ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ໂຍທາທິການ ແລະ ຂົນສົ່ງ

ຫ້ອງການ

ເລກທີ່ 26692/ຍທຂ.ຫກ

ນະຄອນຫລວງວຽງຈັນ, ວັນທີ 3/12/2021

 

ແຈ້ງການ

 

ຮຽນ: - ທ່ານຫົວໜ້າ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ທີ່ນັບຖື;

        - ທ່ານ ຫົວໜ້າ ດ່ານສິນຄ້າສາກົນ ທ່າບົກທ່ານາແລ້ງ;

       - ທ່ານ ຫົວໜ້າ ດ່ານສາກົນ ຂົວມິດຕະພາບ I;

       - ບັນດາຜູ້ປະກອບການຂົນສົ່ງ, ຈັດສົ່ງສິນຄ້າ ແລະ ໂລຈິດສະຕິກ ທັງພາຍໃນ ແລະ ຕ່າງປະເທດ.

ເລື່ອງ: ການເປີດບໍລິການທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ.

 

- ອີງຕາມ ກົດໝາຍ ວ່າດ້ວຍການຂົນສົ່ງທາງບົກ ສະບັບເລກທີ 24/ສພຊ, ລົງວັນທີ 12/12/2012;

- ອີງຕາມ ດໍາລັດ ວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 04/08/2021;

- ອີງຕາມ ບົດລາຍງານ ຂອງກົມຂົນສົ່ງ ສະບັບເລກທີ 26351/ຍທຂ.ກຂສ, ລົງວັນທີ 20/12/2021;

- ອີງຕາມ ຄຳເຫັນຂອງທ່ານ ລັດຖະມົນຕີ ຄັ້ງວັນທີ 23/12/2021.

 

     ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດ ແຈ້ງມາຍັງພາກສ່ວນກ່ຽວຂ້ອງ ຊາບວ່າ: ພາຍຫຼັງທີ່ໄດ້ ເປີດບໍລິການ ທ່າບົກທ່ານາແລ້ງ ໃນວັນທີ 04 ທັນວາ 2021 ແລະ ເພື່ອປະຕິບັດຕາມ ດຳລັດ ວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 04/08/2021 ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຕາມມາດຕາ 18 ຂອບເຂດການໃຫ້ບໍລິການ ທ່າບົກ ທີ່ໄດ້ລະບຸໄວ້ຢູ່ວັກສຸດທ້າຍວ່າ: ພາຫະນະຂົນສົ່ງສິນຄ້າ ແລະ ຕູ້ສິນຄ້າ ທີ່ນຳເຂົ້າ-ສົ່ງອອກ ແລະ ຜ່ານແດນ ສປປ ລາວ ບ່ອນທີ່ມີທ່າບົກຕັ້ງຢູ່ ຕ້ອງຜ່ານທ່າບົກນັ້ນ. ສະນັ້ນ, ຈຶ່ງແຈ້ງມາບັນດາພາກສ່ວນທີ່ກ່ຽວຂ້ອງພາກລັດ ເພື່ອຄວາມ ກະຈ່າງແຈ້ງ ໃນພາລະບົດບາດຂອງທ່າບົກທ່ານາແລ້ງ ແລະ ໃຫ້ຜູ້ປະກອບການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປນໍາໃຊ້ທ່າບົກທ່ານາແລ້ງ ຕາມກົດໝາຍ ແລະ ລະບຽບການ.

 

  ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມນີ້ດ້ວຍ.

 

ຫົວໜ້າຫ້ອງການ

ເກສອນ ວົງສາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ໂຍທາທິການ ແລະ ຂົນສົ່ງ

ກົມຂົນສົ່ງ

ເລກທີ 26658 /ຍທຂ.ກຂສ

ນະຄອນຫລວງວຽງຈັນ, ວັນທີ 23/12/2022

 

ຮຽນ: ທ່ານ ຫົວໜ້າກົມ ການຂົນສົ່ງທາງບົກ, ກະຊວງ ຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ ທີ່ນັບຖື.

ເລື່ອງ: ການເປີດບໍລິການທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ.

- ອີງຕາມ ກົດໝາຍ ວ່າດ້ວຍການຂົນສົ່ງທາງບົກ ສະບັບເລກທີ 24/ສພຊ, ລົງວັນທີ 12/12/2012;

- ອີງຕາມ ດຳລັດ ວ່າດ້ວຍທ່າບົກ ສະບັບເລກທີ 513/ລບ, ລົງວັນທີ 04/08/2021;

 

     ກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໂດຍ ປະຕິບັດຕາມ ສົນທິສັນຍາ ວ່າດ້ວຍທ່າບົກ (Intergovernmental Agreement on Dry port) ໄດ້ຖືກຮັບຮອງໃນກອງ ປະຊຸມຄັ້ງທີ 69 ຂອງຄະນະກໍາມະການເສດຖະກິດ ແລະ ສັງຄົມ ສໍາລັບອາຊີ ແລະ ປາຊີຟິກ ຂອງອົງການສະຫະປະຊາຊາດ ຕາມຍັດຕິ ສະບັບເລກທີ 69/7, ລົງວັນທີ 01 ພຶດສະພາ 2013 ແລະ ສົນທິສັນຍາດັ່ງກ່າວ ໄດ້ເປີດໃຫ້ບັນດາລັດພາຄີລົງນາມ ໃນວັນທີ 7-8 ພະຈິກ 2013 ທີ່ ບາງກອກ, ຣາຊະອານາຈັກໄທ. ສ່ວນ ສປປ ລາວ ແມ່ນໄດ້ລົງນາມໃນວັນທີ 07ພະຈິກ 2013 ແລະ ໄດ້ສຳເລັດການໃຫ້ສັດຕະບັນ ໃນວັນທີ 05 ພະຈິກ 2019.

 

     ປັດຈຸບັນ ລັດຖະບານ ແຫ່ງ ສປປ ລາວ ໄດ້ເປີດບໍລິການ ທ່າບົກທ່ານາແລ້ງ (Thanaleng Dry Port) ເພື່ອ ບໍລິການສິນຄ້າ ຂາເຂົ້າ-ຂາອອກ ລະຫວ່າງປະເທດ ແລະ ຜ່ານແດນສາກົນ. ສະນັ້ນ, ຈຶ່ງຂໍຄວາມຮ່ວມມືມາຍັງທ່ານ ຊ່ວຍແຈ້ງ ໄປຍັງພາກສ່ວນລັດທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ຂົນສົ່ງ, ຈັດສົ່ງສິນຄ້າ ໃຫ້ເຂົ້າມານໍາໃຊ້ ທ່າບົກທ່ານາແລ້ງ ຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ດ້ວຍ.

 

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ຄວາມຮ່ວມມື ຕາມນີ້ດ້ວຍ.

 

ຫົວໜ້າກົມ

ບຸນຕາ ອ່ອນນາວົງ

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ການເປີດບໍລິການທ່າບົກທ່ານາແລ້ງ, ນະຄອນຫຼວງວຽງຈັນ, ເລກທີ 26692/ຍທຂ.ຫກ, ລົງວັນທີ 23 ທັນວາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.