ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ກະສິກຳ ແລະ ປ່າໄມ້

ເລກທີ 0346/ກປ

ນະຄອນຫຼວງວຽງຈັນ,ລົງວັນທີ 24 ກຸມພາ 2022

 

ຄໍາສັ່ງ

ວ່າດ້ວຍ ການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານອຸດສາຫະກຳປຸງແຕ່ງ ກະສິກຳຂັ້ນຕົ້ນ,

ປຸງແຕ່ງໄມ້ ແລະ ເຄື່ອງປ່າໄມ້ຂອງດົງ

 

 ເຖິງ: -  ທ່ານ ຫົວໜ້າ ຫ້ອງການ, ກົມ ແລະ ສະຖາບັນອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້;

        -  ທ່ານ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ.

 

-  ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

-  ອີງຕາມ ບົດບັນທຶກ ມອບ-ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໃນວັນທີ 11 ພະຈິກ 2021.

 

          ໄລຍະຜ່ານມາ ລັດຖະບານໄດ້ຖືເອົາວຽກງານຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ ເປັນບຸລິມະສິດ ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ​ແນ​ໃສ່​ປັບ​ປຸງ, ຍົກ​ລະດັບຄຸນ​ນະ​ພາບ​ການ​ຜະ​ລິດ, ສ້າງ​ມູນ​ຄ່າ​ເພີ່ມ, ສ້າງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ ແລະ ໄດ້ມາດຕະຖານ​ເທື່ອ​ລະ​ກ້າວ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ​ຊາ​ຊົນ ແລະ​ ພັດ​ທະ​ນາ​ໄປ ຕາມທິດ​ສີ​ຂຽວ​ແລະ​ຍືນ​ຍົງ​.

          ໃນປັດຈຸບັນ ລັດຖະບານ ໄດ້ຕົກລົງມອບວຽກງານອຸດສາຫະກຳປຸງແຕ່ງ ກະສິກຳ ແລະ ປ່າໄມ້ ໃຫ້ແກ່ຂະແໜງກະສິກຳ ແລະ ປ່າໄມ້ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ເຊິ່ງປະກອບມີ: 1) ໂຮງສີເຂົ້າ; 2) ໂຮງງານປຸງແຕ່ງແປ້ງມັນຕົ້ນ; 3) ໂຮງງານປຸງແຕ່ງອ້ອຍ; 4) ໂຮງງານຂ້າສັດ; 5) ໂຮງງານຜະລິດອາຫານສັດ; 6) ໂຮງງານຜະລິດວັກຊີນ, ຢາປາບສັດຕູພືດ, ຢາສັດຕະວະແພດ ແລະ ເຄື່ອງມືສັດຕະວະແພດ; 7) ໂຮງງານປຸງແຕ່ງໄມ້,ໂຮງເລື່ອຍ,ໂຮງຊອຍ, ໂຮງງານເຟີນີເຈີ ແລະ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງທຸກປະເພດ; 8) ໂຮງງານປຸງແຕ່ງຢາງພາລາ; 9) ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ; 10) ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດ ກະສິກຳ ແລະ 11) ໂຮງງານຜະລິດເຄື່ອງມື ແລະ ເຄື່ອງຈັກກະສິກໍາ.

          ເພື່ອຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ບັນດາໂຮງງານອຸດສາຫະກຳປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມພາລະບົດບາດໃໝ່ ຂອງຂະແໜງກະສິກຳ ແລະ ປ່າໄມ້.

 

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ:

1. ໃຫ້ກົມປູກຝັງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຢາປາບສັດຕູພືດ, ໂຮງງານເຄື່ອງມື ແລະ ກົນຈັກຮັບໃຊ້ການປູກຝັງ-ກະສິກຳ,ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດອື່ນໆ ໃນຂອບເຂດທົ່ວປະເທດ;

2. ໃຫ້ກົມລ້ຽງສັດ ແລະ ການປະມົງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຂ້າສັດ, ໂຮງງານອາຫານສັດ, ໂຮງງານຜະລິດຢາວັກຊິນ, ໂຮງງານຜະລິດຢາປົວສັດ ແລະ ເຄື່ອງມືສັດຕະວະແພດ ໂຮງງານຜະລິດເຄື່ອງມື ແລະ ເຄື່ອງຈັກຮັບໃຊ້ການລ້ຽງສັດ, ສັດຕະວະແພດ, ໂຮງງານປຸງແຕ່ງຜະລິດຕະພັນສັດ ແລະ ສັດນ້ຳ ໃນຂອບເຂດທົ່ວປະເທດ;

3. ໃຫ້ກົມປ່າໄມ້ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງງານເຟີນີເຈີ, ໂຮງງານຜະລິດເຈ້ຍໂດຍນຳໃຊ້ໄມ້ ເປັນວັດຖຸດິບ, ໂຮງງານເຟີນີເຈີແບບຄອບຄົວ, ໂຮງງານປຸງແຕ່ງຢາງພາລາ, ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ແລະ ໂຮງງານຜະລິດຖ່ານ ໃນຂອບເຂດທົ່ວປະເທດ;

4. ໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮັບຜິດຊອບ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານຜະລິດຝຸ່ນ (ຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ຝຸ່ນວິທະຍາສາດ) ໃນຂອບເຂດທົ່ວປະເທດ;

5. ໃຫ້ກົມສົ່ງເສີມກະສິກຳ ແລະ ສະຫະກອນ ຮັບຜິດຊອບ  ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານປຸງແຕ່ງກະເສດຂະໜາດນ້ອຍ ລະດັບຄອບຄົວ, ກຸ່ມ, ສະຫະກອນ ພ້ອມທັງ ສົ່ງເສີມເຕັກນິກການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຈັດເກຣດ, ຫຸ້ມຫໍ່ ແລະ ແປຮູບ-ປຸງຣົດ ຜົນຜະລິດກະສິກຳ ເພື່ອສ້າງມູນຄ່າເພີ່ມ ໃນຂອບເຂດທົ່ວປະເທດ;

6. ໃຫ້ກົມກວດກາປ່າໄມ້ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ກວດກາການດຳເນີນທຸລະກິດໂຮງງານອຸດສາຫະກຳປຸງແຕ່ງ ໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ; ກວດກາ ໄມ້ ແລະ ເຄື່ອງປ່າຂອງດົງ ທີ່ຍັງຄ້າງຢູ່ໂຮງງານປຸງແຕ່ງ ໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງງານເຟີນີເຈີ, ໂຮງງານຜະລິດເຈ້ຍ ໂດຍນຳໃຊ້ໄມ້ເປັນວັດຖຸດິບ ແລະ ໂຮງງານເຟີນີເຈີແບບຄອບຄົວ, ສາງເກັບມ້ຽນໄມ້, ຮ້ານຂາຍໄມ້, ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ,ໂຮງງານຜະລິດຖ່ານ, ໂຮງງານຫວາຍ, ໄມ້ປ່ອງ, ໂຮງງານທີ່ໃຊ້ພະລັງງານເຊັ່ນ: ເຕົາດິນຈີ່, ເຕົາຕົ້ມເກືອ, ໂຮງງານປຸງແຕ່ງ ຢາງພາລາ ຖ້າບໍ່ມີເອກະສານຟັ້ງຢືນແຫຼ່ງທີ່ມາຂອງວັດທຸດິບຈະແຈ້ງ, ຖືກຕ້ອງ ແລະ ຄົບຖ້ວນ ແມ່ນໃຫ້ປະຕິບັດຕາມມາດຕະການ ຍຶດ ຫຼື ອາຍັດ ແລ້ວ ດຳເນີນການສືບສວນ-ສອບສວນ ແລະ ແກ້ໄຂ ຕາມກົດໝາຍ ແລະ ລະບຽບການ;

7. ໃຫ້ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ຄົ້ນຄວ້າກຳນົດແຜນດຸ່ນດ່ຽງ ໃນການຕອບສະໜອງວັດຖຸດິບທີ່ສາມາດສະໜອງຈາກປ່າທຳມະຊາດ ແລະ ປ່າປູກ ລວມທັງເຄື່ອງປ່າຂອງດົງ. ຈາກນັ້ນ, ກຳນົດທ່າແຮງໃນການພັດທະນາອຸດສາຫະກຳປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຄືນໃໝ່ ຢ່າງມີຈຸດສຸມ;

8. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮັບຜິດຊອບ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາໂຮງງານ ແລະ ເຄື່ອງຄັດແຍກເມັດພັນ, ເຄື່ອງອົບເມັດພັນ, ສາງເຢັນເກັບມ້ຽນເມັດພັນພືດ; ຄົ້ນຄວ້າ ແລະ ພັດທະນາເຕັກນິກ, ເຕັກໂນໂລຍີການປຸງແຕ່ງກະສິກຳ ແລະ ປຸງແຕ່ງໄມ້ ເພື່ອສະໜອງຂໍ້ມູນທາງດ້ານວິທະຍາສາດ, ເຕັກນິກໃໝ່ ແລະ ເຕັກໂນໂລຊີການປຸງແຕ່ງກະສິກຳ ແລະ ປຸງແຕ່ງໄມ້ ໃຫ້ໄດ້ຜົນດີ ຢ່າງມີປະສິດທິຜົນສູງ ແລະ ສຶກສາ, ຄົ້ນຄວ້າ, ວິເຄາະວິໄຈ ສະພາບການປຸງແຕ່ງ ຂອງບັນດາໂຮງຈັກ ແລະ ໂຮງງານປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີທາງແກ້ໄຂ ພ້ອມທັງ ສະເໜີແຜນການພັດທະນາໃນຕໍ່ໜ້າ ຕາມທິດສີຂຽວ ແລະ ຍືນຍົງ;

9. ໃຫ້ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມປ່າໄມ້, ກົມກວດກາປ່າໄມ້, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ໃຫ້ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດດັ່ງນີ້:

9.1. ເກັບກຳຂໍ້ມູນ, ຂຶ້ນບັນຊີ ແລະ ປະເມີນຕີລາຄາ, ດ້ານອ່ອນ, ຂໍ້ຄົງຄ້າງ, ບັນຫາ, ມາດຕະການແກ້ໄຂ ແລະ ແຜນຈັດຕັ້ງປະຕິບັດ ໃນຕໍ່ໜ້າ ຂອງບັນດາໂຮງງານປຸງແຕ່ງ ເພື່ອສະເໜີ ດັດສົມ ຕາມຄວາມເໝາະສົມກັບທ່າແຮງ ສະໜອງວັດຖຸດິບ ແລະ ເຮັດໃຫ້ການຜະລິດ ມີຄວາມເຂັ້ມແຂງ ​ແລະ ມີ​ປະສິດທິພາບ ​ໃນແຕ່ລະ​ທ້ອງ​ຖິ່ນ;

9.2. ຄົ້ນຄວ້າ ແລະ ນຳສະເໜີ ສ້າງ, ປັບປຸງ, ລຶບລ້າງ ຫຼື ຍົກເລີກ ນິຕິກຳ ກ້ຽວກັບ ການຄຸ້ມຄອງໂຮງງານປຸງແຕ່ງ, ຄຸ້ມຄອງ ແລະ ຕິດຕາມ ສົ້ນເຂົ້າ-ສົ້ນອອກ ຂອງວັດຖຸດິບ ແລະ ຜະລິດຕະພັນ, ອອກ, ໂຈະ ຫຼື ຍົກເລີກ ໃບອະນຸຍາດສ້າງຕັ້ງໂຮງງານ ແລະ ໃບອະນຸຍາດດຳເນີນທຸລະກິດປຸງແຕ່ງກະສິກໍາຂັ້ນຕົ້ນ ແລະ ປຸງແຕ່ງໄມ້, ເຄື່ອງປ່າຂອງດົງແລະ ຢາງພາລາ ຕາມພາລະບົດບາດໃໝ່ ຂອງຕົນ ໃນຂອບເຂດທົ່ວປະເທດ;

9.3. ຊຸກຍູ້ສົ່ງເສີມການລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງກະສິກຳ ແລະ ປ່າໄມ້ ຕາມທິດຫັນເປັນອຸດສາຫະກຳສີຂຽວ, ສະອາດ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ພ້ອມ​ກັນ​ນັ້ນ, ກໍ່ຕ້ອງ​ຊຸກຍູ້ສົ່ງເສີມດ້ານ​​ການ​ເຂົ້າ​ຫາ​ແຫຼ່ງທຶນ, ການນຳໃຊ້ເຄື່ອງຈັກ ແລະ ເຕັກ​ໂນ​ໂລ​ຊີ, ການສ້າງ​ມູນ​ຄ່າ​ເພີ່ມ, ຝຶກອົບຮົມເຕັກນິກວິຊາ​ການ, ການສະໜອງ​ຂໍ້​ມູນ-ຂ່າວສານ, ​ການໃຫ້​ຄຳ​ປຶກສາ, ການສະໜອງ​ແຮງ​ງານ, ການໃຫ້ບຸລິມະສິດ​, ການ​ຕະຫຼາດ, ນະ​ໂຍບາຍ​ພາສີ-ອາກອນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ຕັ້ງກຸ່ມການຜະລິດ;

9.4. ຊຸກຍູ້ສົ່ງເສີມດ້ານ ການເຂົ້າຫາແຫຼ່ງທຶນ, ການນຳໃຊ້ເຄື່ອງຈັກ ແລະ ເຕັກໂນໂລຊີ, ການພັດທະນາອຸດສາຫະກຳສີຂຽວ, ການສ້າງມູນຄ່າເພີ່ມ, ວິຊາການ, ການຝຶກອົບຮົມ, ການສະໜອງຂໍ້ມູນ-ຂ່າວສານ, ການໃຫ້ຄຳປຶກສາ, ການສະໜອງແຮງງານ, ການໃຫ້ບຸລິມະສິດ, ການຕະຫຼາດ, ນະໂຍບາຍພາສີ-ອາກອນ, ການກໍ່ສ້າງພື້ນຖານໂຄງລ່າງ, ສ້າງຕັ້ງກຸ່ມຜະລິດ, ສ້າງຕັ້ງສະຖາບັນ ຫຼື ສູນຄົ້ນຄວ້າທົດລອງການຜະລິດ ເພື່ອລ້ຽງໂຮງງານອຸດສາຫະກຳປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ;

10. ໃຫ້ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເປັນເຈົ້າການ ປະສານສົມທົບກັບ ຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານ ດັ່ງນີ້:

10.1. ດຳເນີນການ ມອບ-ຮັບ ວຽກງານປຸງແຕ່ງກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ໃຫ້ພະແນກກະສິກຳ ແລະ ປ່າໄມ ແຂວງ ນະຄອນຫຼວງວຽງຈັນ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ຕາມເນື້ອໃນ ບົດບັນທຶກ ມອບ-ຮັບ ຄັ້ງວັນທີ່ 11 ພະຈິກ ປີ 2021. ບັນດາໂຮງງານປຸງແຕ່ງ ທີ່ມອບ-ຮັບ ປະກອບມີ: 1) ໂຮງສີເຂົ້າ; 2) ໂຮງງານປຸງແຕ່ງແປ້ງມັນຕົ້ນ; 3) ໂຮງງານປຸງແຕ່ງອ້ອຍ; 4) ໂຮງງານຂ້າສັດ; 5) ໂຮງງານຜະລິດອາຫານສັດ; 6) ໂຮງງານຜະລິດວັກຊິນ, ຢາປາບສັດຕູພືດ, ຢາປົວສັດ ແລະ ເຄື່ອງມືສັດຕະວະແພດ; 7) ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງງານເຟີນີເຈີ ແລະ ໂຮງງານປຸງແຕ່ງເຄື່ອງປ່າຂອງດົງທຸກປະເພດ; 8) ໂຮງງານປຸງແຕ່ງຢາງພາລາ; 9) ໂຮງງານຜະລິດຝຸ່ນຊີວະພາບ ແລະ ອົງຄະທາດ; 10) ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ ຜົນຜະລິດ ກະສິກຳ ແລະ 11) ໂຮງງານຜະລິດເຄື່ອງມື ແລະ ກົນຈັກກະສິກຳ ໃຫ້ສຳເລັດພາຍໃນວັນທີ 15 ມີນາ 2022;

10.2. ດຳເນີນ ການສຳຫຼວດ ແລະ ເກັບກຳຂໍ້ມູນ ກ່ຽວກັບສະພາບ ຂອງໂຮງງານປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ, ລວມທັງເຕົາເຜົາຖ່ານ ໃຫ້ໄດ້ຂໍ້ມູນຈະແຈ້ງຄື: 1) ລາຍຊື່ໂຮງງານ, ຂຶ້ນສະຖິຕິ ແລະ ແຍກປະເພດ, ຄວາມສາມາດໃນການຜະລິດແຕ່ລະຊະນິດ, ແຫຼ່ງວັດຖຸດິບສະໜອງໃຫ້ໂຮງງານ ສົ້ນເຂົ້າ-ສົ້ນອອກ ໃຫ້ລະອຽດ ແລ້ວລາຍງານການນຳ ກະຊວງ ແລະ ແຂວງ, ນະຄອນຫຼວງວຽງຈັນ; 2) ປະເມີນມາດຕະຖານຂອງໂຮງງານ ເພື່ອກຳນົດໂຮງງານທີ່ເໝາະສົມ ແລ້ວລາຍງານການນຳກະຊວງ ແລະ ແຂວງ ເພື່ອຊີ້ນຳ ແລະ ວາງມາດຕະການແກ້ໄຂທີ່ເໝາະສົມ;

10.3. ສຳຫຼວດ, ກວດກາຄືນ ທີ່ຕັ້ງຂອງໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອວາງແຜນຈັດສັນໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ; ພ້ອມທັງ ກວດກາທ່າແຮງ ການສະໜອງວັດຖຸດິບດ້ານໄມ້ ແລະ ເຄື່ອງປ່າຂອງດົງ ແລະ ຢາງພາລາ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການຈັດຕັ້ງປະຕິບັດ ນະໂຍບາຍສົ່ງເສີມການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃນການປຸງແຕ່ງ;

10.4. ກຳນົດ​ເຂດ​ການຜະລິດ​ທີ່​ມີ​ທ່າແຮງບົ່ມຊ້ອນ ເພື່ອ​ສ້າງ​ໂຮງງານ​ປຸງ​ແຕ່ງ​ຜະລິດ​ກະສິກຳ ພ້ອມ​ກັນ​ນັ້ນ, ກໍ່ໃຫ້​ສ້າງຕັ້ງ​ກຸ່ມ ​ແລະ ສະຫະກອນ ​ເພື່ອ​ຜະລິດ ​ແລະ ສະໜອງ​ວັດຖຸ​ດິບ​ທີ່​ມີ​ຄຸນ​ນະພາ​ບ ​ໃຫ້​ແກ່​ໂຮງງານ​ປຸງ​ແຕ່ງ​ຢ່າງພຽງພໍ ທາງດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ;

10.5. ຄຸ້ມ​ຄອງ, ຕິດຕາມ, ກວດກາ ​ແລະ ຢັ້ງຢືນ​ ໄມ້ ​ແລະ ເຄື່ອງປ່າ​ຂອງ​ດົງ ສົ້ນເຂົ້າ, ສົ້ນອອກ ແລະ ຄ້າງສາງ ພາຍ​ໃນ​ໂຮງງານ​ປຸງ​ແຕ່ງ​ໄມ້, ​ໂຮງ​ເລື່ອຍ, ​ໂຮງ​ຊອຍ, ​ໂຮງງານ​ເຟີ​ນີ​ເຈີ, ຮ້ານ​ຂາຍ​ໄມ້, ໂຮງງານ​ປຸງ​ແຕ່ງ​ ເຄື່ອງ​ປ່າ​ຂອງດົງ ​ແລະ ຢາງພາລາ, ກໍຄືເຕົາເຜົາຖ່ານ​;

10.6. ຊຸກຍູ້ສົ່ງເສີມ ສະມາຄົມ ຫຼື ກຸ່ມຜະລິດກະສິກຳ, ກຸ່ມເກັບຊື້ເຄື່ອງປ່າຂອງດົງ ແລະ ຢາງພາລາ ທີ່ໄດ້ຈັດຕັ້ງ ແລະ ເຄື່ອນໄຫວ ໃນໄລຍະຜ່ານມາ ເພື່ອສືບຕໍ່ ປັບປຸງ ສະມາຄົມ ຫຼື ກຸ່ມ ດັ່ງກ່າວ ໃຫ້ເປັນລະບົບຕ່ອງໂສ້ການຜະລິດຄົບຊຸດເພື່ອຄຸ້ມຄອງ ການຜະລິດ, ລາຄາ ແລະ ຕະຫຼາດ ໃຫ້ເປັນທຳ ແລະ ຍືນຍົງ;

10.7. ປັບປຸງກົງຈັກການຈັດຕັ້ງ ຂັ້ນທ້ອງຖິ່ນ ຂອງຕົນ ໃຫ້ສອດຄ່ອງ ຕາມຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ, ສະບັບເລກທີ 1591/ກປ, ລົງວັນທີ 27 ທັນວາ 2021;

10.8. ກວດກາຄືນ ບົດວິພາກເສດຖະກິດ-ເຕັກນິກ ຂອງຫົວໜ່ວຍທຸລະກິດທີ່ເຄື່ອນໄຫວກິດຈະການປຸງແຕ່ງກະສິກຳຂັ້ນຕົ້ນ, ປຸງແຕ່ງໄມ້, ເຄື່ອງປ່າຂອງດົງ ແລະ ຢາງພາລາ ເພື່ອຕິດຕາມ ຊຸກຍູ້ ໃຫ້ເຂົາເຈົ້າຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວ ຕາມແຜນການເຄື່ອນໄຫວກິດຈະການໂຮງງານ, ຄຸ້ມຄອງຂະບວນການປຸງແຕ່ງ ໃຫ້ຕິດພັນກັບ​ແຜນການ​ປູກ​ພືດ, ການລ້ຽງສັດ, ການປູກໄມ້ ​ແລະ ການຄຸ້ມ​ຄອງ​ເຄື່ອງປ່າຂອງດົງ, ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ເຄື່ອງ​ຈັກ, ອຸປະກອນ, ອາ​ໄຫຼ່, ວັດຖຸ​ດິບ ​ແລະ ເຄິ່ງ​ສຳ​ເລັດ​ຮູບ, ຄຸ້ມ​ຄອງ​ຄວາມ​ປອດ​ໄພ ​ແລະ ສຸຂານາ​ໄມ​ຂອງ​ໂຮງງານ ທີ່ສະຫນອງວັດຖຸດິບໃຫ້ແກ່ການປຸງແຕ່ງ ຊຸກຍູ້ໃຫ້ເຂົາເຈົ້າປະຕິບັດຕາມເຕັກນິກ ແລະ ຫຼັກການ ຕາມທິດຫັນເປັນອຸດສາຫະກຳສີຂຽວ, ສະອາດ, ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ພ້ອມທັງ ຊຸກຍູ້ໃຫ້ມີ ສັນຍາຊື້-ຂາຍ ກັບກຸ່ມຜະລິດວັດຖຸດິບ ເພື່ອສະໜອງໃຫ້ໂຮງງານປຸງແຕ່ງດັ່ງກ່າວ;

10.9. ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດ ບັນດາໜ້າວຽກຕ່າງໆ ທີ່ໄດ້ລະບຸໄວ້ໃນ ແຈ້ງການ ສະບັບເລກທີ 0104/ກປ, ລົງວັນທີ 13 ມັງກອນ 2022 ໃຫ້ສຳເລັດ ແລະ ສະຫຼຸບຜົນການສຳຫຼວດເກັບກຳຂໍ້ມູນຕົວຈິງ, ຈຳນວນສະຖິຕິ ແລະ ການຈັດປະເພດ, ກຳລັງການຜະລິດແຕ່ລະປະເພດ.  , ແຫຼ່ງວັດຖຸດິບທີ່ສະໜອງໃຫ້ໂຮງງານແຕ່ຕົ້ນຈົນຈົບ, ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສາເຫດ ພ້ອມທັງສະເໜີມາດຕະການແກ້ໄຂຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພາຍໃນວັນທີ 15 ມີນາ 2022 ໃຫ້ສຳເລັດ ແລ້ວສະຫຼຸບລາຍງານຜົນການສຳຫຼວດເກັບກຳຂໍ້ມູນຕົວຈິງ, ຈຳນວນສະຖິຕິ ແລະ ແຍກປະເພດ, ຄວາມສາມາດໃນການຜະລິດແຕ່ລະຊະນິດ, ແຫຼ່ງວັດຖຸດິບສະໜອງໃຫ້ໂຮງງານ ສົ້ນເຂົ້າ-ສົ້ນອອກ, ຕີລາຄາ ຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສາເຫດ ພ້ອມທັງ ສະເໜີ ມາດຕະການແກ້ໄຂ ໃຫ້ກະຊວງກຳສິກຳ ແລະ ປ່າໄມ້ ພາຍໃນວັນທີ່ 15 ມີນາ 2022;

11. ມອບໃຫ້ ຫ້ອງການ, ກົມ, ສະຖາບັນ ອ້ອມຂ້າງກະຊວງ, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ, ພ້ອມດຽວກັນ ກໍມອບໃຫ້ ກົມກວດກາ ເປັນໃຈກາງໃນການ ຕິດຕາມ ກວດກາ ແລະ ລາຍງານ ການຈັດຕັ້ງປະຕິບັດ​ບັນດາໜ້າວຽກ ຂອງແຕ່ລະພາກສ່ວນ ທີ່ຖືກມອບໝາຍ, ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ມີການສະຫຼຸບ, ຕີລາຄາ, ຖອດ​ຖອນ​ບົດຮຽນ ​ແລະ ​ລາຍ​ງານ​ການນຳ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຊາບ ເປັນແຕ່ລະໄລຍະ 3 ເດືອນ, 6 ເດືອນ ​ແລະ 1 ປີ ​ເພື່ອ​ພິຈາລະນາ​ແກ້​ໄຂ​ ໃຫ້ທັນກັບສະພາບ​ການ;  12.ຄຳສັ່ງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ເປັນຕົ້ນໄປ.

 

ລັດຖະມົນຕີ

ປອ. ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 ຄໍາສັ່ງ ວ່າດ້ວຍ ການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານອຸດສາຫະກໍາປຸງແຕ່ງ ກະສິກໍາ ຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ, ເລກທີ 0346/ກປ, ລົງວັນທີ 24 ກຸມພາ 2022 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.