ພາບປະກອບ

 

       ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄໍາສັ່ງ ວ່າດ້ວຍ ການໂຈະ ການອະນຸຍາດ ນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດ ຂອງເຊື້ອພະຍາດອະຫິວາໝູອາຟຣິກາ, ເລກທີ 0160/ກປ, ລົງວັນທີ 19 ມັງກອນ 2022 ເຊິ່ງມີລາຍລະອຽດອັນສໍາຄັນດັ່ງນີ້:

  1. ໃຫ້ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນໂຈະການອະນຸຍາດ ນໍາເຂົ້າ ແລະ ສົ່ງຜ່ານ ໝູມີຊີວິດ ແລະ ຜະລິດຕະພັນໝູ ທຸກຊະນິດ ລວມທັງ ຜະລິດຕະພັນ ໝູ ປຸງແຕ່ງເບື້ອງຕົ້້ນ ຈາກຣາຊະອານາຈັກໄທ ແລະ ປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ເຂົ້າມາ ຫຼື ສົ່ງຜ່ານ ສປປ ລາວ;
  2. ໃຫ້ກົມລ້ຽງສັດ ແລະ ການປະມົງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ຊີ້ນໍາສັດຕະວະແພດປະຈໍາ ດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖີ່ນ ແລະ ດ່ານຊາຍແດນປະເພນີ ເພີ່ມທະວີ ຕິດຕາມ ແລະ ກວດກາ ການນໍາເຂົ້າ ຫຼື ສົ່ງຜ່ານ ໝູມີຊີວິດ, ຜະລິດຕະພັນໝູ ທຸກຊະນິດ ລວມທັງ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນ ຈາກຣາຊາອານາຈັກໄທ ຫຼື ຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣີກາ ເຂົ້າມາ ສປປ ລາວ. ໃນກໍລະນີກວດພົບເຫັນ ໃຫ້ຍຶດ ແລະ ດໍາເນີນການ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;
  3. ໃນກໍລະນີມີເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ພົບເຫັນຜູ້ລະເມີດ ຫຼື ກະທໍາຜິດ ທີ່ຍັງມີການນໍາເອົາໝູມີຊີວິດ ແລະ ຜະລິດຕະພັນໝູປຸງແຕ່ງເບື້ອງຕົ້ນຈາກຣາຊອານາຈັກໄທ ຫຼື ຜ່ານຣາຊອານາຈັກໄທ ເຂົ້າມາດ່ານ ຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ພ້ອມທັງລາຍງານໃຫ້ພະແນກກະສິກໍາ ແລະ ປ່າໄມ້, ແຂວງ ຫຼື ນະອຄນຫຼວງວຽງຈັນ ທີ່ກ່ຽວຂ້ອງ ແລະ ກົມລ້ຽງສັດ ແລະ ການປະມົງຮັບຊາບ ໂດຍດ່ວນ;
  4. ສໍາລັບຂອງກາງທີ່ກວດຍຶດໄດ້ຈາກການລັກລອບນໍາເຂົ້າ ຫຼື ສົ່ງຜ່ານ ໃຫ້ນໍາໄປທໍາລາຍຖິ້ມດ້ວຍການ ເຜົາ ຫຼື ຝັງ ຕາມຫຼັກວິຊາການ, ສ່ວນຜູ້ທີ່ລະເມີດ ໃຫ້ເຮັດບົດບັນທຶກກ່ວເຕືອນ, ປັບໃໝ ຫຼື ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.