ພາບປະກອບ

 

ເນື່ອງຈາກຊ່ວງໄລຍະນີ້ເປັນລະດູຂອງການສົ່ງອອກສິນຄ້າກະສິກໍາຫລາຍ, ເຮັດໃຫ້ດ່ານບໍ່ຫານ-ບໍ່ເຕ່ນ ມີຄວາມແອອັດຢ່າງໜັກໜ່ວງ. ອີງຕາມໜັງສືຂອງຄະນະກຳມະການບໍລິຫານດ່ານສາກົນບໍ່ເຕ່ນ, ແຂວງຫຼວງນໍ້າທາ, ສປປ ລາວ ກ່ຽວກັບການແກ້ໄຂບັນຫາແຮງງານຈີນກັບປະເທດ ແລະ ລົດບັນທຸກສິນຄ້າຜ່ານດ່ານ ແລະ ໜັງສືຂອງຫ້ອງການບໍລິຫານດ່ານບໍ່ຫານ ກິ່ງແຂວງສິບສອງພັນນາ, ສປ ຈີນ ກ່ຽວກັບການສະເໜີໃຫ້ຟື້ນຟູເສັ້ນທາງຢູ່ດ່ານບໍ່ຫານ ພ້ອມທັງໃຫ້ການສະໜັບສະໜູນວຽກງານທີ່ກ່ຽວຂ້ອງກັບການຂົນສົ່ງ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ ພ້ອມທັງຫຼຸດຜ່ອນຄວາມແອອັດຢູ່ດ່ານ, ຄະນະກຳມະການບໍລິຫານເຂດຮ່ວມມືເສດຖະກິດ ບໍ່ຫານ, ສປ ຈີນ - ບໍ່ເຕັນ, ສປປ ລາວ ອອກແຈ້ງການ ກ່ຽວກັບ ການປະຕິບັດໂມງເວລາປະຈໍາການ ທີ່ດ່ານສາກົນ ບໍ່ເຕ່ນ, ແຂວງຫຼວງນໍ້າທາ, ເລກທີ 001/ຄດບ, ລົງວັນທີ 05 ມັງກອນ 2022 ສະບັບພາສາລາວ ຫຼື ສະບັບພາສາຈີນ. ໃຫ້ພາກທຸລະກິດປະຕິບັດໂມງເວລາກວດປ່ອຍລົດຜ່ານດ່ານ ດັ່ງນີ້:

  1. ນັບແຕ່ເວລາ 8:30 – 17:30 (ເວລາປັກກິ່ງ) ຫຼື 7:30 16:30 (ໂມງລາວ) ກວດປ່ອຍລົດບັນທຸກສິນຄ້າທຸກປະເພດ (ລວມທັງສິນຄ້າພາຍໃຕ້ໂຄງການປູກພືດທົດແທນ);
  2. ເວລາ 17:30 – 21:00 (ເວລາປັກກິ່ງ) ຫຼື 16:30 20:00 (ໂມງລາວ) ກວດປ່ອຍລົດເປົ່າຫວ່າງ (ການກໍານົດເວລາປ່ອຍລົດແຕ່ລະມື້ ແມ່ນຂຶ້ນກັບທັງສອງຝ່າຍຕົກລົງກັນຕາມສະພາບຕົວຈິງ).

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.