ໃນລະຫວ່າງ​ວັນ​ທີ 19 - 21  ມັງ​ກອນ 2022 ທີ່ຫ້ອງປະຊຸມຂອງ ​ພະ​ແນກ​​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າແຂວງ​ຄຳ​ມ່ວນໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ໃຫ້​​ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າຄຳມ່ວນ ແລະ ຜູ້​ປະ​ກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ແຂວງ​ ຕາມການ​ສະ​ເໜີ​ຂອງ​ພາກ​ສ່ວນ​ດັ່ງ​ກ່າວ. ຊຸດຝຶກອົບຮົມຄັ້ງ​ນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພຸດ​ສະ​ຫວັນ ຂຸນ​ຈັນ​ທະ ຮອງຫົວໜ້າກົມກ​ານນ​ນຳ​ເຂົ້າ ແລະ ສົ່ງ​ອອກ (ກົມ ຂອ) ​ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳ​ນວນ 35 ທ່ານ.

     ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອສົ່ງເສີມໃຫ້ເຈົ້າ​ໜ້າ​ທີ່​ປະ​ຈຳ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ແລະ ຜູ້ປະກອບການພາຍໃນແຂວງ ຫັນ​ມານໍາໃຊ້​ລະ​ບົບ​ການ​ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ​ທາງ​ເອ​ເລັກ​ໂຕ​ຣ​ນິກທີ່ມີຄວາມກະທັດຮັດ ແລະ ທັນສະໄໝຕາມຍຸກເຕັກໂນໂລຊີ ກໍ່ຄືການນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແລະ ສົ່ງ​ເສີມ​ໃຫ້​ຜູ້​ປະ​ກອບ​ການ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ສາ​ມາດ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ.

     ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ໄດ້ຮັບການເພີ່ມທັກສະໃນການເຮັດຂັ້ນຕອນຂອງລະບົບ e-CO, ຂັ້ນຕອນໃນການອະນຸມັດ ແລະ ພິມຟອມຜ່ານລະບົບ. ສໍາລັບ ພາກທຸລະກິດ ແມ່ນໄດ້ລົງເລິກຕື່ມໃນການລົງທະບຽນນຳໃຊ້ລະບົບ e-CO, ການເຂົ້ານຳໃຊ້ລະບົບ, ວິທີຕື່ມຂໍ້ມູນລົງໃນແຕ່ລະແບບຟອມ, ການອັບໂຫຼດຂໍ້ມູນໃນການຂໍຟອມ ແລະ ການຕິດຕາມການເຄື່ອນໄຫວຂອງຟອມທີ່ທ່ານສົ່ງເຂົ້າໃນລະບົບ.

   ກົມ ຂອ ມີ​ແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ​ບັນ​ດາ​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ສ​າ​ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້​ພາຍໃນປີ 2022, ຊຶ່ງ​ ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ກໍ່ເປັນໜຶ່ງໃນ​​ຫ້ອງການເປົ້າໝາຍ ແລະ ​ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ກຸມພາ 2022.

     ປະ​ຈຸ​ບັນ​ນີ້, ມີ​ຈຳ​ນວນ 06 ຫ້ອງ​ການ​ທີ່​ອອກ​ຜ່ານ​ລະ​ບົບ e-CO ໄດ້​ແກ່: ກົມ ຂອ, ຫ້ອງ​ການ​ຄຸ້ມ​ຄອງບໍ​ລິ​ຫານ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ວຽງຈັນໂນນ​ທອງ (01 ຕຸລາ 2020), ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ຈຳປາ​ສັກ (01 ທັນວາ 2020), ສະ​ຫວັນ​ນະ​ເຂດ (01 ມັງກອນ 2021), ບໍ​ລິ​ຄຳ​ໄຊ (01 ມີ​ນາ 2021) ແລະ ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ນະ​ຄອນຫຼວງວຽງ​ຈັນ (01​ ກັນ​ຍາ 2021).

ສຳ​ລັບ​ພາກ​ສ່ວນ​ໃດ​ທີ່​ສົນ​ໃຈ​ໃນ​ການ​ອອກ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ທີ່​ໄດ້​ຮັບ​ສິດ​ທິ​ພິ​ເສດ ສາ​ມາດ​ສອບ​ຖາມລາຍ​ລະ​ອຽດ​ເພີ່ມ​ຕື່ມ​ໄດ້​ທີ່ ພະ​ແນກ​ຄຸ້ມ​ຄອງ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ​ເບີ​ໂທ: 021 450255 ແລະ ສາມາ​ດ​ເຂົ້າ​ໄປ​ສຶກ​ສາ​ຂໍ້​ມູນ​ໄດ້​ທີ່​ເວັບ​ໄຊ​ທ໌: www.laotradeportal.gov.la, www.ecolao.gov.la.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.