ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງໂຍທາທິການ ແລະ ຂົນສົ່ງ

ພະແນກ ຍທຂ ນະຄອນຫຼວງວຽງຈັນ

ເລກທີ: 6019/ຍທຂ.ນວ

ນະຄອນຫຼວງວຽງຈັນ, ວັນທີ 30/8/2021

 

ແຈ້ງການ

ເຖິງ:    ບັນດາ ທ່ານຜູ້ປະກອບການຫົວໜ່ວຍທຸລະກິດ, ບໍລິສັດ, ສະມາຄົມຂົນສົ່ງສິນຄ້າຂ້າມແດນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາ ໃນນະຄອນຫຼວງວຽງຈັນ.

ເລື່ອງ:   ການຂົນສົ່ງສິນຄ້າ ຜ່ານຂົວມິດຕະພາບ ລາວ - ໄທ ແຫ່ງທີ 1 ໃນໄລຍະສືບຕໍ່ປ້ອງກັນ,ຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

-               ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 046/ຈນວ, ລົງວັນທີ 28/01/2021 ວ່າດ້ວຍການປັບປຸງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດຈາກເຊື້ອໂລກສາຍພັນໃໝ່ ໂຄວິດ-19 ຂັ້ນນະຄອນຫຼວງ.

-               ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າການກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 19145/ຍທຂ, ລົງວັນ ທີ 24/08/2018 ວ່າດ້ວຍພາລະບົດບາດ ແລະ ການເຄື່ອນໄຫວ ພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງວຽງຈັນ.

-               ອີງຕາມ ແຈ້ງການຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ກ່ຽວກັບການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການລະບາດຂອງພະຍາດໂຄວິດ-19.

-                ອີງຕາມ ຫນັງສືທາງລັດຖະການ ຂອງຫ້ອງວ່າການນະຄອນຫຼວງວຽງຈັນ ສະບັບເລກທີ 1146/ຫວນວ, ລົງວັນທີ 16 ສິງຫາ 2021.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ໃນການສະກັດກັ້ນ, ຄວບຄຸມ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 (COVID-19), ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໃນນາມໜ່ວຍງານ ອໍານວຍການຂົນສົ່ງ ດ້ານອຸດສາຫະກໍາ ແລະ ການຄ້າ, ຄະນະສະເພາະກິດ ໂຄວິດ-19 ຂັ້ນນະຄອນຫຼວງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບ ແລະ ປະຕິບັດດັ່ງນີ້:

1.                  ການຂົນສົ່ງສິນຄ້າເຂົ້າ-ອອກ, ຜ່ານແດນ ຂົງເຂດຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ປະຕິບັດຄື:

ກ.         ສໍາລັບລົດຂົນສົ່ງສິນຄ້າປະເພດທີ່ຕ້ອງໃດ້ຮັບການຄ່ຽນຖ່າຍຢູ່ສາງສິນຄ້າຊາຍແດນປະກອບມີ:

1.       ເຄື່ອງອຸປະໂພກ, ບໍລິໂພກ ແລະ ນໍາເຂົ້າທົ່ວໄປ ທີ່ເຂົ້າມາດິນແດນ ຂອງ ສປປ ລາວ ຕ້ອງນໍາສົ່ງສິນຄ້າໄປລົງຈຸດຄ່ຽນຖ່າຍ ຂອງເຈົ້າໜ້າທີ່ກໍານົດຢູ່ດ່ານຊາຍແດນ ເບື້ອງລາວ, ພາຍຫຼັງເອົາສິນຄ້າລົງແລ້ວ ໃຫ້ກັບຄືນທັນທີ.

ຂ.         ສໍາລັບສິນຄ້າປະເພດທີ່ອະນຸຍາດໃຫ້ເຂົ້າມາຮອດປາຍທາງໄດ້ເລີຍໂດຍບໍ່ຕ້ອງມີການຄ່ຽນຖ່າຍປະກອບມີ:

1.         ສິນຄ້າປະເພດແກ້ວ, ສິນຄ້າກະສິກໍາ, ອາຫານສັດທີ່ເນົ່າເປື່ອຍໄວ, ເຄື່ອງກະໂລ່ສຸຂະພັນ ແລະ ສິນຄ້າປະ ເພດທີ່ມາເປັນຕູ້ຄອນເທນເນີ (ມາເປັນລ໋ອດດຽວ)

2.       ສິນຄ້າປະເພດນໍ້າມັນເຊື້ອໄຟ, ສິນຄ້າທາດແຫຼວ, ອາຍແກັດ, ສານເຄມີ, ຢາງປູທາງ, ສິນຄ້າອັນຕະລາຍ,

ສິນຄ້າກະສິກໍາປະເພດບູດເນົ່າໄວ (ສັດທີ່ມີຊີວິດ, ຊີ້ນແຊ່ແຂງ, ຫມາກໄມ້ສົດ ແລະ ອື່ນໆ).

          3.       ສິນຄ້າປະເພດທີ່ມາຮັບໃຊ້ໃຫ້ແກ່ເຂດເສດຖະກິດພິເສດ ໃນນະຄອນຫຼວງວຽງຈັນ.

4.       ສິນຄ້ໍາປະເພດວັດຖຸການຜະລິດເພື່ອສົ່ງອອກຄືນ, ທີ່ໄດ້ຮັບການຍົກເວັ້ນພາສີອາກອນ ຕາມນະໂຍບາຍຂອງ ລັດຖະບານ ແລະ ວັດຖຸອຸປະກອນ, ເຄື່ອງຈັກຜະລິດ ເພື່ອມາຮັບໃຊ້ໂຄງການລັດຖະບານເຊັ່ນ: ໂຄງການ ກໍ່ສ້າງທາງລົດໄຟລາວ-ຈີນ, ເຂື່ອນໄຟຟ້າ, ເຄື່ອງຊ່ວຍເຫຼືອ ທາງດ້ານອຸປະກອນການແພດ ເພື່ອຮັບມືກັບ ການລະບາດພະຍາດ ແລະ ໄພພິບັດ ທີ່ບໍ່ສາມາດຄ່ຽນຖ່າຍ ຫຼື ມີຄວາມສ່ຽງດ້ານຄວາມປອດໄພໃນການຄ່ຽນຖ່າຍ ແມ່ນອະນຸຍາດໃຫ້ລົດຂົນສົ່ງຂອງຕ່າງປະເທດເຂົ້າມາຮອດປາຍທາງໄດ້  ພາຍຫຼັງເອົາສິນຄ້າລົງແລ້ວໃຫ້ກັບຄືນທັນທີ.

2.                  ມາດຕະການປ້ອງກັນ ຄວບຄຸມ, ສະກັດກັ້ນ ການລະບາດພະຍາດໂຄວິດ-19

ກ.       ສໍາລັບບໍລິສັດ ແລະ ຕົວແທນຂົນສົ່ງສິນຄ້າ:

-               ການຂົນສົ່ງສິນຄ້າທີ່ໄດ້ຮັບອະນຸຍາດໃຫ້ໄປເຖິງຈຸດປາຍທາງເລີຍ ຕ້ອງໄດ້ຮັບການຢັ້ງຢືນຈາກໜ່ວຍງານຂົນສົ່ງ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າຈາກຕ່າງປະເທດ ເຊິ່ງມີຂໍ້ມູນ ການກໍານົດເສັ້ນທາງຂອບເຂດສາງສິນຄ້າປາຍທາງ, ຕົ້ນທາງ-ປາຍທາງ ຂົນສົ່ງສິນຄ້າ, ມີຫນັງສືຢັ້ງຢືນຂອງສິນຄ້າ ຫຼື ຕົວແທນຢູ່ ສປປ ລາວ ຫຼື ເຈົ້າຂອງໂຄງການ, ລະບຸມາດຕະການ ໃນການກິນ, ຢູ່, ພັກ-ເຊົ້າ ຂອງຄົນຂັບລົດ.

ຂ        ສໍາລັບຄົນຂັບລົດຂົນສົ່ງສິນຄ້າ:

-               ໂຊເຟີລົດ ທີ່ເຂົ້າມາດ່ານຊາຍແດນຂົວມິດຕະພາບ ລາວ-ໄທ 1 ຕ້ອງມີໜັງສືຢັ້ງຢືນຜົນຂອງການກວດຫາເຊື້ອ ພະຍາດໂຄ ວິດ-19 ເປັນລົບ ຢ່າງຫນ້ອຍ 72 ຊົ່ວໂມງ ແລະ ສາມາດນໍາໃຊ້ໄດ້ພາຍໃນ 7 ວັນ, ຖ້າເກີນຜູ້ກ່ຽວຈະຕ້ອງໄດ້ກວດຄືນອີກ,

-               ຕ້ອງມີໃບຢັ້ງຢືນໃດ້ຮັບການສັກວັກຊີນຄົບໂດສ ຕາມສາທາກໍານົດໄວ້.

-               ຕ້ອງຕິດຕັ້ງບໍລິການ ລາວ ສູ້ສູ້ ຜ່ານໂປແກຣມ Lao KYC, ພ້ອມກັນນັ້ນ ຢູ່ດ່ານຊາຍແດນຂົວມິດຕະພາບ ລາວ-ໄທ 1 ຕ້ອງສ້າງ ແລະ ຕິດ QR Code ເພື່ອໃຫ້ໂຊເຟີ ສະແກນເວລາເດີນທາງເຂົ້າມາ ແລະ ກ່ອນເຂົ້າໃຊ້ບໍລິການຕາມຈຸດຕ່າງໆ.

-               ກໍລະນີພິເສດ, ຖ້າມີຄວາມຈໍາເປັນຕ້ອງມີຜູ້ຕິດຕາມມານໍາລົດ, ຕ້ອງໄດ້ມີການພິຈາລະນາສະເພາະ.

3.                  ສະເໜີໃຫ້ຄະນະຄຸ້ມຄອງຂົວມິດຕະພາບລາວ-ໄທ 1 ເຊິ່ງປະກອບມີ: ຂະແໜງສາທາ (ແພດປະຈໍາດ່ານ). ເຈົ້າຫນ້າທີ່ພາສີ, ເຈົ້າຫນ້າທີ່ ຕມ, ຂະແຫນງກັກກັນ ປະຈໍາດ່ານຂົວມິດຕະພາບລາວ-ໄທ 1, ເປັນຜູ້ຕິດຕາມກວດກາ ແລະ ອະນຸຍາດຜ່ານດ່ານຂົວມິດຕະພາບຢູ່ຈຸດດ່ານ ໃຫ້ປະຕິບັດຢ່າງເຂັ້ມງວດ.

4.        ສໍາລັບສິນຄ້າທີ່ບໍ່ສາມາດປ່ຽນຖ່າຍຫົວລາກໄດ້ ກ່ອນຈະນໍາເຂົ້າສົ່ງສິນຄ້າໄປເຖິງປາຍທາງຕ້ອງໄດ້ຜ່ານການກວດກາຢ່າງລະອຽດ ແລະ ໄດ້ຮັບອະນຸຍາດຈາກທາງຫນ້າໜ່ວຍງານຂົນສົ່ງ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າຈາກຕ່າງປະເທດ ຈາກຂະແໜງຂົນສົ່ງ ພະແນກ ຍທຂ ນວ ປະຈໍາຢູ່ສາງສິນຄ້າເສຍກ່ອນ ຈຶ່ງສາມາດນໍາເຂົ້າໄດ້.

5.                  ຜູ້ປະກອບການຂົນສົ່ງສິນຄ້າຂ້າມແດນ ພາຍໃນ ແລະ ຕ່າງປະເທດປະຕິບັດຕາມແຈ້ງການແນະນໍາຕ່າງໆ ຂອງທາງພາກລັດ ກໍ່ຄື ຂອງທາງນະຄອນຫຼວງວຽງຈັນ ແລະ ລັດຖະບານຢ່າງເຂັ້ມງວດ.

6.                  ແຈ້ງການສະບັບນີ້ແມ່ນນໍາໃຊ້ຊົ່ວຄາວ ຖ້າມີການປ່ຽນແປງຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ຫົວຫນ້າພະແນກ ຍທຂ ນະຄອນຫຼວງວຽງຈັນ

ຫົວຫນ້າຫນ່ວຍງານ ອໍານວຍການຂົນສົ່ງ ດ້ານອຸດສາຫະກໍາ ແລະ ການຄ້າ, ຄະນະສະເພາະກິດ ໂຄວິດ-19 ຂັ້ນນະຄອນຫຼວງ

ສຸລິວັນ ພົມມະຫາໄຊ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບການຂົນສົ່ງສິນຄ້າ ຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ເລກທີ 6019/ຍທຂ.ນວ, ລົງວັນທີ 30 ສິງຫາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.