ພາບປະກອບ

 

ອີງຕາມ ຄໍາສັ່ງ ວ່າດ້ວຍ ການຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານອຸດສາຫະກໍາປຸງແຕ່ງ ກະສິກໍາ ຂັ້ນຕົ້ນ, ປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ, ເລກທີ 0346/ກປ, ລົງວັນທີ 24 ກຸມພາ 2022 ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຄໍາສັ່ງ ດັັ່ງລາຍລະອຽດອັນສໍາຄັນດັ່ງນີ້:

  1. ກົມປູກຝັງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງສີເຂົ້າ, ໂຮງງານປຸງແຕ່ງແປ້ງມັນຕົ້ນ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຢາປາບສັດຕູພືດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການປູກຝັງ-ກະສິກໍາ, ໂຮງງານປຸງແຕ່ງພືດ ແລະ ຜະລິດຕະພັນພືດອື່ນໆ ໃນຂອບເຂດທົ່ວປະເທດ;
  2. ກົມລ້ຽງສັດ ແລະ ການປະມົງ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຂ້າສັດ, ໂຮງງານຜະລິດອາຫານສັດ, ໂຮງງານຜະລິດຢາວັກຊີນ, ໂຮງງານຜະລິດຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານຜະລິດເຄື່ອງມື ແລະ ກົນຈັກຮັບໃຊ້ການລ້ຽງສັດ, ສັດຕະວະແພດ, ໂຮງປຸງແຕ່ງຜະລິດຕະພັນສັດ ແລະ ສັດນໍ້າ ໃນຂອບເຂດທົ່ວປະເທດ;
  3. ກົມປ່າໄມ້ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງງານເຟີນີເຈີ, ໂຮງງານຜະລິດເຈ້ຍໂດຍນໍາໃຊ້ໄມ້ ເປັນວັດຖຸດິບ, ໂຮງງານເຟີນີເຈີແບບຄອບຄົວ, ໂຮງງານປຸງແຕ່ງຢາງພາລາ, ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ແລະ ໂຮງງານຜະລິດຖ່ານ ໃນຂອບເຂດທົ່ວປະເທດ;
  4. ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກໍາ ຮັບຜິດຊອບ ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານຜະລິດຝຸ່ນ (ຝຸ່ນຊີວະພາບ, ຝຸ່ນອົງຄະທາດ ແລະ ຝຸ່ນວິທະຍາສາດ) ໃນຂອບເຂດທົ່ວປະເທດ;
  5. ກົມສົ່ງເສີມກະສິກໍາ ແລະ ສະຫະກອນ ຮັບຜິດຊອບຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງກະສິກໍາຂະໜາດນ້ອຍ ລະດັບຄອບຄົວ, ກຸ່ມ, ສະຫະກອນ ພ້ອມທັງ ສົ່ງເສີມເຕັກນິກການອົບ, ການຕາກ, ໂຮງຄັດແຍກເມັດພັນ, ຈັດເກຣດ, ຫຸ້ມຫໍ່ ແລະ ແປຮູບ-ປຸງຣົດ ຜົນຜະລິດກະສິກໍາ ເພື່ອສ້າງມູນຄ່າເພີ່່ມ ໃນຂອບເຂດທົ່ວປະເທດ
  6. ໃຫ້ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ຄົ້ນຄ້ວາກໍານົດແຜນດຸ່ນດ່ຽງ ໃນການສະໜອງວັດຖຸດິບທີ່ສາມາດສະໜອງຈາກປ່າທໍາມະຊາດ ແລະ ປ່າປູກ ລວມທັງເຄື່ອງປ່າຂອງດົງ. ຈາກນັ້ນ, ກໍານົດທ່າແຮງໃນການພັດທະນາ ອຸດສາຫະກໍາປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ຄືນໃໝ່ ຢ່າງມີຈຸດສຸມ.

 

ສອບຖາມຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່: ກະຊວງ ກະສິກໍາ ແລະ ປ່າໄມ້, ເບີໂທ ຂາເຂົ້າ-ຂາອອກ 021 412342

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.