ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ປະທານປະເທດ

ເລກທີ 227/ປປທ

ນະຄອນຫຼວງວຽງຈັນ, ວັນທີ 06 ທັນວາ 2021

ລັດຖະດຳລັດ

ຂອງປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ

  • ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015); ໝວດທີ VI ມາດຕາ 67 ຂໍ້ 1;
  • ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ່ 02/ສພຊ, ລົງວັນທີ 09 ສິງຫາ 2021 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ;
  • ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ່ 08/ຄປຈ, ລົງວົນທີ 06 ກັນຍາ 2021.

ປະທານປະເທດ

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

ມາດຕາ 1 ປະກາດໃຊ້ກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ.

ມາດຕາ 2 ລັດຖະດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ປະທານປະເທດ ແຫ່ງ ສປປ ລາວ

 

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ

ເລກທີ 02/ ສພຊ

ນະຄອນຫຼວງວຽງຈັນ, ວັນທີ 09 / 08 / 2021

ມະຕິ

ຂອງກອງປະຊຸມສະພາແຫ່ງຊາດ

ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງບາງມາດຕາ

ຂອງກົດໝາຍວ່າດ້ວຍຢາເສບຕິດ

      ອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດ ໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2020) ມາດຕາ 11 ຂໍ້ 1.

ພາຍຫຼັງທີ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຄົ້ນຄວ້າພິຈາລະນາ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າ ດ້ວຍຢາເສບຕິດ ໃນວາລະກອງປະຊຸມ ຄັ້ງວັນທີ 9 ສິງຫາ 2021.

ກອງປະຊຸມສະພາແຫ່ງຊາດ ຕົກລົງ:

ມາດຕາ 1  ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ດ້ວຍຄະແນນຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.

ມາດຕາ 2  ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ປະທານສະພາແຫ່ງຊາດ

 

 


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ

ເລກທີ 02/ ສພຊ

ນະຄອນຫຼວງວຽງຈັນ, ວັນທີ 09 ສິງຫາ 2021

ກົດໝາຍວ່າດ້ວຍການປັບປຸງ

ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ

ມາດຕາ 1 ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ໃຫ້ມີ ຄວາມກະຈ່າງແຈ້ງ ແລະ ຮັດກຸມ, ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ເພື່ອກວດກາ, ຄວບຄຸມ, ສະ ກັດກັ້ນ, ຕ້ານຢາເສບຕິດ ແລະ ຈໍາກັດປາກົດການຫຍໍ້ທໍ້ໃນສັງຄົມ ແນໃສ່ເຮັດໃຫ້ປະເທດຊາດ ປອດຈາກຢາ ເສບຕິດ ແລະ ມີຄວາມສະຫງົບປອດໄພ,

ມາດຕາ 2 ມາດຕາຂອງກົດໝາຍທີ່ມີການປັບປຸງ

ມາດຕາທີ່ມີການປັບປຸງເນື້ອໃນ ມີ ດັ່ງນີ້:

  1. ມາດຕາ 9 ຢາເສບຕິດທີ່ເກືອດຫ້າມ

ຢາເສບຕິດທີ່ເກືອດຫ້າມ ແມ່ນ ຢາເສບຕິດ ທີ່ກະຕຸ້ນ ແລະ/ຫຼື ອອກລິດ ຕໍ່ຈິດປະສາດ ຢ່າງຮ້າຍແຮງ ແລະ ບໍ່ອະນຸຍາດນໍາໃຊ້ຢ່າງເດັດຂາດ ເຊັ່ນ ເຮໂຣອິນ, ໂຄເຄນ, ຢາອີ, ຢາບ້າ, ຢາໄອສ໌, ເຄຕາມິນ ແລະ ຢາເສບຕິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ.

  1. ມາດຕາ 10 ຢາເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນໍາໃຊ້

ຢາເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນຳໃຊ້ ແມ່ນ ສານກະຕຸ້ນ ແລະ/ຫຼື ອອກລິດຕໍ່ຈິດປະສາດ ເຊັ່ນ ມອກຟິນ (Morphine), ຢາຝິ່ນ (Opium), ໂຄເດອິນ (Codeine), ເມທາໂດນ (Methadone), ເຟນຕານິນ (Fentanyl), ມີດາໂຊລາມ (Midazolam), ອາໂມບາບີຕານ (Amobarbital), ອາເຊຕິກ ແອນຮາຍໄດຣ (Acetic anhydrine), ອາເຊຕິນ ຄລໍຣາຍ (Acetyl chloride), ຊູນຟູລິກ ອາຊິດ (Sulphuric acid), ເອທິນ ອາຊີເຕດ (Ethyl acetate), ຮາຍໂດຣຄຣໍລິກ ອາຊິດ (Hydrochloric acid), ໂປຣປີໂອນິນ ໂຄຣຣາຍ (Propionyl chloride), ໄນຕຣັດອອກໄຊ (Nitrous oxido) ແລະ ສານກະຕຸ້ນ ແລະ/ຫຼື ອອກລິດຕໍ່ຈິດປະສາດອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ຢາເສບຕິດ ແລະ ສານເຄມີຖືກຄວບຄຸມການນໍາໃຊ້ ອະນຸຍາດໃຫ້ນໍາໃຊ້ເຂົ້າໃນ ວິທະຍາສາດການແພດ, ອຸດສາຫະກຳ, ກະສິກຳ ແລະ ອື່ນໆ ໂດຍມີການຄວບຄຸມຢ່າງເຂັ້ມ ງວດ ຕາມລະບຽບການ.

  1. ມາດຕາ 34 ຂອງກາງກ່ຽວກັບຄະດີຢາເສບຕິດ

ກອງກາງກ່ຽວກັບຄະດີເາເສບຕິດ ແມ່ນ ຢາເສບຕິດ, ຊັບສິນ, ວັດຖຸສິ່ງຂອງ ແລະ ພາຫະນະ ທີ່ຍຶດໄດ້ ຊຶ່ງເປັນຫຼັກຖານໃຫ້ແກ່ການຈັບຕົວ, ການດໍາເນີນຄະດີ ແລະ ຕັດສິນ ລົງໂທດຜູ້ກະທຳຜິດ.

ຂອງກາງທີ່ເປັນຢາເສບຕິດ ຊຶ່ງພົບເຫັນ ແລະ ຍຶດໄດ້ ຕ້ອງກວດກາ, ນັບຈຳນວນ, ຊັ່ງນໍ້າໜັກ, ບັນທຶກ ແລ້ວສົ່ງຕົວຢ່າງຢາເສບຕິດໃຫ້ສູນວິໄຈໃຫ້ວ່ອງໄວ ແລະ ແຈ້ງຜົນການວິໄຈນັ້ນໂດຍໄວ. ຂອງກາງດັ່ງກາວ ຕ້ອງຄຸ້ມຄອງ ແລະ ເກັບມ້ຽນຢູ່ບ່ອນທີ່ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ ຫຼື ສັບປ່ຽນ.

ຂອງກາງທີ່ເປັນ ເພັດ, ຄຳ, ເງິນ, ວັດຖຸສິ່ງຂອງ, ພາຫະນະ ແລະ ຊັບສິນອື່ນ ບໍ່ອະນຸຍາດໃຫ້ນໍາໃຊ້ເດັດຂາດ ແລະ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ.

ຂອງກາງທີ່ເປັນຢາເສບຕິດ ລວມທັງ ຊັບສິນ, ວັດຖຸສິ່ງຂອງ ຫຼື ພາຫະນະ ທີ່ຍຶດໄດ້ ໂດຍບໍ່ຮູ້ ຫຼື ບໍ່ອາດຮູ້ໄດ້ວ່າຜູ້ໃດເປັນເຈົ້າຂອງ ຕ້ອງມອບໃຫ້ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ ເປັນຜູ້ຄຸ້ມຄອງ, ເກັບຮັກສາ ຕາມກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ຂໍ້ 4. ມາດຕາ 35 ຂອງກົດໝາຍສະບັບນີ້.

ການມອບຮັບຂອງກາງ ກຽດກັບຄະດີຢາເສບຕິດໃຫ້ກັນລະຫວ່າງອົງການລັດທີ່ກ່ຽວຂ້ອງ ໃນແຕ່ລະຄັ້ງ ຕ້ອງມີການກວດກາຄືນ ແລະ ຢັ້ງຢືນໃຫ້ຖືກຕ້ອງ ຕາມບົດບັນທຶກເບື້ອງຕົ້ນ.

ໃນກໍລະນີທີ່ມີການຮັບສາລະພາບຂອງຜູ້ຖືກຫາ ແຕ່ບໍ່ມີຂອງກາງນັ້ນ ຕ້ອງໄດ້ຊອກຫາພະຍານ, ຫຼັກຖານອື່ນ ໃນຄະດີມາຢັ້ງຢືນ ເພື່ອພິຈາລະນາຕັດສິນ.

  1. ມາດຕາ 35 ການຍຶດ, ການອາຍັດ, ການຮິບ ຊັບ ແລະ ວັດຖຸສິ່ງຂອງ
    • , ພາຫະນະ, ອຸປະກອນ, ບັນຊີເງິນຝາກ ທີ່ພົວພັນກັບຄະດີຢາເສບຕິດ ຕ້ອງຖືກຍຶດ ຫຼື ອາຍັດມາເປັນຂອງກາງ ຕາມກົດໝາຍ ເພື່ອລໍຖ້າສານພິຈາລະນາຕັດສິນ. ໃນກໍລະນີຜູ້ຖືກຫາ ເອົາຕົວຫຼົບໜີ ຫຼື ໂຕນໜີ ຖ້າບຸກຄົນທີ່ເປັນເຈົ້າຂອງ ຊັບສິນ, ພາຫະນະ, ອຸປະກອນ, ບັນຊີເງິນຝາກ ດັ່ງກ່າວ ຫາກບໍ່ເຂົ້າມາພົວພັນເອົາ ພາຍໃນເວລາ ສາມສິບ ວັນ ນັບແຕ່ວັນໄດ້ອອກແຈ້ງການ ໂດຍປະກາດຜ່ານພາຫະນະສື່ມວນຊົນ ເປັນຕົ້ນໄປ ໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ສະຫຼຸບສຳນວນຄະດີ ເພື່ອສົ່ງໃຫ້ອົງການໄອຍະການປະຊາຊົນຖະແຫຼງຕໍ່ສານປະຊາຊົນພິຈາລະນາຕັດສິນຮິບເປັນຂອງລັດ.
    • , ປ່ຽນຮູບງ່າຍ ແລະ ສັດລ້ຽງ ຕ້ອງອອກປະມູນຂາຍຕາມລະບຽບການ ແລ້ວນໍາເງິນທີ່ໄດ້ຈາກການຂາຍນັ້ນ ເກັບໄວ້ໃນບັນຊີເງິນຝາກ ຢູ່ໃນຄັງເງິນແຫ່ງຊາດ ຫຼື ເປີດບັນຊີໄວ້ ຢູ່ທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານທຸລະກິດຂອງລັດ ທີ່ໄດ້ຮັບອະນຸຍາດ ເພື່ອລໍຖ້າຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

ສຳລັບຂອງກາງທີ່ເປັນ ເພັດ, ຄຳ, ເງິນ ແລະ ວັດຖຸມີຄ່າອື່ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕ້ອງເອົາໄປພິສູດເພື່ອຢັ້ງຢືນຄຸນລັກສະນະ, ພ້ອມທັງຊັ່ງນ້ຳໜັກ ຂອງວັດຖຸດັ່ງກ່າວໂດຍໄວ ຢ່າງເປັນລາຍລັກອັກສອນ ກ່ອນນໍາໄປຝາກໄວ້ຢູ່ທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານທຸລະກິດຂອງລັດ ທີ່ໄດ້ຮັບອະນຸຍາດ.

  • , ພາຫະນະ, ອຸປະກອນ ແລະ ຂອງກາງອື່ນ ທີ່ພົວພັນກັບການກະທຳຜິດ ກ່ຽວກັບຢາເສບຕິດ ຈະຖືກຮິບ ຫຼື ສົ່ງຄືນຕາມຄຳຕັດສິນຂອງສານ.

ໃນກໍລະນີ ຊັບສິນ, ພາຫະນະ, ອຸປະກອນ ທີ່ຊື້ເປັນເງິນຜ່ອນ ທີ່ພົວພັນກັບການກະທຳຜິດກ່ຽວກັບຢາເສບຕິດ ໃຫ້ສານພິຈາລະນາຕັດສິນຮິບເປັນຂອງລັດ.

ໃນກໍລະນີ ຊັບສິນ, ພາຫະນະ, ອຸປະກອນ ທີ່ ເຊົ່າຊື້, ເຊົ່າ, ຢືມ ທີ່ພົວພັນກັບການ ກະທຳຜິດກ່ຽວກັບຢາເສບຕິດ ໃຫ້ສານພິຈາລະນາຕັດສິນຮິບເປັນຂອງລັດ ຖ້າເຈົ້າຂອງຫາກບໍ່ມີຄວາມບໍລິສຸດໃຈ ຫຼື ມີຄວາມຈຳເປັນຮິບ ເພື່ອຮັບປະກັນຄວາມສະຫງົບຂອງສັງຄົມ.

ໃນກໍລະນີ ຊັບສິນ, ພາຫະນະ, ອຸປະກອນ ຢູ່ ສປປ ລາວ ຂອງຜູ້ກະທຳຜິດ ທີ່ຖືກສານຕັດສິນ ກ່ຽວກັບຢາເສບຕິດຢູ່ຕ່າງປະເທດ ໂດຍມີຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ສະຫຼຸບຂຶ້ນບັນຊີ ເພື່ອສົ່ງໃຫ້ອົງການໄອຍະການປະຊາຊົນຖະແຫຼງຕໍ່ສານປະຊາຊົນພິຈາລະນາຕັດສິນຮິບເປັນຂອງລັດ, ເວັ້ນເສຍແຕ່ມີການຮ້ອງຂໍການຮ່ວມມືລະຫວ່າງປະເທດທາງອາຍາ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ.

ຂອງກາງທີ່ເປັນຢາເສບຕິດ ຕ້ອງໄດ້ທໍາລາຍ ຕາມຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ.

  1. ມາດຕາ 36 ການຊັດທອດ

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍບໍ່ມີຂອງກາງ, ບໍ່ມີຫຼັກຖານຮັດກຸມ ແລະ ບຸກຄົນດັ່ງກ່າວ ປະຕິເສດບໍ່ຮັບຮູ້ ກໍໃຫ້ຖືວ່າບໍ່ມີການກະທຳຜິດ.

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍມີຂອງກາງ ຖ້າບຸກຄົນດັ່ງກ່າວ ຮັບສາລະພາບ ກໍໃຫ້ດຳເນີນຄະດີຕາມກົດໝາຍ.

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍມີຂອງກາງ ໜັກແໜ້ນຮັດກຸມ ແຕ່ບຸກຄົນດັ່ງກ່າວ ຫາກປະຕິເສດບໍ່ຮັບຮູ້ ກໍໃຫ້ດຳເນີນຄະດີຕາມກົດໝາຍ.

ການຊັດທອດໃສ່ບຸກຄົນໃດໜຶ່ງ ໂດຍບໍ່ມີຂອງກາງ ແຕ່ມີຫຼັກຖານໜັກແໜ້ນຮັດກຸມ ແຕ່ບຸກຄົນດັ່ງກ່າວປະຕິເສດບໍ່ຮັບຮູ້ ກໍ່ໃຫ້ດຳເນີນຄະດີຕາມກົດໝາຍ.

ໃນກໍລະນີມີການຊັດທອດຈາກຜູ້ຖືກຫາຫຼາຍຄົນ ວ່າຜູ້ຖືກຊັດທອດເປັນຕົວການ ຫຼື ຮ່ວມຂະບວນການກ່ຽວກັບຢາເສບຕິດ ໃຫ້ຖືເປັນຂໍ້ມູນຫຼັກຖານແກ່ການດໍາເນີນຄະດີຕໍ່ ບຸກຄົນທີ່ຖືກຊັດທອດດັ່ງກ່າວ ຕາມກົດໝາຍ.

  1. ມາດຕາ 50 ການຄຸ້ມຄອງ ແລະ ນຳໃຊ້ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ

ການຄຸ້ມຄອງ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ມີ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນ ກະຊວງປ້ອງກັນຄວາມສະຫງົບ;
  2. ຂັ້ນແຂວງ ແມ່ນ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ.

ກອງທຶນດັ່ງກ່າວ ນຳໃຊ້ເຂົ້າໃນວຽກງານທີ່ກຳນົດໄວ້ໃນມາດຕາ 48 ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບເລກທີ່ 10/ສພຊ, ລົງວັນທີ 25 ທັນວາ 2007.

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

  1. ມາດຕາ 56 ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກາ ດັ່ງນີ້:

  1. ປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈໍາໜ່າຍ, ຄອບຄອງ, ຂົນສົ່ງ, ນຳເຂົ້າ, ສົ່ງອອກ ຫຼື ນຳຢາເສບຕິດ ຜ່ານ ສປປ ລາວ;
  2. ອຳນວຍຄວາມສະດວກ ໃນການ ປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຄອບຄອງ, ຂົນສົ່ງ, ນຳເຂົ້າ, ສົ່ງອອກ ຫຼື ນຳຢາເສບຕິດ ຜ່ານ ສປປ ລາວ:
  3. ເສບ ຫຼື ຈັດບໍລິການໃຫ້ເສຍ, ໂຄສະນາ, ຊັກຊວນ, ຊຸກຍູ້ສົ່ງເສີມ, ຫຼອກລວງແລະ ບັງຄັບ ໃຫ້ຜູ້ອື່ນໃຊ້ຢາເສບຕິດ;
  4. ປິດບັງ, ປົກປ້ອງ ຫຼື ທຸກເຊື່ອງ ສະມາຊິກຄອບຄົວ ຫຼື ບຸກຄົນອື່ນທີ່ຕິດຢາເສບຕິດ
  5. ເປີດເຜີຍ ຂໍ້ມູນ ຂອງຜູ້ລາຍງານ ກ່ຽວກັບສະຕິຢາເສບຕິດ;
  6. ຂັດຂວາງ, ນາບຂູ່, ແກ້ແຄ້ນ ຜູ້ເຂົ້າຮ່ວມໃນການສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ການປິ່ນປົວຜູ້ຕິດຢາເສບຕິດ;
  7. ພົວພັນກັບການດໍາເນີນຄະດີກ່ຽວກັບຢາເສບຕິດ ຖ້າບໍ່ໄດ້ຮັບມອບສິດຕາມກົດໝາຍ ຫຼື ບໍ່ແມ່ນຍາດພີ່ນ້ອງຂອງຜູ້ຖືກຫາ;
  8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ,
  1. ມາດຕາ 61 ອົງການຄຸ້ມຄອງ ວຽກງານຢາເສບຕິດ

ລັດຖະບານ ເປັນຜູ້ຄຸ້ມຄອງວຽກງານຢາເສບຕິດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບ ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ, ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານຢາເສບຕິດ ປະກອບດ້ວຍ:

  1. ກະຊວງປ້ອງກັນຄວາມສະຫງົບ;
  2. ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ;
  3. ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ, ນະຄອນ.
  1. ມາດຕາ 63 ສິດ ແລະ ໜ້າທີ່່ຂອງ ກະຊວງປ້ອງກັນຄວາມສະຫງົບ

ໃນການຄຸ້ມຄອງວຽກງານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ສ້າງຮ່າງນະໂຍບາຍແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາເສບຕິດ ເພື່ອສະເໜີລັດຖະບານ ພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຢາເສບຕິດ ມາເປັນແຜນການ, ແຜນງານ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດ;
  3. ໂຄສະນາ, ສຶກສາອົບຮົມສັງຄົມ ກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດ;
  4. ຊີ້ນໍາການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວປະເທດ;
  5. ຊອກຮູ້ ແລະ ເກັບກໍາຂໍ້ມູນ ຂ່າວສານ ກ່ຽວກັບຢາເສບຕິດທີ່ເກືອດຫ້າມ, ຢາ ເສບຕິດ ແລະ ສານເຄມີທີ່ຖືກຄວບຄຸມການນຳໃຊ້;
  6. ໃຫ້ການຝຶກອົບຮົມ, ບຳລຸງ, ສ້າງເຈົ້າໜ້າທີ່ເຮັດວຽກງານ ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວປະເທດ;
  7.  ຊີ້ນໍາການດໍາເນີນການສືບສວນ-ສອບສວນ ຄະດີກ່ຽວກັບຢາເສບຕິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
  8. ເປັນເຈົ້າການປະສານງານກັບະແໜງການອື່ນທີ່ກ່ຽວຂ້ອງ ໃນການປິ່ນປົວ, ຟື້ນຟູ ສົ່ງເສີມສະພາບ ແລະ ຝຶກວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ;
  9. ປະສານສົມທົບກັບຂະແໜງການອື່ນທີ່່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກ ງານສຳຫຼວດ, ກວດກາ ການລັກລອບ ປູກພືດທີ່ມີສານເສບຕິດ ໃນຂອບເຂດທົ່ວປະເທດ;
  10. ປະສານສົມທົບ ກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃນການດໍາເນີນການສໍາຫຼວດເບື້ອງຕົ້ນ ແລະ ປະເມີນຜົນຮ້າຍ ຂອງຢາເສບຕິດ;
  11. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານຢາເສບຕິດ;
  12. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສຍ ຕິດ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;
  13. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ
  1. ມາດຕາ 64 ສິດ ແລະ ໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນດັ່ງນີ້:

  1. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາເສບຕິດ ມາເປັນແຜນການ, ແຜນງານ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດ;
  2. ໂຄສະນາ, ສຶກສາອົບຮົມສັງຄົມ ກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບ ຕິດ;
  3. ຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;
  4. ຊອກຮູ້ ແລະ ເກັບກໍາຂໍ້ມູນ ຂ່າວສານ ກ່ຽວກັບຢາເສບຕິດທີ່ເກືອດຫ້າມ, ຢາ ເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນຳໃຊ້;
  5. ໃຫ້ການຝຶກອົບຮົມ, ບຳລຸງ, ສ້າງ ແລະ ຍົກລະດັບ ໃຫ້ເຈົ້າໜ້າທີ່ທີ່ເຮັດວຽກງານ ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;
  6. ດຳເນີນການສືບສວນ-ສອບສວນ ຄະດີກ່ຽວກັບຢາເສບຕິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
  7. ປະສານສົມທົບ ກັບພະແນກການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານສໍາຫຼວດ, ກວດກາການລັກລອບ ປູກພືດທີ່ມີສານເສບຕິດ;
  8. ປະສານງານກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃນການປີ່ນປົວ, ຟື້ນຟູ ສົ່ງເສີມສຸຂະພາບ ແລະ ຝຶກວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ;
  9. ປະສານສົມທົບກັບພະແນກການ, ອົງການອື່ນທີ່ກ່ຽວຂ້ອງ ໃນການດໍາເນີນການສໍາຫຼວດເບື້ອງຕົ້ນ ແລະ ປະເມີນຜົນຮ້າຍຂອງຢາເສບຕິດ;
  10. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານຢາເສບຕິດ ຕາມການມອບໝາຍຂອງຂັ້ນເທິງ;
  11. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບ ຕິດ ຕໍ່ກະຊວງປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;
  12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
  1. ມາດຕາ 65 ສິດ ແລະ ຫນ້າທີ່ ຂອງກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ
    •  

ໃນການຄຸ້ມຄອງວຽກງານຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບ ຂອງຕົ້ນ ດັ່ງນີ້:

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ,ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຢາເສບຕິດ;
  2. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ກົດໝາຍ ແລະ ລະບຽບການ ກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດ;
  3. ຕິດຕາມ ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;
  4. ຊອກຮູ້ ແລະ ເກັບກໍາຂໍ້ມູນ ຂ່າວສານ ກ່ຽວກັບຢາເສບຕິດທີ່ເກືອດຫ້າມ, ຢາ ເສບຕິດ ແລະ ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້;
  5. ໃຫ້ການຝຶກອົບຮົມ, ບຳລຸງ, ຍົກລະດັບ ໃຫ້ເຈົ້າໜ້າທີ່ເຮັດວຽກງານ ກວດກາຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ;
  6. ດຳເນີນການສືບສວນ-ສອບສວນ ຄະດີກ່ຽວກັບຢາເສບຕິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
  7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານສຳຫຼວດ, ກວດກາການລັກລອບ ປູກພືດທີ່ມີສານເສບຕິດ;
  8. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການດຳເນີນການສໍາຫຼວດເບື້ອງຕົ້ນ ແລະ ປະເມີນຜົນຮ້າຍຂອງຢາເສບຕິດ;
  9. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານຢາເສບຕິດ ຕາມການມອບໝາຍຂອງຂັ້ນເທິງ;
  10. ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດ ຕໍ່ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ;
  11. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
  12. ມາດຕາ 65//1 ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນສູງສຸດ

ໃນການຄຸ້ມຄອງວຽກງານຢາເສບຕິດ ອົງການໄອຍະການປະຊາຊົນສູງສຸດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຕິດຕາມ ກວດກາ ການດໍາເນີນຄະດີກ່ຽວກັບຢາເສບຕິດ ໃນຂອບເຂດທົ່ວປະເທດ;
  2. ຊີ້ນຳອົງການໄອຍະການປະຊາຊົນ ພາກ, ແຂວງ, ນະຄອນຫຼວງ, ເຂດ ແລະ ອົງການໄອຍະການທະຫານ ໃນການຕິດຕາມ ກວດກາ ການດຳເນີນຄະດີ ກ່ຽວກັບຢາເສບຕິດ, ການຮິບຊັບ ແລະ ວັດຖຸສິ່ງຂອງຕ່າງໆ ໃຫ້ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍ;
  3. ຕິດຕາມກວດກາ ກ່ຽວກັບການດຳເນີນຄະດີ ຂອງອົງການໄອຍະການປະຊາຊົນຂັ້ນລຸ່ມ ແລະ ການສັ່ງຟ້ອງຜູ້ຖືກຫາຄະດີຢາເສບຕິດ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ເປັນທຳ ແລະ ທັນກັບສະພາບຕົວຈິງ;
  4. ປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນວຽກງານຢາເສບຕິດ;
  5. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
  1. ມາດຕາ 65/2 ສິດ ແລະ ໜ້າທີ່ ຂອງສານປະຊາຊົນສູງສຸດ

ໃນການຄຸ້ມຄອງວຽກງານຢາເສບຕິດ ສານປະຊາຊົນສູງສຸດ ມີ ສິດ ແລະ ໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ ສຳນວນຄະດີ ກ່ຽວກັບຢາເສບຕິດ
  2. ກວດກາຄຳຕົກລົງ ຂອງສານປະຊາຊົນ ພາກ, ແຂວງ, ນະຄອຮຫຼວງ, ເຂດ ແລະ ສານທະຫານ ກ່ຽວກັບຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດ;
  3. ສົ່ງຄຳຕົກລົງ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ພ້ອມທັງສົ່ງສຳນວນຄະດີ ໃຫ້ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;
  4. ປະສານສົມທົບກັບອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນ ຄວາມສະຫງົບ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ກ່ຽວກັບຄະດີຢາເສບຕິດ ເພື່ອພິຈາລະນາ ຕັດສິນ ໃຫ້ມີຄວາມຖືກຕ້ອງ, ວ່ອງໄວ ແລະ ເປັນທຳ;
  5. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
  1. ມາດຕາ 65/3 ສິດ ແລະ ໜ້າທີ່ ຂອງກະຊວງຍຸຕິທໍາ

ໃນການຄຸ້ມຄອງວຽກງານຢາເສບຕິດ ກະຊວງຍຸຕິທໍາ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຊີ້ນໍາ ຄຸ້ມຄອງ, ຕິດຕາມ ກວດກາ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃນການປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ກ່ຽວກັບຄະດີຢາເສບຕິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  2. ປະສານສົມທົບກັບສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການປະຕິບັດຄໍາ ຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ກ່ຽວກັບຄະດີຢາເສບຕິດ;
  3. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
  1. ມາດຕາ 65/4 ສິດ ແລະ ໜ້າທີ່ຂອງ ກະຊວງປ້ອງກັນປະເທດ

ໃນການຄຸ້ມຄອງວຽກງານຢາເສບຕິດ ກະຊວງປ້ອງກັນປະເທດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຊີ້ນຳ ກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ນະຄອນຫຼວງ ໃນການກວດກາພື້ນທີ່ລັກລອບປູກຝິ່ນ ແລະ ສະໜັບສະໜູນໃນການເຝົ້າລະວັງ, ຕິດຕາມ ກວດກາ ແລະ ນຳພາກຳລັງເຂົ້າໃນການສະກັດກັ້ນ, ທໍາລາຍສວນຝິ່ນທີ່ມີການລັກລອບປຸກແຕ່ລະພື້ນທີ່;
  2. ເປັນເຈົ້າການໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຕາມຊາຍແດນທີ່ຕິດກັບ ສປປ ລາວ;
  3. ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການ ປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານຢາເສບຕິດ;
  4. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
  1. ມາດຕາ 65/5 ສິດ ແລະ ໜ້າທີ່ ຂອງກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ

ໃນການຄຸ້ມຄອງວຽກງານຢາເສບຕິດ ກະຊວງ, ອົງການ ແລະ ອົງການປົກຄອງ ທ້ອງຖິ່ນ ທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ ໃນການຊຸກຍູ້, ສົ່ງເສີມ, ຄຸ້ມຄອງ ແລະ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກ່ຽວກັບ ການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ພ້ອມທັງໃຫ້ການຮ່ວມມືກັບຂະແໜງການປ້ອງກັນຄວາມສະຫງົບ ແລະ ຂະແໜງການທີ່ກ່ຽວຂ້ອງ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດກຳນົດໄວ້ໃນກົດໝາຍ

  1. ມາດຕາ 75/1 ມາດຕະການທາງອາຍາ

ຜູ້ຖືກຫາ ທີ່ຮັບສາລະພາບ ຫຼທ ຜູ້ຖືກຊັກທອດ ໂດຍມີຫຼັກຖານໜັກແໜ້ນຮັດກຸມ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 3.  ມາດຕາທີ 34 ວັກທີຫົກ ແລະ ຂໍ້ທີ 5. ມາດຕາ 36 ວັກທີຫ້າ ຂອງກົດໝາຍສະບັບນີ້ ຈະຖືກລົງໂທດ ຕາມປະເພດຢາເສບຕິດ ທີ່ໄດ້ກຳນົດໄວ້ໃນມາດຕາ 314 ຫາ 325 ຂອງປະມວນກົດໝາຍອາຍາ.

ໃນກໍລະນີ ຜູ້ຖືກຫາທີ່ຖືກຊັດທອດ ໂດຍບໍ່ມີຂອງກາງ ແຕ່ມີຫຼັກຖານໜັກແໜ້ນຮັດກຸມ ທີ່ຢັ້ງຢືນໄດ້ວ່າຜູ້ກ່ຽວເປັນຜູ້ກະທຳຜິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 5 ມາດຕາ 36 ວັກທີສີ່ ຂອງກົດໝາຍສະບັບນີ້ ຈະຖືກລົງໂທດຕໍ່າສຸດ ຂອງວັກທີ່ກ່ຽວຂ້ອງຕາມທີ່ໄດ້ກຳນົດໄວ້ໃນມາດຕາ 314  ຫາ 325 ຂອງປະມວຍກົດໝາຍອາຍາ.

ມາດຕາ 3 ການປ່ຽນແທນເນື້ອໃນບາງມາດຕາຂອງກົດໝາຍ

ກົດໝາຍສະບັບນີ້ ປ່ຽນແທນເນື້ອໃນ ມາດຕາ 9, 10 34, 35, 36, 50, 56, 61, 63, 64 ແລະ ມາດຕາ 65 ຂອງກົດໝາຍວ່າດ້ວຍຢາເສບຕິດ ສະບັບເລກທີ່ 10/ສພຊ, ລົງທີ 25 ທັນວາ 2007 ແລະ ເພີ່ມມາດຕາ 65/1, 65/2, 65/3, 65/4, 65/5 ແລະ ມາຕາ 75/1.

ມາດຕາ 4 ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດທັນທີ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະການໃຊ້ ເປັນຕົ້ນໄປ ແລະ ໃຫ້ພິມລົງຈົດໝາຍເຫດທາງລັດຖະການຕາມພາຍຫຼັງ.

ຂໍ້ກຳນົດ, ບົດບັນຍັດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

ປອ ໄຊສົມພອນ ພົມວິຫານ

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ເລກທີ 02/ສພຊ, ລົງວັນທີ 09 ສິງຫາ 2021 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ເກືອດຫ້າມການສົ່ງອອກ ຢາເສບຕິດ ສິນຄ້າເກືອດຫ້າມ ກະຊວງ ປ້ອງກັນຄວາມສະຫງົບ ປະເພດ ຢາເສບຕິດ ເຊັ່ນ: ໄຮໂລອິນ,ໂຄເຄນ, ຢາອີ, ຢາບ້າ,ຢາໄອສ, ເຄຕາມິນ, ຝິ່ນ, ຄັນຊາ ແລະ ຢາເສບຕິດອື່ນໆ ຕາມທີ່ກຳນົດໄວ້ໃນເອກະສານສະເພາະ ແມ່ນຫ້າມສົ່ງອອກ
  1. ກົດໝາຍ ວ່າດ້ວຍ ຢາເສບຕິດ ເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007
  2. ກົດໝາຍ ວ່າດ້ວຍ ການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ເລກທີ 02/ສພຊ, ລົງວັນທີ 09 ສິງຫາ 2021
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.