ພາບປະກອບ

 

ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (22 ກັນຍາ 2021) — ອີງຕາມບົດລາຍງານຈາກ ທະນາຄານພັດທະນາອາຊີ (ADB) ທີ່ໄດ້ເຜີຍແຜ່ໃນມື້ນີ້, ການຟື້ນໂຕຂອງເສດຖະກິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໄດ້ຊັກຊ້າລົງ ເນື່ອງ​ຈາກ ຄື້ນທີ່ສອງຂອງການລະບາດພະຍາດອັກເສບປອດຈາກເຊື້ອຈຸນລະໂລກສາຍພັນໃໝ່ (ໂຄວິດ-19) ທີ່​ໄດ້​ນຳ​ໄປ​ສູ່​ການ​ປິດ​ປະ​ເທດ ແລະ ເຮັດ​ໃຫ້​ການ​ໃຊ້​ຈ່າຍ​ຫລຸດ​ລົ​ງ​.

ອີງຕາມບົດລາຍງານເສດຖະກິດ ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບປັບປຸງ,  ເສດຖະ ກິດຂອງ ສປປລາວ ຄາດວ່າຈະຂະຫຍາຍໂຕໃນອັດຕາ 2,3% ໃນປີ 2021 ເມື່ອທຽບໃສ່ 4,0% ທີ່ໄດ້ຄາດຄະເນໄວ້ໃນ ເດືອນ ເມສາ ທີ່ຜ່ານມາ, ການຟື້ນໂຕຂອງ​ເສດ​ຖ​ະ​ກິດໃນທົ່ວໂລກຄາດວ່າ ຈະກະຕຸ້ນການເຕີບໂຕພາຍໃນປະເທດໃນປີ 2022, ເຖິງແມ່ນວ່າຈະຕໍ່າກວ່າທີ່ ADB ໄດ້ມີ​ການຄາດຄະເນໄວ້ກ່ອນໜ້ານີ້.

ທ່ານ ນາງ ໂຊໂນມິ ທະນາກະ, ຜູ້ຕາງໜ້າ ADB ປະຈຳ ສປປລາວ ໄດ້ໃຫ້ຮູ້ວ່າ: “ບັນດານະໂຍບາຍໃນການຫຼຸດຜ່ອນ ການລະບາດພະຍາດໂຄວິດ-19 ໄດ້ເຮັດໃຫ້ ການຜະລິດຂອງ​ຂະ​ແໜງອຸດສະຫະກຳຫລຸດລົງ ແລະ ສ້າງຜົນກະທົບຢ່າງໜັກ  ໜ່ວງໃຫ້ແກ່ ການເຕີບໂຕຂອງຂ​ະ​ແໜງ ການຄ້າຂາຍຍ່ອຍ, ການຂົນສົ່ງ ແລະ ການບໍລິການທ່ອງທ່ຽວ"  ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ "ການ​ຫລຸ​ດ​ລົງ​ຂອງກິດຈະກໍາທາງດ້ານເສດຖະກິດ ໄດ້ເພີ່ມຈຳ​ນ​ວ​ນ​ຄົນວ່າງງານ ແລະ ຫລຸດລາຍໄດ້ຂອງຄົວເຮືອນລົງ, ໂດຍສະເພາະແມ່ນ ບັນດາແມ່ຍິງ ແລະ ຜູ້ທີ່ມີການສຶກສາ​ບໍ່​ສູງ. ການຟື້ນໂຕໄວຈາກການລະບາດພະຍາດແມ່ນ ຂຶ້ນກັບນະໂຍບາຍ ທີ່​ຈ​ະໃຫ້​ການສະຫນັບສະຫນູນແກ່ ບັນດາທຸລະກິດ ແລະ ຄົວເຮືອນ ເພື່ອປັບໂຕເຂົ້າກັບ 'ການດໍາລົງຊີວິດປົກກະຕິແບບໃຫມ່'.”

ດ້ວຍຄວາມຕ້ອງການຢູ່ພາຍໃນປະເທດທີ່ຫຼຸດລົງ ໂດຍສະເລ່ຍໃນໄລຍະ 7 ເດືອນທໍາອິດຂອງປີນີ້ ອັດຕາເງິນເຟີ້ ຢູ່ໃນລະດັບ 3,1%. ຄ່າສະກຸນເງິນກີບໄດ້ຫຼຸດລົງ ເມື່ອທຽບກັບຄ່າສະກຸນເງິນຕາຕ່າງປະເທດ, ດ້ວຍຄວາມ​ແຕກ​ໂຕນຂ​ອ​ງ ອັດຕາແລກປ່ຽນ ລະຫວ່າງ ທາງການ ແລະ ທົ່ວໄປ ສໍາລັບເງິ​ນກີບກັບເງິນໂດລາສະຫະລັດ ​ແມ່​ນ​ຫລາຍ​ກ​ວ່​າ 20% ໃນໄລຍະ ເດືອນກໍລະກົດທີ່ຜ່ານມາ, ເຊິ່ງສະ​ທ້ອ​ນ​ໃຫ້​ເຫັນເຖິງການຂາດແຄນເງິນຕາຕ່າງປະເທດຢູ່​ພາຍ​ໃນ ຫລັງຈ​າກມີການຊໍາລະໜີ້ສິນຕ່າງ​ປະ​ເທດ​ຂອງ​ລັດຈຳ​ນວນ​ຫລ​າຍ. ການເກັບລາຍຮັບ ຍັງບໍ່ທັນກັບຄືນສູ່ລະດັບກ່ອນມີການ​ແຜ່ລະບາດພະຍາດ ເຊິ່ງເຮັດໃຫ້ການເງິນພາກລັດຍັງຄົງຖືກຈໍາກັດ.

ບົດລາຍງານໄດ້ໃຫ້ຮູ້ວ່າ ການຟື້ນໂຕທາງດ້ານເສດຖະກິດຂອງປະເທດ ຈະໄດ້ຮັບການສະຫນັບສະຫນູນຈາກ ການ ອອກໃບອະນຸຍາດຂຸດຄົ້ນບໍ່ແຮ່ໃໝ່ ແລະ ລາຍຮັບຈາກການສົ່ງອອກກະແສໄຟຟ້າ, ພ້ອມທັງ ການເປີດນໍາໃຊ້ທາງລົດໄຟເຊຶ່ອມຈອດ ລະຫວ່າງ ສປປລາວ ແລະ ສາທາລະນະລັດປະຊາຊົນຈີນ ຕາມແຜນທີ່ໄດ້ວາງໄວ້. ໂດຍການຄາດການວ່າ ອຸນຫະພູມທີ່ອຸ່ນຂຶ້ນ ແລະ ຝົນຕົກຖືກຕ້ອງຕາມລະດູ, ການເກັບກ່ຽວຜົນຜະລິດເຂົ້າ ແລະ ພືດຜັກຕ່າງໆ ແມ່ນຄາດວ່າຈະບໍ່ມີຜົນກະທົບ.

ສິ່ງທ້າທາຍຍັງຄົງມີຢູ່. ດັ່ງທີ່ໄດ້ລະບຸໄວ້ໃນບົດລາຍງານ, ການຄາດຄະເນການພັດທະນາຂອງອາຊີປະຈຳປີ 2021 ສະບັບ ເດືອນ ເມສາ ທີ່ຜ່ານມາ, ບັນດາມາດຕະການໃຫມ່ ເພື່ອຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ແລະ ຄວາມຄືບຫນ້າຂອງການສັກຢາວັກຊີນ ຈະສົ່ງຜົນກະທົບໃຫ້ເສດຖະກິດຂອງປະເທດມີ​ກາ​ນ​ຂ​ະ​ຫຍ​າຍ​ໂຕ. ມາດຕະການ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດມະຫາພາກ ແລະ ປັບປຸງບັນຍາກາດສ້າງຄວາມເຊື່ອໝັ້ນ​ໃຫ້​ແກ່​ນັກລົງທຶນ ຍັງຄົງມີຄວາມຈໍາເປັນ ຕໍ່ການຟື້​ນ​ໂຕ​ຂອງເສດຖະກິດ ແລະ ສະຫວັດດີການຂອງຄົວເຮືອນ.

 

ADB ມີຄວາມມຸ່ງໝັ້ນທີ່ຈະບັນລຸໃຫ້ ພາກພື້ນອາຊີປາຊີຟິກມີຄວາມຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມໆກັບການຮັກສາຄວາມພະຍາຍາມຂອງຕົນໃນການລຶບລ້າງຄວາມທຸກຍາກ. ADB ຖືກສ້າງຕັ້ງຂຶ້ນໃນປີ 1966 ໂດຍມີ 68 ປະເທດສະມາຊິກເປັນເຈົ້າຂອງ ເຊິ່ງໃນນັ້ນມີ 49 ປະເທດ ແມ່ນມາຈາກພາກພື້ນ.

 

ແຫລ່ງຂໍ້ມູນ: https://www.adb.org/lo/news/covid-19-delays-economic-recovery-adb-lao-pdr

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.