ພາບປະກອບ

 

     ອີງຕາມໜັງສືແຈ້ງການໂດຍ ສະຖານທູດກູເວດ ໄດ້ແຈ້ງໃຫ້ຊາບວ່າ ຜະລິດຕະພັນ/ສິນຄ້າຂອງລາວ ທີ່ຈະສົ່ງອອກໄປຍັງປະເທດກູເວດ ຕ້ອງໄດ້ຂໍອະນຸຍາດສົ່ງອອກທີ່ ສະຖານທູດກູເວດ ປະຈໍານະຄອນຫຼວງວຽງຈັນ, ສປປ ລາວ, ເລກທີ 010/2022 ວັນທີ 10 ກຸມພາ 2022. ໜັງສືດັ່ງກ່າວນີ້ໄດ້ແຈ້ງໃຫ້ຊາບວ່າ ບໍ່ວ່າຈະເປັນການຂົນສົ່ງໂດຍຜ່ານສາຍການບິນ, ລົດໄຟ ລາວ-ຈີນ ຫຼື ຜ່ານດ່ານຊາຍແດນທາງບົກ ແມ່ນຕ້ອງໄດ້ຜ່ານການຮັບຮອງຢ່າງເປັນທາງການຈາກສະຖານທູດກູເວດ ປະຈໍາ ສປປ ລາວ ທີ່ ນະຄອນຫຼວງວຽງຈັນເສຍກ່ອນ. ລາຍລະອຽດດ່ານຊາຍແດນມີດັ່ງນີ້:

            - ສະໜາມບີນສາກົນ ແຫ່ງ ສປປ ລາວ

            - ດ່ານຊາຍແດນ ລາວ-ຈີນ

            - ດ່ານຊາຍແດນ ລາວ-ຫວຽດນາມ

            - ດ່ານຊາຍແດນ ລາວ-ກໍາປູເຈ້ຍ

            - ດ່ານຊາຍແດນ ລາວ-ໄທ

            - ດ່ານຊາຍແດນ ລາວ-ມຽນມາ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.