ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກົມພາສີ

ເລກທີ 947/ພສປ

ພະແນກ ພສປ

ນະຄອນຫຼວງວຽງຈັນ, ວັນທີ 11 ຕຸລາ 2021

ແຈ້ງການ

ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ນະຄອນຫຼວງວຽງຈັນ.

ເລື່ອງ: ການແກ້ໄຂ ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ທີ່ມີໄວ້ໃນຄອບຄອງ, ນຳໃຊ້ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ: 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ຂໍ້ຕົກລັງຂອງກະຊວງການເງິນ ສະບັບເລກທີ 2059/ກງ, ລົງວັນທີ 29 ເມສາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ແຈ້ງການແນະນຳຂອງກົມພາສີ ສະບັບເລກທີ 05041/ກພສ, ລົງວັນທີ 8 ຕຸລາ 2021 ກ່ຽວກັບ ການຂຶ້ນບັນຊີ ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ທີ່ມີໄວ້ໃນຄອບຄອງ, ນຳໃຊ້ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃນຂອບເຂດທົ່ວປະເທດ.

ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຂໍແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ພາຍໃນ ນະຄອນຫຼວງວຽງຈັນ ຜູ້ທີ່ຄອບຄອງ, ນຳໃຊ້ຍານພາຫະນະນຳເຂົ້າບໍ່ຖືກຕ້ອງ ໃຫ້ນຳເອົາເອກະສານ ແລະ ຍານພາຫະນະຕົວຈິງ ມາແຈ້ງຂຶ້ນບັນຊີ ກັບພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເພື່ອເກັບກຳຂໍ້ມູນ ທີ່ໄດ້ມາຂອງຍານພາຫະນະ ແລະ ກວດກາສະພາບເຕັກນິກ ຍານພາຫະນະຕົວຈິງ ເພື່ອແກ້ໄຂ ເສຍພາສີ-ອາກອນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.

           ກຳນົດເວລາຮັບແຈ້ງຂຶ້ນບັນຊີ ຍານພາຫະນະ ແມ່ນເລີ່ມແຕ່ວັນທີ 12 ຕຸລາ 2021 ຫາ 05 ພະຈິກ 2021. ຖ້າມາແຈ້ງເກີນເວລາທີ່ກຳນົດໄວ້ ຫຼື ເຈົ້າໜ້າທີ່ກວດກາ, ຢຶດຍານພາຫະນະ ຈະຖືກປະຕິບັດມາດຕະການບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ.

          ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດດ້ວຍ.

 

ຫົວໜ້າພະແນກ

ກໍລະກັນ ສະຣິດທິລາດ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບການແກ້ໄຂ ຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ທີ່ມີໃວ້ໃນຄອບຄອງ, ນໍາໃຊ້ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ເລກທີ 947/ພສປ, ລົງວັນທີ 11 ຕຸລາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.