ໃນວັນທີ 18 ມັງກອນ 2022, ເວລາ 8:30-90:00 ທ່ານ ປອ. ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ແລະ ພາກທຸລະກິດ ໄດ້ລົງໄປຢ້ຽມຢາມ , ຕິດຕາມ, ກວດກາ ແລະ ຊຸກຍູ້ ຄວາມພ້ອມໃນການບໍລິການຂົນສົ່ງສິນຄ້າຂອງສະຖານີລົດໄຟວຽງຈັນໃຕ້ ໂດຍສະເພາະ ລະບົບການຄຸ້ມຄອງບໍລິຫານສະຖານີ, ໂຄງລ່າງພື້ນຖານ, ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ໃນມື້ດຽວກັນ ເວລາ 9:30-9:45 ຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມຢາມ, ຕິດຕາມ, ກວດກາ ແລະ ຊຸກຍູ້  ຄວາມພ້ອມໃນການບໍລິການແຈ້ງຜ່ານ ແລະ ການບໍລິການຂົນສົ່ງສິນຄ້າຂອງທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ, ນະຄອນຫຼວງວຽງຈັນ.

     ໃນເວລາ 10:00 ໄດ້ເປີດກອງປະຊຸມປືກສາຫາລື ແລະ ຊອກວິທີທາງແກ້ບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ສິນຄ້າ ຢູ່ ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ເຊິ່ງການແກ້ໄຂບັນຫາຕົ້ນຕໍ່ແມ່ນ: (1) ການກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນໃນການກວດປ່ອຍສິນຄ້າ ນໍາເຂົ້າ-ສົ່ງອອກ, ຜ່ານແດນ ຢູ່ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ; (2) ການປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ; ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ້; ການເພີ່ມຈໍານວນຖ້ຽວ, ເພີ່ມຈໍານວນ ແລະ ຂະໜາດ ຂອງຕູ້ຄອນເທນເນີ້ ຜ່ານທາງລົດໄຟ; ແລະ (3) ການລະດົມກໍາລັງ ແລະ ຄວາມສາມາດໃນການຂົນສົ່ງ ເພື່ອຕອບສະໜອງລົດຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ໃຫ້ພຽງພໍ ແລະ ໄດ້ມາດຕະຖານ ຢູ່ສະຖານີລົດໄຟວຽງຈັນໃຕ້, ທ່າບົກທ່ານາແລ້ງ ແລະ ສາງພັກສິນຄ້າຕ່າງໆ ເປັນຕົ້ນແມ່ນ ຫົວລາກ, ຫາງລາກ, ຕູ້ຄອນເທນເນີ້ ແລະ ອື່ນໆ.

     ຜ່ານການປຶກສາຫາລື ຢ່າງກົງໄປກົງມາ ແຕ່ລະພາກສ່ວນເຫັນດີເປັນເອກະພາບ ຮ່ວມກັນສ້າງກົນໄກປະສານງານລະຫວ່າງ ພາກລັດ, ຜູ້ພັດທະນາ, ຜູ້ປະກອບການ ແລະ ນັກລົງທຶນ ໃຫ້ມີຄວາມກົມກຽວລອງຊ່ອງກັນຕື່ມ ໃນການຈັດຕັ້ງປະຕິບັດການບໍລິການການຂົນສົ່ງສິນຄ້າ. ເຫັນດີເອົາຂໍ້ມູນດ້ານຄ່າບໍລິການ ຫຼື ຄ່າທໍານຽມ, ແລະ ຂັ້ນຂອດຕ່າງໆ ພາຍໃນເຂດໂລຈິສຕິກ ເຜີຍແຜ່ຜ່ານສື່ມ່ວນຊົນຕ່າງໆ ທີ່ທຸກພາກສ່ວນສາມາດເຂົ້າເຖິງໄດ້ງ່າຍ ແລະ ວ່ອງໄວ ເຊັ່ນວ່າ: ການອັບໂຫລດລົງເວັບໄຊ, ໂທລະພາບ, ໜັງສືພິມ, ວາລະສານ, ວິທະຍຸກະຈາຍສຽງ ແລະ ອື່ນໆ. ສໍາລັບການບໍລິການຕູ້ຄອນເທນເນີ້ ຂອງທາງລົດໄຟລາວ-ຈີນ ຄວນເຜີຍແຜ່ຂໍ້ມູນໃຫ້ຮັບຮູ້ໃນວົງກວ້າງ ແລະ ທົ່ວເຖິງບັນດາຜູ້ປະກອບການລາວ ແລະ​ ປະເທດອ້ອມຂ້າງ​ ເພື່ອ ຍົກສູງຄວາມສາມາດໃນການແຂ່ງຂັນ ການບໍລິການການຂົນສົ່ງຜ່ານທາງລົດໄຟ ໃຫ້ໄດ້ມາດຕະຖານ​ ແລະ​ ທັນສະໄໝເໝືອນກັບບົດຮຽນຂອງ ສປ ຈີນ​.

     ກອງປະຊຸມໃນຄັ້ງນີ້ ຍັງເປັນການກະກຽມເນື້ອໃນກ່ຽວກັບ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ທີ່ຈະລາຍງານຕໍ່ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 4 ຊຶ່ງຈະຈັດຂຶ້ນໃນວັນທີ 25 ມັງກອນ 2022 ທີ່ຈະມາເຖິງນີ້ ໂດຍການເປັນປະທານຂອງທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.