ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 1334 /ກປ

ນະຄອນຫຼວງວຽງຈັນ, ວັນທີ 19 ຕຸລາ 2021

 

ຂໍ້ຕົກລົງ

ວ່າດ້ວຍ ການກຳນົດບັນຊີ ພືດ ແລະ ຜະລິດຕະພັນພືດ ທີ່ເປັນບຸລິມະສິດ

ສໍາລັບເຈລະຈາເຕັກນິກເປີດຕະຫລາດ ເພື່ອສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ

  • ອີງຕາມກົດໝາຍວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ), ສະບັບເລກທີ 13/ສພຊ, ລົງວັນທີ 15ພະຈິກ 2016;
  • ອີງຕາມດຳລັດ ຂອງນາຍົກລັດຖະມົນຕີວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້, ສະບັບເລກທີ 99/ນຍ, ລົງວັນທີ 09 ມິນາ 2017;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1778/ກປຝ, ລົງວັນທີ 13 ຕຸລາ 2021.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຕົກລົງ:

ມາດຕາ 1         ເຫັນດີໃຫ້ກຳນົດບັນຊີ ພືດ ແລະ ຜະລິດຕະພັນພືດ ທີ່ເປັນບຸລິມະສິດ ສຳລັບເຈລະຈາເຕັກນິກເປີດຕະຫຼາດ ເພື່ອສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ຕາມເອກະສານ ຊ້ອນທ້າຍ 1 ທີ່ຕິດຄັດມາພ້ອມນີ້.

ມາດຕາ 2         ມອບໃຫ້ ກົມປູກຝັງເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບນີ້ ໃຫ້ມີປະສິດທິຜົນສູງ ພ້ອມທັງ ແຈ້ງໃຫ້ອົງການປ້ອງກັນພືດແຫ່ງຊາດ (NPPO) ແລະ ອົງການຄຸ້ມຄອງບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບບັນຊີພືດ ແລະ ຜະລິດຕະພັນພືດ ດັ່ງກ່າວ ລວມທັງ ອອກບົດແນະນຳ ແລະ ຄູ່ມືວິຊາການ ກ່ຽວກັບ ຫຼັກການ, ວິທີການ ແລະ ຂັ້ນຕອນ ຈັດຕັ້ງປະຕິບັດລະອຽດ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 3         ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຕົກລົງ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0705/ກປ, ລົງວັນທີ 10 ມິຖຸນາ 2021.

 

ລັດຖະມົນຕີ

ປອ. ເພັດ ພົມພີພັກ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການກໍານົດບັນຊີ ພືດ ແລະ ຜະລິດຕະພັນພືດ ທີ່ເປັນບູລິມະສິດ ສໍາລັບເຈລະຈາເຕັກນິກເປີດຕະຫຼາດ ເພື່ອສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 1334/ກປ, ລົງວັນທີ 19 ຕຸລາ 2021. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.