ສາລະບານ

ມາດຕາ 1 ຈຸດປະສົງ 1

ມາດຕາ 2 ການອະທິບາຍຄໍາສັບ.. 1

ມາດຕາ 3 ການພັດທະນາວຽກງານພາສີເປັນທັນສະໄໝ... 3

ມາດຕາ 4 ມູນຄ່າແຈ້ງພາສີ.. 3

ມາດຕາ 5 ການຈັດລະຫັດສິນຄ້າ, ເຄື່ອງຂອງ 8

ມາດຕາ 6 ການກວດກາແຫຼ່ງກໍາເນີດສິນຄ້າ 8

ມາດຕາ 7 ຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ 9

ມາດຕາ 8 ການຄຸ້ມຄອງຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ 10

ມາດຕາ 9 ການຄຸ້ມຄອງ ການຂົນສົ່ງໂດຍສານ ແລະ ສິນຄ້າ ຂາເຂົ້າ-ຂາອອກ ຜ່ານທາງລົດໄຟ.. 10

ມາດຕາ 10 ລະບຽບການທາງພາສີ, ການຄວບຄຸມ ແລະ ການສິ້ນສຸດການຄວບຄຸມທາງພາສີ.. 10

ມາດຕາ 11 ການແຈ້ງພາສີ.. 11

ມາດຕາ 12 ການແຈ້ງພາສີໂດຍສັງເຂບ.. 12

ມາດຕາ 13 ການແຈ້ງພາສີເປັນລາຍລະອຽດ.. 12

ມາດຕາ 14 ການກວດກາ, ການຮັບຮອງການແຈ້ງ ແລະ ການກວດປ່ອຍ ສິນຄ້າ, ເຄື່ອງຂອງ ອອກສາງ ຫຼື ດ່ານພາສີ.. 14

ມາດຕາ 15 ອັດຕາແລກປ່ຽນ.. 18

ມາດຕາ 16 ວິທີຄິດໄລ່ ຄ່າພາສີ-ອາກອນ ແລະ ພັນທະອື່ນ.. 18

ມາດຕາ 17 ການຄຸ້ມຄອງ ແລະ ມາດຕະການຄ້ຳປະກັນ.. 19

ມາດຕາ 18 ການຄວບຄຸມ ແລະ ກວດກາເຄື່ອງຂອງຕິດຕົວຜູ້ໂດຍສານ.. 22

ມາດຕາ 19 ການຄຸ້ມຄອງ ແລະ ມາດຕະການ ກ່ຽວກັບເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ.. 23

ມາດຕາ 20 ການແຈ້ງສິນຄ້າ, ເຄື່ອງຂອງ ທາງໄປສະນີ ແລະ ສັ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ.. 24

ມາດຕາ 21 ການຄຸ້ມຄອງການເຂົ້າ-ອອກ ຂອງຍານພາຫະນະ ທ່ອງທ່ຽວຢ້ຽມຢາມ ແລະ ຂົນສົ່ງສິນຄ້າ 26

ມາດຕາ 22 ສິນຄ້າ, ເຄື່ອງຂອງປະເພດຄວບຄຸມ.. 27

ມາດຕາ 23 ຫຼັກການຜ່ານແດນ.. 27

ມາດຕາ 24 ການຄໍ້າປະກັນການເຄື່ອນຍ້າຍ ສິນຄ້າຜ່ານແດນສາກົນ.. 28

ມາດຕາ 25 ການຄຸ້ມຄອງການຂົນສົ່ງສິນຄ້າ, ເຄື່ອງຂອງ ຜ່ານແດນສາກົນ.. 29

ມາດຕາ 26 ການຄ່ຽນຖ່າຍສິນຄ້າຜ່ານແດນສາກົນ.. 30

ມາດຕາ 27 ການຄຸ້ມຄອງສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າເພື່ອສົ່ງອອກຕໍ່.. 31

ມາດຕາ 28 ການຄວບຄຸມສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່.. 31

ມາດຕາ 29 ການຄຸ້ມຄອງການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ພາຍໃນອານາເຂດພາສີ.. 32

ມາດຕາ 30 ສາງພາສີ.. 32

ມາດຕາ 31 ສາງເກັບມ້ຽນສິນຄ້າຊົ່ວຄາວ.. 33

ມາດຕາ 32 ສາງອຸດສາຫະກໍາ 33

ມາດຕາ 33 ສາງພິເສດ.. 34

ມາດຕາ 34 ສາງພາງ 34

ມາດຕາ 35 ສາງນິຕິບຸກຄົນ.. 34

ມາດຕາ 36 ຄວາມຮັບຜິດຊອບຂອງຜູ້ປະກອບການກິດຈະການສາງ 35

ມາດຕາ 37 ມາດຕະການຄຸ້ມຄອງສິນຄ້າໃນລະບົບສາງພາສີ.. 35

ມາດຕາ 38 ການຫັກຄ່າໃຊ້ຈ່າຍໃນການສະສາງຄະດີ ແລະ ສິນຄ້າ, ເຄື່ອງຂອງ ຄ້າງສາງ 36

ມາດຕາ 39 ເຂດປອດພາສີ.. 36

ມາດຕາ 40 ການຄຸ້ມຄອງການນໍາເຂົ້າຊົ່ວຄາວ.. 36

ມາດຕາ 41 ການນຳເຂົ້າສິນຄ້າ, ເຄື່ອງຂອງ ເພື່ອການວາງສະແດງ, ການສຶກສາ ແລະ ການທົດລອງ 37

ມາດຕາ 42 ການຄຸ້ມຄອງ ວັດຖຸສິ່ງຂອງ ນໍາເຂົ້າເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ, ຫຸ້ມຫໍ່ ຫຼື ສ້ອມແປງ 38

ມາດຕາ 43 ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ຕາມນະໂຍບາຍສົ່ງເສີມການລົງທຶນ.. 39

ມາດຕາ 44 ການຄຸ້ມຄອງ ການນຳເຂົ້າ ວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ.. 40

ມາດຕາ 45 ການນຳເອົາສິນຄ້າ, ເຄື່ອງຂອງ ອອກນອກປະເທດເປັນການຊົ່ວຄາວ.. 41

ມາດຕາ 46 ມາດຕະການໃນການແຈ້ງພາສີ ກ່ຽວກັບສິນຄ້າ, ເຄື່ອງຂອງ ເພື່ອຮັບໃຊ້ໂຄງການຂອງລັດ.. 41

ມາດຕາ 47 ການຍົກເວັ້ນ ຫຼື ງົດເກັບພາສີ ທາງການທູດ ແລະ ອົງການຈັດຕັ້ງສາກົນ.. 42

ມາດຕາ 48 ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນ.. 42

ມາດຕາ 49 ການຍົກເວັ້ນພາສີ ສໍາລັບ ແນວພັນພືດ, ແນວພັນສັດ, ນໍ້າເຊື້ອສັດ, ວັກຊີນກັນພະຍາດສັດ.. 43

ມາດຕາ 50 ການສະເໜີຂໍເງິນຄືນ.. 43

ມາດຕາ 51 ການເລື່ອນຊໍາລະຄ່າພາສີ.. 44

ມາດຕາ 52 ການກວດສອບຄືນການແຈ້ງພາສີ.. 44

ມາດຕາ 53 ຂໍ້ມູນ ແລະ ຖານຂໍ້ມູນສະຖິຕິທາງພາສີ.. 46

ມາດຕາ 54 ອານາເຂດພາສີ.. 47

ມາດຕາ 55 ການເຄື່ອນໄຫວໃນວົງລັດສະໝີ ແລະ ນອກວົງລັດສະໝີພາສີ.. 47

ມາດຕາ 56 ການດໍາເນີນຄະດີຕໍ່ການກະທໍາຜິດສະຖານໜັກລະດັບທີສອງ 48

ມາດຕາ 57 ການຮັກສາຂອງກາງ 49

ມາດຕາ 58 ສິນຄ້າ, ເຄື່ອງຂອງ ທີ່ຕົກເປັນຂອງລັດ.. 49

ມາດຕາ 59 ການສົມຍອມ ແລະ ແກ້ໄຂຄະດີທາງພາສີ.. 50

ມາດຕາ 60 ຄ່າປັບໃໝ ແລະ ຂາຍເຄື່ອງຮິບ.. 50

ມາດຕາ 61 ການຍຶດສິນຄ້າ, ເຄື່ອງຂອງ 50

ມາດຕາ 62 ການປັບໃໝ... 51

ມາດຕາ 63 ການຈັດຕັ້ງປະຕິບັດ.. 53

ມາດຕາ 64 ຜົນສັກສິດ.. 53

 

 

                        

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ເລກທີ 3269/ກງ
ນະຄອນຫຼວງວຽງຈັນ, ວັນທີ 27/7/2021
    
ຄໍາແນະນຳ
ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ

-    ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2020;
-    ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 8 ພຶດສະພາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
-    ອີງຕາມ ການຄົ້ນຄວ້າ ນຳສະເໜີຂອງກົມພາສີ ສະບັບເລກທີ 03084/ກພສ, ລົງວັນທີ 9/7/2021.

ລັດຖະມົນຕີກະຊວງການເງິນ ອອກຄໍາແນະນຳ ດັ່ງນີ້:

ມາດຕາ 1 ຈຸດປະສົງ
ຄໍາແນະນຳສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມີຖຸນາ 2020 ແນໃສ່ເຮັດໃຫ້ລັດຖະການພາສີ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການເກັບຮັກສາ, ການຄ່ຽນຖ່າຍ, ການເຂົ້າ-ອອກ ຂອງຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ການດໍາເນີນຄະດີທາງພາສີ ມີຄວາມຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດກົດໝາຍ ຢ່າງຖືກຕ້ອງ, ເຂັ້ມງວດ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 2 ການອະທິບາຍຄໍາສັບ
ບັນດາຄໍາສັບທີ່ນໍາໃຊ້ໃນຄໍາແນະນໍາສະບັບນີ້ ມີຄວາມໝາຍ ດັ່ງນີ້:
1.    ຄ່າພັນທະອື່ນ ໝາຍເຖິງ ຄ່າອາກອນຊົມໃຊ້, ອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ຄ່າທໍານຽມ, ຄ່າບໍລິການ ແລະ ຄ່າອື່ນ ຕາມລະບຽບການ;
2.    ການແຈ້ງພາສີທາງເອເລັກໂຕຣນິກ ໝາຍເຖິງ ການແຈ້ງພາສີແບບອັດຕະໂນມັດ ດ້ວຍລະບົບທັນສະໄໝ ທີ່ນໍາໃຊ້ເຂົ້າໃນການຄຸ້ມຄອງການແຈ້ງພາສີ ຊຶ່ງມີການພັດທະນາ ແລະ ນໍາໃຊ້ໃນແຕ່ລະໄລຍະ; 
3.    ລະບົບເກັບກຳຂໍ້ມູນທາງເອເລັກໂຕຣນິກ ໝາຍເຖິງ ລະບົບທີ່ລັດຖະການພາສີຄຸ້ມຄອງນໍາໃຊ້ ເພື່ອປະຕິບັດລະບຽບການທາງພາສີ, ເຊື່ອມຕໍ່ ແລະ ແລກປ່ຽນ ຂໍ້ມູນກ່ຽວກັບການນໍາເຂົ້າ-ສົ່ງອອກ ທີ່ຕິດພັນກັບພາກສ່ວນອື່ນທີ່ກ່ຽວຂ້ອງ;
4.    ລະບົບການແຈ້ງພາສີທາງເອເລັກໂຕຣນິກ ໝາຍເຖິງ ລະບົບທີ່ອໍານວຍຄວາມສະດວກ ໃນການດໍາເນີນການແຈ້ງພາສີ ໃຫ້ຖືກຕ້ອງ, ຄົບຖ້ວນ, ວ່ອງໄວ ແລະ ສາມາດກວດກາໄດ້ ຕາມລະບຽບການ;
5.    ການກວດກາສະເພາະ ໝາຍເຖິງ ການກວດກາສິນຄ້າທີ່ ນໍາເຂົ້າ-ສົ່ງອອກ ທາງດ້ານຄຸນນະພາບ, ສຸຂານາໄມ, ສຸຂານາໄມພືດ ແລະ ສັດ, ວັດທະນະທໍາ ແລະ ວັດຖຸອັນຕະລາຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;
6.    ເສັ້ນທາງສະເພາະ ໝາຍເຖິງ ເສັ້ນທາງທີ່ລັດຖະການພາສີກຳນົດ ໃນການຂົນສົ່ງສິນຄ້າເຂົ້າ-ອອກ ແລະ ເຄື່ອນຍ້າຍພາຍໃນປະເທດ;
7.    ການສັບປ່ຽນຍານພາຫະນະຂົນສົ່ງ ໝາຍເຖິງ ການປ່ຽນຍານພາຫະນະຂົນສົ່ງສິນຄ້າ ຈາກຍານພາ ຫະນະຂົນສົ່ງໜຶ່ງ ທີ່ຂົນສິນຄ້າເຂົ້າມາໃນປະເທດ ໄປຍັງຍານພາຫະນະຂົນສົ່ງອື່ນ ຫຼື ການສັບປ່ຽນຫົວລາກ-ຫາງລາກ ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ;
8.    ການຄໍ້າປະກັນແບບຖ້ຽວດຽວ ໝາຍເຖິງ ການຄໍ້າປະກັນເປັນຖ້ຽວ ເພື່ອຄວບຄຸມການຜ່ານແດນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ໜຶ່ງຄັ້ງ, ມູນຄ່າຂອງການຄ້ຳປະກັນຕໍ່ຖ້ຽວ ແມ່ນເທົ່າກັບຄ່າພາສີ-ອາກອນ ແລະ/ຫຼື ຄ່າພັນທະອື່ນ;
9.    ການຄໍ້າປະກັນແບບຫຼາຍຖ້ຽວ ໝາຍເຖິງ ການຄ້ຳປະກັນຄັ້ງດຽວຕໍ່ຫຼາຍຖ້ຽວ ເພື່ອຄວບຄຸມການຜ່ານແດນ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ມີອາຍຸຄໍ້າປະກັນສູງສຸດບໍ່ເກີນ 1 ປີ;
10.    ຄ່າໃຊ້ຈ່າຍຕ່າງໆ ໝາຍເຖິງ ຄ່າໃຊ້ຈ່າຍທີ່ເກີດຂຶ້ນຕົວຈິງໃນການປະມູນຂາຍສິນຄ້າ, ເຄື່ອງຂອງ, ການປະມູນໃນການສະສາງສິນຄ້າຄ້າງສາງ ແລະ ການດໍາເນີນຄະດີທາງພາສີ;
11.    ແບບພິມການແຈ້ງພາສີ ໝາຍເຖິງ ບັນດາແບບພິມທີ່ກົມພາສີ ອອກແບບ, ຮັບຮອງ ແລະ ອະນຸຍາດໃຫ້ນໍາໃຊ້ເປັນແຕ່ລະໄລຍະ;
12.    ເອກະສານທາງພາສີ ໝາຍເຖິງ ເອກະສານທີ່ລັດຖະການພາສີນໍາໃຊ້ເຂົ້າໃນການຄຸ້ມຄອງ, ຄວບຄຸມ ແລະ ດໍາເນີນລະບຽບການທາງພາສີ ລວມທັງແບບພິມທີ່ລັດຖະການພາສີກໍານົດ ເຊັ່ນ: ແຈ້ງການ, ໜັງສືທາງລັດຖະການ, ໜັງສືອະນຸຍາດ, ແບບພິມໃບແຈ້ງພາສີເປັນລາຍລະອຽດ, ສັນຍາທີ່ເຊັນກັບລັດຖະການພາສີ ແລະ ໃບຢັ້ງຢືນການໄດ້ຮັບສິດທິພິເສດດ້ານອັດຕາພາສີ;
13.    ເງິນສົດ ໝາຍເຖິງ ທະນະບັດ ທີ່ເປັນສະກຸນເງິນຕ່າງໆ ຫຼື ເງິນຫຼຽນ;
14.    ວັດຖຸມີຄ່າ ໝາຍເຖິງ ເງິນ ຫຼື ຄໍາ ແທ່ງ, ເງິນ ຫຼື ຄໍາ ຮູບປະພັນ, ເພັດ, ພອຍ ແລະ ອື່ນໆ ທີ່ມີມູນຄ່າ ຫຼື ນໍາໃຊ້ເປັນພາຫະນະຊໍາລະກັບສາກົນໄດ້;
15.    ເຄື່ອງມືທາງດ້ານການເງິນ ໝາຍເຖິງ ເຄື່ອງມືທາງດ້ານການເງິນ ທີ່ສາມາດປ່ຽນເປັນເງິນໄດ້ (Bearer Negotiable Instrument-BNI) ປະກອບມີ ແຊັກເງິນສົດ (Cash Cheque), ປີ້ແລກເງິນ (Bill of Exchange), ສັນຍາໃຊ້ເງິນ (Promissory Note), ແຊັກເດີນທາງ (Traveller’s Cheque), ພັນທະບັດ (Bearer Bond), ໃບສັ່ງຈ່າຍທາງໄປສະນີ (Money Order or Postal Order) ແລະ ອື່ນໆ ທີ່ເປັນເອກະສານແທນເງິນສົດ;
16.    ຍານພາຫະນະກົນຈັກໜັກ ໝາຍເຖິງ ຍານພາຫະນະກົນຈັກທີ່ນໍາໃຊ້ ໃນຂົງເຂດອຸດສາຫະກໍາຕ່າງໆ ເຊັ່ນ: ການກໍ່ສ້າງ, ການຂຸດຄົ້ນບໍ່ແຮ່, ການຍົກຍໍ ແລະ ຄ່ຽນຖ່າຍ, ການບົດໄມ້, ການຜະລິດເບຕົງ, ການປູພື້ນ, ການປູຢາງ, ການທັບມ້າງ, ການຜະລິດກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ, ການບໍລິການອາຄານ ແລະ ໂຍທາທິການ ແລະ ອະນາໄມຕົວເມືອງ ແລະ ອື່ນໆ ເປັນຕົ້ນ: ລົດຕັກ, ລົດຈົກ, ລົດດຸດ, ລົດຍົກຍໍ, ລົດຍົກ, ລົດກວາດ, ລົດໂລ, ຫົວລາກ-ຫາງລາກ, ລົດດາມ, ລົດນໍ້າ, ລົດກູ້ໄພຈະລາຈອນ, ລົດດັບເພີງ, ລົດຕູ້ແຊ່ເຢັນ, ລົດຂົນສົ່ງວັດຖຸອັນຕະລາຍ (ລົດຂົນສົ່ງນໍ້າມັນ, ລົດອາຍແກ໊ສ, ລົດຂົນສົ່ງສານເຄມີ) ແລະ ອື່ນໆ;
17.    ຕາປະທັບຄ່າຄວາມສ່ຽງ ໝາຍເຖິງ ຕາປະທັບທີ່ລັດຖະການພາສີນໍາໃຊ້ ສໍາລັບການບົ່ງບອກ ຄວາມສ່ຽງລະດັບຕ່າງໆ ໃນເວລາແຈ້ງພາສີເປັນລາຍລະອຽດ.


ມາດຕາ 3 ການພັດທະນາວຽກງານພາສີເປັນທັນສະໄໝ
ໃນການຊຸກຍູ້, ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນ, ມີສ່ວນຮ່ວມພັດທະນາລະບົບເຕັກໂນໂລຊີ ເພື່ອນໍາໃຊ້ເຂົ້າໃນການຄຸ້ມຄອງວຽກງານພາສີໃຫ້ທັນສະໄໝ, ມີປະສິດທິພາບ ແລະ ປະສິດທິຜົນຕາມທີ່ໄດ້ ກຳນົດໄວ້ໃນ ມາດຕາ 7 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້: 
1.    ຕ້ອງເຮັດບົດວິພາກເສດຖະກິດ-ເຕັກນິກ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການ ສະເໜີຕໍ່ກົມພາສີ ຫຼື ກະຊວງການເງິນ ເພື່ອພິຈາລະນາ;
2.    ລະບົບທີ່ສະເໜີພັດທະນາ ຕ້ອງສອດຄ່ອງກັບແຜນພັດທະນາວຽກງານຫັນເປັນທັນສະໄໝ ຂອງ ກະຊວງການເງິນ;
3.    ຕ້ອງຜ່ານຂະບວນການປະມູນໃນການຈັດຊື້ຈັດຈ້າງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຈັດຊື້ຈັດຈ້າງດ້ວຍງົບປະມານຂອງລັດ;
4.    ເຮັດສັນຍາພັດທະນາ, ຄຸ້ມຄອງນໍາໃຊ້ ແລະ ບໍາລຸງຮັກສາ ນໍາກົມພາສີ ຫຼື ກະຊວງການເງິນ.

ມາດຕາ 4 ມູນຄ່າແຈ້ງພາສີ
ຜູ້ແຈ້ງພາສີ ມີຄວາມຮັບຜິດຊອບໃນການແຈ້ງມູນຄ່າແຈ້ງພາສີດ້ວຍຕົນເອງ ພາຍຫຼັງໄດ້ປະເມີນ ແລະ ຄິດໄລ່ ມູນຄ່າສິນຄ້າ, ເຄື່ອງຂອງ ໂດຍອີງໃສ່ຂໍ້ມູນ ແລະ ເອກະສານປະກອບ ທີ່ໜ້າເຊື່ອຖື ເຊັ່ນ ໃບແຈ້ງລາຄາສິນຄ້າ, ສັນຍາຊື້ ຂາຍ, ເອກະສານການຊໍາລະສະສາງຜ່ານທະນາຄານ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການຊື້ ຂາຍ ຕົວຈິງ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ.
ເຈົ້າໜ້າທີ່ພາສີ ມີຄວາມຮັບຜິດຊອບໃນການກວດກາມູນຄ່າແຈ້ງພາສີ ໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍ ພາສີ ແລະ ລະບຽບການ. ການຄວບຄຸມ ກວດກາມູນຄ່າແຈ້ງພາສີ ຕ້ອງດໍາເນີນບົນຫຼັກການບໍລິຫານຄວາມສ່ຽງ, ມີການແບ່ງຄວາມຮັບຜິດຊອບຂອງລັດຖະການພາສີແຕ່ລະຂັ້ນຢ່າງຊັດເຈນ ແນໃສ່ເພີ່ມທະວີການອໍານວຍຄວາມສະດວກ ພ້ອມທັງຮັບປະກັນຄວາມຖືກຕ້ອງ ຂອງການກໍານົດມູນຄ່າແຈ້ງພາສີ ຊຶ່ງເປັນປັດໄຈສໍາຄັນຕໍ່ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.
1.    ມູນຄ່າແຈ້ງພາສີສົ່ງອອກ: 
ມູນຄ່າແຈ້ງພາສີສົ່ງອອກ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 15 ຂອງກົດໝາຍວ່າດ້ວຍພາສີ ໃຫ້ອີງໃສ່ມູນຄ່າຕົວຈິງຂອງ ສິນຄ້າ, ເຄື່ອງຂອງ ລວມທັງຄ່າຂົນສົ່ງ, ຄ່າປະກັນໄພ (ຖ້າມີ) ແລະ ຄ່າໃຊ້ຈ່າຍອື່ນທີ່ກ່ຽວຂ້ອງທີ່ເກີດຂຶ້ນພາຍໃນປະເທດ ເຊັ່ນ ຄ່າ ບໍລິການສາງ, ພາຊະນະບັນຈຸສິນຄ້າ, ຫຸ້ມຫໍ່ ແລະ ຄ່າຂົນສິນຄ້າ ຂຶ້ນລົງ ຮອດດ່ານພາສີຊາຍແດນ ບ່ອນສົ່ງອອກ.
    ກໍລະນີ 1: ສັນຍາຊື້ ຂາຍ ລະບຸເງື່ອນໄຂການສົ່ງມອບອື່ນທີ່ບໍ່ລວມຄ່າໃຊ້ຈ່າຍອື່ນ ກ່ອນສິນຄ້າໄປຮອດສະຖານທີ່ແຈ້ງພາສີ (ດ່ານພາສີຊາຍແດນບ່ອນສົ່ງອອກ) ຜູ້ແຈ້ງພາສີຕ້ອງລະບຸຄ່າໃຊ້ຈ່າຍອື່ນລົງໃນລະບົບ ເພື່ອໃຫ້ລະບົບຄິດໄລ່ມູນຄ່າແຈ້ງພາສີສົ່ງອອກ ຖືກຕ້ອງຕາມລະບຽບການ .
ຕົວຢ່າງ: ການບວກຄ່າໃຊ້ຈ່າຍອື່ນເຂົ້າໃນມູນຄ່າສິນຄ້າ, ເຄື່ອງຂອງ: 
ບໍລິສັດ ກ (ເປັນ ບໍລິສັດ ຂຸດຄົ້ນບໍ່ແຮ່ເຫຼັກ ຕັ້ງຢູ່ແຂວງ ຊຽງຂວາງ ສປປ ລາວ) ຕົກລົງຂາຍ ແຮ່ເຫຼັກ ໃຫ້ແກ່ບໍລິສັດ ຂ (ເປັນ ບໍລິສັດ ອຸດສາຫະກໍາເຫຼັກກ້າ ຕັ້ງຢູ່ ສປ ຈີນ). ສັນຍາຊື້ ຂາຍ  ໃນລາຄາ EXW (ບໍ່ເຫຼັກແຂວງ ຊຽງຂວາງ) 230 USD ຕໍ່ໂຕນ. ບໍລິສັດ ຂ ຕ້ອງຮັບຜິດຊອບຄ່າຂົນສົ່ງ ແລະ ຄ່າໃຊ້ຈ່າຍອື່ນທີ່ເກີດຂຶ້ນ ລະຫວ່າງການຂົນສົ່ງສິນຄ້າ ຈາກບໍ່ເຫຼັກ ເຖິງດ່ານບ່ອນສົ່ງອອກ. ສະນັ້ນ, ບໍລິສັດ ຂ ໄດ້ເຮັດສັນຍາບໍລິການຂົນສົ່ງ ກັບ ບໍລິສັດ ຄ ເພື່ອຂົນສົ່ງແຮ່ເຫຼັກ ຈາກບໍ່ຂຸດຄົ້ນຢູ່ ແຂວງ ຊຽງຂວາງ ຫາດ່ານພາສີສາກົນບໍ່ເຕັນ (ດ່ານພາສີຊາຍແດນບ່ອນສົ່ງອອກ) ໃນລາຄາ 50 USD ຕໍ່ໂຕນ ແລະ ຄ່າປະກັນໄພ 300 USD ຕໍ່ຖ້ຽວ/ຄັນ.
ການສົ່ງອອກຄັ້ງທໍາອິດມີຈໍານວນ 200 ໂຕນ ຊຶ່ງຕ້ອງໃຊ້ລົດບັນທຸກ 20 ຄັນ ຂົນສົ່ງສິນຄ້າໄປພ້ອມກັນ. 
1)    ບໍລິສັດ ກ ໄດ້ອອກໃບແຈ້ງລາຄາສິນຄ້າໃຫ້ແກ່ ບໍລິສັດ ຂ ສໍາລັບການຊື້ ຂາຍ ແຮ່ເຫຼັກ ຈໍານວນ 200 ໂຕນ, ມູນຄ່າລວມເທົ່າກັບ 200 x 230 = 46.000 USD.
2)    ບໍລິສັດ ຄ ໄດ້ອອກໃບແຈ້ງລາຄາຄ່າບໍລິການຂົນສົ່ງ ແລະ ຄ່າປະກັນໄພ ຄື: 
-    ຄ່າຂົນສົ່ງ 200 x 50         = 10.000 USD.
-    ຄ່າປະກັນໄພ 20 x 300     =  6.000 USD. 
ໃນການປະກອບຂໍ້ມູນແຈ້ງພາສີສົ່ງອອກ, ຜູ້ແຈ້ງພາສີ ຕ້ອງປະຕິບັດ ດັ່ງນີ້:
(1)    ໃຫ້ພີມຄໍາວ່າ EXW ໃສ່ຫ້ອງ 20 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
(2)    ໃຫ້ພີມມູນຄ່າ 46.000 ໃສ່ຫ້ອງ 22 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
(3)    ໃຫ້ພີມຄ່າຂົນສົ່ງ 10.000 USD ແລະ ຄ່າປະກັນໄພ 6.000 USD ໃສ່ແບບພີມຄິດໄລ່ມູນຄ່າແຈ້ງພາສີໃນລະບົບແຈ້ງພາສີເອເລັກໂຕຣນິກ;
(4)    ອັດຕາແລກປ່ຽນເວລາແຈ້ງພາສີ ແມ່ນ 9.300 ກີບ ຕໍ່ 1 USD, ລະບົບແຈ້ງພາສີເອເລັກໂຕຣນິກ ຈະຄິດໄລ່ ຄື: 
    ມູນຄ່າສິນຄ້າ             = 46.000 USD ບວກ (+)
    ຄ່າຂົນສົ່ງ             = 10.000 USD ບວກ (+)
    ຄ່າປະກັນໄພ             =  6.000 USD

    ມູນຄ່າແຈ້ງພາສີຫຼັງດັດປັບ     = (46.000 + 10.000 + 6.000) x 9.300  
 = 576.600.000 ກີບ 
(5)    ລະບົບແຈ້ງພາສີແບບເອເລັກໂຕຣນິກ ຈະສະແດງມູນຄ່າແຈ້ງຫຼັງດັດປັບໂດຍອັດຕະໂນມັດ ໃນຫ້ອງ 45ກ ຄື: 576.600.000 ກີບ.
    ກໍລະນີ 2: ສັນຍາຊື້ ຂາຍ ລະບຸເງື່ອນໄຂການສົ່ງມອບ ທີ່ລວມເອົາຄ່າໃຊ້ຈ່າຍອື່ນ ເຊັ່ນ ຄ່າຂົນສົ່ງສາກົນ ແລະ ຄ່າປະກັນໄພສາກົນ (ຈາກປະເທດສົ່ງອອກຫາປະເທດນໍາເຂົ້າ). ໃນການແຈ້ງພາສີສົ່ງອອກ, ຜູ້ແຈ້ງພາ  ສີ ສາມາດຫັກລົບຄ່າໃຊ້ຈ່າຍດັ່ງກ່າວອອກກ່ອນ ຈຶ່ງລະບຸມູນຄ່າແຈ້ງພາສີລົງໃນລະບົບແຈ້ງພາສີເປັນລາຍລະອຽດ.
ຕົວຢ່າງ: ການຫັກຄ່າໃຊ້ຈ່າຍອື່ນທີ່ບໍ່ກ່ຽວຂ້ອງອອກ:
ບໍລິສັດ ກ (ເປັນ ບໍລິສັດ ຜະລິດກາເຟ ຕັ້ງຢູ່ນະຄອນຫຼວງວຽງຈັນ ສປປ ລາວ) ຕົກລົງຂາຍ ກາເຟສໍາເລັດຮູບ ໃຫ້ແກ່ບໍລິສັດ ຂ (ເປັນ ບໍລິສັດ ການຄ້າ ຕັ້ງຢູ່ ປະເທດໄທ). ສັນຍາ ຊື້ ຂາຍ ໄດ້ກໍານົດເງື່ອນໄຂການ ຊື້ ຂາຍ ໂດຍ ບໍລິສັດ ກ ຂາຍກາເຟ ໃຫ້ແກ່ ບໍລິສັດ ຂ ໃນລາຄາ CIF (ດ່ານໜອງຄາຍ) 1.000 USD ຕໍ່ໂຕນ. ບໍລິສັດ ກ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການສົ່ງສິນຄ້າຮອດ ສາງພັກສິນຄ້າຢູ່ໜອງຄາຍ. ສະນັ້ນ, ບໍລິສັດ ກ ໄດ້ເຮັດສັນຍາ ບໍລິການຂົນສົ່ງກັບ ບໍລິສັດ ຄ ເພື່ອຂົນສົ່ງກາເຟ ຈາກດ່ານພາສີສາກົນຂົວມິດຕະພາບ I (ດ່ານແຈ້ງພາສີສົ່ງອອກ) ຫາດ່ານໜອງຄາຍ ໃນລາຄາ 30 USD ຕໍ່ໂຕນ ແລະ ຄ່າປະກັນໄພ 100 USD ຕໍ່ຖ້ຽວ/ຄັນ. ພ້ອມກັນນັ້ນ, ບໍລິສັດ ກ ຕ້ອງຮັບຜິດຊອບຈ່າຍ ຄ່າຂົນສິນຄ້າລົງສາງ  15 USD ຕໍ່ຖ້ຽວ/ຄັນ.
ການສົ່ງອອກຄັ້ງທໍາອິດ ມີຈໍານວນ 100 ໂຕນ ຊຶ່ງຕ້ອງໃຊ້ລົດບັນທຸກ 10 ຄັນ ຂົນສົ່ງສິນຄ້າໄປພ້ອມກັນ. 
1)    ບໍລິສັດ ກ ໄດ້ອອກໃບແຈ້ງລາຄາສິນຄ້າ ໃຫ້ແກ່ ບໍລິສັດ ຂ ສໍາລັບການຊື້ ຂາຍ ກາເຟ ຈໍານວນ 100 ໂຕນ, ມູນຄ່າລວມເທົ່າກັບ 100 x 1.000 = 100.000 USD.
2)    ບໍລິສັດ ຄ ໄດ້ອອກໃບແຈ້ງລາຄາຄ່າບໍລິການຂົນສົ່ງ ແລະ ຄ່າປະກັນໄພ ຄື: 
-    ຄ່າຂົນສົ່ງ        100 x 30 = 3.000 USD
-    ຄ່າປະກັນໄພ          10 x 100 = 1.000 USD 
3)    ບໍລິສັດ ບໍລິການສາງ ໄດ້ອອກໃບແຈ້ງລາຄາບໍລິການສາງ 10 x 15 = 150 USD. 
ໃນການປະກອບຂໍ້ມູນແຈ້ງພາສີສົ່ງອອກ, ຜູ້ແຈ້ງພາສີ ຕ້ອງປະຕິບັດ ດັ່ງນີ້:
ຄິດໄລ່ຫັກລົບຄ່າໃຊ້ຈ່າຍທີ່ເກີດຂຶ້ນຫຼັງການສົ່ງອອກ ດ້ວຍຕົນເອງ (ດ້ວຍມື-Manual) ຄື: 
    ມູນຄ່າຊື້ ຂາຍ ສິນຄ້າ                = 100.000 USD ລົບ (-)
    ຄ່າຂົນສົ່ງຫຼັງການສົ່ງອອກ             =    3.000 USD ລົບ (-)
    ຄ່າປະກັນໄພຫຼັງການສົ່ງອອກ             =    1.000 USD ລົບ (-)
    ຄ່າບໍລິການຂົນສິນຄ້າລົງສາງຫຼັງການສົ່ງອອກ    =       150 USD

    ມູນຄ່າແຈ້ງພາສີຫຼັງດັດປັບ            =   95.850 USD
ໃນການກໍານົດມູນຄ່າແຈ້ງລັກສະນະນີ້ແມ່ນ ປ່ຽນຈາກມູນຄ່າ CIF (ດ່ານໜອງຄາຍ) ມາເປັນມູນຄ່າ FOB (ດ່ານພາສີສາກົນຂົວມິດຕະພາບ I).
1)    ໃຫ້ພີມຄໍາວ່າ FOB ໃສ່ຫ້ອງ 20 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
2)    ໃຫ້ພີມມູນຄ່າ 95.850 ໃສ່ຫ້ອງ 22 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
3)    ອັດຕາແລກປ່ຽນເວລາແຈ້ງພາສີ ແມ່ນ 9.500 ກີບ ຕໍ່ 1 USD ລະບົບແຈ້ງພາສີເອເລັກໂຕຣນິກ ຈະຄິດໄລ່ ແລະ ສະແດງມູນຄ່າຫຼັງການດັດປັບ ໃນຫ້ອງ 45ກ ຄື: 95.850 x 9.500 = 910.575.000 ກີບ. 
2.    ມູນຄ່າແຈ້ງພາສີນໍາເຂົ້າ: 
ມູນຄ່າແຈ້ງພາສີນໍາເຂົ້າ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 16 ຂອງກົດໝາຍວ່າດ້ວຍພາສີ ໃຫ້ກໍານົດໂດຍປະຕິບັດຕາມ 6 ຫຼັກການ ດັ່ງນີ້: ມູນຄ່າສິນຄ້າຊື້ ຂາຍ ຕົວຈິງ, ມູນຄ່າສິນຄ້າ ຊື້ ຂາຍ ທີ່ຄືກັນ, ມູນຄ່າສິນຄ້າ ຊື້ ຂາຍ ທີ່ຄ້າຍຄືກັນ, ວິທີຫັກລົບມູນຄ່າ, ວິທີຄໍານວນ ແລະ ດ້ວຍວິທີຢ້ອນຄືນທີ່ສົມເຫດສົມຜົນ ຊຶ່ງກໍານົດລະອຽດໃນບົດແນະນຳຂອງລັດຖະມົນຕີການກະຊວງການເງິນ ວ່າດ້ວຍການກໍານົດມູນຄ່າແຈ້ງພາສີສໍາລັບສິນຄ້ານໍາເຂົ້າ ທີ່ກໍານົດອອກເປັນແຕ່ລະໄລຍະ ໂດຍສອດຄ່ອງກັບ ມາດຕາ 7 ຂອງຂໍ້ຕົກລົງທົ່ວໄປວ່າດ້ວຍພາສີ ແລະ ການຄ້າ (General Agreement on Tariffs and Trade-GATT 1994) ຂອງອົງການການຄ້າໂລກ.
ການກໍານົດມູນຄ່າແຈ້ງພາສີນໍາເຂົ້າ ແມ່ນໃຫ້ອີງໃສ່ຫຼັກການທີໜຶ່ງ ເປັນຕົ້ນຕໍ ດ້ວຍການນໍາໃຊ້ມູນຄ່າສິນຄ້າຊື້ ຂາຍ ຕົວຈິງ ລວມທັງຄ່າຂົນສົ່ງ ແລະ/ຫຼື ຄ່າປະກັນໄພ ແລະ ຄ່າໃຊ້ຈ່າຍອື່ນທີ່ກ່ຽວຂ້ອງ (ຖ້າມີ) ທີ່ສົ່ງຮອດດ່ານພາສີຊາຍແດນບ່ອນນໍາເຂົ້າ ຫຼື ສະຖານທີ່ບ່ອນສິນຄ້າມາເຖິງ. ໃນກໍລະນີທີ່ບໍ່ສາມາດນໍາໃຊ້ຫຼັກການທີໜຶ່ງໄດ້ນັ້ນ ກໍໃຫ້ນໍາໃຊ້ຫຼັກການທີສອງຫາຫຼັກການທີຫົກ ຕາມລໍາດັບ. ຄ່າໃຊ້ຈ່າຍອື່ນ ລວມເອົາ ຄ່ານາຍໜ້າ, ຄ່າຄົນກາງ, ຄ່າພາຊະນະບັນຈຸສິນຄ້າ, ຄ່າຫຸ້ມຫໍ່, ຄ່າຂົນສິນຄ້າ ຂຶ້ນລົງ ແລະ ຄ່າລິຂະສິດ ເປັນຕົ້ນ.
ໃນກໍລະນີ  ສັນຍາຊື້ ຂາຍ ໄດ້ລະບຸເງື່ອນໄຂອື່ນໃນການສົ່ງມອບສິນຄ້າ ກໍໃຫ້ດັດປັບດ້ວຍການບວກຄ່າໃຊ້ຈ່າຍອື່ນທີ່ກ່ຽວຂ້ອງກັບການຊື້ ຂາຍ ເຂົ້ານໍາ ຫຼື ຫັກຄ່າໃຊ້ຈ່າຍທີ່ບໍ່ກ່ຽວຂ້ອງນັ້ນອອກ.
    ກໍລະນີ 1: ສັນຍາຊື້ ຂາຍ ລະບຸເງື່ອນໄຂການສົ່ງມອບທີ່ບໍ່ທັນລວມຄ່າໃຊ້ຈ່າຍອື່ນ ກ່ອນສິນຄ້າມາຮອດສະຖານທີ່ແຈ້ງພາສີນໍາເຂົ້າ (ດ່ານພາສີຊາຍແດນບ່ອນນໍາເຂົ້າ) ຜູ້ແຈ້ງພາສີຕ້ອງລະບຸຄ່າໃຊ້ຈ່າຍອື່ນລົງໃນລະບົບ ເພື່ອໃຫ້ລະບົບຄິດໄລ່ມູນຄ່າແຈ້ງພາສີນໍາເຂົ້າ ຖືກຕ້ອງຕາມລະບຽບການ.
ຕົວຢ່າງ: ການບວກຄ່າໃຊ້ຈ່າຍອື່ນເຂົ້າໃນມູນຄ່າສິນຄ້າ, ເຄື່ອງຂອງ:
ບໍລິສັດ ກ (ເປັນ ບໍລິສັດ ຜະລິດລົດ ຢູ່ ປະເທດ ຍີ່ປຸ່ນ) ຕົກລົງຂາຍ ລົດກະບະ ໃຫ້ແກ່ບໍລິສັດ ຂ (ເປັນ ບໍລິສັດ ນໍາເຂົ້າຍານພາຫະນະ ຕັ້ງຢູ່ ສປປ ລາວ). ສັນຍາ ຊື້ ຂາຍ ໄດ້ກໍານົດເງື່ອນໄຂການ ຊື້ ຂາຍ ໃນລາຄາ CIF (ທ່າເຮືອແຫຼມສະບັງ, ປະເທດໄທ) 25.000 USD ຕໍ່ຄັນ. ບໍລິສັດ ຂ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕ່າງໆ ໃນການຂົນສົ່ງສິນຄ້າ ຈາກທ່າເຮືອແຫຼມສະບັງ ມາຮອດດສາງຂອງຕົນທີ່ນະຄອນຫຼວງວຽງຈັນ. ສະນັ້ນ, ບໍລິສັດ ຂ ໄດ້ເຮັດສັນຍາ ບໍລິການຂົນສົ່ງກັບ ບໍລິສັດ ຄ ເພື່ອຂົນສົ່ງລົດກະບະ ຈາກທ່າເຮືອແຫຼມສະບັງ ມາຫາດ່ານພາສີສາກົນຂົວມິດຕະພາບ I (ດ່ານພາສີຊາຍແດນບ່ອນນໍາເຂົ້າ) ໃນລາຄາ 500 USD ຕໍ່ຄັນ ແລະ ຄ່າປະກັນໄພ 1.000 USD ຕໍ່ຄັນ. ພ້ອມນັ້ນ, ບໍລິສັດ ຂ ຕ້ອງຮັບຜິດຊອບຈ່າຍ ຄ່າຂົນສິນຄ້າຂຶ້ນລົດບົນທຸກ 50 USD ຕໍ່ຄັນ. 
ການນໍາເຂົ້າ ຄັ້ງທໍາອິດ ມີຈໍານວນ 1 ຄັນ:
1)    ບໍລິສັດ ກ ໄດ້ອອກໃບແຈ້ງລາຄາສິນຄ້າ ໃຫ້ແກ່ ບໍລິສັດ ຂ ສໍາລັບການຊື້ ຂາຍ ລົດກະບະ ຈໍານວນ 1 ຄັນ ມູນຄ່າ 25.000 USD.
2)    ບໍລິສັດ ຄ ໄດ້ອອກໃບແຈ້ງລາຄາຄ່າບໍລິການຂົນສົ່ງ ແລະ ຄ່າປະກັນໄພ ຄື: 
-    ຄ່າຂົນສົ່ງ          500 USD
-    ຄ່າປະກັນໄພ        1.000 USD 
ລວມ:             1.500 USD
3)    ບໍລິສັດ ບໍລິການສາງ ໄດ້ອອກໃບແຈ້ງລາຄາຄ່າຂົນສິນຄ້າຂຶ້ນລົດບັນທຸກ 50 USD. 
ໃນການປະກອບຂໍ້ມູນແຈ້ງພາສີນໍາເຂົ້າ, ຜູ້ແຈ້ງພາສີ ຕ້ອງປະຕິບັດ ດັ່ງນີ້:
(1)    ໃຫ້ພີມຄໍາວ່າ CIF ໃສ່ຫ້ອງ 20 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
(2)    ໃຫ້ພີມມູນຄ່າ 25.000 ໃສ່ຫ້ອງ 22 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
(3)    ໃຫ້ພີມຄ່າຂົນສົ່ງ 500 USD, ຄ່າປະກັນໄພ 1.000 USD ແລະ ຄ່າຂົນສິນຄ້າຂຶ້ນລົດບັນທຸກ 50 USD ໃສ່ແບບພິມຄິດໄລ່ມູນຄ່າແຈ້ງພາສີໃນລະບົບແຈ້ງພາສີເອເລັກໂຕຣນິກ;
(4)    ອັດຕາແລກປ່ຽນເວລາແຈ້ງພາສີ ແມ່ນ 9.300 ກີບ ຕໍ່ 1 USD, ລະບົບແຈ້ງພາສີ ເອເລັກໂຕຣນິກ ຈະຄິດໄລ່ ຄື: 
    ມູນຄ່າສິນຄ້າ                 = 25.000 USD ບວກ (+)
    ຄ່າຂົນສົ່ງ                 =      500 USD ບວກ (+)
    ຄ່າປະກັນໄພ                 =    1.000 USD ບວກ (+)
    ຄ່າຂົນສິນຄ້າຂຶ້ນລົດບັນທຸກ        =     50 USD

    ມູນຄ່າແຈ້ງພາສີຫຼັງດັດປັບ          = (25.000 + 500 + 1.000 + 50) x 9.300  
 = 246.915.000 ກີບ ມູນຄ່ານີ້ໄດ້ມາຈາກການດັດປັບຈາກມູນຄ່າ CIF (ທ່າເຮືອແຫຼມສະບັງ) ມາເປັນມູນຄ່າ CIF (ດ່ານພາສີສາກົນຂົວມິດຕະພາບ I). 
(5)    ລະບົບແຈ້ງພາສີເອເລັກໂຕຣນິກ ຈະສະແດງມູນຄ່າແຈ້ງຫຼັງດັດປັບໂດຍອັດຕະໂນມັດ ໃນຫ້ອງ 45ກ ຄື: 246.915.000 ກີບ.
    ກໍລະນີ 2: ສັນຍາຊື້ ຂາຍ ລະບຸເງື່ອນໄຂການສົ່ງມອບ ທີ່ລວມເອົາຄ່າໃຊ້ຈ່າຍອື່ນ ເຊັ່ນ ຄ່າຂົນສົ່ງພາຍໃນ ແລະ ຄ່າປະກັນໄພພາຍໃນ. ໃນການແຈ້ງພາສີນໍາເຂົ້າ, ຜູ້ແຈ້ງພາສີ ສາມາດຫັກລົບຄ່າໃຊ້ຈ່າຍດັ່ງກ່າວອອກກ່ອນ ຈຶ່ງລະບຸມູນຄ່າແຈ້ງພາສີລົງໃນລະບົບແຈ້ງພາສີເປັນລາຍລະອຽດ.
ຕົວຢ່າງ: ການຫັກຄ່າໃຊ້ຈ່າຍອື່ນອອກ: 
ບໍລິສັດ ກ (ເປັນ ບໍລິສັດ ຜະລິດລົດ ຢູ່ ປະເທດ ຍີ່ປຸ່ນ) ຕົກລົງຂາຍ ລົດຈິບ ໃຫ້ແກ່ບໍລິສັດ ຂ (ເປັນ ບໍລິສັດ ນໍາເຂົ້າຍານພາຫະນະ ຕັ້ງຢູ່ ສປປ ລາວ). ສັນຍາ ຊື້ ຂາຍ ໄດ້ກໍານົດເງື່ອນໄຂການ ຊື້ ຂາຍ ໂດຍ ບໍລິສັດ ກ ຂາຍລົດຈິບ ໃຫ້ແກ່ ບໍລິສັດ ຂ ໃນລາຄາຮອດສາງຂອງບໍລິສັດ ຂ (Delivered at Place-DAP) 75.000 USD ຕໍ່ຄັນ. ບໍລິສັດ ກ ຮັບຜິດຊອບຄ່າຂົນສົ່ງ ແລະ ຄ່າປະກັນໄພ ຈົນຮອດສາງບໍລິສັດ ຂ ຢູ່ນະຄອນຫຼວງວຽງຈັນ. ບໍລິສັດ ຂ ຮັບຜິດຊອບ ຈ່າຍຄ່າພາສີ-ອາກອນນໍາເຂົ້າ ແລະ ຄ່າຂົນສິນຄ້າລົງສາງຂອງຕົນເອງ. ບໍລິສັດ ກ ໄດ້ເຮັດສັນຍາ ບໍລິການຂົນສົ່ງກັບ ບໍລິສັດ ຄ ເພື່ອຂົນສົ່ງລົດຈິບ ຈາກ ດ່ານພາສີສາກົນຂົວມິດຕະພາບ I (ດ່ານພາສີຊາຍແດນບ່ອນນໍາເຂົ້າ) ມາຫາສາງບໍລິສັດ ຂ ໃນລາຄາ 200 USD ຕໍ່ຄັນ ແລະ ຄ່າປະກັນໄພ 100 USD ຄັນ.
ການນໍາເຂົ້າ ຄັ້ງທໍາອິດ ມີຈໍານວນ 1 ຄັນ:
1)    ບໍລິສັດ ກ ໄດ້ອອກໃບແຈ້ງລາຄາສິນຄ້າ ໃຫ້ແກ່ ບໍລິສັດ ຂ ສໍາລັບການຊື້ ຂາຍ ລົດຈິບ ຈໍານວນ 1 ຄັນ ມູນຄ່າ 75.000 USD.
2)    ບໍລິສັດ ຄ ໄດ້ອອກໃບແຈ້ງລາຄາຄ່າບໍລິການຂົນສົ່ງ ແລະ ຄ່າປະກັນໄພ ໃຫ້ບໍລິສັດ ກ ຄື: 
-    ຄ່າຂົນສົ່ງ         200 USD
-    ຄ່າປະກັນໄພ          100 USD 
ລວມ:             300 USD 
ໃນການປະກອບຂໍ້ມູນແຈ້ງພາສີນໍາເຂົ້າ, ຜູ້ແຈ້ງພາສີ ຕ້ອງປະຕິບັດ ດັ່ງນີ້:
(1)    ຄິດໄລ່ຫັກລົບຄ່າໃຊ້ຈ່າຍທີ່ເກີດຂຶ້ນຫຼັງການນໍາເຂົ້າດ້ວຍຕົນເອງ (ດ້ວຍມື-Manual) ຄື: 
    ມູນຄ່າຊື້ ຂາຍ ສິນຄ້າ                    = 75.000 USD ລົບ (-)
    ຄ່າຂົນສົ່ງຫຼັງການນໍາເຂົ້າ                    =      200 USD ລົບ (-)
    ຄ່າປະກັນໄພຫຼັງການນໍາເຂົ້າ                 =       100 USD 

    ມູນຄ່າແຈ້ງພາສີ CIF (ດ່ານພາສີສາກົນຂົວມິດຕະພາບ I)    =  74.700 USD ມູນຄ່ານີ້ໄດ້ມາຈາກການປ່ຽນລາຄາ DAP (ສາງບໍລິສັດ ຂ) ມາເປັນລາຄາ CIF (ດ່ານພາສີສາກົນຂົວມິດຕະພາບ I).
(2)    ໃຫ້ພີມຄໍາວ່າ CIF ໃສ່ຫ້ອງ 20 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ;
(3)    ໃຫ້ພີມມູນຄ່າ 74.700 ໃສ່ຫ້ອງ 22 ຂອງແບບພີມໃບແຈ້ງພາສີເປັນລາຍລະອຽດ; 
(4)    ອັດຕາແລກປ່ຽນໃນເວລາແຈ້ງພາສີແມ່ນ 9.500 ກີບ ຕໍ່ 1 USD ລະບົບແຈ້ງພາສີເອເລັກໂຕຣນິກ ຈະຄິດໄລ່ ແລະ ສະແດງມູນຄ່າຫຼັງການດັດປັບ ໃນຫ້ອງ 45ກ ຄື: 74.700x9.500 = 709.650.000 ກີບ. 
3.    ຫຼັກການກວດກາມູນຄ່າແຈ້ງພາສີ:
ລັດຖະການພາສີ ຕ້ອງດໍາເນີນການຄວບຄຸມ ແລະ ກວດກາມູນຄ່າແຈ້ງພາສີ ຕາມຂັ້ນຕອນ ດັ່ງນີ້: 
1)    ການສ້າງຖານຂໍ້ມູນລາຄາສິນຄ້າ ເພື່ອຮັບໃຊ້ວຽກງານບໍລິຫານຄວາມສ່ຽງ. 
ລັດຖະການພາສີ ສາມາດ ຄົ້ນຄວ້າ, ເກັບກໍາ, ຮິບໂຮມ ແລະ ວິເຄາະຂໍ້ມູນລາຄາສິນຄ້າ ທີ່ຈໍາໜ່າຍພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຖານຂໍ້ມູນລາຄາສິນຄ້າ ສໍາລັບການຕັ້ງຄ່າຄວາມສ່ຽງດ້ານມູນຄ່າສິນຄ້າ ໃນລະບົບແຈ້ງພາສີເອເລັກໂຕຣນິກ ແລະ ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ພາສີໃນການກວດກາມູນຄ່າແຈ້ງພາສີ ແນໃສ່ ປ້ອງກັນການຫຼົບຫຼີກດ້ານມູນຄ່າແຈ້ງພາສີ.  ກົມພາສີ ເປັນຜູ້ສ້າງຖານຂໍ້ມູນລາຄາສິນຄ້າແບບລວມສູນ ແລະ ແຈ້ງໃຫ້ລັດຖະການພາສີແຕ່ລະຂັ້ນປະຕິບັດຢ່າງເປັນເອກະພາບ ຊຶ່ງຖານຂໍ້ມູນດັ່ງກ່າວ ເປັນຖານຂໍ້ມູນ ເພື່ອການສົມທຽບ ປຽບທຽບ ແລະ ເປັນຂໍ້ມູນພາຍໃນລັດຖະການພາສີ.
2)    ການກວດກາມູນຄ່າແຈ້ງພາສີ ເວລາແຈ້ງພາສີເປັນລາຍລະອຽດ. 
ພາຍຫຼັງໃບແຈ້ງພາສີເປັນລາຍລະອຽດ ໄດ້ຖືກຮັບຮອງການປະເມີນຄ່າຄວາມສ່ຽງໃນລະບົບແລ້ວ ຊຶ່ງລະບົບດັ່ງກ່າວໄດ້ແຈ້ງເປັນຄວາມສ່ຽງລະດັບກາງ ຫຼື ຄວາມສ່ຽງລະດັບສູງ ພ້ອມທັງແຈ້ງວ່າມີຄວາມສ່ຽງໃນການຫຼົບຫຼີກດ້ານມູນຄ່າແຈ້ງພາສີ. ເຈົ້າໜ້າທີ່ພາສີ ປະຈໍາຢູ່ດ່ານພາສີຊາຍແດນ ຫຼື ຫ້ອງການພາສີບ່ອນແຈ້ງພາສີ ນໍາເຂົ້າ ແລະ ສົ່ງອອກ ໃຫ້ປະຕິບັດ ດັ່ງນີ້: 
-    ຕ້ອງກວດກາ ຂໍ້ມູນໃນເອກະສານປະກອບການແຈ້ງພາສີ ເຊັ່ນ ໃບແຈ້ງລາຄາສິນຄ້າ, ໃບລາຍການຫຸ້ມຫໍ່ ໂດຍສົມທຽບໃສ່ຂໍ້ມູນໃນແບບພີມໃບແຈ້ງພາສີເປັນລາຍລະອຽດ ແລະ ຖານຂໍ້ມູນລາຄາສິນຄ້າ;
-    ຖ້າຜົນການກວດກາເຫັນວ່າ  ມູນຄ່າແຈ້ງພາສີ ຫາກຕໍ່າກວ່າລາຄາໃນຖານຂໍ້ມູນ ໃຫ້ເຈົ້າໜ້າທີ່ພາສີ ແຈ້ງໃຫ້ຜູ້ແຈ້ງພາສີສະໜອງຂໍ້ມູນ ແລະ ເອກະສານຫຼັກຖານ ເພີ່ມເຕີມ ເຊັ່ນ: ສັນຍາຊື້ ຂາຍ ແລະ ຫຼັກຖານການຊໍາລະສະສາງຜ່ານທະນາຄານ ຖ້າເຫັນວ່າໜ້າເຊື່ອຖື ໃຫ້ເຈົ້າໜ້າທີ່ພາສີຮັບຮອງເອົາ ແຕ່ຕ້ອງເຮັດໜັງສືຄໍ້າປະກັນມູນຄ່າແຈ້ງ ຕາມແບບພິມທີ່ລັດຖະການພາສີກໍານົດ (ແບບ CV.01/2021). ກໍລະນີ ບໍ່ມີຂໍ້ມູນລາຄາໃນຖານເປັນບ່ອນອີງໃນການສົມທຽບກວດກາ ໃຫ້ເຈົ້າໜ້າທີ່ພາສີ ກວດກາໂດຍອີງໃສ່ຂໍ້ມູນການແຈ້ງພາສີ ແລະ ເອກະສານຫຼັກຖານ ເພີ່ມເຕີມເປັນຕົ້ນຕໍ;
-    ກໍລະນີພົບເຫັນຄວາມບໍ່ຖືກຕ້ອງໃນການກໍານົດມູນຄ່າແຈ້ງພາສີ ເຊັ່ນ: ມູນຄ່າທີ່ແຈ້ງໃນໃບແຈ້ງພາສີເປັນລາຍລະອຽດ ບໍ່ກົງກັບໃບຊໍາລະສະສາງຜ່ານທະນາຄານ, ສັນຍາຊື້ ຂາຍ ຫຼື ຜູ້ແຈ້ງພາສີບໍ່ໄດ້ບວກຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ ເຂົ້າໃນມູນຄ່າແຈ້ງພາສີ, ມອບໃຫ້ຜູ້ແຈ້ງພາສີ ໄປດໍາເນີນຂັ້ນຕອນການດັດແກ້ຂໍ້ມູນການແຈ້ງພາສີໃຫ້ຖືກຕ້ອງຕາມເອກະສານ ແລະ ຫຼັກຖານປະກອບ. ສ່ວນຂໍ້ຜິດພາດໃນການແຈ້ງມູນຄ່າແຈ້ງ ຈະຖືກນໍາໃຊ້ມາດຕະການຕາມກົດໝາຍ;
-    ຖ້າຫາກເຈົ້າໜ້າທີ່ພາສີ ແລະ ຜູ້ແຈ້ງພາສີ ບໍ່ສາມາດຕົກລົງເຫັນດີຕໍ່ການກໍານົດມູນຄ່າແຈ້ງພາສີ ໃຫ້ເຈົ້າໜ້າທີ່ພາສີອອກໜັງສືຄໍ້າປະກັນດ້ານມູນຄ່າແຈ້ງພາສີ ຕາມແບບພິມທີ່ລັດຖະການພາສີກໍານົດ (ແບບ CV.01/2021) ແລະ ດໍາເນີນການກວດປ່ອຍສິນຄ້າອອກຕາມລະບຽບການ;
-    ພາຍຫຼັງກວດກາເອກະສານຫຼັກຖານເພີ່ມເຕີມ ເຫັນວ່າໜ້າເຊື່ອຖື ໃຫ້ລັດຖະການພາສີບ່ອນແຈ້ງພາສີ ຮັບຮອງເອົາການແຈ້ງ ແລ້ວສົ່ງເອກະສານທັງໝົດໃຫ້ ເຈົ້າໜ້າທີ່ກວດສອບຄືນການແຈ້ງພາສີ ເພື່ອດໍາເນີນການກວດສອບຢ່າງລະອຽດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 52 ຂອງຄໍາແນະນໍາສະບັບນີ້.
3)    ການກວດກາມູນຄ່າແຈ້ງພາສີ ພາຍຫຼັງການແຈ້ງພາສີ.
ການກວດກາ ແລະ ຮັບຮອງ ມູນຄ່າແຈ້ງພາສີຢູ່ດ່ານນໍາເຂົ້າທໍາອິດ ເປັນການຮັບຮອງເບື້ອງຕົ້ນເທົ່ານັ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການແຈ້ງພາສີ. ເຖິງຢ່າງໃດກໍຕາມ ລັດຖະການພາສີ ກໍມີສິດ ແລະ ໜ້າທີ່ໃນການດໍາເນີນການກວດສອບຄືນການແຈ້ງພາສີ ພາຍໃນໄລຍະເວລາ ສາມ (3) ປີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 106 ຂອງກົດໝາຍວ່າດ້ວຍພາສີ. 
4)    ການປັບປຸງຖານຂໍ້ມູນລາຄາສິນຄ້າ. 
ກົມພາສີ ຕ້ອງຄົ້ນຄວ້າ ແລະ ປັບປຸງຖານຂໍ້ມູນລາຄາສິນຄ້າ ຢ່າງເປັນປະຈໍາ ໂດຍອີງໃສ່ຂໍ້ມູນໃນການແຈ້ງພາສີ ນໍາເຂົ້າ ແລະ ສົ່ງອອກຕົວຈິງ, ຜົນການກວດສອບຄືນການແຈ້ງພາສີ ແລະ ຂໍ້ມູນແຫຼ່ງຂ່າວອື່ນ ທີ່ກ່ຽວຂ້ອງກັບມູນຄ່າແຈ້ງພາສີ ເຊັ່ນ: ຂໍ້ມູນລາຄາຂາຍພາຍໃນ ແລະ ຂໍ້ມູນລາຄາຂາຍຕາມເວບໄຊຕ່າງໆ ແນໃສ່ເຮັດໃຫ້ຖານຂໍ້ມູນລາຄາສິນຄ້າສອດຄ່ອງກັບລາຄາສິນຄ້າຕົວຈິງ ທີ່ມີການເໜັງຕີງ ຂຶ້ນ ແລະ ລົງຕາມທ້ອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ.

ມາດຕາ 5 ການຈັດລະຫັດສິນຄ້າ, ເຄື່ອງຂອງ
ການຈັດລະຫັດສິນຄ້າ, ເຄື່ອງຂອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 17 ຂອງກົດໝາຍວ່າດ້ວຍພາສີ ແມ່ນຄວາມຮັບຜິດຊອບຂອງຜູ້ແຈ້ງພາສີ ທີ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມເລກລະຫັດ ຂອງແຕ່ລະຊະນິດສິນຄ້າ, ເຄື່ອງຂອງ ຊຶ່ງໄດ້ກຳນົດໄວ້ໃນປື້ມສາລະບານສິນຄ້າ ແລະ ອັດຕາພາສີລະບົບເອກະພາບ ຂອງ ສປປ ລາວ ທີ່ມີການປັບປຸງ ແລະ ປະກາດໃຊ້ໃນແຕ່ລະໄລຍະ. ສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າ-ສົ່ງອອກ ເຖິງວ່າຈະຢູ່ໃນລະຫັດເຄົ້າດຽວກັນກໍຕາມ ຕ້ອງໄດ້ຈັດໃສ່ເລກລະຫັດຍ່ອຍຂອງແຕ່ລະຊະນິດສິນຄ້າ ທີ່ມີຄຸນລັກສະນະສະເພາະ ເພື່ອຄິດໄລ່ຄ່າພາສີ-ອາກອນ ໃຫ້ຖືກຕ້ອງຕາມລະບຽບການ.
ມາດຕາ 6 ການກວດກາແຫຼ່ງກໍາເນີດສິນຄ້າ
ການກວດກາແຫຼ່ງກຳເນີດສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດຳເນີນການ ດັ່ງນີ້: 
1.    ສໍາລັບສິນຄ້ານໍາເຂົ້າ ໃນກໍລະນີ ຜູ້ແຈ້ງພາສີ ຫາກບໍ່ສາມາດນໍາສະເໜີ ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສະບັບຕົ້ນ ເພື່ອຂໍໃຊ້ສິດທິພິເສດໃນການຫຼຸດຜ່ອນອັດຕາພາສີຕາມສັນຍາເຂດການຄ້າເສລີຕ່າງໆ ໃນເວລາແຈ້ງພາສີເປັນລາຍລະອຽດ, ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນບ່ອນນໍາເຂົ້າ ສາມາດໃຊ້ດຸນພິນິດໃນການພິຈາລະ ນາອະນຸຍາດ ໃຫ້ນໍາເຂົ້າສິນຄ້າດັ່ງກ່າວພາຍໃຕ້ສັນຍາເຂດການຄ້າເສລີນັ້ນໆ ໂດຍອີງໃສ່ຄວາມໜ້າເຊື່ອຖືຂອງຜູ້ແຈ້ງພາສີ, ປະເພດສິນຄ້າດັ່ງກ່າວເຄີຍມີສະຖິຕິການນໍາເຂົ້າມາກ່ອນ. ຜູ້ແຈ້ງພາສີ ຕ້ອງເຮັດສັນຍາຄໍ້າປະກັນຕາມແບບພິມທີ່ລັດຖະການພາສີກຳນົດໄວ້ ພ້ອມທັງວາງເງິນຄໍ້າປະກັນສ່ວນຜິດດ່ຽງລະຫວ່າງຄ່າພາສີ-ອາກອນ ໃນອັດຕາປົກກະຕິ ແລະ ຄ່າພາສີ-ອາກອນໃນອັດຕາຫຼຸດຜ່ອນ, ເງິນຄໍ້າປະກັນ ໃຫ້ນໍາໄປຝາກໄວ້ໃນບັນຊີເງິນຄໍ້າປະກັນຢູ່ ຄັງເງິນແຫ່ງຊາດ ຫຼື ບັນຊີເງິນຄໍ້າປະກັນຂອງຄັງເງິນແຫ່ງຊາດຢູ່ທະນາຄານ ໂດຍໃຫ້ກຳນົດເວລາ ສາມສິບ (30) ວັນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 41 ຂອງກົດໝາຍວ່າດ້ວຍພາສີ. ດ້ວຍເຫດຜົນໃດກໍຕາມ, ຖ້າຜູ້ແຈ້ງພາສີ ຫາກບໍ່ນໍາສະເໜີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສະບັບຕົ້ນ ພາຍໃນກຳນົດເວລາດັ່ງກ່າວ ເງິນຄໍ້າປະກັນຈະຖືກມອບເຂົ້າງົບປະມານຕາມກົດໝາຍ ແລະ ລະບຽບການ ດ້ວຍການຕົກລົງຂອງຫົວໜ້າດ່ານພາສີຊາຍແດນ ທັນທີ;
2.    ກໍລະນີມີຂໍ້ສົງໄສກ່ຽວກັບແຫຼ່ງກຳເນີດສິນຄ້າ ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນບ່ອນນໍາເຂົ້າ ສາມາດໃຊ້ວິທີການປະຕິບັດຄືຂ້າງເທິງ ພ້ອມທັງລາຍງານ ແລະ ນໍາສົ່ງເອກະສານປະກອບທັງໝົດໃຫ້ກົມພາສີ ພາຍໃນ ເຈັດ (7) ວັນ ເພື່ອມອບໃຫ້ພະແນກທີ່ກ່ຽວຂ້ອງ ໃນນາມຜູ້ປະສານງານກ່ຽວກັບແຫຼ່ງກໍາເນີດສິນຄ້າ ຕາມກອບສັນຍາການຄ້າເສລີຕ່າງໆທີ່ ສປປ ລາວ ເປັນພາຄີ ໃນການດຳເນີນການກວດກາຄືນຕາມຂັ້ນຕອນ ແລະ ລະບຽບການທີ່ໄດ້ລະບຸໃນສັນຍາການຄ້ານັ້ນໆ;
3.    ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ສາມາດນໍາມາຂໍສິດທິພິເສດ ໄດ້ພຽງຄັ້ງດຽວ ພາຍໃນ 1 ປີ ນັບແຕ່ວັນທີ່ໄດ້ອອກໃບຢັ້ງຢືນເປັນຕົ້ນໄປ;
4.    ສໍາລັບການຢັ້ງຢືນແຫຼ່ງກໍາເນີດທາງເອເລັກໂຕຣນິກ ຜ່ານລະບົບປະຕູດຽວອາຊຽນ (ASEAN Single  Window) ກັບບັນດາປະເທດຄູ່ເຈລະຈາ ໃຫ້ປະຕິບັດຕາມລະບຽບການສະເພາະ.

ມາດຕາ 7 ຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ
ຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 20 ຂອງກົດໝາຍວ່າດ້ວຍພາສີ ທີ່ນໍາເຂົ້າເພື່ອຈຸດປະສົງທາງການຄ້າ ຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ ກ່ອນ ຫຼື ໃນເວລານໍາເຂົ້າ ໂດຍສະ ເພາະແມ່ນສິນຄ້າທີ່ມີຄວາມສ່ຽງຕໍ່ຊີວິດ, ສຸຂະພາບ ແລະ ຄວາມປອດໄພຂອງຜູ້ຊົມໃຊ້ ດັ່ງນີ້:
1.    ໝວດສິນຄ້າບໍລິໂພກ ເຊັ່ນ: ປະເພດອາຫານ ທີ່ມີການຫຸ້ມຫໍ່, ອາຫານສໍາເລັດຮູບ, ອາຫານເສີມ, ເຄື່ອງດື່ມຊູກຳລັງ, ຢາປົວພະຍາດ;
2.    ເຄື່ອງສໍາອາງ, ຢາສູບ, ເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ;
3.    ສະຫຼາກສິນຄ້າຕ້ອງມີເນື້ອໃນ ດັ່ງນີ້: 
-    ຊື່ຂອງສິນຄ້າຫຸ້ມຫໍ່;
-    ຊື່ ແລະ ທີ່ຢູ່ຂອງໂຮງງານ ຫຼື ບໍລິສັດ, ຜູ້ຜະລິດ, ຜູ້ຫຸ້ມຫໍ່, ຜູ້ນໍາເຂົ້າ ຫຼື ຜູ້ຈໍາໜ່າຍ;
-    ວັນທີ, ເດືອນ, ປີຜະລິດ;
-    ວັນທີ, ເດືອນ, ປີໝົດອາຍຸ;
-    ຂໍ້ແນະນໍາການນໍາໃຊ້ ແລະ ເກັບຮັກສາ;
-    ຈໍານວນ, ປະລິມານສຸດທິ, ບໍລິມາດ;
-    ສ່ວນປະກອບ ທີ່ກໍານົດແຈ້ງອັດຕາສ່ວນປະກອບ;
-    ຄໍາເຕືອນ.


ມາດຕາ 8 ການຄຸ້ມຄອງຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ
ການນໍາເຂົ້າ-ສົ່ງອອກ ຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ ຜ່ານດີນແດນ ສປປ ລາວ ແມ່ນການນໍາເຂົ້າ ຫຼື ສົ່ງອອກ ເປັນການຊົ່ວຄາວ ໃຫ້ປະຕິບັດ ດັ່ງນີ້:
1.    ໃຫ້ແຈ້ງຂໍ້ມູນກ່ຽວກັບຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ ຕາມແບບພິມທີ່ລັດຖະການພາສີກໍານົດ ຕາມດ່ານພາສີຊາຍແດນບ່ອນນໍາເຂົ້າ ຫຼື ສົ່ງອອກ;
2.    ສະເພາະພາຊະນະບັນຈຸສິນຄ້າ ທີ່ເປັນຕູ້ຄອນເທັນເນີ ໃຫ້ມີໜັງສືຄໍ້າປະກັນຈາກສະມາຄົມຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ຂອງ ສປປ ລາວ ຫຼື ຄໍ້າປະກັນດ້ວຍເງິນສົດ;
3.    ຕ້ອງສົ່ງອອກ ພາຍໃນກໍານົດເວລາ ສາມສິບ (30) ວັນ ແລະ ສາມາດຕໍ່ອາຍຸໄດ້ ໜຶ່ງຄັ້ງ ບໍ່ເກີນ ສາມສິບ (30) ວັນ ຢູ່ດ່ານພາສີຊາຍແດນ ບ່ອນນໍາເຂົ້າ ຫຼື ສົ່ງອອກ ຫຼື ສະຖານທີ່ທີ່ລັດຖະການພາສີກໍານົດ ໂດຍສອດຄ່ອງກັບສົນທິສັນຍາສາກົນ ວ່າດ້ວຍລະບຽບການນໍາເຂົ້າຊົ່ວຄາວຕູ້ບັນຈຸສິນຄ້າ (Customs Convention on Containers). ກໍລະນີກາຍກໍານົດເວລາດັ່ງກ່າວຈະຖືກປັບໃໝ 1.000.000 ກີບ ຕໍ່ຕູ້ ຕໍ່ຄັ້ງ; 
4.    ການຊື້ ຂາຍ ພາຍໃນທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ ເປັນການກະທໍາຜິດສະຖານເບົາລະດັບທີສອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 141 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງຕ້ອງເສຍພາສີ-ອາກອນ ແລະ ປັບໃໝ ຕາມມາດຕາ 175 ຂໍ້ 2.

ມາດຕາ 9 ການຄຸ້ມຄອງ ການຂົນສົ່ງໂດຍສານ ແລະ ສິນຄ້າ ຂາເຂົ້າ-ຂາອອກ ຜ່ານທາງລົດໄຟ
ຜູ້ໂດຍສານ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ລວມທັງສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍ, ການເກັບຮັກສາ ແລະ ຜ່ານແດນ ທາງລົດໄຟ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ກວດກາ ແລະ ປະຕິບັດຕາມລະບຽບການທາງພາສີ.
ສໍາລັບການຄຸ້ມຄອງ ການຂົນສົ່ງໂດຍສານ ແລະ ສິນຄ້າ, ເຄື່ອງຂອງ ເຂົ້າ-ອອກ ຜ່ານທາງລົດໄຟ ໃຫ້ປະຕິບັດຕາມລະບຽບການສະເພາະ.

ມາດຕາ 10 ລະບຽບການທາງພາສີ, ການຄວບຄຸມ ແລະ ການສິ້ນສຸດການຄວບຄຸມທາງພາສີ
ລະບຽບການທາງພາສີ, ການຄວບຄຸມ ແລະ ການສິ້ນສຸດການຄວບຄຸມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 14, 22 ແລະ ມາດຕາ 23 ຂອງກົດໝາຍວ່າດ້ວຍພາສີ ແມ່ນການປະຕິບັດ ລະບຽບການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ໂດຍລັດຖະການພາສີ ເພື່ອຄວບຄຸມ ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເກັບຮັກສາ, ການຄ່ຽນຖ່າຍ, ການເຄື່ອນຍ້າຍ, ການເຂົ້າ-ອອກຂອງຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ພາຍໃນອານາເຂດພາສີ ໃຫ້ດຳເນີນການ ດັ່ງນີ້:
1.    ການດຳເນີນຂັ້ນຕອນການແຈ້ງພາສີ ໃຫ້ປະຕິບັດຕາມ ລະບຽບການ ແລະ ຂັ້ນຕອນການແຈ້ງພາສີ ຕາມທີ່ກຳນົດໄວ້ໃນ ພາກທີ II ຂອງກົດໝາຍວ່າດ້ວຍພາສີ, ຊຶ່ງການນຳເຂົ້າ ມີ 3 ຂັ້ນຕອນ ຄື: ຂັ້ນຕອນການແຈ້ງພາສີໂດຍສັງເຂບ; ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ແລະ ຂັ້ນຕອນການກວດປ່ອຍສິນຄ້າ, ເຄື່ອງຂອງ ອອກຈາກ ສາງ ຫຼື ດ່ານພາສີ. ການສົ່ງອອກ ມີ 2 ຂັ້ນຕອນ ຄື: ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ແລະ ຂັ້ນຕອນການກວດປ່ອຍສິນຄ້າ, ເຄື່ອງຂອງ ຈາກສາງ ຫຼື ດ່ານພາສີ. 
ພາຍຫຼັງໄດ້ຮັບເອກະສານ ເຈົ້າໜ້າທີ່ພາສີ ຕ້ອງກວດກາ ຂໍ້ມູນໃນລະບົບການແຈ້ງພາສີ ໂດຍສົມທຽບໃສ່ກັບເອກະສານຕົວຈິງ, ລະບົບແຈ້ງພາສີແບບເອເລັກໂຕຣນິກ ຈະວິເຄາະການບໍລິຫານຄວາມສ່ຽງ ໃນການແຈ້ງພາສີເປັນລາຍລະອຽດ ຕາມສາມ (3) ລະດັບ ຄື: ຄວາມສ່ຽງລະດັບຕໍ່າ (ສີຂຽວ), ຄວາມສ່ຽງລະດັບກາງ (ສີເຫຼືອງ) ແລະ ຄວາມສ່ຽງລະດັບສູງ (ສີແດງ). ຂັ້ນຕອນການແຈ້ງພາສີ ຈະໄດ້ມີການປັບປຸງເປັນແຕ່ລະໄລຍະ ເພື່ອໃຫ້ມີຄວາມກະທັດຮັດ, ງ່າຍດາຍ, ສອດຄ່ອງກັບລະບຽບການພາຍໃນ ແລະ ສາກົນ.
2.    ວິທີການ ຜູ້ແຈ້ງພາສີ ຕ້ອງແຈ້ງຂໍ້ມູນກ່ຽວກັບສິນຄ້າ, ເຄື່ອງຂອງ ໃຫ້ຖືກຕ້ອງ, ຄົບຖ້ວນ ລົງໃນໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການ. ໃນກໍລະນີທີ່ຈະນຳເອົາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ກ່ອນການແຈ້ງພາສີເປັນລາຍລະອຽດ, ຜູ້ແຈ້ງພາສີ ຕ້ອງປະກອບຄຳຮ້ອງຕາມແບບພິມທີ່ລັດຖະການພາສີກໍານົດ ເພື່ອຂໍອະນຸຍາດຄ້ຳປະກັນນຳລັດຖະການພາສີ. ການຄ້ຳປະກັນ ສາມາດຄໍ້າ ດ້ວຍເງິນສົດ ຫຼື ໜັງສືຄ້ຳປະກັນຈາກທະນາຄານ ຫຼື ນິຕິບຸກຄົນ.
3.    ລະບຽບການ ແລະ ມາດຕະການ ໃນການຄວບຄຸມຂອງເຈົ້າໜ້າທີ່ພາສີ ພາຍຫຼັງໄດ້ດໍາເນີນຕາມຂັ້ນຕອນ ແລະ ວິທີການໃນ ຂໍ້ທີ 1 ແລະ ຂໍ້ທີ 2 ຂ້າງເທິງ ຍັງຕ້ອງໄດ້ດຳເນີນການຄວບຄຸມ ສຳລັບສິນຄ້າປະເພດຄວບຄຸມ ແລະ ເກືອດຫ້າມ, ສາງສິນຄ້າ ແລະ ການເຄື່ອນຍ້າຍໃນລະບອບສາງ, ການນໍາເຂົ້າ-ສົ່ງອອກທົ່ວໄປ, ການນໍາເຂົ້າ-ສົ່ງອອກສິນຄ້າຊົ່ວຄາວ, ການຍົກເວັ້ນ, ການງົດເກັບພາສີ-ອາກອນ ແລະ ພັນທະອື່ນ, ການຜ່ານແດນ, ການຄ່ຽນຖ່າຍ ແລະ ການເກັບຮັກສາ, ການເຂົ້າ-ອອກຂອງຍານພາຫະນະ ແລະ ຜູ້ໂດຍສານ.
ໃນກໍລະນີ ຜູ້ແຈ້ງພາສີ ຫາກບໍ່ປະຕິບັດຕາມ ລະບຽບການ, ຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການຄວບຄຸມ ກ່ຽວກັບການການ ນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການເກັບຮັກສາ, ການຄ່ຽນຖ່າຍ, ການເຂົ້າ-ອອກ ຂອງຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ພາຍໃນອານາເຂດພາສີ ຈະຖືກດຳເນີນມາດຕະການຕາມກົດໝາຍ.
ສຳລັບການກວດສອບຄືນການແຈ້ງພາສີ ແລະ/ຫຼື ຢູ່ໃນໄລຍະດຳເນີນຄະດີທາງພາສີ, ຫົວໜ້າກົມພາສີ, ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງ ສາມາດນໍາໃຊ້ມາດຕະການທາງບໍລິຫານ ຫຼື ມີສິດອອກຄຳສັ່ງ ໂຈະຊົ່ວຄາວ ຫຼື ຢຸດຕິການນຳເຂົ້າ-ສົ່ງອອກ, ການຜ່ານແດນ ຫຼື ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 11 ການແຈ້ງພາສີ
ການແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 24 ຂອງກົດໝາຍວ່າດ້ວຍພາສີ ມີສອງຮູບແບບ ຄື: ການແຈ້ງພາສີໂດຍສັງເຂບ ແລະ ການແຈ້ງພາສີເປັນລາຍລະອຽດ ຊຶ່ງສາມາດແຈ້ງຕາມແບບເອເລັກໂຕຣນິກ ຫຼື ແຈ້ງຕາມແບບພິມທີ່ເປັນເຈ້ຍ ຢູ່ດ່ານພາສີຊາຍແດນ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ.
1.    ການແຈ້ງພາສີໂດຍສັງເຂບ ແມ່ນ:
-    ການແຈ້ງຂໍ້ມູນສິນຄ້າ, ເຄື່ອງຂອງ ແລະ ເອກະສານຂົນສົ່ງ ລ່ວງໜ້າ ຫຼື ທັນທີ ແບບເອເລັກໂຕຣນິກ ຫຼື ຕາມແບບພິມທີ່ລັດຖະການພາສີກໍານົດ ເພື່ອເປັນພື້ນຖານປະກອບຂໍ້ມູນໃນການແຈ້ງພາສີເປັນລາຍລະອຽດ ຕາມລະບອບພາສີຕ່າງໆ;
-    ການແຈ້ງຂໍ້ມູນສິນຄ້າ, ເຄື່ອງຂອງ ຂອງຜູ້ໂດຍສານທາງປາກເປົ່າ ແລະ ຂໍ້ມູນການຊື້ ຂາຍ ທາງເອເລັກໂຕຣນິກ ເພື່ອເປັນພື້ນຖານໃນການຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ຕາມແບບພິມທີ່ລັດຖະການພາສີກໍານົດ. 
2.    ການແຈ້ງພາສີເປັນລາຍລະອຽດ:
ການແຈ້ງພາສີເປັນລາຍລະອຽດ ແມ່ນຂັ້ນຕອນການປະກອບຂໍ້ມູນການແຈ້ງຂອງຜູ້ແຈ້ງພາສີ, ການລົງທະບຽນການແຈ້ງ, ການກວດກາ ແລະ ຮັບຮອງການແຈ້ງຂອງເຈົ້າໜ້າທີ່ພາສີ ແລະ ການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນ ລົງໃນລະບົບແຈ້ງພາສີແບບເອເລັກໂຕຣນິກ ຊຶ່ງເປັນການແຈ້ງຂໍ້ມູນທັງໝົດ ກ່ຽວກັບສິນຄ້າ, ເຄື່ອງຂອງ ໃນການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍ, ການຜ່ານແດນ ຕາມແບບພິມໃບແຈ້ງພາສີເປັນລາຍລະອຽດລະບົບເອກະພາບອາຊຽນ (ASEAN Customs Declaration Document-ACDD) ຂອງແຕ່ລະລະບອບພາສີ ໃຫ້ຖືກຕ້ອງຄົບຖ້ວນ  ດ້ວຍລະບົບເອເລັກໂຕຣນິກ ຫຼື ແບບທົ່ວໄປທີ່ຂຽນດ້ວຍມືໃນກໍລະນີຈໍາເປັນ ເຊັ່ນ ລະບົບ, ສັນຍານອິນເຕີເນັດ, ກະແສໄຟຟ້າ ຂັດຂ້ອງ.
ການແຈ້ງພາສີເປັນລາຍລະອຽດ ແມ່ນຄວາມຮັບຜິດຊອບຂອງຜູ້ແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 45 ຂອງກົດໝາຍວ່າດ້ວຍພາສີ, ນອກຈາກແຈ້ງຢູ່ດ່ານພາສີຊາຍແດນ, ສະຖານທີ່ ທີ່ລັດຖະການພາສີກໍານົດ ແລະ ສະຖານທີ່ຂອງຜູ້ປະກອບການ ແລ້ວຍັງສາມາດແຈ້ງຜ່ານລະບົບອອນລາຍ (Online) ໄດ້ອີກ.

ມາດຕາ 12 ການແຈ້ງພາສີໂດຍສັງເຂບ
ການແຈ້ງພາສີໂດຍສັງເຂບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 25 ຂອງກົດໝາຍວ່າດ້ວຍພາສີ ແມ່ນການແຈ້ງຂໍ້ມູນສິນຄ້າ ແລະ ຂໍ້ມູນຍານພາຫະນະຂົນສົ່ງ ລ່ວງໜ້າ ຫຼື ທັນທີ ຕາມແບບເອເລັກໂຕຣນິກ ຫຼື ຕາມແບບພິມທີ່ລັດຖະການພາສີກໍານົດ ເພື່ອເປັນຂໍ້ມູນໃຫ້ແກ່ການຕັດສິນໃຈຂອງເຈົ້າໜ້າທີ່ພາສີ ໃນການອະນຸຍາດໃຫ້ຂົນສິນຄ້າ, ເຄື່ອງຂອງ ອອກຈາກຍານພາຫະນະລົງສາງ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ. 
ໃນລະຫວ່າງການແຈ້ງພາສີໂດຍສັງເຂບ ກໍລະນີເຈົ້າໜ້າທີ່ຫາກກວດພົບເຫັນຂໍ້ມູນ ຫຼື ກວດກາຕົວຈິງວ່າມີ ຂີ້ເຫຍື້ອເອເລັກໂຕຣນິກ, ເສດຢາງພລາສະຕິກ ແລະ ຂີ້ເຫຍື້ອອຸດສາຫະກໍາທີ່ອັນຕະລາຍ ເຈົ້າໜ້າທີພາສີ ຕ້ອງບໍ່ໃຫ້ມີການຄ່ຽນຖ່າຍ ຫຼື ຍົກຍໍຕູ້ບັນຈຸສິນຄ້າອອກຈາກຍານພາຫະນະຂົນສົ່ງຢ່າງເດັດຂາດ ພ້ອມນັ້ນກໍຕ້ອງລາຍງານຕໍ່ກົມພາສີ ເພື່ອປະສານສົມທົບກັບກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດ, ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ/ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ ແລະ ປະສານກັບລັດຖະການພາສີປະເທດຕົ້ນທາງ ພ້ອມທັງຊຸກດັນໃຫ້ຜູ້ຂົນສົ່ງ ຫຼື ຜູ້ແຈ້ງພາສີ ນໍາເອົາສິນຄ້າດັ່ງກ່າວກັບຄືນໄປປະເທດສົ່ງອອກໂດຍທັນທີ ຕາມສົນທິສັນຍາ ບາເຊລ ວ່າດ້ວຍການຄວບຄຸມການເຄື່ອນຍ້າຍ ແລະ ການຖີ້ມຂີ້ເຫຍື້ອອັນຕະລາຍຂ້າມແດນ (Basel Convention on The Control of Transboundary Movement of Hazardous Wastes and their Disposal ສະບັບວັນທີ 22 ມີນາ 1989).
ມອບໃຫ້ກົມພາສີ ອອກຄໍາແນະນໍາ ກ່ຽວກັບການແຈ້ງພາສີໂດຍສັງເຂບ.

ມາດຕາ 13 ການແຈ້ງພາສີເປັນລາຍລະອຽດ
ການແຈ້ງພາສີເປັນລາຍລະອຽດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 26 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດຕາມ ຂັ້ນຕອນ ດັ່ງນີ້: 
1.    ການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ
ຜູ້ແຈ້ງພາສີ ມີຄວາມຮັບຜິດຊອບໃນການປະກອບຂໍ້ມູນ ແລະ ເອກະສານປະກອບການແຈ້ງພາສີໃຫ້ຖືກຕ້ອງ ຄົບຖ້ວນ ໂດຍສະເພາະແມ່ນ ມູນຄ່າແຈ້ງ ຕາມມາດຕາ 4, ການຈັດລະຫັດສິນຄ້າ ຕາມມາດຕາ 5, ແຫຼ່ງກໍາເນີດສິນຄ້າ ຕາມມາດຕາ 6 ແລະ ອັດຕາແລກປ່ຽນ ຕາມມາດຕາ 15 ຂອງຄໍາແນະນໍາສະບັບນີ້.
ສໍາລັບຫ້ອງ 31 ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ACDD ໃຫ້ປະກອບຂໍ້ມູນກ່ຽວກັບລາຍລະອຽດ ແລະ ຄຸນລັກສະນະຂອງສິນຄ້າ ເຊັ່ນ ຊະນິດສິນຄ້າ, ຍີ່ຫໍ້, ຈໍານວນ, ເຄື່ອງໝາຍຫີບຫໍ່, ຂະໜາດບັນຈຸ, ລຸ້ນ, ສີ, ຄວາມແຮງ, ເລກຈັກ, ເລກຖັງ ຕົວຢ່າງ: 1) ຊະນິດສິນຄ້າ ແອເຢັນ, ຍີ່ຫໍ້ ຊໍາຊຸງ, ຂະໜາດ 12.000 BTU, ຈໍານວນ 120 ໜ່ວຍ; 2) ຊະນິດສິນຄ້າ ລົດຈິບ (SUV), ຍີ່ຫໍ້ ໂຕໂຍຕ້າ ແລນກຣຸຍເຊີ, ລຸ້ນ L300 GXR, ຄວາມແຮງ 4.500 ຊີຊີ, ສີຂາວ, ປີຜະລິດ 2021, ເລກຈັກ xxxxxxxx, ເລກຖັງ xxxxxxxx ແລະ 3) ຊະນິດສິນຄ້າ ກະໂລ້ປູພື້ນ, ຍີ່ຫໍ້ Cotto, ຂະໜາດ 30x30 ຊມ, ຈໍານວນ 3.000 ແກັດ (10 ແຜ່ນ/ແກັດ) ເຫຼົ່ານີ້ເປັນຕົ້ນ.  
ກ່ອນການຍື່ນເອກະສານແຈ້ງພາສີ ຜູ້ແຈ້ງພາສີຕ້ອງສະແດງບັດອະນຸຍາດແຈ້ງພາສີ ຕໍ່ເຈົ້າໜ້າທີ່ພາສີ ເພື່ອກວດກາຄວາມຖືກຕ້ອງ ກ່ອນດໍາເນີນລະບຽບການທາງພາສີ.
ຜູ້ແຈ້ງພາສີ ຕ້ອງຍື່ນເອກະສານແຈ້ງພາສີ ຕໍ່ເຈົ້າໜ້າທີ່ພາສີຜູ້ຮັບເອກະສານ ຢູ່ດ່ານພາສີຊາຍແດນ ພາຍໃນ ເຈັດ (7) ວັນ ພາຍຫຼັງໄດ້ປະກອບຂໍ້ມູນການແຈ້ງພາສີ, ອັບໂຫຼດເອກະສານປະກອບການແຈ້ງທີ່ໄດ້ສະແກນເປັນເອເລັກໂຕຣນິກ ແລະ ລົງທະບຽນແລ້ວ; ຖ້າບໍ່ນໍາໃຊ້ໃບແຈ້ງພາສີທີ່ໄດ້ລົງທະບຽນແລ້ວ ຕ້ອງແຈ້ງເຫດຜົນຕໍ່ເຈົ້າໜ້າທີ່ພາສີ ເພື່ອພິຈາລະນາຍົກເລີກການແຈ້ງຕາມລະບຽບການ. ຖ້າບໍ່ແຈ້ງ ຫຼື ມີການລະເມີດເຖິງ ສາມ (3) ຄັ້ງ ໃຫ້ຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ເຮັດບົດບັນທຶກກ່າວເຕືອນ, ຖ້າບໍ່ປະຕິບັດ ໃຫ້ສະເໜີຕໍ່ກົມພາສີພິຈາລະນາໂຈະຊົ່ວຄາວການນໍາໃຊ້ລະຫັດລະບົບແຈ້ງພາສີເປັນລາຍລະອຽດ (ASYCUDA User ID). ໃນກໍລະນີ ຜູ້ແຈ້ງພາສີ ມີເຈດຕະນາລະເມີດກໍຈະຖືກດໍາເນີນມາດຕະການຕາມກົດໝາຍ.
ສໍາລັບການແຈ້ງພາສີເປັນລາຍລະອຽດ ທີ່ນໍາໃຊ້ລະບົບເອເລັກໂຕຣນິກ ຄວບຄູ່ກັບການແຈ້ງທີ່ນໍາໃຊ້ເອກະສານເປັນເຈ້ຍ, ພາຍຫຼັງສໍາເລັດການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີແລ້ວ ຜູ້ແຈ້ງພາສີຕ້ອງເຊັນຢັ້ງຢືນຄວາມຖືກຕ້ອງ ໃສ່ຫ້ອງ 54 ດ້ານຊ້າຍ ໃນແບບພີມໃບແຈ້ງພາສີເປັນລາຍລະອຽດ ຊຶ່ງຕ້ອງແມ່ນຜູ້ອໍານວຍການ ຂອງບໍລິສັດທີ່ດໍາເນີນການແຈ້ງພາສີ ເປັນຜູ້ລົງລາຍເຊັນ. ກໍລະນີ ມີການມອບໝາຍໃຫ້ຜູ້ອື່ນເຊັນແທນ, ຜູ້ອໍານວຍການຕ້ອງມອບສິດໃຫ້ຜູ້ກ່ຽວຢ່າງເປັນລາຍລັກອັກສອນ.
ສໍາລັບການແຈ້ງພາສີເປັນລາຍລະອຽດ ທີ່ນໍາໃຊ້ລະບົບເອເລັກໂຕຣນິກເຕັມຮູບແບບ ໃຫ້ນໍາໃຊ້ລາຍເຊັນເອເລັກໂຕຣນິກ (Digital Signature) ໃນການຢັ້ງຢືນຄວາມຖືກຕ້ອງການແຈ້ງພາສີ.
ໃນກໍລະນີ ຜູ້ແຈ້ງພາສີ ຫາກກວດພົບເຫັນຄວາມຜິດພາດຂອງຕົນ ໃນການແຈ້ງພາສີເປັນລາຍລະອຽດ, ພາຍໃນເວລາ ສາມສິບ (30) ວັນ, ຜູ້ແຈ້ງພາສີ ຕ້ອງໄດ້ສະເໜີເປັນລາຍລັກອັກສອນຫາລັດຖະການພາສີບ່ອນດໍາເນີນການແຈ້ງພາສີ ພ້ອມທັງເອກະສານ, ຫຼັກຖານກ່ຽວຂ້ອງ. ຫົວໜ້າລັດຖະການພາສີ ເປັນຜູ້ພິຈາລະນາຖ້າເຫັນວ່າຖືກຕ້ອງເໝາະສົມ ກໍອະນຸຍາດໃຫ້ດັດແກ້ຂໍ້ມູນ ພາຍໃນ ສາມ (3) ວັນ ລັດຖະການ ແລະ ປະກອບໃບແຈ້ງພາສີຄືນໃໝ່ໃຫ້ຖືກຕ້ອງ, ສ່ວນຄວາມຜິດພາດທີ່ໄດ້ແຈ້ງຜ່ານມາ ຈະຖືກດໍາເນີນມາດຕະການທາງບໍລິຫານ ດ້ວຍການ ສຶກສາອົບຮົມ ແລະ ກ່າວເຕືອນ ໂດຍຫົວໜ້າລັດຖະການພາສີບ່ອນທີ່ດໍາເນີນການແຈ້ງພາສີ ພ້ອມທັງບັນທຶກເຂົ້າໃນປະຫວັດຄວາມສ່ຽງທາງພາສີ.
ໃນກໍລະນີ ຜູ້ແຈ້ງພາສີ ມີຈຸດປະສົງຍົກເລີກລະບອບການແຈ້ງພາສີໃນເບື້ອງຕົ້ນ ໂດຍໄປນໍາໃຊ້ລະບອບການແຈ້ງພາສີອື່ນ ດ້ວຍເຫດຜົນໃດໜຶ່ງ ຜູ້ກ່ຽວຕ້ອງສະເໜີຕໍ່ລັດຖະການພາສີ ພາຍໃນເວລາບໍ່ເກີນ ເກົ້າສິບ (90) ວັນ ພາຍຫຼັງແຈ້ງພາສີເປັນລາຍລະອຽດ, ເຈົ້າໜ້າທີ່ພາສີ ຕ້ອງພິຈາລະນາ ພາຍໃນເວລາ ສິບຫ້າ (15) ວັນລັດຖະການ. ຖ້າວ່າການແຈ້ງໃນເບື້ອງຕົ້ນ ຖືກເສຍພາສີ-ອາກອນ ແລະ ພັນທະອື່ນ ຈໍານວນເງິນດັ່ງກ່າວຕ້ອງຖືກສົ່ງຄືນ ພາຍໃນ ກໍານົດ ສິບ (10) ວັນ ລັດຖະການ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 103 ຂອງກົດໝາຍວ່າດ້ວຍພາສີ.
2.    ການຮັບເອກະສານແຈ້ງພາສີ
ຫຼັງຈາກໄດ້ຮັບເອກະສານການແຈ້ງພາສີເປັນລາຍລະອຽດ ແລະ ເອກະສານປະກອບການແຈ້ງ ເຈົ້າໜ້າທີ່ພາສີຕ້ອງດໍາເນີນການກວດກາຄວາມຄົບຖ້ວນຂອງເອກະສານ ເປັນຕົ້ນ ໃບແຈ້ງລາຄາສິນຄ້າ, ໃບລາຍການຫຸ້ມຫໍ່, ໃບແຈ້ງພາສີໂດຍສັງເຂບ, ໃບອະນຸຍາດນໍາເຂົ້າ-ສົ່ງອອກ (ຖ້າມີ), ໃບຢັ້ງຢືນແຫຼ່ງກໍາເນີດ (ຖ້າມີ), ໃບຢັ້ງຢືນການໃຫ້ສິດທິພິເສດດ້ານອັດຕາພາສີ (ຖ້າມີ), ໃບຢັ້ງຢືນສຸຂະນາໄມພືດ ແລະ ສັດ (ຖ້າມີ) ແລະ ໜັງສືຮັບຮອງແຜນນໍາເຂົ້າ (ຖ້າມີ). ຈາກນັ້ນ, ໃຫ້ຮັບຮອງການປະເມີນຄ່າຄວາມສ່ຽງໃນລະບົບ (Selectivity Assessment) ແລະ ປະທັບຕາສີ່ຫຼ່ຽມປະເພດຕ່າງໆ ຊຶ່ງມີຂະໜາດ 1,5x5 ຊມ ນໍາໃຊ້ນໍ້າມຶກສີຟ້າ ໃສ່ເບື້ອງເທິງສຸດດ້ານຂວາ ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ຕາມຄ່າຄວາມສ່ຽງ ລະດັບຕ່າງໆ ໃຫ້ດຳເນີນການ ຄື: 
-    ສຳລັບການແຈ້ງພາສີນອນໃນຄວາມສ່ຽງລະດັບຕໍ່າ (ສີຂຽວ) ໃຫ້ປະທັບຕາ ‘‘ບໍ່ກວດກາ NO INSPECTION’’ ພ້ອມທັງເຊັນຢັ້ງຢືນໃສ່ຕາປະທັບດັ່ງກ່າວ ແລ້ວນໍາສົ່ງເອກະສານໃຫ້ຮອງຫົວໜ້າລັດຖະການພາສີ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ;
-    ສຳລັບການແຈ້ງພາສີນອນໃນຄວາມສ່ຽງລະດັບກາງ (ສີເຫຼືອງ) ໃຫ້ປະທັບຕາ ‘‘ກວດກາເອກະສານ DOCUMENTARY CHECK’’ ແລ້ວນໍາສົ່ງເອກະສານການແຈ້ງພາສີ ໃຫ້ເຈົ້າໜ້າທີ່ພາສີຜູ້ຮັບຜິດຊອບກວດ ກາເອກະສານທັນທີ;
-    ສຳລັບການແຈ້ງພາສີນອນໃນຄວາມສ່ຽງລະດັບສູງ (ສີແດງ) ໃຫ້ປະທັບຕາ “ກວດກາເອກະສານ ແລະ ສິນຄ້າຕົວຈິງ  FULL INSPECTION” ແລ້ວນໍາສົ່ງເອກະສານການແຈ້ງພາສີ ໃຫ້ເຈົ້າໜ້າທີ່ພາສີຜູ້ຮັບຜິດ ຊອບກວດກາສິນຄ້າຕົວຈິງທັນທີ.
ສໍາລັບການແຈ້ງພາສີເປັນລາຍລະອຽດຜ່ານລະບົບເອເລັກໂຕຣນິກ ເຕັມຮູບແບບ, ພາຍຫຼັງຜູ້ແຈ້ງພາສີ ປະກອບຂໍ້ມູນ, ເອກະສານ, ລາຍເຊັນເອເລັກໂຕຣນິກ ແລະ ລົງທະບຽນການແຈ້ງ (Lodgement of Declaration). ໃນກໍລະນີຖືກຕ້ອງ ຈຶ່ງສາມາດລົງທະບຽນການແຈ້ງໄດ້ ແລະ ໃນກໍລະນີ ລະບົບກວດພົບຂໍ້ມູນບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ລະບົບຈະປະຕິເສດການແຈ້ງໂດຍອັດຕະໂນມັດ.
ໃນກໍລະນີເຈົ້າໜ້າທີ່ພາສີ ຫາກກວດເຫັນຄວາມບໍ່ຖືກຕ້ອງໃດໜຶ່ງ ເຊັ່ນ ຂໍ້ມູນທີ່ລະບຸໃນຫ້ອງຕ່າງໆໃນໃບແຈ້ງພາສີເປັນລາຍລະອຽດບໍ່ຖືກຕ້ອງ, ບໍ່ຄົບຖ້ວນ, ບໍ່ມີລາຍເຊັນຂອງຜູ້ແຈ້ງພາສີ, ມີຮອຍລຶບ, ຮອຍຂີດຂ້າ, ຮອຍເປື້ອນ, ເອກະສານແຈ້ງພາສີ ບໍ່ກົງກັບເອກະສານປະກອບການແຈ້ງພາສີ, ນໍາໃຊ້ແບບພິມ ບໍ່ຖືກຕ້ອງ ຫຼື ເອກະສານປະກອບການແຈ້ງພາສີ ບໍ່ຄົບຖ້ວນ, ໃຊ້ການບໍ່ໄດ້ ແລະ ບໍ່ສອດຄ່ອງ ກັບນະໂຍບາຍຕ່າງໆໃນການຄຸ້ມຄອງສິນຄ້າ, ການຈັດເກັບພາສີ-ອາກອນ ເຈົ້າໜ້າທີ່ພາສີ ຕ້ອງປະຕິເສດການລົງທະບຽນການແຈ້ງພາສີ ພ້ອມທັງອະທິບາຍເຫດຜົນ ແລະ ສົ່ງເອກະສານຄືນໃຫ້ຜູ້ແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 30 ຂອງກົດໝາຍວ່າດ້ວຍພາສີ.
ມອບໃຫ້ກົມພາສີ ອອກຄໍາແນະນໍາກ່ຽວກັບການແຈ້ງພາສີເປັນລາຍລະອຽດ.

ມາດຕາ 14 ການກວດກາ, ການຮັບຮອງການແຈ້ງ ແລະ ການກວດປ່ອຍ ສິນຄ້າ, ເຄື່ອງຂອງ ອອກສາງ ຫຼື ດ່ານພາສີ 
ສິນຄ້າ, ເຄື່ອງຂອງທຸກຊະນິດ ລວມທັງສິນຄ້າງົດເກັບ ຫຼື ຍົກເວັ້ນພາສີ ທີ່ນໍາເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ ທີ່ນໍາເຂົ້າ ຫຼື ສົ່ງອອກຜ່ານດ່ານພາສີຊາຍແດນ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ ຕ້ອງປະຕິບັດຕາມຂັ້ນຕອນທາງດ້ານເອກະສານ ແລະ ການກວດກາຂອງເຈົ້າໜ້າທີ່ພາສີ ໂດຍໃຫ້ສອດຄ່ອງຕາມຫຼັກການບໍລິຫານຄວາມສ່ຽງທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 34 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດຳເນີນການ ດັ່ງນີ້:
1.    ກໍລະນີການແຈ້ງພາສີນອນໃນຄວາມສ່ຽງລະດັບຕໍ່າ (ສີຂຽວ): 
    ຂັ້ນຕອນການຮັບຮອງການແຈ້ງ: ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ກວດກາຄືນຂໍ້ມູນເອກະສານ ໃຫ້ດໍາເນີນການ ດັ່ງນີ້:
-    ກໍລະນີຖືກຕ້ອງ: ໃຫ້ຮັບຮອງການແຈ້ງພາສີໃນລະບົບ ພ້ອມທັງຢັ້ງຢືນດ້ວຍການຂຽນຊື່ແຈ້ງ, ລົງລາຍເຊັນຢັ້ງຢືນ ໃສ່ດ້ານລຸ່ມຂອງ ຫ້ອງ 22ກ. ໃນກໍລະນີເປັນສິນຄ້າ, ເຄື່ອງຂອງ ທີ່ຖືກເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຜູ້ແຈ້ງພາສີດຳເນີນການຊໍາລະສະສາງຕາມຂັ້ນຕອນ. ພາຍຫຼັງຮັບຮອງການແຈ້ງ ແລະ ຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນ ຢ່າງຖືກຕ້ອງຄົບຖ້ວນແລ້ວ ໃຫ້ຈໍ້າຕາປະທັບຂອງລັດຖະການບ່ອນແຈ້ງພາສີໃສ່ຫ້ອງເບື້ອງລຸ່ມສຸດດ້ານຂວາ ພ້ອມທັງເຊັນຢັ້ງຢືນ;
-    ກໍລະນີ ມີແຫຼ່ງຂ່າວທີ່ໜ້າເຊື່ອຖື, ມີຂໍ້ສົງໄສ ຫຼື ມີພິລຸດ ໃນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ສາມາດດຳເນີນການເປັນແຕ່ລະເງື່ອນໄຂ ຄື: 1.) ກໍລະນີຂໍ້ມູນການແຈ້ງບໍ່ຖືກຕ້ອງ ໃຫ້ປ່ຽນໄປເປັນການດັດແກ້ຂໍ້ມູນ ແລ້ວບັນທຶກເຫດຜົນໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບຄ່າຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີຜູ້ດັັດແກ້ເອກະສານ ເພື່ອດັດແກ້ຂໍ້ມູນການແຈ້ງ ຕາມຜົນການກວດກາຂອງເຈົ້າໜ້າທີ່ຜູ້ກວດກາເອກະສານ. ຈາກນັ້ນ, ໃຫ້ພິມໃບແຈ້ງພາສີເປັນລາຍລະອຽດຄືນໃໝ່ ພ້ອມທັງເຊັນ ແລະ ປະທັບຕາ. ຫຼັງຈາກນັ້ນ, ໃຫ້ເຈົ້າໜ້າທີ່ຜູ້ດັດແກ້ເອກະສານ ປະທັບຕາສີ່ຫຼ່ຽມ ຊຶ່ງມີຂະໜາດ 1,5x5 ຊມ ນໍາໃຊ້ນໍ້າມຶກສີຟ້າ ທີ່ມີເນື້ອໃນ ‘‘ດັດແກ້ຂໍ້ມູນການແຈ້ງ Amendment’’ ໃສ່ເບື້ອງເທິງສຸດດ້ານຂວາ ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງເຊັນຢັ້ງຢືນໃສ່ຕາປະທັບດັ່ງກ່າວ ແລ້ວນໍາສົ່ງເອກະສານໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ ຫຼື 2.) ກໍລະນີມີຂໍ້ສົງໄສຕ້ອງການກວດກາສິນຄ້າຕົວຈິງ ໃຫ້ປ່ຽນໄປເປັນຄວາມສ່ຽງລະດັບສູງ ພ້ອມບັນທຶກເຫດຜົນ ໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບລະດັບຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ ດຳເນີນການຕາມຂັ້ນຕອນ.
    ຂັ້ນຕອນການກວດປ່ອຍສິນຄ້າ: ພາຍຫຼັງ ດຳເນີນຂັ້ນຕອນການແຈ້ງພາສີ ສຳເລັດແລ້ວ ກ່ອນຈະອະນຸຍາດໃຫ້ນຳສິນຄ້າອອກຈາກສາງ ຫຼື ດ່ານພາສີ ຕ້ອງໄດ້ປະຕິບັດການຄວບຄູມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ ດັ່ງນີ້: 
-    ສໍາລັບເຈົ້າໜ້າທີ່ພາສີຄຸ້ມຄອງສາງ ຫຼື ກວດກາສິນຄ້າ ຮັບຜິດຊອບ: ຮັບ ແລະ ກວດກາຄວາມຖືກຕ້ອງຂອງເອກະສານແຈ້ງພາສີ; ຢັ້ງຢືນກ່ຽວກັບຊະນິດສິນຄ້າ, ຈໍານວນ ແລະ ເລກທະບຽນຍານພາຫະນະຂົນສົ່ງ ບັນທຶກໃສ່ແບບພິມໃບກວດປ່ອຍສິນຄ້າ ພ້ອມທັງບັນທຶກລົງໃນໃບກວດປ່ອຍສິນຄ້າໃນລະບົບອາຊີກູດາ (Inspection Act);
-    ສໍາລັບເຈົ້າໜ້າທີ່ພາສີ ປະຕູສາງ ຮັບຜິດຊອບ: ກວດກາຄືນຄວາມຖືກຕ້ອງ ຕໍ່ການຢັ້ງຢືນຂອງເຈົ້າໜ້າທີ່ພາສີຄຸ້ມຄອງສາງ ຫຼື ກວດກາສິນຄ້າ; ປະທັບຕາສີ່ຫຼ່ຽມ ທີ່ບົ່ງບອກເຖິງ ວັນເວລາ ແລະ ເຊັນຢັ້ງຢືນ ໃນເວລາແຈ້ງອອກຈາກປະຕູສາງ ແລະ ປະສານຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນການຄຸ້ມຄອງ ແລະ ກວດກາສິນຄ້າ ລົງສາງຂອງຜູ້ປະກອບການ ຕາມລະບຽບການ.
2.    ກໍລະນີການແຈ້ງພາສີນອນໃນຄວາມສ່ຽງລະດັບກາງ (ສີເຫຼືອງ): 
    ຂັ້ນຕອນການກວດກາເອກະສານ: 
-    ກໍລະນີຖືກຕ້ອງ: ໃຫ້ເຈົ້າໜ້າທີ່ຜູ້ກວດກາເອກະສານ ປ່ຽນໄປເປັນຄວາມສ່ຽງລະດັບຕໍ່າ ແລະ ບັນທຶກຜົນການກວດກາ ໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບລະດັບຄວາມສ່ຽງຂ້າງເທິງ. ຫຼັງຈາກນັ້ນ, ໃຫ້ນໍາສົ່ງເອກະສານ ໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ເພື່ອກວດກາຄືນ ແລະ ດໍາເນີນການຮັບຮອງການແຈ້ງ; 
-    ກໍລະນີຂໍ້ມູນການແຈ້ງບໍ່ຖືກຕ້ອງ ຫຼື ມີຂໍ້ສົງໄສ: ໃຫ້ເຈົ້າໜ້າທີ່ຜູ້ກວດກາເອກກະສານ ປ່ຽນຄວາມສ່ຽງລະດັບກາງໃນລະບົບ ເປັນແຕ່ລະເງື່ອນໄຂ ຄື: 1.) ກໍລະນີຂໍ້ມູນການແຈ້ງບໍ່ຖືກຕ້ອງ ໃຫ້ປ່ຽນໄປເປັນການດັດແກ້ຂໍ້ມູນ ແລ້ວບັນທຶກເຫດຜົນໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບຄ່າຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີຜູ້ດັັດແກ້ເອກະສານ ເພື່ອດັດແກ້ຂໍ້ມູນການແຈ້ງ ຕາມຜົນການກວດກາຂອງເຈົ້າໜ້າທີ່ຜູ້ກວດກາເອກະສານ. ຈາກນັ້ນ, ໃຫ້ພິມໃບແຈ້ງພາສີເປັນລາຍລະອຽດຄືນໃໝ່ ພ້ອມທັງເຊັນ ແລະ ປະທັບຕາ. ຫຼັງຈາກນັ້ນ, ໃຫ້ເຈົ້າໜ້າທີ່ຜູ້ດັດແກ້ເອກະສານ ປະທັບຕາສີ່ຫຼ່ຽມ ຊຶ່ງມີຂະໜາດ 1,5x5 ຊມ ນໍາໃຊ້ນໍ້າມຶກສີຟ້າ ທີ່ມີເນື້ອໃນ ‘‘ດັດແກ້ຂໍ້ມູນການແຈ້ງ Amendment’’ ໃສ່ເບື້ອງເທິງສຸດດ້ານຂວາ ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງເຊັນຢັ້ງຢືນໃສ່ຕາປະທັບດັ່ງກ່າວ ແລ້ວນໍາສົ່ງເອກະສານໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ ຫຼື 2.) ກໍລະນີມີຂໍ້ສົງໃສຕ້ອງການກວດກາສິນຄ້າຕົວຈິງ ໃຫ້ປ່ຽນໄປເປັນຄວາມສ່ຽງລະດັບສູງ ພ້ອມບັນທຶກເຫດຜົນ ໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບລະດັບຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ ດຳເນີນການຕາມຂັ້ນຕອນ.
    ຂັ້ນຕອນການຮັບຮອງການແຈ້ງ: ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ກວດກາຄືນຂໍ້ມູນເອກະສານ ໃຫ້ດໍາເນີນການ ດັ່ງນີ້:
-    ກໍລະນີຖືກຕ້ອງ: ໃຫ້ຮັບຮອງການແຈ້ງພາສີໃນລະບົບ ພ້ອມທັງຢັ້ງຢືນດ້ວຍການຂຽນຊື່ແຈ້ງ, ລົງລາຍເຊັນຢັ້ງຢືນ ໃສ່ດ້ານລຸ່ມຂອງ ຫ້ອງ 22ກ. ໃນກໍລະນີເປັນສິນຄ້າ, ເຄື່ອງຂອງ ທີ່ຖືກເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຜູ້ແຈ້ງພາສີດຳເນີນການຊໍາລະສະສາງຕາມຂັ້ນຕອນ. ພາຍຫຼັງຮັບຮອງການແຈ້ງ ແລະ ຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນຢ່າງຖືກຕ້ອງຄົບຖ້ວນແລ້ວ ໃຫ້ຈໍ້າຕາປະທັບຂອງລັດຖະການບ່ອນແຈ້ງພາສີໃສ່ຫ້ອງເບື້ອງລຸ່ມສຸດດ້ານຂວາ ພ້ອມທັງເຊັນຢັ້ງຢືນ;
-    ກໍລະນີ ມີແຫຼ່ງຂ່າວທີ່ໜ້າເຊື່ອຖື, ມີຂໍ້ສົງໄສ ຫຼື ມີພິລຸດ ໃນການລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ສາມາດດຳເນີນການເປັນແຕ່ລະເງື່ອນໄຂ ຄື: 1.) ກໍລະນີຂໍ້ມູນການແຈ້ງບໍ່ຖືກຕ້ອງ ໃຫ້ປ່ຽນໄປເປັນການດັດແກ້ຂໍ້ມູນ ແລ້ວບັນທຶກເຫດຜົນໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບຄ່າຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີຜູ້ດັັດແກ້ເອກະສານ ເພື່ອດັດແກ້ຂໍ້ມູນການແຈ້ງ ຕາມຜົນການກວດກາຂອງເຈົ້າໜ້າທີ່ຜູ້ກວດກາເອກະສານ. ຈາກນັ້ນ, ໃຫ້ພິມໃບແຈ້ງພາສີເປັນລາຍລະອຽດຄືນໃໝ່ ພ້ອມທັງເຊັນ ແລະ ປະທັບຕາ. ຫຼັງຈາກນັ້ນ, ໃຫ້ເຈົ້າໜ້າທີ່ຜູ້ດັດແກ້ເອກະສານ ປະທັບຕາສີ່ຫຼ່ຽມ ຊຶ່ງມີຂະໜາດ 1,5x5 ຊມ ນໍາໃຊ້ນໍ້າມຶກສີຟ້າ ທີ່ມີເນື້ອໃນ ‘‘ດັດແກ້ຂໍ້ມູນການແຈ້ງ Amendment’’ ໃສ່ເບື້ອງເທິງສຸດດ້ານຂວາ ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງເຊັນຢັ້ງຢືນໃສ່ຕາປະທັບດັ່ງກ່າວ ແລ້ວນໍາສົ່ງເອກະສານໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ ຫຼື 2.) ກໍລະນີມີຂໍ້ສົງໃສຕ້ອງການກວດກາສິນຄ້າຕົວຈິງ ໃຫ້ປ່ຽນໄປເປັນຄວາມສ່ຽງລະດັບສູງ ພ້ອມບັນທຶກເຫດຜົນ ໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບລະດັບຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ ດຳເນີນການຕາມຂັ້ນຕອນ.
    ຂັ້ນຕອນການກວດປ່ອຍສິນຄ້າ: ພາຍຫຼັງ ດຳເນີນຂັ້ນຕອນການແຈ້ງພາສີ ສຳເລັດແລ້ວ ກ່ອນຈະອະນຸຍາດໃຫ້ນຳສິນຄ້າອອກຈາກສາງ ຫຼື ດ່ານພາສີ ຕ້ອງໄດ້ປະຕິບັດການຄວບຄູມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
-    ສໍາລັບເຈົ້າໜ້າທີ່ພາສີຄຸ້ມຄອງສາງ ຫຼື ກວດກາສິນຄ້າ ຮັບຜິດຊອບ: ຮັບ ແລະ ກວດກາຄວາມຖືກຕ້ອງຂອງເອກະສານແຈ້ງພາສີ; ຢັ້ງຢືນກ່ຽວກັບ ຊະນິດສິນຄ້າ, ຈໍານວນ ແລະ ເລກທະບຽນຍານພາຫະນະຂົນສົ່ງ ບັນທຶກໃສ່ແບບພິມໃບກວດປ່ອຍສິນຄ້າ ພ້ອມບັນທຶກລົງໃນໃບກວດປ່ອຍສິນຄ້າໃນລະບົບອາຊີກູດາ (Inspection Act);
-    ສໍາລັບເຈົ້າໜ້າທີ່ພາສີ ປະຕູສາງ ຮັບຜິດຊອບ: ກວດກາຄືນຄວາມຖືກຕ້ອງ ຕໍ່ການຢັ້ງຢືນຂອງເຈົ້າໜ້າທີ່ພາສີຄຸ້ມຄອງສາງ ຫຼື ກວດກາສິນຄ້າ; ປະທັບຕາສີ່ຫຼ່ຽມທີ່ບົ່ງບອກເຖິງ ວັນເວລາ ແລະ ເຊັນຢັ້ງຢືນ ໃນເວລາແຈ້ງອອກຈາກປະຕູສາງ ແລະ ປະສານຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ກວດກາສິນຄ້າ ລົງສາງຂອງຜູ້ປະກອບການ ຕາມລະບຽບການ.
3.    ກໍລະນີການແຈ້ງພາສີນອນໃນຄວາມສ່ຽງລະດັບສູງ (ສີແດງ):
    ຂັ້ນຕອນການກວດກາສິນຄ້າຕົວຈິງ: 
-    ກໍລະນີຖືກຕ້ອງ: ໃຫ້ເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ ປ່ຽນໄປເປັນຄວາມສ່ຽງລະດັບຕໍ່າ ແລະ ບັນທຶກລົງແບບພິມ Inspection Act ໃນລະບົບ ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບຄ່າຄວາມສ່ຽງ. ຫຼັງຈາກນັ້ນ, ໃຫ້ນໍາສົ່ງເອກະສານ ໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ;
-    ກໍລະນີຂໍ້ມູນການແຈ້ງບໍ່ຖືກຕ້ອງ: ໃຫ້ເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ ປ່ຽນໄປເປັນການດັດແກ້ຂໍ້ມູນ ແລ້ວບັນທຶກເຫດຜົນໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບຄ່າຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີຜູ້ດັັດແກ້ເອກະສານ ເພື່ອດັດແກ້ຂໍ້ມູນການແຈ້ງ ຕາມຜົນການກວດກາຂອງເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ. ຈາກນັ້ນ, ໃຫ້ພິມໃບແຈ້ງພາສີເປັນລາຍລະອຽດຄືນໃໝ່ ພ້ອມທັງເຊັນ ແລະ ປະທັບຕາ. ຫຼັງຈາກນັ້ນ, ໃຫ້ເຈົ້າໜ້າທີ່ຜູ້ດັດແກ້ເອກະສານ ປະທັບຕາສີ່ຫຼ່ຽມ ຊຶ່ງມີຂະໜາດ 1,5x5 ຊມ ນໍາໃຊ້ນໍ້າມຶກສີຟ້າ ທີ່ມີເນື້ອໃນ ‘‘ດັດແກ້ຂໍ້ມູນການແຈ້ງ Amendment’’ ໃສ່ເບື້ອງເທິງສຸດດ້ານຂວາ ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງເຊັນຢັ້ງຢືນໃສ່ຕາປະທັບດັ່ງກ່າວ ແລ້ວນໍາສົ່ງເອກະສານໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ;
-    ໃນກໍລະນີດ່ານພາສີຊາຍແດນ ທີ່ບໍ່ມີເຄື່ອງກວດກາດ້ວຍລະບົບສາຍແສງ ຫຼື ບໍ່ມີສາງ ໃຫ້ນຳໃຊ້ວິທີການກວດກາສິນຄ້າ, ເຄື່ອງຂອງຕົວຈິງ ຕາມເຕັກນິກວິຊາການ ໂດຍວິທີການເປີດຜ້າບັດ ຫຼື ໄຂຕູ້ບັນຈຸສິນຄ້າ ເພື່ອກວດນັບທັງໝົດ ຫຼື ບາງສ່ວນ ແລ້ວແຕ່ກໍລະນີ ເພື່ອຮັບປະກັນຄວາມຖືກຕ້ອງ, ຊັດເຈນ;
-    ສຳລັບດ່ານພາສີຊາຍແດນ ທີ່ມີເຄື່ອງກວດກາດ້ວຍລະບົບສາຍແສງ ໃຫ້ເຈົ້າໜ້າທີ່ພາສີ ທຳການກວດກາດ້ວຍລະບົບດັ່ງກ່າວ ໃນເບື້ອງຕົ້ນ ໂດຍໃຫ້ພິມ ເລກທີ, ວັນ, ເດືອນ, ປີ ຂອງໃບແຈ້ງພາສີເປັນລາຍລະອຽດ ໃນລະບົບຄຸ້ມຄອງເຄື່ອງສາຍແສງ ພ້ອມທັງມີການວິເຄາະ, ວິໄຈ ຢ່າງລະອຽດ ຕາມຫຼັກກການບໍລິຫານຄວາມສ່ຽງທາງພາສີ. ຄ່າໃຊ້ຈ່າຍສິ້ນເປືອງຕ່າງໆ ທີ່ກ່ຽວຂ້ອງກັບການກວດກາສິນຄ້າ, ເຄື່ອງຂອງ ເຊັ່ນ: ຄ່າຂົນສົ່ງ, ຄ່າຍົກຖ່າຍ ແລະ ຄ່າອື່ນໆ ແມ່ນພາລະຄວາມຮັບຜິດຊອບຂອງຜູ້ແຈ້ງພາສີທັງໝົດ.
    ຂັ້ນຕອນການຮັບຮອງການແຈ້ງພາສີ: ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດ ຊອບ ໃຫ້ດໍາເນີນການ ດັ່ງນີ້:
-    ກໍລະນີຖືກຕ້ອງ: ໃຫ້ຮັບຮອງການແຈ້ງພາສີໃນລະບົບ ພ້ອມທັງຢັ້ງຢືນດ້ວຍການຂຽນຊື່ແຈ້ງ, ລົງລາຍເຊັນຢັ້ງຢືນ ໃສ່ດ້ານລຸ່ມຂອງ ຫ້ອງ 22ກ. ໃນກໍລະນີເປັນສິນຄ້າ, ເຄື່ອງຂອງ ທີ່ຖືກເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຜູ້ແຈ້ງພາສີດຳເນີນການຊໍາລະສະສາງຕາມຂັ້ນຕອນ. ພາຍຫຼັງຮັບຮອງການແຈ້ງ ແລະ ຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນຢ່າງຖືກຕ້ອງຄົບຖ້ວນແລ້ວ ໃຫ້ຈໍ້າຕາປະທັບຂອງລັດຖະການບ່ອນແຈ້ງພາສີໃສ່ຫ້ອງເບື້ອງລຸ່ມສຸດດ້ານຂວາ ພ້ອມທັງເຊັນຢັ້ງຢືນ;
-    ກໍລະນີເຫັນວ່າບໍ່ຖືກຕ້ອງ: ຕ້ອງດໍາເນີນມາດຕະການຕາມກົດໝາຍ ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ສາມາດປ່ຽນໄປເປັນການດັດແກ້ຂໍ້ມູນ ແລ້ວບັນທຶກເຫດຜົນໃສ່ແບບພິມ Inspection Act ພ້ອມທັງຂຽນຊື່ແຈ້ງ ແລະ ລົງລາຍເຊັນ ຢັ້ງຢືນໃສ່ບໍລິເວນຕາປະທັບຄ່າຄວາມສ່ຽງ ແລ້ວນໍາສົ່ງເອກະສານໃຫ້ເຈົ້າໜ້າທີ່ພາສີຜູ້ດັັດແກ້ເອກະສານ ເພື່ອດັດແກ້ຂໍ້ມູນການແຈ້ງ ຕາມຜົນການກວດກາຂອງເຈົ້າໜ້າທີ່ຜູ້ກວດກາສິນຄ້າຕົວຈິງ. ຈາກນັ້ນ, ໃຫ້ພິມໃບແຈ້ງພາສີເປັນລາຍລະອຽດຄືນໃໝ່ ພ້ອມທັງເຊັນ ແລະ ປະທັບຕາ. ຫຼັງຈາກນັ້ນ, ໃຫ້ເຈົ້າໜ້າທີ່ຜູ້ດັດແກ້ເອກະສານ ປະທັບຕາສີ່ຫຼ່ຽມ ຊຶ່ງມີຂະໜາດ 1,5x5 ຊມ ນໍາໃຊ້ນໍ້າມຶກສີຟ້າ ທີ່ມີເນື້ອໃນ ‘‘ດັດແກ້ຂໍ້ມູນການແຈ້ງ Amendment’’ ໃສ່ເບື້ອງເທິງສຸດດ້ານຂວາ ຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງເຊັນຢັ້ງຢືນໃສ່ຕາປະທັບດັ່ງກ່າວ ແລ້ວນໍາສົ່ງເອກະສານໃຫ້ຮອງຫົວໜ້າລັດຖະການພາສີບ່ອນແຈ້ງພາສີ ຜູ້ທີ່ຮັບຜິດຊອບ ເພື່ອກວດກາຄືນ ແລະ ຮັບຮອງການແຈ້ງ.
    ຂັ້ນຕອນການກວດປ່ອຍສິນຄ້າ: ພາຍຫຼັງ ດຳເນີນຂັ້ນຕອນການແຈ້ງພາສີ ສຳເລັດແລ້ວ ກ່ອນຈະອະນຸຍາດໃຫ້ນຳສິນຄ້າອອກຈາກສາງ ຫຼື ດ່ານພາສີ ຕ້ອງໄດ້ປະຕິບັດການຄວບຄູມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
-    ສໍາລັບເຈົ້າໜ້າທີ່ພາສີຄຸ້ມຄອງສາງ ຫຼື ກວດກາສິນຄ້າ ຮັບຜິດຊອບ: ຮັບ ແລະ ກວດກາຄວາມຖືກຕ້ອງຂອງເອກະສານແຈ້ງພາສີ; ກວດກາສິນຄ້າຕົວຈິງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 36 ຂອງກົດໝາຍວ່າດ້ວຍພາສີ ຕາມເຕັກນິກວິຊາການ, ນໍາໃຊ້ເຄື່ອງສາຍແສງ, ຕິດຊັ່ງ ແລະ ບັນທຶກຜົນການກວດກາສິນຄ້າລະອຽດ ກ່ຽວກັບ ຊະນິດ, ຈໍານວນ, ນໍ້າໜັກ, ລາຄາ, ປະເທດຜະລິດ, ຍານພາຫະນະຂົນສົ່ງ, ວັນເວລາ, ສະຖານທີ່ກວດກາ ແລະ ຂໍ້ມູນອື່ນ ພ້ອມທັງລົງລາຍເຊັນ, ຊື່ ແລະ ນາມສະກຸນ ໃສ່ແບບພິມໃບແຈ້ງພາສີເປັນລາຍລະອຽດ ແລະ/ຫຼື ໃສ່ໃບປ່ອຍສິນຄ້າ ໃນລະບົບອາຊີກູດາ (Inspection Act);
-    ສໍາລັບເຈົ້າໜ້າທີ່ພາສີ ປະຕູສາງ ຮັບຜິດຊອບ: ກວດກາຄືນຄວາມຖືກຕ້ອງ ຕໍ່ການຢັ້ງຢືນຂອງເຈົ້າໜ້າທີ່ພາສີຄຸ້ມຄອງສາງ ຫຼື ກວດກາສິນຄ້າ; ປະທັບຕາສີ່ຫຼ່ຽມທີ່ບົ່ງບອກເຖິງ ວັນເວລາ ແລະ ເຊັນຢັ້ງຢືນ ໃນເວລາແຈ້ງອອກຈາກປະຕູສາງ ແລະ ປະສານຫາພາກສ່ວນທີ່ກ່ຽວຂ້ອງ ເພື່ອເປັນການຄຸ້ມຄອງ ແລະ ກວດກາສິນຄ້າ ລົງສາງຂອງຜູ້ປະກອບການ ຕາມລະບຽບການ.

ມາດຕາ 15 ອັດຕາແລກປ່ຽນ
ອັດຕາແລກປ່ຽນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 33 ຂອງກົດໝາຍວ່າດ້ວຍພາສີ ຜູ້ແຈ້ງພາສີສາມາດແຈ້ງເປັນສະກຸນເງິນຕາຕ່າງປະເທດໃດໜຶ່ງ ເປັນຕົ້ນ USD, EUR, KRW, JPY, VND, THB, CNY ສໍາລັບພື້ນຖານການຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ເປັນເງິນກີບນັ້ນ ໃຫ້ອີງຕາມອັດຕາແລກປ່ຽນໃນແຈ້ງການຂອງກົມພາສີທີ່ວາງອອກເປັນແຕ່ລະໄລຍະ ແລະ ລົງໃນລະບົບການແຈ້ງພາສີແບບເອເລັກໂຕຣນິກ ທັງນີ້ໂດຍອີງໃສ່ອັດຕາແລກປ່ຽນລະຫວ່າງສະກຸນເງິນຕາຕ່າງປະເທດ ກັບສະກຸນເງິນກີບລາວ LAK ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃຊ້ ຍົກເວັ້ນສິນຄ້າບາງປະເພດ ເຊັ່ນ ນໍ້າມັນເຊື້ອໄຟ, ອາຍແກ໊ສ ທີ່ລັດຖະບານຄວບຄຸມສະກຸນເງິນ ແລະ ອັດຕາແລກປ່ຽນ ສໍາລັບການແຈ້ງພາສີເປັນອັນສະເພາະ.

ມາດຕາ 16 ວິທີຄິດໄລ່ ຄ່າພາສີ-ອາກອນ ແລະ ພັນທະອື່ນ
ໃນການດໍາເນີນການແຈ້ງພາສີເປັນລາຍລະອຽດ ໃນເວລານໍາເຂົ້າ-ສົ່ງອອກ, ການສະສາງຄະດີທາງພາສີຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 40, 101 ແລະ ມາດຕາ 175 ຂອງກົດໝາຍວ່າດ້ວຍພາສີ ນອກຈາກການຄິດໄລ່ຄ່າພາສີແລ້ວ ຍັງຈະຕ້ອງໄດ້ຄິດໄລ່ຄ່າອາກອນຕ່າງໆ ແລະ ພັນທະອື່ນ (ຖ້າມີ) ເຂົ້ານໍາ ແລະ ໃຫ້ປະຕິບັດ ດັ່ງນີ້:
1.    ການກໍານົດພື້ນຖານການຄິດໄລ່:
ພື້ນຖານໃນການຄິດໄລ່ຄ່າພາສີ-ອາກອນ ແມ່ນມູນຄ່າແຈ້ງພາສີ ທີ່ເປັນສະກຸນເງິນຕາຕ່າງປະເທດ ຄູນ (x) ອັດຕາແລກປ່ຽນຂອງທະນາຄານເປັນສະກຸນເງິນກີບ. ເພື່ອຄວາມສະດວກໃນການຄິດໄລ່ຄ່າພາສີ-ອາກອນ, ພື້ນຖານຄິດໄລ່ຄ່າພາສີ-ອາກອນ ຕ້ອງເປັນຕົວເລກມົນ.
2.    ການຄິດໄລ່ຄ່າພາສີ-ອາກອນ:
ຄ່າພາສີ-ອາກອນ ຕ້ອງຄິດໄລ່ແບບທະວີຄູນ ໃນວັນທີ່ໄດ້ຮັບຂໍ້ມູນເຂົ້າໃນລະບົບການແຈ້ງພາສີເປັນລາຍລະອຽດ ໂດຍເອົາມູນຄ່າແຈ້ງພາສີ ຄູນ (x) ອັດຕາພາສີຂາເຂົ້າ, ອັດຕາພາສີຂາອອກ, ອັດຕາອາກອນ ຕາມທີ່ໄດ້ກຳນົດໄວ້ໃນປື້ມສາລະບານສິນຄ້າ ແລະ ອັດຕາພາສີ, ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ລະບຽບການສະເພາະ.
3.    ການຄິດໄລ່ຄ່າພັນທະອື່ນ:
ຄ່າພັນທະອື່ນ ຊຶ່ງປະກອບມີ ຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຕ້ອງຄິດໄລ່ ແລະ ຈັດເກັບ ຕາມອັດຕາເດັດຖານ ຫຼື ອັດຕາທຽບຖານ ທີ່ກຳນົດໄວ້ໃນລະບຽບການສະເພາະ. ໃນກໍລະນີທີ່ຄ່າພັນທະອື່ນ ກຳນົດເປັນອັດຕາທຽບຖານ ແມ່ນໃຫ້ຄິດໄລ່ດ້ວຍວິທີການ ທີ່ໄດ້ກຳນົດໄວ້ໃນຂໍ້ 1 ຂ້າງເທິງນັ້ນ.
ຄ່າພາສີ-ອາກອນ ແລະ ພັນທະອື່ນ ຕ້ອງຖືກຊຳລະເປັນເງິນກີບ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ ຕາມລະບຽບການ.

4.    ຕົວຢ່າງການຄິດໄລ່ຕາມມາດຕາ 40 ຂອງກົດໝາຍວ່າດ້ວຍພາສີ:
ຕົວຢ່າງ 1: ການນໍາເຂົ້າສິນຄ້າທົ່ວໄປ ແບບນິຕິບຸກຄົນ
ບໍລິສັດ ກຂຄ ແຈ້ງພາສີການນໍາເຂົ້າ ໂທລະສັບມືຖື ຈໍານວນ 100 ໜ່ວຍ ໃນມູນຄ່າ CIF 41.040 CNY (ອັດຕາແລກປ່ຽນ 1 CNY ເທົ່າກັບ 1.462 ກີບ) ມູນຄ່າແຈ້ງເທົ່າກັບ 60.000.000 ກີບ.
ໂທລະສັບມືຖື ມີອັດຕາພາສີປົກກະຕິ 10%, ອັດຕາອາກອນຊົມໃຊ້ (ອກຊ) 10%, ອັດຕາອາກອນມູນຄ່າເພີ່ມ (ອມພ) 10%, ຕ້ອງຖືກເສຍພາສີ-ອາກອນ ດັ່ງນີ້:
ກ. ຄ່າພາສີ 10%   = 60.000.000 ກີບ x 10%                                 =  6.000.000 ກີບ
ຂ. ຄ່າ ອກຊ 10% = (60.000.000+6.000.000) x 10%                     =  6.600.000 ກີບ
ຄ. ຄ່າ ອມພ 10% = (60.000.000+6.000.000+6.600.000) x 10%  =  7.260.000 ກີບ

 ລວມຄ່າພາສີ-ອາກອນ = ກ + ຂ + ຄ             = 19.860.000 ກີບ
ຕົວຢ່າງ 2: ການນໍາເຂົ້າແບບບຸກຄົນ:
ທ້າວ ກ ນໍາ ລົດກະບະ 4 ປະຕູ ຈັກກາຊວນ 2500 CC, ລາຄາ 468.750 THB (ອັດຕາແລກປ່ຽນ 1 THB ເທົ່າກັບ 320 ກີບ) ມູນຄ່າແຈ້ງເທົ່າກັບ 150.000.000 ກີບ ມາສະເໜີຂໍເສຍພາສີ-ອາກອນ. ລົດກະບະ 4 ປະຕູ ຄວາມແຮງ 2500 CC ມີອັດຕາພາສີປົກກະຕິ 30%, ອັດຕາອາກອນຊົມໃຊ້ (ອກຊ) 40%, ອັດຕາອາກອນມູນຄ່າເພີ່ມ (ອມພ) 10%, ອັດຕາອາກອນລາຍໄດ້ (ອກລ) 20% ດັ່ງນີ້:
ກ. ຄ່າພາສີ 30%   = 150.000.000 x 30%                             = 45.000.000 ກີບ
ຂ. ຄ່າ ອກຊ 40% = (150.000.000 + 45.000.000) x 40%          = 78.000.000 ກີບ
(ພື້ນຖານຄິດໄລ່ ອກລ 15% = (150.000.000 + 45.000.000 + 78.000.000) x 15% 
   = 40.950.000 ກີບ)
ຄ. ຄ່າ ອມພ 10% = (150.000.000+45.000.000+78.000.000+40.950.000) x 10% 
   = 31.395.000 ກີບ
ງ. ຄ່າ ອກລ 20% = 40.950.000 x 20%                                       =   8.190.000 ກີບ

ລວມຄ່າພາສີ-ອາກອນ = ກ + ຂ + ຄ + ງ                = 162.585.000 ກີບ
5.    ຕົວຢ່າງການຄິດໄລ່ຕາມມາດຕາ 101 ຂອງກົດໝາຍວ່າດ້ວຍພາສີ: 
ບໍລິສັດ ກຂຄ ແຈ້ງພາສີສົ່ງອອກ ປະເພດຫີນກໍ່ສ້າງ ຈໍານວນ 10.000 ແມັດກ້ອນ, ມູນຄ່າ FOB 90.000 USD (ອັດຕາແລກປ່ຽນ 1 USD ເທົ່າກັບ 10.000 ກີບ) ມູນຄ່າແຈ້ງເທົ່າກັບ 900.000.000 ກີບ. ຫີນກໍ່ສ້າງ ມີອັດຕາພາສີຂາອອກ 5% ຕາມລັດຖະບັນຍັດຂອງປະທານປະເທດ, ຕ້ອງຖືກເສຍພາສີຂາອອກ ດັ່ງນີ້:
ກ. ຄ່າພາສີຂາອອກ 5%    = 900.000.000 ກີບ x 5%        = 45.000.000 ກີບ

ລວມຄ່າພາສີ            = 45.000.000 ກີບ

ມາດຕາ 17 ການຄຸ້ມຄອງ ແລະ ມາດຕະການຄ້ຳປະກັນ
ການຄ້ຳປະກັນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 41 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ການຄຸ້ມຄອງການຄ້ຳປະກັນເປັນເງິນສົດ:
ໃນກໍລະນີຜູ້ແຈ້ງພາສີ ມີການຄ້ຳປະກັນດ້ວຍເງິນສົດ, ເຈົ້າໜ້າທີ່ພາສີ ຕ້ອງນຳເອົາເງິນຄ້ຳປະກັນ ໄປຝາກໄວ້ໃນບັນຊີເງິນຄໍ້າປະກັນຢູ່ ຄັງເງິນແຫ່ງຊາດ ຫຼື ຢູ່ບັນຊີເງິນຄໍ້າປະກັນຂອງຄັງເງິນແຫ່ງຊາດຢູ່ທະນາຄານ ບໍ່ອະນຸຍາດໃຫ້ເກັບຮັກສາເງິນຄ້ຳປະກັນເຫຼົ່ານັ້ນ ໄວ້ຢູ່ລັດຖະການພາສີແຕ່ລະຂັ້ນຢ່າງເດັດຂາດ;
2.    ການຄຸ້ມຄອງເງິນຄ້ຳປະກັນເປັນແຊັກ ຫຼື ໜັງສືຄ້ຳປະກັນຈາກສະຖາບັນການເງິນ ຫຼື ທະນາຄານ:
ກ່ອນຈະຮັບການຄ້ຳປະກັນທີ່ເປັນແຊັກ ຫຼື ໜັງສືຄ້ຳປະກັນຈາກສະຖາບັນການເງິນ ຫຼື ທະນາຄານ ເຈົ້າໜ້າທີ່ພາສີ ຕ້ອງປະສານສົມທົບກັບສະຖາບັນການເງິນ ຫຼື ທະນາຄານທີ່ກ່ຽວຂ້ອງ ເພື່ອກວດກາ ຢັ້ງຢືນຄວາມຖືກຕ້ອງເສຍກ່ອນ (Visa) ຈຶ່ງຮັບແຊັກ ຫຼື ໜັງສືຄ້ຳປະກັນດັ່ງກ່າວ ແລະ ຕ້ອງໄດ້ມີການບັນທຶກຕິດຕາມລາຍລະອຽດ ເພື່ອດຳເນີນການເລັ່ງທວງໃຫ້ມາຊຳລະສະສາງ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາຄ້ຳປະກັນ.
3.    ການຄຸ້ມຄອງເອກະສານຄ້ຳປະກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ:
ໃນກໍລະນີມີການຄ້ຳປະກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເຈົ້າໜ້າທີ່ພາສີ ຈະພິຈາລະນາໂດຍອີງໃສ່ຄວາມໜ້າເຊື່ອຖື, ມີເອກະສານຢັ້ງຢືນຖືກຕ້ອງ ແລະ ຕ້ອງມີການບັນທຶກຕິດຕາມລາຍລະອຽດ ເພື່ອດຳເນີນການເລັ່ງທວງ ໃຫ້ມາຊຳລະສະສາງ ລະບອບຄ້ຳປະກັນ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາຄ້ຳປະກັນ.
4.    ມາດຕະການ:
-    ໃນກໍລະນີທີ່ຄ້ຳປະກັນດ້ວຍເງິນສົດ ເຈົ້າໜ້າທີ່ພາສີ ຕ້ອງນຳເອົາເງິນຄ້ຳປະກັນ ໄປຝາກໄວ້ໃນບັນຊີເງິນຄໍ້າປະກັນຢູ່ ຄັງເງິນແຫ່ງຊາດ ຫຼື ບັນຊີເງິນຄໍ້າປະກັນຂອງຄັງເງິນແຫ່ງຊາດຢູ່ທະນາຄານ, ບໍ່ອະນຸຍາດໃຫ້ເກັບຮັກສາເງິນຄ້ຳປະກັນເຫຼົ່ານັ້ນໄວ້ຢູ່ຫ້ອງການລັດຖະການພາສີແຕ່ລະຂັ້ນ, ຜູ້ແຈ້ງພາສີ ຕ້ອງແຈ້ງພາສີເປັນລາຍລະ ອຽດພາຍໃນກໍານົດ ສາມສິບ (30) ວັນ ນັບຕັ້ງແຕ່ວັນທີ່ນໍາເອົາສິນຄ້າ, ເຄື່ອງຂອງ ອອກຈາກສາງ, ດ່ານພາສີ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ ຖ້າກາຍກຳນົດເວລາດັ່ງກ່າວ ຈະຖືກປັບໃໝ ໃນອັດຕາ 0,10% ຂອງຄ່າພາສີ-ອາກອນ ໃນອັດຕາປົກກະຕິຕໍ່ວັນທີ່ກາຍກຳນົດ ແຕ່ຈໍານວນເງິນຄ່າປັບໃໝ ບໍ່ໃຫ້ເກີນຄ່າພາສີ-ອາກອນ ທີ່ຕ້ອງຊໍາລະ ແລະ ມອບໃຫ້ຫົວໜ້າດ່ານພາສີຊາຍແດນ, ຫ້ອງການພາສີປະຈໍາລະບົບສາງ, ພາສີປະຈໍາເຂດເສດຖະ ກິດພິດເສດ ແລະ ເຂດເສດຖະກິດອື່ນ ອອກໜັງສືທາງລັດຖະການເລັ່ງທວງການຊໍາລະສະສາງສອງ (2) ຄັ້ງ ຊຶ່ງແຕ່ລະຄັ້ງບໍ່ໃຫ້ເກີນ ສິບຫ້າ (15) ວັນ ໃຫ້ຜູ້ແຈ້ງພາສີໂດຍກົງ ຫຼື ຜ່ານທາງໄປສະນີ ຫຼື ໜັງສືທາງເອເລັກໂຕຣນິກ (ອີເມວ) ຫຼື ເວັບໄຊຂອງກົມພາສີ, ຖ້າກາຍກຳນົດເວລາດັ່ງກ່າວ ມອບໃຫ້ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງ ສັງລວມລາຍງານຕໍ່ກົມພາສີ ພ້ອມດ້ວຍເອກະສານຫຼັກຖານທີ່ກ່ຽວຂ້ອງ ເພື່ອພິຈາລະນາອອກຄຳສັ່ງມອບເງິນຄ້ຳປະກັນດັ່ງກ່າວ ເຂົ້າງົບປະມານແຫ່ງລັດ.
-    ໃນກໍລະນີທີ່ຄ້ຳປະກັນຈາກທະນາຄານ ຫຼື ສະຖາບັນການເງິນອື່ນ ຫົວໜ້າດ່ານພາສີທີ່ກ່ຽວຂ້ອງ ຕ້ອງປະສານສົມທົບກັບສະຖາບັນການເງິນ ຫຼື ທະນາຄານ ເພື່ອກວດກາ ຢັ້ງຢືນຄວາມຖືກຕ້ອງເສຍກ່ອນ ຈຶ່ງຮັບແຊັກ ຫຼື ໜັງສືຄ້ຳປະກັນດັ່ງກ່າວ ແລະ ຕ້ອງໄດ້ມີການບັນທຶກຕິດຕາມລາຍລະອຽດ ເພື່ອດຳເນີນການເລັ່ງທວງໃຫ້ມາຊຳລະສະສາງ ກ່ອນວັນໝົດອາຍຸຢັ້ງຢືນຈາກທະນາຄານ ຫຼື ສະຖາບັນການເງິນ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາຄ້ຳປະກັນ. ຖ້າກາຍກຳນົດເວລາ ທີ່ລະບຸໄວ້ໃນລະບຽບການ ຫຼື ສັນຍາຄ້ຳປະກັນ ຈະຖືກປັບໃໝ ໃນອັດຕາ 0,10% ຂອງຄ່າພາສີ-ອາກອນ ໃນອັດຕາປົກກະຕິຕໍ່ວັນທີ່ກາຍກຳນົດ ແຕ່ຈໍານວນເງິນຄ່າປັບໃໝ ບໍ່ໃຫ້ເກີນຄ່າພາສີ-ອາກອນ ທີ່ຕ້ອງຊໍາລະ ແລະ ໃຫ້ຫົວໜ້າດ່ານພາສີຊາຍແດນທີ່ກ່ຽວຂ້ອງ ອອກໜັງສືທາງລັດຖະການເລັ່ງທວງສອງ (2) ຄັ້ງ ຊຶ່ງແຕ່ລະຄັ້ງບໍ່ໃຫ້ເກີນ ສິບຫ້າ (15) ວັນ ໃຫ້ຜູ້ແຈ້ງພາສີໂດຍກົງ ຫຼື ຜ່ານທາງໄປສະນີ ຫຼື ໜັງສືທາງເອເລັກໂຕຣນິກ (ອີເມວ) ຫຼື ເວັບໄຊຂອງກົມພາສີ, ຖ້າກາຍກຳນົດເວລາດັ່ງກ່າວ ແມ່ນມອບໃຫ້ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງ ສັງລວມລາຍງານຕໍ່ກົມພາສີ ພ້ອມດ້ວຍເອກະສານຫຼັກຖານທີ່ກ່ຽວຂ້ອງ ກ່ອນວັນໝົດອາຍຸ ທີ່ທະນາຄານ ຫຼື ສະຖາບັນການເງິນຢັ້ງຢືນ ສິບຫ້າ (15) ວັນ ເພື່ອພິຈາລະນາອອກຄໍາສັ່ງມອບເງິນຄ້ຳປະກັນດັ່ງກ່າວ ເຂົ້າງົບປະມານແຫ່ງລັດ.
-    ການຄໍ້າປະກັນການນໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ໃຫ້ຖືເອົາວັນຮັບຮອງແຜນ ຫຼື ການອະນຸມັດແຜນນໍາເຂົ້າຂອງຂະແໜງການລັດທີ່ກ່ຽວຂ້ອງຂອດສຸດທ້າຍ ເປັນຕົ້ນໄປ. ຖ້າບໍ່ແຈ້ງພາສີເປັນລາຍລະ ອຽດ ຫຼື ບໍ່ຊໍາລະຄ່າພາສີ-ອາກອນ ພາຍໃນເວລາ ສາມສິບ (30) ວັນ, ຜູ້ແຈ້ງພາສີ ຕ້ອງເສຍຄ່າປັບໃໝໃນອັດຕາ 0,10% ຂອງຄ່າພາສີ-ອາກອນ ໃນອັດຕາປົກກະຕິຕໍ່ວັນທີ່ກາຍກໍານົດ, ຈໍານວນເງິນຄ່າປັບໃໝ ບໍ່ໃຫ້ເກີນຄ່າພາສີ-ອາກອນ ທີ່ຕ້ອງຊໍາລະ. ຖ້າກາຍໄລຍະເວລາຄ້ຳປະກັນທີ່ກຳນົດໄວ້ ມອບໃຫ້ຫົວໜ້າດ່ານພາສີຊາຍແດນທີ່ກ່ຽວ ຂ້ອງ ອອກໜັງສືທາງລັດຖະການເລັ່ງທວງສອງ (2) ຄັ້ງ ຊຶ່ງແຕ່ລະຄັ້ງບໍ່ໃຫ້ເກີນ ສິບຫ້າ (15) ວັນ ໃຫ້ຜູ້ແຈ້ງພາສີໂດຍກົງ ຫຼື ຜ່ານທາງໄປສະນີ ຫຼື ໜັງສືທາງເອເລັກໂຕຣນິກ (ອີເມວ) ຫຼື ເວັບໄຊຂອງກົມພາສີ, ຖ້າກາຍກຳນົດເວລານີ້ແລ້ວ ໃຫ້ລາຍງານຕໍ່ກົມພາສີ ເພື່ອອອກຄຳສັ່ງມອບເງິນຄ້ຳປະກັນດັ່ງກ່າວ ເຂົ້າງົບປະມານແຫ່ງລັດ, ສ່ວນການຄໍ້າປະກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະໄດ້ກ່າວເຕືອນ ແລະ ບັນທຶກເຂົ້າໃນລະບົບບໍລິຫານຄວາມສ່ຽງທາງພາສີ ຊຶ່ງຈະບໍ່ໄດ້ຮັບການອໍານວຍຄວາມສະດວກໃນຄັ້ງຕໍ່ໄປ ຫຼື ຈະຖືກດໍາເນີນມາດຕະການຕາມກົດໝາຍ.
-    ການຄໍ້າປະກັນສໍາລັບຜູ້ປະກອບການມາດຕະຖານເອອີໂອ ສາມາດຄໍ້າປະກັນດ້ວຍໜັງສືຄໍ້າປະກັນ ນໍາເອົາສິນຄ້າອອກຈາກ ສາງ ຫຼື ດ່ານພາສີກ່ອນ ເຖິງວ່າເອກະສານໃດໜຶ່ງຈະບໍ່ຄົບຖ້ວນກໍຕາມ ແຕ່ຕ້ອງໄດ້ສະສາງພາຍໃນເວລາ ສາມສິບ (30) ວັນ ນັບແຕ່ວັນໄດ້ຮັບອະນຸຍາດນໍາສິນຄ້າອອກຈາກ ສາງ ຫຼື ດ່ານພາສີ. ຖ້າກາຍເວລາທີ່ກຳນົດໄວ້, ມອບໃຫ້ຫົວໜ້າດ່ານພາສີຊາຍແດນທີ່ກ່ຽວຂ້ອງ ອອກໜັງສືທາງລັດຖະການເລັ່ງທວງສອງ (2) ຄັ້ງ ຊຶ່ງແຕ່ລະຄັ້ງບໍ່ໃຫ້ເກີນ ສິບຫ້າ (15) ວັນ ໃຫ້ຜູ້ປະກອບການໂດຍກົງ ຫຼື ຜ່ານທາງໄປສະນີ ຫຼື ໜັງສືທາງເອເລັກໂຕຣນິກ (ອີເມວ) ຫຼື ເວັບໄຊຂອງກົມພາສີ. ໃນກໍລະນີບໍ່ຊໍາລະພາຍໃນເວລາດັ່ງກ່າວ ຕ້ອງໄດ້ເສຍຄ່າປັບໃໝໃນອັດຕາ 0,10% ຂອງຄ່າພາສີ-ອາກອນ ຕາມອັດຕາປົກກະຕິຕໍ່ວັນທີ່ກາຍກໍານົດ ແລະ ຈະບໍ່ໄດ້ຮັບການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ ໃນຄັ້ງຕໍ່ໄປ ແລະ ຈະຖືກດໍາເນີນມາດຕະການຕາມກົດໝາຍ.
-    ການຄໍ້າປະກັນສໍາລັບເຄື່ອງຊ່ວຍເຫຼືອລ້າ ແລະ ກູ້ຢືມຈາກຕ່າງປະເທດ ການສະສາງໃບຄໍ້າປະກັນຂອງບັນດາວິສາຫະກິດ, ໂຄງການ, ອົງການຈັດຕັ້ງ ຕ້ອງໄດ້ປະກອບໃບແຈ້ງພາສີເປັນລາຍລະອຽດ ພາຍໃນກໍານົດເວລາ ສາມສິບ (30) ວັນ ນັບແຕ່ວັນທີ່ແຜນນໍາເຂົ້າປະຈໍາປີ ຫຼື ຂໍ້ຕົກລົງທີ່ກ່ຽວຂ້ອງກັບການຍົກເວັ້ນ, ງົດເກັບ ແລະ ຫຼຸດຜ່ອນຄ່າພາສີ-ອາກອນ ໄດ້ຖືກຮັບຮອງ ຫຼື ການອະນຸມັດຂອດສຸດທ້າຍຂອງຂະແໜງການລັດທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ. ຖ້າກາຍກໍານົດເວລາດັ່ງກ່າວ ມອບໃຫ້ຫົວໜ້າດ່ານພາສີຊາຍແດນທີ່ກ່ຽວຂ້ອງ ອອກໜັງສືທາງລັດຖະການເລັ່ງທວງສອງ (2) ຄັ້ງ ຊຶ່ງແຕ່ລະຄັ້ງບໍ່ໃຫ້ເກີນ ສິບຫ້າ (15) ວັນ ໃຫ້ວິສາຫະກິດ, ໂຄງການ ຫຼື ອົງການຈັດຕັ້ງ ຫຼື ຜ່ານທາງໄປສະນີ ຫຼື ໜັງສືທາງເອເລັກໂຕຣນິກ (ອີເມວ) ຫຼື ເວັບໄຊຂອງກົມພາສີ. ໃນກໍລະນີບໍ່ຊໍາລະພາຍໃນເວລາດັ່ງກ່າວ ແມ່ນຈະໄດ້ກ່າວເຕືອນ ແລະ ບັນທຶກເຂົ້າໃນລະບົບບໍລິຫານຄວາມສ່ຽງທາງພາສີ ຊຶ່ງຈະບໍ່ໄດ້ຮັບການອໍານວຍຄວາມສະດວກໃນຄັ້ງຕໍ່ໄປ ຫຼື ຈະຖືກປະຕິບັດມາດຕະການທາງກົດໝາຍ.
-    ການຄໍ້າປະກັນ ສໍາລັບເຄື່ອງຂອງຊ່ວຍເຫຼືອ ດ້ານມະນຸດສະທໍາ, ເຄື່ອງບັນເທົາທຸກ ໃນກໍລະນີເກີດເຫດສຸກເສີນ ເປັນຕົ້ນ ໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດ ໃຫ້ເຈົ້າໜ້າທີ່ພາສີອອກໜັງສືຄໍ້າປະກັນທັນທີ ໂດຍອີງໃສ່ໜັງສືຢັ້ງຢືນ, ຂໍ້ຕົກລົງ ຫຼື ໜັງສືທາງລັດຖະການຂອງຄະນະຕ້ານໄພພິບັດຂັ້ນສູນກາງ ຫຼື ຂັ້ນແຂວງ. ການສະສາງການຄໍ້າປະກັນ ຕ້ອງໄດ້ປະກອບໃບແຈ້ງພາສີເປັນລາຍລະອຽດ ພາຍໃນ ເກົ້າສິບ (90) ວັນ, ຖ້າກາຍກໍານົດເວລາດັ່ງກ່າວ ມອບໃຫ້ຫົວໜ້າດ່ານພາສີຊາຍແດນທີ່ກ່ຽວຂ້ອງ ສັງລວມລາຍງານຕໍ່ກົມພາສີ ເພື່ອສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ ອອກຂໍ້ຕົກລົງລົບລ້າງໜັງສືຄໍ້າປະກັນ.
    ໃນກໍລະນີ ມີການກະທໍາຜິດທາງພາສີ ສໍາລັບສິນຄ້າ, ເຄື່ອງຂອງ ບູດເນົ່າໄວ, ສັດມີຊີວິດ, ຍານພາຫະນະ ຊຶ່ງມີຄວາມຫຍຸ້ງຍາກໃນການເກັບຮັກສາ ຖ້າເຈົ້າຂອງສິນຄ້າຫາກມີຈຸດປະສົງຢາກນໍາສິນຄ້າອອກຈາກສາງເກັບຮັກສາຂອງກາງ ຫຼື ດ່ານພາສີຊາຍແດນ ກ່ອນ ໃຫ້ປະຕິບັດຕາມລະບຽບການຄໍ້າປະກັນ ດັ່ງນີ້:
1)    ຕ້ອງມີການຄໍ້າປະກັນດ້ວຍເງິນສົດ ເທົ່າກັບຄ່າພາສີ-ອາກອນ ແລະ ຄ່າປັບໃໝທີ່ຕ້ອງຊໍາລະ ຫຼື ຄໍ້າປະກັນດ້ວຍທະນາຄານ ຫຼື ສະຖາບັນການເງິນອື່ນ;
2)    ພາຍຫຼັງນໍາເອົາສິນຄ້າ, ເຄື່ອງຂອງ ອອກຈາກສາງເກັບຮັກສາຂອງກາງ ຫຼື ດ່ານພາສີຊາຍແດນຂ້າງເທິງແລ້ວ ຕ້ອງໄດ້ມາຊໍາລະສະສາງການຄໍ້າປະກັນ ພາຍໃນກໍານົດ ສາມສິບ (30) ວັນ;
3)    ໃນກໍລະນີ ບໍ່ມາຊໍາລະສະສາງຕາມກໍານົດເວລາດັ່ງກ່າວ ໃຫ້ຫົວໜ້າລັດຖະການພາສີແຕ່ລະຂັ້ນ ເປັນຜູ້ສັງລວມລາຍງານຕໍ່ກົມພາສີ ເພື່ອດໍາເນີນຂັ້ນຕອນມອບເງິນເຂົ້າງົບປະມານແຫ່ງລັດ.
ໃຫ້ຫົວໜ້າດ່ານພາສີຊາຍແດນທີ່ກ່ຽວຂ້ອງ ເລັ່ງທວງການຊໍາລະສະສາງການຄໍ້າປະກັນ ນໍາຜູ້ແຈ້ງພາສີ ທີ່ໄດ້ລົງລາຍເຊັນ ແລະ ປະທັບຕາໃນຫ້ອງ 54 ຂອງໃບແຈ້ງພາສີເປັນລາຍລະອຽດ. ສໍາລັບຜູ້ໄດ້ຮັບມອບສິດ ແລະ ຜູ້ບໍລິການແຈ້ງພາສີ ຈະມີຄວາມຮັບຜິດຊອບໃນຂອບເຂດທີ່ໄດ້ຮັບມອບໝາຍ ຫຼື ຕາມທີ່ໄດ້ກໍານົດໄວ້ໃນສັນຍາ.
ສໍາລັບການຄ້ຳປະກັນສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າມາຊົມໃຊ້ພາຍໃນ ຕ້ອງໄດ້ຮັບການອະນຸມັດຈາກກົມພາ ສີບ່ອນດຽວ ແລະ ບໍ່ອະນຸຍາດໃຫ້ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງ, ຫົວໜ້າດ່ານພາສີຊາຍແດນ, ຫົວໜ້າພາສີປະຈໍາລະບົບສາງ, ຫົວໜ້າພາສີປະຈໍາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ ອອກໜັງສືຄ້ຳປະ ກັນດ້ວຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢ່າງເດັດຂາດ ເວັ້ນເສຍແຕ່ຜູ້ປະກອບການມາດຕະຖານເອອີໂອ.
ໃນກໍລະນີ ລະບົບແຈ້ງພາສີທາງເອເລັກໂຕຣນິກເກີດມີຄວາມຂັດຂ້ອງ ຊຶ່ງບໍ່ສາມາດດຳເນີນການແຈ້ງພາສີເປັນລາຍລະອຽດໃຫ້ສຳເລັດທຸກຂັ້ນຕອນ ມອບໃຫ້ຫົວໜ້າດ່ານພາສີຊາຍແດນ, ຫົວໜ້າພາສີປະຈຳລະບົບສາງ, ຫົວໜ້າພາສີປະຈຳເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ ເປັນຜູ້ປະສານສົມທົບກັບ ພະແນກຄຸ້ມຄອງລະບົບຂໍ້ມູນຂ່າວສານ ແລະ ແຜນການ ກົມພາສີ ໃນການແກ້ໄຂບັນຫາທາງດ້ານເຕັກນິກ ພາຍໃນ ສອງ (2) ຊົ່ວໂມງ, ຖ້າບໍ່ສາມາດດຳເນີນການແກ້ໄຂໄດ້ທັນເວລາ ມອບໃຫ້ຫົວໜ້າລັດຖະການພາສີດັ່ງກ່າວ ເຮັດໜັງສືຄໍ້າປະກັນຕາມແບບພິມທີ່ລັດຖະການພາສີກໍານົດ ເພື່ອດຳເນີນການກວດປ່ອຍສິນຄ້າ ຫຼື ອະນຸຍາດໃຫ້ນຳສິນຄ້າອອກຈາກສາງ ຫຼື ດ່ານພາສີ. ພາຍຫຼັງ ລະບົບນໍາໃຊ້ໄດ້ຢ່າງເປັນປົກກະຕິ ໃຫ້ດໍາເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດຄືນໃຫ້ສຳເລັດ ເປັນຕົ້ນ ການມອບເງິນເຂົ້າງົບປະມານແຫ່ງລັດຕາມລະບຽບການ, ກໍລະນີນີ້ ໃຫ້ນຳໃຊ້ເປັນກໍລະນີສະເພາະສຳລັບລະບົບແຈ້ງພາສີທາງເອເລັກໂຕຣນິກ ເກີດມີຄວາມຂັດຂ້ອງເທົ່ານັ້ນ.
ສໍາລັບ ອັດຕາແລກປ່ຽນ, ອັດຕາພາສີ ແລະ ຂໍ້ມູນອື່ນ ໃຫ້ຖືເອົາໃນວັນທີ່ມາແຈ້ງພາສີເປັນລາຍລະອຽດ ເພື່ອສະສາງລະບອບຄໍ້າປະກັນ.

ມາດຕາ 18 ການຄວບຄຸມ ແລະ ກວດກາເຄື່ອງຂອງຕິດຕົວຜູ້ໂດຍສານ 
ຜູ້ໂດຍສານ ແລະ ເຄື່ອງຕິດຕົວຜູ້ໂດຍສານ ທີ່ເດີນທາງເຂົ້າ-ອອກ ຜ່ານດ່ານພາສີຊາຍແດນ ຕ້ອງຢູ່ພາຍໃຕ້ການຄວບຄຸບ ແລະ ກວດກາ ຂອງເຈົ້າໜ້າທີ່ພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 49 ແລະ ມາດຕາ 51 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ລັດຖະການພາສີ ນໍາໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການບໍລິຫານຄວາມສ່ຽງ ເພື່ອວິເຄາະຂໍ້ມູນ ກ່ຽວກັບຜູ້ໂດຍສານ ແລະ ເຄື່ອງຕິດຕົວຜູ້ໂດຍສານ ທີ່ຈະເປັນເປົ້າໝາຍໃນການກວດກາ;
2.    ລັດຖະການພາສີ ນໍາໃຊ້ຊ່ອງຜູ້ໂດຍສານສີຂຽວ ແລະ ສີແດງ ຊຶ່ງຜູ້ໂດຍສານທີ່ບໍ່ມີເຄື່ອງຂອງ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ສາມາດໄປຕາມຊ່ອງສີຂຽວ, ສ່ວນຜູ້ໂດຍສານທີ່ມີເຄື່ອງຕ້ອງແຈ້ງ ໃຫ້ໄປຕາມຊ່ອງສີແດງ;
3.    ຜູ້ໂດຍສານ ທີ່ມີເຄື່ອງຕ້ອງແຈ້ງ ສາມາດແຈ້ງດ້ວຍປາກເປົ່າ ຫຼື ນໍາໃຊ້ແບບພິມທີ່ລັດຖະການພາສີກໍານົດ ຊຶ່ງຜູ້ກ່ຽວຕ້ອງແຈ້ງດ້ວຍຕົນເອງ. ໃນກໍລະນີ ທີ່ບໍ່ສາມາດແຈ້ງດ້ວຍຕົນເອງ ເນື່ອງຈາກເຄື່ອງຂອງ ມາຮອດບໍ່ພ້ອມກັນ ຜູ້ກ່ຽວສາມາດມອບສິດ ໃຫ້ຕົວແທນແຈ້ງແທນຕົນເອງ;
4.    ສໍາລັບເຄື່ອງຂອງຕິດຕົວຜູ້ໂດຍສານ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ນໍາເຂົ້າ ຜູ້ໂດຍສານສາມາດນໍາເຄື່ອງຂອງດັ່ງກ່າວອອກຄືນ ຫຼື ມອບໃຫ້ເຈົ້າໜ້າທີ່ທໍາລາຍ;
5.    ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ ທາງອາກາດ ຕ້ອງຜ່ານການບໍລິຫານຄວາມສ່ຽງທາງພາສີ ໂດຍການວິ ເຄາະຂໍ້ມູນຜູ້ໂດຍສານລ່ວງໜ້າ (Advance Passenger Information/Passenger Name Record-API/PNR) ກ່ອນເຮຶອບິນເຂົ້າ-ອອກ ສປປ ລາວ ທີ່ຖືກສົ່ງດ້ວຍລະບົບເອເລັກໂຕຣນິກ ເຂົ້າມາຍັງລະບົບຄຸ້ມຄອງຜູ້ໂດຍສານທາງອາກາດຂອງກົມພາສີ ເພື່ອກໍານົດ ຜູ້ໂດຍສານທີ່ຈະເປັນເປົ້າໝາຍກວດກາ. ວິທີການວິເຄາະ ໃຫ້ອີງຕາມຂໍ້ມູນດ້ານເສັ້ນທາງການເດີນທາງ, ໜັງສືເດີນທາງ, ວິທີການຊື້ປີ້ຍົນ ແລະ ອື່ນໆ. ລັດຖະການພາສີ ຕ້ອງທົບທວນຄ່າຄວາມສ່ຽງຜູ້ໂດຍສານທາງອາກາດ ໃນລະບົບເປັນແຕ່ລະໄລຍະ;
6.    ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ ທາງລົດໄຟ  ຕ້ອງຜ່ານການບໍລິຫານຄວາມສ່ຽງທາງພາສີ ໂດຍການວິເຄາະຂໍ້ມູນຜູ້ໂດຍສານລ່ວງໜ້າ ກ່ອນລົດໄຟເຂົ້າ-ອອກ ສປປ ລາວ ທີ່ຖືກສົ່ງດ້ວຍລະບົບເອເລັກໂຕຣນິກ ເຂົ້າມາຍັງລະບົບຄຸ້ມຄອງຜູ້ໂດຍສານທາງລົດໄຟຂອງກົມພາສີ ເພື່ອກໍານົດ ຜູ້ໂດຍສານທີ່ຈະເປັນເປົ້າໝາຍກວດກາ. ວິທີການວິເຄາະ ໃຫ້ອີງຕາມຂໍ້ມູນດ້ານເສັ້ນທາງການເດີນທາງ, ໜັງສືເດີນທາງ, ວິທີການຊື້ປີ້ ແລະ ອື່ນໆ;
7.    ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ ທາງບົກ ແລະ ທາງນໍ້າ  ຕ້ອງຜ່ານການບໍລິຫານຄວາມສ່ຽງທາງພາສີ ໂດຍການສັງເກດພຶດຕິກໍາຂອງຜູ້ໂດຍສານເຂົ້າ-ອອກ ສປປ ລາວ ເພື່ອກໍານົດເປົ້າໝາຍຜູ້ໂດຍສານທີ່ຈະຕ້ອງກວດກາ.

ມາດຕາ 19 ການຄຸ້ມຄອງ ແລະ ມາດຕະການ ກ່ຽວກັບເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ 
ການນໍາເອົາເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າເກີນ 100.000.000 ກີບຂຶ້ນໄປ ຫຼື ທຽບເທົ່າ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 51 ຂອງກົດໝາຍວ່າດ້ວຍພາສີ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ແລະ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ດັ່ງນີ້:
1.    ຜູ້ໂດຍສານຕ້ອງແຈ້ງຂໍ້ມູນກ່ຽວກັບເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ລົງໃນແບບພິມທີ່ລັດຖະການພາສີກຳນົດ ຢູ່ດ່ານພາສີຊາຍແດນ; ສໍາລັບຜູ້ໂດຍສານ ທີ່ເດີນທາງຮ່ວມກັນແບບຄອບຄົວ ສະມາຊິກພາຍໃນຄອບຄົວ ສາມາດແຈ້ງຂໍ້ມູນ ກ່ຽວກັບເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ລວມກັນໃສ່ໃນແບບພິມໃບດຽວກັນໄດ້;
2.    ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ມີໜ້າທີ່ກວດກາ ຄວາມຖືກຕ້ອງກ່ຽວກັບການແຈ້ງເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ຂອງບຸກຄົນທີ່ເດີນທາງເຂົ້າ-ອອກ ຜ່ານດ່ານຊາຍແດນ;
3.    ໃນກໍລະນີ ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ໄດ້ຍຶດ ຫຼື ກັກເງິນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງດ້ານການເງິນ ທີ່ບໍ່ຖືກຕ້ອງ ໃຫ້ເຈົ້າໜ້າທີ່ພາສີ ເຮັດບົດບັນທຶກ, ຖ່າຍຮູບ ແລ້ວນໍາເອົາ ໄປຝາກໄວ້ໃນບັນຊີເງິນຄໍ້າປະກັນຢູ່ ຄັງເງິນແຫ່ງຊາດ ຫຼື ບັນຊີເງິນຄໍ້າປະກັນຂອງຄັງເງິນແຫ່ງຊາດຢູ່ທະນາຄານ ເພື່ອລໍຖ້າຜົນຂອງການດຳເນີນຄະດີ;
4.    ໃນກໍລະນີເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ຫາກກວດເຫັນ, ພົບເຫັນ ຫຼື ມີຂໍ້ສົງໄສວ່າເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ທີ່ບໍ່ໄດ້ແຈ້ງ ຫຼື ມີການແຈ້ງຂໍ້ມູນເທັດ ທີ່ກ່ຽວຂ້ອງກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຕ້ອງຍຶດ ຫຼື ກັກໄວ້ໃນທັນທີ ແລ້ວລາຍງານຕໍ່ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ເປີດການສືບສວນ-ສອບສວນ ເພື່ອໃຫ້ຮູ້ທີ່ມາຂອງ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນນັ້ນ. ຜ່ານການສືບສວນ-ສອບສວນ ຫາກມີຂໍ້ມູນທີ່ໜັກແໜ້ນ ແລະ ຄົບອົງປະກອບຂອງການກະທຳຜິດ ກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ເຈົ້າໜ້າທີ່ພາສີປະ ກອບສໍານວນຄະດີສົ່ງໃຫ້ອົງການໄອຍະການ ເພື່ອສັ່ງຟ້ອງຂຶ້ນສານ ຕາມຂັ້ນຕອນຂອງກົດໝາຍຂອງ ສປປ ລາວ. 
ກໍລະນີ ຫາກມີການແຈ້ງ ບໍ່ຖືກຕ້ອງ, ບໍ່ຄົບຖ້ວນຕາມຈຳນວນຕົວຈິງ, ບໍ່ແຈ້ງ ຫຼື ແຈ້ງຂໍ້ມູນເທັດ ກ່ຽວກັບ ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ໃນເວລາ ເຂົ້າ-ອອກ ສປປ ລາວ ທີ່ບໍ່ມີສ່ວນພົວພັນກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈະຖືກປັບໃໝ ຕາມກົດໝາຍວ່າດ້ວຍພາສີ, ສ່ວນຈຳນວນເງິນທີ່ເຫຼືອຈາກການປັບໃໝ ໃຫ້ສົ່ງຄືນແກ່ເຈົ້າຂອງ.
5.    ຜູ້ນໍາເອົາເງິນສົດເປັນເງິນຕາຕ່າງປະເທດ, ເງິນສົດເປັນເງິນກີບ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າ ເກີນລະບຽບການ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ຫຼື ບໍ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ຄັ້ງທີໜຶ່ງຈະຖືກປັບໃໝຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າທີ່ລະເມີດ. ເມື່ອມີການລະເມີດຊໍ້າ ຈະຖືກປັບໃໝສອງເທົ່າ ຂອງມູນຄ່າປັບໃໝໃນຄັ້ງຫຼ້າສຸດ;
6.    ເຈົ້າໜ້າທີ່ພາສີປະຈໍາດ່ານພາສີຊາຍແດນ ຕ້ອງລາຍງານຂໍ້ມູນກ່ຽວກັບການນໍາເອົາເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ເຂົ້າ-ອອກ ປະເທດ ແລະ ການດໍາເນີນຄະດີ ໃຫ້ສໍານັກງານຂໍ້ມູນຕ້ານການຟອກເງິນ ພາຍໃນ ສິບຫ້າ (15) ວັນລັດຖະການ ຕາມແບບພິມ ຫຼື ລະບົບລາຍງານເອເລັກໂຕຣນິກ (Cross Border Report-CBR) ຂອງສໍານັກງານຂໍ້ມູນຕ້ານການຟອກເງິນ.

ມາດຕາ 20 ການແຈ້ງສິນຄ້າ, ເຄື່ອງຂອງ ທາງໄປສະນີ ແລະ ສັ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ
ການແຈ້ງສິນຄ້າ, ເຄື່ອງຂອງທາງໄປສະນີ ແລະ ສັ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 52 ຂອງກົດໝາຍວ່າດ້ວຍພາສີ ບຸກຄົນ, ນິຕິບຸກຄົນ ພາຍໃນ ແລະ ຕ່າງປະເທດ ທີ່ນຳເຂົ້າ-ສົ່ງອອກ ຫຼື ຜ່ານແດນ ພັດສະດຸພັນ, ຖົງເມ ທາງໄປສະນີ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ແລະ ໃຫ້ດຳເນີນການ ຕາມຂັ້ນຕອນ ດັ່ງນີ້:
1.    ການແຈ້ງສິນຄ້າ, ເຄື່ອງຂອງ ທີ່ຈັດສົ່ງທາງໄປສະນີ 
-    ສິນຄ້າ, ເຄື່ອງຂອງ ທີ່ຈັດສົ່ງທາງໄປສະນີລະຫວ່າງປະເທດ ຊຶ່ງປະກອບດ້ວຍ ໄປສະນີພັນ, ພັດສະດຸໄປສະນີ ແລະ ໂລຊິດສະຕິກໄປສະນີ (Logistics Post) ຕ້ອງດໍາເນີນການແຈ້ງພາສີ ຢູ່ຫ້ອງການໄປສະນີ, ສູນແລກປ່ຽນໄປສະນີລະຫວ່າງປະເທດ  ຫຼື ສະຖານທີ່ອື່ນ ທີ່ລັດຖະການພາສີ ໄດ້ອະນຸຍາດໃຫ້ເປັນສະຖານທີ່ແຈ້ງພາສີ;
-    ນິຕິບຸກຄົນ ທີ່ດໍາເນີນທຸລະກິດບໍລິການຈັດສົ່ງ ສິນຄ້າ, ເຄື່ອງຂອງ ທາງໄປສະນີ ເປັນຜູ້ຮັບຜິດຊອບ ແຈ້ງພາສີຕາມແບບພິມມາດຕະຖານສະຫະພາບໄປສະນີໂລກ (Universal Postal Union) ດັ່ງນີ້: CN22 ສໍາລັບການແຈ້ງໄປສະນີພັນນ້ຳໜັກບໍ່ເກີນ 2 ກິໂລຕໍ່ຫໍ່ ຫຼື ຊອງ, CN23 ຫຼື CP72 ສໍາລັບການແຈ້ງພັດສະດຸໄປສະນີທີ່ມີນ້ຳໜັກແຕ່ 2,01 ຫາ 30 ກິໂລ/ຫໍ່ ຫຼື ໄປສະນີດ່ວນພິເສດ (Express Mail Service) ນ້ຳໜັກແຕ່ 50 ກຣາມ ຫາ 30 ກິໂລ/ຫໍ່, ສຳລັບໂລຊິດສະຕິກໄປສະນີແມ່ນສາມາດນຳໃຊ້ແບບຟອມ CN22 ຫຼື CN23 ແລ້ວແຕ່ກໍລະນີ. ພາຍຫຼັງຫັນໄປນໍາໃຊ້ລະບົບເອເລັກໂຕຣນິກ ເຂົ້າໃນການຄຸ້ມຄອງການແຈ້ງຂໍ້ມູນ ສິນຄ້າ, ເຄື່ອງຂອງ ທາງໄປສະນີ (Customs Declaration System-CDS) ຊຶ່ງພັດທະນາໂດຍອົງການພາສີໂລກ ຮ່ວມກັບ ສະຫະພາບໄປສະນີໂລກ ແມ່ນໃຫ້ນໍາໃຊ້ລະບົບດັ່ງກ່າວ ໃນການແຈ້ງຕາມແບບພິມຂ້າງເທິງ ຕໍ່ເຈົ້າໜ້າທີ່ພາສີ;
-    ສໍາລັບສິນຄ້າ, ເຄື່ອງຂອງ ທີ່ມີລັກສະນະການຄ້າ ຊຶ່ງຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ແມ່ນໃຫ້ດໍາເນີນການແຈ້ງພາສີເປັນລາຍລະອຽດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 26 ຂອງກົດໝາຍວ່າດ້ວຍພາສີ. ນິຕິບຸກຄົນ ທີ່ດໍາເນີນທຸລະກິດບໍລິການຈັດສົ່ງ ສິນຄ້າ, ເຄື່ອງຂອງ ທາງໄປສະນີ ສາມາດແຈ້ງພາສີເປັນລາຍລະອຽດ ແທນເຈົ້າຂອງສິນຄ້າ, ເຄື່ອງຂອງ ໂດຍປະຕິບັດຕາມ ມາດຕາ 44 ແລະ ມາດຕາ 45 ຂອງກົດໝາຍວ່າດ້ວຍພາສີ. ພາຍຫຼັງ ສໍາເລັດທຸກຂັ້ນຕອນການແຈ້ງພາສີຢ່າງຄົບຖ້ວນຈຶ່ງສາມາດນໍາສົ່ງ ແລະ ແຈກຢາຍສິນຄ້າ ນັ້ນໄດ້; 
-    ນິຕິບຸກຄົນ ທີ່ດໍາເນີນທຸລະກິດບໍລິການຈັດສົ່ງ ສິນຄ້າ, ເຄື່ອງຂອງ ທາງໄປສະນີ ຕ້ອງປະກອບຕິດຕັ້ງ ແລະ ນໍາໃຊ້ເຄື່ອງມືທັນສະໄໝ ເປັນຕົ້ນ ເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ (X-ray Machine) ເຂົ້າໃນການກວດກາ ໄປສະນີພັນ, ພັດສະດຸໄປສະນີ ແລະ ໂລຊິດສະຕິກໄປສະນີ ທີ່ນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ, ນໍາໃຊ້ຍານພາຫະນະສະເພາະທີ່ມີເຄື່ອງໝາຍສັນຍາລັກ (Logo) ແລະ ຮັບປະກັນຄວາມປອດໄພສູງ ເຂົ້າໃນການຂົນສົ່ງ, ນໍາໃຊ້ລະບົບເອເລັກໂຕຣນິກ ເຂົ້າໃນການຄຸ້ມຄອງ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບສິນຄ້າ, ເຄື່ອງຂອງ ກັບລັດຖະການພາສີ;
-    ການດໍາເນີນທຸລະກິດບໍລິການຈັດສົ່ງ ສິນຄ້າ, ເຄື່ອງຂອງ ທາງໄປສະນີ ທີ່ນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການໄປສະນີ ແລະ ໄດ້ຮັບອະນຸມັດຈາກລັດຖະການພາສີ.
    ການສະສາງ ສິນຄ້າ, ເຄື່ອງຂອງ ຄ້າງສາງທາງໄປສະນີ
-    ກໍລະນີນໍາເຂົ້າສິນຄ້າ, ເຄື່ອງຂອງ ທາງໄປສະນີຈາກຕ່າງປະເທດ ທີ່ບໍ່ສາມາດຈັດສົ່ງ ແລະ ແຈກຢາຍໄດ້ ເນື່ອງຈາກຜູ້ຮັບປະຕິເສດ ຫຼື ບໍ່ມີຜູ້ຮັບ ແລະ ກາຍກໍານົດເວລາ ຕາມລະບຽບການ, ຜູ້ບໍລິການໄປສະນີ ຕ້ອງສົມທົບກັບຜູ້ບໍລິການຈັດສົ່ງປະເທດຕົ້ນທາງ ເພື່ອຂໍສົ່ງຄືນສິນຄ້າດັ່ງກ່າວ. ຖ້າບໍ່ສາມາດ ສົ່ງອອກຄືນ ຕ້ອງມອບສິນຄ້າ, ເຄື່ອງຂອງ ດັ່ງກ່າວໃຫ້ລັດຖະການພາສີ ດໍາເນີນການສະສາງ ຕາມກົດໝາຍວ່າດ້ວຍພາສີ;
-    ກໍລະນີສົ່ງອອກ ສິນຄ້າ, ເຄື່ອງຂອງ ທາງໄປສະນີ ຈາກ ສປປ ລາວ ໄປຕ່າງປະເທດ ທີ່ຖືກປະຕິເສດ ແລະ ສົ່ງກັບຄືນ ຜູ້ບໍລິການໄປສະນີ ຕ້ອງສົມທົບກັບລັດຖະການພາສີ ເພື່ອກວດກາຂໍ້ມູນ, ເອກະສານ ແລະ ສິນຄ້າ ຕົວຈິງ ຖ້າບໍ່ພົບເຫັນສິ່ງຜິດກົດໝາຍແມ່ນສາມາດສົ່ງຄືນຕາມລະບຽບການ. ຖ້າພົບເຫັນສິ່ງຜິດກົດໝາຍ ໃຫ້ດໍາເນີນມາດຕະການຕາມກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
-    ກໍລະນີ ສິນຄ້າ, ເຄື່ອງຂອງ ຜ່ານແດນທາງໄປສະນີ ຈາກປະເທດຕົ້ນທາງ ຜ່ານ ສປປ ລາວ ເພື່ອໄປປະເທດປາຍທາງຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ໂດຍປະຕິບັດຕາມລະບຽບການຜ່ານແດນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 61 ເຖິງ ມາດຕາ 67 ຂອງກົດໝາຍວ່າດ້ວຍພາສີ. ຖ້າບໍ່ສາມາດຈັດສົ່ງໄປຍັງ ປະເທດປາຍທາງ ຫຼື ສົ່ງກັບຄືນປະເທດຕົ້ນທາງໄດ້ ຕ້ອງມອບສິນຄ້າ, ເຄື່ອງຂອງ ດັ່ງກ່າວໃຫ້ລັດຖະການພາສີ ດໍາເນີນການສະສາງ ຕາມກົດໝາຍວ່າດ້ວຍພາສີ.
2.    ການແຈ້ງສິນຄ້າ, ເຄື່ອງຂອງ ທີ່ຈັດສົ່ງໂດຍບໍລິສັດບໍລິການຈັດສົ່ງດ່ວນ (Express Couriers) ໃຫ້ປະຕິບັດ ດັ່ງນີ້:
-    ສິນຄ້າ, ເຄື່ອງຂອງ ດັ່ງກ່າວ ຕ້ອງດໍາເນີນການແຈ້ງພາສີ ຢູ່ຫ້ອງການ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ;
-    ນິຕິບຸກຄົນ ທີ່ດໍາເນີນທຸລະກິດດັ່ງກ່າວ ເປັນຜູ້ຮັບຜິດຊອບ ແຈ້ງພາສີຕາມແບບພິມຂອງຕົນ;
-    ສໍາລັບສິນຄ້າ, ເຄື່ອງຂອງ ທີ່ມີລັກສະນະການຄ້າ ຊຶ່ງຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ດໍາເນີນການແຈ້ງພາສີ ຄືກັບ ຂໍ້ທີ 1 ຂ້າງເທິງ;
-    ນິຕິບຸກຄົນ ທີ່ດໍາເນີນທຸລະກິດບໍລິການຈັດສົ່ງດ່ວນ ສິນຄ້າ, ເຄື່ອງຂອງ ຕ້ອງປະຕິບັດຕາມມາດຕະ ຖານຂອງສາກົນ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
-    ການດໍາເນີນທຸລະກິດບໍລິການຈັດສົ່ງດ່ວນ ທີ່ນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ ຕ້ອງໄດ້ຮັບອະນຸ ຍາດຈາກຂະແໜງການໄປສະນີ ແລະ ໄດ້ຮັບອະນຸມັດຈາກລັດຖະການພາສີ.
ທຸກການນໍາເຂົ້າ, ການສົ່ງອອກ ແລະ ການຜ່ານແດນ ທາງໄປສະນີ ແລະ ຈັດສົ່ງດ່ວນ ຕ້ອງຢູ່ພາຍໃຕ້ການຄວບຄຸມ ແລະ ຕິດຕາມ ຂອງເຈົ້າໜ້າທີ່ພາສີ, ໃນກໍລະນີທີ່ມີແຫຼ່ງຂ່າວ ແລະ ຂໍ້ມູນ ທີ່ໜ້າເຊື່ອຖືໄດ້ ເຈົ້າໜ້າທີ່ພາສີ ສາມາດດຳເນີນການກວດກາ ໂດຍຊ້ອງໜ້າຜູ້ບໍລິການຈັດສົ່ງ, ເຈົ້າຂອງສິນຄ້າ, ຜູ້ໄດ້ຮັບມອບສິດ ຫຼື ເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ. ໃນກໍລະນີ ກວດກາບໍ່ຊ້ອງໜ້າເຈົ້າຂອງສິນຄ້າ ຫຼື ຜູ້ບໍລິການຈັດສົ່ງທາງໄປສະນີ ແລະ ຈັດສົ່ງດ່ວນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 39 ຂອງກົດໝາຍວ່າດ້ວຍພາສີ ໃຫ້ເຈົ້າໜ້າທີ່ພາສີ ຢັ້ງຢືນການກວດກາໃສ່ຫີບຫໍ່ດັ່ງກ່າວ.
ມອບໃຫ້ກົມພາສີ ອອກຄໍາແນະນໍາກ່ຽວກັບການແຈ້ງສິນຄ້າ, ເຄື່ອງຂອງທາງໄປສະນີ ແລະ ສັ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ.

ມາດຕາ 21 ການຄຸ້ມຄອງການເຂົ້າ-ອອກ ຂອງຍານພາຫະນະ ທ່ອງທ່ຽວຢ້ຽມຢາມ ແລະ ຂົນສົ່ງສິນຄ້າ
ຍານພາຫະນະເຂົ້າ-ອອກ ສປປ ລາວ ເພື່ອການທ່ອງທ່ຽວຢ້ຽມຢາມ ຫຼື ພົວພັນວຽກງານ ແລະ ຂົນສົ່ງສິນຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 53 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ຕ້ອງແມ່ນຍານພາຫະນະ ທີ່ຂຶ້ນທະບຽນແລ້ວ;
2.    ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ;
3.    ການກໍານົດໄລຍະເວລາ, ຂອບເຂດການເດີນທາງ ແລະ ດ່ານເຂົ້າ-ອອກ ໃຫ້ອີງໃສ່ໃບອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ;
4.    ຜູ້ຂັບຂີ່ ຫຼື ເຈົ້າຂອງທີ່ນໍາຍານພາຫະນະເຂົ້າ-ອອກ ຜ່ານດ່ານພາສີສາກົນແຕ່ລະຄັ້ງ ຕ້ອງແຈ້ງໃບຜ່ານແດນ (Border Pass) ຫຼື ໜັງສືເດີນທາງ (Passport) ຕໍ່ເຈົ້າໜ້າທີ່ພາສີ ຫຼື ແຈ້ງດ້ວຍຕົນເອງໃນລະບົບເອເລັກໂຕຣນິກ ເພື່ອກໍານົດໄລຍະເວລາ, ຂອບເຂດການເດີນທາງ ແລະ ດ່ານເຂົ້າ-ອອກ ທີ່ກໍານົດໄວ້ໃນໃບອະນຸຍາດ;
5.    ພາຍຫຼັງທີ່ໄດ້ສໍາເລັດຂັ້ນຕອນອະນຸຍາດ ໃຫ້ນໍາຍານພາຫະນະເຂົ້າ-ອອກປະເທດ, ເຈົ້າໜ້າທີ່ພາສີ ຕ້ອງຕິດເຄື່ອງໝາຍ (ສະຕິກເກີ ບ53) ໄວ້ຢູ່ດ້ານໜ້າຂອງຍານພາຫະນະທີ່ຢູ່ກົງກັນຂ້າມກັບຜູ້ຂັບຂີ່ ແລະ ໃຫ້ຜູ້ນໍາໃຊ້ຍານຫາພະນະຮັກສາບໍ່ໃຫ້ເສຍຫາຍ, ເປີະເປື້ອນ, ຈິກຂາດ, ດັດແກ້ຂໍ້ມູນ ທີ່ຢູ່ໃນສະຕິກເກີດັ່ງກ່າວເພື່ອຮັບປະກັນການຕິດຕາມຂອງເຈົ້າໜ້າທີ່ພາສີ;
6.    ສໍາລັບຍານພາຫະນະເຂົ້າ-ອອກ ເກີນໄລຍະເວລາ, ຂອບເຂດການເດີນທາງ ແລະ ບໍ່ໄປຕາມດ່ານເຂົ້າ-ອອກ ທີ່ໄດ້ຮັບອະນຸຍາດ ຈະຖືກປັບໃໝຕາມແຕ່ລະກໍລະນີ ດັ່ງນີ້:
-    ບໍ່ມີເຫດຜົນ ຈະຖືກປັບໃໝ 100.000 ກີບຕໍ່ວັນ ແຕ່ສູງສຸດບໍ່ໃຫ້ເກີນ 10.000.000 ກີບ;
-    ຖ້າມີເຫດຜົນພຽງພໍ ຈະບໍ່ຖືກປັບໃໝ ເປັນຕົ້ນ ການເກີດອຸປະຕິເຫດ, ຍານພາຫະນະເປ່ເພ ແຕ່ຕ້ອງມີບົດບັນທຶກ ຫຼື ໜັງສືຢັ້ງຢືນຈາກເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ແລະ ອູ່ສ້ອມແປງ; ຜູ້ຂັບຂີ່ເຈັບເປັນ ຕ້ອງມີໜັງສືຢັ້ງຢືນຈາກແພດໝໍ, ມອບໃຫ້ຫົວໜ້າດ່ານພາສີສາກົນ ເປັນຜູ້ພິຈາລະນາຕົກລົງຢ່າງເປັນລາຍລັກອັກສອນ;
-    ຖ້ານໍາຍານພາຫະນະເຂົ້າ-ອອກ ບໍ່ຖືກຕາມດ່ານພາສີສາກົນທີ່ເຈົ້າໜ້າທີ່ພາສີກໍານົດ ຈະຖືກປັບໃໝ 2.000.000 ກີບ ຕໍ່ຄັ້ງ;
-    ຖ້ານໍາຍານຫາພະນະເຄື່ອນໄຫວນອກຂອບເຂດທີ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ 2.000.000 ກີບ ຕໍ່ຄັ້ງ;
-    ຖ້າຫາກເຈົ້າໜ້າທີ່ພາສີ ກວດພົບເຫັນບໍ່ຕິດເຄື່ອງໝາຍ (ສະຕິກເກີ ບ53) ຫຼື ນໍາໄປຕິດໃສ່ຍານພາ ຫະນະຄັນອື່ນ, ຕົກເຮ່ຍເສຍຫາຍ, ເປີະເປື້ອນ, ຈີກຂາດ, ມີການດັດແກ້ຂໍ້ມູນ ຈະຖືກປັບໃໝ 1.000.000 ກີບ ຕໍ່ຄັ້ງ.
7.    ການຕໍ່ອາຍຸນໍາໃຊ້ ບໍ່ໃຫ້ເກີນໜຶ່ງຄັ້ງ ໂດຍມີການຢັ້ງຢືນເຖິງເຫດຜົນ ໃນການຂໍຕໍ່ອາຍຸ, ແຕ່ຕ້ອງນຳຍານພາຫະນະ ພ້ອມດ້ວຍໜັງສືເດີນທາງ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີສາກົນ, ພາສີປະຈໍາແຂວງ, ນະຄອນຫຼວງ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ ບ່ອນໃກ້ສຸດ ເພື່ອພິຈາລະນາອະນຸມັດຕໍ່ອາຍຸ ແລະ ເກັບຄ່າທຳນຽມຕາມລະບຽບການ, ເວັ້ນເສຍແຕ່ເກີດເຫດສຸກເສີນ ເຊັ່ນ: ການປິດຊາຍແດນ, ພະຍາດລະບາດ, ຈາລະຈົນ ຊຶ່ງບໍ່ສາມາດນໍາເອົາຍານພາຫະນະກັບຄືນປະເທດຕົນເອງໄດ້ ກໍສາມາດຕໍ່ອາຍຸໄດ້ຫຼາຍຄັ້ງ ແລະ ເສຍຄ່າທໍານຽມຕາມລະບຽບການ;
8.    ຜູ້ຂັບຂີ່ຍານພາຫະນະ ຕ້ອງນຳເອົາຍານພາຫະນະອອກຄືນ ຕາມກຳນົດເວລາທີ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ, ບໍ່ອະນຸຍາດໃຫ້ຜູ້ຂັບຂີ່ແຈ້ງອອກເມືອງ ໂດຍບໍ່ນຳເອົາຍານພາຫະນະດັ່ງກ່າວອອກຄືນພ້ອມກັບຕົນເອງ ຊຶ່ງຈະຖືກດຳເນີນມາດຕະການຕາມກົດໝາຍຂອງ ສປປ ລາວ ໂດຍມອບໃຫ້ເຈົ້າໜ້າທີ່ພາສີ ຮ່ວມກັບເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງປະຈໍາດ່ານ ດໍາເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ;
9.    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ນຳເອົາຍານພາຫະນະເຂົ້າ-ອອກຄືນ ຕາມກຳນົດເວລາທີ່ລະບຸໄວ້ ຈະຖືກດຳເນີນຄະດີທາງພາສີ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ພ້ອມກັນນີ້, ລັດຖະການພາສີ ຈະບໍ່ອະນຸຍາດໃຫ້ພວກກ່ຽວ ນຳຍານພາຫະນະ ເຂົ້າ-ອອກ ອີກໃນຄັ້ງຕໍ່ໄປ.
ໃນກໍລະນີຍານພາຫະນະ ນໍາເຂົ້າທ່ອງທ່ຽວຢ້ຽມຢາມ ທີ່ບໍ່ເຂົ້າ-ອອກຄືນຕາມກໍານົດເວລາ ມອບໃຫ້ຫົວໜ້າດ່ານພາສີຊາຍແດນບ່ອນທີ່ອະນຸຍາດໃຫ້ນໍາເຂົ້າ ສະຫຼຸບສັງລວມບັນຊີ ເປັນເດືອນ ແລ້ວສົ່ງໃຫ້ພະແນກສືບ ສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ພາສີປະຈໍາແຂວງ, ນະຄອນຫຼວງ ຕິດຕາມກວດກາ.
ມອບໃຫ້ກົມພາສີ ອອກຄໍາແນະນໍາກ່ຽວກັບການຄຸ້ມຄອງຍານພາຫະນະທ່ອງທ່ຽວຢ້ຽມຢາມ, ຂົນສົ່ງສິນຄ້າ ແລະ ຕູ້ບັນຈຸສິນຄ້າ.

ມາດຕາ 22 ສິນຄ້າ, ເຄື່ອງຂອງປະເພດຄວບຄຸມ
ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 57 ຂອງກົດໝາຍວ່າດ້ວຍພາສີ ທີ່ຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີໃນການ ນຳເຂົ້າ-ສົ່ງອອກ, ເຄື່ອນຍ້າຍ, ເກັບຮັກສາ ແມ່ນປະເພດສີນຄ້າ, ເຄື່ອງຂອງ ທີ່ມີຄວາມສ່ຽງຕໍ່ຄວາມປອດໄພຂອງ ສັງຄົມ, ຄວາມໝັ້ນຄົງຂອງຊາດ, ສິ່ງແວດລ້ອມ, ສຸຂານາໄມ, ສຸຂານາໄມພືດ ແລະ ສັດ, ສິນຄ້າທີ່ມີສານປົນເປື້ອນເກີນຄ່າມາດຕະຖານ, ສິ່ງພີມ ທີ່ແຕະຕ້ອງເຖິງວັດທະນະທຳອັນດີງາມຂອງຊາດ ປະກອບມີ ໄມ້, ແຮ່ທາດ, ເຄື່ອງປ່າຂອງດົງ, ສິນຄ້າທີ່ນອນໃນບັນຊີການຄວບຄຸມຂອງສົນທິສັນຍາສາກົນ (CITES), ສິ່ງລາມົກອະນາຈານ ທີ່ແຕະຕ້ອງເຖິງຮີດຄອງປະເພນີ ແລະ ວັດທະນະ ທຳອັນດີງາມຂອງຊາດ, ສານເຄມີອັນຕະລາຍ, ຢາປົວພະຍາດ, ພືດ, ຜັກ ແລະ ອາຫານສົດ ແຊ່ເຢັນ ຫຼື ແຊ່ແຂງ ທີ່ມີສານປົນເປື້ອນເກີນຄ່າມາດຕະຖານ. 
ນອກຈາກໝວດສິນຄ້າທີ່ກ່າວມາຂ້າງເທິງນີ້ແລ້ວ, ສຳລັບສິນຄ້າປະເພດ ຍານພາຫະນະ, ນໍ້າມັນເຊື້ອໄຟ, ນໍ້າມັນຫຼໍ່ລື່ນ, ເງິນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງິນ ທີ່ບໍ່ກ່ຽວຂ້ອງກັບການຟອກເງິນ ແລະ ສະ   ໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ສິນຄ້າປະເພດອື່ນ ໂດຍເປັນສິນຄ້າທີ່ລັດຄວບຄຸມທາງດ້ານປະລິມານການນຳເຂົ້າ, ການຈຳໜ່າຍ ແລະ ເງື່ອນໄຂອື່ນເທົ່ານັ້ນ ລັດຖະການພາສີແຕ່ລະຂັ້ນ ສາມາດດຳເນີນການແກ້ໄຂຄະດີທາງພາສີ ແລະ ປັບໃໝໄດ້ຕາມກົດໝາຍ.

ມາດຕາ 23 ຫຼັກການຜ່ານແດນ
ການຜ່ານແດນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 61 ຂໍ້ ຂ ຂອງກົດໝາຍວ່າດ້ວຍພາສີ ປະກອບມີ 5 ຮູບແບບ ຄື: ທາງບົກ, ທາງນໍ້າ, ທາງອາກາດ, ທາງລາງ ແລະ ການຂົນສົ່ງຫຼາຍຮູບແບບ ໃນກອບສົນທິສັນຍາ ແລະ ສັນຍາ ທີ່ ສປປ ລາວ ເປັນພາຄີ ດັ່ງນີ້:
1.    ການຜ່ານແດນສາກົນໃນກອບອາຊຽນ (ASEAN Customs Transit System-ACTS) 
-    ແມ່ນການເຄື່ອນຍ້າຍສິນຄ້າ, ຍານພາຫະນະ ແລະ ຕຸ້ບັນຈຸສິນຄ້າ ສໍາລັບ ສິບປະເທດສະມາຊິກອາຊຽນ ໂດຍນໍາໃຊ້ແບບພິມດຽວເປັນເອກະພາບ (Transit Accompanying Document-TAD) ທີ່ຄຸ້ມຄອງດ້ວຍລະບົບເອເລັກໂຕຣນິກ;
-    ມີການກຳນົດເສັ້ນທາງ, ຈໍານວນຍານພາຫະນະ, ລາຍການສິນຄ້າທີ່ສະຫງວນ ແລະ ດ່ານຊາຍແດນສະເພາະສໍາລັບການເຂົ້າ-ອອກ ແລະ ເຄື່ອນຍ້າຍສິນຄ້າ ຕາມການຕົກລົງເປັນແຕ່ລະໄລຍະ (ຍານພາຫະນະ 500 ຄັນ, 6 ດ່ານພາສີສາກົນ ປະກອບມີ: ດ່ານຂົວມິດຕະພາບ I, II, IV, ດ່ານນໍ້າພາວ, ດ່ານແດນສະຫວັນ ແລະ ດ່ານ ໜອງນົກຂຽນ). ບັນຊີປະເພດສະຫງວນປະກອບມີ: ຢາສູບທຸກປະເພດ, ເຄື່ອງດື່ມທີ່ມີທາດເຫຼົ້າ, ເບຍ, ຍານພາຫະນະທຸກປະເພດ, ນໍ້າມັນເຊື້ອໄຟ, ອາຍແກັສ, ເຄື່ອງດື່ມຊູກຳລັງ, ສັດມີຊີວິດ ແລະ ໝາກໄມ້ສົດ.
ການແຈ້ງພາສີ ສໍາລັບການຂົນສົ່ງຜ່ານແດນສາກົນໃນກອບອາຊຽນ ໃຫ້ປະຕິດບັດ ດັ່ງນີ້: 
-    ໃນກໍລະນີ ສປປ ລາວ ເປັນປະເທດຕົ້ນທາງ ຫຼື ປະເທດສົ່ງອອກ ໃຫ້ຜູ້ແຈ້ງພາສີປະກອບໃບແຈ້ງພາສີເປັນລາຍລະອຽດລະບອບສົ່ງອອກ ຕາມແບບພິມ (ASEAN Customs Declaration Document-ACDD) ຫຼັງຈາກນັ້ນໃຫ້ປະກອບຂໍ້ມູນໃສ່ແບບພິມ (Transit Accompanying Document-TAD) ເພື່ອກໍາກັບການຂົນສົ່ງ ຈາກ ສປປ ລາວ ໄປຍັງປະເທດປາຍທາງ;
-    ໃນກໍລະນີ ສປປ ລາວ ເປັນປະເທດປາຍທາງ ຫຼື ປະເທດນໍາເຂົ້າ ໃຫ້ເຈົ້າໜ້າທີ່ພາສີກວດກາເອກະສານ TAD ພ້ອມທັງຢັ້ງຢືນໃນລະບົບ ACTS ແລະ ໃຫ້ຜູ້ແຈ້ງພາສີປະກອບໃບແຈ້ງພາສີເປັນລາຍລະອຽດນໍາເຂົ້າສິນຄ້າ ຕາມແບບພິມ ACDD;
-    ໃນກໍລະນີ ສປປ ລາວ ເປັນປະເທດທາງຜ່ານ ໃຫ້ເຈົ້າໜ້າທີ່ພາສີ ກວດກາຂໍ້ມູນໃນລະບົບ ACTSເພື່ອສົມທຽບກັບຂໍ້ມູນໃນແບບພິມ TAD, ກວດກາສະພາບໂດຍລວມຂອງຕູ້ບັນຈຸສິນຄ້າ ແລະ ສາຍລ໋ອກຕູ້ສິນຄ້າ ພ້ອມທັງຢັ້ງຢືນໃນລະບົບ ACTS ເພື່ອກໍາກັບການຂົນສົ່ງ ຈາກດ່ານພາສີຕົ້ນທາງ ໄປຫາດ່ານພາສີປາຍທາງ ຂອງ ສປປ ລາວ ໄປຍັງປະເທດປາຍທາງ.
2.    ການຜ່ານແດນສາກົນໃນກອບສັນຍາຂົນສົ່ງຂ້າມແດນອະນຸພາກພື້ນລຸ່ມແມ່ນໍ້າຂອງ (Greater Mekong Subregion-Cross Border Transport Agreement - GMS-CBTA).
-    ແມ່ນການເຄື່ອນຍ້າຍສິນຄ້າ, ຍານພາຫະນະ ແລະ ຕຸ້ບັນຈຸສິນຄ້າ ສໍາລັບ ປະເທດອະນຸພາກພື້ນລຸ່ມແມ່ນໍ້າຂອງ (GMS) ໂດຍນໍາໃຊ້ແບບພິມເປັນອັນສະເພາະ (Temporary Admission Document-TAD) ສໍາລັບຍານພາຫະນະ, ສິນຄ້າ ແລະ ຕູ້ບັນຈຸສິນຄ້າ ຊຶ່ງຖືກຄຸ້ມຄອງດ້ວຍ ການກວດກາຈຸດດຽວ (Single Stop Inspection-SSI), ການກວດກາປ່ອງດຽວ (Single Window Inspection-SWI) ຊຶ່ງນອນໃນເຂດການກວດກາຮ່ວມກັນ (Common Control Area-CCA) ຕາມການຕົກລົງຂອງປະເທດພາຄີ;
-    ມີການກຳນົດເສັ້ນທາງ, ຈໍານວນຍານພາຫະນະ ແລະ ດ່ານຊາຍແດນສະເພາະ ທີ່ເປັນເປົ້າໝາຍຂອງການເຂົ້າ-ອອກ ແລະ ເຄື່ອນຍ້າຍສິນຄ້າ ຕາມການຕົກລົງເປັນແຕ່ລະໄລຍະ (ຍານພາຫະນະ 500 ຄັນ, ເສັ້ນທາງ R3, 9, NR13 ແລະ 6 ດ່ານພາສີສາກົນ ປະກອບມີ: ດ່ານພາສີສາກົນຂົວມິດຕະພາບ I, II, IV, ດ່ານພາສີສາກົນບໍ່ເຕັນ, ດ່ານພາສີສາກົນແດນສະຫວັນ ແລະ ດ່ານພາສີສາກົນໜອງນົກຂຽນ).
3.    ການຜ່ານແດນສາກົນໃນກອບສອງຝ່າຍ ຫຼື ຫຼາຍຝ່າຍ.
-    ແມ່ນການເຄື່ອນຍ້າຍສິນຄ້າ, ຍານພາຫະນະ ແລະ ຕຸ້ບັນຈຸສິນຄ້າ ສໍາລັບ ປະເທດສະມາຊິກທີ່ເປັນພາຄີ;
-    ມີການກຳນົດເສັ້ນທາງ, ຈໍານວນຍານພາຫະນະ, ລາຍການສິນຄ້າ ແລະ ດ່ານຊາຍແດນສະເພາະສໍາລັບການເຂົ້າ-ອອກ ແລະ ເຄື່ອນຍ້າຍສິນຄ້າ ຕາມການຕົກລົງຂອງປະເທດພາຄີ.

ມາດຕາ 24 ການຄໍ້າປະກັນການເຄື່ອນຍ້າຍ ສິນຄ້າຜ່ານແດນສາກົນ
ການເຄື່ອນຍ້າຍສິນຄ້າຜ່ານແດນສາກົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 65 ຂອງກົດໝາຍວ່າດ້ວຍພາສີ ຕ້ອງຄໍ້າປະກັນດ້ວຍເງິນສົດ, ແຊັກ ຫຼື ໜັງສືຄໍ້າປະກັນຂອງທະນາຄານ ຫຼື ສະຖາບັນການເງິນອື່ນ,  ບຸກຄົນ, ນິຕິບຸກຄົນ (LITFA). ການຄໍ້າປະກັນມີສອງຮູບແບບ ຄື: ແບບຖ້ຽວດຽວ ແລະ ແບບຫຼາຍຖ້ຽວ ຕາມແຕ່ລະກໍລະນີ ດັ່ງນີ້:
1.    ການຄໍ້າປະກັນດ້ວຍເງິນສົດ, ແຊັກ ແມ່ນອະນຸຍາດໃຫ້ ສະເພາະບຸກຄົນ ຢູ່ດ່ານພາສີຊາຍແດນບ່ອນນໍາເຂົ້າ ຄືກັນກັບການຄໍ້າປະກັນການນໍາເອົາສິນຄ້າອອກຈາກສາງ ຫຼື ດ່ານພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 41 ຂອງກົດໝາຍວ່າດ້ວຍພາສີ ໂດຍຈໍານວນເງິນຕ້ອງເທົ່າກັບຄ່າພາສີ-ອາກອນ ແລະ ເປັນການຄໍ້າປະກັນແບບຖ້ຽວດຽວ;
2.    ການຄໍ້າປະກັນດ້ວຍໜັງສືຄໍ້າປະກັນຂອງທະນາຄານ, ສະຖາບັນການເງິນອື່ນ ຫຼື ໜັງສືຄໍ້າປະກັນ ແມ່ນອະນຸຍາດໃຫ້ນິຕິບຸກຄົນ, ຕົວແທນ, ຜູ້ບໍລິການຜ່ານແດນພາສີ ທີ່ເປັນສະມາຊິກຂອງສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງລະຫວ່າງປະເທດຂອງລາວ (LITFA) ເປັນຜູ້ຄໍ້າປະກັນ. ຜູ້ແຈ້ງພາສີ, ຜູ້ຂົນສົ່ງ ແລະ ຜູ້ບໍລິການຜ່ານແດນພາສີ ຕ້ອງສະແດງເອກະສານການຄໍ້າປະກັນ ຕໍ່ເຈົ້າໜ້າທີ່ພາສີດ່ານຊາຍແດນບ່ອນນໍາເຂົ້າ ແລະ ສາມາດຄໍ້າປະກັນແບບຖ້ຽວດຽວ ແລະ ຫຼາຍຖ້ຽວ;
3.    ການຄໍ້າປະກັນຈະສິ້ນສຸດລົງ ເມື່ອສິນຄ້າຖືກນໍາອອກຈາກດິນແດນ ຂອງ ສປປ ລາວ ແລະ ມີການຢັ້ງຢືນຈາກເຈົ້າໜ້າທີ່ພາສີຊາຍແດນບ່ອນສົ່ງອອກ ແລະ/ຫຼື ປະເທດປາຍທາງ. ເງິນຄໍ້າປະກັນຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງ, ສ່ວນໜັງສືຄໍ້າປະກັນແມ່ນຖືກລົບລ້າງ. 
ການຄໍ້າປະກັນສິນຄ້າຜ່ານແດນ ໃນແຕ່ລະກອບສັນຍາໃຫ້ປະຕິບັດຕາມລະບຽບການສະເພາະ.

ມາດຕາ 25 ການຄຸ້ມຄອງການຂົນສົ່ງສິນຄ້າ, ເຄື່ອງຂອງ ຜ່ານແດນສາກົນ
ການຄຸ້ມຄອງການຂົນສົ່ງສິນຄ້າ, ເຄື່ອງຂອງ ຜ່ານແດນສາກົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 65, 66 ແລະ ມາດຕາ 67 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ເງື່ອນໄຂໃນການດຳເນີນການຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນສາກົນ.
-    ຜູ້ປະກອບການຂົນສົ່ງ ຕ້ອງມີອະນຸຍາດດຳເນີນທຸລະກິດຂົນສົ່ງ ທີ່ຂຶ້ນທະບຽນຢູ່ປະເທດພາຄີ ຊຶ່ງລັດຖະບານ ສປປ ລາວ ໄດ້ເຂົ້າເປັນພາຄີ ຫຼື ຮ່ວມລົງນາມ ຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ລະບຽບການຂົນສົ່ງສາກົນ;
-    ຕ້ອງເຮັດສັນຍາຄ້ຳປະກັນນຳລັດຖະການພາສີ ຫຼື ປະຕິບັດຕາມເນື້ອໃນສັນຍາ ລະຫວ່າງ ກົມພາສີ ກັບ ສະມາຄົມຂົນສົ່ງແຫ່ງຊາດ ທີ່ໄດ້ລົງນາມຮ່ວມກັນ ກ່ຽວກັບສິນຄ້າ, ເຄື່ອງຂອງ, ຍານພາຫະນະຂົນສົ່ງ, ຕູ້ບັນຈຸສິນຄ້າ ແລະ ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ;
-    ບໍ່ອະນຸຍາດໃຫ້ນຳເອົາສິນຄ້າ, ເຄື່ອງຂອງ ຜ່ານດິນແດນ ຂອງ ສປປ ລາວ ໂດຍສະເພາະລາຍການສິນຄ້າທີ່ລັດເກືອດຫ້າມ, ລະເມີດຊັບສິນທາງປັນຍາ, ບັນຊີລາຍການຢູ່ໃນສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພຶດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES), ສິ່ງເສດເຫຼືອທາງອຸດສາຫະກຳ ຊຶ່ງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ຢູ່ໃນລາຍການຄວບຄຸມສິ່ງແວດລ້ອມ ທີ່ຕ້ອງມີການອະນຸຍາດຂອງຂະແໜງການ ແລະ ລາຍການສິນຄ້າອື່ນ ທີ່ລະບຽບການຂອງສາກົນ ແລະ ພາກພື້ນ ບໍ່ອະນຸຍາດ.
2.    ການດຳເນີນລະບຽບການທາງພາສີ ແລະ ການຕິດຕາມ ກວດກາ.
-    ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນລະບອບຂົນສົ່ງຜ່ານແດນສາກົນ ຖືກຈັດເຂົ້າໃນລະບອບງົດເກັບພາສີ ໃນເວລານຳເຂົ້າຜ່ານດິນແດນ ຂອງ ສປປ ລາວ ແລະ ຕ້ອງຫຸ້ມຫໍ່ໃຫ້ໄດ້ຕາມມາດຕະຖານ ຫຼື ຕ້ອງບັນຈຸໃນຕູ້ສິນຄ້າ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້;
-    ການແຈ້ງພາສີເປັນລາຍລະອຽດ ແລະ ການຄ້ຳປະກັນ ສຳລັບສິນຄ້າຜ່ານແດນ ໃຫ້ດຳເນີນການຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ;
-    ຄ່າທຳນຽມ ແລະ ຄ່າບໍລິການ ແຈ້ງເອກະສານສິນຄ້າຜ່ານແດນສາກົນ ໃຫ້ຊຳລະໃນເວລາປະກອບໃບແຈ້ງພາສີເປັນລາຍລະອຽດ ຢູ່ດ່ານພາສີຊາຍແດນ ບ່ອນນຳເຂົ້າ;
-    ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ຕ້ອງໄດ້ກວດກາບໍລິຫານຄວາມສ່ຽງ, ການໜີບສາຍລ໋ອກຕູ້ບັນຈຸສິນຄ້າ ແລະ ບັນທຶກຜົນການກວດກາຕາມລະບຽບການ;
-    ເມື່ອສິນຄ້າ, ເຄື່ອງຂອງ ໄປຮອດດ່ານພາສີສາກົນຢູ່ປາຍທາງບ່ອນສົ່ງອອກ ຜູ້ຂົນສົ່ງ ຫຼື ຜູ້ແຈ້ງພາສີ ຕ້ອງນຳເອົາໃບແຈ້ງພາສີເປັນລາຍລະອຽດ ທີ່ໄດ້ປະກອບຢູ່ດ່ານພາສີຕົ້ນທາງ, ແຈ້ງຕໍ່ຫົວໜ້າລັດຖະການພາສີ ຢູ່ດ່ານພາສີຊາຍແດນບ່ອນສິນຄ້າສົ່ງອອກ ເພື່ອດຳເນີນການກວດກາ ຕາມລະບຽບການ ແລະ ກໍແມ່ນການປະຕິບັດຢ່າງຄົບຖ້ວນ ຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນສັນຍາຄ້ຳປະກັນການຂົນສົ່ງຜ່ານແດນ;
-    ໃນກໍລະນີ ສະພາບ ຫຼື ເຄື່ອງໝາຍສະເພາະຂອງຕູ້ບັນຈຸສິນຄ້າ ຫາກຜິດປົກກະຕິ ຫຼື ມີແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ວ່າສິນຄ້າ, ເຄື່ອງຂອງ ບໍ່ຖືກຕ້ອງ, ເຈົ້າໜ້າທີ່ພາສີ ສາມາດກວດກາສິນຄ້າ, ເຄື່ອງຂອງຜ່ານແດນໄດ້ ໂດຍຊ້ອງໜ້າຜູ້ຂົນສົ່ງ ຫຼື ຜູ້ໄດ້ຮັບມອບສິດ;
-    ຜູ້ປະກອບການ ທີ່ບໍລິການຂົນສົ່ງຜ່ານແດນ ນອກຈາກຄ້ຳປະກັນສິນຄ້າ, ເຄື່ອງຂອງແລ້ວ ຍັງຕ້ອງຄ້ຳປະກັນຕູ້ບັນຈຸສິນຄ້າ ຕໍ່ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ, ຊຶ່ງຕູ້ບັນຈຸສິນຄ້າ ຕ້ອງຖືກສົ່ງອອກຄືນ ພາຍໃນກຳນົດ ສາມສິບ (30) ວັນ, ຖ້າຕ້ອງການຊົມໃຊ້ພາຍໃນ ຕ້ອງໄດ້ເສຍພາສີ-ອາກອນ ຕາມກົດໝາຍ.
3.    ການຄຸ້ມຄອງ ຍານພາຫະນະຂົນສົ່ງສິນຄ້າຜ່ານແດນ ທາງບົກ, ທາງນ້ຳ.
-    ຕ້ອງນຳໃຊ້ປຶ້ມອະນຸຍາດຂົນສົ່ງລະຫວ່າງປະເທດ ແລະ ມີໃບປະກັນໄພທີ່ມີອາຍຸການນຳໃຊ້ ຂອງບັນດາປະເທດທີ່ໄດ້ລົງນາມຮ່ວມກັນ ໃນສັນຍາ ຫຼື ຂໍ້ຜູກພັນ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງ ສິນຄ້າ ແລະ ຄົນຂ້າມແດນ;
-    ໃນກໍລະນີ ທີ່ບໍ່ມີປຶ້ມອະນຸຍາດຂົນສົ່ງລະຫວ່າງປະເທດ ໃຫ້ນຳໃຊ້ໃບແຈ້ງຍານພາຫະນະເຂົ້າ-ອອກ ຊົ່ວຄາວ ແລະ ອີງໃສ່ເອກະສານແຈ້ງອອກຂອງເຈົ້າໜ້າທີ່ພາສີ ປະເທດໃຫ້ຜ່ານສຸດທ້າຍ ແລະ ຕ້ອງມີໃບກວດກາເຕັກນິກ, ໃບປະກັນໄພທີ່ມີອາຍຸການນຳໃຊ້;
-    ການສັບປ່ຽນຍານພາຫະນະຂົນສົ່ງ ຈາກຍານພາຫະນະຂົນສົ່ງໜຶ່ງທີ່ ຂົນສິນຄ້າເຂົ້າມາໃນປະເທດ ໄປຍັງຍານພາຫະນະຂົນສົ່ງອື່ນ ຫຼື ການສັບປ່ຽນຫົວລາກ-ຫາງລາກ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ ຢູ່ໃນດິນແດນ ຂອງ ສປປ ລາວ ບໍ່ໃຫ້ເກີນ ສອງ ຄັ້ງ;
-    ເຮືອຕ່າງໆ ທີ່ຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ຕາມແມ່ນ້ຳຊາຍແດນ ຕ້ອງດຳເນີນການແຈ້ງເອກະສານ ກ່ຽວກັບເຮືອຕໍ່ເຈົ້າໜ້າທີ່ພາສີຊາຍແດນ ທີ່ກຳນົດໄວ້ ເພື່ອດຳເນີນການກວດກາຕາມລະບຽບການ;
-    ເຮືອຂົນສົ່ງສິນຄ້າ, ເຄື່ອງຂອງຜ່ານແດນ ບໍ່ອະນຸຍາດໃຫ້ມີການຄ່ຽນຖ່າຍສິນຄ້າ, ເຄື່ອງຂອງອອກຈາກເຮືອໂດຍເດັດຂາດ;
-    ຄ່າທຳນຽມບໍລິການແຈ້ງເອກະສານສິນຄ້າ, ເຄື່ອງຂອງ ຜ່ານແດນສາກົນ ໃຫ້ຊຳລະໃນເວລາທີ່ເຮືອຈອດທຽບທ່າ ຢູ່ດ່ານພາສີຊາຍແດນ ບ່ອນທີ່ລັດຖະການພາສີກຳນົດໃຫ້;
ໃນກໍລະນີເກີດອຸປະຕິເຫດ ຫຼື ມີເຫດສຸດວິໄສ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ບ່ອນໃກ້ສຸດ ເພື່ອດຳເນີນການຄຸ້ມຄອງການຄ່ຽນຖ່າຍສິນຄ້າ, ເຄື່ອງຂອງ. ຖ້າມີການລະເມີດກົດໝາຍວ່າດ້ວຍພາສີ ແລະ ລະບຽບການຂອງ ສປປ ລາວ ເຊັ່ນ: ຍານພາຫະນະຂົນສົ່ງສິນຄ້າ, ເຄື່ອງຂອງ ບໍ່ໄປຕາມເສັ້ນທາງທີ່ກຳນົດໄວ້, ກົ່ວ ຫຼື ສາຍລ໋ອກຕູ້ສິນຄ້າ (Customs Seal), ສາຍລ໋ອກຕູ້ສິນຄ້າເອເລັກໂຕຣນິກ (Customs E-seal) ບໍ່ຢູ່ໃນສະພາບເດີມ ແລະ ມີການເອົາສິນຄ້າ, ເຄື່ອງຂອງ ຂຶ້ນ ຫຼື ລົງຈາກຍານພາຫະນະຂົນສົ່ງ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ ຈະຖືກດຳເນີນຄະດີຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ມາດຕາ 26 ການຄ່ຽນຖ່າຍສິນຄ້າຜ່ານແດນສາກົນ 
ການຄ່ຽນຖ່າຍສິນຄ້າຜ່ານແດນສາກົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 66 ຂອງກົດໝາຍວ່າດ້ວຍພາສີໃຫ້ດໍາເນີນການ ດັ່ງນີ້:
1.    ສໍາລັບສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າ ທ່າເຮືອ ຫຼື ສະໜາມບິນ ເພື່ອຜ່ານແດນ, ຜູ້ຂົນສົ່ງ ຫຼື ຜູ້ໄດ້ຮັບມອບສິດ ຕ້ອງຍື່ນເອກະສານຂົນສົ່ງ ແລະ ໃບສັບປ່ຽນຍານພາຫະນະ (Transhipment Note) ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຫຼື ຫ້ອງການພາສີ ບ່ອນສິນຄ້າມາຮອດ ກ່ອນທີ່ຈະຄ່ຽນຖ່າຍສິນຄ້າ ຈາກ ເຮືອລໍາໜຶ່ງ ໄປຍັງ ເຮືອລໍາອື່ນ ຫຼື ຈາກ ເຮືອບິນລໍາໜຶ່ງ ໄປຍັງ ເຮືອບິນລໍາອື່ນ;
2.    ສໍາລັບສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າດ່ານພາສີຊາຍແດນທາງບົກ ເພື່ອຜ່ານດິນແດນ ຂອງ ສປປ ລາວ ໄປຍັງປະເທດທີສາມ, ຜູ້ຂົນສົ່ງ ຫຼື ຜູ້ໄດ້ຮັບມອບສິດ ຕ້ອງຍື່ນເອກະສານຂົນສົ່ງ ແລະ ໃບແຈ້ງພາສີ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຫຼື ຫ້ອງການພາສີ ບ່ອນສິນຄ້າມາຮອດ. ການຜ່ານແດນທາງບົກ ສາມາດດໍາເນີນ ການຄ່ຽນຖ່າຍຕູ້ບັນຈຸສິນຄ້າ, ຍານພາຫະນະ, ຫົວລາກ-ຫາງລາກ ໄດ້ບໍ່ເກີນ 2 ຄັ້ງ ໃນກອບ ສອງຝ່າຍ ຫຼື ສາມຝ່າຍ, ສໍາລັບ ກອບ AFAFGIT ແລະ GMS-CBTA ໃຫ້ປະຕິບັດການຄ່ຽນຖ່າຍ ຕາມລະບຽບການ ໃນກອບສັນຍາດັ່ງກ່າວ;
3.    ສໍາລັບສິນຄ້າ, ເຄື່ອງຂອງ ຜ່ານແດນໃນຫຼາຍຮູບແບບ (Multimodal Transport) ການຄ່ຽນຖ່າຍ ອະນຸຍາດໃຫ້ດໍາເນີນ ທີ່ດ່ານພາສີຊາຍແດນຂາເຂົ້າ ແລະ ຂາອອກ ຈຸດລະໜຶ່ງຄັ້ງເທົ່ານັ້ນ. ຜູ້ຂົນສົ່ງ ຫຼື ຜູ້ໄດ້ຮັບມອບສິດ ຕ້ອງຍື່ນເອກະສານຂົນສົ່ງ, ໃບສັບປ່ຽນຍານພາຫະນະ (Transhipment Note) ແລະ ໃບແຈ້ງພາສີ ຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ຫຼື ຫ້ອງການພາສີ ບ່ອນສິນຄ້າມາຮອດ. 

ມາດຕາ 27 ການຄຸ້ມຄອງສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າເພື່ອສົ່ງອອກຕໍ່
ການນຳເຂົ້າເພື່ອສົ່ງອອກຕໍ່ ແມ່ນການນຳເອົາສິນຄ້າ, ເຄື່ອງຂອງ ເຂົ້າມາໃນ ສປປ ລາວ ເພື່ອປັບປຸງ, ຫຸ້ມຫໍ່, ສັບປ່ຽນສິນຄ້າ ໃສ່ຍານພາຫະນະຂົນສົ່ງ ແລະ ອື່ນໆ ຫຼື ເກັບຮັກສາໄວ້ຊົ່ວຄາວໃນໄລຍະເວລາໃດໜຶ່ງ ເພື່ອລໍຖ້າຂະບວນການສົ່ງອອກຕໍ່ໄປຍັງອີກປະເທດໜຶ່ງ ຊຶ່ງຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີ, ຜູ້ປະກອບການຕ້ອງມີສະຖານທີ່ ຫຼື ສາງຂອງຕົນ ຫຼື ເຊົ່າສາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 72 ຂອງກົດໝາຍວ່າດ້ວຍພາສີ ທີ່ໄດ້ຮັບອະນຸຍາດຈາກລັດຖະການພາສີ ໃນການເກັບຮັກສາສິນຄ້າຊົ່ວຄາວ, ປະຕິບັດຕາມກຳນົດເວລາໃນການສົ່ງອອກ ຕາມທີ່ໄດ້ລະບຸໄວ້. ໃນເວລາສົ່ງອອກ ຕ້ອງໄປຕາມເສັ້ນທາງສະເພາະທີ່ລັດຖະການພາສີກໍານົດ ແລະ ຜ່ານດ່ານພາສີສາກົນ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ ເທົ່ານັ້ນ.
ສິນຄ້າ, ເຄື່ອງຂອງ ທີ່ໄດ້ຮັບອະນຸຍາດໃຫ້ນຳເຂົ້າເພື່ອສົ່ງອອກຕໍ່ ຕ້ອງປະຕິບັດພັນທະຕ່າງໆ ເຂົ້າງົບປະ ມານແຫ່ງລັດ ຕາມລະບຽບການ.
ຜູ້ປະກອບການ ທີ່ດໍາເນີນກິດຈະການ ນໍາເຂົ້າເພື່ອສົ່ງອອກຕໍ່ ຕ້ອງມີໃບອະນຸຍາດດໍາເນີນທຸລະກິດຈາກຂະແໜງການຄ້າ ແລະ ເຊັນສັນຍາຄໍ້າປະກັນນໍາກົມພາສີ ຫຼື ລັດຖະການພາສີແຕ່ລະຂັ້ນຕາມການແບ່ງຂັ້ນຄຸ້ມຄອງກ່ອນການດໍາເນີນທຸລະກິດ.
ອາຍຸການເກັບຮັກສາສິນຄ້າດັ່ງກ່າວ ແມ່ນມີກໍານົດ ສາມ (3) ເດືອນ ແລະ ສາມາດຕໍ່ອາຍຸການເກັບຮັກສາໄດ້ຄັ້ງລະ ສາມ (3) ເດືອນ ນໍາຫົວໜ້າລັດຖະການພາສີບ່ອນສາງຕັ້ງຢູ່ ແຕ່ສູງສຸດບໍ່ໃຫ້ເກີນ ໜຶ່ງ (1) ປີ.

ມາດຕາ 28 ການຄວບຄຸມສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່
ຜູ້ດຳເນີນກິດຈະການ ນໍາເຂົ້າເພື່ອສົ່ງອອກຕໍ່ ຊຶ່ງໄດ້ລະເມີດລະບຽບການຄວບຄຸມທາງພາສີ ຕາມທີ່ໄດ້ກຳ ນົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ ຈະຖືກມາດຕະການ ດັ່ງນີ້: 
1.    ການແຈ້ງຂໍ້ມູນສິນຄ້າບໍ່ຖືກຕ້ອງ ຈະຖືກປັບໃໝ 10% ຂອງມູນຄ່າສິນຄ້າ, ເຄື່ອງຂອງ;
2.    ການບໍ່ນໍາສົ່ງອອກຕໍ່ ຕາມກຳນົດເວລາທີ່ໄດ້ຮັບອະນຸຍາດຈາກລັດຖະການພາສີ ຈະຖືກປັບໃໝ 3.000.000 ກີບຕໍ່ຄັ້ງ ພ້ອມທັງເຮັດສັນຍາຄໍ້າປະກັນໃນການສົ່ງອອກຕໍ່ຕາມລະບຽບການ, ຖ້າມີການລະເມີດຊໍ້າ ຈະຖືກນໍາໃຊ້ມາດຕະການທາງກົດໝາຍ;
3.    ກໍລະນີການສົ່ງອອກຕໍ່ ບໍ່ຖືກຕາມດ່ານພາສີຊາຍແດນ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ ຈະຖືກປັບໃໝ 2.000.000 ກີບຕໍ່ຄັ້ງ;
4.    ເຈົ້າໜ້າທີ່ພາສີ ຕ້ອງກວດກາສາງເປັນແຕ່ລະໄລຍະ ກໍລະນີ ສິນຄ້າ, ເຄື່ອງຂອງ ຫາກຂາດຫາຍ ຫຼື ບໍ່ຄົບຕາມຈໍານວນ ໃຫ້ຖືວ່າ ເປັນການລັກລອບຊື້ຂາຍພາຍໃນ ແລະ ຈະຖືກດຳເນີນຄະດີທາງພາສີ;
5.    ກໍລະນີ ມີການລັກລອບຊື້ ຂາຍ ຊົມໃຊ້ພາຍໃນ ຈະຖືກດຳເນີນຄະດີທາງພາສີ ແລະ ຈະຖືກໂຈະການນໍາເຂົ້າເພື່ອສົ່ງອອກຕໍ່ ໃນໄລຍະ ສາມ (3) ເດືອນ. ຖ້າຫາກສິນຄ້າ, ເຄື່ອງຂອງ ດັ່ງກ່າວນັ້ນ ມີຄ່າພາສີ ຫຼື ຄ່າອື່ນ ແຕ່ 100.000.000 ກີບ ຂຶ້ນໄປ ຈະຖືກດຳເນີນຄະດີ ຕາມປະມວນກົດໝາຍອາຍາ.

ມາດຕາ 29 ການຄຸ້ມຄອງການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ພາຍໃນອານາເຂດພາສີ
ສິນຄ້າ, ເຄື່ອງຂອງ ທຸກຊະນິດ ທີ່ນໍາເຂົ້າ ສປປ ລາວ ພາຍຫຼັງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ຢ່າງຖືກຕ້ອງ, ຄົບຖ້ວນແລ້ວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 68 ຂອງກົດໝາຍວ່າດ້ວຍພາສີ ຫາກມີຈຸດປະສົງ ເຄື່ອນຍ້າຍໄປແຂວງອື່ນ ບໍ່ຈໍາເປັນເຮັດໃບເຄື່ອນຍ້າຍ ແຕ່ໃຫ້ນໍາໃຊ້ໃບນໍາສົ່ງສິນຄ້າ ຫຼື ເອກະສານ ທີ່ຖືກຮັບຮອງຈາກຂະແໜງການສ່ວຍສາອາກອນ ແລະ ສໍາເນົາໃບແຈ້ງພາສີເປັນລາຍລະອຽດນໍາເຂົ້າເບື້ອງຕົ້ນຕິດຕາມໄປນໍາ ເພື່ອການກວດກາຂອງເຈົ້າໜ້າທີ່.
ນອກຈາກສິນຄ້າ, ເຄື່ອງຂອງ ທີ່ໄດ້ກ່າວມາຂ້າງເທິງນີ້ ຕ້ອງໄດ້ເຮັດໃບເຄື່ອນຍ້າຍ ເປັນຕົ້ນ:
1.    ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າໃນລະບົບສາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 72 ຂອງກົດໝາຍວ່າດ້ວຍພາສີ ແລະ ການເຄື່ອນຍ້າຍພາຍໃນລະບົບສາງ;
2.    ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າໃນຮູບແບບນະໂຍບາຍສົ່ງເສີມການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 88 ຂອງກົດໝາຍວ່າດ້ວຍພາສີ;
3.    ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າໃນລະບອບຍົກເວັ້ນ ຕາມການອະນຸຍາດຂອງລັດຖະບານ;
4.    ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າໃນຮ້ານຄ້າປອດພາສີ ແລະ ເຂດປອດພາສີ;
5.    ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າຈາກ ດ່ານພາສີຊາຍແດນ ໄປຍັງເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ  ຫຼື ຈາກສາງ ໄປຍັງດ່ານພາສີຊາຍແດນບ່ອນສົ່ງອອກ.
ສໍາລັບການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ຕາມຂໍ້ທີ 1 ຫາຂໍ້ທີ 5 ຂ້າງເທິງນີ້ ຜູ້ແຈ້ງພາສີຕ້ອງສະເໜີຕໍ່ລັດຖະການພາສີບ່ອນສາງຕັ້ງຢູ່ ແລະ ປະກອບເອກະສານເຄື່ອນຍ້າຍຕາມແບບພິມທີ່ລັດຖະການພາສີກໍານົດ. ຜູ້ແຈ້ງພາສີ ທີ່ມີຈຸດປະສົງເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ພາຍໃນອານາເຂດພາສີ ຕ້ອງໄປຕາມເສັ້ນທາງທີ່ລັດຖະການພາສີກໍານົດ ເມື່ອຮອດປາຍທາງແລ້ວ ຕ້ອງນໍາໄປແຈ້ງຕໍ່ເຈົ້າໜ້າທີ່ພາສີ ເພື່ອດໍາເນີນຕາມລະບຽບການ.
ກໍລະນີການເຄື່ອນຍ້າຍ ທີ່ນໍາໃຊ້ລະບົບເອເລັກໂຕຣນິກໃຫ້ປະຕິບັດຕາມລະບຽບການສະເພາະ.

ມາດຕາ 30 ສາງພາສີ 
ສາງພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 72 ຂອງກົດໝາຍວ່າດ້ວຍພາສີ ແມ່ນສະຖານທີ່ ຊຶ່ງຜູ້ປະກອບການສ້າງຂຶ້ນ ຫຼື ເຊົ່າ ເພື່ອໃຊ້ໃນການເກັບຮັກສາວັດຖຸດິບ, ສິນຄ້າ, ເຄື່ອງຂອງຊົ່ວຄາວ ເພື່ອລໍຖ້າການດຳ ເນີນລະບຽບການທາງພາສີ, ໂດຍໄດ້ຮັບການເຫັນດີຈາກຂະແໜງການທີ່ກ່ຽວຂ້ອງ ແລະ ໄດ້ຮັບອະນຸມັດການສ້າງຕັ້ງຈາກລັດຖະມົນຕີກະຊວງການເງິນ ແລະ ຢູ່ພາຍໃຕ້ການຄວບຄຸມຂອງລັດຖະການພາສີແຕ່ລະຂັ້ນ.
ລະບົບສາງພາສີ ປະກອບດ້ວຍ 5 ປະເພດສາງ ຊຶ່ງມີເລກລະຫັດສະເພາະ ທີ່ປະກອບດ້ວຍພະຍັນຊະນະພາສາອັງກິດ 4 ຕົວ ໝາຍເຖິງສາງແຕ່ລະປະເພດ ຊຶ່ງຜູ້ແຈ້ງພາສີຕ້ອງລະບຸໃສ່ໃນຫ້ອງທີ 30 ຂອງໃບແຈ້ງພາສີເປັນລາຍລະອຽດ ໃນເວລາດຳເນີນການແຈ້ງພາສີແຕ່ລະຄັ້ງ ດັ່ງນີ້: 
1.    ສາງເກັບມ້ຽນສິນຄ້າຊົ່ວຄາວ (Temporary Storage Warehouse ) ລະຫັດ  TCWH;
2.    ສາງອຸດສາຫະກໍາ (Industry Warehouse) ລະຫັດ  ICWH;
3.    ສາງພິເສດ (Specific Warehouse) ລະຫັດ  SCWH;
4.    ສາງພາງ (Bonded Warehouse) ລະຫັດ  BCWH;
5.    ສາງນິຕິບຸກຄົນ (Private Warehouse) ລະຫັດ  PCWH. 
ນອກຈາກບັນດາສາງທີ່ກຳນົດໄວ້ຂ້າງເທິງນີ້ແລ້ວ ຍັງມີສາງສະເພາະທີ່ໃຊ້ສໍາລັບວຽກງານພາສີ ຊຶ່ງມີລະຫັດ CWPE 149 (Customs Warehouse  for Preservation of Evidence)  ເພື່ອໃຊ້ໃນການເກັບຮັກສາຂອງກາງຄະດີທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 149 ຂອງກົດໝາຍວ່າດ້ວຍພາສີ. 
ສຳລັບໂຄງສ້າງການກໍານົດລະຫັດສາງແຕ່ລະປະເພດ ກົມພາສີຈະໄດ້ອອກເປັນຄໍາແນະນໍາສະເພາະ ໂດຍກໍານົດ ເປັນ 12 ຕົວອັກສອນ ແລະ ຕົວເລກ ຄື:  2 ຕົວອັກສອນທໍາອິດແມ່ນລະຫັດປະເທດ, 3 ຕົວອັກສອນຕໍ່ມາແມ່ນ ລະຫັດ ແຂວງ, 4 ຕົວອັກສອນຕໍ່ມາ ແມ່ນ ລະຫັດປະເພດສາງ ແລະ 3 ຕົວເລກສຸດທ້າຍ ແມ່ນກໍານົດຊື່ ແລະ ລາຍລະອຽດຂອງສາງ.
ຕົວຢ່າງ: LA VTE TCWH 001: ສາງເກັບມ້ຽນສິນຄ້າຊົ່ວຄາວຂອງບໍລິສັດ ກ, ຕັ້ງຢູ່ນະຄອນຫລວງ ວຽງຈັນ.
ຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ທີ່ສະເໜີສ້າງຕັ້ງສາງ ຈະຕ້ອງໄດ້ສະແດງເຈດຈຳນົງຂອງຕົນຢ່າງຊັດເຈນ ແລະ ຂໍອະນຸຍາດສ້າງຕັ້ງ ຕໍ່ກົມພາສີ ໃນແຕ່ລະປະເພດສາງ ເຊັ່ນ: ສາງເກັບມ້ຽນສິນຄ້າຊົ່ວຄາວ, ສາງອຸດສາຫະກຳ, ສາງພິເສດ, ສາງພາງ ແລະ ສາງນິຕິບຸກຄົນ ຫຼື ສາງໃດໜຶ່ງ ເພື່ອຈຸດປະສົງນຳໃຊ້ ແລະ ການຄຸ້ມຄອງໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍພາສີ.

ມາດຕາ 31 ສາງເກັບມ້ຽນສິນຄ້າຊົ່ວຄາວ
ສາງເກັບມ້ຽນສິນຄ້າຊົ່ວຄາວ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 73 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງມີລະຫັດ TCWH ແມ່ນສະຖານທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງທົ່ວໄປຊຶ່ງຕັ້ງຢູ່ດ່ານພາສີຊາຍແດນ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ ເຊັ່ນ ຢູ່ໃນເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ, ທ່າບົກ ພາຍຫຼັງສໍາເລັດການແຈ້ງພາສີໂດຍສັງເຂບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 25 ຂອງກົດໝາຍວ່າດ້ວຍພາສີ. ຜູ້ແຈ້ງພາສີຕ້ອງແຈ້ງຂໍ້ມູນກ່ຽວກັບສິນຄ້າ, ເຄື່ອງຂອງ ລົງໃນໃບແຈ້ງພາສີເປັນລາຍລະອຽດ ຫ້ອງທີ 30 ພາຍໃນກຳນົດ ສິບຫ້າ (15) ວັນ ແລະ ສາມາດຕໍ່ໄດ້ອີກ 1 ຄັ້ງ ແຕ່ບໍ່ໃຫ້ເກີນ ເຈັດ (7) ວັນ ເພື່ອນໍາເອົາສິ້ນຄ້າ, ເຄື່ອງຂອງອອກຈາກສາງ, ຖ້າບໍ່ສາມາດປະຕິບັດໄດ້ໃນໄລຍະເວລາດັ່ງກ່າວ ເຈົ້າຂອງສິນຄ້າ, ເຄື່ອງຂອງ ທີ່ມີຈຸດປະສົງນໍາໃຊ້ສາງປະເພດອື່ນ ຫຼື ນໍາສິນຄ້າ, ເຄື່ອງຂອງ ຂອງຕົນອອກຄືນ ຕ້ອງສະເໜີຢ່າງເປັນລາຍລັກອັກສອນຫາລັດຖະການພາສີບ່ອນສາງຕັ້ງຢູ່ ກ່ອນໄລຍະເວລາການຕໍ່ອາຍຸທີ່ກຳນົດໄວ້ຂ້າງເທິງຈະສິ້ນສຸດ. ລັດຖະການພາສີຕ້ອງນໍາເອົາການສະເໜີ ມາພິຈາລະ ນາພາຍໃນ ສາມ (3) ວັນລັດຖະການ ແລ້ວແຈ້ງໃຫ້ເຈົ້າຂອງສິນຄ້າ, ເຄື່ອງຂອງຮັບຊາບ. ຖ້າບໍ່ປະຕິບັດຕາມຂັ້ນຕອນດັ່ງກ່າວຂ້າງເທິງ ຈະໄດ້ປະຕິບັດຕາມລະບຽບການຄວບຄຸມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ. 

ມາດຕາ 32 ສາງອຸດສາຫະກໍາ
ສາງອຸດສາຫະກໍາ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 74 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງມີລະຫັດ ICWH ແມ່ນສະຖານທີ່ກວມເອົາ ອາຄານໃນຮົ່ມ, ສະຖານທີ່ກາງແຈ້ງ, ລານຕູ້ສິນຄ້າ ຊຶ່ງຕັ້ງຢູ່ ເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ, ເຂດປອດພາສີ, ເຂດໂລຊີດສະຕິກ, ທ່າບົກ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ ເພື່ອເກັບຮັກສາ ວັດຖຸດິບ, ແຮ່ທາດ, ວັດຖູປະກອນ, ຊິ້ນສ່ວນປະກອບ, ເຄື່ອງຂອງ ທີ່ນໍາເຂົ້າຊົ່ວຄາວ ເພື່ອຜະລິດ, ປະກອບ, ດັດແປງ, ສ້ອມແປງ, ປຸງແຕ່ງ, ຫຸ້ມຫໍ່ ແລະ ຄັດແຍກສິນຄ້າ ແລ້ວສົ່ງອອກຄືນ ພາຍໃນເວລາ ໜຶ່ງຮ້ອຍແປດສິບ (180) ວັນ ແລະ ສາມາດຕໍ່ໄດ້ອີກ 1 ຄັ້ງ ແຕ່ບໍ່ໃຫ້ເກີນໜຶ່ງຮ້ອຍແປດສິບ (180) ວັນ.
ການສະເໜີຂໍຕໍ່ອາຍຸນໍາໃຊ້ຕ້ອງດຳເນີນ ກ່ອນອາຍຸການເກັບຮັກສາສິນຄ້າ, ເຄື່ອງຂອງ ຈະສິ້ນສຸດ ສິບ (10) ວັນ ແລະ ຫົວໜ້າລັດຖະການພາສີປະຈໍາລະບົບສາງ ຕ້ອງພິຈາລະນາ ແລະ ແຈ້ງຜົນການພິຈາລະນາຕົກລົງຂອງຕົນໃຫ້ເຈົ້າຂອງສາງ ແລະ ເຈົ້າຂອງສິນຄ້າ ຊາບພາຍໃນ ສາມ (3) ວັນລັດຖະການ. ຖ້າກາຍກໍານົດເວລາດັ່ງກ່າວ ສິນຄ້າ, ເຄື່ອງຂອງ ຈະຕົກຢູ່ໃນການຄວບຄຸມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງກົດ  ໝາຍວ່າດ້ວຍພາສີ.

ມາດຕາ 33 ສາງພິເສດ
ສາງພິເສດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 75 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງມີລະຫັດ SCWH ແມ່ນສະຖານທີ່ຊຶ່ງຕັ້ງຢູ່ດ່ານພາສີຊາຍແດນ, ເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ, ເຂດໂລຊີດສະຕິກ, ທ່າບົກ ຫຼື ເປັນສະຖານທີ່ພັກຍານພາຫະນະຂົນສົ່ງສິນຄ້າຊົ່ວຄາວ ຢູ່ພາຍໃຕ້ການຄຸ້ມຄອງສະເພາະ ແລະ ອອກແບບເປັນພິເສດ ເພື່ອເກັບມ້ຽນສິນຄ້າ, ເຄື່ອງຂອງປະເພດຄວບຄຸມ, ສັບປ່ຽນຫົວລາກ-ຫາງລາກ, ຄ່ຽນຖ່າຍ, ຍົກຍໍ ເພື່ອລໍຖ້າການແຈ້ງພາສີ ທັງນີ້ເພື່ອຮັບປະກັນຄວາມປອດໄພຕໍ່ຊີວິດ, ສຸຂະພາບ, ຊັບສິນ ແລະ ສະພາບແວດລ້ອມ ເຊັ່ນ ສາງເກັບຮັກສາວັດຖຸໄວໄຟ (ນໍ້າມັນເຊື້ອໄຟ, ອາຍແກັສ), ສານເຄມີອັນຕະລາຍ, ສານກໍາມັນຕະພາບລັງສີ, ວັດຖຸລະເບີດ, ສະຖານທີ່ກັກກັນສັດ, ບ່ອນເກັບຮັກສາພືດຜັກ, ໝາກໄມ້ສົດ, ອາຫານແຊ່ເຢັນ-ແຊ່ແຂງ ລວມທັງຢາປົວພະຍາດ, ວັກຊິນ. ສ່ວນກໍານົດເວລາໃນການເກັບຮັກສາສິນຄ້າ, ເຄື່ອງຂອງ ແມ່ນໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ. 

ມາດຕາ 34 ສາງພາງ
ສາງພາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 76 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງມີລະຫັດ BCWH ແມ່ນສະຖານທີ່ເກັບມ້ຽນສິນຄ້າທົ່ວໄປ ໃນເຂດໂລຊີດສະຕິກ, ທ່າບົກ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ ພາຍຫຼັງສິນຄ້າມາຮອດ ເພື່່ອລໍຖ້າການປະຕິບັດລະບຽບການທາງພາສີ. ສິນຄ້າ, ເຄື່ອງຂອງທົ່ວໄປ ສາມາດເກັບມ້ຽນ ຢູ່ພື້ນທີ່ດັ່ງກ່າວ ພາຍໃນເວລາ ໜຶ່ງຮ້ອຍແປດສິບ (180) ວັນ ແລະ ສາມາດຕໍ່ໄດ້ໜຶ່ງຄັ້ງ ແຕ່ບໍ່ໃຫ້ເກີນ ໜຶ່ງຮ້ອຍແປດສິບ (180) ວັນ ນໍາລັດຖະການພາສີບ່ອນສາງຕັ້ງຢູ່. ການສະເໜີຂໍຕໍ່ອາຍຸນໍາໃຊ້ຕ້ອງດໍາເນີນ ສິບ (10) ວັນ ກ່ອນອາຍຸການເກັບຮັກສາສິນຄ້າ, ເຄື່ອງຂອງ ຈະສິ້ນສຸດ ແລະ ຫົວໜ້າລັດຖະການພາສີປະຈໍາລະບົບສາງ ຕ້ອງພິຈາລະນາ ແລະ ແຈ້ງຜົນການພິຈາລະນາຕົກລົງຂອງຕົນໃຫ້ເຈົ້າຂອງສາງ ແລະ ເຈົ້າຂອງສິນຄ້າ ຊາບພາຍໃນ ສາມ (3) ວັນລັດຖະການ. ຖ້າກາຍກໍານົດເວລາດັ່ງກ່າວ ສິນຄ້າ, ເຄື່ອງຂອງ ຈະຕົກຢູ່ພາຍໃຕ້ການຄວບຄຸມທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງກົດໝາຍວ່າດ້ວຍພາສີ.
ສໍາລັບຜູ້ປະກອບການສາງພາງ ຕ້ອງວາງເງິນຄໍ້າປະກັນນໍາທະນາຄານ ຫຼື ສະຖາບັນການເງິນອື່ນ ໜຶ່ງຕື້ (1.000.000.000) ກີບ ຫຼື ໜຶ່ງແສນ (100.000) ໂດລາສະຫະລັດ ເພື່ອຄໍ້າປະກັນການຕົກເຮ່ຍເສຍຫາຍຂອງ ສິນຄ້າ, ເຄື່ອງຂອງ ທີ່ເກັບຮັກສາໄວ້ໃນສາງດັ່ງກ່າວ.

ມາດຕາ 35 ສາງນິຕິບຸກຄົນ
ສາງນິຕິບຸກຄົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 77 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງມີລະຫັດ PCWH ແມ່ນສະຖານທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງ, ວັດຖູປະກອນ ຫຼື ວັດຖຸດິບ ເພື່ອຮັບໃຊ້ ຫຼື ສະໜອງໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ໂຄງການຕ່າງໆ ເປັນອັນສະເພາະ ຊຶ່ງບໍ່ໄດ້ໃຫ້ບໍລິການແກ່ສັງຄົມທົ່ວໄປ ສາງດັ່ງກ່າວສາມາດສ້າງຕັ້ງຂຶ້ນໄດ້ ບົນພຶ້ນຖານການເຫັນດີຂອງຂະແໜງການທີ່ກ່ຽວຂ້ອງ, ໄດ້ຮັບອະນຸຍາດຈາກກະຊວງການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງລັດຖະການພາສີແຕ່ລະຂັ້ນ ສ່ວນການເກັບຮັກສາວັດຖູປະກອນ ຫຼື ວັດຖຸດິບ ແມ່ນບໍ່ໃຫ້ເກີນ ສາມສິບ (30) ວັນ ແລະ ສາມາດຕໍ່ອາຍຸໄດ້ບໍ່ເກີນ ສາມສິບ (30) ວັນ. ການຄຸ້ມຄອງສາງດັ່ງກ່າວ ໃຫ້ປະຕິບັດຕາມລະບຽບການສະເພາະ.


ມາດຕາ 36 ຄວາມຮັບຜິດຊອບຂອງຜູ້ປະກອບການກິດຈະການສາງ
ຜູ້ປະກອບການກິດຈະການສາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 72 ຂອງກົດໝາຍວ່າດ້ວຍພາສີ ມີຄວາມຮັບຜິດຊອບ ດັ່ງນີ້:
1.    ດຳເນີນການບໍລິການພາຍໃນສາງ, ເກັບຮັກສາສິນຄ້າ, ເຄື່ອງຂອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນບໍ່ໃຫ້ມີການເປ່ເພ, ຕົກເຮ່ຍ ເສຍຫາຍ ຫຼື ຂາດຫາຍ ຈາກບັນຊີຄຸ້ມຄອງສາງ ຕ້ອງຮັບຜິດຊອບຕໍ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ທີ່ເກີດຂຶ້ນ;
2.    ຈັດສັນເອົາສິນຄ້າ, ເຄື່ອງຂອງ ລົງເກັບໄວ້ໃນສາງຕາມຄວາມເໝາະສົມ ຂອງແຕ່ລະປະເພດສິນຄ້າ ແລະ ຕິດຕາມ, ກວດກາ ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນສາງ;
3.    ຈັດສັນສະຖານທີ່ເຮັດວຽກໃຫ້ແກ່ເຈົ້າໜ້າທີ່ພາສີ, ສະຖານທີ່ກວດກາສິນຄ້າຕົວຈິງ ແລະ ສະຖານ ທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງ ທີ່ຖືກ ຍຶດ, ອາຍັດ ແລະ ຮິບ ໄວ້ເປັນອັນສະເພາະ;
4.    ສະໜອງເຄື່ອງມື ແລະ ອຸປະກອນຮັບໃຊ້ແກ່ການຈັດຕັ້ງປະຕິບັດວຽກງານພາສີ ເຊັ່ນ ເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ, ເຄື່ອງຄອມພິວເຕີ, ລະບົບສື່ສານ, ລະບົບເຄືອຂ່າຍເຊື່ອມໂຍງອິນເຕີເນັດ, ລະບົບກ້ອງວົງຈອນ (CCTV), ຊຸດປ້ອງກັນ, ໂຕະ, ຕັ່ງ, ຕູ້ເອກະສານ ພ້ອມທັງຮັບຜິດຊອບໃນການໃຊ້ຈ່າຍຄ່ານໍ້າ, ຄ່າໄຟຟ້າ, ຄ່າອະນາໄມ, ຄ່າພະນັກງານຮັກສາຄວາມປອດໄພ;
5.    ຕ້ອງນໍາໃຊ້ລະບົບບັນຊີຄຸ້ມຄອງສິນຄ້າໃນສາງ ທີ່ຖືກຮັບຮອງຈາກກົມບັນຊີ ກະຊວງການເງິນ ແລະ ຕ້ອງເປັນລະບົບເອເລັກໂຕຣນິກ ທີ່ຖືກຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ທີ່ສາມາດເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນ ກັບລະບົບເອເລັກໂຕຣນິກຂອງລັດຖະການພາສີ;
6.    ລາຍງານສະຖິຕິ ສິນຄ້າ, ເຄື່ອງຂອງ ເຂົ້າ-ອອກສາງ, ຄ້າງສາງ ແລະ ເກີນກໍານົດ ເປັນແຕ່ລະວັນ, ອາທິດ, ເດືອນ, ງວດ ແລະ ປີ ໃນຮູບແບບເອເລັກໂຕຣນິກ ຫຼື ແບບເຈ້ຍ ໃຫ້ແກ່ເຈົ້າໜ້າທີ່ພາສີ;
7.    ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ຈາກສາງໜຶ່ງໄປຍັງອີກສາງໜຶ່ງ ທີ່ບໍ່ແມ່ນສາງປະເພດດຽວກັນ ເຊັ່ນ: ຈາກສາງອຸດສາຫະກໍາ ໄປຫາ ສາງພາງ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ ແລະ ຕ້ອງມີໃບເຄື່ອນຍ້າຍຕາມແບບພິມ ທີ່ລັດຖະການພາສີກໍານົດ;
8.    ຫ້າມດັດແກ້ ຫຼື ປອມແປງຂໍ້ມູນກ່ຽວກັບສິນຄ້າ, ເຄື່ອງຂອງ ຢູ່ໃນສາງຂອງຕົນຢ່າງເດັດຂາດ ເຊັ່ນ: ປ່ຽນແປງວັນເວລາສິນຄ້າເຂົ້າ-ອອກສາງ, ດັດແກ້ຂໍ້ມູນດ້ານນໍ້າໜັກ ຫຼື ຈໍານວນ ຂອງສິນຄ້າ, ດັດແກ້ຂໍ້ມູນກ່ຽວກັບເຈົ້າຂອງສິນຄ້າ ແລະ ອື່ນໆ;
9.    ພາຍຫຼັງໄດ້ຮັບອະນຸຍາດຈາກກະຊວງການເງິນ ກ່ອນການດໍາເນີນທຸລະກິດ ຜູ້ປະກອບການກິດຈະ ການສາງ ຕ້ອງເຮັດສັນຍານໍາກົມພາສີ ແລະ ປະຕິບັດສັນຍາຄ້ຳປະກັນກ່ຽວກັບການດໍາເນີນກິດຈະການສາງ ຢ່າງເຂັ້ມງວດ.

ມາດຕາ 37 ມາດຕະການຄຸ້ມຄອງສິນຄ້າໃນລະບົບສາງພາສີ
ການເກັບຮັກສາສິນຄ້າ, ເຄື່ອງຂອງ ພາຍໃນສາງຕ້ອງປະຕິບັດຕາມກໍານົດເວລາອັນແນ່ນອນ ຕາມກົດ   ໝາຍ ໂດຍງົດເກັບພາສີ ແລະ ຢູ່ພາຍໃຕ້ການຄວບຄຸມ ຂອງລັດຖະການພາສີ ເພື່ອລໍຖ້າການປະຕິບັດລະບຽບການທາງພາສີ.
ໃນກໍລະນີ ການເກັບຮັກສາສິນຄ້າເກີນກໍານົດເວລາ ໃນແຕ່ລະປະເພດສາງຕາມທີ່ໄດ້ກໍານົດໄວ້ໃນ ມາດ ຕາ 73, 74, 75, 76 ແລະ ມາດຕາ 77 ຂອງກົດໝາຍວ່າດ້ວຍພາສີ ແລະ ບໍ່ໄດ້ປ່ຽນໄປນໍາໃຊ້ສາງອື່ນ ຈະຖືກປັບໃໝ ໃນອັດຕາ 0,10% ຂອງຄ່າພາສີ-ອາກອນ ຕາມອັດຕາປົກກະຕິຕໍ່ວັນທີ່ກາຍກໍານົດ ແຕ່ສູງສຸດບໍ່ໃຫ້ເກີນຄ່າພາສີ-ອາກອນທັງໝົດທີ່ຕ້ອງຊໍາລະ.

ມາດຕາ 38 ການຫັກຄ່າໃຊ້ຈ່າຍໃນການສະສາງຄະດີ ແລະ ສິນຄ້າ, ເຄື່ອງຂອງ ຄ້າງສາງ 
ເພື່ອເຮັດໃຫ້ວຽກງານ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ຕ້ານການຄ້າຂາຍເຖື່ອນ ມີການເຄື່ອນໄຫວຢ່າງຕັ້ງໜ້າ, ສ້າງທ່າແຮງຫັນປ່ຽນໃໝ່ ເພື່ອຄວບຄຸມຕິດຕາມການລັກລອບຫຼົບຫຼີກພາສີໃຫ້ທັນການ ແລະ ການບໍລິຫານແຫຼ່ງຂ່າວຢ່າງວ່ອງໄວ, ທັນການ ໃຫ້ຫັກຄ່າໃຊ້ຈ່າຍຈາກການປັບໃໝ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ເກີດຂຶ້ນຕົວຈິງ ໃນການສະສາງຄະດີ ແລະ ສິນຄ້າ, ເຄື່ອງຂອງ ຄ້າງສາງ ດ້ວຍການປະມູນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 81 ຂອງກົດໝາຍວ່າດ້ວຍພາສີ ແລະ ການແກ້ໄຂຄະດີທາງພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ໃຫ້ຫັກຄ່າໃຊ້ຈ່າຍຕ່າງໆ ທີ່ເກີດຂຶ້ນຕົວຈິງໃນການຈັດການປະມູນ ເປັນຕົ້ນຄ່າບໍລິການຜ່ານສື່ຕ່າງໆ, ຄ່າປົກປັກຮັກສາ, ຄ່າຂົນສົ່ງລາກແກ່, ຄ່າແຮງງານຍົກຍໍ, ຄ່າຄ່ຽນຖ່າຍ, ຄ່າພິສູດຫຼັກຖານດ້ານນິຕິວິທະຍາ, ຄ່າກວດກາທາດເບື່ອເປັນພິດຂອງພືດຜັກ, ໝາກໄມ້ ແລະ ອາຫານສົດ ໃນອັດຕາ 15% ຂອງມູນຄ່າການປະມູນຂາຍອອກ;
2.    ໃຫ້ຫັກຄ່າໃຊ້ຈ່າຍຈາກການປັບໃໝ ທີ່ຈຳເປັນເພື່ອບໍລິຫານວຽກງານອັນຮີບດ່ວນ ເປັນຕົ້ນ ຄ່າຂົນ ສົ່ງລາກແກ່, ຄ່າແຮງງານຍົກຍໍ, ຄ່າບໍລິຫານແຫຼ່ງຂ່າວ ໃນອັດຕາ 15% ຂອງມູນຄ່າປັບໃໝ;
3.    ຈໍານວນເງິນທີ່ຍັງເຫຼືອ ຈາກການຫັກຄ່າໃຊ້ຈ່າຍຕ່າງໆ ທີ່ຈໍາເປັນໃນການປະມູນ ແລະ ການປັບໃໝ ຕ້ອງມອບເຂົ້າງົບປະມານແຫ່ງລັດ ຕາມລະບຽບການ.
ການສະສາງສິນຄ້າຄ້າງສາງ ດ້ວຍການປະມູນ ແມ່ນກວມເອົາການສະສາງສິນຄ້າຄ້າງສາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 72 ແລະ ສາງເກັບຮັກສາຂອງກາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 149 ຂອງກົດໝາຍວ່າດ້ວຍພາສີ.
ຜູ້ປະກອບການກິດຈະການລະບົບສາງພາສີ ຕ້ອງຍົກເວັ້ນການເກັບຄ່າຝາກສາງຕາມການສະເໜີຂອງລັດ ຖະການພາສີບ່ອນສາງຕັ້ງຢູ່ ໃນກໍລະນີສິນຄ້າຖືກຮິບ ຫຼື ຕົກເປັນຂອງລັດ,  ສິນຄ້າທີ່ຕ້ອງຖືກທໍາລາຍ ເປັນຕົ້ນ ສິນຄ້າເສື່ອມຄຸນນະພາບ, ສິນຄ້າທີ່ເປັນມົນລະພິດ, ສິນຄ້າລະເມີດສິດຕໍ່ຊັບສິນທາງປັນຍາ ຕາມທີ່ໄດ້ກໍໍານົດໄວ້ໃນ ມາດຕາ 81 ຂອງກົດໝາຍວ່າດ້ວຍພາສີ.

ມາດຕາ 39 ເຂດປອດພາສີ
ຜູ້ປະກອບການຜະລິດ, ທຸລະກິດ ຫຼື ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງ ຈະສ້າງຕັ້ງເຂດປອດພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 85 ຂອງກົດໝາຍວ່າດ້ວຍພາສີ ຕ້ອງຍື່ນໃບສະເໜີ ພ້ອມເອກະສານປະກອບ ເຊັ່ນ: ບົດວິພາກເສດຖະກິດ-ເຕັກນິກ,  ບົດວິພາກຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຜັງກໍ່ສ້າງ ແລະ ທະບຽນວິສາຫະກິດ ທີ່ເຫັນວ່າມີຄວາມຈຳເປັນໃນການດຳເນີນທຸລະກິດຂອງຜູ້ປະກອບການ ຕໍ່ກະຊວງການເງິນ ເພື່ອຂໍອະນຸມັດທາງດ້ານຫຼັກການ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ.
ສິນຄ້າ, ເຄື່ອງຂອງ, ວັດຖູປະກອນ, ວັດຖຸດິບ ສາມາດເກັບຮັກສາໄວ້ ໜຶ່ງຮ້ອຍແປດສິບ (180) ວັນ ແລະ ສາມາດຕໍ່ອາຍຸໄດ້ 1 ຄັ້ງ ບໍ່ໃຫ້ເກີນ ໜຶ່ງຮ້ອຍແປດສິບ (180) ວັນ ນໍາລັດຖະການພາສີບ່ອນເຂດປອດພາສີຕັ້ງຢູ່.
ສໍາລັບການສ້າງຕັ້ງ, ການຄຸ້ມຄອງ ແລະ ການຍຸບເລີກ ເຂດປອດພາສີ ໃຫ້ປະຕິບັດຕາມລະບຽບການສະເພາະ.
    
ມາດຕາ 40 ການຄຸ້ມຄອງການນໍາເຂົ້າຊົ່ວຄາວ
ການນໍາເຂົ້າຊົ່ວຄາວ ເຄື່ອງຂອງ ແລະ ຍານພາຫະນະກົນຈັກໜັກ, ເຄື່ອງມື, ວັດຖູປະກອນ ເພື່ອຮັບໃຊ້ໂຄງການລົງທຶນຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 86 ຂອງກົດໝາຍວ່າດ້ວຍພາສີ ໃຫ້ອີງໃສ່ແຜນແມ່ບົດ, ສັນຍາໂຄງການ ແລະ ມີອາຍຸການນໍາໃຊ້ ຕາມການອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ, ກ່ອນໝົດອາຍຸນໍາໃຊ້ ຕ້ອງໄດ້ຂໍຕໍ່ອະນຸຍາດນໍາໃຊ້ນໍາລັດຖະການພາສີ.
ການນໍາເຂົ້າຊົ່ວຄາວ ຍານພາຫະນະກົນຈັກໜັກ, ເຄື່ອງມື, ວັດຖູປະກອນ ຕ້ອງເຮັດສັນຍາຄໍ້າປະກັນນໍາລັດຖະການພາສີ ໃນກໍານົດເວລາ ໜຶ່ງ (1) ປີ, ຖ້າມີຈຸດປະສົງນໍາໃຊ້ຕໍ່ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ເມື່ອສິ້ນສຸດໂຄງການ ຕ້ອງນໍາອອກຄືນຕາມຈໍານວນເດີມ, ຖ້າຕ້ອງການຊົມໃຊ້ພາຍໃນ ຕ້ອງເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ.
ການຕໍ່ອາຍຸນໍາໃຊ້ (Visa) ສໍາລັບຍານພາຫະນະກົນຈັກໜັກໃຫ້ນໍາເອົາຍານພາຫະນະ, ເອກະສານ, ໃບແຈ້ງພາສີເປັນລາຍລະອຽດເບື້ອງຕົ້ນ (IM5) ພ້ອມທັງຄັດຕິດອະນຸຍາດນໍາເຂົ້າຊົ່ວຄາວ ຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອນໍາສະເໜີຕໍ່ກົມພາສີ ພິຈາລະນາຕາມລະບຽບການ ກ່ອນໝົດອາຍຸສັນຍາຄໍ້າປະກັນ ສາມສິບ (30) ວັນ, ສ່ວນຍານພາຫະນະທີ່ນໍາໃຊ້ຢູ່ໂຄງການ ທີ່ຫ່າງໄກສອກຫຼີກ ບໍ່ສາມາດເຄື່ອນຍ້າຍມາໄດ້ ມອບໃຫ້ພາສີປະຈໍາແຂວງ, ນະຄອນຫຼວງ ເປັນຜູ້ກວດກາ ແລະ ຢັ້ງຢືນ ແລ້ວນໍາສົ່ງກົມພາສີເພື່ອດໍາເນີນຂັ້ນຕອນຕໍ່ອາຍຸ. ສໍາລັບວັດຖູປະກອນນັ້ນ ມອບໃຫ້ດ່ານພາສີຊາຍແດນບ່ອນນໍາເຂົ້າ ເປັນຜູ້ພິຈາລະນາຕໍ່ອາຍຸ ເທື່ອລະ ໜຶ່ງ (1) ປີ ແຕ່ສູງສຸດບໍ່ໃຫ້ເກີນອາຍຸຂອງໂຄງການ.
ສໍາລັບການຕໍ່ອາຍຸນໍາເຂົ້າຊົ່ວຄາວ ປະເພດວັດຖູປະກອນ, ເຄື່ອງຈັກ, ເຄື່ອງມືຊ່າງ ຜູ້ແຈ້ງພາສີ ຕ້ອງນໍາເອົາສໍານວນເອກະສານໃບແຈ້ງພາສີເປັນລາຍລະອຽດ ຢູ່ດ່ານນໍາເຂົ້າເບື້ອງຕົ້ນ (IM5) ພ້ອມຄັດຕິດເອກະສານອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ ຍື່ນຕໍ່ຫົວໜ້າດ່ານພາສີພິຈາລະນາຕາມລະບຽບການ ກ່ອນໝົດອາຍຸສັນຍາຄໍ້າປະກັນ ສາມສິບ (30) ວັນ.
ຖ້າມີຈຸດປະສົງຍ້າຍໄປໂຄງການອື່ນທີ່ໄດ້ຮັບບູລິມະສິດຈາກ ລັດຖະບານ ຊຶ່ງເປັນເຈົ້າຂອງໂຄງການເດີມ ທີ່ໄດ້ຮັບສໍາປະທານໃໝ່ຕາມການຕົກລົງຂອງລັດຖະບານ ຕ້ອງປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 140 ຂໍ້ 12 ຂອງກົດໝາຍວ່າດ້ວຍພາສີ ກ່ອນການໂອນຍ້າຍຍານພາຫະນະກົນຈັກໜັກ, ເຄື່ອງມື, ວັດຖູ ປະກອນໄປໂຄງການໃໝ່ ຫຼື ປະຕິບັດຕາມລະບຽບການສະເພາະ.

ມາດຕາ 41 ການນຳເຂົ້າສິນຄ້າ, ເຄື່ອງຂອງ ເພື່ອການວາງສະແດງ, ການສຶກສາ ແລະ ການທົດລອງ
ການນຳເຂົ້າສິນຄ້າ, ເຄື່ອງຂອງ ເປັນການຊົ່ວຄາວ ເພື່ອການ ວາງສະແດງ, ການສຶກສາ ແລະ ການທົດລອງ ຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 86, 89 ແລະ ມາດຕາ 90 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດໍາເນີນການ ດັ່ງນີ້:
1.    ການວາງສະແດງເພື່ອການສຶກສາ ແລະ ການທົດລອງ.
-    ຂະແໜງການທີ່ກ່ຽວຂ້ອງ ຕ້ອງປະກອບເອກະສານຢັ້ງຢືນ ກ່ຽວກັບການນຳເຂົ້າເຄື່ອງຂອງ ຮັບໃຊ້ວຽກງານການສຶກສາ ແລະ ການທົດລອງ ເພື່ອແຈ້ງພາສີເປັນລາຍລະອຽດ;
-    ເຄື່ອງຂອງ ທີ່ນຳເຂົ້າມາວາງສະແດງ ເພື່ອການສຶກສາ ແລະ ການທົດລອງ ຕ້ອງບໍ່ມີລັກສະນະທາງການຄ້າ ຊຶ່ງບໍລິມາດຂອງການນຳເຂົ້າ ຕ້ອງສອດຄ່ອງກັບການວາງສະແດງ ແລະ ການທົດລອງ ແລະ ຕ້ອງນຳອອກຄືນຕາມຈຳນວນເດີມພາຍຫຼັງໝົດກຳນົດ;
-    ເຄື່ອງຂອງ ທີ່ນຳເຂົ້າມາຫາກມີຈຳນວນຫຼາຍ ຕ້ອງໄດ້ຄ້ຳປະກັນ ເທົ່າກັບຄ່າພາສີ-ອາກອນ ແລະ ພັນທະອື່ນ ຫຼື ຄໍ້າປະກັນດ້ວຍນິຕິບຸກຄົນ ຫຼື ຄະນະຈັດງານວາງສະແດງ ແລະ ຕ້ອງນຳອອກຄືນຕາມກຳນົດເວລາ, ຖ້າບໍ່ນໍາອອກຄືນ ຈະຖືກໄລ່ລຽງຄ່າພາສີ-ອາກອນ ແລະ ພັນທະອື່ນ ເພື່ອມອບເຂົ້າງົບປະມານແຫ່ງລັດ ຕາມລະບຽບການ;
-    ໃນກໍລະນີ ມີຄວາມຕ້ອງການຊົມໃຊ້ພາຍໃນ ຫຼື ມີການຊື້-ຂາຍ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.
2.    ການວາງສະແດງສິນຄ້າທົ່ວໄປ ເພື່ອໂຄສະນາ ແລະ/ຫຼື ເພື່ອຈຳໜ່າຍ.
-    ຕ້ອງມີຂໍ້ຕົກລົງຂອງຄະນະຈັດງານວາງສະແດງ, ມີເອກະສານຢັ້ງຢືນ ຫຼື ມີການຄ້ຳປະກັນ ຈາກຂະ ແໜງການທີ່ກ່ຽວຂ້ອງ;
-    ຜູ້ຮັບຜິດຊອບງານວາງສະແດງ ຕ້ອງເຮັດໜັງສືຄ້ຳປະກັນນຳລັດຖະການພາສີ;
-    ຕ້ອງມີເອກະສານຢັ້ງຢືນ ກ່ຽວກັບລາຍຊື່ຂອງຜູ້ທີ່ຈະເຂົ້າຮ່ວມງານວາງສະແດງ;
-    ຕ້ອງໄດ້ກຳນົດແຈ້ງປະເພດສິນຄ້າ ທີ່ນຳມາວາງສະແດງ;
-    ເມື່ອສິ້ນສຸດງານວາງສະແດງ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ຮັບຜິດຊອບງານວາງສະແດງ ຕ້ອງໄດ້ສະຫຼຸບບັນຊີ ສົມທຽບຈຳນວນທີ່ນຳເຂົ້າມາ ກັບຈຳນວນທີ່ຍັງເຫຼືອຕົວຈິງ ຍື່ນຕໍ່ເຈົ້າໜ້າທີ່ພາສີ. ສິນຄ້າ, ເຄື່ອງຂອງ ທີ່ນຳມາວາງສະແດງ ຕ້ອງຖືກສົ່ງອອກຄືນ ຕາມຈຳນວນ ແລະ ສະພາບເດີມ. ໃນກໍລະນີ ມີຄວາມຕ້ອງການຊົມໃຊ້ພາຍໃນ ຫຼື ມີການຊື້ ຂາຍ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ.

ມາດຕາ 42 ການຄຸ້ມຄອງ ວັດຖຸສິ່ງຂອງ ນໍາເຂົ້າເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ, ຫຸ້ມຫໍ່ ຫຼື ສ້ອມແປງ
ການນໍາເຂົ້າ ວັດຖຸສິ່ງຂອງ ເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ, ຫຸ້ມຫໍ່ ຫຼື ສ້ອມແປງ ເປັນຜະລິດຕະພັນສໍາເລັດຮູບ, ເຄິ່ງສໍາເລັດຮູບ ແລ້ວນໍາອອກຄືນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 87 ຂອງກົດໝາຍວ່າດ້ວຍພາສີ ຊຶ່ງເປັນການງົດເກັບພາສີ, ຜູ້ປະກອບການ ຕ້ອງໄດ້ປະຕິບັດຕາມລະບຽບການຢ່າງເຂັ້ມງວດ ແລະ ໃຫ້ດໍາເນີນການ ດັ່ງນີ້:
1.    ຕ້ອງໄດ້ເຮັດສັນຍາຄ້ຳປະກັນກັບລັດຖະການພາສີ ເພື່ອຮັບປະກັນວ່າວັດຖຸສິ່ງຂອງ, ລວມທັງພາຊະ ນະບັນຈຸ ແລະ ວັດສະດຸຫຸ້ມຫໍ່ ເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ ຫຼື ສ້ອມແປງ ທີ່ນຳເຂົ້າ ມາຕາມແຜນການຜະລິດ ຕ້ອງສົ່ງອອກຄືນຕາມກຳນົດເວລາ;
2.    ກຳນົດເວລານຳເຂົ້າຊົ່ວຄາວ ແມ່ນບໍ່ໃຫ້ເກີນ ໜຶ່ງຮ້ອຍແປດສິບ (180) ວັນ ແລະ ສາມາດຕໍ່ອາຍຸໄດ້ ອີກໜຶ່ງຄັ້ງ ແຕ່ບໍ່ໃຫ້ເກີນ ໜຶ່ງຮ້ອຍແປດສິບ (180) ວັນ ແຕ່ຕ້ອງມີການຄໍ້າປະກັນກັບລັດຖະການພາສີ;
3.    ຖ້າບໍ່ສົ່ງອອກຄືນ ຕາມກຳນົດເວລາເທິງນີ້ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງໄດ້ສະເໜີຕໍ່ລັດຖະການພາສີ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບເຫດຜົນທີ່ບໍ່ໄດ້ສົ່ງອອກ ເພື່ອດຳເນີນຕາມກົດໝາຍ ແລະ ລະບຽບການ;
4.    ໃນກໍລະນີ ວັດຖຸສິ່ງຂອງ ລວມທັງພາຊະນະບັນຈຸ ແລະ ວັດສະດຸຫຸ້ມຫໍ່ ຫາກຂາດຫາຍຈາກບັນຊີນໍາເຂົ້າໃນເບື້ອງຕົ້ນ ຫຼື ມີການຊື້-ຂາຍ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງຮັບຜິດຊອບຕາມກົດໝາຍ ແລະ ລະບຽບການກຳນົດ;
5.    ຖ້າມີຈຸດປະສົງຊົມໃຊ້ພາຍໃນ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
6.    ໃນກໍລະນີ ມີການເຄື່ອນຍ້າຍຈາກບ່ອນຜະລິດຂອງຕົນ ໄປຫາບ່ອນຜະລິດອື່ນ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້ໄດ້ຮັບມອບສິດ ຕ້ອງມີສັນຍາການຜະລິດຮ່ວມກັນ ແລະ ປະກອບເອກະສານເຄື່ອນຍ້າຍນຳລັດຖະການພາສີ ຕາມແບບພິມທີ່ລັດຖະການພາສີກໍານົດ;
7.    ໃນກໍລະນີສັນຍາຄ້ຳປະກັນໝົດກຳນົດ ຫາກບໍ່ແຈ້ງຕໍ່ອາຍຸສັນຍາຄ້ຳປະກັນກັບລັດຖະການພາສີ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຈະຖືກດຳເນີນມາດຕະການຕາມກົດໝາຍ.

ມາດຕາ 43 ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ຕາມນະໂຍບາຍສົ່ງເສີມການລົງທຶນ
ການຄຸ້ມຄອງ ແລະ ປະຕິບັດແຜນນໍາເຂົ້າສິນຄ້າ, ເຄື່ອງຂອງ ແລະ ຍານພາຫະນະກົນຈັກ ບໍ່ລວມຍານພາຫະນະບໍລິຫານ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 88 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້: 
1.    ການຄຸ້ມຄອງ ແລະ ປະຕິບັດແຜນນໍາເຂົ້າຂັ້ນສູນກາງ
-    ຂັ້ນສູນກາງ ໃຫ້ປະຕິບັດຢູ່ກົມພາສີ ໂດຍການເຂົ້າຮ່ວມຕາມການເຊື້ອເຊີນຂອງຂະແໜງການເຈົ້າ ພາບ ເຊັ່ນ ຂະແໜງການແຜນການ ແລະ ການລົງທຶນ, ກະສິກຳ, ພະລັງງານ ແລະ ບໍແຮ່ ແລະ ຂະແໜງການໂຍທາທິການ ແລະ ຂົນສົ່ງ ຊຶ່ງຂຶ້ນກັບຂະແໜງການທີ່ຜູ້ລົງທຶນສະເໜີມາ ເພື່ອຄົ້ນຄວ້າຮັບຮອງແຜນດັ່ງກ່າວ;
-    ພາຍຫຼັງແຜນນໍາເຂົ້າສິນຄ້າ, ເຄື່ອງຂອງ ແລະ ຍານພາຫະນະກົນຈັກ ຊຶ່ງບໍ່ລວມຍານພາຫະນະບໍລິຫານ ທີ່ຖືກຮັບຮອງ ຈາກຂະແໜງການທີ່ກ່ຽວຂ້ອງຂ້າງເທິງແລ້ວ ຂໍ້ມູນທັງໝົດ ຈະຖືກບັນທຶກລົງໃນລະບົບຄຸ້ມຄອງຫັກລົບແຜນ, ພ້ອມທັງອອກໃບຢັ້ງຢືນການບັນທຶກຂໍ້ມູນ ແລະ ເຮັດສະໂນດນໍາສົ່ງແຈ້ງໄປຍັງດ່ານພາສີຊາຍແດນບ່ອນ ນໍາເຂົ້າເພື່ອຄຸ້ມຄອງ ແລະ ຕິດຕາມການຫັກລົບແຜນ. 
2.    ການຄຸ້ມຄອງ ແລະ ປະຕິບັດແຜນນໍາເຂົ້າຂັ້ນທ້ອງຖິ່ນ
-    ຂັ້ນທ້ອງຖິ່ນ ໃຫ້ປະຕິບັດຢູ່ພາສີປະຈໍາແຂວງ, ນະຄອນຫຼວງ ໂດຍການເຂົ້າຮ່ວມຕາມການເຊື້ອເຊີນຂອງຂະແໜງການເຈົ້າພາບ ເຊັ່ນ ຂະແໜງການ ແຜນການ ແລະ ການລົງທຶນ, ກະສິກຳ, ພະລັງງານ ແລະ ບໍ່ແຮ່, ໂຍທາທິການ ແລະ ຂົນສົ່ງ ຊຶ່ງຂຶ້ນກັບຂະແໜງການທີ່ຜູ້ລົງທຶນສະເໜີມາ ເພື່ອຄົ້ນຄວ້າຮັບຮອງແຜນດັ່ງກ່າວ;
-    ພາຍຫຼັງແຜນນໍາເຂົ້າສິນຄ້າ, ເຄື່ອງຂອງ ແລະ ຍານພາຫະນະກົນຈັກ ບໍ່ລວມຍານພາຫະນະບໍລິຫານ ທີ່ຖືກຮັບຮອງ ຈາກຂະແໜງການທີ່ກ່ຽວຂ້ອງຂ້າງເທິງແລ້ວ ຂໍ້ມູນທັງໝົດ ຈະຖືກບັນທຶກລົງໃນລະບົບຄຸ້ມຄອງຫັກລົບແຜນ ພ້ອມທັງອອກໃບຢັ້ງຢືນການບັນທຶກຂໍ້ມູນ ແລະ ເຮັດສະໂນດນໍາສົ່ງແຈ້ງໄປຍັງ ດ່ານພາສີຊາຍແດນບ່ອນ ນໍາເຂົ້າເພື່ອຄຸ້ມຄອງ ແລະ ຕິດຕາມການຫັກລົບແຜນ.
3.    ສຳລັບສີນຄ້າ, ເຄື່ອງຂອງ ທີ່ບໍ່ຢູ່ໃນບັນຊີຕ້ອງຂໍອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງກົມພາສີ, ພາສີປະຈຳແຂວງ, ນະຄອນຫຼວງ ໄດ້ບັນທຶກແຜນລົງໃນລະບົບຫັກລົບແຜນ, ອອກໃບຢັ້ງຢືນການບັນທຶກຂໍ້ມູນ ແລະ ເຮັດສະໂນດນຳສົ່ງເຖີງດ່ານພາສີຊາຍແດນບ່ອນນຳເຂົ້າສີນຄ້າແລ້ວ ດ່ານພາສີຊາຍແດນສາມາດປະກອບໃບແຈ້ງພາສີເປັນລາຍລະອຽດຫັກລົບແຜນນຳເຂົ້າຕາມລະບຽບການ.
4.    ສຳລັບສີນຄ້າ, ເຄື່ອງຂອງ ທີ່ຢູ່ໃນບັນຊີຕ້ອງໄດ້ຂໍອນຸຍາດນຳເຂົ້າ ເປັນຕົ້ນ: ຍານພາຫະນະກົນຈັກ, ນໍ້າມັນເຊື້ອໄຟ, ທາດເຄມີ ຕ້ອງມີອະນຸຍາດນຳເຂົ້າຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ໃບອະນຸຍາດນຳເຂົ້າຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ໃບຢັ້ງຢືນທາງດ້ານເຕັກນິກ ແລະ ອື່ນໆ ດ່ານພາສີຊາຍແດນບ່ອນສີນຄ້ານຳເຂົ້າຈຶ່ງສາມາດປະກອບໃບແຈ້ງພາສີເປັນລາຍລະອຽດ ແລະ ຫັກລົບແຜນຕາມລະບຽບການ.
5.    ໃນກໍລະນີ ບັນດາໂຄງການລົງທຶນຂັ້ນທ້ອງຖິ່ນ ຄລທ.ຂ ຫຼື ສະພາບໍລິຫານເຂດເສດຖະກິດພິເສດ ໄດ້ຮັບຮອງແຜນການນໍາເຂົ້າ ຊຶ່ງຈະໄປນໍາເຂົ້າຜ່ານດ່ານຊາຍແດນຢູ່ແຂວງອື່ນ ບ່ອນໂຄງການບໍ່ໄດ້ຕັ້ງຢູ່ໃນອານາ ເຂດຂອງຕົນ ມອບໃຫ້ພາສີປະຈໍາແຂວງ, ນະຄອນຫຼວງ ປະສານ ແລະ ເຮັດໜັງສືສະເໜີ ພ້ອມທັງຄັດຕິດໃບບັນ ທຶກຂໍ້ມູນ ແລະ ເອກະສານອື່ນທີ່ກ່ຽວຂ້ອງ ສົ່ງເຖິງພາສີປະຈໍາແຂວງ, ນະຄອນຫຼວງ ບ່ອນສິນຄ້າ, ເຄື່ອງຂອງດັ່ງກ່າວຈະນໍາເຂົ້າ ເພື່ອປະຕິບັດຕາມລະບຽບການ. 
6.    ໃນກໍລະນີແຂວງທີ່ບໍ່ທັນມີຫ້ອງການພາສີຕັ້ງຢູ່ ມອບໃຫ້ກົມພາສີ ເປັນຜູ້ເຂົ້າຮ່ວມຄົ້ນຄວ້າພິຈາລະ ນາຮັບຮອງແຜນ ແລະ ບັນທຶກຂໍ້ມູນລົງໃນລະບົບ.
7.    ສໍາລັບແຜນນໍາເຂົ້າເພີ່ມເຕີມ ຫຼື ສຸກເສີນ ທີ່ມີຄວາມຈໍາເປັນຕ້ອງການນໍາເຂົ້າເພີ່ມເຕີມ ຫຼື ສຸກເສີນ ເພື່ອມາຮັບໃຊ້ການຜະລິດຂອງວິສາຫະກິດ ຊຶ່ງມີມູນຄ່າ ແລະ ບໍລິມາດ ເພີ່ມເຕີມຕົວຈິງຂອງວິສາຫະກິດ ໃຫ້ວິສາຫະກິດດັ່ງກ່າວສະເໜີຂໍຄໍ້າປະກັນຢູ່ ດ່ານພາສີຊາຍແດນບ່ອນນໍາເຂົ້າ ແລະ ມອບໃຫ້ຫົວໜ້າດ່ານພາສີຊາຍແດນ ເປັນຜູ້ພິຈາລະນາອອກໜັງສືຄໍ້າປະກັນ ເຂົ້າກ່ອນຕາມການຢັ້ງຢືນຂອງຂະແໜງການທີ່ກ່ຽວຂ້ອງ ຕາມບົດແນະນໍາຂອງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ໃນແຕ່ລະໄລຍະ.
8.    ສໍາລັບແຮ່ທາດ ຫຼື ວັດຖຸດິບ ທີ່ຈະສົ່ງອອກໄປທົດລອງ, ຄົ້ນຄວ້າ, ວິໄຈ ໃນໄລຍະການສໍາຫຼວດສຶກສາຄວາມເປັນໄປໄດ້ຂອງໂຄງການກ່ອນການຂຸດຄົ້ນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 27 ຂອງກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ 31/ສພຊ, ລົງວັນທີ 3 ພະຈິກ 2017 ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວ ຂ້ອງ ທາງດ້ານຊະນິດ, ຈໍານວນ, ບໍລິມາດ, ນໍ້າໜັກ ຕາມກົດໝາຍ ແລະ ລະບຽບການ. ໃຫ້ຜູ້ປະກອບການສະ   ເໜີຫາດ່ານພາສີຊາຍແດນບ່ອນສົ່ງອອກ ແລະ ມອບໃຫ້ຫົວໜ້າດ່ານພາສີຊາຍແດນ ເປັນຜູ້ພິຈາລະນາຄໍ້າປະກັນ ແລະ ໃຫ້ປະກອບໃບແຈ້ງພາສີເປັນລາຍລະອຽດ ຕາມລະບຽບການ.
ສໍາລັບສິ່ງເສດເຫຼືອ ຈາກວັດຖູປະກອນໃນການກໍ່ສ້າງ ຂອງບັນດາໂຄງການລົງທຶນ ກ່ອນຈະປະມູນຂາຍອອກ ຕ້ອງໄດ້ແຈ້ງຕໍ່ລັດຖະການພາສີ ເພື່ອເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ, ຖ້າລະເມີດ ຈະຖືກມາດຕະການຕາມກົດໝາຍ.
ການສ້າງແຜນນໍາເຂົ້າປະຈໍາປີ ຂອງບັນດາວິສາຫະກິດ ຕ້ອງແຍກແຜນລະອຽດ ສໍາລັບແຜນນໍາເຂົ້າວັດຖູປະກອນເພື່ອມາຜະລິດເປັນ ຜະລິດຕະພັນສໍາເລັດຮູບ, ເຄິ່ງສໍາເລັດຮູບ ເພື່ອສົ່ງອອກ ແລະ ແຜນນໍາເຂົ້າມາຜະລິດເປັນຜະລິດຕະພັນສໍາເລັດຮູບ, ເຄິ່ງສໍາເລັດຮູບ ຈໍາໜ່າຍພາຍໃນປະເທດ ເພື່ອສະດວກໃນການຄົ້ນຄວ້າຮັບ ຮອງແຜນ, ຄຸ້ມຄອງ ແລະ ຕິດຕາມກວດກາ.

ມາດຕາ 44 ການຄຸ້ມຄອງ ການນຳເຂົ້າ ວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ
ການນຳເຂົ້າ ວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ເພື່ອມາພັດທະນາເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ ຕາມນະໂຍບາຍສົ່ງເສີມການລົງທຶນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 88 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດຳເນີນການ ດັ່ງນີ້:
1.    ການນຳເຂົ້າວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດພິເສດ.
-    ຄະນະບໍລິຫານງານເຂດເສດຖະກິດພິເສດ ຕ້ອງໄດ້ຂຶ້ນແຜນຄວາມຕ້ອງການ ການນຳເຂົ້າວັດຖູປະກອນ ເພື່ອມາຮັບໃຊ້ການກໍ່ສ້າງພື້ນຖານໂຄງລ່າງຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນພັດທະນາຂອງເຂດ ເປັນແຕ່ລະປີ ຕາມທີ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ລະບຽບການຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດຂັ້ນສູນກາງ ໄດ້ວາງອອກ, ສະເໜີຕໍ່ລັດຖະການພາສີແຕ່ລະຂັ້ນ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
-    ການນຳເຂົ້າວັດຖູປະກອນພາຍໃນເຂດເສດຖະກິດພິເສດ ເຖິງວ່າຈະໄດ້ຮັບການຍົກເວັ້ນ, ງົດເກັບພາສີ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ແລະ ພັນທະອື່ນ ກໍຕາມ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ຕິດຕາມ, ກວດກາຂອງເຈົ້າໜ້າທີ່ພາສີ;
-    ການນຳເຂົ້າຍານພາຫະນະກົນຈັກ ມາຮັບໃຊ້ການຜະລິດທາງກົງ ເພື່ອມາພັດທະນາເຂດເສດຖະກິດພິເສດ ຕ້ອງໄດ້ຮັບການອະນຸຍາດຈາກຄະນະຄຸ້ມຄອງເຂດເສດຖະກິດພິເສດຂັ້ນສູນກາງ ຕາມລະບຽບການ.
2.    ການນຳເຂົ້າວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດອື່ນ.
-    ຄະນະບໍລິຫານງານເຂດເສດຖະກິດອື່ນ ຕ້ອງໄດ້ຂຶ້ນແຜນຄວາມຕ້ອງການ ການນຳເຂົ້າວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ເພື່ອມາຮັບໃຊ້ການກໍ່ສ້າງພື້ນຖານໂຄງລ່າງ ຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນພັດທະນາຂອງເຂດ ເປັນແຕ່ລະປີ ຕາມທີ່ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ລະບຽບການຂອງຄະນະຄຸ້ມຄອງເຂດເສດຖະກິດສະເພາະຂັ້ນສູນກາງ ໄດ້ວາງອອກ, ສະເໜີຕໍ່ລັດຖະການພາສີແຕ່ລະຂັ້ນ ເພື່ອອຳນວຍຄວາມສະດວກໃນການນຳເຂົ້າໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
-    ການນຳເຂົ້າວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດອື່ນ ເຖິງວ່າຈະໄດ້ຮັບການຍົກເວັ້ນ, ງົດເກັບພາສີ ຫຼື ຫຼຸດຜ່ອນຄ່າພາສີ-ອາກອນ ແລະ ພັນທະອື່ນ ກໍຕາມ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ຕິດຕາມ, ກວດກາຂອງເຈົ້າໜ້າທີ່ພາສີ;
-    ການນຳເຂົ້າວັດຖູປະກອນ, ສິນຄ້າ, ເຄື່ອງຂອງ ສຳລັບເຂດເສດຖະກິດອື່ນ ຕ້ອງໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ສັນຍາທີ່ໄດ້ເຊັນກັບລັດຖະບານ.

ມາດຕາ 45 ການນຳເອົາສິນຄ້າ, ເຄື່ອງຂອງ ອອກນອກປະເທດເປັນການຊົ່ວຄາວ
ການນຳເອົາສິນຄ້າ, ເຄື່ອງຂອງ ອອກນອກປະເທດເປັນການຊົ່ວຄາວ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 89 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດໍາເນີນການ ດັ່ງນີ້:
1.    ຜູ້ແຈ້ງພາສີ ຕ້ອງສະເໜີຈຸດປະສົງ ເພື່ອດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ໃນແຕ່ລະລະບອບການສົ່ງອອກຊົ່ວຄາວ ຢູ່ດ່ານພາສີບ່ອນສົ່ງອອກ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ;
2.    ເອກະສານປະກອບການແຈ້ງ ມີ: ໃບອະນຸຍາດສົ່ງອອກຂອງຂະແໜງການທີ່ກ່ຽວຂ້ອງ (ຖ້າມີ), ໃບແຈ້ງພາສີເປັນລາຍລະອຽດທີ່ກ່ຽວຂ້ອງໃນການນຳເຂົ້າເບື້ອງຕົ້ນ (ຖ້າມີ) ກ່ອນຫົວໜ້າລັດຖະການພາສີແຕ່ລະຂັ້ນ ຈະພິຈາລະນາໃຫ້ສົ່ງອອກເປັນການຊົ່ວຄາວ ຫຼື ສົ່ງອອກຄືນ ຕາມແຕ່ລະກໍລະນີ;
3.    ຖ້າຫາກມີການດັດແປງ, ສ້ອມແປງ, ເສີມແຕ່ງ ຫຼື ເພີ່ມອຸປະກອນໃດໜຶ່ງ ໃນເວລານຳກັບຄືນປະເທດ ຕ້ອງໄດ້ເສຍພາສີ-ອາກອນ ໂດຍຖືເອົາມູນຄ່າດັ່ງກ່າວ ເປັນພື້ນຖານຄິດໄລ່ ຕາມກົດໝາຍວ່າດ້ວຍພາສີ;
4.    ການນຳເອົາສິນຄ້າ, ເຄື່ອງຂອງ ໄປວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ ແລະ ອື່ນໆ ຢູ່ຕ່າງປະເທດ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດ ໂດຍໃຫ້ຖືເອົາ ຂໍ້ຕົກລົງຂອງຄະນະຈັດງານວາງສະແດງ ທີ່ຖືກແຕ່ງຕັ້ງໂດຍອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ຫຼື ການອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ ເປັນເອກະສານຢັ້ງຢືນ ໃນການປະກອບໃບແຈ້ງພາສີເປັນລາຍລະອຽດສົ່ງອອກ ໃນແຕ່ລະກໍລະນີ. ເວັ້ນເສຍແຕ່ ບາງລາຍການສິນຄ້າ, ເຄື່ອງຂອງ ທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ທີ່ຖືກຈັດເກັບຄ່າພາສີຂາອອກ ຕ້ອງໄດ້ເຮັດສັນຍາຄໍ້າປະກັນ ຄ່າພາສີຂາອອກ ນຳລັດຖະການພາສີບ່ອນສົ່ງອອກ.
ການສົ່ງອອກ ເປັນການຊົ່ວຄາວ ຫຼື ສົ່ງອອກຄືນ ທີ່ບໍ່ໄດ້ກຳນົດໄວ້ໃນ ຂໍ້ທີ 1 ຫາ ຂໍ້ທີ 4 ຂ້າງເທິງນີ້ ຕ້ອງໄດ້ຮັບອະນຸຍາດຈາກກົມພາສີ ຕາມລະບຽບການ.

ມາດຕາ 46 ມາດຕະການໃນການແຈ້ງພາສີ ກ່ຽວກັບສິນຄ້າ, ເຄື່ອງຂອງ ເພື່ອຮັບໃຊ້ໂຄງການຂອງລັດ 
ຜູ້ແຈ້ງພາສີ ຕ້ອງແຈ້ງພາສີເປັນລາຍລະອຽດ ພາຍໃນກຳນົດ ສິບຫ້າ (15) ວັນລັດຖະການ ນັບແຕ່ວັນ ໄດ້ແຈ້ງພາສີໂດຍສັງເຂບ ເປັນຕົ້ນໄປ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 28 ຂອງກົດໝາຍວ່າດ້ວຍພາສີ. ໃນກໍລະນີ ທີ່ບໍ່ສາມາດແຈ້ງພາສີເປັນລາຍລະອຽດ ທັນຕາມກຳນົດເວລາຂ້າງເທິງ ໃຫ້ປະຕິບັດ ດັ່ງນີ້:
1.    ໃຫ້ມາແຈ້ງພາສີເປັນລາຍລະອຽດ ພາຍໃນ ສາມສິບ (30) ວັນ ນັບແຕ່ວັນໄດ້ແຈ້ງພາສີໂດຍສັງເຂບໂດຍມີການຢັ້ງຢືນຈາກຂະແໜງການຂອງລັດ ທີ່ເປັນເຈົ້າຂອງສິນຄ້າ, ເຄື່ອງຂອງດັ່ງກ່າວ. ກໍລະນີ ໄດ້ຮັບເງື່ອນໄຂຍົກເວັ້ນ, ງົດເກັບ ຫຼື ນຳເຂົ້າຊົ່ວຄາວ ຈະບໍ່ຖືກປັບໃໝ;
2.    ຖ້າກາຍກຳນົດເວລາ ສາມສິບ (30) ວັນ, ຫົວໜ້າດ່ານພາສີສາກົນ ຕ້ອງອອກແຈ້ງການເຊີນ ຜູ້ແຈ້ງພາສີ ແລະ/ຫຼື ຂະແໜງການຂອງລັດທີ່ກ່ຽວຂ້ອງ ມາຊີ້ແຈງເຫດຜົນ ພາຍໃນກຳນົດເວລາ ຊາວເອັດ (21) ວັນ ແລະ ຈະບໍ່ໄດ້ຮັບການອຳນວຍຄວາມສະດວກ ໃນການສົ່ງອອກ-ນຳເຂົ້າ ຄັ້ງຕໍ່ໄປ. ຖ້າກາຍກຳນົດເວລາ ຊາວເອັດ (21) ວັນ, ລັດຖະການພາສີ ຈະນຳໃຊ້ມາດຕະການທາງບໍລິຫານ ຕໍ່ຫົວໜ່ວຍງົບປະມານທີ່ເປັນເຈົ້າຂອງໂຄງການ ດ້ວຍການປັບໃໝ ຫຼື ນຳສະເໜີຕໍ່ຂັ້ນເທິງ ຕັດແຜນງົບປະມານຂອງຂະແໜງການນັ້ນ ໃນປີງົບປະມານຖັດໄປ.
ໃນກໍລະນີ ທີ່ໄດ້ດໍາເນີນຄໍ້າປະກັນນໍາສິນຄ້າອອກຈາກສາງ ຫຼື ດ່ານພາສີ, ພາຍຫຼັງໄດ້ຮັບໜັງສືທາງລັດຖະການ ຈາກກົມພາສີແລ້ວ, ຜູ້ແຈ້ງພາສີ ຫຼື ຂະແໜງການຂອງລັດທີ່ເປັນເຈົ້າຂອງໂຄງການ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດ ເພື່ອລົບລ້າງລະບອບຄ້ຳປະກັນ ພາຍໃນກຳນົດ ສາມສິບ (30) ວັນ ນັບແຕ່ວັນໄດ້ຮັບໜັງສືທາງລັດຖະການ. ຖ້າກາຍກຳນົດເວລາດັ່ງກ່າວ ຈະໄດ້ຖືກປະຕິບັດມາດຕະການ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 47 ການຍົກເວັ້ນ ຫຼື ງົດເກັບພາສີ ທາງການທູດ ແລະ ອົງການຈັດຕັ້ງສາກົນ
ວັດຖູປະກອນ, ເຄື່ອງຂອງ ຮັບໃຊ້ຂອງບັນດາສະຖານທູດ, ສະຖານກົງສູນ ແລະ ອົງການຈັດຕັ້ງສາກົນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 91 ແລະ ມາດຕາ 92 ຂອງກົດໝາຍວ່າດ້ວຍພາສີ ຈະໄດ້ຮັບການຍົກເວັ້ນ ຫຼື ງົດເກັບພາສີ-ອາກອນ ແລະ ພັນທະອື່ນ ຕາມການອະນຸມັດຂອງກະຊວງການຕ່າງປະເທດແຫ່ງ ສປປ ລາວ ໂດຍສອດຄ່ອງກັບສົນທິສັນຍາກຸງວຽນ ວ່າດ້ວຍການພັວພັນທາງການທູດ ສະບັບລົງວັນທີ 18 ເມສາ 1961 ແລະ ສັນ ຍາທີ່ໄດ້ເຊັນກັນລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບອົງການຈັດຕັ້ງສາກົນ ເຊັ່ນ: ເຄື່ອງຂອງ, ຍານ ພາຫະນະ ທີ່ຮັບໃຊ້ວຽກງານທາງການທູດ ແລະ ອົງການຈັດຕັ້ງສາກົນ, ເຄື່ອງໃຊ້ສ່ວນຕົວຂອງນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານຕ່າງປະເທດ ແລະ ສະມາຊິກຄອບຄົວ ລວມທັງເຄື່ອງຂອງທີ່ຮັບໃຊ້ໃນຄົວເຮືອນ.
ການງົດເກັບພາສີ ມີກຳນົດເວລານໍາໃຊ້ບໍ່ເກີນ ສາມ (3) ປີ ສໍາລັບສະຖານທູດ ແລະ ສະຖານກົງສູນ ແລະ ສາມາດຕໍ່ອາຍຸໄດ້ຄັ້ງໜຶ່ງບໍ່ເກີນ ສອງ (2) ປີ ຕາມການຢັ້ງຢືນຂອງກະຊວງການຕ່າງປະເທດ; ສໍາລັບອົງການຈັດຕັ້ງສາກົນ ມີກໍານົດເວລານໍາໃຊ້ບໍ່ເກີນ ສອງ (2) ປີ ແລະ ສາມາດຕໍ່ອາຍຸໄດ້ຄັ້ງໜຶ່ງບໍ່ເກີນ ສອງ (2) ປີ ຕາມການຢັ້ງຢືນຂອງກະຊວງການຕ່າງປະເທດ. ເມື່ອໝົດກຳນົດເວລາດັ່ງກ່າວ ຫຼື ໝົດໜ້າທີ່ ຢູ່ ສປປ ລາວ ຕ້ອງນຳອອກຄືນຕາມຈຳນວນ ແລະ ສະພາບຕາມອາຍຸການໃຊ້ງານຕົວຈິງ. ທຸກການມອບໂອນ ຫຼື ປ່ຽນກຳມະສິດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງການຕ່າງປະເທດ ແລະ ແຈ້ງໃຫ້ລັດຖະການການພາສີຊາບ ເພື່ອປະຕິບັດຕາມກົດ ໝາຍພາສີ ແລະ ຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ. ສ່ວນການຊື້ ຂາຍ, ມອບໂອນ ໃຫ້ບຸກຄົນທົ່ວໄປ ເພື່ອຊົມໃຊ້ພາຍໃນປະເທດ ຕ້ອງໄດ້ເສຍພາສີ-ອາກອນ ແລະ ພັນທະອື່ນ ຕາມກົດໝາຍວ່າດ້ວຍພາສີ.
ການຕໍ່ອາຍຸນໍາໃຊ້ (Visa) ສໍາລັບຍານພາຫະນະຂອງນັກການທູດ, ສະຖານກົງສູນ ແລະ ອົງການຈັດຕັ້ງສາກົນ ໃຫ້ນໍາຍານພາຫະນະ, ເອກະສານປະກອບ ມາແຈ້ງຕໍ່ກົມພາສີບ່ອນດຽວ, ສ່ວນຍານພາຫະນະທີ່ນໍາໃຊ້ຢູ່ທ້ອງຖິ່ນຫ່າງໄກສອກຫຼີກ ທີ່ບໍ່ສາມາດນຳມາໄດ້ ມອບໃຫ້ພາສີປະຈໍາແຂວງ, ນະຄອນຫຼວງ ເປັນຜູ້ກວດກາ ແລະ ຢັ້ງຢືນ ແລ້ວນໍາສົ່ງໃຫ້ກົມພາສີ ເພື່ອດໍາເນີນຂັ້ນຕອນຕໍ່ອາຍຸການນໍາໃຊ້ (Visa) ຕາມລະບຽບການ.

ມາດຕາ 48 ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນ
ການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນ ທົ່ວໄປ ຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 94, 95 ແລະ ມາດຕາ 96 ຂອງກົດໝາຍວ່າດ້ວຍພາສີ ແລະ ຍັງມີສິນຄ້າ, ເຄື່ອງຂອງ ທີ່ຈະໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນອີກ ດັ່ງນີ້:
1.    ສະບຽງອາຫານຂອງຜູ້ເດີນທາງ, ນັກທ່ອງທ່ຽວ ໃນບໍລິມາດ ແລະ ປະລິມານທີ່ຈຳເປັນໃນການຊົມໃຊ້ຂອງຜູ້ໂດຍສານ ແລະ ເປັນສະບຽງອາຫານທີ່ມີສຸຂານາໄມ ແລະ ປອດເຊື້ອໂລກ;
2.    ເຄື່ອງປະດັບເອ້ຢ້ອງ ທີ່ຕິດຕົວຜູ້ໂດຍສານ, ກ້ອງຖ່າຍຮູບ, ກ້ອງຖ່າຍວີດີໂອ, ຄອມພິວເຕີ ທີ່ໃຊ້ແລ້ວຢ່າງລະໜຶ່ງ (1) ໜ່ວຍ;
3.    ສິນຄ້າຕົວຢ່າງ ທີ່ບໍ່ມີລັກສະນະທາງການຄ້າ;
4.    ນ້ຳມັນເຊື້ອໄຟ ຄ້າງຖັງສະເພາະລົດຂົນສົ່ງ, ລົດໂດຍສານທີ່ມາຈາກຕ່າງປະເທດບໍ່ເກີນ ແປດສິບ (80) ລິດ/ຄັນ/ຖ້ຽວ.
ມາດຕາ 49 ການຍົກເວັ້ນພາສີ ສໍາລັບ ແນວພັນພືດ, ແນວພັນສັດ, ນໍ້າເຊື້ອສັດ, ວັກຊີນກັນພະຍາດສັດ 
ການນໍາເຂົ້າ ແນວພັນພືດ, ແນວພັນສັດ, ນໍ້າເຊື້ອສັດ, ວັກຊີນກັນພະຍາດສັດ, ຢາປົວສັດ, ວັດຖຸດິບຮັບໃຊ້ການຜະລິດຫົວອາຫານສັດ, ອຸປະກອນ ແລະ ເຄື່ອງມື ຫ້ອງວິໄຈ ຮັບໃຊ້ກະສິກໍາ ທີ່ບໍ່ສາມາດຜະລິດໄດ້ຢູ່ພາຍໃນປະເທດ ແລະ ບໍ່ມີລັກສະນະທາງການຄ້າ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 100 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ຕ້ອງໄດ້ຮັບອະນຸຍາດ ຫຼື ຢັ້ງຢືນ ເປັນລາຍລັກອັກສອນຈາກຂະແໜງການທີ່ກ່ຽວຂ້ອງ ຕາມການແບ່ງຂັ້ນຄຸ້ມຄອງ;
2.    ເປັນປະເພດເສດຖະກິດຄອບຄົວ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ມີໃບທະບຽນວິສາຫະກິດ ຫຼື ມີການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ;
3.    ສໍາລັບທຸລະກິດ ແລະ ການລົງທຶນຂະໜາດໃຫຍ່ ຈະໄດ້ຮັບນະໂຍບາຍດ້ານພາສີ-ອາກອນ ຕາມກົດ ໝາຍວ່າດ້ວຍສົ່ງເສີມການລົງທຶນ;
4.    ປະເພດສິນຄ້າຂ້າງເທິງ ທີ່ໄດ້ຮັບການອະນຸຍາດນໍາເຂົ້າ ແມ່ນມີມູນຄ່າບໍ່ເກີນ 10.000.000 ກີບ ຕໍ່ຄັ້ງ ຕໍ່ ຄົນ;
5.    ການນໍາເຂົ້າສິນຄ້າປະເພດດັ່ງກ່າວ ຕ້ອງແຈ້ງພາສີຕາມແບບພິມທີ່ລັດຖະການພາສີກໍານົດ.

ມາດຕາ 50 ການສະເໜີຂໍເງິນຄືນ
ການສົ່ງເງິນຄ່າພາສີຄືນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 102 ແລະ ມາດຕາ 103 ຂອງກົດໝາຍວ່າດ້ວຍພາສີ ແມ່ນການສົ່ງຄືນຄ່າພາສີ-ອາກອນ ແລະ ພັນທະອື່ນ ທີ່ຜູ້ແຈ້ງພາສີໄດ້ຊໍາລະໃນເບື້ອງຕົ້ນ ໃຫ້ປະຕິບັດ ດັ່ງນີ້:
1.    ຜູ້ແຈ້ງພາສີ ທີ່ມີຈຸດປະສົງຂໍເງິນຄືນ ຕ້ອງຍື່ນຄໍາຮ້ອງເປັນລາຍລັກອັກສອນ ພ້ອມດ້ວຍເອກະສານ, ຫຼັກຖານ ຕໍ່ລັດຖະການພາສີບ່ອນດຳເນີນການແຈ້ງພາສີນໍາເຂົ້າ ຫຼື ສົ່ງອອກ ເບື້ອງຕົ້ນ. ໃນໃບຄໍາຮ້ອງຕ້ອງລະບຸຮູບແບບຂອງການຂໍເງິນຄືນ (ດ້ວຍເງິນສົດ ຫຼື ນໍາໄປໄລ່ລຽງຫັກລົບຄ່າພາສີ ໃນການນໍາເຂົ້າ-ສົ່ງອອກ ໃນຄັ້ງຕໍ່ໄປ);
2.    ເຈົ້າໜ້າທີ່ພາສີ ຕ້ອງດຳເນີນການຄົ້ນຄວ້າການສະເໜີດັ່ງກ່າວ ດ້ວຍການກວດກາຂໍ້ມູນ, ເອກະສານທີ່ກ່ຽວຂ້ອງ ແລະ ສົມທຽບກັບຂໍ້ມູນການແຈ້ງພາສີຄັ້ງກ່ອນທີ່ຕ້ອງການຂໍເງິນຄືນ. ສໍາລັບຈໍານວນເງິນທີ່ໄດ້ຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນ ສໍາລັບສິນຄ້າທີ່ໄດ້ນໍາເຂົ້າ ແຕ່ໄດ້ນໍາອອກດ້ວຍເຫດຜົນໃດໜຶ່ງ ເຊັ່ນ: ສິນຄ້າທີ່ນໍາເຂົ້ານັ້ນໃຊ້ການບໍ່ໄດ້, ສ້ອມແປງບໍ່ໄດ້ ຫຼື ນໍາໃຊ້ບໍ່ໄດ້ ຊຶ່ງຜູ້ສົ່ງອອກຍິນດີຮັບສິນຄ້າດັ່ງກ່າວນັ້ນຄືນ. ຖ້າເຫັນວ່າຖືກຕ້ອງ ຫົວໜ້າລັດຖະການພາສີແຕ່ລະຂັ້ນທີ່ໄດ້ຮັບຄໍາຮ້ອງ ຈະຕ້ອງລາຍງານເປັນລາຍລັກອັກສອນຕໍ່ກົມພາສີ ເປັນຜູ້ພິຈາລະນາ ອອກຂໍ້ຕົກລົງສົ່ງເງິນຄ່າພາສີ-ອາກອນ ແລະ ພັນທະອື່ນ ຄືນຕາມກໍານົດເວລາ;
3.    ເງິນຄ່າພາສີ-ອາກອນ ສາມາດສະເໜີຂໍຄືນເປັນເງິນສົດ, ເງິນໂອນຜ່ານທະນາຄານ, ແຊັກ ຫຼື ນໍາໄປໄລ່ລຽງຫັກລົບກັບຄ່າພາສີ-ອາກອນ ໃນຄັ້ງຕໍ່ໄປ;
4.    ຈໍານວນເງິນທີ່ໄດ້ຊໍາລະຄ່າພາສີ-ອາກອນ ຕາມການແຈ້ງພາສີລ່ວງໜ້າ ແຕ່ສິນຄ້າບໍ່ມາ ຫຼື ສິນຄ້າມາບໍ່ຄົບຕາມຈໍານວນ ໃຫ້ເຈົ້າໜ້າທີ່ພາສີບ່ອນດຳເນີນການແຈ້ງພາສີເປັນລາຍລະອຽດ ແລະ ຜູ້ກວດປ່ອຍສິນຄ້າ ເປັນຜູ້ບັນທຶກໃສ່ຜົນການກວດກາໃນວັນທີ່ມີການກວດກາສິນຄ້າອອກຈາກສາງ ຫຼື ດ່ານພາສີ ໂດຍທັນທີ ແລະ ອີງໃສ່ ຈໍານວນສິນຄ້າທີ່ໄດ້ຮັບຕົວຈິງ ຕາມການບັນທຶກຢູ່ໃນບັນຊີສາງ;
5.    ກົມພາສີ ຂຶ້ນແຜນງົບປະມານປະຈໍາປີ ເພື່ອເປັນກອງທຶນສະເພາະສໍາລັບການປະຕິບັດ ກົນໄກສົ່ງເງິນຄືນໃຫ້ທັນເວລາ.
ມອບໃຫ້ກົມພາສີ ອອກຄໍາແນະນໍາ ແລະ ກົນໄກຄຸ້ມຄອງ ກ່ຽວກັບການສົ່ງເງິນຄືນ.


ມາດຕາ 51 ການເລື່ອນຊໍາລະຄ່າພາສີ
ການເລື່ອນຊໍາລະ ຄ່າພາສີ-ອາກອນ ແລະ ພັນທະອື່ນ (Deferred Payment) ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 104 ຂອງກົດໝາຍວ່າດ້ວຍພາສີ ແມ່ນອະນຸຍາດໃຫ້ສະເພາະຜູ້ປະກອບການມາດຕະຖານເອອີໂອ ທີ່ໄດ້ຜ່ານການຮັບຮອງຈາກກົມພາສີ. ໃນເວລາປະກອບຂໍ້ມູນການແຈ້ງພາສີ, ຜູ້ແຈ້ງພາສີ ຕ້ອງລະບຸເງື່ອນໄຂການເລື່ອນຊໍາລະ ໃນຫ້ອງ 48 ຂອງໃບແຈ້ງພາສີເປັນລາຍລະອຽດ ຄ່າພາສີ-ອາກອນ ແລະ ພັນທະອື່ນ ທີ່ໄດ້ເລື່ອນຊໍາລະໃຫ້ອີງຕາມພື້ນຖານການຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ໃນມື້ໄດ້ຮັບຮອງການແຈ້ງພາສີເປັນລາຍລະອຽດ ຫຼື ນັບແຕ່ວັນເອົາສິນຄ້າອອກຈາກສາງ ຫຼື ດ່ານພາສີ ຊຶ່ງບໍ່ກວມເອົາການຊໍາລະສະສາງການຄໍ້າປະກັນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 41 ຂອງກົດໝາຍວ່າດ້ວຍພາສີ.
ຄ່າພາສີ-ອາກອນ ແລະ ພັນທະອື່ນ ທີ່ໄດ້ເລື່ອນຊໍາລະ ພາຍໃນ ສາມສິບ (30) ວັນ ໃຫ້ຊໍາລະຜ່ານລະບົບແຈ້ງພາສີທາງເອເລັກໂຕຣນິກ ທີ່ເຊື່ອມໂຍງກັບລະບົບທະນາຄານ ແລະ ໃຫ້ເປັນລາຍຮັບຂອງລັດຖະການພາສີບ່ອນໄດ້ແຈ້ງພາສີໃນເວລານໍາເຂົ້າເບື້ອງຕົ້ນ.
ໃນກໍລະນີບໍ່ຊໍາລະພາຍໃນເວລາ ສາມສິບ (30) ວັນ ຕ້ອງໄດ້ເສຍຄ່າປັບໃໝ ໃນອັດຕາ 0,10% ຂອງຄ່າພາສີ-ອາກອນ ຕາມອັດຕາປົກກະຕິຕໍ່ວັນທີ່ກາຍກໍານົດ ແລະ ຈະຖືກປະຕິບັດມາດຕະການທາງບໍລິຫານ ເຊັ່ນ: ສັ່ງໂຈະຊົ່ວຄາວ, ສັ່ງຍົກເລີກຖາວອນ ແລະ ມາດຕະການອື່ນຕາມກົດໝາຍ.
ການເລື່ອນຊໍາລະ ສາມາດຮອງຮັບ ການແຈ້ງພາສີເປັນລາຍລະອຽດໄດ້ຫຼາຍຊຸດ ແຕ່ວົງເງິນຄ່າພາສີ-ອາ ກອນ ສະສົມຄ້າງຊໍາລະ ບໍ່ໃຫ້ເກີນ ຫ້າຕື້ (5.000.000.000) ກີບ. ກໍລະນີຢາກຂະຫຍາຍວົງເງິນດັ່ງກ່າວ ຜູ້ປະກອບການຕ້ອງມີໜັງສືຢັ້ງຢືນຄໍ້າປະກັນທາງດ້ານການເງິນຈາກທະນາຄານ.
ມອບໃຫ້ກົມພາສີ ອອກຄໍາແນະນໍາກ່ຽວກັບການເລື່ອນຊໍາລະຄ່າພາສີ-ອາກອນ.

ມາດຕາ 52 ການກວດສອບຄືນການແຈ້ງພາສີ
ການກວດສອບຄືນການແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 105 ຫາ ມາດຕາ 110 ຂອງກົດໝາຍວ່າດ້ວຍພາສີ ແມ່ນກົນໄກຄວບຄຸມທາງພາສີຕໍ່ກັບບັນດາສິນຄ້າ, ເຄື່ອງຂອງ ພາຍຫຼັງໄດ້ຮັບອະນຸຍາດໃຫ້ນໍາສິນຄ້າອອກຈາກສາງ, ດ່ານພາສີ ຫຼື ສະຖານທີ່ ທີ່ລັດຖະການພາສີກໍານົດ ດ້ວຍຮູບແບບການກວດກາບັນດາເອກະສານ ແລະ ຂໍ້ມູນການແຈ້ງພາສີ ໃນຮູບແບບເອເລັກໂຕຣນິກ ຫຼື ແບບເຈ້ຍ ຊຶ່ງສາມາດດໍາເນີນການຢູ່ຫ້ອງການພາສີ ຫຼື ສະຖານທີ່ຂອງຜູ້ດໍາເນີນທຸລະກິດ, ໃນໄລຍະເວລາ ສາມ (3) ປີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 106 ຂອງກົດ ໝາຍວ່າດ້ວຍພາສີ.
ໃນການກວດສອບໃຫ້ສຸມໃສ່ກວດກາຂໍ້ມູນ ແລະ ເອກະສານດໍາເນີນທຸລະກໍາການຄ້າ ເປັນຕົ້ນ ປື້ມບັນຊີ, ຂໍ້ມູນ ແລະ ເອກະສານຕິດຕໍ່ຊື້ ຂາຍ, ຂໍ້ມູນການໂອນຊໍາລະຜ່ານທະນາຄານ (Bank Account Statement) ຈາກນັ້ນ ຈຶ່ງດໍາເນີນຕາມການບໍລິຫານຄວາມສ່ຽງ ຊຶ່ງຈະຕ້ອງໄດ້ກວດກາແບບທັນທີ (Real Time) ແລະ ກວດກາແບບປົກກະຕິ ຕາມແຜນທີ່ກໍານົດໄວ້.
    ການກວດສອບຄືນການແຈ້ງພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ກໍານົດເປົ້າໝາຍທີ່ຈະດໍາເນີນການກວດສອບ ຕາມຫຼັກການບໍລິຫານຄວາມສ່ຽງ ເປັນຕົ້ນ ການແຈ້ງພາສີທີ່ອອກໜັງສືຄໍ້າປະກັນດ້ານລາຄາທີ່ດ່ານພາສີໄດ້ສົ່ງສໍາເນົາໃຫ້, ບໍລິສັດທີ່ຈັດໃນປະເພດຄ່າຄວາມສ່ຽງສູງ ຊຶ່ງມີປະຫວັດໃນການລະເມີດກົດໝາຍ ແລະ ລະບຽບການ ທາງພາສີໃນໄລຍະຜ່ານມາ, ປະເພດສິນຄ້າທີ່ມີອັດຕາພາສີສູງ, ປະເພດສິນຄ້າທີ່ມີອາກອນຊົມໃຊ້, ປະເພດສິນຄ້າທີ່ລັດຄວບຄຸມ ແລະ ອື່ນໆ.
2.    ການກວດສອບຄືນ ສາມາດດໍາເນີນການກວດກາແບບທັນທີ (Real Time)  ພາຍຫຼັງທີ່ລະບົບອາຊີກູດາໄດ້ຮັບຮອງ ຫຼື ລົງທະບຽນໃບແຈ້ງພາສີເປັນລາຍລະອຽດ ແລະ ກວດກາຕາມແຜນການທີ່ກໍານົດໄວ້.
3.    ສ້າງແຜນ, ແຕ່ງຕັ້ງບຸກຄະລາກອນ, ກໍານົດເວລາ ແລະ ສະຖານທີ່ ດໍາເນີນການກວດສອບຄືນ.
4.    ເຈົ້າໜ້າທີ່ພາສີສາມາດ ຂໍຂໍ້ມູນທຸລະກໍາທາງດ້ານການເງິນຈາກທະນາຄານທີ່ກ່ຽວຂ້ອງ ໂດຍບໍ່ຈໍາເປັນຕ້ອງໄດ້ຮັບອະນຸຍາດຈາກຜູ້ດໍາເນີນທຸລະກໍາທາງດ້ານການຄ້າ ແລະ ຂໍ້ມູນຈາກລັດຖະການພາສີປະເທດສົ່ງອອກ-ນໍາເຂົ້າ ເພື່ອປະກອບເປັນຂໍ້ມູນໃນການກວດສອບຄືນ. 
    ສະຖານທີ່ດໍາເນີນການກວດສອບຄືນການແຈ້ງພາສີ.
1.    ການກວດສອບຄືນການແຈ້ງພາສີ ຢູ່ຫ້ອງການພາສີ ເປັນຕົ້ນ ພະແນກກວດສອບຄືນການແຈ້ງພາສີ, ພາສີປະຈຳແຂວງ, ນະຄອນຫຼວງ ໃຫ້ປະຕິບັດ ດັ່ງນີ້:
-    ກວດກາຂໍ້ມູນໃນໃບແຈ້ງພາສີຜ່ານລະບົບອາຊີກູດາ ໂດຍອີງໃສ່ຫຼັກການບໍລິຫານຄວາມສ່ຽງ;
-    ໃນກໍລະນີ ພົບເຫັນຂໍ້ມູນຜິດພາດ ຫົວໜ້າພະແນກກວດສອບຄືນການແຈ້ງພາສີ, ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງ ອອກແຈ້ງການໃຫ້ຜູ້ແຈ້ງພາສີ ຕາມທີ່ໄດ້ລະບຸໄວ້ ໃນຫ້ອງ 54 ຂອງໃບແຈ້ງພາສີເປັນລາຍລະອຽດ ເພື່ອສະໜອງໃບແຈ້ງລາຄາ (Invoice), ໃບກໍາກັບການຂົນສົ່ງ ເຊັ່ນ ໃບຂົນສົ່ງທາງບົກ (Truck Bill), ໃບຂົນສົ່ງທາງອາກາດ (Airway Bill), ໃບຂົນສົ່ງທາງລົດໄຟ (Railway Bill), ໃບຂົນສົ່ງທາງນໍ້າ (Seaway Bill), ໃບຂົນສົ່ງຫຼາຍຮູບແບບ (Multimodal Bill of Lading), ໃບສັ່ງສິນຄ້າ (Purchase Order) ແລະ ສັນຍາຊື້ ຂາຍ, ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (Certificate of Origin), ເອກະສານຢັ້ງຢືນການຊໍາລະ ແລະ ເອກະສານອື່ນ ທີ່ກ່ຽວຂ້ອງກັບການແຈ້ງພາສີພ້ອມທັງໃຫ້ຄໍາຊີ້ແຈງຕໍ່ເນື້ອໃນ ແລະ ຂໍ້ມູນທີ່ສະໜອງໃຫ້ລັດຖະການພາສີ. ໄລຍະເວລາໃນການສະໜອງຂໍ້ມູນ ຕ້ອງບໍ່ກາຍ ຫ້າ (5) ວັນລັດຖະການ ນັບແຕ່ວັນໄດ້ແຈ້ງໃຫ້ຊາບເປັນຕົ້ນໄປ;
-    ຖ້າເຫັນວ່າ ຂໍ້ມູນ, ເອກະສານຫຼັກຖານ ແລະ ຄໍາຊີ້ແຈງຂອງຜູ້ແຈ້ງພາສີຖືກຕ້ອງ ລັດຖະການພາສີຕ້ອງຮັບຮອງເອົາຜົນການກວດສອບ;
-    ຖ້າເຫັນວ່າ ຂໍ້ມູນ, ເອກະສານຫຼັກຖານ ແລະ ຄໍາຊີ້ແຈງຂອງຜູ້ແຈ້ງພາສີບໍ່ຖືກຕ້ອງ ລັດຖະການພາສີ ສາມາດນໍາໃຊ້ມາດຕະການທາງບໍລິຫານ ແລະ/ຫຼື ດໍາເນີນຄະດີຕາມກົດໝາຍ;
-    ລັດຖະການພາສີ ຕ້ອງແຈ້ງຜົນການກວດສອບຄືນການແຈ້ງພາສີ ໃຫ້ຜູ້ແຈ້ງພາສີຮັບຊາບພາຍໃນ ສິບຫ້າ (15) ວັນ ຫຼັງຈາກສໍາເລັດການກວດສອບຄືນຫຼັງການແຈ້ງພາສີ.
2.    ການກວດສອບຄືນການແຈ້ງພາສີ ຢູ່ສະຖານທີ່ຂອງຜູ້ດຳເນີນທຸລະກິດ ໃຫ້ປະຕິບັດ ດັ່ງນີ້:
-    ຫົວໜ້າພະແນກກວດສອບຄືນການແຈ້ງພາສີ, ຫົວໜ້າພາສີປະຈໍາແຂວງ, ນະຄອນຫຼວງ ແຕ່ງຕັ້ງຄະນະກວດສອບ ຊຶ່ງປະກອບດ້ວຍ ເຈົ້າໜ້າທີ່ພາສີ ຢ່າງໜ້ອຍ 2 ທ່ານ ຂຶ້ນໄປ;
-    ກ່ອນການກວດສອບຄືນການແຈ້ງພາສີ ຢູ່ສະຖານທີ່ຂອງ ຜູ້ດໍາເນີນທຸລະກິດ ລັດຖະການພາສີ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຊາບລ່ວງໜ້າ ສິບ (10) ວັນລັດຖະການ ເພື່ອກະກຽມເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງກັບການກວດສອບ ເປັນຕົ້ນ ໃບແຈ້ງພາສີເປັນລາຍລະອຽດ, ມູນຄ່າແຈ້ງພາສີ, ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ການຈັດເລກລະຫັດສິນຄ້າ, ໃບແຈ້ງລາຄາສິນຄ້າ, ໃບກໍາກັບການຂົນສົ່ງ, ໃບສັ່ງສິນຄ້າ ແລະ ສັນຍາຊື້ ຂາຍ, ເອກະສານຢັ້ງຢືນການຊໍາລະສະສາງຜ່ານທະນາຄານ ແລະ ເອກະສານອື່ນທີ່ຈໍາເປັນ. ໃນກໍລະນີ ຜູ້ດໍາເນີນທຸລະກິດ ບໍ່ສາມາດຮັບການລົງໄປກວດສອບຕາມ ວັນ ແລະ ເວລາ ທີ່ຄະນະກວດສອບໄດ້ສະເໜີໄປ, ຕ້ອງແຈ້ງຕອບ ພ້ອມດ້ວຍເຫດຜົນ ພາຍໃນ ສາມ (3) ວັນລັດຖະການ;
-    ການດຳເນີນການກວດສອບຄືນການແຈ້ງພາສີ ຢູ່ສະຖານທີ່ຂອງຜູ້ດໍາເນີນທຸລະກິດ ຈະຕ້ອງໃຫ້ສໍາເລັດ ແລະ ສະຫຼຸບຜົນການກວດສອບ ພາຍໃນ ສິບ (10) ວັນ, ຖ້າຫາກວ່າບໍ່ສໍາເລັດກໍສາມາດຕໍ່ໄດ້ 1 ຄັ້ງແຕ່ບໍ່ໃຫ້ເກີນ ສິບ (10) ວັນ;
-    ຖ້າເຫັນວ່າ ຂໍ້ມູນ, ເອກະສານຫຼັກຖານ ແລະ ຄໍາຊີ້ແຈງຂອງຜູ້ແຈ້ງພາສີຖືກຕ້ອງ ລັດຖະການພາສີຕ້ອງຮັບຮອງເອົາຜົນການກວດສອບ ພາຍໃນ ສິບຫ້າ (15) ວັນ;
-    ຖ້າເຫັນວ່າ ຂໍ້ມູນ, ເອກະສານຫຼັກຖານ ແລະ ຄໍາຊີ້ແຈງຂອງຜູ້ແຈ້ງພາສີບໍ່ຖືກຕ້ອງ ໃຫ້ນໍາໃຊ້ມາດຕະການທາງບໍລິຫານ ຫຼື ດໍາເນີນຄະດີຕາມກົດໝາຍ.
    ການແບ່ງຄວາມຮັບຜິດຊອບໃນການກວດສອບຄືນການແຈ້ງພາສີ:
1.    ຂັ້ນສູງກາງ ພະແນກກວດສອບຄືນການແຈ້ງພາສີ ຮັບຜິດຊອບກວດສອບ:
-    ຫົວໜ່ວຍທຸລະກິດ ທີ່ນຳເຂົ້າ-ສົ່ງອອກ ໝວດສິນຄ້າຍຸດທະສາດ ແລະ ໝວດສິນຄ້າທີ່ມີຄວາມສ່ຽງສູງຕໍ່ການລັກລອບຫຼົບຫຼີກ ເຊັ່ນ: ຍານພາຫະນະ, ນໍ້າມັນເຊື້ອໄຟ, ນໍ້າມັນຫຼໍ່ລື້ນ, ວັດຖຸມີຄ່າ (ຄໍາ, ເງິນ, ເພັດ, ແກ້ວປະເສີດ), ແຮ່ທາດ ແລະ ໜວດສິນຄ້າອື່ນ;
-    ການນໍາເຂົ້າ-ສົ່ງອອກ ແລະ ການເລື່ອນຊຳລະຄ່າພາສີ-ອາກອນ ຂອງຜູ້ປະກອບການມາດຕະຖານ ເອອີໂອ;
-    ການນຳເຂົ້າສິນຄ້າເພື່ອສົ່ງອອກຕໍ່ ແລະ ການຜ່ານແດນ.
ສຳລັບຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການກວດສອບຄືນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ຄຳແນະນຳສະບັບນີ້.
2.    ຂັ້ນທ້ອງຖິ່ນ ພາສີປະຈຳແຂວງ, ນະຄອນຫຼວງ ຮັບຜິດຊອບກວດສອບ:
-    ຫົວໜ່ວຍທຸລະກິດ ທີ່ນຳເຂົ້າ-ສົ່ງອອກ ຜ່ານດ່ານພາສີຊາຍແດນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຊັ່ນ: ໝວດສິນຄ້າອຸປະໂພກ-ບໍລິໂພກ, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມຊູກຳລັງ, ເຫຼົ້າ, ວາຍ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໝວດສິນຄ້າອື່ນທີ່ບໍ່ໄດ້ລະບຸໄວ້ໃນ ຂໍ້ທີ 1 ຂ້າງເທິງນີ້;
-    ບໍລິສັດທີ່ດຳເນີນການນຳເຂົ້າ-ສົ່ງອອກ ທີ່ຂຶ້ນທະບຽນ ແລະ ມີທີ່ຕັ້ງໃນຄວາມຮັບຜິດຊອບຂອງຕົນ;
-    ກໍລະນີ ກວດສອບເຫັນຂໍ້ມູນຜິດພາດໃນການແຈ້ງພາສີ ຊຶ່ງມີຜົນກະທົບຕໍ່ການຈັດເກັບລາຍຮັບ ຢູ່ບັນດາດ່ານພາສີຊາຍແດນຢູ່ແຂວງອື່ນ ໃຫ້ລາຍງານເປັນລາຍລັກອັກສອນຕໍ່ກົມພາສີ ເພື່ອພິຈາລະນາ.
ສຳລັບຂັ້ນຕອນ, ວິທີການ ແລະ ມາດຕະການ ໃນການກວດສອບຄືນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ ແລະ ຄຳແນະນຳສະບັບນີ້.

ມາດຕາ 53 ຂໍ້ມູນ ແລະ ຖານຂໍ້ມູນສະຖິຕິທາງພາສີ
ຂໍ້ມູນ ແລະ ຖານຂໍ້ມູນສະຖິຕິທາງພາສີ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 114 ຫາ ມາດຕາ 118 ຂອງກົດໝາຍວ່າດ້ວຍພາສີ ແມ່ນຂໍ້ມູນຂ່າວສານທີ່ນໍາໃຊ້ເຂົ້າໃນການສັງລວມ, ການເກັບຮັກສາ, ການບໍລິຫານ ແລະ ຂໍ້ມູນກ່ຽວກັບລະບຽບການທາງພາສີ, ການລາຍງານທາງສະຖິຕິ, ການບໍລິຫານຄວາມສ່ຽງ, ການກວດສອບຄືນການແຈ້ງພາສີ ແລະ ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ. ຂໍ້ມູນ ແລະ ຖານຂໍ້ມູນ ປະກອບມີ ຂໍ້ມູນທົ່ວໄປ ແລະ ຂໍ້ມູນພາຍໃນ ດັ່ງນີ້:
1.    ຂໍ້ມູນທົ່ວໄປ:
-    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດເຂົ້າເຖິງ ແລະ ນໍາໃຊ້ຂໍ້ມູນທົ່ວໄປ ເຊັ່ນ: ຂໍ້ມູນສາລະບານສິນຄ້າ ແລະ ອັດຕາພາສີ, ສະຖິຕິການຄ້າ ກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ຜ່ານແດນ;
-    ລັດຖະການພາສີຕ້ອງ ເຜີຍແຜ່ຢ່າງເປັນທາງການ ໃນແຕ່ລະໄລຍະ ຜ່ານຊ່ອງທາງເອເລັກໂຕຣນິກ ເຊັ່ນ ເວັບໄຊຂອງກົມພາສີ, ເວັບໄຊຂອງກະຊວງການເງິນ, ເວັບໄຊຂອງການຄ້າ ແລະ ຊ່ອງທາງອື່ນ ເຊັ່ນ ວາລະສານພາສີ, ວາລະສານການເງິນ, ວາລະສານເສດຖະກິດ-ການຄ້າ;
-    ກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງການຂໍ້ມູນເພີ່ມເຕີມ ຈາກຂໍ້ມູນທົ່ວໄປ ທີ່ໄດ້ເຜີຍແຜ່ຂ້າງເທິງ ສາມາດສະເໜີເປັນລາຍລັກອັກສອນ ຫາກົມພາສີ, ພາສີປະຈໍາແຂວງ, ນະຄອນຫຼວງ ຫຼື ຜ່ານຊ່ອງທາງການສື່ສານທາງເອເລັກໂຕຣນິກ;
-    ລັດຖະການພາສີ ຕ້ອງສ້າງປ່ອງບໍລິການສະໜອງຂໍ້ມູນຂ່າວສານ (Information Desk) ເພື່ອເຮັດໜ້າທີ່ຄົ້ນຄວ້າ ແລະ ສະໜອງຂໍ້ມູນສະຖິຕິ, ນິຕິກໍາ ແລະ ຂ່າວສານ ທາງພາສີ.
2.    ຂໍ້ມູນພາຍໃນ
-    ຂໍ້ມູນພາຍໃນປະກອບມີ: ສະຖິຕິລາຍຮັບ, ການຈັດຄ່າຄວາມສ່ຽງ, ການຄວບຄຸມ ແລະ ການປາບປາມ, ການດໍາເນີນຄະດີ, ຂໍ້ມູນສ່ວນຕົວຂອງຜູ້ປະກອບການທີ່ສາມາດເຜີຍແຜ່ໄດ້;
-    ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຕ້ອງການຂໍ້ມູນພາຍໃນຂ້າງເທິງ ຕ້ອງສະເໜີເປັນລາຍລັກອັກສອນ ຫາກົມພາສີ, ພາສີປະຈໍາແຂວງ, ນະຄອນຫຼວງ ເພື່ອພິຈາລະນາ ແລະ ແຈ້ງຕອບພາຍໃນ ສິບ (10) ວັນລັດຖະການ. ລັດຖະການພາສີຕ່າງປະເທດ, ອົງການຈັດຕັ້ງສາກົນ ກໍສາມາດສະເໜີຜ່ານຊ່ອງທາງການສື່ສານທາງເອເລັກໂຕຣນິກ ຫຼື ຜ່ານທາງການທູດ;
-    ຫົວໜ້າກົມພາສີ ເປັນຜູ້ອະນຸມັດສະໜອງຂໍ້ມູນ ຕາມການຄົ້ນຄວ້າຂອງລັດຖະການພາສີທີ່ກ່ຽວຂ້ອງ;
-    ລັດຖະການພາສີສາມາດ ເກັບຄ່າບໍລິການ ຕາມທີ່ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດ.

ມາດຕາ 54 ອານາເຂດພາສີ 
ອານາເຂດພາສີ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 128 ຂອງກົດໝາຍວ່າດ້ວຍພາສີ ແມ່ນຜືນແຜ່ນດິນອັນຄົບຖ້ວນ ຂອງ ສປປ ລາວ ຊຶ່ງກວມເອົາທັງເຂດນ່ານຟ້າ, ນ່ານນ້ຳ, ຊາຍແດນຕິດກັບຕ່າງປະເທດ ທີ່ມີບົດບັນທຶກຄວາມເຂົ້າໃຈໃນການຮັບຮູ້ຂອງສາກົນ ເພື່ອກຳນົດຂອບເຂດການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ.
ເຈົ້າໜ້າທີ່ພາສີ ຂອງ ສປປ ລາວ ແລະ ເຈົ້າໜ້າທີ່ພາສີຂອງປະເທດ ຄູ່ສັນຍາ ຫຼື ອະນຸສັນຍາ ຫຼື ຂໍ້ຕົກລົງວ່າດ້ວຍການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຂ້າມແດນ ເຂົ້າ-ອອກ ກັບບັນດາປະເທດໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ກ່ຽວກັບການກວດກາສິນຄ້າ, ເຄື່ອງຂອງ ຢູ່ຈຸດດຽວ, ຄັ້ງດຽວ ທີ່ລັດຖະ ບານແຫ່ງ ສປປ ລາວ ໄດ້ຮ່ວມລົງນາມ ສາມາດປະຕິບັດໜ້າທີ່ຂອງຕົນນອກອານາເຂດພາສີໄດ້.

ມາດຕາ 55 ການເຄື່ອນໄຫວໃນວົງລັດສະໝີ ແລະ ນອກວົງລັດສະໝີພາສີ
ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງຕົນເພື່ອດຳເນີນການ ຄວບຄຸມ, ຕິດຕາມ, ກວດກາ, ລາດຕະເວນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 129 ແລະ ມາດຕາ 130 ຂອງກົດໝາຍວ່າດ້ວຍພາສີ ໃຫ້ເຈົ້າໜ້າທີ່ພາສີແຕ່ລະຂັ້ນ ປະຕິບັດ ດັ່ງນີ້:
1.    ສໍາລັບດ່ານພາສີຊາຍແດນ, ຫ້ອງການພາສີປະຈຳລະບົບສາງ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ:
-    ສາມາດເຄື່ອນໄຫວ ໃນວົງລັດສະໝີ ສາມສິບ (30) ກິໂລແມັດ ຢູ່ອ້ອມຮອບຫ້ອງການຂອງຕົນ ເພື່ອເຮັດໜ້າທີ່ການຄວບຄຸມທາງພາສີ ກ່ຽວກັບການ ນໍາເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍພາຍໃນລະບົບສາງ, ການເກັບຮັກສາ, ການຄ່ຽນຖ່າຍ, ການເຂົ້າ-ອອກ ຂອງຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ສະຖານທີ່ ທີ່ລັດຖະການພາສີກຳນົດ;
-    ກໍລະນີຈຳເປັນ ທີ່ມີການເຄື່ອນໄຫວນອກວົງລັດສະໝີຂ້າງເທິງ ເພື່ອດຳເນີນການຄວບຄຸມການເຄື່ອນຍ້າຍພາຍໃນລະບົບສາງພາສີ, ຕິດຕາມ, ກວດກາ ໃຫ້ສຳເລັດຜົນ ຕ້ອງໄດ້ຜ່ານກົນໄກການລາຍງານ ແລະ ການມອບວຽກຂອງຫົວໜ້າລັດຖະການພາສີ ເປັນແຕ່ລະກໍລະນີ. 
2.    ສໍາລັບພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ກອງສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ປະຈໍາພາກ ຫຼື ຂະແໜງກວດກາ ປະຈຳແຂວງ, ນະຄອນຫຼວງ:
-    ສາມາດເຄື່ອນໄຫວ ໃນຂອບເຂດວົງລັດສະໝີ ຂອງຕົນທີ່ຮັບຜິດຊອບ ຢູ່ອ້ອມຮອບຈຸດປະຈຳການ ຫຼື ຫ້ອງການຂອງຕົນ ເພື່ອເຮັດໜ້າທີ່ການຄວບຄຸມທາງພາສີ ກ່ຽວກັບການ ນໍາເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍພາຍໃນລະບົບສາງ, ການເກັບຮັກສາ, ການຄ່ຽນຖ່າຍ, ການເຂົ້າ-ອອກ ຂອງຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ສະຖານທີ່ ທີ່ລັດຖະການພາສີກຳນົດ ຊຶ່ງເປັນການບັງຄັບໃຊ້ກົດໝາຍ ວຽກງານສືບສວນ-ສອບສວນ ແລະ ປາບປາມການລັກລອກພາສີ, ຕ້ານການຄ້າຂາຍເຖື່ອນ ທຸກຮູບແບບ;
-    ກໍລະນີຈຳເປັນ ສາມາດເຄື່ອນໄຫວນອກວົງລັດສະໝີຂ້າງເທິງ ເພື່ອດຳເນີນການຄວບຄຸມການເຄື່ອນຍ້າຍ, ຕິດຕາມ, ກວດກາ ແລະ ລາດຕະເວນ ຢູ່ສະຖານທີ່ຕ່າງໆ ລວມທັງການເຄື່ອນໄຫວຢູ່ດ່ານພາສີຊາຍແດນ, ຫ້ອງການພາສີປະຈຳລະບົບສາງ, ເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ ແລະ ທົ່ວອານາເຂດພາສີ ໃຫ້ສຳເລັດຜົນ ແຕ່ຕ້ອງໄດ້ຜ່ານກົນໄກການລາຍງານ ແລະ ການມອບວຽກຂອງຫົວໜ້າພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ກອງສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ປະຈໍາພາກ ຫຼື ຂະແໜງ ກວດກາ ປະຈຳແຂວງ, ນະຄອນຫຼວງ ເປັນແຕ່ລະກໍລະນີ.
 
ມາດຕາ 56 ການດໍາເນີນຄະດີຕໍ່ການກະທໍາຜິດສະຖານໜັກລະດັບທີສອງ
ໃນການຈັດຕັ້ງປະຕິບັດ ວຽກງານສຶບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ເມື່ອເຈົ້າໜ້າທີ່ພາສີຫາກກວດກາ, ພົບເຫັນການກະທໍາຜິດທາງພາສີແບບເຊິ່ງໜ້າ, ກວດຄົ້ນເຄຫະສະຖານ, ກວດສອບຄືນການແຈ້ງພາສີ ທີ່ມີຄ່າພາສີ ແຕ່ 100.000.000 ກີບຂຶ້ນໄປ ຕາມອັດຕາປົກກະຕິ ລວມທັງການລະເມີດສິດຕໍ່ຊັບສິນທາງປັນຍາ, ການປອມແປງເອກະສານທາງພາສີ, ລາຍເຊັນ ແລະ ຕາປະທັບ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 144 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ເຮັດບົດບັນທຶກການຍຶດ, ອາຍັດ ສິນຄ້າ, ເຄື່ອງຂອງ ທີ່ເປັນຂອງກາງໃນຄະດີ ໄວ້ເປັນຫຼັກຖານ;
2.    ຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ທີ່ມີການລະເມີດ;
3.    ລາຍງານຫົວໜ້າອົງການສືບສວນ-ສອບສວນ ຂອງລັດຖະການພາສີແຕ່ລະຂັ້ນ ເພື່ອພິຈາລະນາອອກ ຄໍາສັ່ງເປີດການສືບສວນ-ສອບສວນ;
4.    ອອກໝາຍຮຽກ, ໝາຍເຊີນ;
5.    ສະເໜີອົງການໄອຍະການ ຫຼື ສານ ອອກ ໝາຍພາຕົວ, ໝາຍກັກຕົວ, ໝາຍຈັບຕົວ. ຍົກເວັ້ນກໍລະນີເຊິ່ງໜ້າ ເຈົ້າໜ້າທີ່ພາສີສາມາດນໍາໃຊ້ມາດຕະການສະກັດກັ້ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ;
6.    ດໍາເນີນການສືບສວນ-ສອບສວນ ແລະ ເອົາຄໍາໃຫ້ການຂອງຜູ້ຖືກຫາ;
7.    ເກັບໂຮມຫຼັກຖານທາງດ້ານວັດຖຸ, ທາງດ້ານເອກະສານ ແລະ ທາງດ້ານບຸກຄົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 160 ຂອງກົດໝາຍວ່າດ້ວຍພາສີ;
8.    ສະຫຼຸບຄະດີ ແລ້ວລາຍງານເພື່ອຂໍທິດຊີ້ນໍາ, ຖ້າເຫັນວ່າຄົບອົງປະກອບການກະທໍາຜິດແລ້ວ ໃຫ້ຍື່ນຕໍ່ອົງການໄອຍະການ ເພື່ອສັ່ງຟ້ອງຂຶ້ນສານ ຕາມຂັ້ນຕອນຂອງກົດໝາຍ.
ກໍລະນີບໍ່ພໍໃຈ ຕໍ່ຄໍາຕັດສິນຂອງສານຂັ້ນຕົ້ນ ລັດຖະການພາສີ ຕ້ອງປະສານສົມທົບກັບອົງການໄອຍະການ ເພື່ອສະເໜີຄັດຄ້ານ ແລະ ຂໍອຸທອນໄປຍັງສານຂັ້ນອຸທອນ ພາຍໃນກໍານົດເວລາ ຊາວ (20) ວັນ ນັບແຕ່ວັນທີ່ສານຂັ້ນຕົ້ນໄດ້ອ່ານ ຫຼື ລົງຄໍາຕັດສີນເປັນຕົ້ນໄປ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 214 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. ໃນກໍລະນີ ບໍ່ພໍໃຈຕໍ່່ຄໍາພິພາກສາຂອງສານຂັ້ນອຸທອນ ກໍສາມາດຂໍລົບລ້າງຄໍາພິພາກສາຂອງສານຂັ້ນອຸທອນ ໄປຍັງສານຂັ້ນລົບລ້າງ ພາຍໃນກໍານົດເວລາ ສີ່ສິບຫ້າ (45) ວັນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 226 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ. 

ມາດຕາ 57 ການຮັກສາຂອງກາງ 
ການຮັກສາຂອງກາງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 149 ຂອງກົດໝາຍວ່າດ້ວຍພາສີ ໃຫ້ເຈົ້າໜ້າພາສີ ປະຕິບັດ ດັ່ງນີ້: 
1.    ຂອງກາງໃນຄະດີທີ່ເປັນປະເພດ ສານເຄມີອັນຕະລາຍ, ອາວຸດເສີກ, ຢາເສບຕິດ ໃນກໍລະນີທີ່ບໍ່ມີບ່ອນເກັບຮັກສາ ລັດຖະການພາສີສາມາດສະເໜີຂໍຄວາມຊ່ວຍເຫຼືອຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບຮັກສາໄວ້ຢູ່ສະຖານທີ່ປອດໄພ;
2.    ສໍາລັບສິນຄ້າ, ເຄື່ອງຂອງ ທີ່ເສື່ອມຄຸນນະພາບໄວ ຫຼື ບໍ່ເໝາະສົມໃນການຮັກສາໄວ້, ສິນຄ້າທີ່ຕ້ອງເກັບຮັກສາໄວ້ໃນອຸນຫະພູມທີ່ເໝາະສົມ, ສິນຄ້າໃກ້ຈະໝົດອາຍຸການນໍາໃຊ້ ຫຼື ສິນຄ້າຄຸ້ມຄອງຕາມບັນຊີລະດັບຄວາມສ່ຽງໃນການເກັບຮັກສາທີ່ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນ: ນົມ ແລະ ຜະລິດຕະພັນຈາກນົມ, ອາຫານເສີມຕ່າງໆ, ເຫຼົ້າວາຍ, ເຄື່ອງດື່ມຊູກໍາລັງ ແລະ ເຄື່ອງດື່ມປະສົມວິຕາມິນ, ນໍ້າດື່ມ ແລະ ນໍ້າດື່ມແຮ່ທາດ, ນໍ້າກ້ອນ, ອາຫານກະປ໋ອງ, ໄຂ່ ແລະ ຜະລິດຕະພັນຈາກໄຂ່, ປາ ແລະ ຜະລິດຕະພັນຈາກປາ (ສົດ, ແຊ່ເຢັນ, ແຊ່ແຂງ), ພືດ, ຜັກ, ໝາກໄມ້ (ສົດ, ແຊ່ເຢັນ, ແຊ່ແຂງ), ຊີ້ນ ແລະ ຜະລິດຕະພັນຈາກຊີ້ນ (ສົດ, ແຊ່ເຢັນ, ແຊ່ແຂງ), ສັດທີ່ມີຊີວິດ, ວັດຖຸໄວໄຟ ຫຼື ອື່ນໆ ທີ່ຄ້າຍຄຽງ ທີ່ເຈົ້າຂອງບໍ່ມາພົວພັນຊໍາລະຄ່າພາສີ-ອາກອນ ແລະ ຄ່າປັບໃໝ ຕາມກໍານົດເວລາ  ເຈົ້າໜ້າທີ່ພາສີນໍາອອກຂາຍ ຜ່ານກົນໄກການປະມູນຂາຍ. 
ໃນກໍລະນີ ຂອງກາງທີ່ລໍຖ້າການດໍາເນີນຄະດີ ຫາກມີການເສື່ອມຄຸນຄ່າໃຊ້ສອຍຕາມອາຍຸການໃຊ້ງານ ເຊັ່ນ ຍານພາຫະນະ, ໄມ້ ຕ້ອງແຈ້ງໃຫ້ຜູ້ເປັນເຈົ້າຂອງຊາບ ແລະ ມອບໃຫ້ລັດຖະການພາສີນໍາສະເໜີຂັ້ນເທິງ ເພື່ອປະມູນຂາຍອອກ ແລ້ວຮັກສາຈໍານວນເງິນດັ່ງກ່າວໄວ້ຈົນກວ່າການດໍາເນີນຄະດີທາງພາສີຈະສິ້ນສຸດລົງ.
ເງິນທີ່ໄດ້ຈາກການປະມູນ ສິນຄ້າດັ່ງກ່າວຂ້າງເທິງນີ້ ໃຫ້ເຈົ້າໜ້າທີ່ພາສີ ນຳເອົາໄປຝາກໄວ້ໃນບັນຊີເງິນຄໍ້າປະກັນຢູ່ ຄັງເງິນແຫ່ງຊາດ ຫຼື ຢູ່ບັນຊີເງິນຄໍ້າປະກັນຂອງຄັງເງິນແຫ່ງຊາດຢູ່ທະນາຄານ ຈົນກວ່າການດໍາເນີນຄະດີຈະສິ້ນສຸດລົງ.

ມາດຕາ 58 ສິນຄ້າ, ເຄື່ອງຂອງ ທີ່ຕົກເປັນຂອງລັດ
ສິນຄ້າ, ເຄື່ອງຂອງ ທີ່ຕົກເປັນຂອງລັດ ດ້ວຍການຕົກລົງຂອງລັດຖະມົນຕີກະຊວງການເງິນ ຕາມທີ່ໄດ້ກໍານົດໄວ້ໃນ ພາກທີ XIII ແລະ ມາດຕາ 150 ຂອງກົດໝາຍວ່າດ້ວຍພາສີ ໃຫ້ດຳເນີນການ ດັ່ງນີ້:
1.    ເມື່ອເຈົ້າໜ້າທີ່ພາສີ ຫາກກວດກາ ພົບເຫັນ ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 22 ຂອງຄຳແນະນຳສະບັບນີ້ ເຊັ່ນ: ໄມ້, ແຮ່ທາດ, ເຄື່ອງປ່າຂອງດົງ, ສິນຄ້າທີ່ນອນໃນບັນຊີການຄວບຄຸມຂອງສົນທິສັນຍາສາກົນ (CITES), ສິ່ງພີມ ຫຼື ສິ່ງລາມົກອະນາຈານ ທີ່ແຕະຕ້ອງເຖິງວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ສານເຄມີອັນຕະລາຍ, ຢາປົວພະຍາດ, ພືດ, ຜັກ ແລະ ອາຫານສົດ ແຊ່ເຢັນ ຫຼື ແຊ່ແຂງ ທີ່ມີສານປົນເປື້ອນເກີນຄ່າມາດຕະຖານ ຕ້ອງເຮັດຈົດໝາຍບັນທຶກຍຶດສິນຄ້າ, ເຄື່ອງຂອງທັນທີ ຕາມແບບພີມທີ່ລັດຖະການພາສີກຳນົດ ແລະ ດຳເນີນຕາມຂັ້ນຕອນແລ້ວ ໃຫ້ສັງລວມລາຍງານຕໍ່ ກົມພາສີ, ພາສີປະຈຳແຂວງ, ນະຄອນຫຼວງ  ເພື່ອພິຈາລະນາຕົກລົງເອົາເປັນຂອງລັດ.
ສໍາລັບສິນຄ້າ, ເຄືື່ອງຂອງ ທີ່ເປັນຂອງກາງໃນຄະດີ, ບໍ່ມີເຈົ້າຂອງມາພົວພັນ, ບໍ່ມາສົມຍອມຄະດີຕາມກໍານົດເວລາ, ເຈົ້າຂອງສະລະສິດ, ຍິນຍອມມອບເປັນຂອງລັດ ກໍຈະຕົກເປັນຂອງລັດ ເຊັ່ນດຽວກັນ. 
2.    ການຕົກລົງເອົາສິນຄ້າ, ເຄື່ອງຂອງ ເປັນຂອງລັດ ໃຫ້ປະຕິບັດ ດັ່ງນີ້:
-    ມູນຄ່າ ບໍ່ເກີນ 50.000.000 ກີບ ໃຫ້ພາສີປະຈໍາແຂວງ, ນະຄອນຫຼວງ ເປັນຜູ້ຕົກລົງ ຕາມການລາຍງານ ແລະ ການຢັ້ງຢືນ ຂອງເຈົ້າໜ້າທີ່ພາສີທີ່ກ່ຽວຂ້ອງ;
-    ມູນຄ່າແຕ່ 50.000.001 ກີບ ຫາ 100.000.000 ກີບ ໃຫ້ກົມພາສີ ເປັນຜູ້ຕົກລົງ ຕາມການລາຍງານ ແລະ ຢັ້ງຢືນ ຂອງພາສີປະຈຳແຂວງ, ນະຄອນຫຼວງ;
-    ມູນຄ່າແຕ່ 100.000.001 ກີບຂຶ້ນໄປ ລັດຖະມົນຕີກະຊວງການເງິນ ເປັນຜູ້ຕົກລົງ ບົນພື້ນຖານການລາຍງານຂອງກົມພາສີ.

ມາດຕາ 59 ການສົມຍອມ ແລະ ແກ້ໄຂຄະດີທາງພາສີ 
ເຈົ້າໜ້າທີ່ພາສີ ສາມາດດຳເນີນການແກ້ໄຂຄະດີທາງພາສີ ຕາມການສົມຍອມຂອງຜູ້ກະທຳຜິດ ທີ່ບໍ່ເປັນການກະທຳຜິດທາງອາຍາ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 150 ແລະ ມາດຕາ 153 ຂອງກົດໝາຍວ່າດ້ວຍພາສີ. ສຳລັບພື້ນຖານການຄິດໄລ່ພາສີ-ອາກອນ ລວມທັງການຫັກຄ່າຫຼຸ້ຍຫ້ຽນ ໃນການແກ້ໄຂກ່ຽວກັບຍານພາຫະນະທຸກປະເພດ ທີ່ນຳເຂົ້າ, ຊື້ ຂາຍ ບໍ່ຖືກຕ້ອງ ແລະ ປ່ຽນກໍາມະສິດ  ໃຫ້ປະຕິບັດ ດັ່ງນີ້:
1.    ໃຫ້ຫັກຄ່າຫຼຸ້ຍຫ້ຽນຕາມອາຍຸການໃຊ້ງານ ຕາມລະບຽບການຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ (ຕາຕະລາງ 7) ໂດຍໃຫ້ຖືເອົາປີຜະລິດຂອງຍານພາຫະນະ ແລະ ປີຄິດໄລ່ໃນກນແກ້ໄຂຄະດີປະຈຸບັນ ເປັນພື້ນຖານຄິດໄລ່ຫັກລົບ ຕາມລະບຽບການ ໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
2.    ຍານພາຫະນະທີ່ໃຊ້ງານມາແລ້ວ ບໍ່ເກີນ ສີ່  (4) ປີ ໃຫ້ຖືເອົາມູນຄ່າແຈ້ງພາສີ ທີ່ນໍາໃຊ້ຢູ່ໃນລະບົບເອເລັກໂຕຣນິກ (ASYCUDA) ເປັນພື້ນຖານຄິດໄລ່ຫັກລົບ ຕາມລະບຽບການ;
3.    ຍານພາຫະນະທີ່ໃຊ້ງານມາແລ້ວ ເກີນ ສີ່  (4) ປີ ໃຫ້ຖືເອົາມູນຄ່າແຈ້ງພາສີ ຕາມຖານລາຄາທີ່ກົມພາສີປະກາດໃຊ້ແຕ່ລະໄລຍະ ເປັນພື້ນຖານຄິດໄລ່ຫັກລົບ ຕາມລະບຽບການ;
4.    ສຳລັບ ຍານພາຫະນະທີ່ໃຊ້ງານມາແລ້ວ ແຕ່ແປດ (8) ປີ ຂຶ້ນໄປ ໃຫ້ເຈົ້າໜ້າທີ່ພາສີ ສົມທົບກັບຂະແໜງການໂຍທາທິການ ແລະ ຂົນສົ່ງ ປະເມີນລາຄາແຈ້ງພາສີ ຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບຄວາມເປັນຈິງ, ຖ້າຫາກຍານພາຫະນະດັ່ງກ່າວ ມີສະພາບເຕັກນິກບໍ່ໄດ້ມາດຕະຖານ ຕາມລະ ບຽບການຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ແມ່ນບໍ່ໃຫ້ນຳໃຊ້.
ມອບໃຫ້ກົມພາສີ ອອກຄຳແນະນຳ ກ່ຽວກັບຖານລາຄາແຈ້ງພາສີ ເປັນແຕ່ລະໄລຍະ.
    
ມາດຕາ 60 ຄ່າປັບໃໝ ແລະ ຂາຍເຄື່ອງຮິບ
ຄ່າປັບໃໝ ແລະ ຂາຍເຄື່ອງຮິບ ທີ່ເກີດຂຶ້ນຈາກການດໍາເນີນ ແລະ ແກ້ໄຂຄະດີທາງພາສີ ສໍາລັບສິນຄ້າທົ່ວໄປ ແລະ ສິນຄ້າປະເພດຄວບຄຸມ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 154 ຂອງກົດໝາຍວ່າດ້ວຍພາສີ ໃຫ້ຕົກເປັນລາຍຮັບງົບປະມານແຫ່ງລັດ ຂອງລັດຖະການພາສີ ທີ່ເຮັດໜ້າທີ່ ໃນການດໍາເນີນຄະດີທາງພາສີໂດຍກົງ.
ພາຍຫຼັງສໍາເລັດຂັ້ນຕອນການປະມູນ ໃຫ້ລັດຖະການພາສີປະກອບ ໃບຄິດໄລ່, ໃບສັ່ງມອບ ແລະ ເອກະ ສານການປະມູນໃຫ້ຜູ້ຊະນະການປະມູນຕາມລະບຽບການ.
ສໍາລັບຍານພາຫະນະ ພາຍຫຼັງສິ້ນສຸດການດໍາເນີນຄະດີທາງພາສີ ແລະ ປະມູນຂາຍອອກແລ້ວ ໃຫ້ລັດຖະການພາສີປະກອບໃບແຈ້ງພາສີເປັນລາຍລະອຽດ ແລະ ເອກະສານທີ່ກ່ຽວຂ້ອງກັບການປະມູນ ໃຫ້ຜູ້ຊະນະການປະມູນຕາມລະບຽບການ. 
    
ມາດຕາ 61 ການຍຶດສິນຄ້າ, ເຄື່ອງຂອງ
ການຍຶດສິນຄ້າ, ເຄື່ອງຂອງ ທີ່ບໍ່ມີເຈົ້າຂອງມາພົວພັນ ຫຼື ເຈົ້າຂອງແຈ້ງສະລະສິດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 162 ຂໍ້ທີ 9 ຂອງກົດໝາຍວ່າດ້ວຍພາສີ  ມອບໃຫ້ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີແຕ່ລະຂັ້ນ ທີ່ເຮັດໜ້າທີ່ໂດຍກົງ ໃນການຈັດຕັ້ງປະຕິບັດວຽກງານ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ຕ້ານການຄ້າຂາຍເຖື່ອນ ເປັນຜູ້ເຮັດບົດບັນທຶກການ ຍຶດ, ອາຍັດ ຫຼື ອອກຄຳສັ່ງຍຶດ, ອາຍັດ ສິນຄ້າ, ເຄື່ອງຂອງ, ຍານພາຫະນະ ແລະ ເກັບຮັກສາຂອງກາງໃນການກະທຳຜິດທາງພາສີ  ຕາມທີ່ໄດ້ກຳນົດໄວ້ໃນກົດ  ໝາຍວ່າດ້ວຍພາສີ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.
ພາຍຫຼັງເຮັດບົດບັນທຶກຍຶດສິນຄ້າ, ເຄື່ອງຂອງ ຊຶ່ງຜູ້ຖືກຫາລົງລາຍເຊັນ ແລະ ແປະໂປ້ມື ໄວ້ເປັນຫຼັກຖານແລ້ວ ຜູ້ກ່ຽວຕ້ອງເຂົ້າມາພົວພັນນໍາລັດຖະການພາສີບ່ອນເກັບຮັກສາຂອງກາງ ເພື່ອດໍາເນີນການແກ້ໄຂຄະດີທາງພາສີ ພາຍໃນກໍານົດ ເຈັດ (7) ວັນ ຖ້າຫາກກາຍກໍານົດດັ່ງກ່າວ ລັດຖະການພາສີ ຕ້ອງແຈ້ງ ຫຼື ປະກາດໄວ້ຢູ່ຕໍ່ໜ້າຫ້ອງການພາສີ ຫຼື ຕາມສື່ຕ່າງໆ ພາຍໃນເວລາ ສີ່ສິບແປດ (48) ຊົ່ວໂມງ ເພື່ອໃຫ້ຜູ້ຖືກຫາມາພົວພັນພາຍໃນເວລາ ຊາວເອັດ (21) ວັນ ນັບແຕ່ວັນໄດ້ແຈ້ງ ຫຼື ປະກາດເປັນຕົ້ນໄປ. ຖ້າກາຍເວລາດັ່ງກ່າວ ສິນຄ້າ, ເຄື່ອງຂອງ ຈະຕົກເປັນຂອງລັດ ດ້ວຍການຕົກລົງຂອງລັດຖະມົນຕີກະຊວງການເງິນ, ຖ້າເປັນສິນຄ້າຄວບຄຸມ ຫຼື ສິນຄ້າເກືອດຫ້າມ ຍັງຈະຖືກດໍາເນີນຄະດີຕາມກົດໝາຍ.

ມາດຕາ 62 ການປັບໃໝ
ການຄິດໄລ່ຄ່າປັບໃໝ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 175 ຂອງກົດໝາຍວ່າດ້ວຍພາສີ ໃຫ້ປະຕິບັດ ດັ່ງນີ້:
1.    ການກະທໍາຜິດທາງພາສີ ສະຖານເບົາລະດັບທີສາມ ໂດຍນໍາໃຊ້ຍານພາຫະນະ, ຕູ້ບັນຈຸສິນຄ້າ (Container) ຫຼື ວັດຖຸຫຸ້ມຫໍ່ ແລະ ວັດຖຸສິ່ງຂອງອື່ນ ທີ່ມີການດັດແປງ, ເສີມແຕ່ງ ເພື່ອເປັນການອໍາພາງ, ປິດບັງ ໃນການຫຼົບຫຼີກ ໂດຍເຈດຕະນາ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 142 ຂໍ້ທີ 3 ຂອງກົດໝາຍວ່າດ້ວຍພາສີ ຈະຖືກປັບໃໝ 100% ຂອງມູນຄ່າສິນຄ້າ, ເຄື່ອງຂອງ ທີ່ຫຼົບຫຼີກ ແລະ/ຫຼື ຈະຖືກດໍາເນີນຄະດີຕາມກົດໝາຍ;
-    ສໍາລັບຍານພາຫະນະ, ຕູ້ບັນຈຸສິນຄ້າ (Container) ທີ່ມີການດັດແປງ, ເສີມແຕ່ງ ເພື່ອເປັນການອໍາພາງ, ປິດບັງ ໃນການຫຼົບຫຼີກ ຊຶ່ງສິນຄ້າ, ເຄື່ອງຂອງ ມີມູນຄ່າບໍ່ເກີນ 100.000.000 ກີບ ທີ່ຕົກຢູ່ໃນກໍລະນີການປັບໃໝ ໃຫ້ເຈົ້າຂອງດັດແປງຄືນໃຫ້ຢູ່ໃນສະພາບເດີມ ຈຶ່ງຈະພິຈາລະນາສົ່ງຄືນໃຫ້ແກ່ຜູ້ກ່ຽວ;
-    ສໍາລັບພາຊະນະ ວັດຖຸຫຸ້ມຫໍ່ ແລະ ວັດຖຸສິ່ງຂອງອື່ນ ທີ່ໃຊ້ໃນການກະທໍາຜິດ ຈະຕົກເປັນຂອງລັດ.
2.    ໃນມາດຕາ 175 ຂໍ້ທີ 2 ແລະ 3 ຄໍາວ່າ “ການປັບໃໝ 100%, 150% ແລະ 200% ຂອງຄ່າພາສີ” ໝາຍເຖິງ ການຄິດໄລ່ຄ່າປັບໃໝ 100%, 150% ຫຼື 200% ຂອງຄ່າພາສີເທົ່ານັ້ນ ບໍ່ລວມເອົາ ຄ່າອາກອນຊົມໃຊ້, ຄ່າອາກອນມູນຄ່າເພີ່ມ, ຄ່າອາກອນລາຍໄດ້ ຫຼື ຄ່າອື່ນໆ (ຖ້າມີ);
3.    ສຳລັບການປັບໃໝຄ່າອາກອນຕ່າງໆ ໃຫ້ອີງຕາມກົດໝາຍທີ່ກ່ຽວຂ້ອງ ຂອງຂະແໜງສ່ວຍສາອາ ກອນ ໂດຍນໍາໃຊ້ ຄ່າອາກອນຕ່າງໆທີ່ຕ້ອງມອບໃນຂອດການນໍາເຂົ້າ ເປັນພື້ນຖານໃນການຄິດໄລ່ຄ່າປັບໃໝ ຄື:
-    ອັດຕາປັບໃໝອາກອນຊົມໃຊ້ (ອກຊ) = 50% ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 38 ຂໍ້ 6 ຂອງ ກົດໝາຍວ່າດ້ວຍອາກອນຊົມໃຊ້;
-    ອັດຕາປັບໃໝອາກອນມູນຄ່າເພີ່ມ (ອມພ) = 50% ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 60 ຂໍ້ 8 ຂອງ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;
-    ອັດຕາປັບໃໝອາກອນລາຍໄດ້ (ອກລ) = 50% ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 73 ຂໍ້ 6 ຂອງ ກົດໝາຍວ່າດ້ວຍອາກອນລາຍໄດ້.
ຕົວຢ່າງ 1: ການນໍາເຂົ້າສິນຄ້າທົ່ວໄປ ແບບນິຕິບຸກຄົນ (ກໍລະນີຖືກປັບໃໝ 100%)
ບໍລິສັດ ກຂຄ ແຈ້ງພາສີການນໍາເຂົ້າ ໂທລະສັບມືຖື ຈໍານວນ 100 ເຄື່ອງ ໃນມູນຄ່າ CIF 12.000 USD ຫຼື 120.000.000 ກີບ ແຕ່ໃນການກວດກາສິນຄ້າຕົວຈິງພົບເຫັນມີສິນຄ້າເກີນມາ ຈໍານວນ 50 ໜ່ວຍມີມູນຄ່າ CIF 60.000.000 ກີບ. ສະນັ້ນ, ບໍລິສັດ ກຂຄ ໄດ້ກະທຳຜິດສະຖານເບົາລະດັບທີສອງ ຕາມມາດຕາ 141 ຂໍ້ທີ 2 ຂອງກົດໝາຍວ່າດ້ວຍພາສີ ແລະ ເປັນການກະທຳຜິດຄັ້ງທຳອິດຕ້ອງຖືກເສຍຄ່າປັບໃໝ 100% ຕາມມາດຕາ 175 ຂໍ້ທີ 2.
ໂທລະສັບມືຖື ມີອັດຕາພາສີປົກກະຕິ 10%, ອັດຕາອາກອນຊົມໃຊ້ 10%, ອັດຕາອາກອນມູນຄ່າເພີ່ມ 10%, ຕ້ອງຖືກເສຍຄ່າປັບໃໝ ດັ່ງນີ້:
ພື້ນຖານການຄິດໄລ່ຄ່າປັບໃໝ ມີຄື:
ກ. ຄ່າພາສີ 10%   = 60.000.000 x 10%                                    =  6.000.000 ກີບ
ຂ. ຄ່າ ອກຊ 10% = (60.000.000+6.000.00) x 10%                    =  6.600.000 ກີບ
ຄ. ຄ່າ ອມພ 10% = (60.000.000+6.000.000+6.600.000) x 10% =  7.260.000 ກີບ

     ລວມຄ່າພາສີ-ອາກອນ = ກ + ຂ + ຄ                             = 19.860.000 ກີບ
(1) ຄ່າປັບໃໝພາສີ 100% ຂອງ ຄ່າພາສີ   6.000.000 x 100%              =  6.000.000 ກີບ
(2) ຄ່າປັບໃໝ ອກຊ 50% ຂອງ ຄ່າ ອກຊ  6.600.000 x 50%        =  3.300.000 ກີບ
(3) ຄ່າປັບໃໝ ອມພ 50% ຂອງ ຄ່າ ອມພ   7.260.000 x 50%         =  3.630.000 ກີບ

ຄ່າປັບໃໝທີ່ ບໍລິສັດ ກຂຄ ຕ້ອງຊໍາລະແມ່ນ = (1) + (2) + (3)                   = 12.930.000 ກີບ
ສະນັ້ນ, ຈໍານວນທັງໝົດທີ່ ບໍລິສັດ ກຂຄ ຕ້ອງຊໍາລະ = ຄ່າພາສີ-ອາກອນ + ຄ່າປັບໃໝ
 = 19.860.000 + 12.930.000 = 32.790.000 ກີບ.
ຕົວຢ່າງ 2: ການນໍາເຂົ້າແບບບຸກຄົນ (ກໍລະນີປັບໃໝຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ)
ທ້າວ ກ ນໍາ ລົດກະບະ 4 ປະຕູ ຈັກກາຊວນ 2500 CC, ສະພາບ 85%, ລາຄາປະເມີນແມ່ນ 15.000 USD ຫຼື ເທົ່າກັບ 150.000.000 ກີບ ມາສະເໜີຂໍເສຍພາສີ-ອາກອນ. ກໍລະນີນີ້ ທ້າວ ກ ມີຄວາມຜິດສະຖານເບົາລະດັບທີສາມ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 142 ຂໍ້ທີ 4 ຂອງກົດໝາຍວ່າດ້ວຍພາສີ ແລະ ເປັນການກະທຳຜິດຄັ້ງທຳອິດ ຕ້ອງຖືກເສຍຄ່າປັບໃໝ 150% ຕາມມາດຕາ 175 ຂໍ້ທີ 3.
ລົດກະບະ 4 ປະຕູ ຄວາມແຮງ 2500 CC ມີອັດຕາພາສີປົກກະຕິ 30%, ອັດຕາອາກອນຊົມໃຊ້ 40%, ອັດຕາອາກອນມູນຄ່າເພີ່ມ 10%, ຕ້ອງຖືກເສຍຄ່າປັບໃໝ ດັ່ງນີ້:
ພື້ນຖານການຄິດໄລ່ຄ່າປັບໃໝພາສີ-ອາກອນ ມີຄື:
ກ. ຄ່າພາສີ 30%   = 150.000.000 x 30%                                  = 45.000.000 ກີບ
ຂ. ຄ່າ ອກຊ 40% = (150.000.000+45.000.000) x 40%             = 78.000.000 ກີບ
(ພື້ນຖານຄິດໄລ່ ອກລ 15% = (150.000.000+45.000.000+78.000.000) x 15% 
   = 40.950.000 ກີບ)
ຄ. ຄ່າ ອມພ 10% = (150.000.000+45.000.000+78.000.000+40.950.000) x 10% 
   = 31.395.000 ກີບ
ງ. ຄ່າ ອກລ 20% = 40.950.000 x 20%                                    =   8.190.000 ກີບ 

 ລວມຄ່າພາສີ-ອາກອນ = ກ + ຂ + ຄ + ງ                      = 162.585.000 ກີບ
(1) ຄ່າປັບໃໝ ພາສີ 150% ຂອງຄ່າພາສີ   = 45.000.000 x 150%        = 67.500.000 ກີບ
(2) ຄ່າປັບໃໝ ອກຊ 50% ຂອງຄ່າ ອກຊ = 78.000.000 x 50%       = 39.000.000 ກີບ
(3) ຄ່າປັບໃໝ ອມພ 50% ຂອງຄ່າ ອມພ = 31.395.000 x 50%       = 15.697.500 ກີບ
(4) ຄ່າປັບໃໝ ອກລ 50% ຂອງຄ່າ ອກລ =   8.190.000 x 50%         =  4.095.000 ກີບ

ຄ່າປັບໃໝພາສີ-ອາກອນທັງໝົດ ທີ່ ທ້າວ ກ ຕ້ອງຊໍາລະແມ່ນ (1)+(2)+(3)+(4) = 126.292.500 ກີບ.
ສະນັ້ນ, ຈໍານວນເງິນທັງໝົດ ທີ່ ທ້າວ ກ  ຕ້ອງຊໍາລະ  =  ຄ່າພາສີ-ອາກອນ + ຄ່າປັບໃໝ
                                                     =162.585.000 +126.292.500 = 288.877.500 ກີບ.
4.    ຄ່າປັບໃໝທັງໝົດ ຕ້ອງຊໍາລະກັບຂະແໜງພາສີ ແລະ ມອບເຂົ້າງົບປະມານແຫ່ງລັດບ້ວງຄ່າປັບໃໝຢ່າງລວມສູນ, ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 154 ຂອງກົດໝາຍວ່າດ້ວຍພາສີ.

ມາດຕາ 63 ການຈັດຕັ້ງປະຕິບັດ
ກົມພາສີ ມີໜ້າທີ່ໃນການອອກລະບຽບການລະອຽດ ໃນການຈັດຕັ້ງຜັນຂະຫຍາຍຄໍາແນະນຳສະບັບນີ້ ແລະ ຈັດຕັ້ງການໂຄສະນາເຜີຍແຜ່ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ພາສີ, ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຕ່າງໆ ຂອງລັດ ແລະ ທົ່ວສັງຄົມ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດຄໍາແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ.
ບັນດາກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ, ກົມອ້ອມຂ້າງກະຊວງການເງິນ, ພະແນກ ການເງິນປະຈໍາແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ແລະ ທຸກພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດຄໍາແນະນຳສະບັບນີ້ ຕາມໜ້າທີ່ຂອງໃຜລາວຢ່າງເຂັ້ມງວດ.

ມາດຕາ 64 ຜົນສັກສິດ
ຄໍາແນະນຳສະບັບນີ້ ປ່ຽນແທນບົດແນະນຳຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1559/ກງ, ລົງວັນທີ 24 ພຶດສະພາ 2016 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.