ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງການເງິນ

ເລກທີ 0394 /ກງ

ນະຄອນຫຼວງວຽງຈັນ, ວັນທີ 04 ກຸມພາ 2022

 

ຄຳແນະນຳ

ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອາກອນຊົມໃຊ້

  • ອີງຕາມ ກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019;
  • ອີງຕາທ ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍກ່ຽວກັຍສ່ວຍສາອາກອນ ສະບັບ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ໜັງສືສະເໜີຂອງກົມສ່ວຍສາອາກອນ ສະບັບເລກທີ 0136/ກສອ, ລົງວັນທີ 20 ມັງກອນ 2022

ລັດຖະມົນຕີກະຊວງການເງິນ ອອກຄຳແນະນຳ:

  1. ຈຸດປະສົງ
  1. ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ68/ສພຊ, ລົງວັນທີ 19 ມິຖຸນາ 2019 ແລະ ກົດໝາຍ ວ່າດ້ວຍ ການປັບປຸງບາງມາດຕາ ຂອງກົດໝາຍກ່ຽວກັຍສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021;
  2. ເພື່ອແນະນະ, ອະທິບາຍວິທີການ ແລະ ຍົກຕົວຢ່າງປະກອບ ໃຫ້ເຂົ້າໃຈງ່າຍ ໃນການຈັດຕັ້ງປະຕິບັດວຽກງານອາກອນຊົມໃຊ້;
  3. ເພື່ອເປັນບ່ອນອີງ ໃນການຄິດໄລ່, ການເກັບ, ການແຈ້ງ, ການມອບ, ການຄຸ້ມຄອງ ແລະ ການຕິດຕາມກວດກາ ການຈັດຕັ້ງປະຕິບັດອາກອນຊົມໃຊ້ ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນສູງ ແນ່ໃສ່ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທຸກພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ, ທຳມາຫາກິນ ແລະ ປະກອບອາຊີບຕ່າງໆ ຢູ່ໃນ ສປປ ລາວ ມີຕວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.
  1. ແນະນຳເພີ່ມເຕີມເນື້ອໃນບາງມາດຕາຂອງກົດໝາຍ
  1. ມາດຕາ 2 ອາກອນຊົມໃຊ້

          ອາກອນຊົມໃຊ້ ແມ່ນ ພັນທະເປັນເງິນ ທີ່ເກັບຈາກການຊົມໃຊ້ບາງປະເພດສິນຄ້າ ທີ່ນຳເຂົ້າ ຫຼື ຜະລິດ ພາຍໃນ ແລະ ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ.

          ອາກອນຊົມໃຊ້ ແມ່ນປະເພດອາກອນ ທາງອ້ອມ ເກັບ ຈາກບາງປະເພດ ສິນຄ້າ ທີ່ນຳເຂົ້າຈາກຕ່າງປະເທດ, ຈາກເສດຖະກິດພິເສດ ແລະ ເຂດປອດພາສີ ມາໃນ ສປປ ລາວ ແລະ ເກັບຈາກການສະໜອງບາງປະເພດສິນຄ້າ ແລະ ບາງກິດຈະການບໍລິການ ຢູ່ໃນ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ຢູາໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້, ອາກອນຊົມໃຊ້ ເປັນສ່ວນໜຶ່ງ ໃນລະບົບສ່ວຍສາອາກອນ ຂອງ ສປປ ລາວ.

  1. ມາດຕາ 6 ພັນທະກ່ຽວກັບອາກອນຊົມໃຊ້

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຊົມໃຊ້ບາງປະເພດສິນຄ້າ ແລະ ການບໍລິການ ຢູ່ ສປປ ລາວ ລ້ວນແຕ່ມີພັນທະເສຍອາກອນຊົມໃຊ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ68/ສພຊ, ລົງວັນທີ 19 ມິຖຸນາ 2019 ແລະ ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັຍສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021;

ຜູ້ມີພັນທະທີ່ຕ້ອງເສຍອາກອນຊົມໃຊ້ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າ, ຊື້ ຫຼື ຊົມໃຊ້ ສິນຄ້າ ແລະ/ຫຼື ການບໍລິການ ທີ່ຖືກເສຍອາກອນຊົມໃຊ້ ຢູ່ໃນດິນແດນຂອງ ສປປ ລາວ ໂດຍບໍ່ຈຳແນກວ່າ ຈະເປັນຄົນລາວ, ຄົນຕ່າງດ້າວ ຫຼື ຄົນຕ່າງປະເທດ ທີ່ດຳເນີນທຸລະກິດ ຫຼື ບໍ່ກໍຕາມ.

  1. ມາດຕາ 9 ການເກັບອາກອນຊົມໃຊ້

ການເກັບອາກອນຊົມໃຊ້ ແມ່ນ ການເກັບອາກອນຈາກ ການຊົມໃຊ້ບາງປະເພດສິນຄ້າ ທີ່ນຳເຂົ້າ ຫຼື ຜະລິດພາຍໃນ ຫຼື ການບໍລິການ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມອັດຕາທີ່ໄດ້ກຳນົດໄວ້ໃນມາດຕາ 15 ຂອງກົດໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021, ຊຶ່ງຜູ້ເກັບອາກອນຊົມໃຊ້ ແມ່ນ ຜູ້ທີ່ເຮັດໜ້າທີ່ເກັບອາກອນຊົມໃຊ້ ຈາກສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ດັ່ງນີ້:

  1. ຜູ້ເກັບອາກອນຊົມໃຊ້ ສຳລັບສິນຄ້າ ທີ່ຕ້ອງເສຍອາກອນຊົມໃຊ້ ທີ່ນຳເຂົ້າຈາກ ຕ່າງປະເທດ, ເຂດເສດຖະກິດພິເສດ ແລະ ເຂດປອດພາສີ ແມ່ນ ເຈົ້າໜ້າທີ່ ຜູ້ທີ່ຖືກມອບໝາຍໃຫ້ເກັບ ທີ່ປະຈຳຢູ່ດ່ານບ່ອນນຳເຂົ້າ ຫຼື ປະຈຳຢູ່ເຂດເສດຖະກິດພິເສດ ແລະ ເຂດປອດພາສີ, ຊຶ່ງໃນປະຈຸບັນ ແມ່ນ ເຈົ້າໜ້າທີ່ພາສີ ຫຼື ຜູ້ຖືກມອບໝາຍໃຫ້ເກັບ ເປັນຜູ້ເຮັດໜ້າທີ່ດັ່ງກ່າວ;
  2. ຜູ້ເກັບອາກອນຊົມໃຊ້ ສຳລັບການຜະລິດສິນຄ້າ ຫຼື ຜູ້ປະກອບພາຍໃນ ທີ່ຕ້ອງເສຍອາກອນຊົມໃຊ້ ຢູ່ພາຍໃນປະເພດ ແມ່ນ ຜູ້ຜະລິດສິນຄ້າ ຫຼື ຜູ້ປະກອບພາຍໃນ ຢູ່ໃນ ສປປ ລາວ;
  3. ຜູ້ເກັບອາກອນຊົມໃຊ້ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຢູາພາຍໃນປະເທດ ແມ່ນ ຜູ້ດຳເນີນທຸລະກິດ ທີ່ສ້າງຕັ້ງວິສາຫະກິດ ຢູ່ໃນ ສປປ ລາວ;
  4. ຜູ້ມີພັນທະຕ້ອງມອບອາກອນຊົມໃຊ້ ສຳລັບການຊື້ ສິນຄ້າ ແລະ/ຫຼື ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ຈາກຜູ້ບໍ່ມີພູມລຳເນົາທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແມ່ນ ບຸກຄົນທົ່ວໄປ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະດຳເນີນທຸລກິດ ຫຼື ບໍ່ກໍຕາມ.
  1. ມາດຕາ 10 ການເກັບອາກອນຊົມໃຊ້

ຜູ້ມອບອາກອນຊົມໃຊ້ ມີ ດັ່ງນີ້:

  1. ຜູ້ນຳເຂົ້າສິນຄ້າ ເປັນ ຜູ້ມອບອາກອນຊົມໃຊ້ ສຳລັບສິນຄ້ານຳເຂົ້າ, ຊຶ່ງພາຍຫຼັງທີ່ເຈົ້າໜ້າທີ່ພາສີ ຫຼື ຜູ້ຖືກມອບໝາຍໃຫ້ເກັບ ໄດ້ຄິດໄລ່ຈຳນວນອາກອນຊົມໃຊ້  ທີ່ຕ້ອງເສຍແລ້ວ ຜູ້ນຳເຂົ້າສິນຄ້າດ່ງກ່າວ ຕ້ອງນຳຈຳນວນເງິນອາກອນຊົມໃຊ້ນັ້ນ ໄປມອບເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ວັກ 1 ຂີດໜ້າທີ 1 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ຂໍ້ 11 ຂໍ້ 1) ຂອງຄຳແນະນຳສະບັບນີ້ ແລ້ວຈຶ່ງສາມາດນຳເອົາສິນຄ້າຂອງຕົນ ອອກຈາກດ່ານພາສີ ຫຼື ອອກຈາກເຂດເສດຖະກິດພິເສດ ຫຼື ເຂດປອດພາສີ ເຂົ້າມາໃນ ສປປ ລາວໄດ້. ສຳລັບສິນຄ້າ ຫຼື ພາຫະນະ ທີ່ນຳເຂົ້າຊົ່ວຄາວ ແຕ່ບໍ່ໄດ້ນຳອອກຄືນ ພາຍຫຼັງທີ່ເຈົ້າໜ້າທີ່ພາສີ ຫຼື ຜູ້ຖືກມອບໝາຍໃຫ້ເກັບ ໄດ້ຄິດໄລ່ ຈຳນວນ ອາກອນຊົມໃຊ້ ຕາມມູນຄ່າທີ່ຄະນະກຳມະການຖືກແຕ່ງຕັ້ງກຳນົດແລ້ວ ຜູ້ຊື້ ຫຼື ຜູ້ຂາຍສິນຄ້າດັ່ງກ່າວ ຕ້ອງນຳຈຳນວນເງິນອາກອນຊົມໃຊ້ນັ້ນໄປມອບເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 18 ຂີດໜ້າທີ 1 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ຂໍ້ 11 ຂໍ້ 1) ຂອງຄຳແນະນຳສະບັບນີ້;
  2. ຜູ້ຜະລິດສິນຄ້າ ຫຼື ຜູ້ປະກອບພາຍໃນ ເປັນ ຜູ້ມອບອາກອນຊົມໃຊ້ ສຳລັບການຜະລິດສິນຄ້າ ຫຼື ການປະກອບພາຍໃນ ທີ່ຕ້ອງເສຍອາກອນຊົມໃຊ້ ຢູ່ໃນປະເທດ, ຊຶ່ງພາຍຫຼັງທີ່ຜູ້ຜະລິດສິນຄ້າ ຫຼື ຜູ້ດຳເນີນທຸລະກິດ ໄດ້ຄິດໄລ່ ແລະ ເກັບຈຳນວນອາກອນຊົມໃຊ້ທີ່ຕ້ອງເສຍແລ້ວ ຕ້ອງນຳໄປມອບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນຕາມທີ່ໄດ້ກຳນົດໄວ້ ຢູ່ໃນມາດຕາ 18 ວັກ 1 ຂີດໜ້າ 2 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ຂໍ້ 11 ຂໍ້ 2) ຂອງຄຳແນະນຳສະບັບນີ້;
  3. ຜູ້ສະໜອງ ສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຢູ່ພາຍໃນປະເທດ ຫຼື ຜູ້ດຳເນີນທຸລະກິດ ທີ່ສ້າງຕັ້ງວິສາຫະກິດ ຢູ່ໃນ ສປປ ລາວ ເປັນ ຜູ້ມອບອາກອນຊົມໃຊ້ສຳລັບການສະໜອງ ສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຢູ່ພາຍໃນປະເທດ ແມ່ນຜູ້ດຳເນີນທຸລະກິດ ທີ່ສ້າງຕັ້ງວິສາຫະກິດ ຢູ່ໃນ ສປປ  ລາວ, ພາຍຫຼັງທີ່ຕົນໄດ້ຄິດໄລ່ ແລະ ເກັບຈຳນວນອາກອນຊົມໃຊ້ທີ່ຕ້ອງເສຍແລ້ວ ຕ້ອງນຳໄປມອບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ ຢູ່ໃນມາດຕາ 18 ວັກ 1 ຂີດໜ້າ 2 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ຂໍ້ 11 ຂໍ້ 2) ຂອງຄຳແນະນຳສະບັບນີ້;
  4. ຜູ້ຊື້ ສິນຄ້າ ແລະ/ຫຼື ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ເປັນ ຜູ້ມອບອາກອນຊົມໃຊ້ ສຳລັບການຊື້ສິນຄ້າ ແລະ/ຫຼື ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຈາກຜູ້ບໍ່ມີພູມລຳເນົາທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ ສປປ ລາວ, ຊຶ່ງຜູ້ຊື້ສິນຄ້າ ແລະ/ຫຼື ການບໍລິການດັ່ງກ່າວ ແມ່ນບຸກຄົນທົ່ວໄປ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະດຳເນີນທຸລະກິດ ຫຼື ບໍ່ກໍຕາມ. ພາຍຫຼັງທີ່ຜູ້ຊື້ສິນຄ້າ ແລະ/ຫຼື ບໍລິການ ຈາກຜູ້ບໍ່ມີພູມລຳເນົາ ໄດ້ຄິດໄລ່ ແລະ ເກັບຈຳນວນອາກອນຊົມໃຊ້ທີ່ຕ້ອງເສຍແລ້ວ ແມ່ນ ຕ້ອງນຳໄປມອບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ ຢູ່ໃນມາດຕາ 18 ວັກ 1 ຂີດໜ້າ 3 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ຂໍ້ 11 ຂໍ້ 3) ຂອງຄຳແນະນຳສະບັບນີ້;
  1. ມາດຕາ 11 ສິນຄ້າ ແລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້

          ລາຍການ ສິນຄ້າ ທີ່ນຳເຂົ້າ ແລະ ຜະລິດ ຫຼື ປະກອບ ຢູ່ພາຍໃນປະເທດ ຫຼື ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຕາມຈຳນວນລາຍການ ທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019. ຖ້າມີການສະໜອງສິນຄ້າ ແລະ/ຫຼື ການບໍລິການອື່ນ ນອກເໜືອຈາກລາຍການດັ່ງກ່າວນີ້ ແມ່ນ ຈະບໍ່ຖືກເສຍອາກອນຊົມໃຊ້. ເພື່ອສະດວກສຳລັບການຈັດຕັ້ງປະຕິບັດ ຈຶ່ງໄດ້ຍົກເອົາລາຍການສິນຄ້າ ແລະ ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ມາບັນຈຸເຂົ້າໃນຂໍ້ 2.1 ແລະ ຂໍ້ 2.2 ຂອງຕຳແນະນຳສະບັບນີ້ ດັ່ງນີ້:

  1. ສິນຄ້າທີ່ຕ້ອງເສຍອາກອນຊົມໃຊ້:
  1. ນຳ້ມັນເຊື້ອໄຟ;
  2. ພາຫະນະ ລົດຈັກ ແລະ ລົດໃຫຍ່;
  3. ຊິ້ນສ່ວນປະກອບພາຫະນະ;
  4. ເຄື່ອງອາໄຫຼ່ປ່ຽນຖ່າຍພາຫະນະ;
  5. ເຄື່ອງຕົບແຕ່ງພາຫະນະ;
  6. ເຫຼົ້າ, ເຄື່ອງດື່ມທີ່ມີທາດເຫຼົ້າ;
  7. ເບຍ;
  8. ຢາສູບ: ຢາສູບເປັນກອກ ຫຼື ເປັນຊອງ ແລະ ຢາສູບປະເພດອື່ນໆ;
  9. ອາຍແກັດໃຊ້ສຳລັບຍານພາຫະນະ;
  10. ເຄື່ອງດື່ມສຳເລັດຮຸບ ເຊັ່ນ ນຳ້ອັດລົມ, ໂຊດາ, ເຄື່ອງດື່ມຊູກຳລັງ;
  11. ເຄື່ອງແກ້ວຄຣິດຕັນທີ່ເປັນເຄື່ອງໃຊ້ ແລະ ປະດັບ, ໂຄມໄຟປະດັບ;
  12. ຜ້າພົມທີ່ເຮັດດ້ວຍຂົນແກະ ຫຼື ຂົນລະອຽດຂອງສັດ;
  13. ນຳ້ຫອມ, ຜະລິດຕະພັນເຄື່ອງສຳອາງ, ອຸປະກອນຮັບໃຊ້ການເສີມສວຍ ແລະ ເສີມຄວາມງາມ;
  14. ໄພ້ ແລະ ເຄື່ອງຫຼິ້ນການພະນັນທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ;
  15. ບັ້ງໄຟ, ດອກໄມ້ໄຟ, ໝາກກະໂພກ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ;
  16. ເຮືອໄວ, ເຮືອຢ໊ອດ ແລະ ເຮືອກິລາທີ່ແລ່ນດ້ວຍເຄື່ອງຈັກ;
  17. ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ (ຈານດາວທຽມ, ກ່ອງຮັບສັນຍານ);
  18. ເຄື່ອງຫຼິ້ນສຽງ ແລະ ພາບ, ກ້ອງຖ່າຍຮູບ, ໂທລະສັບ, ເຄື່ອງອັດສຽງ ແລະ ພາບ, ເຄື່ອງດົນຕີ;
  19. ເຮືອບິນບໍ່ມີຄົນຂັບ, ເຄື່ອງຖ່າຍພາບທາງອາກາດ, ເຄື່ຶງບິນດ້ວຍຈ້ອງ ແລະ ເຄື່ອງຈັກໄອພົ່ນຂະໜາດນ້ອຍ;
  20. ໂຕະບີລຽດ, ໂຕະສະນຸກເກີ, ອຸປະກອນໂບລິ້ງ, ໂຕະຫຼິ້ນບານເຕະ;
  21. ເຄື່ອງຫຼິນເກມທຸກປະເພດ ເຊັ່ນ: ເພລເຕຊັນ ເອັກບ໊ອກ.
  1.  ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້:
  1. ການບັນເທີງ: ໂຮງເຕັ້ນລຳ, ດິດສະໂກ້ເທັກ, ຄາຣາໂອເກະ;
  2. ກິດຈະການໂບລິ້ງ;
  3. ກິດຈະການສັນຍາກຳເສີມຄວາມງາມ;
  4. ກິດຈະການບໍລິການໂທລະສັບ, ສັນຍານໂທລະພາບສາຍໄຍ, ສັນຍານໂທລະພາບດິຈິຕອນ;
  5. ກິດຈະການບໍລິການອິນເຕີເນັດ;
  6. ກິດຈະການສະໜາມກ໊ອຟ;
  7. ກິດຈະການຫວຍ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ;
  8. ກິດຈະການ ກາຊິໂນ, ຕູ້ເກມຢອດຫຼ່ຽນ ແລະ ຫຼິນເກມທຸກປະເພດ;
  9. ກິດຈະການແຂ່ງລົດ, ແຂ່ງມ້າ, ຕີໄກ່;
  10. ກິດຈະການບາລູນ, ບໍລິການບິນດ້ວຍຈ້ອງ ຫຼື ຈັກອາຍພົ່ນຂະໜາດນ້ອຍ, ການບໍລິການຖ່າຍພາບທາງອາກາດ.
  1. ມາດຕາ 12 ສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນຊົມໃຊ້

          ລາຍການ ສິນຄ້າ ແລະ ການບໍລິການ ທີ່ຖືກຍົກເວັ້ນອາກອນຊົມໃຊ້ ແມ່ນ ໄດ້ຮັບການຍົກເວັ້ນອາກອນຊົມໃຊ້ ຕາມເປົ້າໝາຍນຳໃຊ້ທີ່ມີລັກສະນະສົ່ງເສີມການຜະລິດ ຢູ່ພາຍໃນປະເທດ ເປັນຕົ້ນ ປະເພດກົນຈັກໜັກ ແລະ ກົນຈັກກະສິກຳ. ສິນຄ້າ ແລະ ການບໍລິການ ຈຳນວນໜຶ່ງ ແມ່ນ ໄດ້ຮັບການຍົົກເວັ້ນອາກອນຊົມໃຊ້ ຕາມນະໂຍບາຍດ້ານສາທາລະນະປະໂຫຍດ ຂອງສັງຄົມ ແລະ ອີກຈຳນວນໜຶ່ງ ແມ່ນ ລາຍການ ສິນຄ້າ ແລະ ການບໍລິການທີ່ຖືກເສຍອາກອນຊົມໃຊ້ ແຕ່ໄດ້ຮັບການຍົກເວັ້ນອາກອນຊົມໃຊ້ ໃນກໍລະນີສິນຄ້າດັ່ງກ່າວເປັນສິນຄ້າຜ່ານແດນ ແລະ ສິນຄ້າສົ່ງອອກດັ່ງນີ້:

  1.  ສິນຄ້າ ຕາມລາຍການທີ່ຖືກເສຍອາກອນຊົມໃຊ້ ທີ່ກຳນົດໄວ້ໃນມາດຕາ 11 ຂໍ້ ກ ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ຖືກຍົກເວັ້ນອາກອນຊົມໃຊ້ ຂອງ ສປປ ລາວ ໃນກໍລະນີ ສິນຄ້າດັ່ງກ່າວເປັນສິນຄ້າຜ່ານແດນ ຫຼື ທີ່ຜະລິດຢູ່ໃນປະເທດ ເພື່ອສົ່ງອອກໄປຕ່າງປະເທດ, ຊຶ່ງໝາຍເຖິງ ສິນຄ້າດັ່ງກ່າວນັ້ນ ແມ່ນ ບໍ່ຖືກນຳໃຊ້ ຫຼື ຊົມໃຊ້ຢູ່ພາຍໃນ ສປປ ລາວ ຈຶ່ງບໍ່ຖືກເສຍອາກອນຂົມໃຊ້ ຢູ່ ສປປ ລາວ, ສິນຄ້າຜ່ານແດນ ຫຼື ສິນຄ້າສົ່ງອອກ ຕ້ອງມີເອກະສານຄວບຄຸມ ແລິ ຕິດຕາມ ພາຍໃຕ້ການຄຸ້ມຄອງ ຂອງຂະແໜງພາສີ, ສິນຄ້າຜ່ານແດນ ແລະ ສິນຄເາສົ່ງອອກ ຫ້າມຈະໜ່າຍຢູ່ພາຍໃນປະເທດເດັດຂາດ;
  1.  ເຫຼົ້າສຳລັບຮັບໃຊ້ວຽກງານການແພດ ແມ່ນ ເຫຼົ້າ 90 ອົງສາໃຊ້ສຳລັບຂ້າເຊື້ອພະຍາດ, ເຫຼົ້າ 70 ແລະ ເຫຼົ້າ 75 ອົງສາ ໃຊ້ສຳລັບ ລ້າງ ຫຼື ທຳຄວາມສະອາດບາດແຜ ຈະເປັນການນຳເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດ ກໍໄດ້ຮັບການຍົກເວັ້ນອາກອນຊົມໃຊ້;
  1.  ລົດ ແລະ ເຄື່ອງຮັບໃຊ້ ທີ່ນຳເຂົ້າໂດຍສະຖານທູດ, ສະຖານກົງສູນໃຫຍ່ ແລະ ອົງການຈັດຕັ້ງສາກົນປະຈຳຢູ່ ສປປ ລາວ ຕາມລະບຽບການ ແມ່ນ ລົດ ແລະ ວັດຖຸອຸປະກອນ ທີ່ຮັບໃຊ້ວຽກງານທາງລັດຖະການ ຂອງອົງການດັ່ງກ່າວ ຕາມ ຂໍ້ຕົກລົງ, ສັນຍາ ຫຼື ສົນທິສັນຍາສາກົນ ລະຫວ່າງ ລັດຖະບານ ແຫ່ງສປປ ລາວ ແລະ ບັນດາປະເທດທີ່ມີສາຍພົວພັນການທູດ ກັບ ສປປ ລາວ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ;
  1. ບັ້ງໄຟ, ດອກໄມ້ໄຟ, ໝາກກະໂພກ ທີ່ການຈັດຕັ້ງຂອງລັດນຳເຂົ້າມາ ເພື່ອຮັບໃຊ້ການສະເຫຼີມສະຫຼອງງານສຳຄັນທີ່ເປັນທາງການ, ຜູ້ນຳເຂົ້າລາຍການສິນຄ້າດັ່ງກ່າວ ຕ້ອງມີເອກະສານອະນຸຍາດ ຈາກຂະແໜງການລັດທີ່ກ່ຽວຂ້ອງ ຍື່ນຕໍ່ເຈົ້າໜ້າືີ່ ພາສີ ແລະ ເຈົ້າໜ້າທີ່ອື່ນ ທີ່ປະຈຳຢູ່ບ່ອນນຳເຂົ້າ ເພື່ອພິຈາລະນາຍົກເວັ້ນອາກອນຊົມໃຊ້ໃຫ້ຕາມກົດໝາຍກຳນົດ;
  1. ລົດກູ້ໄພ, ເຮືອບິນກູ້ໄພ, ເຮືອກູ້ໄພ, ລົດຮັບສົ່ງຄົນເຈັບ ຂອງໂຮງໝໍ, ລົດມອດໄຟ ແລະ ລົດຮັບໃຊ້ວິຊາສະເພາະ ຂອງກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ລົດຮັບໃຊ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນ ລົດຫຸ້ມເກາະ, ລົດຖັງ, ລົດລຳລຽງຂອງກຳລັງປະກອບອາວຸດ, ລົດສ້ອມແປງເຄື່ອນທີ່ ແລະ ລົດວິຊາສະເພາະອື່ນໆ;

ສຳລັບລົດຮັບໃຊ້ວຽກງານບໍລິຫານ ເຊັ່ນ: ລົດເກັງ, ລົດຕູ້, ລົດຈິບ, ລົດກະບະ ແລະ ລົດປະເພດອື່ນ ແມ່ນ ບໍ່ໄດ້ຮັບການຍົກເວັ້ນອາກອນຊົມໃຊ້;

  1. ກົນຈັກຮັບໃຊ້ ວິຊາສະເພາະດານຜະລິກກະສິກຳໂດຍກົງ ທີ່ຜະລິດ ຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ ເຊັ່ນ: ລົດໄຖນາ, ລົດດຳນາ, ລົດຄາດນາ, ລົດກ່ຽວເຂົ້າ, ລົດປັ່ນເຂົ້າ, ລົດຢອດເມັດ ແລະ ເຄື່ອງກົົນຈັກອື່ນສຳລັບການປູກຝັງ ແລະ ລ້ຽງສັດ, ກົນຈັກຮັບໃຊ້ວຽກງານກະສິກຳໂດຍກົງ ສາມາດນຳເຂົ້າ ແລະ ສະໜອງໂດຍ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະດຳເນີນທຸລະກິດ ຫຼື ບໍ່ກໍຕາມ, ເພື່ອການຊົມໃຊ້ເອງ ຫຼື ເພື່ອຈຳໜ່າຍໃຫ້ຜູ້ອື່ນ ກໍ່ຕາມ ແມ່ນ ໄດ້ຮັບການຍົກເວັ້ນອາກອນຊົມໃຊ້, ສຳລັບລົດຂົນສົ່ງຜົນຜະລິດກະສິກຳ ແມ່ນ ບໍ່ໄດ້ຮັບການຍົກເວັ້ນອາກອນຊົມໃຊ້ ແລະ ຖືວ່າເປັນຍານພາຫະນະທົ່ວໄປທີ່ຕ້ອງໄດ້ເສຍອາກອນຊົມໃຊ້ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 11 ແລະ ມາດຕາ 15 ຂອງກົດໝາຍວ່າດ່ວຍອາກອນຊົມໃຊ້;
  1. ລົດກົນຈັກໜັກ ເຊັ່ນ: ລົດດູດ, ລົດໂລ, ລົດຈົກດິນ-ຕັກດິນ, ລົດເກດ, ລົດຕອກເສົາເຂັມ ທີ່ຮັບໃຊ້ການຜະລິດໂດຍກົງ ແລະ ເປັນຊັບສົມບັດຄົງທີ່ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນທຸລະກິດ ຈະແມ່ນນຳເຂົ້າຈາກຕ່າງປະເທດ, ຜະລິດ ຫຼື ປະກອບຢູ່ພາຍໃນປະເທດ ກໍໄດ້ຮັບການຍົກເວັ້ນອາກອນຊົມໃຊ້;
  1. ພາຫະນະນຳເຂົ້າຊົ່ວຄາວ ເພື່ອຮັບໃຊ້ໂຄງການຕາມສັນຍາລົງທຶນ ຂອງລັດຖະບານ, ໂຄງການຂອງເອກະຊົນ ລວມທັງຂອງລັດ ຂອງນັກຊ່ຽວຊານທີ່ເຂົ້າມາປະຕິບັດໜ້າທີ່ຢູ່ ສປປ ລາວໃນໄລຍະຊົ່ວຄາມຕາມສັນຍາ ແມ່ນພາຫະນະທີ່ນອນຢູ່ໃນລາຍການທີ່ຖືກເສຍອາກອນຊົມໃຊ້ຕາມາດຕາ 11 ແລະ ມາດຕາ 15 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້, ຊຶ່ງຜູ້ຮັບເໝົາ ຫຼື ຜູ້ປະຕິບັດໂຄງການໄດ້ນຳເຂົ້າມາເພື່ອນຳໃຊ້ເຂົ້າໃນໂຄງການຕ່າງໆ ພາຍຫຼັງສຳເລັດໂຄງການແລ້ວ ຕ້ອງໄດ້ນຳອອກຄືນ ແມ່ນ ຈະໄດ້ຮັບການຍົກເວັ້ນອາກອນຊົມໃຊ້, ໃນກໍລະນີສຳເລັດໂຄງການແລ້ວ ແຕ່ບໍ່ໄດ້ນຳອອກຄືນ ແລະ ໄດ້ຂາຍ ຫຼື ໂອນກຳມະສິດຢູ່ໃນ ສປປ ລາວ ແມ່ນຈະຕ້ອງໄດ້ເສຍອາກອນຊົມໃຊ້ຕາມກົດໝາຍວ່າດ້ວຍອາກອນຊົມໃຊ້ໃຫ້ຖືກຕ້ອງ ແລະ ຄົບຖ້ວນ;
  1. ພາຫະນະທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກຕ່າງປະເທດ ອີງຕາມສັນຍາການສະໝອງທຶນ ແມ່ນ ພາຫະນະທີ່ຕ່າງປະເທດໃຫ້ການຊ່ວຍເຫຼືອແກ່ອົງການຈັດຕັ້ງຂອງລັດຂັ້ນຕ່າງໆໂດຍສະເພາະ;
  1. ລົດຈັກທີ່ນຳໃຊ້ພະລັງງານສະອາດ ແມ່ນລົດຈັກທີ່ນຳໃຊ້ພະລັງງານໄຟຟ້າ ໂດຍມີການສາກໄຟ ຫຼື ເຕີມພະລັງງາຮດຂົ້າໃນໝໍ້ເກັບພະລັງງານ ຫຼື ໝໍ້ເກັບໄຟໄວ້ ຫຼື ລົດທີ່ນຳໃຊ້ພະລັງງານແສງຕາເວັນ ແລະ ພະລັງງານທົດແທນອື່ນ ທີ່ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຈະເປັນລົດທີ່ນຳເຂົ້າ, ຜະລິດ ຫຼື ປະກອບຢູ່ພາຍໃນປະເທດ ກໍໄດ້ຮັບການຍົກເວັ້ນອາກອນຊົມໃຊ້້;
  1. ສຳລັບພາຫະນະທີ່ນຳໃຊ້ 2 ລະບົບ (ພະລັງງານເຊື້ອໄຟ ແລະ ພະລົງງານສະອາດ) ແມ່ນ ບໍ່ໄດ້ຮັບການຍົກເວັ້ນອາກອນຊົມໃຊ້;
  1. ຊິ້ນສ່ວນປະກອບພາຫະນະນຳເຂົ້າ ເພື່ອມາປະກອບຢູ່ໃນລະບົບໂຮງງານພາຍໃນປະເທດ ແມ່ນ ຊິ້ນສ່ວນໃນຮູບແບບຊີເຄດີ ແລະ ຮູບແບບໄອເຄດີ ຊຶ່ງຊິ້ນສ່ວນ ສອງຮູບແບບດັ່ງກ່າວ ຕ້ອງມີຈຸດປະສົງເພື່ອນຳມາປະກອບເປັນລົດສຳເລັດຮູບ ຢູ່ໂຮງງານປະກອບ ພາຍໃນປະເທດເທົ່ານັ້ນ, ພາຍຫຼັງໄດ້ປະກອບສຳເລັດ ສົມບູນ ແລະ ຈຳໜ່າຍຢູ່ພາຍໃນປະເທດເມື່ອໃດ ແມ່ນຈະຖືກຄິດໄລ່ໃຫ້ເສຍອາກອນຊົມໃຊ້ ຕາມອັດຕາອາກອນຊົມໃຊ້ ຂອງແຕ່ລະປະເພດພາຫະນະ ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 15 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ບົນພື້ນຖານລາຄາຂາຍອອກຈາກໂຮງງານປະກອບໃນກໍລະນີສະໜອງໃຫ້ລູກຄ້າທົ່ວໄປ ແລະ ບົນພື້ນຖານລາຄາຕົ້ນທຶນການຜະລິດ ຫຼື ການປະກອບໃນກໍລະນີຊົມໃຊ້ເອງ ຫຼື ສະໜອງໃຫ້ຕົນເອງ, ໃຫ້ເປັນຂອງແຖມ ຫຼື ໃຫ້ເປັນລາງວັນ; ເນື່ອງຈາກວ່າອາກອນຊົມໃຊ້ບໍ່ໄດ້ກຳນົດໃຫ້ມີກົນໄກການຫັກ ແລະ ສົ່ງຄືນ ຄືກັບອາກອນມູນຄ່າເພີ່ມ. ດັ່ງນັ້ນ, ສິນຄ້າ, ວັດຖຸດິບ, ວັດຖຸເຄິ່ງສຳເລັດຮູບ ແລະ ຊິ້ນສ້ວນປະກອບທີ່ຕ້ອງເສຍອາກອນຊົມໃຊ້ ແຕ່ຖືກນຳມາ ສຳລັບການຜະລິດ, ການປະກອບ ໃຫ້ກາຍເປັນຜະລິດຕະພັນສຳເລັດຮູບທີ່ຖືກເສຍອາກອນຊົມໃຊ້ ຢູ່ໂຮງງານພາຍໃນປະເທດ ແມ່ນຈະໄດ້ຮັບການຍົກເວັ້ນອາກອນຊົມໃຊ້ ຫຼື ຍັງບໍ່ທັນໃຫ້ເສຍອາກອນຊົມໃຊ້ເທື່ອ;

          ກໍລະນີ ວັດຖຸດິບ ແລະ ຊີ້ນສ່ວນປະກອບ ລວມທັງເຄື່ອງອາໄຫຼ່ທີ່ຖືກເສຍອາກອນຊົມໃຊ້ ຊຶ່ງນຳເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດ ເພື່ອນຳໃຊ້ດຂົ້າໃນການຜະລິດ ຫຼື ມາປະກອບເປັນສິນຄ້າ ຫຼື ຜະລີດຕະພັນທີ່ບໍ່ຖືກເສຍອາກອນຊົມໃຊ້;

          ກໍລະນີ ວັດຖຸດິບ ແລະ ຊີ້ນສ່ວນປະກອບ ລວມທັງເຄື່ອງອາໄຫຼ່ ອື່ນໆທີ່ຖືກເສຍອາກອນຊົມໃຊ້ ຊຶ່ງນຳເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດ ເພື່ອຂາຍທົ່ວໄປ ແມ່ນຈະບໍ່ໄດ້ຮັບການຍົກເວັ້ນອາກອນຊົມໃຊ້.

  1. ມາດຕາ 14 ພື້ນຖານຄິດໄລ່ອາກອນຊົມໃຊ້

ພື້ນຖານຄິດໄລ່ອາກອນຊົມໃຊ້ຈາກ ສິນຄ້າ ແລະ ການບໍລິການ ມີ ດັ່ງນີ້:

  1. ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບສິນຄ້ານຳເຂົ້າ ແມ່ນ ມູນຄ່າແຈ້ງພາສີ (ມູນຄ່າຂຶງສິນຄ້າ, ຄ່າປະກັນໄພ, ຄ່າຂົນສົ່ງ ແລະ ຄ່າທຳນຽມອື່ນໆ) ບວກຄ່າພາສີ (ຖ້າມີ), ຄ່າທຳນຽມອື່ນໆ ແມ່ນ ຄ່ານາຍໜ້າ, ຄ່າຫຸ້ມຫໍ່, ຄ່າຄຄ່ຽນຖ່າຍ ແລະ ຄ່າຝາກສາງ ເຫຼົ່ານີ້ເປັນຕົ້ນ, ການຳເຂົ້າສິນຄ້າທີ່ຕ້ອງເສຍອາກອນຊົມໃຊ້ ແມ່ນ ການນຳເຂົ້າຈາກຕ່າງປະເທດ, ຈາກເຂດເສດຖະກິດພິເສດ ແລະ ເຂດປອດພາສີ ໂດບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈະດຳເນີນທຸລະກິດ ຫຼື ບໍ່ກໍຕາມ, ການນຳເຂົ້າສິນຄ້າຈາກຕ່າງປະເທດ ແມ່ນ ການນຳເຂົ້າມາຮອດດ່ານຊາຍແດນບ່ອນນຳເຂົ້າ ຊຶ່ງແມ່ນສະຖານທີ່ ທີ່ສິນຄ້າຖືກນຳເຂົ້າມາໃນ ສປປ ລາວ ຫຼື ສະຖານທີ່ຕ້ອງຍືນໃບແຈ້ງພາສີຂາເຂົ້າໃຫ້ແກ່ຂະແໜງພາສີ, ການນຳເຂົ້າສິນຄ້າ ຈາກເຂດເສດຖະກິດພິເສດ ແລະ ເຂດປອດພາສີ ແມ່ນການສົ່ງສິນຄ້າອອກນອກເຂດ ດັ່ງກ່າວມາພາຍໃນ ສປປ ລາວ ໂດຍມີການລະບຸໄວ້ໃນໃບນຳສົ່ງ ຫຼື ເອກະສານອື່ນ ທີ່ກ່ຽວຂ້ອງກັບສິນຄ້າດັ່ງກ່າວເປັນລາຍລະອຽດ, ອາກອນຊົມໃຊ້ຂອງສິນຄ້ານຳເຂົ້າທີ່ຜູ້ດຳເນີນທຸລະກິດໄດ້ຈ່າຍຢູ່ບ່ອນນຳເຂົ້ານັ້ນ ແມ່ນ ອະນຸຍາດໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້.

            ສຳລັບການນຳເຂົ້າ, ເບຍ, ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ຈາກຕ່າງປະເທດ, ຈາກເຂດເສດຖະກິດພິເສດ ຫຼື ຈາກເຂດປອດພາສີ ນັ້ນ ພາຍຫຼັງທີ່ໄດ້ຄິດໄລ່ ແລະ ໃຫ້ເສຍອາກອນຊົມໃຊ້ຢູ່ດ່ານບ່ອນນຳເຂົ້າຕາມມູນຄ່າແຈ້ງພາສີ ບວກຄ່າພາສີ (ຖ້າມີ) ໃນກໍລະນີນຳເຂົ້າຈາກຕ່າງປະເທດ ແລະ ຕາມມູນຄ່າຢູ່ໃນເອກະສານນຳສົ່ງສິນຄ້າ ບວກຄ່າພາສີ (ຖ້າມີ) ໃນກໍລະນີ ນຳເຂົ້າຈາກເຂດເສດຖະກິດພິເສດ ຫູື ຈາກເຂດປອດພາສີ ແລ້ວ ຍັງຈະຕ້ອງໄດ້ຄິດໄລ່ ແລະ ເກັບອາກອນຊົມໃຊ້ ບົນພື້ນຖານລາຄາຂາຍຢູ່ພາຍໃນປະເທດບໍ່ລວມອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ລົບ ໃຫ້ພື້ນຖານຄິດໄລ່ອາກອນຊົມໃຊ້ ຢູ່ຂອດນຳເຂົ້າອີກຕື່ມ; ອາກອນຊົມໃຊ້ທີ່ໄດ້ເສຍຢູ່ໃນຂອດນຳເຂົ້າ ແມ່ນອະນຸຍາດໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້, ສ່ວຍອາກອນຊົມໃຊ້ທີ່ເກັບບົນພື້ນຖານຈາກສ່ວນຜິດດ່ຽງລະຫວ່າງຂາບຍົກຢູ່ພາຍໃນປະເທດ ລົບໃຫ້ພື້ນຖານຄິດໄລ່ຂອດນຳເຂົ້ານັ້ນ ແມ່ນບໍ່ອະນຸຍາດໃຫ້ເປັນລາຍຈ່າຍດ້ານສ່ວຍສາອາກອນ.

            ສຳລັບການນຳເຂົ້າ, ເບຍ, ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ຕ້ອງສະໜອງລາຄາຂາຍ ຢູ່ພາຍໃນປະເທດ ເພື່ອເປັນບ່ອນອີງໃນການຊອກຫາພື້ນຖານຄິດໄລ່ອາກອນຊົມໃຊ້ພາຍໃນ, ກໍລະນີຜູ້ນຳເຂົ້າບໍ່ສາມາດສະໜອງລາຄາຂາຍໄດ້ ເຈົ້າໜ້າທີ່ສ່ວຍສາອາກອນ ຫຼື ເຈົ້າໜ້າທີ່ ທີ່ຖືກມອບໝາຍໃຫ້ເກັບອາກອນຊົມໃຊ້ ຈາກສິນຄ້າດັ່ງກ່າວ ຈະອີງໃສ່ລາຄາຂາຍ  ສິນຄ້າປະເພດດຽວກັັນທີ່ຜະລິດຢູ່ພາຍໃນປະເທດ ເພື່ອຊອກຫາ ແລະ ກຳນົດພື້ນຖານຄິດໄລ່ອາກອນຊົົມໃຊ້.

            ເຈົ້າໜ້າທີ່ພາສີ ແລະ/ຫຼື ເຈົ້າໜ້າທີ່ອື່ນ ທີ່ຖືກມອບໝາຍໃຫ້ເກັບອາກອນຊົມໃຊ້ ທີ່ປະຈຳຢູ່ດ່ານບ່ອນນຳເຂົ້າ ຫຼື ປະຈຳຢູ່ເຂດເສດຖະກິດພິເສດ ຫຼື ເຂດປອດພາສີ ຕ້ອງສົ່ງເອກະສານ-ຂໍ້ມູນກ່ຽວກັບການຄິດໄລ່ ແລະ ເກັບອາກອນຊົມໃຊ້ ໃນຂອດນຳເຂົ້າ ສິນຄ້າ ປະເພດ ເບຍ, ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ເພື່ອຄຸ້ມຄອງ, ຕິດຕາມ ແລະ ຄິດໄລ່ ເກັບອາກອນຊົມໃຊ້ ສິນຄ້າດັ່ງກ່າວ ຢູ່ຂອດພາຍໃນປະເທດໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມກົດໝາຍກຳນົດ.

            ຕົວຢ່າງການຄິດໄລ່ອາກອນຊົມໃຊ້ການນຳເຂົ້າສິນຄ້າຈາດຕ່າງປະເທດ, ຈາກເຂດເສດຖະກິດພີເສດ ແລະ ຈາກເຂດປອດພາສີ ມີ ດັ່ງນີ້:

  1.  ການນຳເຂົ້າສິນຄ້າຈາກຕ່າງປະເທດ:

      ຕົວຢ່າງ 1: ການຄິດໄລ່ອາກອນຊົມໃຊ້ຈາກ ການນຳເຂົ້າລົດໃຫຍ່: ສົມມຸດວ່າບໍລິສັດ ຈຳກັດ ຂ ດຳເນີນທຸລະກິດນຳເຂົ້າ ແລະ ຈຳໜ່າຍລົດໃຫຍ່ຢູ່ພາຍໃນປະເທດ, ໃນເດືອນ ສິງຫາ 2021 ໄດ້ນຳເຂົ້າລົດໂຕໂຍຕາຣີໂວ 4 ປະຕູ ລຸ້ນສູງ, ຄວາມແຮງ 3.000 ຊີຊີ ຈຳນວນ 70 ຄັນ, ມູນຄ່າແຈ້ງພາສີ 15.000$/ຄັນ; ສົມມຸດວ່າ ອັດຕາແລກປ່ຽນ      1$= 9.800, ສົມມຸດອັດຕາພາສີ: 30%. ວິທິຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າແຈ້ງພາສີເປັນເງິນກີບ:    15.000 x 70 x 9.800 = 10.290.000.000 ກີບ;
  • ຄ່າພາສີຂາເຂົ້າ:                   10.290.000.000 x 30% = 3.087.000.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້:  10.290.000.000 +  3.087.000.000 = 13.377.000.000 ກີບ;
  • ອາກອນຊົມໃຊ້: 13.377.000.000 x 52% = 6.956.040.000 ກີບ.

ໃນກໍລະນີການນຳເຂົ້າລົດດັ່ງກ່າວໄດ້ຮັບການປະຕິບັດອັດຕາ ພາສີ 0% ຫຼື ໄດ້ຮັບການຍົກເວັ້ນພາສີ ແມ່ນ ໃຫ້ຖືເອົາມູນຄ່າແຈ້ງພາສີ (CIF) ເປັນພື້ນຖານຄິດໄລ່ອາກອນຊົມໃຊ້ ດັ່ງນີ້:

  • ມູນຄ່າແຈ້ງພາສີເປັນເງິນກີບ ຫູື ຖານຄິດໄລ່ອາກອນຊົມໃຊ້: 15.000 x 70 x 9.800 = 10.290.000.000 ກີບ;
  • ພາສີ (ອັດຕາ 0% ຫຼື ຍົກເວັ້ນ) = 0 ກີບ;
  • ອາກອນຊົມໃຊ້: 10.290.000.000 x 52% = 5.350.800.000 ກີບ.

      ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບລົດກະບະໂຕໂຍຕ້າ ຣີໂວ 4 ປະຕູ, ລຸ້ນສູງ, ຄວາມແຮງ 3.000 ຊີຊີ ແມ່ນອັດຕາ 52% ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ຂໍ້ 8 ຂໍ້ 2.1.1.1 ອັນດັບທີ່ 5 ຂອງຄຳແນະນຳສະບັບນີ້.

      ຕົວຢ່າງ 2: ການຄິດໄລ່ອາກອນຊົມໃຊ້ ຈາກນຳ້ມັນເຊື້ອໄຟ: ສົມມຸດວ່າບໍລິສັດ ຈຳກັດ ກ ດຳເນີນທຸລະກິດນຳເຂົ້າ ແລະ ຈຳໜ່າຍນຳ້ມັນເຊື້ອໄຟຢູ່ພາຍໃນປະເທດ, ໃນເດືອນ ກໍລະກົດ 2021 ໄດ້ນຳເຂົ້ານຳ້ມັນແອັດຊັງທຳມະດາຈຳນວນ 1.200.000 ລິດ, ມູນຄ່າແຈ້ງພາສີ ແມ່ນ 0,4679 $/ລິດ; ນໍ້າມັນກາຊວນ ຈຳນວນ 1,500,000 ລິດ, ມູນຄ່າແຈ້ງພາສີ ແມ່ນ 0,4745 $ ລິດ; ສົມມຸດວ່າ ອັດຕາແລກປ່ຽນ 1 $ = 9.800 ກີບ, ອັດຕາພາສີ ສຳລັບແອັດຊັງທຳມະດາ: 15%, ກາຊວນ: 5% ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້ :

      ກ. ນໍ້າມັນອັດຊັງທໍາມະດາ;

  • ມູນຄ່າແຈ້ງພາສີເປັນເງິນກີບ ສຳລັບແອັດຊັງທຳມະດາ 0,4679 x 1.200.000 x 9.800 = 5.502.504.000 ກີບ;
  • ຄ່າພາສີ ສຳລັບແອັດຊັງທໍາມະດາ: 5.502.504.000 x 15% = 825.375.600 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 5.502.504.000 + 825.375.600 = 6.327.879,600 ກີບ;
  • ອາກອນຊົມໃຊ້ແອັດຊັງທໍາມະດາ: 6.327.879.600 x 31% = 1,961,642,676 ກີບ;

      ຂ. ນໍ້າມັນກາຊວນ :

  • ມູນຄ່າແຈ້ງພາສີ ເປັນເງິນກີບສຳລັບນໍ້າມັນກາຊວນ: 0,4745 x 1.500.000 x 9.800  = 6.975.150.000 ກີບ;
  • ຄ່າພາສີ ສຳລັບນຳ້ມັນກາຊວນ: 6.975.150.000 x 5% = 348.757.500 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 6.975.150.000 + 348.757.500 = 7.323.907.500 ກີບ;
  • ອາກອນຊົມໃຊ້ນໍ້າມັນກາຊວນ: 7.323.907.500 X 21% = 1.538,020.575 ກີບ;
  • ລວມອາກອນຊົມໃຊ້ທີ່ຕ້ອງເສຍ: 1.961.642.676 +1.538.020,575= 3.499,663.251 ກີບ.

      ໝາຍເຫດ: ອັດຕາອາກອນຊົມໃຊ້ ສໍາລັບ ນໍ້າມັນແອັດຊັງທຳມະດາ ແມ່ນ 31%, ນ້ຳມັນກາຊວນ ແມ່ນ 21% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 1.2) ແລະ 1.3) ຂອງຄຳແນະນໍາສະບັບນີ້ ເນື່ອງຈາກວ່າ ສິນຄ້າປະເພດນໍ້າມັນເຊື້ອໄຟເປັນສິນຄ້າຍຸດທະສາດ, ສິນຄ້າຄວບຄຸມ ແລະ ເປັນສິນຄ້ານຳເຂົ້າ ຈຶ່ງມີການກຳນົດໂຄງສ້າງລາຄາ, ພາສີ ແລະ ປະເພດອາກອນຕ່າງໆເປັນອັນລະອຽດໃນແຕ່ລະໄລຍະທີ່ມີການປ່ຽນແປງ ປັບຂຶ້ນ ຫຼື ປັບລົງ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ. ດັ່ງນັ້ນ, ການເກັບອາກອນຊົມໃຊ້ ແລະ ອາກອນປະເພດອື່ນ ແມ່ນໃຫ້ອີງໃສ່ຕາຕະລາງໂຄງສ້າງລາຄາດັ່ງກ່າວ.

ຕົວຢ່າງ 3: ການຄິດໄລ່ອາກອນຊົມໃຊ້ຈາກ ເຄື່ອງອາໄຫຼ່ປ່ຽນຖ່າຍລົດໃຫຍ່ ແລະ ເຄື່ອງຕົບແຕ່ງ: ສົມມຸດວ່າບໍລິສັດ ຈໍາກັດຜູ້ດຽວ ແສງຈະເລີນການຄ້າ ໃນເດືອນ ສິງຫາ 2022 ໄດ້ນໍາເຂົ້າເຄື່ອງອາໄຫຼ່ລົດ ປ່ຽນຖ່າຍສໍາລັບ ການສ້ອງແປງ ມູນຄ່າແຈ້ງພາສີ 150.000 $ ແລະ ເຄື່ອງຕົບແຕ່ງພາຫະນະ ມູນຄ່າແຈ້ງພາສີ: 170.000 $; ສົມມຸດວ່າ ອັດຕາແລກປ່ຽນ 1 $ = 9.800 ກີບ,ອັດຕາພາສີ ສຳລັບອາໄຫຼ່ປ່ຽນຖ່າຍ 10%, ສໍາລັບເຄື່ອງຕົບແຕ່ງປະດັບເອ້ພາຫະນະ 15%. ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

ກ. ເຄື່ອງອາໄຫຼ່ປ່ຽນຖ່າຍ ລົດໂດຍສານ ແລະ ລົດຂົນສົ່ງສິນຄ້າທຸກຊະນິດ:

  • ມູນຄ່າແຈ້ງພາສີ ສຳລັບເຄື່ອງອາໄຫຼ່: 150.000 x 9.800 = 1,470.000.000 ກີບ;
  • ຄ່າພາສີຂາເຂົ້າ: 1.470.000.000 x 10% = 147.000.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 1.470.000.000 + 147.000.000 = 1.617.000.000 ກີບ;
  • ອາກອນຊົມໃຊ້ ເຄື່ອງອາໄຫຼ່: 1.617.000.000 x 11% = 177.870.000 ກີບ;

      ຂ. ເຄື່ອງສຽງ ຕົບແຕ່ງພາຫະນະ

  • ມູນຄ່າແຈ້ງພາສີ ສຳລັບເຄື່ອງສຽງຕົບແຕ່ງພາຫະນະ: 170.000 x 9.800 = 1.666.000.000 ກີບ;
  • ຄ່າພາສີຂາເຂົ້າ: 1.666,000.000 x 15% = 249.900.000 ກີບ;
  • ພື້ນຖານຄິດໄລ່ ອາກອນຊົມໃຊ້: 1.666.000.000 + 249.900.000 = 1.915.900.000 ກີບ;
  • ອາກອນຊົມໃຊ້ ເຄື່ອງສຽງຕົບແຕ່ງ: 1.915.000.000 x 25% = 478,975,000 ກີບ;
  • ລວມອາກອນຊົມໃຊ້ທີ່ຕ້ອງເສຍ: 177.870.000 + 478,975,000 = 656,845.000 ກີບ.

      ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບ ເຄື່ອງອາໄຫຼ່ລົດໃຫຍ່ ແລະ ເຄື່ອງຕົບແຕ່ງພາຫະນະ ຕາມທີ່ໄດ້ກໍານົດໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 3 ແຖວທີ 2 ແລະ ຂໍ້ 4 ແຖວທີ 2 ຂອງຄຳແນະນຳສະບັບນີ້. ອາກອນຊົມໃຊ້ສໍາລັບອາໄຫຼ່ປ່ຽນຖ່າຍ ແລະ ເຄື່ອງຕົບແຕ່ງພາຫະນະ ລວມທັງຊິ້ນສ່ວນປະກອບ ທີ່ບໍ່ຢູ່ໃນລະບົບ ໂຮງງານຜະລິດ ຫຼື ປະກອບພາຍໃນປະເທດ ແມ່ນຈະຖືກຄິດໄລ່ ແລະ ເກັບໃນເວລານຳເຂົ້າ ຢູ່ດ່ານບ່ອນນຳເຂົ້າ ຫຼື ຢູ່ສະຖານທີ່ບ່ອນນຳເຂົ້າໃຫ້ຖືກຕ້ອງ ແລະ ຄົບຖ້ວນ ເມື່ອມາຈຳໜ່າຍທົ່ວໄປຢູ່ພາຍໃນປະເທດ ແມ່ນຈະບໍ່ຖືກຄິດໄລ່ ເກັບອາກອນຊົມໃຊ້ອີກ.

ຕົວຢ່າງ 4: ການຄິດໄລ່ອາກອນຊົມໃຊ້ ຈາກການນຳເຂົ້າລົດຈັກ: ສົມມຸດວ່າບໍລິສັດ ຈຳກັດຜູ້ດຽວ ກ ດຳເນີນທຸລະກິດ ນຳເຂົ້າ ແລະ ຈໍາໜ່າຍລົດຈັກຢູ່ພາຍໃນປະເທດ, ໃນເດືອນ ຕຸລາ 2021 ໄດ້ນໍາເຂົ້າລົດຈັກທີ່ໃຊ້ ພະລັງງານເຊື້ອໄຟ ຍີ່ຫໍ້ຮອນດ້າ ແຮງ 110 ຊີຊີ ຈຳນວນ 300 ຄັນໃນຮູບແບບຊີບີຢູ, ມູນຄ່າແຈ້ງພາສີ 500$/ຄັນ; ສົມມຸດວ່າ ອັດຕາພາສີ 30%, ອັດຕາແລກປ່ຽນ 1 $ = 9.800 ກີບ. ວິທີຄິດໄລ່ອາກອນຊົມໃຊ້ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າແຈ້ງພາສີເປັນເງິນກີບ ຢູ່ບ່ອນນຳເຂົ້າ: 300 x 500 x 9.800 = 1.470.000.000 ກີບ;
  • ຄ່າພາສີ: 1.470.000.000 x 30% = 441.000.000 ກີບ;
  • ພື້ນຖານຄິດໄລ່ ອາກອນຊົມໃຊ້: 1.470.000.000 + 441.000.000 = 1.911.000.000 ກີບ;
  • ອາກອນຊົມໃຊ້: 1.911.000.000 x 10% = 191.100.000 ກີບ.

      ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບລົດຈັກ ຄວາມແຮງ 110 ຊີຊີ ລົງມາ ທີ່ນຳເຂົ້າສຳເລັດຮູບໃນຮູບແບບ ຊີບີຢູ່ ແມ່ນ ອັດຕາ 10% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 2 ຂໍ້ 1.1 ແຖວທີ 2 ຂອງຄຳແນະນຳສະບັບນີ້.

      ຕົວຢ່າງ 5: ການຄິດໄລ່ອາກອນຊົມໃຊ້ ຈາກ ເຄື່ອງຫຼີ້ນສຽງ ແລະ ພາບ: ສົມມຸດວ່າບໍລິສັດ ສະແຫວງບຸນ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໃນເດືອນ ຕຸລາ 2021 ໄດ້ນຳເຂົ້າ ເຄື່ອງຫຼີ້ນສຽງ ແລະ ພາບ (DVD player) ຈໍານວນ 200 ເຄື່ອງ, ລາຄາແຈ້ງພາສີ: 50 $/ເຄື່ອງ; ເຄື່ອງດົນຕີຈຳນວນ 6 ຊຸດ,ລາຄາແຈ້ງພາສີ 3.000 $/ຊຸດ, ສົມມຸດວ່າ ອັດຕາແລກປ່ຽນ 1 $ = 9.800 ກີບ, ອັດຕາພາສີ ສຳລັບເຄື່ອງຫຼິ້ນສຽງ ແລະ ພາບ 15%, ສໍາລັບເຄື່ອງດົນຕີ 20%. ວິທີຄິດໄລ່ ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

ກ. ເຄື່ອງຫຼິ້ນສຽງ ແລະ ພາບ:

  • ມູນຄ່າແຈ້ງພາສີ ເປັນເງິນກີບ ສຳລັບເຄື່ອງຫຼິ້ນສຽງ ແລະ ພາບ: 200 x 50 x 9.800 = 98.000.000 ກີບ;
  • ຄ່າພາສີ: 98.000.000 x 15% = 14.700.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 98.000.000 + 14.700.000 = 112.700.000 ກີບ;
  • ອາກອນຊົມໃຊ້: 112.700.000 x 15% 16.905.000 ກີບ.

ຂ. ເຄື່ອງດົນຕີ:

  • ມູນຄ່າແຈ້ງພາສີສຳລັບເຄື່ອງດົນຕີ: 6 x 3.000 x 9.800 = 176.400.000 ກີບ;
  • ຄ່າພາສີ: 176.400.000 x 20% = 35.280.000 ກີບ;
  • ພື້ນຖານຄິດໄລ່ ອາກອນຊົມໃຊ້: 176.400.000 + 35.280,000 = 211,680,000 ກີບ;
  • ອາກອນຊົມໃຊ້: 211.680.000 x 15% = 31.752.000 ກີບ;
  • ລວມອາກອນຊົມໃຊ້ຕ້ອງເສຍ: 16.905.000 + 31.752.000 = 48.657.000 ກີບ.

      ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບເຄື່ອງຫຼີ້ນສຽງ - ພາບ ແລະ ເຄື່ອງດົນຕີ ແມ່ນອັດຕາ 15% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 17 ຂອງຄຳແນະນຳສະບັບນີ້.

      ຕົວຢ່າງ 6: ການຄິດໄລ່ອາກອນຊົມໃຊ້ ຈາກເຫຼົ້າ, ເບຍ ແລະ ຢາສູບ: ສົມມຸດວ່າບໍລິສັດ ຈາກັດ ຄ, ໃນ ເດືອນ ກັນຍາ 2022 ໄດ້ນໍາເຂົ້າເຫຼົ້າວິສະກີ ທີ່ມີທາດເຫຼົ້າ ເກີນ 23 ສ່ວນຮ້ອຍ ຈຳນວນ 100 ແກັດ; ແກັດໜຶ່ງມີ 12 ແກ້ວ, ມູນຄ່າແຈ້ງພາສີ ແມ່ນ 150 $/ແກັດ, ເບຍປອງແຮນນິເກັນທີ່ມີທາດເຫຼົ້າເກີນ 0,5 ສ່ວນຮ້ອຍ ຈໍານວນ 1,300 ແກັດ, ແກັດໜຶ່ງມີ 24 ປອງ, ມູນຄ່າແຈ້ງພາສີ ແມ່ນ 5,5 $/ແກັດ ແລະ ຢາສູບ ເປັນຊອງ ຈຳນວນ 150 ແກັດ, ມູນຄ່າແຈ້ງພາສີ 85$/ແກັດ; ສົມມຸດວ່າ ອັດຕາພາສີ 35% ສຳລັບເຫຼົ້າ, 30% ສໍາລັບເບຍ ແລະ 40% ສຳລັບຢາສູບ, ອັດຕາແລກປ່ຽນ 1 $ = 9.800 ກີບ. ວິທີຄິດໄລ່ ອາກອນຊົມໃຊ້ແຕ່ລະປະເພດສິນຄ້າ ດັ່ງນີ້:

ກ. ເຫຼົ້າວິສະກີ:

  • ມູນຄ່າແຈ້ງພາສີເປັນເງິນກີບສໍາລັບເຫຼົ້າຢູ່ບ່ອນນໍາເຂົ້າ 100 x 150 x 9.800 = 147.000.000 ກີບ;
  • ຄ່າພາສີ: 147.000.000 x 35% = 51.450.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ຢູ່ຂອດນໍາເຂົ້າ: 147,000,000+ 51,450.000 = 198.450.000 ກີບ;
  • ອາກອນຊົມໃຊ້ຂອດນຳເຂົ້າ: 198.450.000 x 80% = 158,760,000 ກີບ.

ຂ. ເບຍປອງແຮນນີເກັນ;

  • ມູນຄ່າແຈ້ງພາສີເປັນເງິນກີບສຳລັບເບຍຢູ່ບ່ອນນຳເຂົ້າ: 1.300 x 5,5 x 9.800 = 70.070,000 ກີບ;
  • ຄ່າພາສີ: 70.070.000 x 30% = 21.021.000 ກີບ;
  • ພື້ນຖານຄິດໄລ່ ອາກອນຊົມໃຊ້ ຢູ່ຂອດນຳເຂົ້າ: 70,070,000 + 21,021.000 = 91.091,000 ກີບ;
  • ອາກອນຊົມໃຊ້ ຂອດນໍາເຂົ້າ = 91.091,000 x 60% = 54,654.600 ກີບ.

 ຄ. ຢາສູບ:

  • ມູນຄ່າແຈ້ງພາສີເປັນເງິນກີບສຳລັບຢາສູບຢູ່ບ່ອນນຳເຂົ້າ: 150 x 85 x 9.800 = 124.950.000 ກີບ;
  • ຄ່າພາສີ: 124.950.000 x 40% = 49.980.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ຢູ່ຂອດນໍາເຂົ້າ: 124.950.000 + 49,980,000 = 174.930.000 ກີບ
  • ອາກອນຊົມໃຊ້ ຂອດນຳເຂົ້າ: 174,930,000 x 57% = 99.710.100 ກີບ;

      ນອກຈາກນັ້ນ, ອີງຕາມມາດຕາ 14 ຂໍ້  1 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ໄດ້ກຳນົດພື້ນຖານຄິດໄລ່ ອາກອນຊົມໃຊ້ ສຳລັບສິນຄ້ານຳເຂົ້າ ປະເພດ ເບຍ, ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ແມ່ນ ຈະຕ້ອງໄດ້ ເກັບອາກອນຊົມໃຊ້ ຢູ່ຂອດຂາຍພາຍໃນປະເທດອີກຕື່ມ ດ້ວຍການເອົາລາຄາຂາຍ ຢູ່ພາຍໃນ ບໍ່ລວມອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ລົບ ພື້ນຖານຄິດໄລ່ອາກອນຊົມໃຊ້ ຢູ່ຂອດນໍາເຂົ້າ ເພື່ອເປັນພື້ນຖານຄິດໄລ່ ອາກອນຊົມໃຊ້ພາຍໃນ, ອີງໃສ່ການແນະນໍາທີ່ກໍານົດຢູ່ໃນ ຂໍ້ 7.1 ວັກສອງ ຂອງຄໍາແນະນໍາສະບັບນີ້ ຜູ້ນໍາເຂົ້າສິນຄ້າ ດັ່ງກ່າວ ຕ້ອງສະໜອງລາຄາຂາຍ ຢູ່ພາຍໃນປະເທດ ເພື່ອເປັນບ່ອນອີງໃນການຊອກຫາພື້ນຖານຄິດໄລ່ອາກອນຊົມໃຊ້ພາຍໃນ, ກໍລະນີຜູ້ນຳເຂົ້າບໍ່ສາມາດສະໜອງລາຄາຂາຍຍົກໄດ້ ເຈົ້າໜ້າທີ່ ທີ່ຖືກມອບໝາຍໃຫ້ເກັບອາກອນຊົມໃຊ້ ຈາກສິນຄ້າດັ່ງກ່າວ ຈະອີງໃສ່ລາຄາຂາຍົກ ສິນຄ້າປະເພດດຽວກັນທີ່ຜະລິດຢູ່ພາຍໃນປະເທດ ຫຼື ອີງໃສ່ ລາຄາຂາຍຍົກສິນຄ້າປະເພດດຽວກັນ ຂອງບໍລິສັດອື່ນເພື່ອຊອກຫາພື້ນຖານຄິດໄລ່ອາກອນຊົມໃຊ້; ສົມມຸດວ່າ ລາຄາຂາຍຍົກບໍ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມເຫຼົ້າວິສະກີ ຢູ່ພາຍໃນປະເທດ ແມ່ນ 4.498.200 ກີບ/ແກັດ, ລາຄາ ຂາຍຍົກບໍ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ເບຍຢູ່ພາຍໃນ ແມ່ນ 93,600 ກີບ/ແກັດ ແລະ ລາຄາ ຂາຍຍົກບໍ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ຢາສູບ ຢູ່ພາຍໃນ ແມ່ນ 1.727.500 ກີບ/ແກັດ. ວິທີຄິດໄລອາກອນຊົມໃຊ້ຂອດພາຍໃນ ຂອງແຕ່ປະເພດສິນຄ້າ ດັ່ງນີ້ :

(1) ເຫຼົ້າວິສະກີ:

  • ມູນຄ່າຂາຍຍົກທັງໝົດບໍ່ລວມອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ: 4.498.200 x 100 = 449.820.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ພາຍໃນ: 449.820.000 – 198.450.000 = 251.370.000 ກີບ;
  • ອາກອນຊົມໃຊ້ ພາຍໃນ: 251,370.000 x 80% = 201.096.000 ກີບ;
  • ລວມອາກອນຊົມໃຊ້ທັງໝົດ ສຳລັບເຫຼົ້າ: 158.760,000 + 201,096.000 = 359.856.000 ກີບ.

(2) ແບບປອງແຮນນີເກັນ:

  • ມູນຄ່າຂາຍທັງໝົດບໍ່ລວມ ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ; 1,300 x 93,600 = 121.680.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ພາຍໃນ: 121.680.000 - 91.091,000 = 30,589.000 ກີບ;
  • ອາກອນຊົມໃຊ້ພາຍໃນ: 30.589.000 x 60% = 18.353.400 ກີບ;
  • ລວມອາກອນຊົມໃຊ້ ທັງໝົດສຳລັບເບຍ: 54.654,600 +18.353,400 = 73.008.000 ກີບ;

      (3) ຢາສູບ:

  • ມູນຄ່າຂາຍຍົກທັງໝົດບໍ່ລວມ ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ: 150 x 1.727.500 = 259.125.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ພາຍໃນ: 259.125.000 - 174.930.000 = 84.195.000 ກີບ;
  • ອາກອນຊົມໃຊ້ ພາຍໃນ: 84.195,000 x 57% = 47.991.150 ກີບ;
  • ລວມອາກອນຊົມໃຊ້ທັງໝົດສໍາລັບຢາສູບ: 99.710.100 + 47.991.150 = 147.701.250 ກີບ.

      ການຄິດໄລ່ ອາກອນຊົມໃຊ້ ຂອດພາຍໃນ ຈາກຕົວຢ່າງ ຂອງ 3 ປະເພດສິນຄ້າຕາມ ຂໍ້ (1), (2) ແລະ (3) ຂ້າງເທິງນີ້ ແມ່ນເປັນການຄິດໄລ່ໄປຕາມຂັ້ນຕອນ ໂດຍຖືເອົາລາຄາຂາຍ ຢູ່ພາຍໃນປະເທດ ທີ່ບໍ່ລວມມີອາກອນຊົມໃຊ້ ແລະ ບໍ່ລວມມີອາກອນມູນຄ່າເພີ່ມ ເປັນພື້ນຖານຄິດໄລ່ ຊຶ່ງຖືວ່າຖືກຕ້ອງຕາມຫຼັກການ. ໃນກໍລະນີ ຜູ້ນຳເຂົ້າ ຫາກສະໜອງຂໍ້ມູນ ຈາກລາຍຮັບທີ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມຢູ່ນຳແລ້ວ ແມ່ນ ຈະຕ້ອງໄດ້ແຍກ 2 ປະເພດອາກອນນີ້ອອກ ເພື່ອກຳນົດລາຄາຂາຍ ທີ່ເປັນພື້ນຖານຄິດໄລ່ອາກອນຊົມໃຊ້ ຂໍຍົກເອົາສິນຄ້າ ປະເພດເບຍ ມາເປັນຕົວຢ່າງແນະນຳວິທີການຄິດໄລ່ ອາກອນຊົມໃຊ້ພາຍໃນຈາກລາຄາຂາຍຍົກທີ່ລວມມີ ອາກອນ ຊົມໃຊ້ ແລະ ອາກອນມູນຄ່າເພີ່ມຢູ່ນໍາແລ້ວ ດັ່ງນີ້ :

      ສົມມຸດວ່າ ຜູ້ນຳເຂົ້າສາມາດສະໜອງ ຂໍ້ມູນຂອງລາຄາຂາຍຍົກ ເບຍປອງແຮນມີເກັນ ທີ່ນໍາເຂົ້ານັ້ນ ລວມມີ ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ແມ່ນ 154,440 ກີບ/ແກັດ. ວິທີຄິດໄລ່ເພື່ອຊອກຫາ ລາຄາຂາຍຍົກ ທີ່ ບໍ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າຂາຍຍົກລວມມີ ອາກອນມູນຄ່າເພີ່ມທັງໝົດ: ກີບ;
  • ມູນຄ່າຂາຍຍົກບໍ່ລວມ ອາກອນມູນຄ່າເພີ່ມ: ກີບ;
  • ອາກອນມູນຄ່າເພີ່ມ ຂອດຂາຍຍົກພາຍໃນ: 1 ກີບ;
  • ມູນຄ່າຂາຍຍົກ ລວມມີ ອາກອນຊົມໃຊ້: ກີບ;
  • ມູນຄ່າຂາຍຍົກບໍ່ລວມ ອາກອນຊົມໃຊ້:  x 100 = 117.273.364 ກີບ;
  • ພື້ນຖານຄິດໄລ່ ອາກອນຊົມໃຊ້ ພາຍໃນ: 117.273.364 - 91.091.000 = 26.182.364ກີບ;
  • ອາກອນຊົມໃຊ້ພາຍໃນ: 26.182.364 x 60% = 15.709.418 ກີບ.

          ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບເຫຼົ້າ ວິສະກິ ເກີນ 23 ອົງສາ ແມ່ນ 80%, ເພຍທີ່ມີທາດເຫຼົ້າ 0.5 ສ່ວນຮ້ອຍ ຂຶ້ນໄປແມ່ນ 60% ແລະ ຢາສູບ ແມ່ນ 57% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ ສິນຄ້າ ຂໍ້ 5 ແຖວທີ 1, ຂໍ້ 6 ແຖວທີ 1 ແລະ ຂໍ້ 7 ແຖວທີ 1ຂອງຄຳແນະນຳສະບັບນີ້, ເພື່ອເຮັດໃຫ້ການເກັບ ອາກອນຊົມໃຊ້ ປະເພດສິນຄ້າດັ່ງກ່າວຢູ່ຂອດພາຍໃນປະເທດ ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມກົດໝາຍກໍານົດ ລັດຖະ ການສ່ວຍສາອາກອນແຕ່ລະຂັ້ນ ຕ້ອງປະສານສົມທົບກັບລັດຖະການພາສີ ເປັນຕົ້ນແມ່ນ ເຈົ້າໜ້າທີ່ພາສີ ຫຼື ເຈົ້າໜ້າທີ່ອື່ນທີ່ຖືກມອບໝາຍ ທີ່ປະຈໍາຢູ່ດ່ານບ່ອນນຳເຂົ້າສິນຄ້າຈາກຕ່າງປະເທດ ຫຼື ປະຈໍາຢູ່ເຂດເສດຖະກິດພິເສດ ຫຼື ເຂດປອດພາສີ ບ່ອນທີ່ນຳສົ່ງສິນຄ້າອອກຈາກເຂດມາພາຍໃນປະເທດ ພາຍຫຼັງໄດ້ຄິດໄລ່ ແລະ ເກັບອາກອນຊົມໃຊ້ ຢູ່ຂອດນໍາເຂົ້າແລ້ວ ຕ້ອງສົ່ງເອກະສານ ແລະ ຂໍ້ມູນກ່ຽວກັບການເກັບອາກອນຊົມໃຊ້ ໃຫ້ແກ່ລັດຖະການສ່ວຍສາ ອາກອນ ໃຫ້ຄົບຖ້ວນ ແລະ ທັນເວລາ; ໝາຍຄວາມວ່າ ຕ້ອງສົ່ງເປັນປົກກະຕິໃນແຕ່ລະເດືອນ.

7.1.2 ການນຳເຂົ້າສິນຄ້າຈາກເຂດເສດຖະກິດພິເສດ ຫຼື ເຂດປອດພາສີ:

 ຕົວຢ່າງ 1: ສົມມຸດວ່າ ບໍລິສັດ ແສງສະຫວ່າງ ຈຳກັດ ສ້າງຕັ້ງວິສາຫະກິດ ຢູ່ໃນເຂດເສດຖະກິດພິເສດ, ໃນເດືອນ ມີຖຸນາ 2021 ໄດ້ສົ່ງສິນຄ້າ ປະເພດເຄື່ອງດື່ມຊູກຳລັງ ອອກຈາກເຂດເສດຖະກິດພິເສດ ມາຈໍາໜ່າຍຢູ່ ພາຍໃນ ປະເທດ (ສປປ ລາວ ) ຈຳນວນ 15.000 ແກັດ, ລາຄາຕາມເອກສານນຳສົ່ງສິນຄ້າ (ສັນຍາ ຊື້-ຂາຍ, ໃບເກັບ ເງິນການຂາຍ) ແມ່ນ 45.000 ກີບ/ແກັດ, ສົມມຸດວ່າ ອັດຕາພາສີ 15%. ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າແຈ້ງພາສີ: 15,000 x 45.000 = 675,000,000 ກີບ;
  • ຄ່າພາສີ: 675.000.000 x 15% =101.250.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 675.000.000 + 101,250,000 = 776.250.000 ກີບ;
  • ອາກອນຊົມໃຊ້: 776,250,000 x 12% = 93,150,000 ກີບ;

           ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບເຄື່ອງດື່ມຊູກຳລັງ ແມ່ນ 12% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 9 ແຖວທີ 2 ຂອງຄໍາແນະນໍາສະບັບນີ້;

           ຕົວຢ່າງ 2: ການຄິດໄລ່ອາກອນຊົມໃຊ້ຈາກ ຜະລິດຕະພັນເຄື່ອງສຳອາງ ສົມມຸດວ່າບໍລິສັດ ຈິດສຳນຶກດີ ຈຳກັດ ສ້າງຕັ້ງວິສາຫະກິດ ຢູ່ໃນເຂດເສດຖະກິດພິເສດ ໃນເດືອນ ກໍລະກົດ 2022 ໄດ້ສົ່ງສິນຄ້າ ປະເພດເຄື່ອງສໍາອາງ ອອກຈາກເຂດເສດຖະກິດພິເສດ ມາຈຳໜ່າຍຢູ່ພາຍໃນ ປະເທດ (ສປປ ລາວ ) ມູນຄ່າຕາມເອກະສານນຳສົ່ງ ສິນຄ້າ (ສັນຍາຊື້-ຂາຍ, ໃບເກັບເງິນການຂາຍ) ແມ່ນ 550,000.000 ກີບ, ສົມມຸດວ່າ ອັດຕາພາສີ 20%. ວິທີ ຄິດໄລ່ ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ຄ່າພາສີ: 550.000.000 x 20% = 110.000.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 550.000.000 + 110.000.000 = 660.000.000 ກີບ;
  • ອາກອນຊົມໃຊ້: 660.000.000 x 25% = 165.000.000 ກີບ;

           ໝາຍເຫດ: ອັດຕາອາກອນຊົມໃຊ້ ສໍາລັບຜະລິດຕະພັນເຄື່ອງສຳອາງທຸກຊະນິດ ແມ່ນ 25% ຕາມທີ່ໄດ້ກຳ ນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 12 ຂອງຄຳແນະນຳສະບັບນີ້.

           ຕົວຢ່າງ 3: ການຄິດໄລ່ອາກອນຊົມໃຊ້ ຈາກກ້ອງຖ່າຍຮູບ: ສົມມຸດວ່າບໍລິສັດຮຸ່ງເຮືອງ ຈໍາກັດຜູ້ດຽວ ສ້າງຕັ້ງວິສາຫະກິດ ປະກອບກ້ອງຖ່າຍຮູບ ຢູ່ໃນເຂດເສດຖະກິດພິເສດ ໃນເດືອນ ກັນຍາ 2022 ໄດ້ສົ່ງ ກ້ອງຖ່າຍຮູບ ທີ່ປະກອບ ໂດຍໂຮງງານຂອງບໍລິສັດເອງ ອອກຈາກເຂດເສດຖະກິດພິເສດ ຈຳນວນ 10.000 ເຄື່ອງ ເພື່ອມາຈຳໜ່າຍຢູ່ ພາຍໃນ ປະເທດ (ສປປ ລາວ) ລາຄາຕາມເອກສານນຳສົ່ງສິນຄ້າ (ສັນຍາ ຊື້-ຂາຍ, ໃບເກັບເງິນການຂາຍ) ແມ່ນ 550.000 ກີບ/ອັນ, ສົມມຸດວ່າ ອັດຕາພາສີ 5%. ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າແຈ້ງພາສີ10.000 x 550.000 = 5.500.000.000 ກີບ;
  • ຄ່າພາສີ:5,500,000,000 x 5% = 275,000,000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 5,500,000,000 + 275,000,000 = 5,775,000,000 ກີບ;
  • ອາກອນຊົມໃຊ້: 5,775,000,000 x 15% = 866,250,000 ກິບ.

           ໝາຍເຫດ : ອັດຕາອາກອນຊົມໃຊ້ ສຳລັບກ້ອງຖ່າຍຮູບທຸກຊະນິດ ແມ່ນ 15% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 17 ຂອງຄໍາແນະນໍາສະບັບນີ້;

  1. ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບສິນຄ້າ ທີ່ຜະລິດ ຫຼື ປະກອບຢູ່ພາຍໃນປະເທດ ເພື່ອຈໍາໜ່າຍ ຫຼື ຂາຍໃຫ້ຜູ້ອື່ນທີ່ເປັນລູກຄ້າທົ່ວໄປ ຫຼື ເປັນຜູ້ຊົມໃຊ້ ລວມທັງ ສິນຄ້ານຳເຂົ້າທີ່ໄດ້ຮັບອະນຸຍາດຄິດໄລ່ ແລະ ເກັບ ອາກອນຊົມໃຊ້ໃນເວລາຂາຍຢູ່ພາຍໃນປະເທດ ແມ່ນ ລາຄາຂາຍຍົກອອກ ຈາກໂຮງງານ ຫຼື ຈາກບ່ອນຜະລິດ ຫຼື ບ່ອນປະກອບ ຫຼື ລາຄາຂາຍສໍາລັບສິນຄ້ານຳເຂົ້າ ບໍ່ລວມອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ; ລາຄາຂາຍຍົກ ອອກຈາກໂຮງງານ ຫຼື ບ່ອນຜະລິດ ຫຼື ບ່ອນປະກອບ ຫຼື ລາຄາຂາຍສຳລັບສິນຄ້ານຳເຂົ້າ ລວມມີຕົ້ນທຶນ ແລະ ກຳໄລລວມ. ດັ່ງນັ້ນ,ອາກອນຊົມໃຊ້ ທີ່ຄິດໄລ່ ເກັບບົນພື້ນຖານລາຄາຂາຍ ຢູ່ພາຍໃນປະເທດ ຕ້ອງມອບເຂົ້າງົບປະມານແຫ່ງລັດທັງໝົດ ແລະບໍ່ອະນຸຍາດໃຫ້ຜູ້ສະໜອງ ຫຼື ຜູ້ຂາຍນຳມາລົງເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້ ເນື່ອງຈາກວ່າ ອາກອນຊົມໃຊ້ໃນກໍລະນີດັ່ງກ່າວ ແມ່ນ ເກັບເອົານຳຜູ້ຊື້ໂດຍກົງ ໂດຍບໍ່ກ່ຽວຂ້ອງກັບຕົ້ນທຶນຊື້ ຂອງຜູ້ສະໜອງ ຫຼື ຜູ້ຂາຍ; ສ່ວນລາຍຮັບທຸລະກິດ ຂອງຜູ້ສະໜອງ ຫຼື ຜູ້ຂາຍນັ້ນແມ່ນ ໃຫ້ຖືເອົາມູນຄ່າສະໜອງ ຫຼື ມູນຄ່າຂາຍທີ່ບໍ່ລວມອາກອນຊົມໃຊ້ ແລະ ບໍ່ລວມອາກອນມູນຄ່າເພີ່ມ, ຊຶ່ງຕົວຢ່າງການຕິດໄລ່ອາກອນຊົມໃຊ້ ດັ່ງນີ້:

           ຕົວຢ່າງ 1: ການຄິດໄລ່ອາກອນຊົມໃຊ້ ຈາກຜະລິດຕະພັນເບຍ: ສົມມຸດວ່າບໍລິສັດເບຍ ຂຶ້ນທະບຽນ ແລະ ສ້າງຕັ້ງ ວິສາຫະກິດຕາມກົດໝາຍ ຂອງ ສປປ ລາວ, ໃນເດືອນ ມີຖຸນາ 2021 ໄດ້ຜະລິດ ແລະ ຈໍາໜ່າຍເບຍ ມີທາດ ເຫຼົ້າເກີນ 0,5% ທີ່ໂຮງງານຜະລິດຢູ່ພາຍໃນປະເທດ ຄື: ຂາຍໃຫ້ລູກຄ້າທົ່ວໄປ ຈຳນວນ 250.000 ລັງ; ລາຄາ ຂາຍຍົກອອກຈາກໂຮງງານບໍ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ແມ່ນ 55,000 ກີບ/ລັງ, ແຖມໃຫ້ ລູກຄ້າ ຈຳນວນທັງໝົດພາຍໃນເດືອນດັ່ງກ່າວ 300 ລັງ, ໂຮງງານນຳອອກມາຊົມໃຊ້ເອງ ສຳລັບກິດຈະກຳປະຈຳປີ ຂອງໂຮງງານ ຈຳນວນ 400 ລັງ, ສົມມຸດລາຄາຕົ້ນທຶນຜະລິດຕາມການໃຫ້ຂໍ້ມູນ ຫຼື ຕາມການສະຫຼຸບຂອງບໍລິສັດ ຜະລິດເບຍ ແມ່ນ 40.000 ກີບ/ລັງ, ວິທີຄິດໄລ່ອາກອນຊົມໃຊ້ໃຫ້ປະຕິບັດ ດັ່ງນີ້:

           ກ. ຂາຍໃຫ້ລູກຄ້າທົ່ວໄປ:

  • ມູນຄ່າຂາຍຍົກໃຫ້ລູກຄ້າ 250.000 x 55.000 = 13.750.000.000 ກີບ;
  • ອາກອນຊົມໃຊ້ຈາກການຂາຍ: 13.750.000.000 x 60% = 8.250,000,000 ກີບ;

ຂ. ແຖມໃຫ້ລູກຄ້າ ແລະ ຊົມໃຊ້ເອງ (ສະໜອງໃຫ້ໂຕເອງ):

  • ມູນຄ່າຕົ້ນທຶນສຳລັບສະໜອງໃຫ້ຕົນເອງ ແລະ ເປັນຂອງແຖມ: (300+400) x 40,000 = 28,000,000ກີບ;
  • ອາກອນຊົມໃຊ້ທີ່ສະໜອງໃຫ້ຕົນເອງ ແລະ ເປັນຂອງແຖມ: 28,000,000 x 60% = 16,800.000ກີບ;
  • ລວມອາກອນຊົມໃຊ້ ທັງໝົດຕ້ອງມອບ: 8.250.000.000 + 16,800.000 = 8.266,800,000 ກີບ;

           ໝາຍເຫດ: ອັດຕາ ອາກອນຊົມໃຊ້ ສຳລັບຜະລິດຕະພັນເບຍ ທີ່ມີທາດເຫຼົ້າ ແຕ່ 0,5 ສ່ວນຮ້ອຍ ຂຶ້ນໄປ ຈະແມ່ນເບຍນ້ຳເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດ ແມ່ນ 60% ຕາມໄດ້ກຳນົດໄວ້ໃນ 8.1) ອັດຕາອາກອນຊົມໃຊ້ ສິນຄ້າ ຂໍ້ 6 ແຖວທີ 1 ຂອງຄຳແນະນຳສະບັບນີ້; ພື້ນຖານຄິດໄລ່ ອາກອນຊົມໃຊ້ ໃນກໍລະນີ ຊົມໃຊ້ເອງ, ໃຫ້ເປັນຂອງແຖມ,ໃຫ້ເປັນຂອງຂວັນ ແລະ ລາງວັນ ແມ່ນລາຄາຕົ້ນທຶນການຜະລິດ. ດັ່ງນັ້ນ, ໂຮງງານທີ່ຜະລິດເບຍ ມີ ຄວາມຮັບຜິດຊອບໃນການກຳນົດລາຄາຕົ້ນທຶນການຜະລິດ ເພື່ອຄິດໄລ່ອາກອນຊົມໃຊ້; ອາກອນຊົມໃຊ້ ຈາກເບຍ ຫຼື ສິນຄ້າປະເພດອື່ນ ສໍາລັບກໍລະນີ ຊົມໃຊ້ເອງ ໃຫ້ເປັນຂອງແຖມ,ໃຫ້ເປັນຂອງຂວັນ ແລະ ລາງວັນ ແມ່ນບໍ່ອະນຸຍາດໃຫ້ລົງເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້ ເຖິງວ່າ ຈະຖືກຄິດໄລ່ຈາກລາຄາຕົ້ນທຶນການຜະລິດກໍຕາມ ຍົກເວັ້ນສິນຄ້າ ຫຼື ຜະລິດຕະພັນດັ່ງກ່າວທີ່ຖືກນຳໄປຈົດເປັນຊັບສິນຄົງທີ່ ແລະ ນໍາໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ ຂອງຜູ້ເສຍອາກອນ ແມ່ນອະນຸຍາດໃຫ້ຫັກຄ່າຫຼຸ້ຍຫ້ຽນຕາມລະບຽບການໄດ້.

ຕົວຢ່າງ 2: ການຄິດໄລ່ອາກອນຊົມໃຊ້ ຈາກລົດຈັກ ແລະ ລົດໃຫຍ່: ສົມມຸດວ່າ ບໍລິສັດ ຈຳກັດ ກ ດຳເນີນ ທຸລະກິດ ໂຮງງານປະກອບ ແລະ ຈຳໜ່າຍ ລົດຈັກ ແລະ ລົດໃຫຍ່ ຢູ່ພາຍໃນປະເທດ ໃນເດືອນ ກໍລະກົດ 2022 ມີ ການເຄື່ອນໄຫວທຸລະກິດ ດັ່ງນີ້:

ກ. ສຳລັບລົດຈັກ: ໄດ້ນຳເຂົ້າຊີ້ນສ່ວນລົດຈັກທີ່ໃຊ້ພະລັງງານເຊື້ອໄຟ, ຄວາມແຮງ 110 ຊີຊີ ຈຳນວນ 300 ຊຸດຄັນ ແລະ ຄວາມແຮງ 150 ຊີຊີ ຈຳນວນ 200 ຊຸດ/ຄັນໃນຮູບແບບໄອເຄດີ (IKD) ມູນຄ່າແຈ້ງພາສີ 100 $/ຊຸດຄັນ; ສົມມຸດວ່າ ອັດຕາພາສີ 10% ອັດຕາແລກປ່ຽນ 1 $ = 9.800 ກີບ, ພາຍຫຼັງປະກອບສຳເລັດສົມບູນຢູ່ໃນຮູບແບບ ຊີບີຢູ (CBU) ແລ້ວ ໄດ້ຂາຍຍົກໃຫ້ລູກຄ້າປະຈໍາ ລົດຈັກຄວາມແຮງ 110 ຊີຊີ ທັງໝົດ 300 ຄັນ ໃນ ລາຄາບໍ່ມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ 7.500.000 ກີບ/ຄັນ, ສຳລັບ ລົດຈັກ ຄວາມແຮງ 150 ຊີຊີ ແມ່ນໄດ້ຂາຍໃນລາຄາບໍ່ມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ 9.500.000 ກີບ/ຄັນ, ວິທີຄິດໄລ່ອາກອນ ຊົມໃຊ້ໃຫ້ປະຕິບັດ ດັ່ງນີ້:

(1) ຄິດໄລ່ພາສີຂາເຂົ້າ ແລະ ອາກອນ ສຳລັບຊິ້ນສ່ວນປະກອບລົດຈັກ ຢູ່ບ່ອນນຳເຂົ້າ:

  • ຈໍານວນຊິ້ນສ່ວນປະກອບ ໄອຄີດີ ທັງໝົດ: 300 + 200 = 500 ຊຸດ;
  • ມູນຄ່າແຈ້ງພາສີ ເປັນເງິນກິບ: 500 x 100 x 9,800 = 490.000.000 ກີບ;
  • ຄ່າພາສີຂາເຂົ້າ: 490,000,000 x 10% = 49.000.000 ກີບ;
  • ພື້ນຖານຄິດໄລາອາກອນມູນຄ່າເພີ່ມ: 490.000.000 + 49.000.000  = 539.000.000 ກີບ;
  • ອາກອນມູນຄ່າເພີ່ມຂອດນໍາເຂົ້າທັງໝົດ 539,000,000 x 7% = 37,730.000 ກີບ.

(2) ຄິດໄລ່ອາກອນຊົມໃຊ້ ຂອດຈຳໜ່າຍຢູ່ພາຍໃນປະເທດ:

  • ລົດຈັກຄວາມແຮງ 100 ຊີຊີ:
  • ມູນຄ່າຂາຍຍົກ ຫຼື ພື້ນຖານຄິດໄລ່ ອາກອນຊົມໃຊ້: 300 x 7,500.000 = 2,250,000,000 ກີບ;
  • ອາກອນຊົມໃຊ້: 2,250,000,000 x 3% = 67,500,000 ກີບ.
  • ລົດຈັກຄວາມແຮງ150 ຊີຊີ:
  • ມູນຄ່າຂາຍຍົກ ຫຼື ພື້ນຖານຄິດໄລ່ ອາກອນຊົມໃຊ້: 200 x 9.500.000 = 1.900.000.000 ກີບ;
  • ອາກອນຊົມໃຊ້: 1.900.000.000 x 20% = 380.000.000 ກີບ;
  • ລາຍຮັບທີ່ຂາຍບໍ່ລວມອາກອນຊົມໃຊ້: 2.250.000.000 + 1.900.000.000 = 4,150,000,000 ກີບ;
  • ຈຳນວນອາກອນຊົມໃຊ້ເກັບໄດ້ທັງໝົດ 67.500.000 + 380,000,000 = 447,500.000 ກີບ;
  •  ພື້ນຖານຄິດໄລ່ອາກອນມູນຄ່າເພີມເວລາຂາຍ: 4.150.000.000 + 447.500.000 = 4,597,500,000 ກີບ;
  •  ອາກອນມູນຄ່າເພີ່ມຈາກການຂາຍຢູ່ພາຍໃນ 4.597.500.000 x 7% = 321.825.000 ກີບ.

           ຂ. ສໍາລັບລົດໃຫຍ່: ໄດ້ນໍາເຂົ້າຊີ້ນສ່ວນລົດໃຫຍ່ ສຳລັບຂົນສົ່ງສິນຄ້າ ຂະໜາດນ້ອຍທີ່ໃຊ້ພະລັງງານເຊື້ອ ໄຟ, ຄວາມແຮງ 2.500 ຊີຊີ ໃນຮູບແບບໄອເຄດິ (IKD) ຈໍານວນ 130 ຊຸດ/ຄັນ ມູນຄ່າແຈ້ງພາສີ 2.000 $/ຊຸດ ຄັນ; ສົມມຸດວ່າ ອັດຕາພາສີ 10%, ອັດຕາແລກປ່ຽນ 1 $ = 9.800 ກີບ, ພາຍຫຼັງປະກອບສຳເລັດສົມບູນຢູ່ໃນຮູບ ແບບ ຊີບີຢູ (CBU) ແລ້ວ ແມ່ນໄດ້ຂາຍລົດໃຫຍ່ທັງໝົດ ຈໍານວນ 130 ຄັນ ໃນລາຄາ ທີ່ລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມແລ້ວ 75.000.000 ກີບ/ຄັນ. ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  1.  ຄິດໄລ່ພັນທະພາສີຂາເຂົ້າ ແລະ ອາກອນ ສຳລັບຊິ້ນສ່ວນປະກອບລົດໃຫຍ່ຢູ່ບ່ອນນຳເຂົ້າ:
  • ມູນຄ່າແຈ້ງພາສີ ເປັນເງິນກີບ: 130 x 2.000 x 9.800 = 2.548,000.000 ກີບ;
  • ຄ່າພາສີຂາເຂົ້າ: 2.548.000.000 x 10% = 254.800.000 ກີບ;
  • ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ: 2.548.000.000 + 254.800.000 = 2,802,800,000ກີບ;
  • ອາກອນມູນຄ່າເພີ່ມຂອດນໍາເຂົ້າ: 2.802.800.000 x 7% = 196,196.000 ກີບ;

(2)  ຄິດໄລ່ອາກອນຊົມໃຊ້ ຂອດຈໍາໜ່າຍຢູ່ພາຍໃນປະເທດ:

  • ມູນຄ່າຂາຍຍົກລວມມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ: 130 x 75.000.000 = 9.750.000.000 ກີບ;
  • ມູນຄ່າຂາຍຍົກບໍ່ລວມມີອາກອນມູນຄ່າເພີ່ມ:  x 100 = 9.112.149.533 ກີບ;
  • ມູນຄ່າຂາຍຍົກບໍ່ລວມມີ ອາກອນຊົມໃຊ້  x 100 =  8,846,747,119 ກີບ;
  • ອາກອນຊົມໃຊ້; 8.846,747,119 x 3% = 265.402.414 ກີບ;
  • ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມເວລາຂາຍ: 8.846.747.119 + 265.402,414 = 9,112,149,533 ກີບ.

        ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບລົດຈັກ ນຳໃຊ້ນໍ້າມັນເຊື້ອໄຟ ຄວາມແຮງ 110 ຊີຊີ ທີ່ປະກອບ ຈາກຊິ້ນສ່ວນປະກອບໃນຮູບແບບໄອເຄດີ (IKD) ແມ່ນ 3%, ຄວາມແຮງ 150 ຊີຊີ ແມ່ນ 20% ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 2 ຂໍ້ 1.1 ແຖວທີ 2 ແລະ ແຖວທີ 3 ຂອງຄຳແນະນຳສະບັບນີ້; ອັດຕາອາກອນຊົມໃຊ້ ສໍາລັບລົດໃຫຍ່ ນໍາໃຊ້ນໍ້າມັນເຊື້ອໄຟ ທີ່ປະກອບຈາກຊີ້ນສ່ວນປະກອບໃນຮູບແບບ ໄອເຄດີ (IKD) ແມ່ນ 3% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 2.9 ຂອງຄຳແນະນໍາສະບັບນີ້, ຊິ້ນສ່ວນປະກອບໃນຮູບແບບ ໄອເດດີ (IKD) ແລະ ຊີເຄດິ (CKD) ທີ່ນໍາເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດ ສຳລັບຈຸດປະສົງມາປະກອບຢູ່ໂຮງງານ ເປັນລົດສຳເລັດຮູບສົມບູນຕາມຮູບແບບຊີບີຢູ (CBU) ໂດຍກົງແມ່ນຈະບໍ່ຖືກເກັບອາກອນຊົມໃຊ້ ຢູ່ໃນຂອດນໍາເຂົ້າ ຫຼື ຂອດຜະລິດ ຊິ້ນສ່ວນດັ່ງກ່າວຢູ່ພາຍໃນປະເທດ ແຕ່ຈະຖືກຄິດໄລ່ ແລະ ເກັບອາກອນຊົມໃຊ້ຢູ່ພາຍໃນປະເທດ ເວລາທີ່ປະກອບສໍາເລັດ ແລະ ຂາຍ ຕັ້ງດຽວເລີຍ. ຜູ້ນຳເຂົ້າ ຫຼື ຜູ້ຊື້ ຈາກໂຮງງານຜະລິດພາຍໃນ ຕ້ອງມີແຜນຄວາມຕ້ອງການນຳໃຊ້ ຊິ້ນສ່ວນປະກອບໃນ 2 ຮູບແບບດັ່ງກ່າວ ໂດຍ ມີການຢັ້ງຢືນຈາກຂະແໜງການຄຸ້ມຄອງ ໂຮງງານຜະລິດ ຫຼື ໂຮງງານປະກອບ ສະເໜີຕໍ່ລັດຖະມົນຕີກະຊວງການເງິນ ພິຈາລະນາອະນຸຍາດ ເພື່ອງົດເກັບອາກອນຊົມໃຊ້ (ຍົກເວັ້ນອາກອນຊົມໃຊ້) ໃນຂອດນໍາເຂົ້າ ຫຼື ຂອດຜະລິດຢູ່ພາຍໃນ ຊິ້ນສ່ວນປະກອບດັ່ງກ່າວ.

ຕົວຢ່າງ 3: ການຄິດໄລ່ອາກອນຊົມໃຊ້ ຈາກຢາສູບ: ສົມມຸດວ່າ ບໍລິສັດຜະລິດຢາສູບ ຈຳກັດ ໄດ້ຂື້ນທະບຽນ ແລະ ສ້າງຕັ້ງວິສາຫະກິດຕາມກົດໝາຍ ຂອງ ສປປ ລາວ, ໃນເດືອນ ກໍລະກົດ 2021 ໄດ້ຜະລິດ ແລະ ຈໍາ ໜ່າຍຢາສູບເປັນຊອງ ດັ່ງນີ້ : ຂາຍໃຫ້ລູກຄ້າທົ່ວໄປ ຢູ່ພາຍໃນປະເທດ ຈໍານວນ 25.000 ແກັດ, ລາຄາຂາຍຍົກ ອອກຈາກໂຮງງານບໍ່ມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ແມ່ນ 1.200.000 ກີບ/ແກັດ; ແຖມໃຫ້ລູກຄ້າ ຈຳນວນທັງໝົດພາຍໃນເດືອນດັ່ງກ່າວ 30 ແກັດ, ສົມມຸດລາຄາຕົ້ນທຶນຜະລິດ ແມ່ນ 900.000 ກີບ/ແກັດ; ໄດ້ສົ່ງອອກໄປຕ່າງປະເທດ ຈໍານວນ 20.000 ແກັດ, ລາຄາ ຕາມເອກະສານນຳສົ່ງ ບໍ່ມີອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ແມ່ນ 1.300.000 ກີບ/ແກັດ. ວິທີຄິດໄລ່ ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າຂາຍຍົກຢູ່ພາຍໃນປະເທດ: 25.000 x 1.200.000 = 30.000.000,000 ກີບ;
  • ອາກອນຊົມໃຊ້: 30.000.000.000 x 57% = 17.100.000.000 ກີບ;
  • ມູນຄ່າຕົ້ນທຶນສຳລັບເປັນຂອງແຖມ: 30 x 900.000 = 27.000.000 ກີບ;
  • ອາກອນຊົມໃຊ້ຈາກການແຖມ: 27.000.000 x 57% = 15.390.000 ກີບ;
  • ມູນຄ່າສົ່ງອອກໄປຕ່າງປະເທດ: 20.000 x 1.300.000 = 26.000.000.000 ກີບ;
  • ລວມອາກອນຊົມໃຊ້ຕ້ອງມອບ: 17.100.000.000 + 15.390.000 = 17.115.390.000 ກີບ.

        ໝາຍເຫດ: ອັດຕາ ອາກອນຊົມໃຊ້ ສຳລັບຜະລິດຕະພັນຢາສູບເປັນຊອງ ຈະແມ່ນຢາສູບທີ່ນໍາເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດກໍ່ຕາມ ແມ່ນ ອັດຕາ 57% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 7 ແຖວທີ 1 ຂອງຄຳແນະນໍາສະບັບນີ້; ພື້ນຖານຄິດໄລ່ ອາກອນຊົມໃຊ້ ໃນກໍລະນີ ເອົາໃຫ້ເປັນຂອງແຖມ,ຊົມໃຊ້ເອງ, ໃຫ້ເປັນຂອງຂວັນ ແລະ ລາງວັນ ແມ່ນລາຄາຕົ້ນທຶນການຜະລິດ; ໂຮງງານທີ່ຜະລິດຢາສູບ ມີຄວາມຮັບຜິດຊອບໃນການກຳນົດລາຄາຕົ້ນທຶນການຜະລິດ ເພື່ອຄິດໄລ່ອາກອນຊົມໃຊ້; ອາກອນຊົມໃຊ້ ສຳລັບກໍລະນີ ຊົມໃຊ້ເອງ, ໃຫ້ເປັນຂອງແຖມ, ໃຫ້ເປັນຂອງຂວັນ ແລະ ລາງວັນ ແມ່ນບໍ່ອະນຸຍາດໃຫ້ລົງເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້ ເຖິງວ່າ ຈະຖືກຄິດໄລ່ຈາກລາຄາຕົ້ນທຶນການຜະລິດກໍຕາມ.

        ສໍາລັບຢາສູບທີ່ສົ່ງອອກໄປຕ່າງປະເທດ ຈໍານວນ 20.000 ແກັດ ໃນມູນຄ່າ 26.000.000.000 ກີບ ນັ້ນ ແມ່ນບໍ່ຖືກຄິດໄລ່ໃຫ້ເສຍອາກອນຊົມໃຊ້ຢູ່ ສປປ ລາວ, ແຕ່ລາຍຮັບຈາກການສົ່ງອອກຢາສູບດັ່ງກ່າວ ຕ້ອງໄດ້ ສະຫຼຸບລວມເຂົ້າໃນລາຍຮັບທຸລະກິດທັງໝົດ ເພື່ອເສຍອາກອນລາຍໄດ້ (ອາກອນກໍາໄລ) ຕາມກົດໝາຍວ່າດ້ວຍ ອາກອນລາຍໄດ້.

ຕົວຢ່າງ 4: ການຄິດໄລ່ອາກອນຊົມໃຊ້ ຈາກເຄື່ອງດື່ມຊູກຳລັງ: ສົມມຸດວ່າໂຮງງານຜະລິດເຄື່ອງດື່ມຊູກຳລັງ ສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຂອງ ສປປ ລາວ ໃນຮູບການ ເປັນບໍລິສັດ ຈຳກັດຜູ້ດຽວ, ໃນເດືອນ ກັນຍາ 2021 ໄດ້ຂາຍຍົກເຄື່ອງດື່ມຊູກໍາລັງ ໃຫ້ລູກຄ້າປະຈຳ ທັງໝົດ 30.000 ແກັດ ໃນລາຄາ ບໍ່ມີອາກອນຊົມໃຊ້ ແລະ ອາກອນ ມູນຄ່າເພີ່ມ 100.000 ກີບ/ແກັດ, ໄດ້ໃຫ້ເປັນຂອງແຖມໃນຖານະເປັນລູກຄ້າປະຈຳ. ໃນຈຳນວນ 50 ແກັດ ລາຄາ ຕົ້ນທຶນການຜະລິດແມ່ນ 60.000 ກີບ/ແກັດ. ວິທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບຂາຍໃຫ້ລູກຄ້າ: 30.000 x 100.000 = 3.000.000.000 ກີບ;
  • ອາກອນຊົມໃຊ້ ເກັບໄດ້ຈາກລູກຄ້າ: 3,000,000,000 x 12% = 360,000,000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບຂອງແຖມ: 50 x 60,000 = 3,000.000 ກີບ;
  • ອາກອນຊົມໃຊ້ ເກັບໄດ້ຈາກການແຖມ: 3.000.000 x 12% = 360.000 ກີບ;
  • ລວມ ອາກອນຊົມໃຊ້ ຕ້ອງມອບ: 360.000.000 + 360.000 = 360.360.000 ກີບ.

        ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບເຄື່ອງດື່ມຊູກຳລັງ ແມ່ນ ອັດຕາ 12% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1) ອັດຕາອາກອນຊົມໃຊ້ສິນຄ້າ ຂໍ້ 9 ແຖວທີ 2 ຂອງຄໍາແນະນໍາສະບັບນີ້.

  1. ພື້ນຖານຄິດໄລ່ອາກອນຊົມໃຊ້ ສໍາລັບ ສີນຄ້າ ທີ່ຜະລິດ ຫຼື ປະກອບຢູ່ພາຍໃນປະເທດ ຫຼື ສີນຄ້ານຳເຂົ້າເພື່ອຊົມໃຊ້ເອງ ໂດຍຜູ້ດຳເນີນທຸລະກິດ, ໃຫ້ເປັນຂອງຂວັນ,ເປັນຂອງເເຖມ ເເລະ ເປັນລາງວັນ ເເມ່ນລາຄາຕົ້ນທືນການຜະລິດ ຫຼື ປະກອບເປັນພື້ນຖານຄິດໄລ່ ອາກອນຊົມໃຊ້; ຜູ້ຜະລິດ ຫຼື ຜູ້ປະກອບ ມີຄວາມຮັບຜິດຊອບໃນການກຳນົດ ກ່ຽວກັບລາຄາຕົ້ນທືນການຜະລິດ ຫຼື ຕົ້ນທືນການປະກອບໃຫ້ຖືກຕ້ອງຕາມຄວາມເປັນຈິງທຸກກໍລະນີ ເເລະ ສາມາດສະໝອງຂໍ້ມູນດັ່ງກ່າວໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ເເລະ ເຈົ້າໜ້າທີ່ກວດກາອື່ນໄດ້ທຸກເວລາ; ອາກອນຊົມໃຊ້ໃນກໍລະນີ ຊົມໃຊ້ເອງ, ເເລະ ໃຫ້ຖືວ່າເປັນການຊົມໃຊ້ ສີນຄ້າ ຫຼື ການບໍລິການດັ່ງກ່າວ. ສຳລັບອາກອນຊົມໃຊ້ ຂອງສີນຄ້າ ທີ່ຜູ້ດຳເນີນທຸລະກິດ ຫຼື ຜູ້ເສຍອາກອນ ຊົມໃຊ້ເອງ, ໄດ້ຮັບເປັນຂອງຂວັນ,ຂອງເເຖມ ຫຼື ລາງວັນ ນຳມາເປັນຊັບສົມບັດຄົງທີ່ ທີ່ນຳໃຊ້ໂດຍກົງເຂົ້າໃນການດຳເນີນທຸລະກິດ ເເມ່ນ ສາມາດໃຫ້ຈົດເປັນມູນຄ່າຊັບສີນ ເພື່ອຫຼັກຫຼຸ້ຍຫ້ຽນໄດ້ ເນື່ອງຈາກວ່າ ຊັບສີນຄົງທີ່ດັ່ງກ່າວ ຖືກນຳໃຊ້ໃຫ້ເກີດຜົນປະໂຫຍດ ຢູ່ໃນວົງຈອນ ເສດຖະກິດ ຂອງຜູ້ດຳເນີນທຸລະກິດ.

ຕົວຢ່າງ: ສົມມຸດວ່າໂຮງງານ ຜະລິດນ້ຳອັດລົມ ເເລະ ໂສດາ ພາຍໃນເດືອນ ພະຈິກ 2021​ ໄດ້ນໍາເອົາ ນໍ້າອັດລົມ ປະເພດໂຄກສ ( Coca Cola ) ຊະນິດຂວດນ້ອຍທີ່ຕົນຜະລິດ ອອກຈາກສາງສີນຄ້າ ຈຳນວນ 300 ແກັດ ມາຊົມໃຊ້ດ້ວຍຕົນເອງ ເເລະ ອີກ 250​ ແກັດ ໃຫ້ເປັນຂໍເເຖມສໍາລັບລູກຄ້າລາຍໃຫ່ຍຂອງບໍລິສັດ; ຕົ້ນທືນການຜະລິດຕາມໂຄງສ້າງລາ ຂອງນ້ຳອັດລົມຊະນິດດັ່ງກ່າວ ເເມ່ນ 40.000 ກີບ/ແກັດ. ວີທີຄິດໄລ່ ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ພື້ນຖານຄິດໄລ່ຕາມລາຄາຕົ້ນທືນການຜະລິດ ( 300 + 250 ) x 40.000 = 22.000.000 ກີບ;
  • ອາກອນຊົມໃຊ້: 22.000.000 x 7% = 1.540.000 ກີບ.

ໝາຍເຫດ : ອັດຕາອາກອນຊົມໃຊ້ ສຳລັບນ້ຳອັດລົມ ເເມ່ນ ອັດຕາ 7% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.1.) ອັດຕາອາກອນຊົມໃຊ້ສີນຄ້າ ຂໍ້ 9 ແຖວທີ 1 ຂອງຕຳເເນະນຳສະບັບນີ້, ນ້ຳອັດລົມ ເປັນສີນຄ້າບໍລິໂພກ. ດັ່ງນັ້ນ,ອາກອນຊົມໃຊ້ ເຖິງວ່າຈະຖືກຄິດໄລ່ເກັບຕາມລາຄາຕົ້ນທືນການຜະລິດກໍຕາມ ເເມ່ນບໍ່ອະນຸຍາດໃຫ້ລົງເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້.ສຳລັບກໍລະນີ ຊົມໃຊ້ເອງຕາມຂໍ້ໂຈດນີ້ ພາຍຫຼັງທີ່ໂຮງງານໄດ້ຄິດໄລ່ອາກອນຊົມໃຊ້ຕາມລາຄາຕົ້ນທືນການຜະລິດເເລ້ວ ຍັງຈະຕ້ອງໄດ້ຄິດໄລ່ ເກັຍອາກອນມູນຄ່າເພີ່ມ ຕາມລາຄາຂາຍອອກຕົວຈີງຂອງໂຮງງານໃຫ້ແກ່ລູກຄ້າທົ່ວໄປຕື່ມອີກ ຕາມທີ່ໄດ້ກຳນົດໄວ້ ຢູ່ໃນ ມາດຕາ 15 ຂໍ້ 6 ຂອງກົດໝາຍວ່າດ້ວຍອາກອນມູນຄ່າ ເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ່ 20 ມິຖຸນາ 2018. ດັ່ງນັ້ນ, ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ຈະເເມ່ນກໍລະນີຊົມໃຊ້ເອງ, ໃຫ້ເປັນຂອງເເຖມ,ໃຫ້ເປັນຂອງຂວັນ-ລາງວັນ ຫຼື ເອົາໃຫ້ລາ ກໍຕ້ອງກຳນົດເອົາລາຄາຂາຍທີ່ສອໜອງໃຫ້ຜູ້ອື່ນໂດຍທົ່ວໄປ ຄື: ສົມມຸດວ່າ ລາຄາຂາຍຂອງໂຮງງານໂດຍທົ່ວໄປ ບໍ່ລວມມີອາກອນມູນຄ່າເພີ່ມເເມ່ນ 50.000 ກີບ/ແກັດ, ສັງເກດເຫັນວ່າ ມີກຳໄລລວມເເກັດລະ 10.000 ກີບ ຫຼື 25% ຂອງຕົ້ນທືນການຜະລິດ:

  • ພື້ນຖານຄິດໄລ່ ອາກອນມູນຄ່າເພີ່ມ: 550 x 50.000 = 27.500.000 ກີບ
  • ອາກອນມູນຄ່າເພີ່ມເບື້ອງສົ້ນອອກ ທີ່ຄິດໄລ່ໄດ້: 27.500.000 x 7% = 1.925.000 ກີບ.
  1. ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບການສະໜອງບໍລິການ ຢູ່ພາຍໃນປະເທດ ເເມ່ນມູນຄ່າການຊົມໃຊ້ການບໍລິການ ບໍ່ລວມອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ ເປັນພື້ນຖານຄິດໄລ່ອາກອນຊົມໃຊ້;ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ຕາມທີ່ໄດ້ກຳນົດຢູ່ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ເຖິງວ່າຈະເປັນການບໍລີການທີ່ຕ້ອງມີການນຳໃຊ້ ສີນຄ້າ ຫຼື ວັດຖຸດິບ ເຂົ້ານຳ ເພື່ອສະໜັບສະໜູນການບໍລິການນັ້ນ ໃຫ້ເກີດຜົນສຳເລັດ ເຊັ່ນ ໂຮງເຕັ້ນລຳ ປະກອບມີເຫຼົ້າ, ໂສດາ, ນ້ຳກ້ອນ, ຂອງກັບແກ້ມ ເເລະ ເຄື່ອງດື່ມຕ່າງໆ; ກິດຈະການກ໊ອຟ ປະກອບມີການບໍລິການຄ່າເດີ່ນ,ຄ່າລົດກ໊ອຟ,ອາຫານ,ເຄື່ອງດື່ມ ເເລະ ອື່ນໆ; ກິດຈະກຳສັນຍາກຳເສີມຄວາມງາມ ຕ້ອງມີນ້ຳຢາ ເເລະ ເຄື່ອງມືຊ່ວຍ ເຫຼົ່ານີ້ນີ້ເປັນຕົ້ນ ເເມ່ນຈະຖືກກຳນົດໃຫ້ເປັນກິດຈະການບໍລິການທີ່ຕ້ອງເສຍອາກອນຊົມໃຊ້; ພື້ນຖານຄິດໄລ່ອາກອນຊົມໃຊ້ ການບໍລິການ ເເມ່ນ ມູນຄ່າຈຳນວນເຕັມຂອງລາຍຮັບຈາກຄ່າບໍລິການທັງໜົດ. ສຳລັບອາກອນອາກອນຊົມໃຊ້ ທີ່ຕິດພັນກັບສີນຄ້າ ຫຼື ວັດຖຸດິບ ເພື່ອສະໜັບສະໜູນການບໍລິການໃຫ້ເກີດຜົົນສຳເລັດນັ້ນ ( ຖ້າມີ ) ໃຫ້ຖືວ່າເປັນຕົ້ນທືນຊື້ສີນຄ້າດັ່ງກ່າວ. ສຳລັບກິດຈະການກ໊ອຟ ບັນດາລາຍຮັບຈາກການຂາຍສີນຄ້າປະເພດທີ່ສາມາດນຳໃຊ້ໄດ້ຫຼາຍເທື່ອ ເເລະ ບໍ່ຖືກກຳນົດໃຫ້ເສຍອາກອນຊົມໃຊ້ຕາມ ມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ເຊັ່ນ: ລູກກ໊ອຟ,ໄມ້ຕີກ໊ອຟ,ໝວກ , ເກີບ, ເຄື່ອງນຸ່ງຕິກ໊ອຟ ເຫຼົ້ານີ້ເປັນຕົ້ນ ເເມ່ນ ບໍ່ໃຫ້ຖືເປັນພື້ນຖານຄິດໄລ່ອາກອນຊົມໃຊ້ ເເລະ ຕ້ອງອອກໃບເກັບເງີນການຂາຍຕ່າງຫາກ. ຕົວຢ່າງວີທີຄິດໄລ່ອາກອນຊົມໃຊ້ ດັ່ງນີ້:

ຕົວຢ່າງ 1: ການຄິດໄລ່ອາກອນຊົມໃຊ້ຈາກ ກີດຈະການໂຮງເຕັ້ນລຳ/ດີສະໂກເທັກ: ສົມມຸດວ່າວິສາຫະກິດສ່ວນບຸກຄົນ ຄ ຈົດທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຂອງ ສປປ ລາວ ເພື່ອດຳເນີນທຸລະກິດບໍລິການໂຮງເຕັ້ນລຳ/ດີສະໂກເທັກ, ສົມມຸດວ່າໃນເດືອນ ສິງຫາ 2022 ມີລາຍຮັບທຸລະກິດປະຈຳເດືອນ ບໍ່ລວມມີອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ ທັງໝົດ 200.000.000 ກີບ. ວິທີຄິດໄລ່ ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ພື້ນຖານຄິດໄລ່ອາກອນຊົມໃຊ້ ຂອງເດືອນ ສິງຫາ 2022​ ຈໍານວນ 200.000.000 ກີບ;
  • ອາກອນຊົມໃຊ້: 200.000.000 x 40% = 80.000.000 ກີບ;

ໝາຍເຫດ: ສຳລັບກິດຈະການ ບໍລິການປະເພດ ໂຮງເຕັ້ນລຳ ເເລະ ດີສະໂກເທັກ, ກິດຈະການໂບລີ້ງ ບາງກໍລະນີອາດຈະມີເເຕ່ການສະໜອງການບໍລິການລ້ວນໆ ເເລະ ບາງກໍລະນີເເມ່ນມີການສະໜອງການບໍລິການຮ່ວມກັບສີນຄ້າ ເເຕ່ກໍຕ້ອງກຳນົດເປັນກິດຈະການສະໜອງການບໍລິການ, ບັນດາສີນຄ້າທີ່ນຳມາສະໜອງ ຢູ່ພາຍໃນກິດຈະການດັ່ງກ່າວ ລວມທັງສີນຄ້າທີ່ຖືກເສຍອາກອນຊົມໃຊ້ ເເລະ ບໍ່ຖືກເສຍອາກອນຊົມໃຊ້ ເຊັ່ນ: ເຫຼົ້າ, ເຄື່ອງດື່ມທີ່ມີທາດເຫຼົ້າ,ຢາສູຍ ເເລະ ອື່ນໆ ເຖິງວ່າຈະໄດ້ເສຍອາກອນຊົມໃຊ້ເເລ້ວກໍຕາມ ກໍ່ຈະຖືກຄິດໄລ່ອາກອນຊົມໃຊ້. ສະນັ້ນ, ການຄິດໄລ່ ເເລະ ເກັບອາກອນຊົມໃຊ້ຢູ່ໃນຂອດບໍລິການດັ່ງກ່າວ ເເມ່ນຖືເອົາຈຳນວນເຕັມຂອງລາຍຮັບຈາກຄ່າບໍລິການທີ່ເກີດຂື້ນພາຍໃນເດືອນທັງໜົດ,ສຳລັບອາກອນຊົມໃຊ້ ຂອງສີຍຄ້າທີ່ໄດ້ເສຍເເລ້ວນັ້ນ ເເມ່ນອະນຸຍາດໃຫ້ລົງເປັນລາຍຈ່າຍເປັນຕົ້ນທືນການຊື້ສີນຄ້າດັ່ງກ່າວ. ອັດຕາອາກອນຊົມໃຊ້ ສຳລັບກິດຈະການໂຮງເຕັ້ນລຳ/ດິສະໂກເທັກ ເເມ່ນ ອັດຕາ 40% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.2) ອັດຕາອາກອນຊົມໃຊ້ສໍາລັບການບໍລິການ ຂໍ້ 1 ຂອງຄໍາເເນະນໍາສະບັບນີ້;

ຕົວຢ່າງ 2: ການຄິດໄລ່ອາກອນຊົມໃຊ້ຈາກ ກິດຈະການສັນຍາກຳເສີມຄວາມງາມ; ສົມມຸດວ່າວິສາຫະກິດສ່ວນບຸກຄົນ ກ ດຳເນີນທຸລະກິດ ເສີມຄວາມງາມ, ໃນເດືອນ ມັງກອນ 2022 ມີລາຍຮັບ ຈາກການເຮັດສັນຍາກຳ ເເລະ ເຮັດເສີມສວຍໃຫ້ລູກຄ້າ ບໍ່ລວມອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ ຈຳນວນ 250.000.000 ກີບ; ວິທີຄະດໄລ່ອາກອນຊົມໃຊ້ ດັ່ງນີ້:

  • ພື້ນຖານຄິດໄລ່ອາກອນຊົມໃຊ້ຂອງເດືອນ ກັນຍາ 2022 : 250.000.000 ກີບ ;
  •  ອາກອນຊົມໃຊ້: 250.000.000 x 13% = 32.500.000ກີບ;

ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບການບໍລິການ ກິດຈະການສັນຍາກຳເສີມຄວາມງາມ ເເມ່ນ ອັດຕາ 13% ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.2) ອັດຕາອາກອນຊົມໃຊ້ສຳລັບການບໍລິການ ຂໍ້ 3 ຂອງຄໍາເເນະນໍາສະບັບນີ້.ກໍລະນີ ວິສາຫະກິດສ່ວນບຸກຄົນ ກ ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໄດ້ຈ້າງ ເເລະ ຈ່າຍເງີນຄ່າເເຮງງານ ໃຫ້ນາຍເເພດ ຜູ້ຊ່ຽວຊານສຳລັບຜ່າຕັດສັນຍຳກຳ ຈາກຕ່າງປະເທດ ( ເປັນຜູ້ບໍ່ມີພູມລຳເນົາ ) ມາສັນຍາກຳເພື່ອເສີມຄວາມງາມໃຫ້ລຸກຄ້າ ການບໍລິການຂອງທ່ານໝໍດັ່ງກ່າວ ຈະບໍຖືວ່າ ເປັນສະໝອງການບໍລິການ ຂອງຜູ້ບໍມີພູມລຳເນົາ ທີ່ເສຍອາກອນຊົມໃຊ້, ເເຄ່ເປັນການເຄື່ອນໄຫວກິດຈະກຳທີ່ີລາຍໄດ້ ຢູ່ ສປປ ລາວ ຂອງບຸກຄົນຕ່າງປະເທດ ທີ່ບໍມີພູມລຳເນົາຢູ່ລາວ ເເມ່ນຈະຖືກເສຍອາກອນລາຍໄດ້ບຸກຄົນ.

ຕົວຢ່າງ 3:​ ການຄິດໄລ່ອາກອນຊົມໃຊ້ ຈາກກີດຈະການ ບາລູນ ເເລະ ການບີນດ້ວຍຈ້ອງ; ສົມມຸດວ່າ ບໍລິສັດ ບາລູນ ຈຳກັດຜູ້ດຽວ ຂື້ນທະບຽນດຳເນີນທຸລະກິດບໍລິການ ບາລູນ ເເລະ ການບີນດ້ວຍຈ້ອງ,ໃນເດືອນກັນຍາ 2021​ ມີລາຍຮັບ ຈາກການບໍລິການ ບໍ່ລວມມີອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ ຈໍານວນ 350.000.000 ກີບ; ວິທີຄິດໄລ່ຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ພື້ນຖານຄິດໄລ່ ອາກອນຊົມໃຊ້ຂອງເດືອນ ກັນຍາ 2021 : 350.000.000​ກີບ;
  • ອາກອນຊົມໃຊ້ : 350.000.000 x​12% = 42.000.000 ກີບ;

ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບກິດຈະບໍລິການ ລາບູນ ເເລະ ບີນຈ້ອງນ້ອຍ ເເມ່ນ ອັດຕາ 12% ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 8.2)​ ອັດຕາອາກອນຊົມໃຊ້ສໍາລັບການບໍລິການ ຂໍ້ 10 ຂອງຄຳເເນະນໍາສະບັບນີ້.

ຕົວຢ່າງ 4: ການຄິດໄລ່ອາກອນຊົມໃຊ້ ຈາກກິດຈະການຫວຍ: ສົມມຸດວ່າ ສາຂາ ຂອງ ວິສາຫະກິດຫວຍເເຫ່ງໜື່ງ ໃນເດືອນ ກໍລະກົດ 2021 ໄດ້ຈຳໜ່າຍ ໃບຫວຍ ເເລະ ເລກຫວຍ ອອກທັງໜົດ ທີ່ມີມູນຄ່າ 10.000 ກີບ ຈຳນວນ 30.000 ໃບ ຫຼື ເລກຫວຍ ຊື່ງຢູ່ໃນມູນຄ່າ ຂອງໃບຫວຍ ຫຼື ເລກຫວຍ ຈຳນວນ 10.000 ກີບນັ້ນ ເເມ່ນ ຜູ້ຊື້ຫວຍ ເປັນຜູ້ຈ່າຍ ເພື່ອຈຸດປະສົງສຳລັບການສ່ຽງໂຊກ ຂອງຕົນ. ວີທີຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າຂາຍຫວຍອອກທັງໜົດ : 30.000 x 10.000 = 300.000.000 ກີບ;
  • ລາຍຮັບບໍ່ລວມມີອາກອນມູນຕ່າເພີ່ມ :  x 100 = 272.727.273 ກີບ;
  • ອາກອນມູນຄ່າເພີ່ມ: 272.727.273 x 10% = 27.272.727​ ກີບ;
  • ລາຍຮັບບໍ່ລວມມີອາກອນຊົມໃຊ້:  x 100 = 209.790.210 ກີບ;
  • ອາກອນຊົມໃຊ້: 209.790.210 x 30% = 62.937.063 ກີບ;

ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບກິດຈະການ ຫວຍ ເເມ່ນ ອັດຕາ 30% ຕາມທີ່ກຳນົດໄວ້ໃນ ຂໍ້     8.2​) ອັດຕາອາກອນຊົມໃຊ້ສຳລັບການບໍລິການ ຂໍ້ 7 ຂອງຄຳເເນະນຳສະບັບນີ້. ສຳລັບກິດຈະການຫວຍເເມ່ນມູນຄ່າ ຫຼື ລາຍຮັບຈາກການຂາຍຫວຍທັງໝົດ ຊື່ງນອນຢູ່ໃນກໍລະນີການນຳໃຊ້ໃບເກັບເງີນສະເພາະທີ່ລວມມີອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້ຢູ່ນຳເເລ້ວ ໝາຍເຖິງລາຄາ ຫຼື ມູນຄ່າຂອງຫວຍດັ່ງກ່າວ ເເມ່ນຈຳນວນເງີນທີ່ຜູ້ຊື້ ຈະຕ້ອງໄດ້ຈ່າຍຕາມຈຳນວນເຕັມໃນເວລາທີ່ຕົນຊື້ຫວຍທີ່ລວມມີອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມຢູ່ນຳເເລ້ວດັ່ງທີ່ກ່າວມານັ້ນ. ສະນັ້ນ,ອີງຕາມການກຳນົດ ພື້ນຖານຄິດໄລ່ ອາກອນຊົມໃຊ້ ເເລະ ທີ່ໄດ້ກຳນົດໄວ້ໃນ ຂໍ້ 8.2) ອັດຕາອາກອນຊົມໃຊ້ສຳລັບການບໍລິການ ຂໍ້ 7 ຂອງຄຳເເນະນຳສະບັບນີ້. ເເລະ ມາດຕາ 15​ ກິດຈະການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ເເມ່ນຖືກບັນຈຸຢູ່ໃນມູນຄ່າ ຂອງໃບຫວຍ ທີ່ຖືກສະໜອງ ຫຼື ຖືກຂາຍອອກ. ເພື່ອໃຫ້ເຂົ້າໃຈເເຈ້ງຂື້ນຕື່ມ ຈື່ງຂໍຍົກຕົວຢ່າງ ໂຄງປະກອບມູນຄ່າ ຫຼື ລາຄາ ຂອງໃບຫວຍ ຫຼື ເລກຫວຍ 1 ໃບ ຫຼື 1 ເລກຫວຍ ທີ່ຖືກຂາຍໃນມູນຄ່າ 10.000 ກີບ ດັ່ງນີ້:

  • ລາຄາຫວຍ 1 ເລກ ທີ່ຜູ້ຊື້ຫວຍຕ້ອງຈ່າຍທັງໜົດລວມມີ ອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້:10.000 ກີບ;
  • ອາກອນມູນຄ່າເພີ່ມ: 9.091 x 10% = 909 ກີບ;
  • ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ ເເມ່ນ ລາຄາຂາຍລວມມີອາກອນຊົມໃຊ້: 9.091 ກີບ;
  • ລາຄາຂາຍບໍ່ລວມມີອາກອນຊົມໃຊ້ ຫຼື ພື້ນຖານຄິດໄລ່ອາກອນຊົມໃຊ້:   x 100 = 6.993 ກີບ;
  • ອາກອນຊົມໃຊ້ທີ່ຄິດໄລ່ຈາກໃບຫວຍ ຫຼື ເລກຫວຍ 1 ເລກ : 6.993 x 30 %​= 2.098 ກີບ;

ດັ້ງນັ້ນ, ອີງໃສ່ການກຳນົດພື້ນຖານຄິດໄລ່ອາກອນຊົມໃຊ້ຈາກຫວຍ ທີ່ໄດ້ກຳນົດໄວ້ຢູ່ໃນ ຂໍ້ 3 ມາດຕາ 14​ ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສຳລັບໃບຫວຍ ຫຼື ເລກຫວຍ 1 ເລກນີ້ ຈະປະກອບມີຈຳນວນເງີນ ອາກອນມູນຄ່າເພີ່ມ ເເລະ ອາກອນຊົມໃຊ້ຢູ່ນຳເເລ້ວ: 909 + 2.098 = 3.007 ກີບ; ສຳລັບຜູ້ຂາຍຫວຍ ຫຼື ສາຂາຫວຍຈະໄດ້ຮັບເງີນຕົວຈີງຈາກໃບຫວຍ ຫຼື ເລກຫວຍ 1 ເລກ ເເມ່ນ : 10.000 – 3.007 = 6.993 ກີບ ເພື່ອຈະນຳໄປໄລ່ລຽງກັບລາງວັນອອກຫວຍຕົວຈີງໃນງວດທີ່ກ່ຽວຂ້ອງ.

  1. ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບການສະໝອງສິນຄ້າ ເເລະ/ຫຼື ການບໍລິການ ຈາກຜູ້ບໍມີພູມລຳເນົາທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ເເມ່ນ ມູນຄ່າສີນຄ້າ ເເລະ/ຫຼື ການບໍລິການຕົວຈີງບໍ່ລວມອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ; ການສະໝອງສີນຄ້າທີ່ຕ້ອງເສຍອາກອນຊົມໃຊ້ຈາກຜູ້ບໍ່ມີພູມລຳເນົາ ທີ່ບໍ່ໄດ້ສ້າງວິສາຫະກິດ ຢູ່ ສປປ ລາວ ໃຫ້ແກ່ຜູ້ຊົມໃຊ້ ຫຼື ຜູ້ສັ່ງຊື້ ຢູ່ ສປປ ລາວ ຕາມປົກກະຕິ ເເມ່ນເປັນການສົ່ງສີນຄ້າຜ່ານລະບົບໄປສະນີ ຫຼື ຜ່ານບໍລິສັດຂົນສົ່ງດ່ວນສາກົນ ເຊັ່ນວ່າ ບໍລິສັດ ຂົນສົ່ງຖົງເມ ຈຳກັດ ມາຍັງ ສປປ ລາວ ດັ່ງນີ້ ເປັນຕົ້ນ; ສຳລັບການສະໝອງການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຈາກຜູ້ບໍ່ມີພູມລຳເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ແກ່ຜູ້ຊົມໃຊ້ ຢູ່ ສປປ ລາວ ນັ້ນ ບາງກໍລະນີ ເເມ່ນໄດ້ສົ່ງ ບຸກຄົນ ຫຼື ເເຮງງານ ຫຼື ນາຍຊ່າງທີ່ຊຳນານງານ ເຂົ້າມາສະໝອງການບໍລິການຕົວຈິງ ຢູ່ ສປປ ລາວ ອີງຕາມ ຂໍ້ຕົກລົງກັນຢູ່ໃນສັນຍາ ຫຼື ຂໍ້ຜູກພັນລະຫວ່າງຜູ້ຮັບການສະໝອງ ຢູ່ ສປປ ລາວ ກັບຜູ້ສະໝອງທີ່ບໍ່ມີພູມລຳເນົາ ເນື່ອງຈາກວ່າ ຕາມຫຼັກການ ຂອງການບໍລິການເເມ່ບໍ່ມີການນຳເຂົ້າ ເເລະ ສົ່ງອອກ. ສະນັ້ນ, ຖ້າການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ເກີດຢູ່ສະຖານທີ່ໃດ ເເມ່ນ ຖືວ່າພື້ນຖານຄິດໄລ່ ອາກອນຊົມໃຊ້ເກີດຂື້ນຢູ່ທີ່ນັ້ນ, ການສະໝອງສີນຄ້າ ເເລະ / ຫຼື ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ເເລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຊື່ງໝາຍເຖິງຕ່າງຜະເທດ, ເຂດເສດຖະກິດ ເເລະ ເຂດປອດພາສີ ຕົວຢ່າງ ສີທີຄິດໄລ່ອາກອນຊົມໃຊ້ ມີ ດັ່ງນີ້:

          ຕົວຢ່າງ 1: ກໍລະນີ ການສະໝອງສີນຄ້າ: ສົມມຸດບຸກຄົນທົ່ວໄປ ທີ່ບໍດຳເນີນທຸລະກິດໃດໆ ໄດ້ຮັບສີນຄ້າ ປະເພດນ້ຳຫອມທີ່ຕົນໄດ້ສັ່ງຊື້ຜ່ານລະບົບອີນເຕີເນັດ ຈາກຜູ້ບໍ່ມີພູມລຳເນົາ ເເລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ມູນຄ່າຂອງນ້ຳຫອມ ຊື່ງຜູ້ສັ່ງຊື້ຕ້ອງໄດ້ຊຳລະເງີນຜ່ານລະບົບທະນາຄານໃຫ້ຜູ້ສະໝອງຢູ່ຕ່າງປະເທດຢ່າງຄົບຖ້ວນ ກ່ອນໜ້ານີ້ເເລະ ປະມານ 2 ອາທິດ ຈຳນວນ 200 $. ໄດ້ຮັບເເຈ້ງວ່າສີນຄ້າມາຮອດເເລ້ວຜູ້ກ່ຽວໄດ້ໄປຮັບເອົາສີນຄ້າດັ່ງກ່າວ ຢູ່ບໍລິສັດໄປສະນີລາວ;ຜູ້ກ່ຽວຈະຕ້ອງໄດ້ເສຍ ພາສີ ເເລະ ອາກອນທຸກປະເພດທີ່ຕິດພັນ ໃຫ້ຄົບຖ້ວນ ຈື່ງສາມາດຮັບສີນຄ້າມານຳໃຊ້ໄດ້. ສົມມຸດວ່າ ອັດຕາພາສີ 5% , ອັດຕາເເລກປ່ຽນ 1$ = 9.800 ກີບ; ສິທີການຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ມູນຄ່າເເຈ້ງພາສີ: 2.00 x 9.800 = 1.960.000 ກີບ;
  • ຄ່າພາສີ: 1.960.000 x 5% = 98.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້: 1.960.000 + 98.000 = 2.058.000 ກີບ;
  • ອາກອນຊົມໃຊ້: 2.058.000 x 25​% = 514.500 ກີບ;

ໝາຍເຫດ: ອັດຕາ ອາກອນຊົມໃຊ້ ສຳລັບນ້ຳຫອມທຸກຊະນິດ ຈະເປັນນຳເຂົ້າ ຫຼື ຜະລິດຢູ່ພາຍໃນປະເທດ ກໍຕາມ ເເມ່ນອັດຕາ 25% ຕາມທີ່ໄດ້ກຳນົດໄວໃນຂໍ້ 8.1) ອັດຕາອາກອນຊົມໃຊ້ສີນຄ້າ ຂໍ້ 12 ຂອງຄຳເເນະນຳສະບັບນີ້. ນອກຈາກຈະຕ້ອງເສຍພາສີ ເເລະ ອາກອນຊົມໃຊ້ເເລ້ວ ຜູ້ສັ່ງຊື້ສີນຄ້າ ຫຼື ຜູ້ຮັບສີນຄ້າ ດັ່ງກ່າວ ຍັງມີຄວາມຮັບຜິດຊອບເສຍອາກອນມູນຄ່າເພີ່ມ ເເລະ ອາກອນກຳໄລບຸກຄົນ ຕື່ມອີກ ໂດຍໃຫ້ເອົາພື້ນຖານຄິດໄລ່ອາກອນກຳໄລເເບບບັງຄັບດັ່ງນີ້:

  • ກຳໄລລວມເເບບບັງຄັບ: ( 2.058.000 + 514.500 ) x 15% = 385.875 ກີບ;
  • ອາກອນກຳໄລບຸກຄົນນຳເຂົ້າສີນຄ້າ: 385.875 x 20% = 77.175 ກີບ;
  • ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ: 2.058.000 + 514.000 + 385.875 = 2.958.375 ກີບ;
  • ອາກອນມູນຄ່າເພີ່ມ : 2.958.375 x 7% = 207.086 ກີບ;
  • ມູນຄ່າຂອງນ້ຳຫອມທີ່ຜູ້ຮັບສີນຄ້າຕ້ອງຈ່າຍເປັນເງີນທັງໜົດ:
  • ມູນຄ່າຂອງສີນຄ້າ                1.960.000ກີບ;
  • ພາສີນຳເຂົ້າ                       98.000 ກີບ;
  • ອາກອນຊົມໃຊ້                   514.000 ກີບ;
  • ອາກອນມູນຄ່າເພີ່ມ              207.086 ກີບ;
  • ອາກອນກຳໄລບຸກຄົນນຳເຂົ້າ     77.175 ກີບ;
  • 2.856.761 ກີບ

          ຕາມກົດໝາຍກຳນົດ ພັນທະພາສີ,ອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ ເປັນພັນທະທາງອ້ອມ ເເມ່ນໜ້າທີ່ຂອງຜູ້ໍື້ ຫຼື ຜູ້ຊົມໃຊ້ສີນຄ້າ ຢູ່ ສປປ ລາວ ເປັນຜູ້ເວຍ; ສ່ວຍສາອາກອນກຳໄລນັ້ນ ຕາມຫຼັກການ ເເມ່ນໜ້າທີ່ຂອງຜູ້ສະໝອງເປັນຜູ້ເສຍ; ເເຕ່ວ່າໃນກໍລະນີ ການສະໝອງສີນຄ້າຈາກຜູ້ບໍ່ມີພູມລຳເນົາ ເເລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ເເມ່ນບໍ່ສາມາດຫັກອາກອນກຳໄລໄວ້ໄດ້ ເນື່ອງຈາກວ່າຜູ້ສັ່ງຊື້ສີນຄ້າໄດ້ໂອນເງີນ ຕາມຈຳນວນເຕັມຂອງມູນຄ່າສີນຄ້າໄປໃຫ້ຜູ້ສະໝອງກ່ອນໜ້ານັ້ນຢ່າງຄົບຖ້ວນເເລ້ວ. ດັ່ງນັ້ນ, ການສະໝອງສີນຄ້າ ຈາກຜູ້ບໍ່ມີພູມລຳເນົາທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ບໍ່ດຳເນີນທຸລະກິດ ຈື່ງໃຫ້ຖືວ່າເປັນການນຳເຂົ້າສີນຄ້າໂດຍບຸກຄົນ. ສະນັ້ນ,ການຈ່ານອາກອນກຳໄລ ເເມ່ນ ເປັນພາລະໜ້າທີ່ຂອງຜູ້ຮັບການສະໝອງສີນຄ້າ,ການກຳນົດກຳໄລລວມ ເພື່ອເປັນພື້ນຖານຄິດໄລ່ ອາກອນກຳໄລເເບບບັງຄັບ ຈື່ງໄດ້ຖືເອົສມູນຄ່າຂອງສີນຄ້າບວກສີນຄ້າບວກຄ່າພາສີ (ຖ້າມີ) ເເລະ ບວກອາກອນຊົມໃຊ້ ດັ່ງນີ້:

ຕົວຢ່າງ 2: ກໍລະນີ ການສະໝອງການບໍລິການ ໂດຍບໍ່ມີພູມລຳເນົາ ເເລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ແກ່ນິຕິບຸກຄົນທີ່ດຳເນີນທຸລະກິດ ຢູ່ ສປປ ລາວ; ສົມມຸດບໍລິສັດ ຈຳກັດ ກ ສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຢູ່ ສປປ ລາວ ດຳເນີນທຸລະກິດ ສຳຫຼວດ ເເລະ ຂຸດຄົ້ນບໍ່ເເຮ່ ໄດ້ຈ້າງ ບໍລິສັດ ຂອງຕ່າງປະເທດ ເຂົ້າມາຖ່າຍພາບທາງອາກາດ ເພື່ອວຽກງານສຳຫຼວດເຂດຂຸດຄົ້ນດັ່ງກ່າວ ໃນໄລຍະ 30 ວັນ, ມູນຄ່າບໍລິການຖ່າຍພາບ ຕາມໃບສະເໜີລາຄາ ບໍ່ລວມມີ ອາກອນຊົມໃຊ້ ເເລະ  ອາກອນມູນຄ່າເພີ່ມ ເເມ່ນ 250.000 $ ; ສົມມຸດ ອັດຕາເເລກປ່ຽນ 1$ = 9.800 ກີບ; ວິທີຄິດໄລ່ອາກອນຊົມໃຊ້ ດັ່ງນີ້:

  • ມູນຄ່າບໍລິການເປັນເງີນກີບ ຫຼື ຖາມຄິດໄລ່ອາກອນຊົມໃຊ້ : 250.000 x 9.800 = 2.450.000.000 ກີບ;
  • ອາກອນຊົມໃຊ້ : 2.450.000.000 x​ 12% = 294.000.000 ກີບ.

ໝາຍເຫດ: ອັດຕາອາກອນຊົມໃຊ້ ສຳລັບກິດຈະການຖ່າຍພາບທາງອາກາດ ເເມ່ນ ອັດຕາ 12%​ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 8.2) ອັດຕາອາກອນຊົມໃຊ້ສຳລັບການບໍລິການ ຂໍ້ 10​ ຂອງຄຳເເນະນໍາສະບັບນີ້. ການສະໜອງການບໍລິການຖ່າຍພາບທາງອາກາດ ດັ່ງກ່າວ ບໍລິສັດ ຈຳກັດ ກ ສ້າງຕັ້ງວິສາຫະກິດ ຕາມກົດໝາຍ ຢູ່ ສປປ ລາວ ໃນຖານະທີ່ເປັນຜູ້ຊົມໃຊ້ການບໍລິການ ມີໜ້າທີ່ຄິດໄລ່ ເເລະ ເກັບອາກອນຊົມໃຊ້ ( ເກັບນຳຕົນເອງ ແທນ ຫຼື ເກັບໃນນາມຜູ້ສະໝອງທີ່ບໍ່ມີພູມລຳເນົາ ) ເເລ້ວນຳໄປມອບເຂົ້າງົບປະມານເເຫ່ງລັດຄົບຖ້ວນບໍ່ໃຫ້ກາຍວັນທີ່ 20 ຂອງເດືອນຖັດໄປ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂິດໜ້າທີ່ 3 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້; ໃນກໍລະນີ ນີ້ ບໍລິສັດຈຳກັດ ກ ບໍ່ພຽງເເຕ່ຕ້ອງໄດ້ຄິດໄລ່ ເກັບອາກອນຊົມໃຊ້ເທົ່ານັ້ນ ເເຕ່ຍັງຕ້ອງໄດເຄິດໄລ່ ເກັບອາກອນມູນຄ່າເພີ່ມ ເເລະ ຄິດໄລ່-ຫັກອາກອນກຳໄລຕາກເງີນພຸດທີ່ສົ່ງໃຫ້ຜູ້ສະໝອງ ທີ່ບໍ່ມີພູມລຳເນົານັ້ນໄວ້ອີກ ດັ່ງນີ້:

  • ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ : 2.450.000.000 + 294.000.000 = 2.744.000.000ກີບ;
  • ອາກອນມູນຄ່າເພີ່ມ ( ອາກອນມູນຄ່າເພີ່ມ ); 2.744.000.000 x 7 % = 192.080.000 ກີບ;
  • ພື້ນຖານຄິດໄລ່ ອາກອນກຳໄລ ; 2.450.000.000 x 15% = 367.500.000 ກີບ;
  • ອາກອນກຳໄລ​;  367.500.000 x 20% = 73.500.000 ກີບ;
  • ຈຳນວນເງີນ ທີ່ຕ້ອງສົ່ງໃຫ້ຜູ້ສະໝອງຕ່າງປະເທດ ພາຍຫຼັງທີ່ໄດ້ຫັກອາກອນກຳໄລໄວເເລ້ວ: 2.450.000.000 – 73.500.000 ກີບ = 2.376.000.000 ກີບ.

ໝາຍເຫດ: ພື້ນຖານຄິດໄລ່ອາກອນ ກຳໄລ ກໍລະນີ ຜູ້ສະໝອງທີ່ບໍ່ມີພູມລຳເນົາ ເເມ່ນ ກຳໄລລວມເເບບບັງຄັບ 15% ຂອງລາຍຮັບທຸລະກິດ ທີ່ບໍ່ລວມມີ ອາກອນຊົມໃຊ້ ເເລະ ອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 14 ຂໍ້ 2 ( ຄ ) ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ເເລະ ອັດຕາອາກອນກຳໄລ ເເມ່ນອັດຕາທົ່ວໄປ 20% ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 15​ ຂອງກົດໝາຍວ່າດ້ວຍອາກອນລາຍໄດ້; ອາກອນຊົມໃຊ້ ດັ່ງກ່າວ ບໍລິສັດ ຈຳກັດ ກ ສາມາດລົງເປັນລາຍຈ່າຍດ້ານສ່ວຍສາອາກອນໄດ້;ສຳລັບອາກອນມູນຄ່າເພີ່ມ  ຖືວ່າເປັນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ຂອງບໍລິສັດ ກຳຈັດ ກ ຊື່ງສາມາດນຳໄປຫັກອາກອນມູນຄ່າເພີ່ມເບື້ອງສົ້ນອອກໄດ້ ເນື່ອງຈາກວ່າການບີນສຳຫຼວດເຂດໂຄງການຂຸດຄົ້ນບໍ່ເເຮ່ ດັ່ງກ່າວ ເປັນການສະໝອງການບໍລິການ ທີ່ຮັບໃຊ້ໂດຍກົງ ເຂົ້າໃນການດຳເນີນທຸລະກິດ ຂອງ ບໍລິສັດ ຈຳກັດ ກ.

  1. ພື້ນຖານການຄິດໄລ່ອາກອນຊົມໃຊ້ ສຳລັບພາຫະນະທີ່ນຳເຂົ້າຊົ່ວຄາວ ເພື່ອຮັບໃຊ້ໂຄງງານຕາມສັນຍາລົງທືນ ຂອງລັດຖະບານ, ໂຄງງານຂອງເອກະຊົນ ລວມທັງພາຫະນະ ຂອງນັກຊ່ຽວຊານທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ ພາຍຫຼັງສຳເລັດໂຄງການ ຫຼື ສຳເລັດໜ້າທີ່ ຢູ່ ສ ປປ ລາວ ເເລ້ວ ບໍ່ໄດ້ນຳອອກຄືນ ເເຕ່ໄດ້ຂາຍ ຫຼື ໂອນສິດນຳໃຊ້ຢູ່ ສ ປປ ລາວ, ພື້ນຖານຄີຕົວໄລ່ອາກອນຊົມໃຊ້ ເເມ່ນ ມູນຄ່າ ຕາມການຕີລາຄາ ຂອງຄະນະກຳມະການທີ່ຖືກເເຕ່ງ. ໃນກໍລະນີ ມີເອກະສານການນຳເຂົ້າຊົ່ວຄາວ       ຄະນະກຳມາການທີ່ຖືກເເຕ່ງຕັ້ງຈະອີງໃສ່ມູນຄ່າໃນເອກະສານ ດັ່ງກ່າວ ລົບຄ່າຫຼຸ້ຍຫ້ຽນຕາມອາຍຸການນຳໃຊ້ຕົວຈິງອອກກ່ອນ ຫຼື ກໍລະນີບໍ່ມີເອກະສານນຳເຂົ້າຊົ່ວຄາວເເມ່ນຈະອີງໃສ່ມູນຄ່າຕາມທ້ອງຕະຫຼາດ ຂອງພາຫະນະປະເພດດຽວກັນ ເເລະ ຢູ່ໃນສະພາບດຽວກັນ ເປັນພື້ນຖານຄິດໄລ່ ພາສີ, ອາກອນຊົມໃຊ້:ອາກອນມູນຄ່າເພີ່ມ ເເລະ ພັນທະອື່ນໆ ທີ່ຕິດພັນ.

          ຕົວຢ່າງ 1:ການຄິດໄລ່ອາກອນຊົມໃຊ້ ກໍລະນີພາຫະນະທີ່ນຳເຂົ້າຊົ່ວຄາວທີ່ຂາຍຢູ່ພາຍໃນປະເທດ; ສົມມຸດວ່າບໍລິສັດ ກໍ່ສ້າງ ຂອງຕ່າງປະເທດ ໄດ້ເຊັນສັນຍາ ຮັບເໝົາກໍ່ສ້າງ ໂຄງການຂະໜາດໃຫ່ຍ ຂອງລັດຖະບານ ໃນໄລຍະປະຕິບັດວຽກງານກໍ່ສ້າງເເມ່ນໃຫ້ສຳເລັດພາຍໃນ 3 ປີ ນັບເເຕ່ເດືອນມັງກອນ 2022 ຫາ ທ້າຍເດືອນ ທັນວາ 2024 ໃນເດືອນ ພະຈິກ 2021 ໄດ້ນຳລົດ ກະບະ ໂຕໂຍຕາ 4 ປະຕູ ລຸ້ນສູງ ຂັບເຄື່ອນ 4 ລໍ້ ( ຣີໂວ ) ຄວາມເເຮງ 3000 ຊີຊີເຂົ້າມາ ເພື່ອຮັບໃຊ້ໂຄງການເປັນການຊົ່ວຄາວ ເເຕ່ພາຍຫຼັງສຳເລັດໂຄງການເເລ້ວ ເເມ່ນບໍ່ໄດ້ນຳອອກຄືນ ເເລະ ໄດ້ຂາຍຢູ່ພາຍໃນປະເທດ; ສົົມມຸດວ່າ ມູນຄ່າຂອງລົດກະບະ ຈຳນວນ 4 ຄັນ ທີ່ຄະນະກຳມະການຕີລາຄາ ເເມ່ນ 5.000$/ຄັນ ສົມມຸດອັດຕາພາສີ 30% ອັດຕາເເລກປ່ຽນ 1$ = 9.800 ກີບ. ວິທິຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:​

  • ມູນຄ່າລົດຈຳນວນ 4 ຄັນ ເປັນເງີນກີບ 4 x 5.000 x 9.800 = 196.000.000 ກີບ;
  • ຄ່າພາສີ 196.000.000 x 30% = 58.800.000 ກີບ;
  • ພື້ນຖານຄິດໄລ່ ອາກອນຊົມໃຊ້ 196.000.000 + 58.800.000 = 254.800.000 ກີບ;
  • ອາກອນຊົມໃຊ້ 254.800.000 x 52% = 132.496.000 ກີບ

ໝາຍເຫດ: ອັດຕາອາກອນຊົມໃຊ້ສຳລັບລົດກະບະ ຄວາມເເຮງ 3.000 ຊີຊີ ເເມ່ນ 52% ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 8.1) ອັດຕາອາກອນຊົມໃຊ້ສີນຄ້າ ຂໍ້ 2.1.1.1 ເເຖວທີ 5 ຂອງຄຳເເນະນຳສະບັບນີ້. ການຂາຍ ຫຼື ໂອນສິດນຳໃຊ້ຢູ່ພາຍໃນປະເທດ ລົດກະບະ ຈຳນວນ 4 ຄັນນັ້ນ, ນອກຈາກຈະຕ້ອງໄດ້ເສຍພາສີຂາເຂົ້າ ເເລະ ອາກອນຊົມໃຊ້ ຕາມການຄິດໄລ່ນີ້ເເລ້ວ ຍັງຈະຕ້ອງໄດ້ເສຍອາກອນມູນຄ່າເພີ່ມ ເເລະ ອາກອນກຳໄລ ອີກ; ຜູ້ທີ່ຕ້ອງເສຍພາສີ,ອາກອນຊົມໃຊ້, ເເລະ ອາກອນມູນຄ່າເພີ່ມ ຕາມຫຼັກການ ເເມ່ນຜູ້ຊື້ເປັນຜູ້ເສຍ ເນື່ອງຈາກວ່າເປັນພັນທະທາງອ້ອມ,ສຳລັບອາກອນກຳໄລ ເເມ່ນຜູ້ຂາຍເປັນຜູ້ເສຍ ຫຼື ເເລ້ວເເຕ່ທັງ 2 ຝ່າຍຈະມີການຕົກລົງກັນວ່າຝ່າຍໃດຈະຮັບຜິດຊອບເສຍພັນທະດັ່ງກ່າວ. ວິທິຄິດໄລ່ອາກອນມູນຄ່າເພີ່ມ ເເລະ ອາກອນກຳໄລ ດັ່ງນີ້:

  • ກຳໄລລວມເເບບບັງຄັບ ( 254.800.000 + 132.496.000 ) x 15% = 58.095.400 ກີບ;
  • ອາກອນກຳໄລ 58.094.400 x 20% = 11.619.000 ກີບ;
  • ພື້ນຖານຄິດໄລ່ອາກອນມູນຄ່າເພີ່ມ 254.800.000 + 132.496.000 + 58.094.400 = 445.390.400 ກີບ;
  • ອາກອນມູນຄ່າເພີ່ມ ຄິດໄລ່ໄດ້ 445.390.400 x 7% = 31.178.000 ກີບ.
  1. ໂລເເມັງ IV ມາດຕາ 15 ອັດຕາອາກອນຊົມໃຊ້

          ອັດຕາອາກອນຊົມໃຊ້ ໄດ້ກຳນົດຕາມປະເພດສີນຄ້າ ເເລະ ການບໍລິການ ຊື່ງປະກອບມີ ອັດຕາທຽບຖານ ເເລະ ອັດຕາເດັດຖານ.

          ອັດຕາທຽບຖານສຳລັບສີນຄ້າ ເເລະ ການບໍລິການ ທີ່ຖືກເສຍອາກອນຊົມໃຊ້ ມີຫຼາຍອັດຕາຕ່າງກັນ ຂື້ນກັບປະເພດສີນຄ້າ ຫຼື ການບໍລິການ ຕາມທີ່ໄດ້ກຳນົດໄວ້ຢຄ່ໃນການປັບປຸງ ມາດຕາ 15​ ຂອງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ຂໍ້ທີ IV ຂອງກົດໝາຍ ວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ່ 01/ສພຊ,ລົງວັນທີ່ 7 ສິງຫາ 2021 ເເລະ ອັດຕາທຽບຖານ ເເມ່ນ ເກັບຕາມ ລາຄາຂາຍຍົກ ຫຼື ມູນຄ່າການສະໜອງສີນຄ້າ ເເລະ/ຫຼື ການບໍລິການ ຫຼື ຕາມຕົ້ນທືນການຜະລິດ ຫຼື ການປະກອບ ຫຼື ຕາມມູນຄ່າຂອງການນຳເຂົ້າສີນຄ້າ ໂດຍອີງຕາມເງື່ອນໄຂທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ດັ່ງນີ້:

  1. ອັດຕາອາກອນຊົມໃຊ້ສີນຄ້າ

ລ/ດ

ປະເພດສິນຄ້າທົ່ວໄປທີ່ຖືກອາກອນຊົມໃຊ້

ອັດຕາທຽບຖານເປັນສ່ວນຮ້ອຍ

(%)

1

ນຳ້ມັນເຊື້ອໄຟ

 

1)

ນຳ້ມັນແອັດຊັງພິເສດ

40%

2)

ນຳ້ມັນແອັດຊັງທຳມະດາ

31%

3)

ນຳ້ມັນກາຊວນ

21%

4)

ນຳ້ມັນກາດ

8%

5)

ນຳ້ມັນເຕົາ, ນຳ້ມັນເຄື່ອງ, ນຳ້ມັນໄຮໂດຼລິກ, ນຳ້ມັນໜຽວ ແລະ ນຳ້ມັນຫ້າມລໍ້

5%

2

ພາຫະນະ

 

1)

ລົດຈັກ

1.1

ລົດຈັກທີ່ນຳໃຊ້ພະລັງງານເຊື້ອໄຟ

 

ລາຍການ

ຊີບີຢູ

ຊີເຄດີ

ໄອເຄດີ

ແຕ່ 110 ເຊເຊ ລົງມາ

10%

6%

3%

ເກີນ 110 ຫາ 150 ເຊເຊ

20%

ສຳລັບຄວາມ

ແຮງເກີນ

110 ເຊເຊ

ຂຶ້ນໄປໃຫ້ເກັບ

ຕາມ

ອັດຕາ ຊີບີຢູ

ເກີນ 150 ຫາ 200 ເຊເຊ

28%

ເກີນ 200 ຫາ 250 ເຊເຊ

39%

ເກີນ 250 ຫາ 500 ເຊເຊ

75%

ເກີນ 500 ຫາ 800 ເຊເຊ

100%

ເກີນ 800 ເຊເຊ ຂຶ້ນໄປ

110%

2)

ລົດໃຫຍ່

2.1

ລົດຂົນສົ່ງຂະໜາດນ້ອຍ

2.1.1

ລົດຂົນສົ່ງໂດຍສານປະເພດ ລົດເກັ່ງ, ລົດຈິບ, ລົດຕູ້, ລົດກະບະສີ່ປະຕູ ຂຶ້ນໄປ

2.1.1.1

ທີ່ນຳໃຊ້ພະລົງງານເຊື້ອໄຟ

 

ແຕ່ 1.000 ເຊເຊ ລົງມາ

26%

 

ເກີນ 1.000 ຫາ 1.600 ເຊເຊ

31%

ເກີນ 1,600 ຫາ 2,000 ເຊເຊ

36%

ເກີນ 2,000 ຫາ 2,500 ເຊເຊ

41%

ເກີນ 2,500 ຫາ 3,000 ເຊເຊ

52%

ເກີນ 3,000 ຫາ 4,000 ເຊເຊ

77%

ເກີນ 4,000 ຫາ 5,000 ເຊເຊ

92%

ເກີນ 5,000 ເຊເຊ ຂຶ້ນໄປ

102%

2.1.1.2

ລົດຂົນສົ່ງໂດຍສານທີ່ນຳໃຊ້ພະລັງງານສອງລະບົບຄື ພະລັງງານເຊື້ອໄຟ ແລະ ພະລັງງານທົດແທນອື່ນ

50% ຂອງອັດຕາຕາມຄວາມແຮງທີ່ໄດ້ກຳນົດໄວ້ໃນຂໍ້ 2.1.1.1

2.1.1.3

ລົດຂົນສັ່ງໂດຍສານທີ່ນຳໃຊ້ພະລັງງານສະອາດ

3%

2.1.2

ລົດຂົນສົ່ງສິນຄ້າ ປະເພດ ລົດກະບະ 2 ປະຕູ ແລະ ລົດກະບະ 2 ປະຕູເຄິ່ງ

 

ທີ່ນຳໃຊ້ພະລັງງານເຊື້ອໄຟ

16%

 

ທີ່ນຳໃຊ້ພະລັງງານສະອາດ

3%

2.1.3

ລົດຂົນວົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະໜາດນ້ອຍອື່ນ

 

 

 

ທີ່ນຳໃຊ້ພະລັງງານເຊື້ອໄຟ

11%

ທີ່ນຳໃຊ້ພະລັງງານສະອາດ

3%

2.2

ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະໜາດກາງ

 

 

ທີ່ນຳໃຊ້ພະລັງງານເຊື້ອໄຟ

9%

ທີ່ນຳໃຊ້ພະລັງງານສະອາດ

3%

2.3

ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ຂະໜາດໃຫຍ່

 

 

ທີ່ນຳໃຊ້ພະລັງງານເຊື້ອໄຟ

5%

 

ທີ່ນຳໃຊ້ພະລັງງານສະອາດ

3%

2.4

ລົດຕູ້ແຊ່ເຢັນ, ລົດບັນທຸກ ຂອງແຫຼວ ຫຼື ອາຍແກັສ ຫຼື ຊີມັງຜົງ, ລົດບັນທຸກນຳ້ມັນ, ລົດນຳ້, ລົດເຄຣນ, ລົດຟອຫລິບ, ລົດໂມ້ຊີມັງ, ລົດດູດວິດ, ລົດສີດສີມັງ, ລົດສີດພົ່ນທຸກຊະນິດ ແລະ ລົດເຮືອນເຄື່ອນທີ່

10%

2.5

ລົດຫົວລາກ, ຫາງລາກ ແລະ ເຄິ່ງຫາງລາກ

5%

2.6

ລົດກ໊ອຟ ແລະ ລົດຮັບໃຊ້ສະໜາມກ໊ອຟ

15%

2.7

ລົດທ່ຽວຊົມສະເພາະໃນແຫຼ່ງທ່ອງທ່ຽວ

5%

2.8

ລົດຈັກລໍ້ (ATV) ແລະ ລົດໂກຄາດ (Gokart)

25%

2.9

ສຳລັບລົດໃຫຍ່ ທີ່ນຳໃຊ້ພະລັງງານເຊື້ອໄຟ ທີ່ຜະລິດ ຫູື ປະກອບ ຢູ່ໃນລະບົບໂຮງງານພາຍໃນປະເທດໃນຮູບແບບ ຊີເຄດີ ໃນເກັບໃນອັດຕາ 5% ແລະ ໄອດຄດີ ໃຫ້ເກັບໃນອັດຕາ 3%

3

ຊິ້ນສ່ວນປະກອບ ນຳເຂົ້າມາເພື່ອປະກອບ ທີ່ບໍ່ໃນລະບົບໂຮງງານພາຍໃນປະເທດ ແລະ ເຄື່ອງອາໄຫຼ່ ປ່ຽນຖ່າຍ

 

ລົດຈັກ

6%

ລົດຂົນສົ່ງໂດຍສານ ແລະ ລົດຂົນສົ່ງສິນຄ້າ ທຸກຊະນິດ

11%

4

ເຄື່ອງຕົບແຕາງພາຫະນະ

 

ເຄ່ຶອງສຽງ

25%

ເຄື່ອງປະດັບເອ້ພາຫະນະ

20%

5

ເຫຼົ້າ ຫຼື ເຄ່ືອງດື່ມທີ່ມີທາດເຫຼົ້າ

 

 

ເຫຼົ້າ ຫຼື ເຄ່ືອງດື່ມທີ່ມີທາດເຫຼົ້າ ເກີນ 23 ສ່ວນຮ້ອຍ

80%

ເຫຼົ້າ ຫຼື ເຄ່ືອງດື່ມທີ່ມີທາດເຫຼົ້າແຕ່ 23 ສ່ວນຮ້ອຍລົງມາ ຫາ 10 ສ່ວນຮ້ອຍ

70%

ເຫຼົ້າ ຫຼື ເຄ່ືອງດື່ມທີ່ມີທາດເຫຼົ້າຕ່ຳກວ່າ 10 ສ່ວນຮ້ອຍລົງມາ

62%

6

ເບຍ

 

ເບຍທີ່ມີທາດເຫຼົ້າ 0,5 ສ່ວນຮ້ອຍ ຂຶ້ນໄປ

60%

ເບຍທີ່ມີທາດເຫຼົ້າ ຕຳ່ກວ່າ 0,5 ສ່ວນຮ້ອຍ ລົງມາ

20%

7

ປະເພດຢາສູບ

 

 

ຢາຊິກາ, ຢາສູບເປັນກອກ ຫຼື ເປັນຊອງ ແລະ ຢາສູບປະເພດອື່ນ

57%

ຢາເສັ້ນ

42%

8

ອາຍແກັສສຳລັບຍານພາຫະນະ

10%

9

ເຄື່ອງດື່ມສຳເລັດຮູບ

 

 

ນຳ້ອັດລົມ, ໂຊດາ, ເຄື່ອງດື່ມປະເພດກາເຟ ແລະ ເຄື່ອງດື່ມທີ່ຄ້າຍຄຽງ

7%

ເຄື່ອງດື່ມຊູກຳລັງ

12%

10

ເຄື່ອງແກ້ວຄຣິສເຕິ້ນທີ່ເປັນເຄື່ອງໃຊ້ ແລະ ປະດັບ, ໂຄມໄຟປະດັບ

25%

11

ຜ້າຫົ່ມທີ່ເຮັດດ້ວຍຂົນແກະ ຫຼື ຂົນລະອຽດຂອງສັດ

20%

12

ນຳ້ຫອມ, ຜະລິດຕະພັນເຄື່ອງສຳອາງ, ອຸປະກອນຮັບໃຊ້ການເສີມສວຍ ແລະ ເສີມຄວາມງາມ

25%

13

ໄພ້ ແລະ ອຸປະກອນການພະນັນທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖືກຕ້ອງ

100%

14

ບັ້ງໄຟ, ດອກໄມ້ໄຟ, ໝາກກະໂພກ ໂດຍໄດ້ຮັບອະນູຍາດຢ່າງຖືກຕ້ອງ

85%

15

ເຮືອໄວ, ເຮືອຢອດ ແລະ ເຮືອກິລາທີ່ແລ່ນດ້ວຍຈັກ

25%

16

ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ

15%

17

ເຄື່ອງຫຼິ້ນສຽງ ແລະ ພາບ, ກ້ອງຖ່ານຮູບ, ໂທລະສັບ, ເຄື່ອງອັດສຽງ ແລະ ພາບ, ເຄື່ອງດົນຕີ

15%

18

ເຮືອບິນບໍ່ມີຄົນຂັບ, ເຄື່ອງຖ່າຍພາບອາກາດ, ເຄື່ອງບິນດ້ວຍຈ້ອງ ແລະ ເຄື່ອງຈັກໄອພົ່ນຂະໜາດນ້ອຍ

25%

19

ໂຕະບິນລຽດ, ໂຕະສະນຸກເກີ, ອຸປະກອນໂບລິ້ງ, ໂຕະຫຼິ້ນບານເຕະ

35%

20

ຕູ້ເກມຢອດຫຼຽນ, ເຄື່ອງຫຼິ້ນເກມທຸກຊະນິດ ແລະ ເຄື່ອງຫຼິ້ນເກມການພະນັນທຸກຊະນິດ ໂດຍໄດ້ຮັບອະນຸຍາດຢ່າງຖຖືກຕ້ອງ

(ມີອັດຕາສະເພາະຕາມລະບຽບການ)

 

  1. ອັດຕາອາກອນຊົມໃຊ້ສຳລັບການບໍລິການ
  •  
  •  
  •  
  1.  

ການບັນເທີງເຕັ້ນລຳ, ດິດສະໂກເທັກ, ຄາຣາໂອເກະ

  1.  
  1.  
  •  
  1.  
  1.  
  •  
  1.  
  1.  

ກິດຈະການການບໍລິການໂທລະສັບ, ສັນຍານໂທລະພາບສາຍໄຍແກ້ວ, ສັນຍານໂທລະພາບດິຈິຕອນ

  1.  
  1.  
  •  

 

ປີ 2022

  1.  

ປີ 2023

  1.  

ປີ 2024 ເປັນຕົ້ນໄປ

  1.  
  1.  
  •  
  1.  
  1.  
  •  
  1.  
  1.  

ກິດຈະການກາຊິໂນ ແລະ ຕູ້ເກມຢອດຫຼ່ຽນ ແລະ ຫຼິ້ນເກມທຸກປະເພດ

  •  
  1.  

ກິດຈະການ ແຂ່ງລົດ, ແຂ່ງມ້າ, ຕິໄກ້

  1.  
  1.  

ກິດຈະການ ບາລູນ, ບໍລິການບິນດ້ວຍຈ້ອງ ຫຼື ຈັກອາຍພົ່ນຂະໜາດນ້ອຍ, ການບໍລິການຖ່າຍພາບທາງອາກອາດ

  1.  

 

          ສຳລັບ ລົດໃຫ່ຍ ທີ່ຜະລິດ ຫຼື ປະກອບ ຢູ່ລະບົບໂຮງງານພາຍໃນປະເທດ ຮູບເເບບຊີເຄດີ (CKD) ເເມ່ນຊີ້ນສ່ວນປະກອບພາຫະນະເປັນຊຸດຄັນເເບບຄົບຖ້ວນທີ່ນຳເຂົ້າ ເພື່ອມາປະກອບເປັນຄັນສຳເລັດຮູບ (CBU) ເເລ້ວຈື່ງມາຈຳໜ່າຍໃຫ້ຜູ້ຊົມໃຊ້, ຮູບເເບບໂອເຄດີ (IKD) ເເມ່ນຊີ້ນສ່ວນປະກອບພາຫະນະເປັນຊຸດຄັນບໍຄົບຖ້ວນ ທີ່ນຳເຂົ້າມາເພື່ອປະກອບໃສ່ກັບຊີ້ນສ່ວນ ທີ່ຜະລິດ ຢູ່ພາຍໃນປະເທດໃຫ້ເປັນຄັນເເບບສຳເລັດຮູບ ຊີບິຢູ (CBU) ເເລ້ວຈື່ງມາຈຳໜ່າຍໃຫ້ຜູ້ຊົມໃຊ້.ອັດຕາອາກອນຊົມໃຊ້ ສຳລັບທີ່ຜະລິດ ຫຼື ປະກອບ ຈາກ 2 ຮູບ ເເບບດັ່ງກ່າວ ເເມ່ນໄດ້ກຳນົດໄວ້ ຂໍ້ 8.1) ອັດຕາອາກອນຊົມໃຊ້ສີນຄ້າ ຂໍ້ 2.9 ຂອງຄຳເເນະນຳສະບັບນີ້.

  1. ຂໍ້ IV ມາດຕາ 16 ອາກອນຊົມໃຊ້ຕ່ຳສຸດ

          ອັດຕາອາກອນຊົມໃຊ້ຕ່ຳສຸດ ເເມ່ນ ອາກອນເດັດຖານ ນຳໃຊ້ສະເພາະສີນຄ້ານຳເຂົ້າບາງປະເພດທີ່ຖືກເສຍອາກອນຊົມໃຊ້ ຕາມນະໂຍບາຍຂອງລັດຖະບານ, ຊື່ງສີນຄ້າທີ່ຖືກອາກອນຊົມໃຊ້ຕ່ຳສຸດ ເເມ່ນ ສີນຄ້າທີ່ໄດ້ຄິດໄລ່ເສຍອາກອນຊົມໃຊ້ຕາມອັດຕາທຽບຖານ ທີ່ໄດ້ກຳນົດໄວ້ໃນ ຂໍ້ IV ມາດຕາ 15 ອັດຕາອາກອນຊົມໃຊ້ ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ່ 01/ສພຊ ລົງວັນທີ່ 7 ສິງຫາ 2021.

          ໃນກໍລະນີ ອາກອນຊົມໃຊ້ອັດຕາທຽບຖານ ຫາກຈຳນວນຕ່ຳກວ່າ ອາກອນຊົມໃຊ້ຕໍ່ຳສຸດ ເເມ່ນ ໃຫ້ເກັບຕາມອາກອນຊົມໃຊ້ຕ່ຳສຸດ ໂດຍໃຫ້ເກັບຕາມຈຳນວນຫົວໜ່ວຍ. ນອກຈາກ ອັດຕາເດັດຖານອາກອນຊົມໃຊ້ຕ່ຳສຸດເເລ້ວ ຍັງມີການປະຕິບັດ ອັດຕາເດັດຖານອາກອນຊົມໃຊ້ເພີ່ມບາງໄລຍະ ສຳລັບສີນຄ້າບາງປະເພດອີກຕື່ມ ຊື່ງໃຫ້ເກັບຕາມຈຳນວນຫົວໜ່ວຍເຊັ່ນກັນ. ສີນຄ້າຖືກເສຍອາກອນຊົມໃຊ້ຕ່ຳສຸດ ເເລະ ອາກອນຊົມໃຊ້ເພີ່ມ ເເມ່ນປະເພດສີນຄ້າຄວບຄຸມ ເເລະ ບໍ່ສົ່ງເສີມ ເຊັ່ນ: ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ,ເບຍ,ຢາສູບ ເເລະ ອື່ນໆທີ່ຄ້ານຄຽງ. ກະຊວງການເງີນເປັນຜູ້ຄົ້ນຄ້ວາ ເເລະ ກຳນົດປະເພດສີນຄ້າ,ອາກອນຊົມໃຊ້ຕ່ຳສຸດ ເເລະ ອາກອນຊົມໃຊ້ເພີ່ມ ເເລ້ວ ນຳສະເໜີຜ່ານກອງປະຊຸມລັດຖະບານເພື່ອຕົກລົງ. ຫຼັງຈາກນັ້ນ ລັດຖະບານຈະນຳສະເໜີຕໍ່ຄະນະປະຈຳສະພາເເຫ່ງຊາດ ເພື່ອພິຈາລະນາໃນເເຕ່ລະໄລຍະທີ່ເຫັນວ່າມີຄວາມຈຳເປັນ ສຳລັບການດັດສົມການຊົມໃຊ້ ເເລະ ເສດຖະກິດເເຫ່ງຊາດ.

          ເພື່ອສະດວກໃນການຈັດຕັ້ງປະຕິບັດຈື່ງໄດ້ຍົກເອົາ ອັດຕາອາກອນຊົມໃຊ້ທຽບຖານ ຂອງບາງລາຍການສີນຄ້າ ເເລະ ການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ IV ວັກ 1 ມາດຕາ 15 ອັດຕາອາກອນຊົມໃຊ້ຂອງກົດໝາຍວ່າດ້ວຍການປັບປຸງມາດຕາຂອງກົດໝາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ່ 01/ສພຊ, ລົງວັນທີ່ 7 ສິງຫາ 2021 ມາສະເໜີເປັນຕົວຢ່າງວິທີການຄິດໄລ່ ອາກອນຊົມໃຊ້ຕ່ຳສຸດ ເເລະ ອາກອນຊົມໃຊ້ເພີ່ມ ດັ່ງນີ້:

          ຕົວຢ່າງ 1: ອັດຕາເດັດຖານ ຫຼື ອາກອນຊົມໃຊ້ຕ່ຳສຸດ: ສົມມຸດວ່າໃນສົກງົບປະມານ 2022 ຄະນະປະຈຳສະພາເເຫ່ງຊາດ ໄດ້ມະຕິຕົກລົງໃຫ້ປະຕິບັດ ອາກອນຊົມໃຊ້ຕ່ຳສຸດ ສຳລັບສີນຄ້າ ປະເພດເບຍ ທີ່ນຳເຂົ້າເເຕ່ລະຊະນິດ ເເຕ່ລະຍີ່ຫໍ້ ໃນອັດຕາເດັດຖານທີ່ເເຕກຕ່າງກັນຂື້ນກັບການກຳນົດລາຄາຂອງຜູ້ຜະລິດເບຍເເຕ່ລະຍີ່ຫໍ້;ສົມມຸດວ່າເບຍໄຮນີເກັນ,ຊື່ງມີທາດເຫຼົ້າ 0,5% ຖືກກຳນົດ ອາກອນຊົມໃຊ້ຕ່ຳສຸດ: 8.000 ກີບ/ລິດ ເເລະ ສົມມຸດລາຄາຂາຍຍົກຢູ່ພາຍໃນປະເທດ ຂອງເບຍໄນນິເກັນ ເເມ່ນ 93.000 ກີບ/ແກັດ; ໃນເດືອນ ກຸມພາ 2022 ວິສາຫະກິດຮຸ້ນສ່ວນ ກ ໄດ້ນຳເຂົ້າ ເບຍປ່ອງເເຮນນິເກັນ ເພື່ອຈຳໜ່າຍ ຢູ່ພາຍໃນປະເທດ ຕາມເອກະສານທີ່ເເຈ້ງນຳເຂົ້າ ມີຈຳນວນ 10.000 ເເກັດ ( 1 ແກັດ = 24 ປ່ອງ; = 0.33 ລິດ) ມູນຄ່າເເຈ້ງພາສີ 3,67 $ / ແກັດ;ສົມມຸດອັດຕາພາສີ 40% ອັດຕາເເລກປ່ຽນ 1 $ = 9.800 ກີບ. ວີທີຄິດໄລ່ເກັບອາກອນຊົມໃຊ່ຕ່ຳສຸດ ໃຫເປິຕິບັດຕາມຂັ້ນຕອນ ດັ່ງນີ້:

          ກ. ການຄິດໄລ່ ອາກອນຊົມໃຊ້ ຂອດນຳເຂົ້າ:

  • ມູນຄ່າເເຈ້ງພາສີເປັນເງີນກີບ: ( 10.000 x 3,67 ) = 359.660.000ກີບ;
  • ຄ່າພາສີຂາເຂົ້າ: 359.660.000 x 40% = 143.864.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ຂອດນຳເຂົ້າ: 359.660.000 + 143.864.000 = 503.524.000 ກີບ;
  • ອາກອນຊົມໃຊ້ຂອດນຳເຂົ້າ: 503.524.000 x​​ 60% = 302.114.400 ກີບ.

ຂ. ການຄິດໄລ່ ອາກອນຊົມໃຊ້ ຂອດຂາຍຍົກຢູ່ພາຍໃນປະເທດ:

  • ມູນຄ່າຂາຍຍົກທັງໝົດ: 10.000 x 93.000 = 930.000.000 ກີບ;
  • ພື້ນຖານຄິດໄລ່ອາກອນຊົມໃຊພາຍໃນ: 930.000.000 – 503.524.000 = 426.276.000 ກີບ;
  • ອາກອນຊົມໃຊ້ ຂອດພາຍໃນ: 426.476.000 x​ 60% = 255.885.600 ກີບ;
  • ລວມອາກອນຊົມໃຊ້ທັງໜົດ : 302.114.400 + 255.885.600 = 558.000.000 ກີບ

. ຄິດໄລ່ອາກອນຊົມໃຊ້ຕໍ່ຳສຸດອັດຕາເດັດຖານ ຕາມຫົວໜ່ວຍ ເປັນລິດ:

  • ຈຳນວນ: ( 10.000 x 24 ) x 0.33 = 79.200 ລິດ;
  • ອາກອນຊົມໃຊ້ຕ່ຳສຸດທັງໜົດ: 79.200 x 8.000 = 633.600.000 ກີບ;
  • ອາກອນຊົມໃຊ້ທີ່ມອບເເລ້ວທັງໜົດ; 558.000.000 ກີບ
  • ອາກອນຊົມໃຊ້ ຕ້ອງມອບຕື່ມ: 633.600.000 – 558.000.000 = 75.600.000 ກີບ.

ໝາຍເຫດ: ການຄິດໄລ່ອາກອນຊົມໃຊ້ຕ່ຳສຸດ ສຳລັບລູກຄ້າ ປະເພດ ເບຍ, ເຫຼົ້າ ຫຼື ເຄື່ງດື່ມທີ່ມາທາດເຫຼົ້າ ເເລະ ຢາສູບ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 14​ ຂໍ້ 1 ວັກທີ່ 2 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ນັ້ນ ຂັ້ນຕອນທຳອິດ ຕ້ອງໄດ້ຄິດໄລ່ອາກອນຊົມໃຊ້ອັດຕາທຽບຖານ 2 ຄັ້ງຄື: ຢູ່ຂອດນຳເຂົ້າ ເເມ່ນເຈົ້າໜ້າທີ່ພາສີ ຫຼື ເຈົ້າໜ້າທີ່ອື່ນທີ່ຖືກມອບໝາຍ ເປັນຜູ້ຄິດໄລ່ ເເລະ ເກັບ ເເລະ ຂອດຂາຍຍົກ ເເລະ ອາກອນຊົມໃຊ້ຕ່ຳສຸດ ຢູ່ພາຍໃນປະເທດ ເເມ່ນເຈົ້າໜ້າທີ່ສ່ວຍສາອາກອນ ເປັນຜູ້ຄິດໄລ່ ເເລະ ເກັບ; ສຳລັບອາກອນຊົມໃຊ້ຕ່ຳສຸດ ເເມ່ນໃຫ້ຄິດໄລ່ຕາມອັດຕາເດັດຖານທີ່ຖືກກຳນົດຈາກຄະນະປະຈຳສະພາເເຫ່ງຊາດ ຕາມຈຳນວນຫົວໜ່ວຍຈີງ.ກໍລະນີ ຜົນການຄິດໄລ່ ອາກອນຊົມໃຊ້ຕ່ຳສຸດ ຫາກມີຈຳນວນຕ່ຳ ຈຳນວນອາກອນຊົມໃຊ້ອັດຕາທຽບຖານ ທີ່ຄິດໄລ່ ຈາກ ຂອດນຳເຂົ້າລວມກັບຂອດຂາຍຍົກພາຍໃນ ທີ່ມີຈຳນວນສູງກວ່າ. ສົມມຸດກຳນົດອາກອນຊົມໃຊ້ຕ່ຳສຸດ ສຳລັບເບຍໄຮນີເກນ ດັ່ງກ່າວ 6.500 ກີບ/ລິດ. ການຄິດໄລ່ອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  • ອາກອນຊົມໃຊ້ຕ່ຳສຸດ: 79.200 x 6.500 = 514.800.000 ກີບ;
  • ອາກອນຊົມໃຊ້ທີ່ມອບເເລ້ວທັງໝົດ: 548.700.000 ກີບ;
  • ອາກອນຊົມໃຊ້ຕ່ຳສຸດ ຫຼຸດ ຈຳນວນອາກອນຊົມໃຊ້ທີ່ຄິດໄລ່ຢູ່ເກັບເກັບຂອດນຳເຂົ້າ ເເລະ ຂາຍຍົກພາຍໃນ 514.800.000 – 548.700.000 = 33.900.000 ກີບ.

ຜົນຂອງການຄິດໄລ່ ເຫັນວ່າ ອາກອນຊົມໃຊ້ຕ່ຳສຸດ ມີຈຳນວນ ນ້ອຍກວ່າ ອາກອນຊົມໃຊ້ ທີ່ຄິດໄລ່ເກັບຢູ່ຂອດນຳເຂົ້າ ເເລະ ຂອດຂາຍຍົກພາຍໃນ. ສະນັ້ນ ຈື່ງໃຫ້ຖືເອົາ ອາກອນຊົມໃຊ້ທີ່ຄິດໄລ່ ເເລະ ເກັບຢູ່ຂອດນຳເຂົ້າ ເເລະ ຂອດຂາຍຍົກພາຍໃນ ທີ່ມີຈຳນວນເງີນຫຼາຍກວ່າ ໃນອາກອນຊົມໃຊ້ທີ່ຕ້ອງມອບ.

          ຕົວຢ່າງ​ 2ອັດຕາເດັດຖານອາກອນຊົມໃຊ້ເພີ່ມ: ສົມມຸດວ່າໃນສົກງົບປະມານ 2021 ລັດຖະບານ ມີຄວາມຕ້ອງການ ເພີ່ມລາຍຮັບງົບປະມານ ຈຳນວນໜື່ງ ເພື່ອແກ້ໄຂລາຍຈ່າຍ ທີ່ຈຳເປັນ ເເລະ ໄດ້ຕົກລົງ ກຳນົດສີນຄ້າທີ່ຜະລິດຢູ່ພາຍໃນປະເພດຢາສູບສຳເລັດຮູບ ເປັນຊອງ ໂດຍໄດ້ກຳນົດອາກອນຊົມໃຊ້ ໃຊ້ເພີ່ມຕາມອັດຕາເດັດຖານ 800 ກີບ ຕໍ່ 1 ຊອງຢາສູບ; ການຈັດເກັບອາກອນຊົມໃຊ້ເພີ່ມ ດັ່ງກ່າວເເມ່ນໂຮງງານຜະລິດຢາສູບເປັນຜູ້ຮັບຜິດຊອບ ເກັບໂດຍເອົາໃຫ້ຈຳນວນ ຊອງຢາສູບ ທີ່ຜະລິດ ເເລະ ຂາຍພາຍໃນປະເທດ ຕູນກັບ 800 ກີບ ( ອັດຕາເດັດຖານ ) ເເລ້ວໃຫ້ນຳມາເເຈ້ງມອບ ນຳຂະເເໜງສ່ວຍສາອາກອນ ບ່ອນທີ່ຕົນຂື້ນກັບ ຫຼື ບ່ອນທີ່ກຳນົດໃຫ້ເເຈ້ງ ພ້ອມກັບການເເຈ້ງເສຍສາອາກອນຊົມໃຊ້ອັດຕາທຽບຖານ ປະຈຳເດືອນປົກກະຕິ ບໍ່ໃຫ້ກາຍວັນທີ່ 20 ຂອງເດືອນຖັດໄປ. ສົມມຸດວ່າ ໂຮງງານຢາສູບ ກ ຈົດທະບຽນຮູບການ ບໍລິສັດ ມະຫາຊົນ ຈຳກັດ ໃນເດືອນ ກັນຍາ 2021​ ຜະລິດຢາສູບ ເພື່ອຈໍາໜ່າຍຢູ່ພາຍໃນປະເທດໄດ້ທັງໝົດ ຈໍານວນ 700.000 ແກັດ. ການຄິດໄລ່ອາກອນຊົມໃຊ້ເພີ່ມອັດຕາເດັດຖານ ໃຫ້ປະຕິບັດ ດັ່ງນີ້:

  • ຈຳນວນຊອງຢາສູບທີຜະລິດ ເເລະ ຈຳໜ່າຍໃນເດືອນ: 70.000 x​50 x 10 = 35.000.000 ຊອງ;
  • ອາກອນຊົມໃຊ້ເພີ່ມ: 35.000.000 x 800 = 28.000.000.000 ກີບ

ໝາຍເຫດ: ອາກອນຊົມໃຊ້ເພີ່ມຢູ່ພາຍໃນປະເທດ ສຳລັບສີນຄ້າ ຫຼື ຜະລິດຕະພັນ ທີ່ຖືກກຳນົດເສຍອາກອນຊົມໃຊ້ເພີ່ມໃນເເຕ່ລະໄລຍະ ເເມ່ນ ເຈົ້າໜ້າທີ່ເສຍສາອາກອນ ເປັນຜູ້ຄິດໄລ່ ເເລະ ເກັບ ຕາມຈຳນວນຫົວໜ່ວຍ ຂອງສີນຄ້າ ຫຼື ຜະລິດຕະພັນຕົວຈິງ, ຈຳນວນເງີນອາກອນຊົມໃຊ້ທີ່ໄດ້ມອບເເລ້ວຕາມອັດຕາທຽບຖານ ເເລະ ຕາມອາກອນຊົມໃຊ້ຕ່ຳສຸດ.

  1.   ຂໍ້ IV ມາດຕາ 17​ ກໍານົດເວລາການຄິດໄລ່ອາກອນຊົມໃຊ້

          ກຳນົດເວລາຄິດໄລ່ເກັບອາກອນຊົມໃຊ້ ໃຫ້ປະຕິບັດ ດັ່ງນີ້:

  1. ສຳລັບການນຳເຂົ້າສີນຄ້າທີ່ຕ້ອງເສຍອາກອນຊົມໃຊ້ ຈາກຕ່າງປະເທດ, ຈາກເຂດເສດຖະກິດ ຫຼື ຈາກເຂດປອດພາສີ ການນຳເຂົ້າສີນຄ້າ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ ໃນເວລາທີ່ສີນຄ້າຖືກເເຈ້ງເຂົ້າມາໃນ ສປປ ລາວ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດໃຫ້ຄິດໄລ່ ເກັບ ໃນເວລາທີ່ມີການສະໝອງສີນຄ້າທີ່ນຳເຂົ້ານັ້ນ ຢູ່ພາຍໃນປະເທດ ດັ່ງນີ້:

ກ. ສຳລັບສີນຄ້ານຳເຂົ້າຈາກຕ່າງປະເທດ ເເມ່ນໃຫ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ ພ້ອມກັນກັບການເເຈ້ງພາສີຂາເຂົ້າ ຢູ່ດ່ານບ່ອນນຳເຂົ້າ ໂດຍເເມ່ນຜູ້ທີ່ຖືກມອບໝາຍໃຫີຄິດໄລ່ ເເລະ ເກັບ;

ຂ. ສຳລັບສີນຄ້າທີ່ນຳເຂົ້າ ຈາກເສດຖະກິດພິເສດ ເເລະ ເຂດປອດພາສີ, ຊື່ງເເມ່ນການສົ່ງສີນຄ້າ ອອກນອກເຂດດັ່ງກ່າວ ມາພາຍໃນ ສປປ ລາວ ໂດຍມີການລະບຸໄວ້ຢູ່ໃນໃບນຳສົ່ງ ຫຼື ເອກະສານອື່ນໆ ທີ່ກ່ຽວຂ້ອງກັບສີນຄ້າ ເປັນລາຍລະອຽດ ເຊັ່ນ: ໃບສັນຍາຊື້-ຂາຍສີນຄ້າ,ໃບເກັບເງີນ,ໃບນຳສົ່ງສີນຄ້າ ເເລະ ເອກະສານອື່ນໆທີ່ກຳກັບສີນຄ້າ ອອກມາຈາກເຂດ ເເມ່ນ ໃຫ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ໃນເງື່ອນໄຂດຽວກັນກັບສີນຄ້ານຳເຂົ້າຈາກຕ່າງປະເທດ;

2)  ສໍາລັບການສະໝອງສີນຄ້າ ເເລະ ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ຢູ່ພາຍໃນປະເທດ ລວມທັງຜູ້ດຳເນີນທຸລະກິດ ທີ່ນຳເຂົ້າສີນຄ້າ ຈາກຕ່າງປະເທດ, ຈາກເຂດເສດຖະກິດພິເສດ ຫຼື ຈາກເຂດປອດພາສີ ທີ່ໄດ້ຮັບອະນຸຍາດໃຫ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ພາຍໃນປະເທດ ເເມ່ນໃຫ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ ໃນເວລາທີ່ມີການສະໝອງຕົວຈິງ, ຊື່ງການສະໝອງສີນຄ້າ ເເລະ ການບໍລິການ ກວມເອົາການສະໝອງໃຫ້ລູກຄ້າ ເເລະ ການສະໝອງໃຫ້ຕົນເອງ.

3)  ສໍາລັບການສະໝອງສີນຄ້າ ເເລະ ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ຈາກຜູ້ທີ່ບໍ່ມີພູມລໍາເນົາທີ່ບໍ່ໄດ້ ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ໃຫ້ຄິດໄລ່ເກັບອາກອນຊົມໃຊ້ ໃນເວລາມີການ ຊື້ ເເລະ/ຫຼື ການບໍລິການຕົວຈີງ ດັ່ງນີ້:

ກ. ກໍລະນີເປັນສີນຄ້າທີ່ສົ່ງຜ່ານລະບົບໄປສະນີ ຫຼື ຜ່ານບໍລິສັດຂົນສົ່ງດ່ວນສາກົນ ໃຫ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ ຢູ່ຫ້ອງການໄປສະນີ ຫຼື ຢູ່ສຳນັກງານ ຂອງບໍລິສັດຂົນສົ່ງດ່ວນສາກົນ ຫຼື ຢູ່ສະໜາມບີນສາກົນ ບ່ອນທີ່ສີນຄ້າມາເຖິງຕົວຈິງ ໂດຍຜູ້ຖືກມອບໝາຍໃຫ້ຄິດໄລ່ ເເລະ ເກັບ;

ຂ. ກໍລະນີເປັນການສະໜອງບໍລີການ ຈະເເມ່ນດ້ວຍຕົນເອງ ຫຼື ໃນນາມຜູ້ກ່ຽວ ໃຫ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ໃນເວລາມີການສະໝອງເກີດຂື້ນຈິງ ຫຼື ເວລາ ທີ່ຜູ້ຮັບການສະໜອງໄດ້ຈ່າຍຄ່າບໍລີການຕົວຈີງ.

ໝາຍເຫດ: ຜູ້ຊື້ ຫຼື ຜູ້ຮັບການສະໝອງ ສີນຄ້າ ຫຼື ການບໍລິການທີ່ຕ້ອງເສຍອາກອນຊົມໃຊ້ ຈາກຜູ້ໍ່ມີພູມລຳເນົາ ທີ່ບໍ່ໄດ້ສ້າງຕັ້ງວິສາຫະກິດຢູ່ໃນ ສປປ ລາວ ໝາຍເຖິງ ບຸກຄົນ,ນິຕິບຸກຄົນ ເເລະ ການຈັດຕັ້ງ ຈະເປັນຄົນລາວ,ຄົນຕ່າງດ້າວ,ຄົນຕ່າງປະເທດ,ຄົນບໍ່ມີສັນຊາດ,ຈະດຳເນີນທຸລະກິດ ຫຼື ບໍ່ກໍຕາມ ຊື່ງດຳລົງຊີວິດ ເເລະ ທຳມາຫາກີນຢູ່ ສປປ ລາວ.

  1. ຂໍ້ IV ມາດຕາ 18 ການເເຈ້ງ ເເລະ ການມອບອາກອນຊົມໃຊ້

          ຜູ້ນຳເຂົ້າສີນຄ້າ,ຜູ້ຜະລິດສີນຄ້າ ເເລະ ຜູ້ສະໝອງການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ ດັ່ງນີ້:

  1. ການນຳເຂົ້າສີນຄ້າທີ່ຕ້ອງເສຍອາກອນຊົມໃຊ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ຈາກຕ່າງປະເທດ, ຈາກເຂດເສດຖະກິດພິເສດ ຫຼື ຈາກເຂດປອດພາສີ ທຸກຄັ້ງ ຕ້ອງເເຈ້ງ ເເລະ ມອບອາກອນຊົມໃຊ້ ດັ່ງນີ້:

ກ. ສຳລັບການນຳເຂົ້າສີນຄ້າ ຈາກຕ່າງປະເທດ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ພ້ອມດຽວກັັນກັບການເເຈ້ງເອກະສານພາສີ ຕໍ່ເຈົ້າໜ້າທີ່ພາສີ ຢູ່ດ່ານພາສີບ່ອນນຳເຂົ້າສີນຄ້າດັ່ງກ່າວ ໂດຍໃຫ້ປະກອບຂໍ້ມູນ ກ່ຽວກັບອາກອນຊົມໃຊ້ ເຂົ້າໃນເເບບພິມທີ່ຂະເເໜງພາສີກຳນົດໃຫ້ຖືກຕ້ອງ ເເລະ ຄົບຖ້ວນ; ອາກອນຊົມໃຊ້ຕ້ອງຖືກນຳໄປມອບເຂົ້າງົບປະມານໃຫ້ຄົບຖ້ວນຈື່ງສາມາດນຳເອົາສີນຄ້າອອກຈາກດ່ານພາສີບ່ອນນຳເຂົ້າໄດ້;

ຂ. ສຳລັບການນຳເຂົ້າສີນຄ້າ ຈາກເຂດເສດຖະກິດພິເສດ ຈາກເຂດປອດພາສີ ຫຼື ການນຳເອົາສີນຄ້າ ອອກນອກເຂດເສດຖະກິດພິເສດ, ຈາກເຂດປອດພາສີ ມາໃນ ສປປ ລາວ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ ໃນເວລາທີ່ຈະມີການຂົນສົ່ງສີນຄ້າອອກຈາກເຂດເສດຖະກິດພິເສດ ຫຼື ເຂດປອດພາສີ ໂດຍໃຫ້ຍື່ນເອກະສານນຳສົ່ງສີນຄ້າ ຫຼື ເອກະສານອື່ນ ທີ່ກ່ຽວຂ້ອງກັບສີນຄ້ານັ້ນ ຕໍ່ເຈົ້າໜ້າທີ່ອື່ນທີ່ຖືກເເຕ່ງຕັ້ງໃຫ້ຖືກຕ້ອງ ເເລະ ຄົບຖ້ວນ; ອາກອນຊົມໃຊ້ ຕອ້ງຖືກມອບເຂົ້າງົບປະມານເເຫ່ງລັດໃຫ້ຄົບຖ້ວນກ່ອນຈະມີການຂົນສົ່ງ ຫຼື ເຄື່ອນຍ້າຍສີນຄ້າອອກຈາກເຂດເສດຖະກິດພິເສດມາພາຍໃນ ສ ປປ ລາວ ໃນເເຕ່ລະຄັ້ງ.

2) ສໍາລັບຜູ້ຜະລິດສີນຄ້າ ເເລະ ຜູ້ສະໝອງການບໍລິການ ທີ່ຕ້ອງເສຍອາກອນຊົມໃຊ້ ຢູ່ພາຍໃນປະເທດ ລວມທັງຜູ້ນຳເຂົ້າສີນຄ້າທີ່ໄດ້ຮັບອະນຸຍາດໃຫ້ເເຈ້ງເສຍອາກອນຊົມໃຊ້ຢູ່ພາຍໃນປະເທດ ຕ້ອງເເຈ້ງ ເເລະ ມອບອາກອນຊົມໃຊ້ເປັນເເຕ່ລະເດືອນປົກກະຕິ ບໍ່ໃຫ້ກາຍວັນທີ່ 20 ຂອງເດືອນຖັດໄປ ຕໍ່ຂະເເໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ ຫຼື ບ່ອນທີ່ກຳນົດໃຫ້ເເຈ້ງເສຍອາກອນຊົມໃຊ້, ກໍລະນີພາຍໃນເດືອນບໍ່ມີອາກອນຊົມໃຊ້ເກີດຂື້ນກໍໃຫ້ເເຈ້ງ ຫຼື ຍື່ນໃບເເຈ້ງອາກອນຊົມໃຊ້ ໂດຍໃຫ້ບັນທືກ ຈຳນວນ 0 ກີບ ໃສ່ຫ້ອງທີ່ຂຽນວ່າ ພື້ນຖານຄິດໄລ່ອາກອນຊົມໃຊ້ ຊື່ງປະກອບມີ ລາຍຮັບຈາກການຂາຍ ຫຼື ຕົ້ນທືນການຜະລິດ ຫຼື ລາຍຮັບການຍົກເວັ້ນອາກອນຊົມໃຊ້ ເເລະ ບັນທືກ ຈຳນວນ 0 ກີບ ໃສ່ຫ້ອງຈຳນວນເງີນອາກອນຊົມໃຊ້ທີ່ຄິດໄລ່ ເເລະ ເກັບໄດ້ພາຍໃນເດືອນ;

3) ສໍາລັບຜູ້ຊື້ ສີນຄ້າ ເເລະ/ຫຼື ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ທີ່ບໍ່ໄດ້ສ້າງຕັ້ງວີສາຫະກິດ ຢູ່ ສປປ ລາວ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ ຕາມເງື່ອນໄຂ ດັ່ງນີ້:

ກ. ກໍລະນີເປັນຜູ້ດຳເນີນທຸລະກິດ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ ພ້ອມດຽວກັນກັບການເເຈ້ງ ເເລະ ມອບອາກອນຊົມໃຊ້ປະຈຳເດືອນປົກກະຕິ; ກໍລະນີສີນຄ້າທີ່ສົ່ງຜ່ານລະບົບໄປສະນີ ຫຼື ຜ່ານບໍລີສັດຂົນສົ່ງດ່ວນສາກົນ ພາຍຫຼັງ ທີ່ຜູ້ຖືກມອບໝາຍ ໃຫ້ຄິດໄລ່ ເເລະ ເກັບ ຫຼື ເຈົ້າໜ້າທີ່ພາສີ ໄດ້ຄິດໄລ່ຈຳນວນອາກອນຊົມໃຊ້ທີ່ຕ້ອງເສຍເເລ້ວ ຕ້ອງນຳໄປມອບເຂົ້າຄັງເງີນເເຫ່ງຊາດ ຫຼື ທະນາຄານໃຫ້ຄົບຖ້ວນໂດຍທັນທີ;

ຂ. ກໍລະນີເປັນບຸກຄົນ, ນິຕິບຸກຄົນ ເເລະ ການຈັດຕັ້ງທີ່ບໍ່ດຳເນີນທຸລະກິດ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ ບໍ່ໃຫ້ກາຍ 15 ວັນ ນັບເເຕ່ວັນທີ່ໄດ້ຄິດໄລ່ ເເລະ ເກັບອາກອນຊົມໃຊ້ເປັນຕົ້ນໄປ; ສຳລັບສີນຄ້າ ທີ່ຖືກສົ່ງຜ່ານລະບົບໄປສະນີ ຫຼື ຜ່ານບໍລິສັດຂົນສົ່ງດ່ວນສາກົນ ພາຍຫຼັງທີ່ຖືກມອບໝາຍໃຫ້ຄິດໄລ່ ເເລະ ເກັບ ຫຼື ເຈົ້າໜ້າທີພາສີ ໄດ້ຄິດໄລ່ຈຳນວນອາກອນຊົມໃຊ້ທີ່ຕ້ອງເສຍເເລ້ວ ຕ້ອງນຳໄປມອບເຂົ້າຄັງເງີນເຫ່ງຊາດ ຫຼື ທະນາຄານໃຫ້ຄົບຖ້ວນໂດຍທັນທີ, ສຳລັບການສະໝອງການບໍລິການ ຈະເເມ່ນໂດຍຜູ້ກ່ຽວເອງ ຫຼື ໃນນາມຜູ້ກ່ຽວ ໃຫ້ເເຈ້ງ ເເລະ ມອບອາກອນຊົມໃຊ້ບໍ່ໃຫ້ກາຍ 15 ວັນ ນັບເເຕ່ວັນທີ່ໄດຄິດໄບ່ ເເລະ ເກັບອາກອນຊົມໃຊ້ເປັນຕົ້ນໄປ;

ໝາຍເຫດ: ຜູ້ສະໝອງ ທີມີບໍ່ພູມລຳເນົາ ເເລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຈະເປັນບຸກຄົນ,ນິຕິບຸກຄົນ ຈຳດຳເນີນທຸລະກິດ ຫຼື ບໍ່ ກໍຕາມ ຖ້າມີການສະໝອງສີນຄ້າ ເເລະ/ຫຼື ການບໍລີການທີ່ຕ້ອງເສຍອາກອນຊົມໃຊ້ ຊື່ງເກີດຂື້ນຢູ່ ສປປ ລາວ ເເມ່ນ ຈະຕ້ອງເສຍອາກອນຊົມໃຊ້ໃຫ້ ສປປ ລາວ ເນື່ອງຈາກວ່າ ອາກອນຊົມໃຊ້ເເມ່ນອາກອນທີ່ເກັບ ຈາກຜູ້ຊົມໃຊ້ສີນຄ້າ ເເລະ ການບໍລິການ ຢູ່ໃນດີນແດນ ຂອງ ສປປ ລາວ. ໝາຍຄວາມວ່າ ຜູ້ຮັບການສະໝອງຢູ່ ສປປ ລາວ ເປັນຜູ້ມີພັນທະຕ້ອງເສຍອາກອນຊົມໃຊ້;ສ່ວນຜູ້ສະໝອງທີ່ບໍ່ມີພູມລຳເນົາ ເເລະ ບໍ່ໄດ້ສ້າງວີສາຫະກິດຢູ່ ສປປ ລາວ ນັ້ນ ເເມ່ນເປັນຜູ້ເຮັດໃຫ້ມີທຸລະກຳ ກ່ຽວກຳ ການສະໝອງເກີດຂື້ນ ຢູ່ ສປປ ລາວ ເເລະ ເຮັດໃຫ້ເກີດມີພື້ນຖານຄິດໄລ່ ອາກອນຊົມໃຊ້ ເເລະ ອາກອນປະເພດອື່ນຢູ່ ສປປ ລາວ ຕາມກົດໝາຍກຳນົດ ເເລະ ຜູ້ກ່ຽວເເມ່ນຈະໄດ້ຮັບຜົນປະໂຫຍດຈາກການສະໝອງພາຍຫຼັງທີ່ໄດ້ຄິດໄລ່ ເເລະ ຫັກອາກອນທາງກົງໄວ້ຄົບຖ້ວນເເລ້ວ          (ອາກອນກຳໄລ).

          ສຳລັບເນື້ອໃນຂອງໃບເເຈ້ງມອບອາກອນຊົມໃຊ້ຢູ່ພາຍໃນ ເເຕ່ລະເດືອນ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 18 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ເເມ່ນຈະຕ້ອງໄດ້ນຳໃຊ້ເເບບພິມໃບເເຂ້ງເປັຍອັນສະເພາະ,ຊື່ງໄດ້ມີການກຳນົດໂຄງປະກອບຂອງໃບເເຈ້ງ ຕາມເນື້ອໃນລາຍການໃຫ້ຖືກຕ້ອງ ຄົບຖ້ວນ ທີ່ລະບຸໄວ້ໃນກົດໝາຍວ່າດ້ວຍອາກອນຊົມໃຊ້ ຄື: ດ້ານເທິງຂອງໃບເເຈ້ງອາກອນຊົມໃຊ້ ສະເເດງເຖິງ ໄລຍະຂອງການເເຈ້ງ (ປະຈຳເດືອນ) ຊື່ວີສາຫະກິດ ເລກປະຈຳຕົວຜູ້ເສຍອາກອນ,ເບີໂທລະສັບ ເເລະ ອີເມວ ດັ່ງນີ້:

          ກ. ອາກອນຊົມໃຊ້ທຽບຖານ:

  • ລາຍການ ສີນຄ້າ ຫຼື ການບໍລິການ ທີ່ຕ້ອງເວຍອາກອນຊົມໃຊ້;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບສີນຄ້າ ຫຼື ການບໍລີການ ກໍລະນີສະໝອງໃຫ້ລູກຄ້າ ຫຼື ຜູ້ອື່ນ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ ສຳລັບສີນຄ້າທີ່ຊົມໃຊ້ເອງ, ໃຫ້ເປັນຂອງເເຖມ,ເປັນຂອງຂວັນ ເເລະ ລາງວັນ;
  • ພື້ນຖານຄິດໄລ່ອາກອນຊົມໃຊ້ ກໍລະນີການສະໝອງສີນນຄ້າ ເເລະ/ຫຼື ການບໍລີການຈາກຜູ້ບໍ່ມີພູມລຳເນົາ ເເລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ;
  • ມູນຄ່າການສະໝອງທີ່ຖືກຍົກເວັ້ນອາກອນຊົໃມໃຊ້;
  • ອັດຕາອາກອນຊົມໃຊ້ ຂອງເເຕ່ລະປະເພດ ສີນຄ້າ ຫຼື ການບໍລິການ;
  • ຈຳນວນເງີນອາກອນຊົມໃຊ້ ຈາກອັດຕາທຽບຖານພາຍໃນເດືອນ.

ຂ. ອາກອນຊົມໃຊ້ອັດຕາເດັດຖານ (ອາກອນຊົມໃຊ້ຕ່ຳສຸງ)

  • ລາຍການສີນຄ້າທີ່ຕ້ອງເສຍອາກອນຊົມໃຊ້ຕຳ່ສຸດ;
  • ຈຳນວນຫົວໜ່ວຍ;
  • ຈຳນວນເງີນອາກອນຊົມໃຊ້ຕໍ່ຫົວໜ່ວຍ;
  • ຈຳນວນເງີນອາກອນຊົມໃຊ້ຕ່ຳສຸດທັງໜົດພາຍໃນເດືອນ;

ຄ. ອາກອນຊົມໃຊ້ອັດຕາເດັດຖານ (ອາກອນຊົມໃຊ້ເພີ່ມ):

  • ລາຍການສີນຄ້າ ທີ່ຕ້ອງເສຍອາກອນຊົມໃຊ້ເພີ່ມ;
  • ຈຳນວນຫົວໜ່ວຍ;
  • ຈຳນວນເງີນອາກອນຊົມໃຊ້ຕໍ່ຫົວໜ່ວຍ;
  • ຈຳນວນເງີນອາກອນຊົມໃຊ້ເພີ່ມທັງໝົດພາຍໃນເດືອນ;

ງ. ການດັດແກ້ ເເລະ ອາກອນຊົມໃຊ້ທີ່ຕ້ອງມອບໃນເດືອນ:

  • ຈຳນວນເງີນອາກອນຊົມໃຊ້ ຖືກດັດແກ້ (ໄດ້ມອບເເລ້ວ,ຖືກຫັກໄວ້,ຍອດຍົກມາ,ມີການຄິດໄລ່ຜິດພາດ ຕ້ອງມອບຕື່ມ):
  • ລວມຈຳນວນເງີນອາກອນຊົມໃຊ້ທີ່ຕ້ອງມອບຕົວຈີງ ຫຼື ສົ່ງຄືນ;

ໝາຍເຫດ: ພື້ນຖານຄິດໄລ່ອາກອນຊົມໃຊ້ ອັດຕາທຽບຖານ ສຳລັບການສະໝອງຢູ່ພາຍໃນປະເທດ ປະກອບມີ ກໍລະນີ ດັ່ງນີ້:

  • ຄິດໄລ່ຈາກລາຄາຂາຍອອກຈາກບ່ອນຜະລິດ ຫຼື ລາຄາຂາຍຍົກ ສຳລັບສີນຄ້າທີ່ຜະລິດ ຫຼື ຜະກອບລວມທັງສີນຄ້ານຳເຂົ້າທີ່ໄດ້ຮັບອະນຸຍາດໃຫ້ຄິດໄລ່,ເເຈ້ງ,ເເລະມອບ ອາກອນຊົມໃຊ້ຢູ່ພາຍໃນ ສຳລັບສະໝອງໃຫ້ແກ່ລູກຄ້າ ຫຼທ ຜູ້ຊົມໃຊ້ທົ່ວໄປ;
  • ສຳລັບການບໍລິການ ເເມ່ນຄິດໄລ່ຈາກມູນຄ່າຊົມໃຊ້ການບໍລິການຕົວຈິງ ອາດຈະທັງໝົດ ຫຼື ບາງສ່ວນ;
  • ຄິດໄລ່ຈາກລາຄາຕັ້ນທືນການຜະລິດ ຫຼື ຕົ້ນທືນຊື້ ສຳລັບສີນຄ້າທີ່ສະໝອງໃຫ້ຕົນເອງ ຊົມໃຊ້ເອງ,ໃຫ້ເປັນຂອງເເຖມ ເປັນຂອງຂວັນ ເເລະ ລາງວັນ; ຜູ້ເສຍອາກອນມີຄວາມຮັບຜິດຊອບໃນການກຳນົດລາຄາຕັ້ນທືນຂອງສີນຄ້າໃຫ້ຖືກຕ້ອງ ເເລະ ຊັດເຈນ ເພື່ອເປັນພື້ນຖານຄິດໄລ່ອາກອນຊົມໃຊ້; ຕົ້ນທືນຂອງສີນຄ້າ ຫຼື ການບໍລິການ ປະເພດດຽວກັນ ທີ່ສະໝອງໃຫ້ຕົນເອງ,ໃຫ້ເປັນຂອງເເຖມ,ເປັນຂອງຂັວນ ເເລະ ລາງວັນ ຕ້ອງເທົ່າກັບຕັ້ນທືນທີ່ສະໝອງໃຫ້ຜູ້ອື່ນ.
  1. ວິທີການຈັດຕັ້ງປະຕິບັດ
    1. ມອບໃຫ້ກົມສ່ວຍສາອາກອນ ກະຊວງການເງີນ ຈັດຕັ້ງເຜີຍແຜ່ເຊື່ອມຊືມ, ເເນະນຳ, ຕິດຕາມ ເເລະ ກວດກາ ຜົນການຈັດຕັ້ງປະຕິບັດຄຳເເນະນຳສະບັບນີ້ ໃຫ້ບັນດາຂະເເໜງການຂັ້ນສູນກາງ ເເລະ ທ້ອງຖີ່ນ,ພະນັກງານສ່ວຍສາອາກອນ ລວມທັງບັນດາຫົວໜ່ວຍທຸລະກິດ ຮັບຮູ້,ເຂົ້າໃຈ ເເລະ ຈັດຕັ້ງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ;
    2. ການຈັດຕັ້ງປະຕິບັດຄຳເເນະນຳສະບັບນີ້ ຫາກພົບຄວາມຫຍຸ້ງຍາກ ໃຫ້ລາຍງານກະຊວງການເງີນຕາມຂັ້ນຕອນ ເພື່ອແກ້ໄຂໃຫ້ທັນເວລາ;
    3. ຄຳເເນະນຳ ສະບັບນີ້ ມີຜົນສັກສີດນັບເເຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນດີ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອາກອນຊົມໃຊ້, ເລກທີ 0394/ກງ, ລົງວັນທີ 04 ກຸມພາ 2022 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຄ່າອາກອນຊົມໃຊ້ ພັນທະທີ່ຕ້ອງຈ່າຍ ກະຊວງ ການເງິນ ຄ່າອາກອນຊົມໃຊ້ແມ່ນເກັບຈາກບາງປະເພດສິນຄ້າທີ່ນຳເຂົ້າ, ຜະລິດ ແລະ ການບໍລິການຢູ່ ສປປ ລາວ ທີ່ລະບຸຢູ່ໃນກົດໝາຍວ່າດ້ວຍອາກອນຊົມໃຊ້.
  1. ກົດໝາຍ ວ່າດ້ວຍ ອາກອນຊົມໃຊ້ ເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019
  2. ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ອາກອນຊົມໃຊ້, ເລກທີ 0394/ກງ, ລົງວັນທີ 04 ກຸມພາ 2022
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.