ງລະບົບສາຍລໍ່ຟ້າ ໃຫ້ອອກແບບ ແລະ ຕິດຕັ້ງໂດຍຜູ້ຊ່ຽວຊານ.
ມາດຕາ 19 ລະບົບເຕືອນໄພ
ລະບົບເຕືອນໄພແບ່ງເປັນ ສອງ ປະເພດ ດັ່ງນີ້:
- ປະເພດສຽງດັງຍາວຕໍ່ເນື່ອງ 1 ນາທີ ແມ່ນສັນຍານແຈ້ງເຫດໄຟໄໝ້ດ້ວຍວິທີກົດ ຊຶ່ງມີໄລຍະຫ່າງ ຢ່າງໜ້ອຍບໍ່ໃຫ້ເກີນ 30 ແມັດ ຫຼື ໂດຍອຸປະກອນການກວດຈັບສັນຍານ. ສຽງດັງຕ້ອງໄດ້ຍິນທົ່ວພື້ນທີ່ໃກ້ ຄຽງສາງເກັບມ້ຽນທາດເຄມີ ເພື່ອແຈ້ງເຫດໃຫ້ທຸກຄົນຊາບ;
- ປະເພດສຽງດັງແຮງຂຶ້ນເລື້ອຍໆ 1 ນາທີ ແມ່ນສັນຍານແຈ້ງເຫດການຮົ່ວໄຫຼ ຂອງທາດອາຍໂດຍ ເຄື່ອງກວດຈັບ ເມື່ອພົບຄວາມເຂັ້ມຂຸ້ນຂອງອາຍເກີນລະດັບທີ່ຕັ້ງໄວ້ ສັນຍານສຽງຕ້ອງໄດ້ຍິນທົ່ວພື້ນທີ່ຂອງ ສະຖານທີ່ເກັບມ້ຽນທາດເຄມີ ເພື່ອໃຫ້ພະນັກງານປະຕິບັດຕາມແຜນສຸກເສີນທີ່ກຳນົດໄວ້.
ມາດຕາ 20 ລະບົບກວດຈັບ
ລະບົບກວດຈັບ (Detector) ແມ່ນ ອຸປະກອນກວດຈັບຄວາມຮ້ອນ, ຄວັນ, ແປວໄຟ ຫຼື ອາຍ ຊຶ່ງ ການຕິດຕັ້ງອຸປະກອນ ການກວດຈັບຂື້ນກັບປະເພດເຄມີ ບາງສະຖານທີ່ຈະຕ້ອງໃຊ້ອຸປະກອນຕົວຈັບຫຼາຍ ແບບປະສົມກັນ ເພື່ອໃຫ້ການກວດຈັບມີປະສິດທິພາບຫຼາຍຂື້ນ.
ມາດຕາ 21 ລະບົບດັບເພີງ
- ຕ້ອງມີປະເພດ ແລະ ຈໍານວນທີ່ເໝາະສົມກັບປະລິມານ ແລະ ຄຸນລັກສະ ນະເປັນອັນຕະລາຍຂອງທາດເຄມີ ດັ່ງນີ້:
- ການດັບເພີງດ້ວຍເຄມີ: ການເກັບມ້ຽນເຄມີທົ່ວໄປຕ້ອງຕິດຕັ້ງບັ້ງດັບເພີງ ທີ່ບັນຈຸຝຸ່ນເຄມີຊະນິດແຫ້ງ ABC ຂະໜາດ 12 ກິໂລກຣາມ ຢ່າງນ້ອຍ 1 ເຄື່ອງ ຕໍ່ພື້ນທີ່ 200 ຕາແມັດ. ສໍາລັບສະຖານທີ່ເກັບຮັກສາເຄມີໄວໄຟ ຕ້ອງຕິດຕັ້ງບັ້ງດັບເພີງ ຂະໜາດ 25 ກິໂລກຣາມ ຢ່າງນ້ອຍ 2 ເຄື່ອງ, ໂດຍມີແຜນຜັງ, ປ້າຍຊີ້ບອກຕໍາແໜ່ງຂອງຈຸດຕິດຕັ້ງ ແລະ ສະດວກໃນການເຄື່ອນຍ້າຍ ແລະ ນໍາໃຊ້.
- ການດັບເພີງດ້ວຍນໍ້າ ມີ 2 ແບບ ດັ່ງນີ້:
- ລະບົບສະເປນໍ້າ ແລະ ນໍ້າເຄມີ: ການຕິດຕັ້ງຕ້ອງສາມາດພົ່ນໄດ້ຢ່າງທົ່ວເຖິງ ກໍລະນີການເກັບມ້ຽນທາດເຄມີເປັນຫຼາຍຊັ້ນ ໃຫ້ຕິດຕັ້ງລະບົບສະເປນໍ້າ ແລະ ນໍ້າເຄມີຢ່າງໜ້ອຍທຸກໆ ສອງຊັ້ນ;
- ລະບົບທໍ່ສົ່ງນໍ້າ: ການຕິດຕັ້ງຫົວຈ່າຍນໍ້າ ຕ້ອງເໝາະສົມກັບຄວາມຍາວຂອງສາຍສົ່ງນໍ້າດັບເພີງ ແລະ ຄວາມດັນຂອງນໍ້າ ຊຶ່ງຫົວຈ່າຍນໍ້າຈະຢູ່ຫ່າງກັນ 50 ແມັດ. ສາຍສົ່ງນໍ້າດັບເພີງຕ້ອງມີຂະໜາດ, ຄວາມ ຍາວ ແລະ ຈຳນວນພຽງພໍ, ຂໍ້ຕໍ່ສາຍສົ່ງນໍ້າດັບເພີງ ແລະ ກະບອກສີດຕ້ອງເປັນແບບດຽວກັນ ແລະ ສາມາດ ເຊື່ອມເຂົ້າກັບອຸປະກອນດັບເພີງຂອງລັດຖະບານ. ປະລິມານນໍ້າທີ່ໃຊ້ດັບເພີງຕ້ອງພຽງພໍ ແລະ ສາມາດ ນໍາໃຊ້ດັບເພີງຫຼາຍກວ່າ 2 ຊົ່ວໂມງ ແລະ ມີປະລິມານນໍ້າສຳຮອງ 100 ແມັດກ້ອນຕໍ່ຊົ່ວໂມງ ສຳລັບສາງເກັບ ມ້ຽນທາດເຄມີທີ່ມີເນື້ອທີ່ໜ້ອຍກວ່າ 2.500 ຕາແມັດ ແລະ 200 ແມັດກ້ອນຕໍ່ຊົ່ວໂມງ ສຳລັບສາງເກັບມ້ຽນເຄມີທີ່ມີເນື້ອທີ່ຫຼາຍກວ່າ 4.000 ຕາແມັດ.
ມາດຕາ 22 ລະບົບເກັບນ້ຳທີ່ຜ່ານການດັບເພີງ
ນໍ້າທີ່ຜ່ານການດັບເພີງ ຕ້ອງໄຫຼລົງໃສ່ອ່າງເກັບນໍ້າ ໂດຍໄດ້ຮັບການບຳບັດດ້ວຍວິທີທີ່ເໝາະສົມ ແລະ ໄດ້ມາດ ຕະຖານ ກ່ອນປ່ອຍອອກຈາກໂຮງງານ/ສະຖານທີ່ປະກອບການ;
ບໍລິມາດຂອງອ່າງເກັບນໍ້າ ຕ້ອງມີຂະໜາດໃຫຍ່ພຽງພໍສຳລັບການເກັບຮັກສານໍ້າບໍ່ໃຫ້ລົ້ນ ແລະ ໄຫຼໄປບ່ອນອື່ນ ທີ່ມີບໍລິມາດເໝາະສົມກັບຂະໜາດຂອງສາງເກັບມ້ຽນເຄມີ ດັ່ງນີ້:
ຕາຕະລາງ 1: ບໍລິມາດຂອງອ່າງເກັບນໍ້າທີ່ເໝາະສົມຂອງສາງເກັບມ້ຽນເຄມີ
ເນື້ອທີ່ຂອງສາງເກັບມ້ຽນເຄມີ (ຕາແມັດ) |
ບໍລິມາດຂອງອ່າງເກັບນໍ້າຈາກການດັບເພີງ (ແມັດກ້ອນ) |
25 50 75 100 150 200 250 300 400 ຫຼາຍກ່ວາ ຫຼື ເທົ່າກັບ 500 |
6 12 18 25 40 55 70 90 125 150 |
ມາດຕາ 23 ອ່າງລ້າງມື ແລະ ບົວອາບນໍ້າ
ສາງເກັບມ້ຽນເຄມີຕ້ອງຕິດຕັ້ງອ່າງລ້າງມື, ບົວອາບນໍ້າ ຢ່າງໜ້ອຍ 1 ຈຸດ ເພື່ອໃຊ້ລ້າງມື, ຕາ ແລະ ຮ່າງກາຍ ໃນກໍລະນີທີ່ມີການສຳພັດກັບເຄມີ. ນໍ້າທີ່ຜ່ານການນໍາໃຊ້ ຕ້ອງໄຫຼລົງໄປອ່າງເກັບ ຫຼື ອ່າງບໍາ ບັດນໍ້າເສຍຄຸນ.
ມາດຕາ 24 ປ້າຍ ແລະ ເອກກະສານຂໍ້ມູນຄວາມປອດໄພທາດເຄມີ
ສາງເກັບມ້ຽນເຄມີຕ້ອງຕິດປ້າຍເຕືອນ, ປ້າຍຫ້າມ, ປ້າຍແນະນຳ ແລະ ມີຂໍ້ມູນຄວາມປອດໄພ ທາດ ເຄມີຂອງແຕ່ລະທາດທີ່ເກັບຮັກສາໄວ້ໃນສາງ ໃສ່ຈຸດທີ່ເຫັນວ່າມີຄວາມສ່ຽງ ແລະ ບໍລິເວນທີ່ເກັບມ້ຽນເຄມີ ໂດຍຂຽນເປັນພາສາລາວ ແລະ ພາສາອື່ນທີ່ເຫັນວ່າເໝາະສົມ. ປ້າຍຕ້ອງມີລັກສະນະແໜ້ນໜາ, ທົນທານ, ເຫັນໄດ້ງ່າຍ ແລະ ມີຂະໜາດທີ່ເໝາະສົມຕາມແຕ່ລະກໍລະນີ.
ມາດຕາ 25 ຕູ້ຢາ
ສາງເກັບມ້ຽນເຄມີຕ້ອງຕິດຕັ້ງຕູ້ຢາ ແລະ ຢາຈຳນວນໜຶ່ງ ທີ່ຈຳເປັນໃນການປະຖົມພະຍາບານ ເບື້ອງ ຕົ້ນ ແລະ ຕ້ອງຢູ່ໃນສະພາບໃຊ້ງານ ໂດຍຕິດຕັ້ງໄວ້ດ້ານນອກໃກ້ກັບປະຕູທາງອອກ ຂອງສາງຕາມຫຼັກວິຊາການ.
ໝວດທີ 3
ການແຍກ ແລະ ການເກັບມ້ຽນເຄມີ
ມາດຕາ 26 ການແຍກເຄມີ
ການແຍກເຄມີ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:
- ການສຶກສາຂໍ້ມູນ;
- ການຈໍາແນກກຸ່ມທາດເຄມີ.
ມາດຕາ 27 ການສຶກສາຂໍ້ມູນຂອງທາດເຄມີ
ຜູ້ເກັບຮັກສາເຄມີຕ້ອງໄດ້ສຶກສາຂໍ້ມູນຂອງທາດເຄມີທັງໝົດ ທີ່ຕົນຈະເກັບຮັກສາໄວ້ ເພື່ອໃຫ້ມີ ຄວາມປອດໄພ ດັ່ງນີ້:
- ຂໍ້ມູນທົ່ວໄປຂອງທາດເຄມີ;
- ຂໍ້ມູນຄວາມເປັນອັນຕະລາຍ;
- ສ່ວນປະສົມ;
- ມາດຕະການປະຖົມພະຍາບານ;
- ມາດຕະການຕອບໂຕ້ພາວະສຸກເສີນ;
- ວິທີການຄຸ້ມຄອງ, ການເກັບມ້ຽນ ແລະ ການປ້ອງກັນສຸຂະພາບ;
- ຄຸນລັກສະນະທາງວັດຖຸ ແລະ ທາງເຄມີ;
- ການຄົງຕົວ ແລະ ການເກີດປະຕິກິລິຍາ;
- ຂໍ້ມູນຜົນກະທົບຕໍ່ລະບົບນິເວດ ແລະ ພິດວິທະຍາ;
- ຂໍ້ມູນການຂົນສົ່ງ;
- ຂໍ້ມູນກ່ຽວກັບກົດໝາຍ ແລະ ລະບຽບການ;
- ຂໍ້ມູນອື່ນໆ.
ມາດຕາ 28 ການຈໍາແນກກຸ່ມທາດເຄມີ
ໃຫ້ຈຳແນກກຸ່ມທາດເຄມີຕາມຄຸນລັກສະນະ ດັ່ງນີ້:
- ທາດຕິດເຊື້ອ (ກຸ່ມ 6.2);
- ທາດກຳມັນຕະພາບລັງສີ (ກຸ່ມ 7);
- ທາດລະເບີດ (ກຸ່ມ 1);
- ທາດອາຍພາຍໃຕ້ຄວາມດັນໃນພາຊະນະບັນຈຸຂະໜາດນ້ອຍ (ກຸ່ມ 2A ແລະ 2B);
- ທາດທີ່ສາມາດລຸກໄໝ້ໄດ້ເອງ (ກຸ່ມ 4.2);
- ທາດກໍ່ໃຫ້ເກີດອາຍໄວໄຟເມື່ອສຳຜັດກັບນໍ້າ (ກຸ່ມ 4.3);
- ທາດເປີອອກໄຊອົງຄະທາດ (ກຸ່ມ 5.2);
- ທາດອອກໄຊ (ກຸ່ມ 5.1A, 5.1B ແລະ 5.1C);
- ທາດແຂງໄວໄຟ (ກຸ່ມ 4.1A ແລະ 4.1B);
- ທາດແຫຼວໄວໄຟ (ກຸ່ມ 3A ແລະ 3B);
- ທາດກໍ່ໃຫ້ເກີດທາດພິດເມື່ອມີການເຜົາໄໝ້ (ກຸ່ມ 6.1A);
- ທາດພິດ ທີ່ບໍ່ຕິດໄຟ (ກຸ່ມ 6.1B);
- ທາດກັດເປື່ອຍທີ່ຕິດໄຟ (ກຸ່ມ 8A);
- ທາດກັດເປືອຍທີ່ບໍ່ຕິດໄຟ (ກຸ່ມ 8B);
- ທາດແຫຼວຕິດໄຟທີ່ບໍ່ຢູ່ໃນກຸ່ມ 3A ຫຼື 3B (ກຸ່ມ 10);
- ທາດແຂງຕິດໄຟ (ກຸ່ມ 11);
- ທາດແຫຼວບໍ່ຕິດໄຟ (ກຸ່ມ 12);
- ທາດແຂງບໍ່ຕິດໄຟ (ກຸ່ມ 13).
ສໍາລັບກໍລະນີທີ່ເປັນທາດປະສົມ ຊຶ່ງມີສ່ວນປະສົມຂອງທາດເຄມີຫຼາຍຊະນິດ ການເກັບຮັກສາໃຫ້ ເປັນໄປ ຕາມຄຸນລັກສະນະພື້ນຖານຂອງທາດປະສົມຫຼັກ.
ມາດຕາ 29 ການເກັບມ້ຽນເຄມີ
ການເກັບມ້ຽນເຄມີ ໃຫ້ແຍກຕາມຕາຕະລາງ 2, ຊຶ່ງແບ່ງເປັນ ສອງ ຮູບແບບ ດັ່ງນີ້:
- ການເກັບມ້ຽນແບບແຍກບໍລິເວນ ແມ່ນ ການຈັດເກັບທາດເຄມີ ແຍກອອກຈາກກັນຕາມແຕ່ລະກໍລະນີຄື:
- ການແຍກສາງເກັບສະເພາະຂອງແຕ່ລະທາດເຄມີ;
- ໃນກໍລະນີຢູ່ໃນສາງດຽວກັນໃຫ້ຂັ້ນຫ້ອງແຍກຕ່າງຫາກ ໂດຍມີຝາທົນໄຟຢ່າງໜ້ອຍ ເກົ້າສິບ ນາທີ;
- ໃນກໍລະນີເກັບຮັກສາຢູ່ນອກສາງ ຕ້ອງແຍກໃຫ້ຫ່າງຈາກວັດຖຸ ຫຼື ທາດເຄມີຊະນິດອື່ນ ສິບ ແມັດຂຶ້ນໄປ.
- ການເກັບມ້ຽນແບບແຍກຫ່າງ ແມ່ນ ການຈັດເກັບທາດເຄມີຕັ້ງແຕ່ ສອງ ປະເພດຂຶ້ນໄປໃນບໍລິເວນດຽວກັນ ຊຶ່ງມີໄລຍະຫ່າງແຕ່ ໜຶ່ງ ແມັດຂຶ້ນໄປ ຕາມຄຸນລັກສະນະຂອງປະເພດທາດເຄມີ ເຊັ່ນ: ທາດລະເບີດ, ທາດໄວໄຟ ຫຼື ທາດພິດ, ດັ່ງຕາຕະລາງລຸ່ມນີ້:
ຕາຕະລາງ 2
ອະທິບາຍ ສີໃນຕາຕະລາງຂ້າງເທີງ ດັ່ງນີ້້:
|
ສີຂຽວໝາຍເຖິງ ທາດທີ່ສາມາດເກັບຮ່ວມກັນໄດ້ |
|
ສີເຫຼືອງ ໝາຍເຖິງຕົວເລກ ໄລຍະຫ່າງ ເປັນແມັດ |
|
ສີແດງ ໝາຍເຖິງ ບໍ່ສາມາດເກັບຮ່ວມກັນໄດ້ ຕ້ອງໄດ້ແຍກບໍລິເວນ |
ຕົວເລກ |
ໝາຍເຖິງໄລຍະຫ່າງທີ່ກຳນົດເປັນແມັດ |
ມາດຕາ 30 ຫຼັກການເກັບມ້ຽນເຄມີ
ການເກັບມ້ຽນເຄມີອັນຕະລາຍ ຕ້ອງປະຕິບັດ ດັ່ງນີ້:
- ບໍ່ໃຫ້ເກັບມ້ຽນເຄມີຮ່ວມກັບວັດຖຸດິບ, ຜະລິດຕະພັນ ແລະ ວັດຖຸອື່ນ ໂດຍສະເພາະທາດ ທີ່ເປັນສາເຫດກໍ່ໃຫ້ເກີດການຕິດໄຟໄດ້ງ່າຍ ແລະ ລຸກລາມໄດ້ໄວ. ຖ້າເປັນທາດທີ່ບໍ່ເກີດປະຕິກິລິຍາກັບທາດອື່ນ ຫຼື ບໍ່ສາມາດຕິດໄຟ ແມ່ນສາມາດເກັບໄວ້ໃນສາງດຽວກັນ ແຕ່ໃຫ້ຂັ້ນຫ້ອງເກັບສະເພາະ;
- ການມ້ຽນທາດແຫຼວໄວໄຟ ແລະ ອາຍພາຍໃຕ້ຄວາມດັນ ຕ້ອງບໍ່ເກີນ 60 ເປີເຊັນ ຂອງເນື້ອທີ່ສາງຈັດເກັບທັງໝົດ ຫຼື ບໍ່ເກີນ 100.000 ລິດ ຫຼື ບໍ່ເກີນ 300 ບັ້ງ. ຖ້າອາຍພາຍໃຕ້ຄວາມດັນ ຫາກບັນຈຸທາດພິດ, ທາດໄວໄຟ ຫຼື ອອກຊີໄດ ອຸນຫະພູມຂອງຫ້ອງຕ້ອງບໍ່ເກີນ 45 ອົງສາເຊ ແລະ ບໍ່ໃຫ້ເກີນ 25 ບັ້ງ (ກຸ່ມ 8A ແລະ 11);
- ທາດແຫຼວໄວໄຟທີ່ມີຈຸດຕິດໄຟສູງກວ່າ 60 ອົງສາເຊ ແລະ ບໍ່ສາມາດເກີດປະຕິກິລິຍາ ທີ່ພາໃຫ້ເກີດການລຸກໄໝ້, ຄວາມຮ້ອນ, ອາຍໄວໄຟ, ອາຍພິດ ຫຼື ເພີ່ມຄວາມດັນຈົນເປັນອັນຕະລາຍ ສາມາດມ້ຽນໄວ້ໃນສາງດຽວກັນໄດ້ ແຕ່ໃຫ້ມີໄລຍະຫ່າງ 5 ແມັດຂຶ້ນໄປ;
- ທາດຕິດໄຟທີ່ມີຄຸນລັກສະນະເປັນພິດ (ກຸ່ມ 6.1A) ສາມາດເກັບມ້ຽນໄວ້ໃນສາງດຽວກັນ ກັບ ທາດແຂງໄວໄຟ (ກຸ່ມ 4.1B)ໄດ້;
- ບໍ່ໃຫ້ເກັບມ້ຽນທາດແຫຼວໄວໄຟ (ກຸ່ມ 3A) ປົນກັບທາດກັດເປື່ອຍໂລຫະ ຫຼື ຜິວໜັງ ທີ່ບັນຈຸ ໃນພາຊະນະທີ່ແຕກງ່າຍ ຫຼື ມີຄວາມສ່ຽງທີ່ຈະເກີດປະຕິກິລິຍາ;
- ທາດແຂງໄວໄຟ (ກຸ່ມ 4.1A) ທີ່ມີຄຸນສັກສະນະເປັນທາດລະເບີດສາມາດເກັບມ້ຽນໃນສາງດຽວ ກັນກັບທາດອື່ນຄື ປະເພດ 3B, 4.1B, 8A, 8B, 10, 11, 12 ຫຼື 13 ໄດ້ ແຕ່ຕ້ອງມີໄລຍະຫ່າງຢ່າງຕໍ່າ 10 ແມັດ;
- ອະນຸຍາດໃຫ້ເກັບມ້ຽນທາດເລັ່ງປະຕິກິລິຍາ ກັບຈຸດຊະນວນ ຖ້າທາດນັ້ນບໍ່ມີສ່ວນປະສົມ ຂອງ ໂລຫະໜັກ;
- ບໍ່ໃຫ້ເກັບມ້ຽນທາດອອກຊີໄດ (ກຸ່ມ 5.1B) ໃນສາງດຽວກັນກັບທາດຕິດໄຟ ທີ່ມີຄຸນລັກສະນະ ເປັນພິດ (ກຸ່ມ 6.1A ແລະ 6.1B) ສູງກວ່າ 1 ໂຕນ. ໃນກໍລະນີມີມາດຕະການດ້ານຄວາມປອດໄພ ເປັນຕົ້ນ: ລະບົບເຕືອນໄພ, ລະບົບດັບເພີງ, ໜ່ວຍງານດັບເພີງ ສາມາດເກັບມ້ຽນໃນສາງດຽວກັນໄດ້ ແຕ່ສູງສຸດບໍ່ໃຫ້ ເກີນ 20 ໂຕນ;
- ບໍ່ໃຫ້ເກັບມ້ຽນທາດກຳມັນຕະພາບລັງສີ (ກຸ່ມ 7) ໄວ້ໃນສາງດຽວກັນກັບທາດເຄມີປະເພດອື່ນ ໆ ແລະ ໃຫ້ປະຕິບັດຕາມຫຼັກວິຊາການດ້ານຄວາມປອດໄພຂອງອົງການປະລາມະນູສາກົນ.
ມາດຕາ 31 ການເກັບມ້ຽນທາດເຄມີໃນປະລິມານໜ້ອຍ
ການເກັບມ້ຽນທາດເຄມີຫຼາຍກຸ່ມ ທີ່ມີປະລິມານໜ້ອຍໄວ້ໃນສາງດຽວກັນ ຄື: 2A, 3A, 4.1B, 4.3, 5.1B, 5.1C, 5.2, 6.1A, 6.1B, 8A, 8B, 10, 12 ແລະ 13 ຕ້ອງຮັບປະກັນ ດັ່ງນີ້:
- ຮັບປະກັນບໍ່ໃຫ້ເກີດປະຕິກິລິຍາກັບທາດເຄມີ ທີ່ເກັບມ້ຽນໄວ້ກ່ອນແລ້ວ;
- ມີໄລຍະຫ່າງຢ່າງນ້ອຍ 3 ແມັດ ຫຼື ເກັບມ້ຽນໄວ້ໃນຕູ້ສະເພາະ;
- ຖ້າເກັບມ້ຽນທາດເຄມີທີ່ບັນຈຸໃນກະປ໋ອງ ຕ້ອງມີຝາກັ້ນ.
ຕາຕະລາງ 3: ຫຼັກການເກັບມ້ຽນເຄມີ ທີ່ມີປະລີມານໜ້ອຍໃຫ້ປະຕິບັດຕາມຕາຕະ ລາງ ລຸ່ມນີ້:
ລຳດັບ |
ກຸ່ມທາດເຄມີ |
ປະລິມານສູງສຸດທີ່ອະນຸຍາດໃຫ້ເກັບມ້ຽນທາດເຄມີ |
1 |
1 |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
2 |
2A |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
3 |
2B |
300 ກະປ໋ອງ |
4 |
3A |
|
5 |
3B |
5.000 ກິໂລກຣາມ |
6 |
4.1A |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
7 |
4.1B |
200 ກິໂລກຣາມ |
8 |
4.2 |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
9 |
4.3 |
200 ກິໂລກຣາມ |
10 |
5.1A |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
11 |
5.1B |
200 ກິໂລກຣາມ |
12 |
5.1C |
100 ກິໂລກຣາມ |
13 |
5.2 |
100 ກິໂລກຣາມ |
14 |
6.1A |
50 ກິໂລກຣາມ |
15 |
6.1B |
200 ກິໂລກຣາມ |
16 |
6.2 |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
17 |
7 |
ບໍ່ໃຫ້ເກັບມ້ຽນຮ່ວມກັບທາດເຄມີອື່ນ |
18 |
8A |
5.000 ກິໂລກຣາມ |
19 |
8B |
5.000 ກິໂລກຣາມ |
20 |
10 |
5.000 ກິໂລກຣາມ |
21 |
11 |
5.000 ກິໂລກຣາມ |
22 |
12 |
5.000 ກິໂລກຣາມ |
23 |
13 |
5.000 ກິໂລກຣາມ |
ມາດຕາ 32 ການຮັບຝາກເຄມີໄວ້ໃນສາງ
ຜູ້ດໍາເນີນທຸລະກິດກ່ຽວກັບສາງເກັບມ້ຽນເຄມີສໍາລັບການບໍລິການ ແມ່ນ ສາມາດຮັບຝາກເຄມີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທົ່ວໄປໄດ້. ສ່ວນສາງປະເພດອື່ນ ບໍ່ສາມາດຮັບຝາກເຄມີຂອງບຸກຄົນ, ນິຕິບຸກຄົນໄດ້ ຫຼື ການຈັດຕັ້ງອື່ນໄດ້.
ໝວດທີ 4
ພາຊະນະບັນຈຸທາດເຄມີ
ມາດຕາ 33 ພາຊະນະບັນຈຸ
ພາຊະນະບັນຈຸ ແມ່ນ ສິ່ງບັນຈຸທາດເຄມີ ປະເພດ ແຂງ, ແຫຼວ ແລະ ອາຍ ເຊັ່ນ: ຖັງ, ຖົງ, ຕຸກ, ຂວດ ຫຼື ແທ້ງ ຕ້ອງຮັບປະກັນຄວາມປອດໄພ ແລະ ໄດ້ມາດຕະຖານ ເພື່ອປ້ອງກັນການຮົ່ວໄຫຼ, ກະຈາຍຂອງ ທາດເຄມີທີ່ອາດເປັນສາເຫດໃຫ້ເກີດໄຟໄໝ້, ລະເບີດ ຫຼື ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ. ສໍາລັບຖັງທີ່ມີບໍລິມາດບັນຈຸ ຫຼາຍກວ່າ 1.000 ລິດ ໃຫ້ປະຕິບັດຕາມຄູ່ມືສະເພາະ.
ມາດຕາ 34 ເງື່ອນໄຂພາຊະນະບັນຈຸທາດເຄມີ
ພາຊະນະບັນຈຸທາດເຄມີຕ້ອງມີຕາມເງື່ອນໄຂ ດັ່ງນີ້:
- ສະອາດ, ບໍ່ໄດ້ບັນຈຸທາດເຄມີ ຫຼື ວັດຖຸອື່ນມາກ່ອນ ຍົກເວັ້ນພາຊະນະທີ່ໄດ້ຮັບການອະນຸຍາດ ໃຫ້ນຳໃຊ້ຄືນໃໝ່;
- ຕ້ອງແໜ້ນໜາ, ທົນທານຕໍ່ການຖືກກະທົບກະເທືອນ, ບໍ່ແຕກ, ບໍ່ຊືມ ແລະ ບໍ່ເປື່ອຍ;
- ພາຊະນະບັນຈຸ ປະເພດແກ້ວ ຫຼື ປລາສະຕິກທີ່ແຕກງ່າຍ ຕ້ອງມີວັດສະດຸຫຸ້ມຫໍ່ ເພື່ອປ້ອງກັນ ການແຕກ;
- ພາຊະນະບັນຈຸ ຕ້ອງໄດ້ຮັບການກວດສອບ ແລະ ຢັ້ງຢືນທາງດ້ານຄຸນນະພາບ ແລະ ຄວາມຖືກ ຕ້ອງຈາກຂະແໜງການອຸດສາຫະກຳ ແລະ ການຄ້າ;
- ພາຊະນະບັນຈຸທາດເຄມີທີ່ບໍ່ໄດ້ຕາມເງື່ອນໄຂທີ່ໄດ້ກໍານົດ ໄວ້ໃນຂໍ້ 1, 2, 3 ແລະ 4 ຂອງມາດ ຕານີ້ີ້ ໃຫ້ສົ່ງກັບຄືນຫາຜູ້ສະໜອງ ຊຶ່ງຜູ້ສະໜອງຕ້ອງຮັບຜິດຊອບໃນການໃຊ້ຈ່າຍທັງໝົດ.
ມາດຕາ 35 ການນໍາໃຊ້ພາຊະນະບັນຈຸທາດເຄມີ
ການນຳໃຊ້ພາຊະນະບັນຈຸ ຕ້ອງຄໍານຶງເຖິງຄຸນລັກສະນະຂອງທາດເຄມີເພື່ອບໍ່ໃຫ້ເກີດປະຕິກິລິຍາ ຫຼື ຜົນກະທົບຕໍ່ພາຊະນະບັນຈຸ ເຊັ່ນ: ໄວໄຟ, ກັດເປື່ອຍ, ທາດພິດ ແລະ ອື່ນໆ ດັ່ງລຸ່ມນີ້:
ກ. ທາດໄວໄຟ
ທາດໄວໄຟທີ່ມີບໍລິມາດບໍ່ຫຼາຍ ສາມາດເກັບໃນພາຊະນະບັນຈຸທີ່ເຮັດດ້ວຍປລາສະຕິກ, ແກ້ວ, ໂລຫະ, ເຊລາມິກ ແລະ ອື່ນໆ ທີ່ມີຄວາມທົນທານ, ປ້ອງກັນການຮົ່ວໄຫຼ ຫຼື ແຕກງ່າຍ ແລະ ປ້ອງກັນ ຄວາມຮ້ອນ, ທາດໄວໄຟທີ່ມີບໍລິມາດນັບແຕ່ 200 ລິດຂຶ້ນໄປຕ້ອງໄດ້ເກັບໄວ້ໃນພາຊະນະ ບັນຈຸທີ່ເຮັດ ດ້ວຍໂລຫະເທົ່ານັ້ນ.
ຂ. ທາດກັດເປື່ອຍ
ທາດກັດເປື່ອຍຕ້ອງເກັບໃນພາຊະນະບັນຈຸທີ່ບໍ່ເກີດປະຕິກິລິຍາກັບພື້ນຜິວຂອງພາຊະນະບັນຈຸ ແລະ ໃຫ້ຄໍານຶງຕາມຄຸນລັກສະນະຂອງແຕ່ລະທາດເຄມີ ດັ່ງນີ້:
ຕາຕະລາງ 4: ຄຸນລັກສະນະທາດກັດເປື່ອຍ
ລໍາດັບ |
ຊື່ທາດເຄມີ |
ການກັດເປື່ອຍ |
1 |
Acrylic acid |
|
2 |
Hydrofluoric acid |
|
3 |
Acetic acid |
|
4 |
Sulfuric acid |
|
5 |
Sodium hydroxide |
|
6. |
Nitric acid |
|
7. |
Potassium hydroxide |
|
8. |
Phosphoric acid |
|
9 |
ສໍາລັບທາດອື່ນໆທີ່ມີຄຸນລັກສະນະກັດເປື່ອຍໃຫ້ປະຕິບັດຕາມຂໍ້ມູນຄວາມປອດໄພຂອງທາດເຄມີນັ້ນ. |
ມາດຕາ 36 ທາດພິດ
ພາຊະນະບັນຈຸທາດພິດ ຕ້ອງອອກແບບສະເພາະຕາມຄຸນລັກສະນະຂອງທາດເຄມີ. ທາດພິດຕ້ອງເກັບ ຮັກສາໄວ້ໃນພາຊະນະທີ່ປິດແຈບ, ຮັບປະກັນບໍ່ໃຫ້ຊືມ, ບໍ່ລະເຫີຍອາຍ ແລະ ຕ້ອງທົນຕໍ່ແຮງດັນສູງກວ່າ 17,2 ພີເອັດໄອ.
ໝວດທີ 5
ຂໍ້ຫ້າມ
ມາດຕາ 37 ຂໍ້ຫ້າມທົ່ວໄປ
ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:
- ສ້າງສາງເກັບມ້ຽນເຄມີ ທີ່ບໍ່ໄດ້ຮັບການເຫັນດີຈາກຂະແໜງການທີ່ກ່ຽວຂ້ອງ;
- ອອກ, ໂຈະ ຫຼື ຖອນໃບອະນຸຍາດສາງເກັບມ້ຽນເຄມີ ທີ່ບໍ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
- ເກັບມ້ຽນເຄມີໄວ້ໃນສະຖານທີ່ອື່ນທີ່ບໍ່ແມ່ນສາງເກັບມ້ຽນເຄມີສະເພາະ ຍົກເວັ້ນ ຖັງທີ່ມີບໍລິມາດຫຼາຍກວ່າ 1.000 ລິດຂຶ້ນໄປ;
- ເກັບມ້ຽນເຄມີອັນຕະລາຍ ໂດຍບໍ່ໄດ້ຮັບການຢັ້ງຢືນ;
- ສ້າງອຸປະສັກ, ສິ່ງກີດຂວາງ ຫຼື ຂັດຂວາງໃນທຸກຮູບແບບ ເກີນຂອບເຂດສິດ ແລະ ໜ້າທີ່ ຕໍ່ກັບວຽກງານການເກັບຮັກສາເຄມີ.
- ຝາກເກັບມ້ຽນເຄມີໄວ້ໃນສາງ ໂດຍທີ່ບໍ່ໄດ້ແຈ້ງໃຫ້ຂະແໜງອຸດສາຫະກໍາ ແລະ ການຄ້າ;
- ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານ ທີ່ຮັບຜິດຊອບກ່ຽວກັບເຄມີທີ່ກ່ຽວຂ້ອງ ເພື່ອຜົນປະໂຫຍດຂອງຕົນ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.
ມາດຕາ 38 ຂໍ້ຫ້າມສໍາລັບການເກັບມ້ຽນເຄມີ
ການເກັບມ້ຽນເຄມີຢູ່ສາງ ມີຂໍ້ຫ້າມ ດັ່ງນີ້:
- ເກັບມ້ຽນເຄມີປົນກັບວັດຖຸດິບ, ຜະລິດຕະພັນ ຫຼື ສິນຄ້າອື່ນ;
- ເກັບມ້ຽນເຄມີໄວ້ໃນສາງທີ່ບໍ່ໄດ້ມາດຕະຖານຕາມຂໍ້ຕົກລົງສະບັບນີ້;
- ບັນຈຸເຄມີໃສ່ພາຊະນະທີ່ບໍ່ໄດ້ມາດຕະຖານ ແລະ ບໍ່ສອດຄອງກັບຄຸນລັກສະນະເຄມີ;
- ເອົາພາຊະນະບັນຈຸເຄມີທີ່ໃຊ້ແລ້ວໃຫ້ປະຊາຊົນ ຫຼື ກຳມະກອນ ຫຼື ຈຳໜ່າຍທົ່ວໄປ;
- ເກັບມ້ຽນເຄມີ ທີ່ບໍ່ໄດ້ຂຶ້ນທະບຽນບັນຊີເຄມີ ຫຼື ບໍ່ໄດ້ຮັບອະນຸຍາດ;
- ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
ມາດຕາ 39 ຂໍ້ຫ້າມສໍາລັບເຈົ້າໜ້າທີ່ພະນັກງານ
ຫ້າມພະນັກງານ ແລະ ເຈົ້າໜ້າທີ່ີ ມີພຶດຕິກໍາ ດັ່ງນີ້:
- ສວຍໃຊ້ອຳນາດ, ໜ້າທີ່, ຕຳແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການອື່ນທຸກຮູບແບບ ເພື່ອຫາຜົນປະໂຫຍດສ່ວນຕົວ;
- ຮັບ ຫຼື ທວງເອົາສິນບົນ;
- ເມີນເສີຍຕໍ່ການປະຕິບັດໜ້າທີ່;
- ປອມແປງເອກະສານ ຫຼືື ນຳໃຊ້ເອກະສານປອມ, ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ຫຼື ທໍາລາຍເອກະສານ;
- ກົດໜ່ວງ, ຖ່ວງດຶງ ເອກະສານ ຫຼື ປອມແປງລາຍເຊັນຜູ້ມີອຳນາດ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.
ໝວດທີ 6
ການຈັດຕັ້ງປະຕິບັດວຽກງານເກັບຮັກສາເຄມີ
ມາດຕາ 40 ການຈັດຕັ້ງປະຕິບັດວຽກງານເກັບຮັກສາເຄມີ
ການຈັດຕັ້ງປະຕິບັດວຽກງານການເກັບຮັກສາເຄມີ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ປະກອບມີ 3 ຂັ້ນ ດັ່ງນີ້:
- ຂັ້ນສູນກາງ ແມ່ນ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ;
- ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ;
- ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ.
ມາດຕາ 41 ສິດ ແລະ ໜ້າທີ່ຂອງກົມອຸດສາຫະກຳ ແລະ ຫັດຖະກຳ
ກົມອຸດສາຫະກຳ ແລະ ຫັດຖະກຳ ມີສິດ ແລະ ໜ້າທີ່ ດັ່ງນີ້:
- ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ, ແຜນການເຄື່ອນໄຫວ ກ່ຽວກັບການເກັບຮັກສາເຄມີ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
- ໃຫ້ຄໍາແນະນໍາກ່ຽວກັບ ສາງ, ພາຊະນະບັນຈຸ, ການແຍກ ແລະ ການເກັບຮັກສາເຄມີ;
- ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບການເກັບຮັກສາເຄມີ;
- ຢັ້ງຢືນກ່ຽວກັບແຜນຜັງການກໍ່ສ້າງສາງເກັບມ້ຽນເຄມີ;
- ຕິດຕາມກວດກາກ່ຽວກັບການເກັບຮັກສາເຄມີ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການເກັບຮັກສາເຄມີ;
- ພິຈາລະນາໂຈະ, ຍົກຍ້າຍ ແລະ ຍົກເລີກ ກ່ຽວກັບສາງເກັບມ້ຽນເຄມີ;
- ສະຫຼຸບລາຍງານກ່ຽວກັບການຄຸ້ມຄອງ ຄວາມປອດໄພໃນການເກັບຮັກສາເຄມີຕໍ່ລັດຖະບານ;
- ນໍາໃຊ້ສິດ ແລະ ປະຕິບັດສິດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
42 ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ
ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ມີສິດ ແລະ ໜ້າທີ່ ໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
- ໃຫ້ຄໍາແນະນໍາກ່ຽວກັບສາງ, ພາຊະນະບັນຈຸ, ການແຍກ ແລະ ການເກັບຮັກສາເຄມີ;
- ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບເກັບຮັກສາເຄມີ;
- ຢັ້ງຢືນກ່ຽວກັບ ພາຊະນະບັນຈຸ, ການແຍກ ແລະ ການເກັບມ້ຽນເຄມີ;
- ຕິດຕາມກວດກາກ່ຽວກັບການເກັບຮັກສາເຄມີ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການເກັບຮັກສາເຄມີ;
- ພິຈາລະນາໂຈະ ແລະ ຖອນ ການຢັ້ງຢືນກ່ຽວກັບພາຊະນະບັນຈຸ, ການແຍກ ແລະ ການມ້ຽນ ເຄມີ;
- ສະເໜີໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ພິຈາລະນາອອກ, ໂຈະ, ຍົກຍ້າຍ ແລະ ຍົກເລີກ ກ່ຽວກັບສາງເກັບມ້ຽນເຄມີ;
- ສະຫຼຸບລາຍງານກ່ຽວກັບການຄຸ້ມຄອງ ຄວາມປອດໄພໃນການເກັບຮັກສາທາດເຄມີ ໃນແຂວງ ຂອງຕົນ 3 ເດືອນຕໍ່ຄັ້ງ;
- ນໍາໃຊ້ສິດ ແລະ ປະຕິບັດສິດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
43 ສິດ ແລະ ໜ້າທີ່ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ
ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:
- ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການກ່ຽວກັບການເກັບຮັກສາທາດເຄມີ;
- ຕິດຕາມກວດກາການເກັບຮັກສາທາດເຄມີ ໃນຂອບເຂດເມືອງ, ນະຄອນຂອງຕົນ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງກ່ຽວກັບການເກັບຮັກສາທາດເຄມີ;
- ສະຫຼຸບລາຍງານສະພາບການເກັບຮັກສາທາດເຄມີ ໃນເມືອງ, ນະຄອນຂອງຕົນໃຫ້ພະແນກອຸດ ສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ 3 ເດືອນຕໍ່ຄັ້ງ;
- ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
ໝວດທີ 7
ບົດບັນຍັດສຸດທ້າຍ
ມາດຕາ 44 ການຈັດຕັ້ງປະຕິບັດ
ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການ ໂດຍ ປະສານສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ, ອໍານາດການປົກ ຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.
ມາດຕາ 45 ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ ລັດຖະການ.
ລັດຖະມົນຕີ
ເຂັມມະນີ ພົນເສນາ
# | ຫົວຂໍ້ | ດາວໂຫຼດ |
---|---|---|
1 | ຂໍ້ຕົກລົງ ວ່າດ້ວຍ ການເກັບຮັກສາເຄມີ, ເລກທີ 0072/ອຄ.ກອຫ, ລົງວັນທີ 01 ກຸມພາ 2021 |
# | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
---|---|---|---|---|---|---|---|
1 | ການເກັບຮັກສາ ແລະ ການຂົນສົ່ງ - ເຄມີທີ່ມີຄວາມອັນຕະລາຍທີ່ນຳໃຊ້ໃນອຸດສາຫະກຳ | TBT | ກະຊວງ ອຸດສາຫະກຳ ແລະ ການຄ້າ | ເຄມີທີ່ມີຄວາມອັນຕະລາຍນໍາເຂົ້າ ທີ່ນຳໃຊ້ໃນອຸດສາຫະກຳຕ້ອງ ເກັບຮັກສາມ້ຽນໄວ້ໃນສາງ ແລະ ຂົນສົ່ງ ຕາມທີ່ລະບຸໄວ້ໂດຍກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ | 9999-12-31 | ALL |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.