ໃນວັນທີ 03-04 ພຶດສະພາ 2012 ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການຈັດກອງປະຊຸມສຳມະນາເຜີຍແຜ່ແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໄລຍະປີ 2011-2015 ແລະ ປືກສາຫາລື ກ່ຽວກັບ ແຜນປະຕິບັດງານຂອງຍຸດທະສາດດັ່ງກ່າວ ສຳລັບສົກປີ 2012-2013 ​ໃຫ້​ແກ່ 06 ແຂວງພາກເໜືອ (ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງຫົວພັນ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ) ທີ່ຫ້ອງປະຊຸມ ຂອງ ພະແນກກະສິກຳ ແລະ ປ່າໄມ້  ແຂວງຫຼວງພະບາງ ເຊິ່ງມີຜູ້ເຂົ້າຮ່ວມລວມທັງໝົດ 120 ທ່ານ ທີ່ຕາງໜ້າໃຫ້ແກ່ທັງພາກລັດ (ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງວ່າການແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພາສີເຂດ, ພະແນກສາທາລະນະສຸກ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ) ແລະ ພາກເອກະຊົນ (ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ພາກທຸລະກິດນຳເຂົ້າ ແລະ ສົ່ງອອກ). ຊຶ່ງໄລຍະຜ່ານມາແມ່ນໄດ້ສໍາເລັດການຈັດກອງປະຊຸມໃນຫົວຂໍ້ດັ່ງກ່າວ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ເປັນທີ່ຮຽບຮ້ອຍແລ້ວ. ກອງປະຊຸມໃນຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳດົວ ເຢີຍປົວເຮີວ່າງ ຮອງເຈົ້າແຂວງ ແຂວງຫຼວງພະບາງ,

ກອງປະຊຸມດັ່ງກ່າວ ແນໃສ່ເຜີຍແຜ່ເນື້ອໃນຂອງຍຸດທະສາດການອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ໄລຍະປີ 2011-2015 ທີ່ໄດ້ຖືກຮັບຮອງຢ່າງເປັນທາງການຈາກລັດຖະບານ ​ອີງຕາມດຳລັດເລກທີ 213/ລບ ລົງ​ວັນ​ທີ 18 ກໍ​ລະ​ກົດ 2011 ເພື່ອສ້າງຄວາມເຂົ້າໃຈຕໍ່ກັບເນື້ອໃນຂອງຍຸດທະສາດດັ່ງກ່າວ ເພື່ອເຮັດໃຫ້ຂັ້ນຕອນການຄ້າມີຄວາມກະທັດຮັດ, ງ່າຍດາຍ, ໂປ່ງໃສ, ສະດວກວ່ອງໄວ ແລະ ກົມກຽວກັນຢ່າງເປັນລະບົບ ແລະ ໄດ້ມາດຕະຖານສາກົນ. ສິ່ງສຳຄັນທີ່ສຸດແມ່ນເພື່ອຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, 04 ໜ້າທີ່ບຸກທະລຸ ໂດຍສະເພາະແມ່ນແຜນບຸກທະລຸ ເພື່ອແກ້ໄຂລະບອບລະບຽບທີ່ຍັງກົດໜ່ວງອັດຕາການຂະຫຍາຍຕົວຂອງພາກທຸລະກິດ.

ນອກນັ້ນ, ​​ຍັງມີການ​ເປີດ​ເວທີ​ປຶກສາ​ຫາລື ​ແລະ ລະດົມ​ຄວາມ​ຄິດຕໍ່ກັບເນື້ອໃນຂອງຍຸດທະສາດ ​ເພື່ອ​ສ້າງ​ແຜນ​ປະຕິບັດ​ງານ​ລະອຽດຂອງ​​ແຜນຍຸດທະສາດການອຳນວຍຄວາມສະດວກທາງດ້ານການຄ້າ ສໍາລັບສົກປີ 2012-2013. ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ປະກອບຄຳ​ເຫັນ​ຈາກ​ທັງ​ພາກ​ລັດ ​ແລະ ທຸລະ​ກິດ​ ຢ່າງ​ກົງ​ໄປ​ກົງ​ມາ. ທ່ານ​ຜູ້​​ແທນ​ກອງ​ປະຊຸມໄດ້ສະ​ເໜີ​ໃຫ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ​ວິຊາ​ການ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ນິຕິ​ກຳ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​​ເຖິງ​ຖອງ. ພ້ອມ​ນັ້ນ, ກໍ່​ສະ​ເໜີ​ໃຫ້​ຂັ້ນ​ສູງ​ກາງ​ແລະ ທ້ອງ​ຖິ່ນ​ ມີ​ຄວາມ​ເປັນ​ເອກະ​ພາບ​ກັນຫຼາຍ​ຂັ້ນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ລະບຽບ​ການ ​ແລະ ​ນິຕິ​ກຳ ແລະ ມີຄວາມປະສົງຢາກ​ໃຫ້​ພາກລັດ​ມີ​ແນວ​ຄິດ​​ເປັນ​ຜູ້​ຮັບ​ໃຊ້/ຜູ້​​ໃຫ້ບໍລິການ​ທີ່​ດີ. ນອກ​ນັ້ນ, ​ເພື່ອ​ຍົກ​ສູງ​ປະສິດ​ຕິ​ພາບ​ຂອງ​ພາກ​ທຸລະ​ກິດ ພາກ​ລັດ​ຄວນ​ມີ​ການ​ເຜີຍ​ແຜ່, ຈັດ​ພີ​ມ ບົດ​ແນະນຳ​ວິທີ​ການ​ດຳ​ເນີນ​ຂັ້ນ​ຕອນເອກະສານ​ຕ່າ​ງໆ ​ໃຫ້​ຫຼາຍ​ຂຶ້ນ.

ພ້ອນນັ້ນ, ຍັງມີການເຜີຍແຜ່ລະບຽບການນຳເຂົ້າ ແລະ ສົ່ງອອກ ທີ່ໄດ້ປັບປຸງ ແລະ ອອກມາໃໝ່ ເປັນຕົ້ນແມ່ນດຳລັດວ່າດ້ວຍການນຳເຂົ້າ ແລະ ສົ່ງອອກສິນຄ້າ ສະບັບເລກທີ 114/ລບ, ລົງວັນທີ 06 ເມສາ 2011; ແຈ້ງການວ່າດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ແບບ​ອັດຕະ​ໂນ​ມັດ​ ແລະ ແບບບໍ່ອັດຕະໂນມັດ ສະບັບປັບປຸງໃໝ່; ແລະ ຂໍ້ຕົກລົງວ່າດ້ວຍການມອບສິດ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ອອກ ແລະ ຄຸ້ມຄອງໃບຢັ້ງ ຢືນແຫຼ່ງກຳເນີດສິນຄ້າ ປະເພດທີ່ໄດ້ຮັບສິດທິພິເສດທາງດ້ານການຄ້າ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.