ສະຫະພາບເອີໂຣບ (EU) ໄດ້ປັບປຸງກົດລະບຽບກ່ຽວກັບການສົ່ງອອກສິ່ງເສດເຫຼືອຂ້າມແດນ ເລກທີ 2021/1840.EU, ລົງວັນທີ 20 ຕຸລາ 2021 ໂດຍໄດ້ປັບປຸງລະບຽບການຈາກ ເລກທີ 1418/2007(EC)  ກ່ຽວກັບ ການສົ່ງອອກສິ່ງເສດເຫລືອເພື່ອນໍາມາໃຊ້ຄືນ ທີ່ລະບຸໄວ້ໃນ ເອກະສານຊ້ອນ III ຫຼື IIIA ຂອງລະບຽບການ ເລກທີ 1013/2006(EC).

ພາບປະກອບ

 

ສໍາລັບລະບຽບສະບັບປັບປຸງໃໝ່ ເລກທີ 2021/1840.EU ໄດ້ແນະນໍາປະເພດສິ່ງເສດເຫຼືອ (ໜ້າທີ 37 ຂໍ້ທີ 37) ສາມາດສົ່ງອອກນອກປະເທດໄດ້ ປະກອບມີ: B1010, B1020–B1250, B4020, B4030 ແລະ GC010/020. ເຊິ່ງລາຍລະອຽດຂອງປະເພດສິ່ງເສດເຫຼືອໄດ້ອະທິບາຍລາຍລະອຽດທີ່ ເອກະສານຊ້ອນທ້າຍ III ຫຼື IIIA ເລກທີ 1013/2006 ດັ່ງລາຍລະອຽດລຸ່ມນີ້:

  1. B1010 ແລະ B1020–B1250 ແມ່ນສິ່ງເສດເຫຼືອທີ່ເປັນປະເພດໂລຫະ ແລະ ໂລຫະປະສົມ.
  2. B1190 ສິ່ງເສດເຫຼືອຈາກເຈ້ຍຮູບພາບ ທີ່ປະກອບດ້ວຍທາດເງິນ ປະເພດ halides ແລະ ໂລຫະເງິນ.
  3. B4020 ສິ່ງເສດເຫຼືອຈາກການຜະລິດ, ການສ້າງ ແລະ ການນຳໃຊ້ ປະເພດ ຢາງ ແລະ ກາວ ທີ່ບໍ່ມີຢູ່ໃນບັນຊີ A.
  4. B4030 ກ້ອງຖ່າຍຮູບທີ່ໃຊ້ຄັ້ງດຽວ ທີ່ມີຖ່ານໃສ່ ທີ່ບໍ່ມີຢູ່ໃນບັນຊີ A.
  5. GC010 ສິ່ງເສດເຫຼືອຈາກອຸປະກອນໄຟຟ້າທີ່ເຮັດດ້ວຍໂລຫະ ຫຼື ໂລຫະປະສົມ ແລະ ເສດອຸປະກອນໄຟຟ້າ.
ພາບປະກອບ

 

ແຫລ່ງຂໍ້ມູນ: https://eur-lex.europa.eu/legal-content/EN/TXT/?uri=CELEX%3A32021R1840

ລາຍລະອຽດເພີ່ມເຕີບ ກະລຸນາຕິດຕໍ່ ພະແນກອໍານວຍຄວາມສະດວກທາງດ້ານການຄ້າ (ເບີຕິດຕໍ່ +856 21 454 224), ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.