ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ     ເລກທີ 04445/ກພສ
ນະຄອນຫຼວງວຽງຈັນ, ວັນທີ 13 ກັນຍາ 2021

ແຈ້ງການ

ເຖິງ:  - ກອງຄຸ້ມຄອງພາສີ I-VII,

     - ດ່ານພາສີສາກົນ ໃນຂອບເຂດທົ່ວປະເທດ,

     - ບັນດາທ່ານຜູ້ປະກອບການທີ່ດໍາເນີນທຸລະກິດນໍາເຂົ້າສິນຄ້າປະເພດ ແກັດເຈ້ຍ.

ເລື່ອງ: ການຄຸ້ມຄອງກວດກາການນໍາເຂົ້າ ສິນຄ້າປະເພດແກັດເຈ້ຍສໍາເລັດຮູບທີ່ມາບັນຈຸຜະລິດຕະພັນກະສິກໍາ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 2059/ກງ, ລົງວັນທີ 29 ເມສາ 2021 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ແຈ້ງການຂອງກົມພາສີ ສະບັບເລກທີ 03414/ກພສ, ລົງວັນທີ 22 ກໍລະກົດ 2021.

          ກົມພາສີ ຂໍແຈ້ງມາຍັງທ່ານຊາບວ່າ ໃນການນໍາເຂົ້າສິນຄ້າ ປະເພດແກັດເຈ້ຍສໍາເລັດຮູບ ທີ່ມາບັນຈຸຜະລິດຕະພັນກະສິກໍາ (ໝາກໂມ, ໝາກກ້ວຍ ແລະ ອື່ນໆ) ທີ່ໄດ້ຮັບນະໂຍບາຍດ້ານພາສີ ອາກອນ ໃນຮູບແບບງົດເກັບພາສີອາກອນ ເພື່ອໃຫ້ສອດຄ່ອງ ຕາມກົດໝາຍວ່າດ້ວຍພາສີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ໃຫ້ປະຕິບັດດັ່ງລຸ່ມນີ້:

  1. ບໍລິສັດຜູ້ນໍາເຂົ້າສິນຄ້າ ປະເພດແກັດເຈ້ຍສໍາເລັດຮູບທີ່ມາບັນຈຸຜະລິດຕະພັນກະສິກໍາ (ໝາກໂມ, ໝາກກ້ວຍ ແລະ ອື່ນໆ) ທີ່ໄດ້ຮັບຮອງແຜນນໍາເຂົ້າປີ 2021 ຈາກຂະແໜງແຜນການ ແລະ ການລົງທຶນ ຕາມກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ແລະ ລະບຽບການກ່ຽວຂ້ອງ ແມ່ນໃຫ້ປະຕິບັດຕາມແຜນດັ່ງກ່າວ ຢ່າງເປັນເອກະພາບ;
  2. ມອບໃຫ້ກອງຄຸ້ມຄອງພາສີ I-VII ແຈ້ງໃຫ້ບໍລິສັດຜູ້ນໍາເຂົ້າສິນຄ້າປະເພດດັ່ງກ່າວຊາບ ແລະ ໃຫ້ບໍລິສັດ ດໍາເນີນການແຈ້ງພາສີເປັນລາຍລະອຽດຢູ່ດ່ານພາສີສາກົນບ່ອນນໍາເຂົ້າ ຕາມການແນະນໍາຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ສະບັບເລກທີ 3269/ກງ, ລົງວັນທີ 26 ກໍລະກົດ 2021 ແລະ ບົດແນະນໍາຂອງກົມພາສີ ສະບັບເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 ຢ່າງເຂັ້ມງວດ;
  3. ສໍາລັບບໍລິສັດທີ່ໄດ້ນະໂຍບາຍສົ່ງເສີມການລົງທຶນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ທີ່ໄດ້ນໍາເຂົ້າໃນຮູບແບບຄໍ້າປະກັນ ຕາມລະບອບ IMs, ມອບໃຫ້ຫົວໜ້າດ່ານພາສີຊາຍແດນບ່ອນແຈ້ງນໍາເຂົ້າ ແຈ້ງໃຫ້ບໍລິສັດມາສະສາງເອກະສານຕາມລະບຽບການ;
  4. ໃນການຈັດຕັ້ງປະຕິບັດຕົວຈີງຫາກພົບຂໍ້ຫຍຸ້ງຍາກໃຫ້ເປັນເຈົ້າການ ໃນການຄົ້ນຄ້ວາລາຍງານກົມພາສີເພື່ອມີທິດຊີ້ນໍາໃນການແກ້ໄຂໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ;
  5. ແຈ້ງການສະບັບນີ້ປ່ຽນແທນແຈ້ງການຂອງກົມພາສີ ສະບັບເລກທີ 03414/ກພສ, ລົງວັນທີ 22 ກໍລະກົດ 2021 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.         

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ

ພູເຂົາຄໍາ ວັນນະວົງໄຊ

 

# ຫົວຂໍ້ ດາວໂຫຼດ
1 Notification on the management and inspection of the import of cardboard boxes containing agricultural products, No.04445/DOC, date 13 September 2021 PDF
2 ແຈ້ງການ ການຄຸ້ມຄອງກວດກາການນໍາເຂົ້າ ສິນຄ້າປະເພດແກັດເຈ້ຍສໍາເລັດຮູບທີ່ມາບັນຈຸຜະລິດຕະພັນກະສິກໍາ, ເລກທີ 04445/ກພສ, ລົງວັນທີ 13 ກັນຍາ 20021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.