ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເລກທີ 3662/ ກຊສ

ນະຄອນຫຼວງວຽງຈັນ, ວັນທີ 3 ສິງຫາ 2021

 

ຄຳແນະນຳ

ວ່າດ້ວຍການເກັບຄ່າທຳນຽມ ແລະ ຄ່າບໍລິການ

ຂະແໜ່ງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

  • ອີງຕາມ ດຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 451/ນຍ, ລົງວັນທີ 23 ທັນວາ 2019;
  • ອີງຕາມ ມາດຕາ 25 ແລະ 26 ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021;
  • ອີງຕາມ ການຄົ້ນຄວ້າ ແລະ ການສະເໜີຂອງກົມນິຕິກຳ ສະບັບເລກທີ 449/ກຊສ.ການກ, ລົງວັນທີ 8 ກໍລະກົດ 2021.

ລັດຖະມົນຕີ ອອກຄໍາແນະນໍາ:

  1. ຈຸດປະສົງ

ຄໍາແນະນໍາສະບັບນີ້ ກໍານົດອອກ ເພື່ອເປັນບ່ອນອີງໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນສູນກາງ ແລະ ທ້ອງຖິ່ນ ເກັບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຕາມອັດຕາທີ່ໄດ້ກຳນົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ໃຫ້ຈັດຕັ້ງປະຕິບັດມີຄວາມເປັນເອກະ ພາບກັນ, ຄົບຖ້ວນ ແລະ ຖືກຕ້ອງ ພ້ອມທັງມອບລາຍຮັບຈາກການເກັບຄ່າທຳນຽມ ແລະ ຄ່າບໍລິການດັ່ງກ່າວເຂົ້າ ງົບປະມານ ຕາມກົດໝາຍ.

  1. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແມ່ນ ຄຳສິດຄຸ້ມຄອງບໍລິຫານລັດ ທີ່ເກັບເປັນເງິນຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວທາງດ້ານເສດຖະກິດ ແລະ ສັງຄົມ ໂດຍຜ່ານຂະແໜງການຂອງລັດ ດ້ວຍການຢັ້ງຢືນ ແລະ/ຫຼື ອະນຸຍາດ.

ຄ່າບໍລິການ ແມ່ນ ຄ່າບໍລິຫານທາງດ້ານວິຊາການ ທີ່ເກັບເປັນເງິນຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດ ຕັ້ງ ໃນການໃຊ້ບໍລິການຂອງຂະແໜງການລັດໃນການເຄື່ອນໄຫວຮັບໃນສັງຄົມ ໂດຍບໍ່ຫວັງຜົນກຳໄລ ແລະ ເປັນການຊ່ວຍຫນູນການໃຊ້ຈ່າຍງົບປະມານຂອງລັດ.

  1. ອັດຕາຄ່າທຳນຽມຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ອັດຕາຄ່າທຳນຽມຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນ ໝວດທີ 6, ມາດຕາ 25 ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ມີດັ່ງນີ້:

  1. ອັດຕາຄ່າບໍລິການຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ອັດຕາຄ່າບໍລິການຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມທີ່ໄດ້ກຳນົດໄວ້ໃນໝວດທີ 6, ມາດຕາ 26 ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ມີດັ່ງນີ້:

  1. ການເກັບຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນ.

ການເກັບຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນ ແມ່ນໃຫ້ປະຕິບັດຕາມມາດຕາ 114 ຂອງກົດ ໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໂດຍຂະແໜງການການເງິນ ເປັນຜູ້ຮັບ ຜິດຊອບເກັບຄ່າທຳນຽມກ່ຽວກັບທີ່ດິນ. ສ່ວນຄ່າບໍລິການກ່ຽວກັບທີ່ດິນ ແມ່ນຂະແໜງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເປັນຜູ້ຮັບຜິດຊອບເກັບຄ່າບໍລິການດັ່ງກ່າວ.

ການຄິດໄລ່ຄ່າທຳນຽມ ແລະ ເກັບຄ່າບໍລິການໃນການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ ຕາມກົດໝາຍ ແລະ ລະບຽບການ ແມ່ນ ໜ້າທີ່ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 169 ຂໍ້ 12 ແລະ ມາດຕາ 170 ຂໍ້ 6 ຂອງກົດໝາຍວ່າດ້ວຍທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019

  1. ການແຈ້ງ, ການມອບ ແລະ ການນຳໃຊ້, ການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ

ການແຈ້ງຄ່າທຳນຽມ ແລະ ຄ່າບໍລິການ, ການມອບຄ່າທຳນຽມ ແລະ ຄ່າບໍລິການ, ການນຳໃຊ້ຄ່າທຳນຽມ ແລະ ຄ່າບໍລິການ, ການຄຸ້ມຄອງລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ແລະ ການຄຸ້ມຄອງລາຍຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ແມ່ນໃຫ້ປະຕິບັດຕາມມາດຕາ 9, 10, 11, 12 ແລະ 13 ລັດຖະບັນຍັດຂອງປະທານປະເທດວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021.

  1. ຂໍ້ຫ້າມ ສຳລັບຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ຫ້ອງການ ກະຊວງ, ບັນດາກົມ, ກອງ, ສະຖາບັນ ພາຍໃນກະຊວງຊັບພະຍາກອນທຳມະຊາດ ເເລະ ສິ່ງ ແວດລ້ອມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ຫ້າມມີພຶດຕິກໍາ ດັ່ງນີ້:

  1. ກຳນົດອັດຕາເກັບຄ່າທຳນຽມ ແລະ ຄ່າບໍລິການ ຂຶ້ນເອງ;
  2. ເກັບຄ່າທຳນຽມ ແລະ ຄ່າບໍລິການ ຊໍ້າຊ້ອນ, ເກີນອັດຕາ ທີ່ກໍານົດໃນລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021;
  3.  ນຳໃຊ້ຄ່າທຳນຽມ ແລະ ຄ່າບໍລິການ ໂດຍບໍ່ຖືກຕ້ອງກັບກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ;
  4. ຮັກສາລາຍຮັບທີ່ໄດ້ຈາກຄ່າທຳນຽມ ແລະ ຄ່າບໍລິການ ໄວ້ຢູ່ນອກລະບົບງົບປະມານແຫ່ງລັດ ແລະ ສ້າງເປັນຄັງຕ່າງຫາກ.
  1. ຂໍ້ຫ້າມສໍາລັບພະນັກງານ - ລັດຖະກອນ ຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຮັບຜິດຊອບເກັບ ແລະ ຄຸ້ມຄອງລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ.

ພະນັກງານ-ລັດຖະກອນຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຮັບຜິດຊອບເກັບ ແລະ ຄຸ້ມຄອງລາຍຮັບ ຫ້າມ ມີພຶດຕິກໍາ ດັ່ງນີ້:

  1. ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ແລະ ຂໍ້ມູນສ່ວນຕົວຂອງຜູ້ເສຍຄ່າທຳນຽມ ແລະ ຄ່າບໍລິການ, ກົດໜ່ວງ, ຖ່ວງດຶງ, ປອມແປງເອກະສານ, ເລີ່ນເລີ້ໃນການປະຕິບັດໜ້າທີ່, ປະລະໜ້າທີ່ ຫຼື ຂາດຄວາມຮັບຜິດຊອບ ຕໍ່ວຽກງານທີ່ໄດ້ຮັບມອບໝາຍ;
  2. ສວຍໃຊ້ໜ້າທີ່ຕຳແໜ່ງ, ຂໍເອົາ, ຮັບເອົາ ຫຼື ທວງເອົາ ສິນບົນ, ບັງຄັບ ນາບຂູ່ ຜູ້ເສຍ ຫຼື ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ ຊຶ່ງພາໃຫ້ເສຍຜົນປະໂຫຍດຂອງລັດ;
  3. ເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ໂດຍບໍ່ຖືກຕ້ອງ;
  4. ນຳເອົາເງິນຄ່າທຳນຽມ ແລະ ຄ່າບໍລິການທີ່ເກັບໄດ້ໄປນຳໃຊ້ ໂດຍບໍ່ມອບເຂົ້າງົບປະມານແຫ່ງລັດ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.
  1. ຂໍ້ຫ້າມສໍາລັບຜູ້ເສຍ ແລະ ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ຜູ້ເສຍ ແລະ ຜູ້ມອບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ຫ້າມ ມີພຶດຕິກໍາ ດັ່ງນີ້:

  1. ທຳລາຍຂໍ້ມູນ, ຫຼັກຖານ, ເຊື່ອງອຳ, ປິດບັງລາຍຮັບ ຫຼື ການລະເມີດກົດໝາຍ ທີ່ຕິດພັນກັບການເສຍ ຫຼື ການມອບຄ່າທຳນຽມ ແລະ ຄ່າບໍລິການ ຂອງຕົນ;
  2. ໃຫ້ສິນບົນ ຫຼື ຄ່າຈ້າງລາງວັນ, ສົມຮູ້ຮ່ວມຄິດ ກັບພະນັກງານ-ລັດຖະກອນ ຫຼື ເຈົ້າໜ້າທີ່ຈັດເກັບແລະ ຄຸ້ມຄອງຄ່າທຳນຽມ ແລະ ຄ່າບໍລິການ ເອົາເງິນຂອງລັດ;
  3. ປອມແປງ ໃບເກັບເງິນ, ໃບຮັບເງິນ ຫຼື ເອກະສານອື່ນ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
  1. ນະໂຍບາຍຕໍ່ຜູ້ມີຜົນງານ

ພະນັກງານ-ລັດຖະກອນຂອງຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່ຮັບຜິດ ຊອບເກັບ ແລະ ຄຸ້ມຄອງລາຍຮັບຈາກຄ່າຄ່າທຳນຽມ ແລະ ຄ່າບໍລິການຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ຢ່າງຖືກຕ້ອງ, ປະກອບສ່ວນເຮັດໃຫ້ການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການ ໄດ້ມອບເຂົ້າງົບປະມານແຫ່ງລັດຕາມກຳນົດເວລາຈະໄດ້ຮັບການຍ້ອງຍໍຕາມກົດໝາຍ ແລະ ລະບຽບການ.

  1. ມາດຕາຕໍ່ຜູ້ລະເມີດ

ພະນັກງານ-ລັດຖະກອນຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ຮັບຜິດຊອບເກັບ ແລະ ຄຸ້ມຄອງລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ໄດ້ລະເມີດຂໍ້ຫ້າມ ແລະ ຂໍ້ຕົກລົງຕ່າງໆ ຂອງລັດຖະບັນຍັດປະທານປະເທດວ່າດ້ວຍການເກັບຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 022/ປປທ, ລົງວັນທີ 17 ມິຖຸນາ 2021 ຈະຖືກລົງວິໄນຕາມກົດໝາຍ ແລະ ລະບຽບການ ພ້ອມທັງພິຈາລະນາຄວາມຮັບຜິດຊອບທາງບໍລິຫານຂອງຜູ້ເປັນຫົວໜ້າກົມ, ກອງ, ສະຖາບັນ ພາຍໃນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງດ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ ລວມທັງການໃຊ້ແທນຄ່າເສຍຫາຍທາງແພ່ງຕາມທີ່ຕົນໄດ້ກໍ່ຂື້ນ.

  1.  ຜົນສັກສິດ

ຄຳແນະນຳສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ວັນລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະບານ ສິບຫ້າ ວັນ.

ລັດຖະມົນຕີ

                                                                                  

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ວ່າດ້ວຍການເກັບຄ່າທໍານຽມ ແລະ ຄ່າບໍລິການ ຂະແໜງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເລກທີ 3662/ກຊສ, ລົງວັນທີ 03 ສິງຫາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.