ອີງຕາມ ຄໍາສັ່ງ ວ່າດ້ວຍ ການລົບລ້າງການອອກໃບອະນຸຍາດນຳເຂົ້າລົດແທຣັກເຕີ ທີ່ຮັບໃຊ້ສະເພາະການຜະລິດກະສິກຳ ເລກທີ 0982/ອຄ, ລົງວັນ​ທີ 19 ຕຸລາ 2021 ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ ແນໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກຳໃຫ້ ກາຍເປັນສິນຄ້າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ດັ່ງລາຍລະອຽດລຸ່ມນີ້:

ພາບປະກອບ
  1. ການນຳເຂົ້າລົດແທຣັກເຕີແບບນັ່ງຂັບ ຕ້ອງໄດ້ຂໍໃບອະນຸຍາດດ້ານເຕັກນິກຍານພາຫະນະກົນຈັກນຳເຂົ້າ ແລະ ຂຶ້ນທະບຽນຢູ່ ສປປ ລາວ ນຳກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກ່ອນການແຈ້ງເສຍພາສີ-ອາກອນນຳເຂົ້າ ຢູ່ດ່ານພາສີ ແລະ ຕ້ອງນໍາເຂົ້າຜ່ານດ່ານສາກົນ ເທົ່ານັ້ນ;
  2. ການນຳເຂົ້າລົດແທຣັກເຕີຊະນິດທີ່ຄົນຂັບຕ້ອງຍ່າງນຳຫຼັງ (ລົດໄຖນາເດີນຕາມ) ສາມາດດໍາເນີນການແຈ້ງເສຍພາສີ-ອາກອນນຳເຂົ້າຢູ່ດ່ານພາສີໄດ້ເລີຍ ໂດຍບໍ່ຕ້ອງໄດ້ຂໍໃບອະນຸຍາດດ້ານເຕັກນິກຍານພາຫະນະກົນຈັກນໍາເຂົ້າ ແລະ ຂື້ນທະບຽນ ຢູ່ ສປປ ລາວ ນໍາ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ. ການນໍາເຂົ້າສາມາດນໍາເຂົ້າຜ່ານ ດ່ານຊາຍແດນທ້ອງຖີ່ນ, ດ່ານຊາຍແດນປະເພນີ ແລະ ດ່ານສາກົນ;
  3. ການນຳເຂົ້າລົດແທຣັກເຕີ ສຳລັບການຜະລິດກະສິກຳທຸກປະເພດ ທີ່ນໍາເຂົ້າເພື່ອນນໍາໃຊ້ໃນການຜະລິດກະສິ ກຳສະເພາະຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳນວນ ໜຶ່ງ ຄັນ ຕໍ່ ໜຶ່ງ ຄອບຄົວ ໂດຍຕ້ອງມີການຢັ້ງຢືນຈຸດປະສົງການນຳເຂົ້າເພື່ອຮັບໃຊ້ການຜະລິດກະສິກຳຂອງຄອບຄົວ ຈາກອຳນາດການປົກຄອງບ້ານ ບ່ອນທີ່ຕົນອາໄສຢູ່. ສໍາລັບການນໍາເຂົ້າຂອງກຸ່ມການຜະລິດ ຫຼື ສະຫະກອນ ແມ່ນຕ້ອງໄດ້ຮັບການຢັ້ງຢືນຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນ ບ່ອນທີ່ ກຸ່ມການຜະລິດ ຫຼື ສະຫະກອນ ຕັ້ງຢູ່  ໂດຍຢັ້ງຢືນຈຸດປະສົງການນໍາເຂົ້າເພື່ອນຳໃຊ້ໃນກຸ່ມການຜະລິດ ຫຼື ສະຫະກອນ  ແລະ ຈຳນວນການນຳເຂົ້າ ທີ່ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ;
  4. ການນຳເຂົ້າລົດແທຣັກເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທຣັກເຕີ ທີ່ຮັບໃຊ້ສະເພາະການຜະລິດກະສິກຳ ເພື່ອຈຳໜ່າຍພາຍໃນ ຕ້ອງເປັນຫົວໜ່ວຍທຸລະກິດທີ່ມີໃບທະບຽນວິສາຫະກິດ, ມີການບໍລິການຫຼັງການຂາຍ ແລະ ໃບອະນຸຍາດດຳເນີນທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ (ສຳລັບຜູ້ລົງທຶນຕ່າງປະ ເທດ). ການນຳເຂົ້າ ຕ້ອງຜ່ານດ່ານສາກົນເທົ່ານັ້ນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.