ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງສາທາລະນະສຸກ

ເລກທີ 1101/ສທ

ນະຄອນຫລວງວຽງຈັນ, ວັນທີ 24/9/2021

 

ຄໍາສັ່ງ

ວ່າດ້ວຍການນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19

 

          ເຖີງ:  ບັນດາທ່ານ ຜູ້ອຳນວຍການ​ໂຮງໝໍ​ຂັ້ນ​ສູນ​ກາງ, ຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ, ຜູ້ອຳນວຍການໂຮງໝໍ​ໃນ​ແຕ່ລະ​ຂັ້ນ, ຜູ້ປະກອບການ ທັງ​ພາກ​ລັດ ​ແລະ ເອກະຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ.

 

  • ອີງຕາມ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງ ເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;
  • ອີງຕາມ ກົດໝາຍວ່າດ້ວຍການປິ່ນປົວ ສະບັບປັບປຸງ ເລກທີ 017/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງ​ຕາມ ຄໍາ​ສັ່ງຂອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ສະບັບ​ເລກທີ 0246/ສທ, ລົງ​ວັນ​ທີ 03 ມີນາ 2020;
  • ອີງຕາມ ສະພາບການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນໂລກ ແລະ ຢູ່ ສປປ ລາວ ໃນປະຈຸບັນ.

 

ປະຈຸບັນ, ກະຊວງສາທາລະນະສຸກ ໄດ້ສຸມໃສ່ວຽກງານການເຝົ້າລະວັງ ແລະ ປິ່ນປົວພະຍາດ COVID-19 ຢ່າງເຂັ້ມງວດເນື່ອງ​ຈາກ​ການລະບາດ ມີ​ທ່າອ່ຽງ​ເພີ້​ມຂື້ນ​ກະຈາຍຢູ່​ຫຼາຍ​ແຂວງ​​ ເຊີ່ງ​ພົບຈຳນວນຜູ້​ຕິດ​ເຊື້ອ​ເພີ່ມ​ຂື້ນ ​ແລະ ​ແຜ່​ລາມ​ອອກ​ໄປສູ່ຊຸມ​ຊົນ, ໃນການວິເຄາະ ເພື່ອຊອກຫາການຕິດເຊື້ອພະຍາດ COVID-19 ​ແມ່ນ​ໄດ້ນໍາໃຊ້​ເຄື່ອງ Real Time Polymerase Chain Reaction (RT-PCR) ທີ່ສາມາດຢັ້ງຢືນການບົ່ງມະຕິພະຍາດທີ່ມີຄວາມຊັດເຈນສູງ ນອກຈາກນັ້ນ, ກໍ່ແມ່ນການນໍາໃຊ້ເຄື່ອງທົດສອບແບບໄວ (AgRDT).

ສະນັ້ນ, ເພື່ອເຮັດໃຫ້ວຽກງານການເຝົ້າລະວັງ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດ COVID-19 ໂດຍສະເພາະ ວຽກງານການກວດວິເຄາະ ໃນການນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ສາມາດຄົ້ນຫາຜູ້ຕິດເຊື້ອ ໄດ້ຢ່າງທັນການ ແລະ ສອດຄ່ອງກັບລະບຽບກົດໝາຍ ແລະ ນະໂຍບາຍ ຂອງລັດຖະບານ.

 

ລັດຖະມົນຕີ ຈຶ່ງໄດ້ອອກຄໍາສັ່ງ ດັ່ງນີ້:

 

  1. ອະນຸຍາດໃຫ້ນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ສໍາລັບພາກລັດ ທີ່ມີເງື່ອນໄຂ ແລະ ປະຕິບັດຕາມຍຸດທະສາດ ການສ້າງຂີດຄວາມສາມາດຂອງການກວດວິເຄາະ ຂອງກະຊວງສາທາລະນະສຸກ.
  2. ຄົ້ນຄວ້າ ແລະ ພິຈາລະນາ ອະນຸຍາດການນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ສໍາລັບຂົງເຂດໂຄງການພັດທະນາຂອງລັດຖະບານ ແລະ ເຂດອຸດສາຫະກໍາທີ່ມີແຮງງານເປັນຈໍານວນຫຼາຍ ມີເງື່ອນໄຂໃນການກວດ, ໄດ້ຜ່ານ  ການອົບຮົມ, ຜ່ານການປະເມີນຄວາມສາມາດ ໂດຍກະຊວງສາທາລະນະສຸກ, ພ້ອມທັງເປັນເຈົ້າການໃນການຈັດຕັ້ງປະຕິບັດ ຕາມຍຸດທະສາດການສ້າງຂີດຄວາມສາມາດຂອງການກວດວິເຄາະ ຂອງກະຊວງສາທາລະນະສຸກ.
  3. ຫ້າມບຸກຄົນ ຫຼື ນິຕິບຸກຄົນ ນໍາເຂົ້າເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19 ມາຈໍາໜ່າຍຢູ່ໃນ ສປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຢ່າງເດັດຂາດ.
  4. ຫ້າມບຸກຄົນ ​ແລະ ບັນດາສະຖານທີ່ບໍລິການພາກເອກະຊົນ ໃນຂອບເຂດທົ່ວປະເທດ ນໍາໃຊ້ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19 ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາ     ລະນະສຸກ ຢ່າງເດັດຂາດ.
  5. ຖ້າບຸກຄົນ ຫຼື ພາກສ່ວນໃດ ຫາກລະເມີດຄໍາສັ່ງສະບັບນີ້ ຈະຖືກກ່າວເຕືອນ, ອາຍັດ, ປັບໄໝ ແລະ ລົງໂທດຕາມລະບຽບກົດໝາຍ ທີ່​ໄດ້​ກຳນົດ​ໄວ້ຢ່າງເຂັ້ມງວດ.
  6. ໃນກໍລະນີພົບເຫັນການນໍາໃຊ້ເຄື່ອງດັ່ງກ່າວ ໃນສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດ ໃຫ້ແຈ້ງມາຍັງການຈັດຕັ້ງກ່ຽວຂ້ອງຂອງກະຊວງສາທາລະນະສຸກ ຫຼື ລາຍງານໃຫ້ສາຍດ່ວນ 165 ຫຼື 166.
  7. ສຳລັບເຄື່ອງກວດວິເຄາະ AgRDT ທີ່ອະນຸຍາດນໍາເຂົ້າຕ້ອງຢຸ່ໃນບັນຊີລາຍການຮັບຮອງຄຸນນະພາບ ຈາກອົງການອະນາໄມໂລກ (EUL) https://extranet.who.int/pqweb/sites/default/files/documents/210430 _EUL_SARS-CoV-2_product_list.pdf ​ແລະ ​ໄດ້​ຜ່ານ​ການ​ຮັບຮອງ​ໂດຍ​ອົງການ​ຄຸ້ມ​ຄອງ​ດ້ານ​ຢາ​ຂອງ​ບາງ​ປະ​ເທດ ​ທີ່​ມີ​ຄວາມ​ເຂັ້ມ​ແຂງ Stringent Regulatory Authorities (SRAs) ​​ແລະ ປະເທດຈີນ.
  8. ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນ ສະບັບເລກທີ 0246/ສທ, ລົງວັນທີ 03 ມີນາ 2020.

 

ລັດຖະມົນຕີ

ປອ.ດຣ. ບຸນແຝງ ພູມມາໄລສິດ

# ຫົວຂໍ້ ດາວໂຫຼດ
1 ຄໍາສັ່ງ ວ່າດ້ວຍການນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19, ເລກທີ 1101/ສທ, ລົງວັນທີ 24 ກັນຍາ 2021. PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຂໍອະນຸຍາດນໍາເຂົ້າ - ເຄື່ອງທົດສອບແບບໄວ (AgRDT) ຕ້ອງໄດ້ຮັບອະນຸມັດ ກະຊວງ ສາທາລະນະສຸກ ບຸກຄົນ ຫຼື ນິຕິບຸກຄົນ ທີ່ຕ້ອງການນໍາເຂົ້າ ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດໂຄວິດ-19ມາຈໍາໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຮັບອະນຸຍາດຈາກກະຊວງສາທາລະນຸສກ ໂດຍຜ່ານກົມອາຫານ ແລະ ຢາ ຄໍາສັ່ງ ວ່າດ້ວຍການນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ ເຄື່ອງທົດສອບແບບໄວ (AgRDT) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດ COVID-19, ເລກທີ 1101/ສທ, ລົງວັນທີ 24 ກັນຍາ 2021. 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.