ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ: 0121/ກງ

ນະຄອນຫຼວງວຽງຈັນ, ວັນທີ 5 ມັງກອນ 2022

 

ຄຳແນະນຳ

ວ່າດ້ວຍມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ

 

-  ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ ລົງວັນທີ 29 ມິຖຸນາ 2020;

-  ອີງຕາມ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບເລກທີ 38/ສພຊ, ລົງວັນທີ 15 ພະຈິກ 2017;

-  ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;

-  ອີງຕາມ ສັນຍາວ່າດ້ວຍການຄ້າ ທີ່ຕິດພັນກັບສິດຊັບສິນທາງປັນຍາ (Agreement on Trade-Related Aspects of Intellectual Property Rights-TRIPS).

-  ອີງຕາມ ການຄົ້ນຄ້ວາ ນຳສະເໜີຂອງ ກົມພາສີ ສະບັບ ເລກທີ 07544/ກພສ. ລົງວັນທີ 20 ທັນວາ 2022

 

ລັດຖະມົນຕີກະຊວງການເງິນ ອອກຄຳແນະນຳ:

 

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ.

     ຄໍາແນະນໍາສະບັບນີ້ ກຳນົດລະບຽບການ ແລະ ຂັ້ນຕອນ ກ່ຽວກັບການຍື່ນຄຳຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າ ຂອງສິດຕໍ່ຊັບສິນທາງປັນຍາ ແລະ ຄຳຮ້ອງຂໍກັກສິນຄ້າຊົ່ວຄາວ, ການກວດກາສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາ, ການປະຕິບັດສິດໂດຍໜ້າທີ່ (Ex-officio), ການປະຕິບັດຄໍາຕັດສິນຂອງສານ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

 

ມາດຕາ 2 ການປົກປ້ອງສິດຕໍ່ຊັບສິນທາງປັນຍາ.

     ການປົກປ້ອງສິດຕໍ່ຊັບສິນທາງປັນຍາ ແມ່ນ ປະຕິບັດມາດຕະການຕໍ່ຜູ້ລະເມີດສິດຕໍ່ຊັບສິນທາງປັນຍາ ບົນພື້ນຖານການຮ້ອງຂໍຈາກຜູ້ຖືສິດ/ເຈົ້າຂອງສິດ, ຊຶ່ງມາດຕະການດັ່ງກ່າວນີ້ ຈະນຳໃຊ້ສະເພາະແຕ່ສິນຄ້າປອມແປງ ເຄື່ອງຫມາຍການຄ້າ, ສິນຄ້າລະເມີດລິຂະສິດ ແລະ ສິນຄ້າລະເມີດແບບອຸດສາຫະກຳ ໂດຍປະຕິບັດຕາມລະບຽບ ແລະ ຂັ້ນຕອນ ຕາມທີ່ໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້.

     ການປົກປ້ອງສິດຕໍ່ຊັບສິນທາງປັນຍາ ພາຍໃຕ້ຄໍາແນະນໍາສະບັບນີ້ ຈະບໍ່ນໍາໃຊ້ກັບການນໍາເຂົ້າ ແລະ ການສົ່ງ ອອກສິນຄ້າ ຈຳນວນໜ້ອຍ ທີ່ບໍ່ມີລັກສະນະທາງການຄ້າ ແລະ ທີ່ບໍ່ເປັນອາຈີນ.

 

ມາດຕາ 3 ການອະທິບາຍາສັບ.

     ຄຳສັບທີ່ນຳໃຊ້ໃນຄຳແນະນຳສະບັບນີ້ມີຄວາມໝາຍ ດັ່ງນີ້:

1. ເຈົ້າໜ້າທີ່ພາສີ ໝາຍເຖິງ ພະນັກງານພາສີ ທີ່ຖືກແຕ່ງຕັ້ງ ໃຫ້ປະຕິບັດໜ້າທີ່ປະຈຳການຢູ່ ດ່ານພາສີຊາຍແດນ, ພາສີປະຈຳແຂວງ, ນະຄອນຫຼວງ, ກອງສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖືອນປະຈໍາພາກ, ແລະ ຜູ້ປະຕິບັດວຽກງານສະເພາະກິດໃດໜຶ່ງຂອງພາສີ.

2. ສິດຕໍ່ຊັບສິນທາງປັນຍາ ໝາຍເຖິງ ສິດ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຊັບສິນທາງປັນຍາ.

3. ຜູ້ຖືສິດ/ເຈົ້າຂອງສິດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຄຸ້ມຄອງຕາມກົດຫມາຍ ກ່ຽວກັບ ຊັບສິນທາງປັນຍາ.

4. ເຈົ້າຂອງສິນຄ້າ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນ ພາຍໃນ ຫຼື ຕ່າງປະເທດ ທີ່ເປັນຜູ້ຮັບຜິດຊອບຕໍ່ສິນຄ້າ ຕາມ ການມອບສິດ ຫຼື ຕາມການມອບໝາຍຂອງຜູ້ຖືກຳມະສິດ.

5. ຜູ້ຮ້ອງຂໍ ໝາຍເຖິງ ເຈົ້າຂອງສິດ, ຜູ້ຖືສິດ, ຜູ້ທີ່ໄດ້ຮັບອະນຸຍາດນຳໃຊ້ ຕໍ່ຊັບສິນທາງປັນຍາ ຫຼື ຜູ້ທີ່ໄດ້ຮັບ ອະນຸຍາດຢ່າງຖືກຕ້ອງ ທີ່ຍື່ນສຳນວນຄຳຮ້ອງຂໍ ແຈ້ງຂໍ້ມູນການເປັນເຈົ້າຂອງສິດ ແລະ ຂໍການປົກປ້ອງຊົ່ວຄາວ ຕໍ່ຊັບສິນທາງປັນຍາ ຕໍ່ລັດຖະການພາສີ.

6. ຄຳຮ້ອງ ໝາຍເຖິງ ສຳນວນເອກະສານ ທີ່ຍື່ນຕໍ່ລັດຖະການພາສີ ເພື່ອຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດຕໍ່ຊັບ ສິນທາງປັນຍາ ແລະ ຄຳຮ້ອງຂໍກັກສິນຄ້າຊົ່ວຄາວຕໍ່ສິດຊັບສິນທາງປັນຍາ ຕາມແບບພິມທີ່ລັດຖະການພາສີ ກຳນົດ.

7. ສິນຄ້າທີ່ສົງໃສມີການລະເມີດສິດຕໍ່ຊັບສິນທາງປັນຍາ ໝາຍເຖິງ ສິນຄ້າທີ່ມີສິ່ງບົ່ງຊີ້ຢ່າງສົມເຫດສົມຜົນວ່າ ມີການລະເມີດສິດຕໍ່ຊັບສິນທາງປັນຍາ.

8. ການກັກ ໝາຍເຖິງ ການຮັກສາສິນຄ້າ, ເຄື່ອງຂອງໄວ້ຊົ່ວຄາວ ທີ່ສົງໃສມີການລະເມີດສິດຕໍ່ຊັບສິນທາງປັນຍາ ເພື່ອລໍຖ້າຜົນການກວດສອບຂອງລັດຖະການພາສີ.

9. ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ ໝາຍເຖິງ ສິນຄ້າໃດໜຶ່ງ (ລວມທັງ ສິ່ງຫຸ້ມຫໍ່) ທີ່ໃສ່ເຄື່ອງໝາຍການ ຄ້າທີ່ຄືກັນ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ທີ່ບໍ່ສາມາດຈຳແນກຄວາມແຕກຕ່າງດ້ານລັກສະນະສະເພາະ ຈາກເຄື່ອງ ໝາຍການຄ້າທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງ ແລະ ຈະຖືວ່າເປັນການລະເມີດສິດຂອງເຈົ້າຂອງເຄື່ອງໝາຍການຄ້າ ດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ.

10. ສິນຄ້າທີ່ລະເມີດລິຂະສິດ ໝາຍເຖິງ ສິນຄ້າໃດໜຶ່ງ ທີ່ເປັນສໍາເນົາຊຶ່ງເຮັດຂຶ້ນໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າ ຂອງສິດ ແລະ ສິນຄ້າໃດໜຶ່ງທີ່ເຮັດຂຶ້ນໂດຍກົງ ຫຼື ທາງອ້ອມ ທີ່ຖືເປັນການລະເມີດລິຂະສິດ ຫຼື ສິດກ່ຽວຂ້ອງ ກັບລິຂະສິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ.

11. ສິນຄ້າລະເມີດແບບອຸດສາຫະກຳ ໝາຍເຖິງ ວັດຖຸທີ່ນໍາໃຊ້ແບບອຸດສາຫະກໍາ ຫຼື ຮູບຊົງແບບອຸດສາຫະກໍາ ຊຶ່ງ ເປັນການຖ່າຍແບບ ຫຼື ການລອກຮຽນແບບອຸດສາຫະກຳທີ່ໄດ້ຮັບການປົກປ້ອງ ໂດຍບໍ່ໄດ້ຮັບອະນຸຍາດຈາກ ເຈົ້າຂອງສິດຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ.

 

ໝວດທີ 2

ຂັ້ນຕອນການຍື່ນຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດຕໍ່ຊັບສິນທາງປັນຍາ

 

ມາດຕາ 4 ບຸກຄົນທີ່ມີສິດຍື່ນຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ.

     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິດ, ຜູ້ຖືສິດ ຫຼື ຜູ້ທີ່ໄດ້ຮັບອະນຸຍາດນໍາໃຊ້ ສິດຕໍ່ຊັບສິນ ທາງປັນຍາ ສາມາດຍື່ນຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດຕໍ່ຊັບສິນທາງປັນຍາ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

ມາດຕາ 5 ຄຳຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ.

     ຄຳຮ້ອງຂໍ ແຈ້ງຂໍ້ມູນການເປັນເຈົ້າຂອງສິດຕໍ່ຊັບສິນທາງປັນຍາ ປະກອບດ້ວຍ ເອກະສານດັ່ງລຸ່ມນີ້:

1. ຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ ຕາມແບບພິມລັດຖະການພາສີກຳນົດ;

2. ສຳເນົາໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ ຫຼື ແບບອຸດສາຫະກໍາ ຫຼື ສິດຊັບສິນທາງປັນຍາອື່ນໆ;

3. ຫຼັກຖານຢັ້ງຢືນກ່ຽວກັບຜູ້ຮ້ອງຂໍເປັນຜູ້ຖືສິດ, ຜູ້ໄດ້ຮັບອະນຸຍາດນໍາໃຊ້ ສິດຕໍ່ຊັບສິນທາງປັນຍາ ຫຼື ຜູ້ຕາງໜ້າທີ່ໄດ້ຮັບອະນຸຍາດ;

4. ຮູບພາບ, ຮູບຖ່າຍ, ຫຼື ແບບຢ່າງສິນຄ້າແທ້ ແລະ ສິນຄ້າລະເມີດສິດຕໍ່ຊັບສິນທາງປັນຍາ ຫຼື ຂໍ້ມູນຫຼັກ ຖານອື່ນໆ ທີ່ຊ່ວຍໃຫ້ເຈົ້າຫນ້າທີ່ ສາມາດຈຳແນກໄດ້ລະຫວ່າງ ສິນຄ້າຂອງແທ້ ແລະ ສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາ;

5. ຂໍ້ມູນກ່ຽວກັບຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລວມທັງລາຍຊື່ຜູ້ຕ້ອງສົ່ງໄສ ທີ່ລະເມີດສິດຕໍ່ຊັບສິນທາງປັນຍາ;(ຖ້າມີ).

 

ມາດຕາ 6 ຂັ້ນຕອນການຍື່ນຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ.

     ບຸກຄົນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 4 ຂອງຄຳແນະນຳສະບັບນີ້ ທີ່ມີຈຸດປະສົງຍື່ນຄໍາຮ້ອງຂໍແຈ້ງຂໍ້ມູນການ ເປັນເຈົ້າຂອງສິດ ສາມາດຍື່ນຄຳຮ້ອງຕໍ່ກົມພາສີ ຫຼື ພາສີປະຈຳແຂວງ, ນະຄອນຫຼວງ ຕາມແບບພິມລັດຖະການພາສີ ກຳນົດ ແລະ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ການຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ ຢ່າງໜ້ອຍຕ້ອງປະກອບດ້ວຍ ສຳນວນເອກະສານ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ເຖິງ 4 ມາດຕາ 5 ຂອງຂໍ້ຄຳແນະນຳສະບັບນີ້;

2. ກົມພາສີ ຕ້ອງຮັບເອົາຄຳຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ ໃນກໍລະນີທີ່ປະຕິບັດໄດ້ຕາມເງື່ອນໄຂຂອງ ຂໍ້ 1 ຂ້າງເທິງ;

3. ໃນກໍລະນີ ທີ່ຍື່ນຄຳຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ ຜ່ານ ພາສີປະຈຳແຂວງ, ນະຄອນຫຼວງ ຕ້ອງຮັບເອົາ ຄຳຮ້ອງ ແລະ ອອກໃບຮັບຄຳຮ້ອງ ຊຶ່ງລະບຸ ວັນທີ່ຮັບຄໍາຮ້ອງ ໃນກໍລະນີທີ່ຄໍາຮ້ອງຫາກສອດຄ່ອງຕາມເງື່ອນໄຂ ດັ່ງທີ່ໄດ້ກຳນົດຢູ່ໃນ ຂໍ້ 1 ຂອງມາດຕານີ້ ແລ້ວສົ່ງຕໍ່ໃຫ້ກົມພາສີ ເພື່ອດຳເນີນການຂັ້ນຕໍ່ໄປ.

 

ມາດຕາ 7 ການຮັບ ຫຼື ການປະຕິເສດຄໍາຮ້ອງ.

    ພາຍຫຼັງ ໄດ້ຮັບສຳນວນຄຳຮ້ອງທີ່ຖືກຕ້ອງ ແລະ ຄົບຖ້ວນ ດັ່ງທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງຄຳແນະນຳສະບັບນີ້, ພາຍໃນກຳນົດສິບ (10) ວັນລັດຖະການ ນັບແຕ່ມື້ໄດ້ຮັບສຳນວນຄຳຮ້ອງ, ລັດຖະການພາສີຕ້ອງ ຄົ້ນຄຄວ້າ ແລ້ວແຈ້ງເປັນລາຍລັກອັກສອນໃຫ້ຜູ້ຍື່ນສຳນວນຄຳຮ້ອງຮັບຊາບວ່າ ສໍານວນຄໍາຮ້ອງທີ່ຍື່ນມານັ້ນຖືກຮັບຮອງ ຫຼື ບໍ່. ໃນກໍລະນີ ລັດຖະການພາສີ ຫາກປະຕິເສດຄໍາຮ້ອງດັ່ງກ່າວ ຕ້ອງແຈ້ງພ້ອມດ້ວຍເຫດຜົນໃຫ້ຜູ້ຍື່ນຄໍາຮ້ອງຮັບຊາບ.

ມາດຕາ 8 ການບັນທຶກການແຈ້ງຂໍ້ມູນການເປັນເຈົ້າຂອງສິດ.

     ພາຍຫຼັງທີ່ລັດຖະການພາສີ ໄດ້ແຈ້ງເປັນລາຍລັກອັກສອນໃຫ້ຜູ້ຍື່ນສໍານວນຄໍາຮ້ອງຮັບຊາບວ່າ ສໍານວນຄໍາ ຮ້ອງທີ່ຍື່ນມານັ້ນຖືກຮັບຮອງແລ້ວ, ຕ້ອງສົ່ງສະໂນດນໍາສົ່ງ ທີ່ ຕິດຄັດສຳເນົາຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດ ຕໍ່ຊັບສິນທາງປັນຍາ ແລະ ເອກະສານປະກອບ ໃຫ້ ພາສີປະຈຳແຂວງ, ນະຄອນຫຼວງ ເພື່ອບັນທຶກເຂົ້າຖານຂໍ້ມູນບໍລິຫານ ຄວາມສ່ຽງ ແລະ ເປັນບ່ອນອີງໃນການກວດກາສິນຄ້າລະເມີດຊັບສິນທາງປັນຍາ.

 

ມາດຕາ 9 ໄລຍະເວລາການປົກປ້ອງ.

     ການບັນທຶກສຳນວນຄຳຮ້ອງຂໍການປົກປ້ອງສິດຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ ມີຜົນສັກສິດນັບແຕ່ມື້ ກົມພາສີຮັບສຳນວນຄຳຮ້ອງການບັນທຶກເປັນຕົ້ນໄປ. ໄລຍະເວລາການປົກປ້ອງການບັນທຶກສຳນວນຄຳຮ້ອງ ແມ່ນ 2 ປີ ແລະ ສາມາດຂະຫຍາຍໄດ້ຕື່ມ ຕາມການຮ້ອງຂໍຂອງຜູ້ຍື່ນຄໍາຮ້ອງ.

 

ມາດຕາ 10 ການດັດແກ້ ຫຼື ເພີ່ມເຕີມຂໍ້ມູນໃນສຳນວນ  ຄຳຮ້ອງ.

     ຜູ້ຮ້ອງຂໍສາມາດ ດັດແກ້ ຫຼື ເພີ່ມເຕີມຂໍ້ມູນຢູ່ໃນສຳນວນຄໍາຮ້ອງຂໍແຈ້ງຂໍ້ມູນການເປັນເຈົ້າຂອງສິດຂອງຕົນໄດ້ ຕະຫຼອດໄລຍະອາຍຸການປົກປ້ອງສິດຊັບສິນທາງປັນຍາ ໂດຍການຍື່ນຄໍາຮ້ອງເຖິງກົມພາສີ.

 

ມາດຕາ 11 ການສິ້ນສຸດອາຍຸສຳນວນຄຳຮ້ອງ.

     ກົມພາສີຕ້ອງຍົກເລີກການບັນທຶກສຳນວນຄຳຮ້ອງຂໍການປົກປ້ອງສິດຕໍ່ຊັບສິນທາງປັນຍາ ຕາມກໍລະນີ ດັ່ງນີ້:

1. ຜູ້ຮ້ອງຂໍ ໄດ້ຍື່ນຄໍາຮ້ອງຂໍເຖິງລັດຖະການພາສີເພື່ອຍົກເລີກການປົກປ້ອງສິດຕໍ່ຊັບສິນທາງປັນຍາ;

2. ຜູ້ຮ້ອງຂໍ ບໍ່ໄດ້ຍື່ນຄໍາຮ້ອງຂໍຕໍ່ອາຍຸໃບຢັ້ງຢືນການແຈ້ງຂໍ້ມູນການເປັນເຈົ້າຂອງສິດການປົກປ້ອງ ພາຍຫຼັງສິ້ນ ສຸດອາຍຸການປົກປ້ອງຂໍ້ມູນດັ່ງກ່າວ;

3. ການສິ້ນສຸດສິດຕໍ່ຊັບສິນທາງປັນຍາ;

ໝວດທີ 3

ການກວດກາສິນຄ້າລະເມີດສິດຕໍ່ຊັບສິນທາງປັນຍາ

 

ມາດຕາ 12 ການກວດກາສິນຄ້າຂອງເຈົ້າໜ້າທີ່ພາສີ.

     ໃນເວລາດຳເນີນການກວດກາສິນຄ້າສົ່ງອອກ ແລະ ສິນຄ້ານຳເຂົ້າຕົວຈິງ, ເຈົ້າໜ້າທີ່ພາສີ ຕ້ອງກວດກາ ແລະ ສົມທຽບຂໍ້ມູນ ຕາມສະໂນດນໍາສົ່ງ ບັນທຶກຂໍ້ມູນ ຂອງລັດຖະການພາສີ ກ່ຽວກັບຊື່ສິນຄ້າ, ຍີ່ຫໍ້, ທີ່ມາ, ມູນຄ່າ, ການຫຸ້ມຫໍ່, ຄຸນະພາບສິນຄ້າ, ເສັ້ນທາງການຂົນສົ່ງສິນຄ້າ ກັບ ຂໍ້ມູນທີ່ຢູ່ໃນຖານຂໍ້ມູນສຳນວນຄຳຮ້ອງຂໍກວດກາ ເພື່ອຊອກຫາສິນຄ້າທີ່ມີການລະເມີດສິດຕໍ່ ຊັບສິນທາງປັນຍາ ຫຼື ສິນຄ້າປອມແປງ.

 

ມາດຕາ 13 ການຄວບຄຸມສິນຄ້າທີ່ສົງໄສວ່າລະເມີດສິດຕໍ່ຊັບສິນທາງປັນຍາ.

     ກໍລະນີພົບເຫັນສິນຄ້າທີ່ສົງໄສວ່າມີການປອມແປງເຄື່ອງໝາຍການຄ້າ ຫຼື ລະເມີດລິຂະສິດ, ເຈົ້າໜ້າທີ່ພາສີ ສາມາດດຳເນີນການກັກສິນຄ້າດັ່ງກ່າວນັ້ນ ໄວ້ ສາມ (03) ວັນລັດຖະການ ເພື່ອດຳເນີນການສືບສວນ-ສອບສວນເພີ່ມ ເຕີມເຈົ້າຂອງສິນຄ້າ ແລະ ຕິດຕໍ່ຫາຜູ້ຖືສິດທັນທີ ແລ້ວແຈ້ງໃຫ້ເຈົ້າຂອງສິດຊາບ. ກໍລະນີມີຫຼັກຖານພຽງພໍ ທີ່ສົງໄສວ່າ ສິນຄ້າສົ່ງອອກ ຫຼື ສິນຄ້ານຳເຂົ້າເປັນສິນຄ້າລະເມີດ, ເຈົ້າໜ້າທີ່ພາສີມີສິດກັກ ສິນຄ້າດັ່ງກ່າວພາຍໃນໄລຍະເວລາ ສາມ (03) ວັນລັດຖະການ ເພື່ອແຈ້ງໃຫ້ເຈົ້າຂອງສິນຄ້ານຳຫຼັກຖານມາສະແດງວ່າສິນຄ້າດັ່ງກ່າວ ບໍ່ລະເມີດຊັບສິນທາງປັນຍາ ແລະ ຕິດຕໍ່ຫາຜູ້ຖືສິດ ເພື່ອກວດສອບ ແລະ ຢັ້ງຢືນຮ່ວມກັນວ່າສິນຄ້າດັ່ງກ່າວມີການລະເມີດ ຫຼື ບໍ່.

 

        ຂັ້ນຕອນການຢັ້ງຢືນສິນຄ້າປອມແປງ ໃນຂະນະທີ່ກຳລັງກັກສິນຄ້າ ມີດັ່ງນີ້:

1. ຮຽກຮ້ອງໃຫ້ຜູ້ຖືສິດສະໜອງເອກະສານທີ່ກ່ຽວຂ້ອງ ເປັນຕົ້ນ ແຄັດຕາລ໋ອກ, ບົດສະຫຼຸບການປະເມີນ, ເອກະສານຈາກຕ່າງປະເທດ, ຜົນການດຳເນີນຄະດີທີ່ຄ້າຍຄືກັນ ຫຼື ເຂົ້າມາຊີ້ແຈງວ່າສິນຄ້າດັ່ງກ່າວນັ້ນມີການລະເມີດ ຫຼືບໍ່.

2. ຖ້າຜູ້ຖືສິດຫາກຢືນຢັນວ່າ ສິນຄ້ານັ້ນແມ່ນສິນຄ້າທີ່ມີການປອມແປງ ແລະ ເຈົ້າຂອງສິນຄ້າເຫັນດີ ແມ່ນໃຫ້ຮີບ ແລະ ທຳລາຍສິນຄ້າດັ່ງກ່າວ. ຖ້າເຈົ້າຂອງສິນຄ້າຫາກບໍ່ເຫັນດີນຳຜົນການດຳເນີນການດັ່ງກ່າວ ຜູ້ຖືສິດຕ້ອງດຳ ເນີນການ ໄກ່ເກ່ຍກັບເຈົ້າຂອງສິນຄ້າ ແລະ ສາມາດນຳໃຊ້ມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 16 ຂອງຄໍາແນະນໍາສະບັບນີ້. ໃນລະຫວ່າງການກັກສິນຄ້ານັ້ນ ເຈົ້າຂອງສິນຄ້າ ແລະ ຜູ້ຍື່ນຄຳຮ້ອງຂໍກວດກາສິນຄ້າ ມີສິດເຂົ້າເຖິງ ແລະ ກວດກາສິນຄ້າ ເພື່ອເອົາຂໍ້ມູນ ແລະ ຫຼັກຖານເພີ່ມເຕີມ.

3. ຖ້າຜົນການກວດກາຊີ້ໃຫ້ເຫັນວ່າ ສິນຄ້າດັ່ງກ່າວບໍ່ແມ່ນສິນຄ້າປອມແປງ, ເຈົ້າໜ້າທີ່ພາສີຕ້ອງສືບຕໍ່ດຳເນີນຂັ້ນຕອນ ການແຈ້ງພາສີສຳລັບສິນຄ້າດັ່ງກ່າວ ຕາມລະບຽບການ.

4. ພາຍຫຼັງ ສາມ (03) ວັນ ທີ່ໄດ້ແຈ້ງໃຫ້ຜູ້ຖືສິດຮັບຊາບ ແຕ່ຜູ້ຖືສິດບໍ່ມີຄຳຕອບແກ່ເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ ພາສີຕ້ອງ ສືບຕໍ່ ດຳເນີນຂັ້ນຕອນການແຈ້ງພາສີສຳລັບສິນຄ້າດັ່ງກ່າວຕາມລະບຽບການ.

 

ໝວດທີ 4

ການປະຕິບັດສິດໂດຍໜ້າທີ່ (Ex-officio)

 

ມາດຕາ 14 ການປະຕິບັດສິດໂດຍໜ້າທີ່ຂອງເຈົ້າໜ້າທີ່ພາສີ.

     ອີງຕາມ ດຸນພິນິດຂອງຕົນ ເຈົ້າໜ້າທີ່ພາສີ ສາມາດໂຈະການແຈ້ງພາສີສຳລັບສິນຄ້ານຳເຂົ້າ ຫຼື ສົ່ງອອກ ທີ່ມີຫຼັກ ຖານເບື້ອງຕົ້ນ ຫຼື ມີເຫດຜົນທີ່ພຽງພໍວ່າ ມີສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ຫຼື ສິນຄ້າທີ່ລະເມີດລິຂະສິດ ຕາມ ມາດຕາ 160 ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ. ພາຍຫຼັງມີການກັກສິນຄ້າແລ້ວ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 12 ຂອງຄຳແນະນຳສະບັບນີ້.

 

ມາດຕາ 15 ຂັ້ນຕອນພາຍຫຼັງການປະຕິບັດສິດໂດຍໜ້າທີ່ຂອງເຈົ້າໜ້າທີ່ພາສີ.

     ພາຍຫຼັງມີການໂຈະການແຈ້ງພາສີສຳລັບສິນຄ້າລະເມີດເຄື່ອງໝາຍການຄ້າ ຫຼື ສິນຄ້າທີ່ລະເມີດລິຂະສິດ ຕາມ ທີ່ໄດ້ກຳນົດໄວ້ໃນ ມາດຕາ 13 ຂອງຄໍາແນະນໍານີ້ແລ້ວ, ເຈົ້າໜ້າພາສີຕ້ອງແຈ້ງໃຫ້ເຈົ້າຂອງສິນຄ້າ ແລະ ຜູ້ຖືສິດຊາບ ຢ່າງທັນການກ່ຽວກັບການໂຈະການແຈ້ງພາສີ ແລະ ເຈົ້າໜ້າທີ່ພາສີຕ້ອງຮຽກໃຫ້ຜູ້ຖືສິດສະໜອງຂໍ້ມູນເພີ່ມເຕີມ ເພື່ອ ຊ່ວຍໃຫ້ສາມາດລະບຸໄດ້ວ່າເປັນສິນຄ້າທີ່ມີການລະເມີດ ຫຼືບໍ່ ພາຍໃນສາມ (3) ວັນລັດຖະການ.

     ໃນກໍລະນີທີ່ຜູ້ຖືສິດບໍ່ຕິດຕໍ່ກັບຄືນມາ ຫຼື ພິສູດໄດ້ວ່າສິນຄ້າດັ່ງກ່າວແມ່ນບໍ່ມີການລະເມີດສິດ, ເຈົ້າໜ້າທີ່ພາສີ ຕ້ອງສືບຕໍ່ດຳເນີນການແຈ້ງພາສີສຳລັບສິນຄ້າດັ່ງກ່າວ ແລະ ເຈົ້າໜ້າທີ່ພາສີຕ້ອງຖືກຍົກເວັ້ນຈາກຄວາມຮັບຜິດຊອບຕໍ່ ມາດຕະການຊົດເຊີຍ ທີ່ເໝາະສົມ ໃນກໍລະນີທີ່ມີການດຳເນີນການ ໂຈະການແຈ້ງສິນຄ້າ ໂດຍເຈຕະນາດີ.

 

ໝວດທີ 5

ການຄວບຄຸມສິນຄ້າລະເມີດສິດຕໍ່ຊັບສິນທາງປັນຍາ

 

ມາດຕາ 16 ການຍື່ນຄໍາຮ້ອງຂໍກັກສິນຄ້າຊົ່ວຄາວ.

     ເຈົ້າຂອງສິດ, ຜູ້ຖືສິດ ຫຼື ຜູ້ໄດ້ຮັບອະນຸຍາດນຳໃຊ້ ສາມາດຍື່ນຄຳຮ້ອງຂໍກັກສິນຄ້າຊົ່ວຄາວ ພາຍຫຼັງໄດ້ຮັບ ການແຈ້ງຈາກເຈົ້າໜ້າທີ່ພາສີວ່າ ໄດ້ພົບເຫັນສິນຄ້າຕ້ອງສົງໄສ ຫຼື ສິນຄ້າ ທີ່ລະເມີດສິດຕໍ່ຊັບສິນທາງປັນຍາຂອງຕົນ ຫຼື ກໍລະນີຜູ້ ເຈົ້າຂອງສິດ, ຜູ້ຖືສິດ ຫຼື ຜູ້ໄດ້ຮັບອະນຸຍາດນຳໃຊ້ ມີຂໍ້ມູນແຫຼ່ງຂ່າວທີ່ໜ້າເຊື່ອຖືວ່າ ການນໍາເຂົ້າ, ການສົ່ງ ອອກ ຫຼື ການຂົນສົ່ງຜ່ານແດນ ມີສິນຄ້າຕ້ອງສົງໄສ ຫຼື ສິນຄ້າທີ່ລະເມີດຊັບສິນທາງປັນຍາຂອງຕົນ, ສາມາດຍື່ນຄໍາ ຮ້ອງຂໍກັກສິນຄ້າຊົ່ວຄາວ ຕໍ່ລັດຖະການພາສີ ໂດຍການນຳໃຊ້ແບບຟອມຄຳຮ້ອງຂໍກັກສິນຄ້າຊົ່ວຄາວຂັ້ນຕອນກາານ ແຈ້ງພາສີ ຕາມແບບຟອມ ຂອງກົມພາສີ ພ້ອມທັງວາງເງິນມັດຈຳໃນມູນຄ່າ ສິບລ້ານກີບ (10.000.000 ກີບ).

     ໃນກໍລະນີຮີບດ່ວນ ທີ່ບໍ່ສາມາດແຈ້ງເປັນລາຍລັກອັກສອນໄດ້ ເຈົ້າຂອງສິດ, ຜູ້ຖືສິດ ຫລື ຜູ້ໄດ້ຮັບອະນຸຍາດນຳ ໃຊ້ ສາມາດແຈ້ງແບບປາກເປົ່າຕໍ່ລັດຖະການພາສີ ເພື່ອຂໍດຳເນີນການ ແຕ່ຕ້ອງໄດ້ຍື່ນຄໍາຮ້ອງເປັນລາຍລັກອັກສອນ ພາຍ ໃນ 3 ວັນລັດຖະການ.

 

ມາດຕາ 17 ການດຳເນີນການພາຍຫຼັງກັກສິນຄ້າຊົ່ວຄາວ.

     ພາຍຫຼັງກັກສິນຄ້າຊົ່ວຄາວ ຕ້ອງມີການໄກ່ເກ່ຍກັບເຈົ້າຂອງສິນຄ້າ ຕາມຂະບວນການ ພາຍໃນ ສິບ (10) ວັນ ລັດຖະການ. ເຈົ້າໜ້າທີ່ພາສີມີສິດກັກສິນຄ້າໄວ້ 10 ວັນລັດຖະການ, ຖ້າເກີນກຳນົດເວລາດັ່ງກ່າວ ເຈົ້າໜ້າທີ່ມີສິດກັກ ສິນຄ້າຕໍ່ອີກກໍໄດ້ ແຕ່ຕ້ອງມີຫຼັກຖານວ່າກຳລັງດຳເນີນຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງ ຫຼື ການຮ້ອງຟ້ອງ ຕໍ່ສານປະຊາຊົນ.

 

ມາດຕາ 18 ການວາງເງິນຄໍ້າປະກັນເພີ່ມເຕີມ.

     ໃນກໍລະນີມີການຢຶດສິນຄ້າຫຼາຍຈຸດ ຕາມຄຳຮ້ອງສະບັບດຽວ, ລັດຖະການພາສີ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍວາງເງິນ ຄໍ້າປະກັນເພີ່ມ ຕາມຈໍານວນດ່ານທີ່ຈະມີການຍຶດສິນຄ້າ ໃນຈໍານວນເງິນທີ່ໄດ້ກໍານົດໄວ້ ມາດຕາ 16 ຂອງຄຳແນະນຳ ສະບັບນີ້ ພາຍໃນກຳນົດ ສອງ (2) ວັນ ລັດຖະການ ນັບແຕ່ວັນທີ່ກົມພາສີແຈ້ງໃຫ້ຜູ້ຮ້ອງຂໍຊາບ ເປັນຕົ້ນໄປ. ຖ້າວ່າຜູ້ຮ້ອງຂໍ ບໍ່ໄດ້ວາງເງິນຄໍ້າປະກັນພາຍໃນເວລາກຳນົດໄວ້, ເຈົ້າໜ້າທີ່ພາສີຈະໄດ້ດຳເນີນການທີ່ໄດ້ກຳນົດ ໄວ້ໃນກົດໝາຍ ວ່າດ້ວຍພາສີ.

 

ມາດຕາ 19 ສິນຄ້າທີ່ສົງໄສມີການລະເມີດແບບອຸດສາຫະກໍາ.

     ອີງຕາມຄຳຮ້ອງຂໍ ຕາມທີ່ໄດ້ກຳນົດໄວ້ໃນມາດຕານີ້ ໃນກໍລະນີເຈົ້າໜ້າທີ່ພາສີຫາກສົງໄສວ່າ ການປ່ອຍສິນຄ້າ ທີ່ກ່ຽວຂ້ອງກັບແບບອຸດສາຫະກຳ ເຂົ້າສູ່ວົງຈອນທາງການຄ້າ ແລະ ກໍານົດເວລາ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 17 ຫາກສິ້ນສຸດລົງ ໂດຍບໍ່ມີການຜ່ອນຜັນຊົ່ວຄາວໂດຍອົງການທີ່ກ່ຽວຂ້ອງ ແລະ ປະຕິບັດຕາມເງື່ອນໄຂສໍາລັບການນໍາເຂົ້າ ແລະ ການສົ່ງອອກ ເຈົ້າຂອງສິນຄ້າດັ່ງກ່າວ ຕ້ອງມີສິດຕໍ່ການປ່ອຍ ໂດຍການວາງເງິນຄໍ້າປະກັນໃນຈໍານວນທີ່ພຽງພໍ ເພື່ອປົກປ້ອງຜູ້ຖືສິດສຳລັບການລະເມີດແບບອຸດສາຫະກໍາ. ການວາງເງິນຄໍ້າປະກັນດັ່ງກ່າວ ຕ້ອງບໍ່ກະທົບຕໍ່ການແກ້ໄຂທີ່ມີຕໍ່ ຜູ້ຖືສິດ, ຊຶ່ງໝາຍຄວາມວ່າເງິນຄໍ້າປະກັນຕ້ອງຖືກສົ່ງຄືນ ໃນກໍລະນີຜູ້ຖືສິດຫາກບໍ່ສືບຕໍ່ນໍາໃຊ້ສິດຂອງຕົນ ຢູ່ພາຍໃນກໍ ນົດເວລາທີ່ ເໝາະສົມ.

 

ມາດຕາ 20 ການເກັບຮັກສາສິນຄ້າ.

     ໃນກໍລະນີຈຳເປັນຕ້ອງມີການເກັບຮັກສາ, ເຈົ້າຂອງສິນຄ້າມີສິດ ຂໍເອົາສິນຄ້າໄປເກັບຮັກສາໄວ້ຢູ່ສາງຂອງຕົນ ຫຼື ສະຖານທີ່ອື່ນທີ່ເໝາະສົມ ຕາມການພິຈາລະນາຂອງເຈົ້າໜ້າທີ່ພາສີ ແຕ່ຜູ້ຮ້ອງຂໍຕ້ອງໄດ້ວາງເງິນຄໍ້າປະກັນ ຄ່າພາສີ ອາກອນ ແລະ ພັນທະອື່ນໆ ຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ ແລະ ສິນຄ້າດັ່ງກ່າວຍັງຕົກຢູ່ໃນການຄວບຄຸມຂອງເຈົ້າໜ້າທີ່ພາສີ ເພື່ອຮັບປະກັນບໍ່ໃຫ້ສິນຄ້າ ດັ່ງກ່າວເຂົ້າສູ່ວົງຈອນການຄ້າ.

 

ໝວດທີ 6

ການຮ້ອງຟ້ອງຕໍ່ສານປະຊາຊົນ

 

ມາດຕາ 21 ການຮ້ອງຟ້ອງຕໍ່ສານ.

     ໃນກໍລະນີ ມີການຮ້ອງຟ້ອງຕໍ່ສານ ແລະ ມີຄໍາຕັດສິນ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນ ບອກວ່າສິນຄ້າທີ່ເຈົ້າໜ້າທີ່ພາສີກັກໄວ້ນັ້ນ ແມ່ນສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ຫຼື ສິນຄ້າທີ່ລະເມີດລິຂະສິດ; ເຈົ້າຂອງ ສິນຄ້າຕ້ອງຖືກດຳເນີນຄະດີຕາມກົດໝາຍວ່າດ້ວຍພາສີ. ນອກຈາກນັ້ນແລ້ວ ເຈົ້າຂອງສິນຄ້າຕ້ອງໄດ້ຈ່າຍຄ່າຊົດ ເຊີຍອື່ນໆຕາມຄຳຕັດສິນຂອງສານ, ຖ້າມີເງິນຄໍ້າປະກັນຈາກເຈົ້າຂອງ ສິນຄ້າຕາມ ມາດຕາ 16 ວັກ 2 ຂອງ ຄໍາແນະນໍ ສະບັບນີ້, ໃຫ້ເຈົ້າໜ້າທີ່ພາສີ ນໍາໃຊ້ເງິນຄໍ້າປະກັນຂອງເຈົ້າຂອງສິນຄ້າ ມາຈ່າຍຊົດເຊີຍ ແລະ ຄ່າເສຍຫາຍອື່ນໆ ສ່ວນ ເງິນທີ່ເຫຼືອຈາກຄ່າຊົດເຊີຍ ຕ້ອງສົ່ງຄືນໃຫ້ແກ່ຜູ້ຮ້ອງຂໍ.

     ເມື່ອມີຄຳຕັດສິນຂອງສານປະຊາຊົນວ່າ ສິນຄ້າທີ່ເຈົ້າໜ້າທີ່ພາສີຢຶດໄວ້ນັ້ນ ບໍ່ແມ່ນການຄ້າທີ່ລະເມີດເຄື່ອງໝ າຍການຄ້າ ຫຼື ບໍ່ແມ່ນສິນຄ້າທີ່ລະເມີດລິຂະສິດ, ໃຫ້ເຈົ້າໜ້າທີ່ພາສີນໍາເອົາເງິນຄໍ້າປະກັນຂອງຜູ້ຮ້ອງຂໍມາຈ່າຍຄ່າຊົດ ເຊີຍ ແລະ ຄ່າເສຍຫາຍອື່ນໆ ອັນເປັນຜົນຕໍ່ເນື່ອງຈາກການຍຶດສິນຄ້າຕາມຄໍາຕັດສິນຂອງສານ ສ່ວນເງິນທີ່ເຫຼືອຈາກ ຄ່າຊົດ ເຊີຍຈະຖືກສົ່ງຄືນແກ່ຜູ້ຮ້ອງຂໍ.

 

ມາດຕາ 22 ກໍລະນີບໍ່ມີການຮ້ອງຟ້ອງຕໍ່ສານ.

     ເມື່ອມີການຢຶດສິນຄ້າ, ພາຍໃນກຳນົດສິບ (10) ວັນ ລັດຖະການ, ຜູ້ຮ້ອງຂໍຕ້ອງຮ້ອງຟ້ອງຕໍ່ສານປະຊາຊົນ, ຖ້າ ກາຍກຳນົດດັ່ງກ່າວ ຫາກບໍ່ມີການຮ້ອງຟ້ອງເຈົ້າໜ້າທີ່ພາສີສາມາດປ່ອຍສິນຄ້າອອກໂດຍທັນທີ ແລ້ວຈະນໍາເອົາເງິນ ຄ້ຳປະກັນຂອງຜູ້ຮ້ອງຂໍ ມາຈ່າຍຄ່າຊົດເຊີຍ ແລະ ຄ່າເສຍຫາຍອື່ນໆ ອັນເປັນຜົນເນື່ອງຈາກການຢຶດ ສິນຄ້າໃຫ້ເຈົ້າຂອງ ສິນຄ້າ.

     ໃນກໍລະນີມີການຄໍ້າປະກັນຂອງເຈົ້າຂອງສິນຄ້າຕາມ ມາດຕາ 20 ຂອງ ຄໍາແນະນໍາສະບັບນີ້, ຖ້າເປັນ ການນໍາ ເຂົ້າເພື່ອຊົມໃຊ້ທີ່ຕ້ອງໄດ້ເສຍພາສີ ແລະ ພັນທະອື່ນໆ ໃຫ້ເຈົ້າໜ້າທີ່ພາສີຫັກເອົາຄ່າພາສີ, ອາກອນ ແລະ ພັນທະອື່ນໆ ອອກແລ້ວມອບເຂົ້າງົບປະມານແຫ່ງລັດ ສ່ວນເງິນທີ່ເຫຼືອຈະຖືກສົ່ງຄືນແກ່ເຈົ້າຂອງສິນຄ້າ.

 

ມາດຕາ 23 ການຖອນຄຳຮ້ອງຟ້ອງ.

     ໃນກໍລະນີການສົມຍອມຄະດີ, ຜູ້ຮ້ອງຟ້ອງມີສິດຖອນຮ້ອງຟ້ອງ ກ່ອນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນ.

ໝວດທີ 7 ບົດບັນຍັດສຸດທ້າຍ

 

ມາດຕາ 24 ການປະຕິບັດຕໍ່ສິນຄ້າທີ່ລະເມີດສິດຊັບສິນທາງປັນຍາ.

     ສິນຄ້າລະເມີດສິດຊັບສິນທາງປັນຍາ ຕ້ອງຖືກທຳລາຍ ບົນພື້ນຖານການເຫັນດີຂອງຄູ່ກໍລະນີທັງສອງຝ່າຍ. ສ່ວນຄ່າໃຊ້ຈ່າຍໃນການທຳລາຍແມ່ນເຈົ້າຂອງສິນຄ້າເປັນຜູ້ຮັບຜິດຊອບ.

 

ມາດຕາ 25 ການຈັດຕັ້ງປະຕິບັດ.

-  ມອບໃຫ້ກົມພາສີ ເຜີຍແຜ່ການແນະນຳ ແກ່ເຈົ້າໜ້າທີ່ພາສີປະຈຳແຂວງ, ນະຄອນຫຼວງ, ດ່ານພາສີຊາຍແດນ ແລະ ຜູ້ປະກອບການທີ່ກ່ຽວຂ້ອງ ໃນການປະຕິບັດມາດຕະການປົກປ້ອງຊັບສິນທາງປັນຍາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

-  ມອບໃຫ້ກົມພາສີ ອອກຄູ່ມືແນະນຳລະອຽດກ່ຽວກັບ ຂັ້ນຕອນການຈັດຕັ້ງປະຕິບັດ ຄໍາແນະນໍາສະບັບນີ້ ເປັນລາຍລະອຽດ.

-  ມອບໃຫ້ລັດຖະການພາສີແຕ່ລະຂັ້ນ ຈັດຕັ້ງການເຜີຍແຜ່ຄຳແນະນຳສະບັບນີ້ ໃຫ້ແກ່ຂະແໜງການກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ຢ່າງເຂັ້ມງວດ.

 

ມາດຕາ 26 ຜົນສັກສິດ.

     ຄໍາແນະນໍາສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນບົດແນະນໍາຂອງກະຊວງ ການເງິນວ່າ ດ້ວຍມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ ສຳລັບເຈົ້າໜ້າທີ່ພາສີ ສະບັບເລກທີ 1970/ກງ, ລົງວັນ ທີ 08 ກັນຍາ 2011 ແລະ ພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ.

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

# ຫົວຂໍ້ ດາວໂຫຼດ
1 Instruction to protect the intellectual property rights of Customs Officers, No. 0121/MOF, date 13 January 2022. PDF
2 ຄໍາແນະນໍາ ວ່າດ້ວຍມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ, ເລກທີ 0121/ກງ, ລົງວັນທີ 13 ມັງກອນ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.