ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ

ເລກທີ 11 /ສພຊ

ນະຄອນຫຼວງວຽງຈັນ, ວັນທີ 16 ພະຈິກ 2021

ກົດໝາຍ

ວ່າດ້ວຍມໍຣະດົກແຫ່ງຊາດ

(ສະບັບປັບປຸງ)

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ນຳໃຊ້, ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ເພື່ອຮັກສາໄວ້ ຊຶ່ງຄຸນຄ່າ ຂອງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນ້ຳໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດ, ເປັນປັດໄຈຄໍ້າປະກັນການຍືນຍົງຄົງຕົວ ຂອງຊາດລາວຕະຫຼອດໄປ, ສາມາດເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2 (ປັບປຸງ) ມໍຣະດົກແຫ່ງຊາດ

ມໍລະດົກແຫ່ງຊາດ ແມ່ນ ຜະລິດຕະພັນທີ່ມະນຸດສ້າງຂຶ້ນ ຫຼື ສິ່ງທີ່ເກີດຂຶ້ນໂດຍທຳມະຊາດ ທີ່ມີຄຸນຄ່າສູງທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ, ເປັນຊັບສົມບັດອັນລ້ຳຄ່າ, ເປັນກຳມະສິດລວມຂອງວົງຄະນາຍາດແຫ່ງຊາດລາວ ທີ່ມີຢູ່ທັງພາຍໃນ ແລະ ຕ່າງປະເທດ.

ມໍຣະດົກແຫ່ງຊາດ ປະກອບດ້ວຍ ມໍຣະດົກທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດ ທີ່ເປັນວັດຖຸ, ບໍ່ເປັນວັດຖຸ, ເປັນສັງຫາລິມະຊັບ ຫຼື ອະສັງຫາລິມະຊັບ, ມີຊີວິດ ຫຼື ບໍ່ມີຊີວິດ ຊຶ່ງຢັ້ງຢືນເຖີງຄວາມເປັນມາຂອງຊາດລາວ, ຄົນລາວໃນແຕ່ລະຍຸກແຕ່ລະສະໄໝ.

ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຮ່ອງຮອຍປະຫວັດສາດ ໝາຍເຖິງ ສະຖານທີ່, ສິ່ງກໍ່ສ້າງທາງດ້ານ ສະຖາປັດຕະຍະກຳ, ບູຮານສະຖານ ຊຶ່ງມີວັດຖຸບູຮານ ທີ່ມີຄຸນຄ່າສູງ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ວິທະຍາສາດ;

2. ສະຖາປັດຕະຍະກໍາ ໝາຍເຖິງ ສິ່ງກໍ່ສ້າງແຫ່ງສິລະປະທີ່ໂດດເດັ່ນທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ຊຶ່ງຕິດພັນກັບແບບແຜນດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ, ຂອງບັນພະບູລຸດ ແລະ ວິລະບູລຸດແຫ່ງຊາດ;

3. ວັດຖຸບູຮານ ໝາຍເຖິງ ຜະລິດຕະພັນທາງດ້ານວັດຖຸ ທີ່ສ້າງຂຶ້ນໂດຍມະນຸດອັນເປັນຫຼັກຖານຢັ້ງຢືນ ເຖິງປະຫວັດສາດແຫ່ງຂະບວນວິວັດຂອງສັງຄົມມະນຸດ;

4. ແຫຼ່ງບູຮານວິທະຍາ ໝາຍເຖິງ ສະຖານທີ່ ຊຶ່ງວັດຖຸບູຮານ, ສະຖານບູຮານ ແລະ ບັນດາຮ່ອງຮອຍຫຼັກຖານທາງປະຫວັດສາດ ຖືກຄົ້ນພົບຢູ່ຮ່ວມກັນເປັນກຸ່ມ;

5. ວັດຖຸຈໍາລອງແບບ ໝາຍເຖິງ ວັດຖຸທີ່ສ້າງຂຶ້ນໃໝ່ ໂດຍການກ່າຍເອົາແບບວັດຖຸບູຮານ ຊຶ່ງມີລັກສະນະຮູບຊົງ, ສັດສ່ວນ, ສີສັນ, ລວດລາຍ, ການຕົບແຕ່ງ ແລະ ຈຸດພິເສດອື່ນ ຕາມແບບສະບັບເດີມ;

6. ການປົກປັກຮັກສາມໍຣະດົກແຫ່ງຊາດ ໝາຍເຖິງ ການປ້ອງກັນບໍ່ໃຫ້ຖືກລັກ, ທຳລາຍ, ຈູດເຜົ່າ, ຖືກເສຍຫາຍຈາກທຳມະຊາດ ຫຼື ຖືກເອົາໄປນຳໃຊ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ;

7. ການອະນຸລັກມໍຣະດົກແຫ່ງຊາດ ໝາຍເຖິງ ຂະບວນການ ແລະ ວິທີການຮັກສາໄວ້ ຊຶ່ງຄຸນຄ່າ, ຮ່ອງຮອຍ, ສີສັນທາງດ້ານ ວັດທະນະທໍາ, ປະຫວັດສາດ, ທຳມະຊາດ ຂອງມໍຣະດົກແຫ່ງຊາດ ເພື່ອບໍ່ໃຫ້ເສື່ອມໂຊມ ແລະ ສູນຫາຍ;

8. ການບູລະນະ ໝາຍເຖິງ ການສ້ອມແປງ ຫຼື ຟື້ນຟູສ່ວນໃດໜຶ່ງຂອງມໍຣະດົກນັ້ນໆ ໂດຍຮັກສາຮູບແບບ, ລວດລາຍ, ສິລະປະ ແລະ ລາຍລະອຽດເດີມ ຂອງອາຄານສິ່ງກໍ່ສ້າງໃຫ້ຖືກຕ້ອງຕາມຍຸກສະໄໝ ທີ່ແນ່ນອນ ຊຶ່ງນຳໃຊ້ວັດສະດຸ ແລະ ວິທີການດັ້ງເດີມ ເພື່ອສ້ອມແຊມສ່ວນທີ່ຂາດຫາຍໄປໃຫ້ສົມບູນ;

9. ການປະຕິສັງຂອນ ໝາຍເຖິງ ຂະບວນການຕ່າງໆທີ່ລວມເອົາການບູລະນະສ້ອມແປງເພື່ອໃຫ້ວັດຖຸ ຫຼື ສິ່ງກໍ່ສ້າງດ້ານວັດທະນະທຳ, ປະຫວັດສາດ, ທັດສະນີຍະພາບທຳມະຊາດ ຄືນສູ່ສະພາບ ແລະ ເອກະລັກດັ້ງເດີມ ດ້ວຍການອີງຕາມຂໍ້ມູນຫຼັກຖານທາງປະຫວັດສາດທີ່ມີຢູ່;

10. ມໍຣະດົກສະຖານ ໝາຍເຖິງ ບູຮານສະຖານ, ປູຊະນີຍະສະຖານ, ອະນຸສອນສະຖານ, ສະຖານທີ່ທຳມະຊາດ ແລະ ສະຖາປັດຕະຍະກໍາ ຊຶ່ງມີຄຸນຄ່າທາງດ້ານ ວັດທະນະທຳ, ປະຫວັດສາດ, ວິທະຍາສາດ ຫຼື ເຕັກໂນໂລຊີ, ທັດສະນີຍະພາບທີ່ສືບທອດກັນມາ;

11. ປູຊະນິຍະສະຖານ ໝາຍເຖິງ ສະຖານທີ່ ຊຶ່ງເປັນບ່ອນເຄົາລົບບູຊາ ຂອງປະຊາຊົນ ທີ່ຕິດພັນກັບການເຄື່ອນໄຫວທາງສາສະໜາ, ຮີດຄອງປະເພນີ ແລະ ຮ່ອງຮອຍປະຫວັດສາດ;

12. ອະນຸສອນສະຖານ ໝາຍເຖິງ ສະຖານທີ່ລະນຶກເຖິງວິລະກຳຂອງບັນພະບຸລຸດ ແລະ ຂະບວນການຕໍ່ສູ້ອັນພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມຊົງຈຳຂອງອະນຸຊົນຄົນຮຸ່ນຫຼັງ;

13. ຊັບສົມບັດອັນລໍ້າຄ່າ ໝາຍເຖິງ ຊັບສົມບັດທີ່ມີຄຸນຄ່າສູງ, ໂດດເດັ່ນ ແລະ ຫາຍາກ;

14. ຄວາມຊົງຈໍາຂອງໂລກ (Memory of the World) ໝາຍເຖິງ ເຫດການໃດໜຶ່ງທີ່ເກີດຂຶ້ນ ແລະ ຖືກບັນທຶກໄວ້ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ຮັບຮູ້ ໂດຍມີການຂຶ້ນທະບຽນ, ອະນຸລັກ ແລະ ປົກປັກຮັກສາ ກ່ຽວກັບເຫດການທີ່ມີຄວາມສຳຄັນສູງທາງດ້ານມໍຣະດົກວັດທະນະທຳ ແລະ ປະຫວັດສາດ ຂອງຊາດ, ຂອງ ພາກພື້ນ ແລະ ຂອງໂລກ ເພື່ອເກັບຮັກສາໄວ້ເປັນຄວາມຊົງຈຳຂອງມວນມະນຸດຊາດ;

15. ເຄື່ອງຄໍ້າຂອງຄູນ ໝາຍເຖິງ ວັດຖຸທີ່ມີມູນຄ່າທາງດ້ານຈິດໃຈ ຊຶ່ງເປັນສ່ວນໜຶ່ງຂອງຊັບສົມບັດອັນລ້ຳຄ່າ ທີ່ປວງຊົນລາວ ໃຫ້ຄວາມເຄົາລົບ ສັກກາລະບູຊາ.

ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານມໍຣະດົກແຫ່ງຊາດ

ລັດ ສົ່ງເສີມ ແລະ ຖືເປັນບຸລິມະສິດຕໍ່ວຽກງານມໍຣະດົກແຫ່ງຊາດ ດ້ວຍການປົກປັກຮັກສາ, ອະນຸລັກມໍຣະດົກແຫ່ງຊາດ, ປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ວັດຖຸປະກອນ, ເຕັກນິກ ແລະ ເຕັກໂນໂລຊີທັນສະໄໝ.

ລັດ ສົ່ງເສີມ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ ແລະ ມີສ່ວນຮ່ວມໃນການສະໜອງຂໍ້ມູນ ຂ່າວສານ, ປົກປັກຮັກສາ, ອະນຸລັກ, ບູລະນະ, ປະຕິສັງຂອນ ແລະ ຟື້ນຟູ ມໍຣະດົກແຫ່ງຊາດ ເພື່ອໃຫ້ມີຄວາມຍືນຍົງຄົງຕົວ.

ລັດ ສົ່ງເສີມ ການຄົ້ນຄວ້າ, ການປະດິດຄິດແຕ່ງ, ການເຜີຍແຜ່ຄຸນຄ່າ ທີ່ມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າຂອງມໍຣະດົກແຫ່ງຊາດ ພ້ອມທັງຈຳກັດ, ແກ້ໄຂສິ່ງກົດໜ່ວງຖ່ວງດຶງ ຄວາມກ້າວໜ້າຂອງປະຊາຊົນລາວບັນດາເຜົ່າ ແລະ ຂອງປະເທດຊາດ.

ລັດ ຮັບຮູ້ ແລະ ປົກປ້ອງກຳມະສິດ ກ່ຽວກັບມໍລະດົກແຫ່ງຊາດ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ມາດຕາ 5 (ປັບປຸງ) ຫຼັກການກ່ຽວກັບວຽກງານມໍຣະດົກແຫ່ງຊາດ

ການເຄື່ອນໄຫວວຽກງານມໍຣະດົກແຫ່ງຊາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1. ການສຶກສາ, ສຳຫຼວດ, ຂຸດຄົ້ນ, ເກັບກູ້, ກອບກູ້, ຄົ້ນຄວ້າວິໄຈ, ການປະດິດຄິດແຕ່ງ, ຂຶ້ນທະບຽນ, ການໂຄສະນາ ເຜີຍແຜ່ ຕ້ອງຮັບປະກັນຄວາມຍືນຍົງຄົງຕົວຂອງມໍຣະດົກແຫ່ງຊາດ, ເປັນກຳລັງດັນ ໃນການພັດທະນາປະເທດຊາດ ໃຫ້ຮັ່ງມີ, ເຂັ້ມແຂງ ສອດຄ່ອງກັບແນວທາງ, ນະໂຍບາຍ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ;

2. ການຄຸ້ມຄອງ, ປົກປັກຮັກສາ ແລະ ອະນຸລັກມໍຣະດົກແຫ່ງຊາດ ຕ້ອງໃຫ້ສອດຄ່ອງກັບແນວທາງ, ນະໂຍບາຍ, ກົດ  ໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ;

3. ການບູລະນະ, ປະຕິສັງຂອນ ແລະ ຟື້ນຟູ ມໍຣະດົກແຫ່ງຊາດ ຕ້ອງຮັບປະກັນລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ ພ້ອມທັງຈຳກັດ, ແກ້ໄຂສິ່ງກົດໜ່ວງຖ່ວງດຶງຄວາມກ້າວໜ້າ ຂອງປະຊາຊົນລາວບັນດາເຜົ່າ ແລະ ຂອງປະເທດຊາດ;

4. ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ໃຫ້ມີຄວາມຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້;

5. ການຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍຣະດົກແຫ່ງຊາດ ຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ, ອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນເສດຖະກິດ.

ມາດຕາ 6 (ປັບປຸງ) ພັນທະຂອງພົນລະເມືອງ

ພົນລະເມືອງລາວ ແລະ ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ທີ່ອາໄສ ຢູ່ ສປປ ລາວ ລ້ວນແຕ່ມີພັນທະໃນການປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ປະຕິສັງຂອນ ມໍຣະດົກແຫ່ງຊາດ ໃຫ້ມີຄວາມຍືນຍົງຄົງຕົວ.

ຄົນຕ່າງປະເທດ, ນັກທ່ອງທ່ຽວທີ່ເຂົ້າມາ ສປປ ລາວ ລວມທັງຄົນລາວ ຢູ່ ຕ່າງປະເທດ ກໍມີພັນທະ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ອະນຸລັກ ມໍຣະດົກແຫ່ງຊາດ.

ມາດຕາ 7 ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວວຽກງານມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຢູ່ ສປປ ລາວ.

ມາດຕາ 8 (ປັບປຸງ) ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານ ມໍຣະດົກແຫ່ງຊາດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ຄົ້ນຄວ້າວິທະຍາສາດ, ຝຶກອົບຮົມວິຊາການ, ເຜີຍແຜ່ວັດທະນະທໍາ, ວາງສະແດງ, ຍາດແຍ່ງທຶນຮອນ, ການຄົ້ນຄວ້າຂື້ນທະບຽນມໍຣະດົກລະດັບ ພາກພື້ນ ແລະ ລະດັບໂລກ ຮ່ວມກັນ, ປະຕິບັດສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ II

ປະເພດມໍລະດົກແຫ່ງຊາດ

ໝວດທີ 1

ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ

ມາດຕາ 9 (ໃໝ່) ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ

ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ ແມ່ນ ມໍຣະດົກທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ເປັນສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ສິລະປະ, ພູມປັນຍາ, ວິທະຍາສາດ ຊຶ່ງເປັນສົມບັດຂອງຊາດ ແລະ ໄດ້ຮັບການສືບທອດກັນມາແຕ່ລະຍຸກແຕ່ລະສະໄໝ.

ມາດຕາ 10 ປະເພດມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ

ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ ມີ ສອງປະເພດ ຄື:

1. ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ ທີ່ເປັນວັດຖຸ;

2. ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາ ທີ່ບໍ່ເປັນວັດຖຸ

ມາດຕາ 11 ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາທີ່ເປັນວັດຖຸ

ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳທີ່ເປັນວັດຖຸ ແມ່ນ ມໍຣະດົກທີ່ມີຕົວຕົນ, ເປັນຊັບສົມບັດອັນລ້ຳຄ່າທາງດ້ານວັດທະນະທຳ ທີ່ເປັນເອກະລັກ ເປັນຕົ້ນ ເຄື່ອງມືການຜະລິດ, ເຄື່ອງຫັດຖະກຳ, ເຄື່ອງອຸປະໂພກ, ບໍລິໂພກ, ສິລະປະວັດຖຸ, ເຄື່ອງດົນຕີພື້ນເມືອງ, ສິ່ງຈາລຶກບູຮານ, ວັດຖຸບູຮານ, ບູຮານສະຖານ, ປູຊະນິຍະສະຖານ.

ມາດຕາ 12 (ປັບປຸງ) ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳທີ່ບໍ່ເປັນວັດຖຸ

ມໍຣະດົກແຫ່ງຊາດທາງດ້ານວັດທະນະທໍາທີ່ບໍ່ເປັນວັດຖຸ ແມ່ນ ມໍຣະດົກທີ່ບໍ່ມີຕົວຕົນ, ເປັນຊັບສົມບັດອັນລໍ້າຄ່າທາງດ້ານວັດທະນະທຳ ເຊັ່ນ ພູມປັນຍາ, ຄວາມຮູ້, ປັດຊະຍາຂອງມະຫາຊົນ, ຄວາມເຊື່ອຖື. ຮີດຄອງປະເພນີອັນດີງາມ ຊຶ່ງສະແດງອອກໃນວິຖີຊີວິດ, ມາລະຍາດໃນສັງຄົມ, ພາສາ, ຕົວອັກສອນ, ຕົວເລກ, ພື້ນແຜ່ນ, ໜັງສືຜູກໃບລານ, ຕຳນານ, ນິທານ, ສຸພາສິດ, ກາບກອນ, ສຽງດົນຕີພື້ນເມືອງ, ບົດຟ້ອນພື້ນເມືອງ, ສຽງຮ້ອງ, ທຳນອງເພງ, ຂັບລຳ, ຕຳລາຢາພື້ນເມືອງ ແລະ ມໍຣະດົກອື່ນ ທີ່ບໍ່ເປັນວັດຖຸ ຊຶ່ງໄດ້ສືບທອດກັນມາ.

ໝວດທີ 2

ມໍລະດົກແຫ່ງຊາດທາງດ້ານປະຫວັດສາດ

ມາດຕາ 13 (ໃໝ່) ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ

ມໍຮະດົກແຫ່ງຊາດທາງດ້ານປະຫວັດສາດ ແມ່ນ ມໍຣະດົກທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ເປັນສັງຫາລິມະຊັບ ແລະ ອະສັງຫາລິມະຊັບ ທີ່ມີຄຸນຄ່າສູງທາງດ້ານປະຫວັດສາດ, ການຕໍ່ສູ້ທາງດ້ານການເມືອງ , ການທະຫານ ກ່ຽວກັບສິລະປະວັດຖຸ ຊຶ່ງເປັນສົມບັດຂອງຊາດ ແລະ ໄດ້ຮັບການສືບທອດ ກັນມາແຕ່ລະຍຸກແຕ່ລະສະໄໝ.

ມາດຕາ 14 ປະເພດມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ

ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ມີ ສອງປະເພດ ຄື:

1. ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ຕໍ່ເປັນວັດຖຸ;

2. ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດ ທີ່ບໍ່ເປັນວັດຖຸ.

ມາດຕາ 15 (ປັບປຸງ) ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ເປັນວັດຖຸ

ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ເປັນວັດຖຸ ແມ່ນ ມໍຕົກທີ່ມີຕົວຕົນ, ເປັນຊັບສົມບັດອັນລ້ຳຄ່າທາງດ້ານປະຫວັດສາດ ຫຼື ຄວາມຊົງຈໍາຂອງໂລກ ເປັນຕົ້ນ ຫໍ, ໂຮງ, ອາວຸດຍຸດໂທປະກອນ, ພາຫະນະ, ເຄື່ອງອຸປະໂພກ, ເຄື່ອງບໍລິໂພກ, ເອກະສານ ທີ່ໄດ້ບັນທຶກໄວ້, ສະຖານທີ່ປະຫວັດສາດ ເຊັ່ນ ສະໝໍລະພູມ, ອະນຸສອນສະຖານ, ຖານທີ່ໝັ້ນຂອງຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ, ວິລະຊົນ, ນັກຮົບແຂ່ງຂັນ, ບັນພະບຸລຸດ ແລະ ຜູ້ນຳການປະຕິວັດ.

ມາດຕາ 16 ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ

ມໍຣະດົກແຫ່ງຊາດທາງດ້ານປະຫວັດສາດທີ່ບໍ່ເປັນວັດຖຸ ແມ່ນ ມໍຣະດົກທາງດ້ານຈິດໃຈ ທີ່ຕິດພັນກັບປະຫວັດສາດ ໃນແຕ່ລະຍຸກແຕ່ລະສະໄໝ ເປັນຕົ້ນ ແນວຄິດ, ທິດສະດີ, ອຸດົມການ ຊຶ່ງສະແດງເຖິງມູນເຊື້ອຮັກຊາດ, ພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນ, ພູມປັນຍາ, ຄວາມຮູ້, ຄວາມສາມາດ, ຍຸດທະສາດ, ສິລະປະຍຸດ, ຍຸດທະວິທີ, ບົດຮຽນໃນການຕໍ່ສູ້, ການນໍາພາ, ການປົກຄອງ ແລະ ການສ້າງສາພັດທະນາປະເທດຊາດ ເຊັ່ນ ການຕໍ່ສູ້ກູ້ຊາດຂອງແນວລາວຮັກຊາດ ທີ່ໄດ້ເປັນຄວາມຊົງຈຳຂອງໂລກລະດັບພາກພື້ນ.

ໝວດທີ 3

ມໍລະດົກແຫ່ງຊາດທາງດ້ານທໍາມະຊາດ

ມາດຕາ 17 (ໃໝ່) ມໍຣະດົກແຫ່ງຊາດທາງດ້ານທຳມະຊາດ

ມໍຣະດົກແຫ່ງຊາດທາງດ້ານທຳມະຊາດ ແມ່ນ ມໍຣະດົກທີ່ເກີດຂື້ນໂດຍທຳມະຊາດ ທີ່ມີຊີວິດ ຫຼື ບໍ່ມີຊີວິດ ຊຶ່ງມີຄຸນຄ່າສູງທາງດ້ານ ທັດສະນີຍະພາບ, ນິເວດວິທະຍາ, ວິທະຍາສາດ ແລະ ຊີວະນາໆພັນ ທີ່ຍັງ ຄົງຄວາມສົມບູນທາງທຳມະຊາດ ແລະ ຄວາມສວຍສົດງົດງາມ.

ມາດຕາ 18 ປະເພດມໍລະດົກແຫ່ງຊາດທາງດ້ານທໍາມະຊາຕ

ມໍຣະດົກແຫ່ງຊາດທາງດ້ານທຳມະຊາດ ມີ ສອງປະເພດ ຄື:

1. ມໍຣະດົກແຫ່ງຊາດທາງດ້ານທຳມະຊາດທີ່ມີຄຸນຄ່າທາງດ້ານທັດສະນີຍະພາບ;

2. ມໍຣະດົກແຫ່ງຊາດທາງດ້ານທຳມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ ແລະ ວິທະຍາສາດ.

ມາດຕາ 19 ມໍຣະດົກແຫ່ງຊາດທາງດ້ານທຳມະຊາດທີ່ມີຄຸນຄ່າທາງດ້ານທັດສະນິຍະພາບ

ມໍຣະດົກແຫ່ງຊາດທາງດ້ານທຳມະຊາດທີ່ມີຄຸນຄ່າທາງດ້ານທັດສະນິຍະພາບ ແມ່ນ ມໍຣະດົກທີ່ມີຄວາມສວຍງາມອັນໂດດເດັ່ນ, ອຸດົມສົມບູນໄປດ້ວຍຊີວະນາໆພັນ ເປັນຕົ້ນ ປ່າສະຫງວນ, ເຂດອະນຸລັກຊີວະນາໆພັນ, ຖ້ຳທຳມະຊາດ, ພູ, ຜາ, ນໍ້າຕົກຕາດ, ແກ້ງ, ຄອນ, ແມ່ນໍ້າ, ລຳເຊ, ເກາະດອນ, ຫ້ວຍ, ໜອງ, ຄອງ, ບຶງ, ພືດ, ສັດ.

ມາດຕາ 20 ມໍຣະດົກແຫ່ງຊາດທາງດ້ານທຳມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ ແລະ ວິທະຍາສາດ

ມໍຣະດົກແຫ່ງຊາດທາງດ້ານທຳມະຊາດທີ່ມີຄຸນຄ່າທາງດ້ານນິເວດວິທະຍາ ແລະ ວິທະຍາສາດ ແມ່ນ ມໍຣະດົກອັນລໍ້າຄ່າທາງດ້ານທໍາມະຊາດ ທີ່ມີຄວາມສໍາຄັນ, ໂດດເດັ່ນທາງດ້ານທໍລະນີສາດ, ຊີວະສາດ ແລະ ພູມສາດ ເປັນຕົ້ນ ແຮ່ທາດ, ພືດ, ສັດ, ພູ, ຜາ, ປ່າໄມ້.

ພາກທີ III

ລະດັບມໍຣະດົກແຫ່ງຊາດ ແລະ ສົມບັດມິ່ງເມືອງ

ໝວດທີ 1

ລະດັບມໍຣະດົກແຫ່ງຊາດ

ມາດຕາ 21 (ປັບປຸງ) ລະດັບມໍຣະດົກແຫ່ງຊາດ

ມໍຣະດົກແຫ່ງຊາດ ມີ ສິ່ລະດັບດັ່ງນີ້:

1. ລະດັບທ້ອງຖິ່ນ;

2. ລະດັບຊາດ;

3. ລະດັບພາກພື້ນ;

4. ລະດັບໂລກ.

ສຳລັບເງື່ອນໄຂ, ມາດຕະຖານ ແລະ ຂັ້ນຕອນການຈັດລະດັບມໍຣະດົກແຫ່ງຊາດ ແຕ່ລະດັບໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 22 ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ

ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ແມ່ນ ມໍຣະດົກທີ່ມີຄຸນຄ່າອັນໂດດເດັ່ນລະດັບທ້ອງຖິ່ນ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງເກີດຂຶ້ນ ຫຼື ຕັ້ງຢູ່ໃນພື້ນທີ່ຂອງທ້ອງຖິ່ນ.

ມາດຕາ 23 ມໍຣະດົກແຫ່ງຊາດລະດັບຊາດ

ມໍຣະດົກແຫ່ງຊາດລະດັບຊາດ ແມ່ນ ມໍຣະດົກທີ່ມີຄຸນຄ່າອັນໂດດເດັ່ນລະດັບຊາດທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຊຶ່ງເກີດຂຶ້ນ ຫຼື ຕັ້ງຢູ່ໃນພື້ນທີ່ໃດໜຶ່ງຂອງ ສປປ ລາວ ທີ່ເປັນມໍຣະດົກຂອງວົງສາຄະນາຍາດແຫ່ງຊາດ.

ມາດຕາ 24 ມໍຣະດົກແຫ່ງຊາດລະດັບພາກພື້ນ

ມໍຣະດົກແຫ່ງຊາດລະດັບພາກພື້ນ ແມ່ນ ມໍຣະດົກທີ່ມີຄຸນຄ່າອັນໂດດເດັ່ນລະດັບພາກພື້ນ ທາງດ້ານ ວັດທະນະທໍາ, ປະຫວັດສາດ ແລະ ທຳມະຊາດ ຊຶ່ງເກີດຂຶ້ນ ແລະ ຕັ້ງຢູ່ໃນພື້ນທີ່ໃດໜຶ່ງຂອງ ສປປ ລາວ ໂດຍໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ປະຈຳ ພາກພື້ນ.

ມາດຕາ 25 ມໍຣະດົກແຫ່ງຊາດລະດັບໂລກ

ມໍຣະດົກແຫ່ງຊາດລະດັບໂລກ ແມ່ນ ມໍຣະດົກຂອງລາວທີ່ມີຄຸນຄ່າອັນໂດດເດັ່ນລະດັບໂລກ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດ ຊຶ່ງເກີດຂຶ້ນ ແລະ ຕັ້ງຢູ່ໃນພື້ນທີ່ໃດໜຶ່ງ ຂອງ ສປປ ລາວ ໂດຍໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ເຊັ່ນ ຕົວເມືອງເກົ່າຫຼວງພະບາງ, ພູມີທັດວັດພູຈຳປາສັກ, ແຫຼ່ງໄຫຫີນຊຽງຂວາງ, ສຽງແຄນເຊື້ອຊາດລາວ.

ໝວດທີ 2

ສົມບັດມິ່ງເມືອງ

ມາດຕາ 26 (ປັບປຸງ) ສົມບັດມິ່ງເມືອງ

ສົມບັດມິ່ງເມືອງ ແມ່ນ ມໍຣະດົກແຫ່ງຊາດທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ທີ່ມີຄຸນຄ່າສູງ, ໂດດເດັ່ນ, ຫາຍາກ, ເປັນເອກະລັກຂອງຊາດ ແລະ ເປັນທີ່ສັກກາລະບູຊາຂອງປະຊາຊົນລາວບັນດາເຜົ່າ ຊຶ່ງຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ, ອະນຸລັກ ໃຫ້ໝັ້ນຄົງຢູ່ຄູ່ບ້ານຄູ່ເມືອງ.

ມາດຕາ 27 (ປັບປຸງ) ປະເພດສົມບັດມິ່ງເມືອງ

ສົມບັດມິ່ງເມືອງ ມີທັງປະເພດທີ່ເປັນວັດຖຸ ຫຼື ບໍ່ເປັນວັດຖຸ, ສັງຫາລິມະຊັບ ຫຼື ອະສັງຫາລິມະຊັບ ເຊັ່ນ ພຣະບາງ, ພຣະອົງຕື້, ພຣະມ່ານ, ພຣະທາດຫຼວງວຽງຈັນ, ຫໍພຣະແກ້ວ, ວັດສີສະເກດ, ວັດຊຽງທອງ, ສຽງແຄນເຊື້ອຊາດລາວ, ຮີດສິບສອງ ຄອງສິບສີ່, ວັນນະກຳສັງສິນໄຊ, ຄຳພະຫຍາ, ໜັງສືຜູກໃບລານ, ຕຳນານນິທານພື້ນບ້ານພູທ້າວ ພູນາງ ແລະ ອື່ນໆ.

 

 

 

ພາກທີ IV

ການຄຸ້ມຄອງ, ການນຳໃຊ້, ການປົກປັກຮັກສາ, ການອະນຸລັກ,

ການບູລະນະ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ

ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ

ໝວດທີ 1

ການຄຸ້ມຄອງມໍຈະດົກແຫ່ງຊາດ

ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ

ມາດຕາ 28 (ປັບປຸງ) ການຄຸ້ມຄອງ

ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ໃນຂອບເຂດທົ່ວປະເທດ ໄດ້ຮັບການຄຸ້ມຄອງ ດ້ວຍການຂຶ້ນທະບຽນ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ.

ລັດ ຄຸ້ມຄອງ, ປົກປ້ອງ ກໍາມະສິດ ຫຼື ລິຂະສິດ ຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ເເລະ ປະຫວັດສາດ ທີ່ເປັນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນປະເທດ.

ການຄຸ້ມຄອງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ດຳເນີນດ້ວຍ ການຂຶ້ນທະບຽນ ແລະ ການຈຳລອງແບບ, ການສ້າງໃໝ່, ການວາງສະແດງ, ການຄົ້ນຄວ້າວິໄຈ, ການສົ່ງອອກເພື່ອການວິໄຈ, ການນຳເຂົ້າ, ການໂຄສະນາ, ການເຜີຍແຜ່ ຫຼື ການຈຳໜ່າຍ, ການໂອນ, ການຊື້ ຂາຍ ແລະ ການສືບທອດ.

ມາດຕາ 29 (ປັບປຸງ) ການຂຶ້ນທະບຽນ

ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີໄວ້ໃນຄອບຄອງ ຕ້ອງໄດ້ຂຶ້ນທະບຽນ.

ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ຕ້ອງມີອາຍຸແຕ່ ຫ້າສິບປີ ຂຶ້ນໄປ. ສຳລັບທາງ ດ້ານປະຫວັດສາດ ທີ່ໄດ້ຮັບການຂຶ້ນທະບຽນ ຕ້ອງແມ່ນເຫດການເຄື່ອນໄຫວໃນອະດີດແຕ່ລະໄລຍະ ເຊັ່ນ ປະຫວັດສາດການຕໍ່ສູ້ກູ້ຊາດ, ປະຫວັດສາດພັກ, ປະຫວັດການເຄື່ອນໄຫວອະດີດການນໍາຂັ້ນສູງ ພັກ-ລັດ ແລະ ປະຊາຊົນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ລັດ ດຳເນີນການຊອກຄົ້ນ, ເກັບກໍາມໍຣະດົກປະເພດຕ່າງໆ ເພື່ອປະເມີນຄຸນຄ່າ, ຈັດແບ່ງລະດັບ ແລະ ຂຶ້ນທະບຽນ ພ້ອມກັນນັ້ນ ກໍຊຸກຍູ້ໃຫ້ຜູ້ຄອບຄອງມໍຣະດົກ ສະເໜີຂຶ້ນທະບຽນ ດັ່ງນີ້:

1. ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ໃຫ້ຂຶ້ນທະບຽນ ນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ,

 

2. ມໍຣະດົກແຫ່ງຊາດລະດັບຊາດ ໃຫ້ຂຶ້ນທະບຽນ ນໍາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;

3. ມໍຣະດົກແຫ່ງຊາດລະດັບພາກພື້ນ ແລະ ລະດັບໂລກ ໃຫ້ຂຶ້ນທະບຽນນຳອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງຕາມການສະເໜີຂອງລັດຖະບານ ແຫ່ງ ສປປ ລາວ;

4. ມໍຣະດົກແຫ່ງຊາດລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ ທີ່ມີຄຸນຄ່າສູງ, ຫາຍາກ ແລະ ເປັນເອກະລັກຂອງຊາດທີ່ໄດ້ຮັບການຄົ້ນຄວ້າ ແລະ ຢັ້ງຢືນແລ້ວ ໃຫ້ສະເໜີຂຶ້ນທະບຽນກໍາມະສິດ ແລະ ລິຂະສິດ ນຳອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ;

ມໍຣະດົກແຫ່ງຊາດ ທີ່ຢູ່ສໍານັກງານຜູ້ຕາງໜ້າຂອງ ສປປ ລາວ ຢູ່ຕ່າງປະເທດ ໃຫ້ຂຶ້ນທະບຽນນຳກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ມໍລະດົກແຫ່ງຊາດທີ່ເປັນສົມບັດນຶ່ງເມືອງ ໃຫ້ຂຶ້ນທະບຽນນຳກະຊວງຖວແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພາຍຫຼັງຂຶ້ນທະບຽນແລ້ວ ລັດຈະຮັບຮູ້ມໍຣະດົກດັ່ງກ່າວ ເປັນມໍລະດົກແຫ່ງຊາດພ້ອມທັງຮັບຮູ້ສິບຄອບຄອງເຈົ້າຂອງມໍຣະດົກ, ຖ້າຫາກມໍຣະດົກນັ້ນ ບໍ່ໄດ້ຂື້ນທະບຽນ ເຈົ້າຂອງມໍລະດົກ ຈະບໍ່ມີສິດດຳເນີນກິດຈະການຕ່າງໆ ກ່ຽວກັບມໍຣະດົກດັ່ງກ່າວ.

ການຂຶ້ນທະບຽນ ໃຫ້ປະຕິບັດຕາມຂັ້ນຕອນ ດັ່ງນີ້:

1. ການຍື່ນຄໍາຮ້ອງຂໍຂຶ້ນທະບຽນ;

2. ການພິຈາລະນາການຂຶ້ນທະບຽນ;

3. ການເກັບຮັກສາເອກະສານຂຶ້ນທະບຽນ;

4. ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານ ການຂຶ້ນທະບຽນ.

ມາດຕາ 30 ການຍື່ນຄໍາຮ້ອງຂໍຂຶ້ນທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍຂື້ນທະບຽນ ຕ້ອງຍື່ນຄໍາຮ້ອງຕໍ່ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍຜ່ານອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ, ສໍາລັບເຂດຫ່າງໄກສອກຫຼີກຈາກຕົວເມືອງ ໃຫ້ຍື່ນຕໍ່ອົງການປົກຄອງບ້ານບ່ອນຕົນອາໄສຢູ່.

ມາດຕາ 31 ການພິຈາລະນາການຂຶ້ນທະບຽນ

ພາຍຫຼັງໄດ້ຮັບຄໍາຮ້ອງຂໍຂຶ້ນທະບຽນແລ້ວ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ກ່ຽວຂ້ອງ ຕ້ອງພິຈາລະນາຄຳຮ້ອງດັ່ງກ່າວພາຍໃນເວລາ ເກົ້າສິບວັນ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.

ຄຳຮ້ອງຂໍຂຶ້ນທະບຽນ ແລະ ການຂຶ້ນທະບຽນນັ້ນ ໃຫ້ປະຕິບັດຕາມລະບຽບການຂຶ້ນທະບຽນ ຊຶ່ງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວາງອອກ.

ມາດຕາ 32 (ປັບປຸງ) ການເກັບຮັກສາເອກະສານຂຶ້ນທະບຽນ

ຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາເອກະສານ ຂຶ້ນທະບຽນ ກ່ຽວກັບມໍຣະດົກແຫ່ງຊາດ ໂດຍເກັບມ້ຽນໃນຖານຂໍ້ມູນ ຫຼື ຫ້ອງເກັບມ້ຽນໄວ້ສະເພາະ ເພື່ອບໍ່ໃຫ້ຕົກເຮັ່ຍເສຍຫາຍ ຫຼື ຖືກທຳລາຍ.

ມາດຕາ 33 ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານການຂຶ້ນທະບຽນ

ບຸກຄົນໃດທີ່ເຫັນວ່າ ການຂື້ນທະບຽນນັ້ນ ບໍ່ຖືກຕ້ອງແລ້ວ ກໍມີສິດຮ້ອງຂໍຕໍ່ຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບ່ອນຕົນອາໄສຢູ່ ເພື່ອໃຫ້ປ່ຽນແປງ ຫຼື ລົບລ້າງ. ໃນກໍລະນີຂະແໜງ ການດັ່ງກ່າວ ຫາກບໍ່ພິຈາລະນາ ບຸກຄົນນັ້ນກໍມີສິດຮ້ອງຂໍຕໍ່ສານປະຊາຊົນ ເພື່ອໃຫ້ປ່ຽນແປງ ຫຼື ລົບລ້າງການ ຂຶ້ນທະບຽນດັ່ງກ່າວ.

ສໍາລັບການຂຶ້ນທະບຽນທີ່ແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດຂອງ ບຸກຄົນອື່ນນັ້ນ ບຸກຄົນດັ່ງກ່າວ ກໍມີສິດຂໍຄັດຄ້ານການຂຶ້ນທະບຽນ ເພື່ອໃຫ້ຂະແໜງການທີ່ກ່ຽວຂ້ອງພິຈາລະນາ ຕາມກົດໝາຍ.

ໃນກໍລະນີຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫາກເຫັນວ່າການຂຶ້ນທະບຽນຂອງຕົນບໍ່ຖືກຕ້ອງ ກໍ່ມີສິດປ່ຽນແປງ ຫຼື ລົບລ້າງໂດຍໜ້າທີ່ໄດ້ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນໄດ້ພົບເຫັນ ເປັນຕົ້ນໄປ.

ການປ່ຽນແປງ, ການລົບລ້າງ ແລະ ການຄັດຄ້ານ ການຂຶ້ນທະບຽນ ໃຫ້ພິຈາລະນາພາຍໃນເວລາສາມສິບວັນ ນັບແຕ່ວັນໄດ້ຮັບຄຳຮ້ອງ ເປັນຕົ້ນໄປ.

ມາດຕາ 34 (ປັບປຸງ) ການຈໍາລອງແບບ

ການຈໍາລອງແບບ ແມ່ນ ການສ້າງວັດຖຸໃໝ່ຂຶ້ນ ດ້ວຍການກ່າຍເອົາ ແບບ, ສີສັນ, ລວດລາຍ ຂອງມໍຣະດົກທັ້ງເດີມ.

ການຈຳລອງແບບ ຕ້ອງກຳນົດ ຂະໜາດ, ສັດສ່ວນ, ສີສັນ, ລວດລາຍ, ຮູບຮ່າງ ແລະ ລັກສະນະທີ່ຄ້າຍຄືມໍຣະດົກດັ້ງເດີມຫຼາຍທີ່ສຸດ ແລະ ຕ້ອງໄດ້ໃສ່ເຄື່ອງໝາຍຂອງວັດຖຸຈໍາລອງນັ້ນ.

ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງ ຈໍາລອງແບບມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ສໍາລັບຮູບແບບ, ຂັ້ນຕອນການອະນຸຍາດ ລວມທັງສິດ ແລະ ພັນທະຂອງຜູ້ຈຳລອງແບບ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 35 ການສ້າງໃໝ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສ້າງ, ປັ້ນຫຼໍ່ ສິ່ງໃໝ່ລະດັບຊາດ ເຊັ່ນ ອານຸສາວະລີ, ບັນພະບຸລຸດ, ຜູ້ນຳ, ວິລະຊົນແຫ່ງຊາດ, ສາສະນະສະຖານ, ພຣະພຸດທະຮູບ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

ສໍາລັບການສ້າງ ແລະ ການປັ້ນຫຼໍ່ ສິ່ງໃໝ່ລະດັບທ້ອງຖິ່ນ ລວມທັງການປັ້ນຫຼໍ່ຮູບອະນຸສອນຂອງຕະກູນສ່ວນບຸກຄົນ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 36 (ປັບປຸງ) ການວາງສະແດງ

ການວາງສະແດງມໍຣະດົກແຫ່ງຊາດ ມີ ສາມປະເພດ ຕົ້ນຕໍ ດັ່ງນີ້:

1. ການວາງສະແດງ ເພື່ອເຜີຍແຜ່ໃຫ້ມວນຊົນເຂົ້າຊົມ;

2. ການວາງສະແດງ ເພື່ອໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ການບູລະນະປະຕິສັງຂອນ;

3. ການວາງສະແດງ ເພື່ອການຄ້າ.

ການວາງສະແດງມໍຣະດົກແຫ່ງຊາດ ອາດຈະດໍາເນີນຢູ່ພາຍໃນ ຫຼື ຢູ່ຕ່າງປະເທດ.

ການວາງສະແດງມໍຣະດົກແຫ່ງຊາດ ຢູ່ພາຍໃນປະເທດ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພາຍຫຼັງປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

ສໍາລັບການວາງສະແດງມໍຣະດົກແຫ່ງຊາດ ຢູ່ຕ່າງປະເທດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ຕາມການສະເໜີຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ພາຍຫຼັງໄດ້ສຳເລັດການວາງສະແດງແລ້ວ ຕ້ອງນໍາເອົາມໍຣະດົກແຫ່ງຊາດດັ່ງກ່າວ ກັບຄືນປະເທດໃນສະພາບເດີມ.

ມາດຕາ 37 (ປັບປຸງ) ການຄົ້ນຄວ້າ, ວິໄຈ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນ ແລະ ຕ່າງປະເທດໄດ້ຮັບການສົ່ງເສີມ ໃຫ້ດຳເນີນການຄົ້ນຄວ້າ, ວິໄຈ ກ່ຽວກັບມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ດ້ວຍນະໂຍບາຍຕ່າງໆ ຕາມກົດໝາຍ.

ການຄົ້ນຄວ້າ, ວິໄຈ ກ່ຽວກັບມໍຣະດົກແຫ່ງຊາດ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຮ່ວມມືກັບຕ່າງປະເທດ ໃນການຄົ້ນຄວ້າ, ວິໄຈ ກ່ຽວກັບມໍຣະດົກແຫ່ງຊາດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ຂໍ້ມູນ ແລະ ຜົນຂອງການຄົ້ນຄວ້າ, ວິໄຈ ຕ້ອງມອບຕົ້ນສະບັບໃຫ້ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງເພື່ອເກັບຮັກສາໄວ້ ແລະ ໂຄສະນາ ເຜີຍແຜ່ ຕາມລະບຽບການ.

ມາດຕາ 38 (ປັບປຸງ) ການສົ່ງອອກ ເພື່ອການວິໄຈ

ການສົ່ງອອກຊີ້ນສ່ວນວັດຖຸ ທີ່ເປັນມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ ແລະ ປະຫວັດສາດ ເພື່ອການວິໄຈ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ການສົ່ງອອກຊິ້ນສ່ວນວັດຖຸທີ່ເປັນມໍຣະດົກແຫ່ງຊາດ ທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ມີຄຸນຄ່າສູງ ແລະ ຫາຍາກ ເພື່ອການວິໄຈ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ຕາມການສະເໜີຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຕ້ອງໄດ້ນຳເອົາຊິ້ນສ່ວນວັດຖຸດັ່ງກ່າວ ພ້ອມດ້ວຍ ຜົນຂອງການວິໄຈກັບຄືນປະເທດພາຍໃນເວລາ ສາມປີ ນັບແຕ່ວັນໄດ້ຮັບອະນຸຍາດສົ່ງອອກ.

ມາດຕາ 39 (ປັບປຸງ) ການນຳເຂົ້າ, ໂຄສະນາ ເຜີຍແຜ່ ຫຼື ຈຳໜ່າຍ

ການນຳເຂົ້າ, ໂຄສະນາ ເຜີຍແຜ່, ຈຳໜ່າຍແບບ, ແມ່ພິມ ແລະ ຜະລິດຕະພັນ ທາງດ້ານວັດທະນະທຳ ຂອງຕ່າງປະເທດ ຕ້ອງໄດ້ຮັບການກວດກາ ແລະ ອະນຸຍາດ ຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ບໍ່ອະນຸຍາດໃຫ້ນຳເຂົ້າຜະລິດຕະພັນທາງດ້ານວັດທະນະທໍາ ຂອງຕ່າງປະເທດ ທີ່ເປັນວັດຖຸຈຳລອງແບບ ທີ່ບໍ່ສອດຄ່ອງກັບວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ.

ມາດຕາ 40 (ປັບປຸງ) ການໂອນ

ມໍຣະດົກແຫ່ງຊາດທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນແລ້ວ ສາມາດໂອນກຳມະສິດ, ລິຂະສິດ ໃຫ້ຜູ້ອື່ນພາຍໃນປະເທດໄດ້ ແຕ່ຕ້ອງແຈ້ງໃຫ້ ຂະເເໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບ່ອນຕົນຂຶ້ນທະບຽນ ແລະ ດຳເນີນການໂອນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 41 (ປັບປຸງ) ການຊື້ ຂາຍ, ແລກປ່ຽນ

ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ເປັນກຳມະສິດ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກມີຈຸດປະສົງຊື້ ຂາຍ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ໃນກໍລະນີມໍຣະດົກແຫ່ງຊາດນັ້ນຫາກມີຄຸນຄ່າສູງ, ໂດດເດັ່ນ ລັດ ມີບູລິມະສິດຊື້ເອົາມໍຣະດົກດັ່ງກ່າວ ຕາມລາຄາທີ່ຕົກລົງກັນ.

ລັດ ບໍ່ອະນຸຍາດໃຫ້ຊື້ ຂາຍ ມໍຣະດົກແຫ່ງຊາດ ອອກນອກປະເທດ.

ມໍຣະດົກແຫ່ງຊາດ, ວັດຖຸບູຮານ ບໍ່ສາມາດມອບເປັນຂອງຂວັນໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ່າງປະເທດໄດ້.

ສໍາລັບການແລກປ່ຽນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ລະຫວ່າງປະເທດນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ ບົນພື້ນຖານການສະເໜີຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,

ມາດຕາ 42 (ປັບປຸງ) ການສືບທອດ

ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນແລ້ວ ສາມາດສືບທອດ, ມອບໂອນໃຫ້ຜູ້ອື່ນໄດ້ ແຕ່ກ່ອນຈະດຳເນີນການໂອນໃຫ້ຜູ້ສືບທອດ ຕ້ອງໄດ້ຂໍອະນຸຍາດຈາກ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບ່ອນທີ່ຂຶ້ນທະບຽນນັ້ນ.

ໃນກໍລະນີທີ່ມີຫຼາຍຄົນ ໄດ້ຮັບການສືບທອດຮ່ວມກັນ ຕ້ອງມອບສິດເປັນລາຍລັກອັກສອນໃຫ້ຜູ້ໃດຜູ້ໜຶ່ງ ເປັນຕົວແທນ.

 

 

 

 

ໝວດທີ 2

ການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ

ມາດຕາ 43 ການນຳໃຊ້

ການນຳໃຊ້ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ຕ້ອງໃຫ້ຖືກຕ້ອງຕາມຈຸດປະສົງ, ໃຫ້ມີປະສິດທິຜົນ, ຮັກສາສະຖານະພາບເດີມ ແລະ ຍືນຍົງ ໂດຍນຳໃຊ້ລາຍຮັບທີ່ໄດ້ມາຈາກມໍຣະດົກແຫ່ງຊາດນັ້ນ ເຂົ້າໃນການພັດທະນາວຽກງານມໍຣະດົກແຫ່ງຊາດ.

ມາດຕາ 44 (ປັບປຸງ) ເປົ້າໝາຍການນໍາໃຊ້

ການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ມີ ເປົ້າໝາຍ ດັ່ງນີ້:

1. ໃຫ້ເປັນພື້ນຖານ ແຫ່ງຄວາມຍືນຍົງຄົງຕົວ ແລະ ໝັ້ນຄົງ ຂອງຊາດ, ເປັນກຳລັງດັນໃຫ້ສັງຄົມຂະຫຍາຍຕົວ ທັງແມ່ນຈຸດໝາຍຂອງການພັດທະນາປະເທດຊາດ ໃຫ້ຮັ່ງມີ, ເຂັ້ມແຂງ;

2. ສຶກສາອົບຮົມພົນລະເມືອງ ໃຫ້ມີນໍ້າໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອຂະຫຍັນໝັ່ນພຽນ, ປະດິດສ້າງ, ຕໍ່ສູ້ພິລະອາດຫານ, ສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ;

3. ເພີ່ມທະວີຄັງສາງມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ໃຫ້ອຸຕົມຮັ່ງມີ;

4. ສົ່ງເສີມອຸດສາຫະກຳການທ່ອງທ່ຽວ;

5. ເຊື່ອມໂຍງເຂົ້າກັບການນໍາໃຊ້ມໍຣະດົກ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດຂອງພາກພື້ນ ແລະ ສາກົນ;

6. ຄົ້ນຄວ້າ, ວິໄຈ ທາງດ້ານບູຮານວິທະຍາ, ປະຫວັດສາດ ແລະ ອື່ນໆ.

 

ໝວດທີ 3

ການປົກປັກຮັກສາ, ການອະນຸລັກ, ການບູລະນະ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ

ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ

ມາດຕາ 45 ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ເປັນວັດຖຸ

ໃນການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ທີ່ເປັນວັດຖຸ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ປະຕິບັດ ດັ່ງນີ້:

1. ຕ້ອງຄາດຄະເນຜົນເສຍຫາຍທີ່ຈະເກີດຂຶ້ນແກ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ພ້ອມທັງມີມາດຕະການສະກັດກັ້ນ, ແກ້ໄຂຢ່າງເໝາະສົມ ແລະ ທັນການ;

2. ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການພັດທະນາອຸດສາຫະກຳ, ກະສິກຳ, ພື້ນຖານໂຄງລ່າງໃນເຂດທີ່ມີ ຫຼື ສົງໄສວ່າມີມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມທັງມີມາດຕະການ ເພື່ອປົກປັກຮັກສາມໍຣະດົກແຫ່ງຊາດດັ່ງກ່າວ ບໍ່ໃຫ້ເສຍຫາຍ;

ມາດຕາ 46 ເຂດມໍຣະດົກສະຖານ

ມໍຣະດົກສະຖານ ໄດ້ແບ່ງອອກເປັນສີ່ເຂດ ດັ່ງນີ້:

1. ເຂດ 1 ແມ່ນ ເຂດໃຈກາງ ເປັນສະຖານທີ່ຕັ້ງຂອງມໍຣະດົກ ຊຶ່ງຕ້ອງຮັກສາສະພາບເດີມໄວ້ ແລະ ບໍ່ໃຫ້ມີການປຸກສ້າງ;

2. ເຂດ 2 ແມ່ນ ເຂດອ້ອມຮອບເຂດໃຈກາງ ຊຶ່ງອະນຸຍາດໃຫ້ດໍາເນີນກິດຈະກໍາ ຈໍານວນໜຶ່ງ ເພື່ອສົ່ງເສີມຄຸນຄ່າຂອງເຂດ 1 ແຕ່ບໍ່ໃຫ້ກໍ່ຄວາມເສຍຫາຍຕໍ່ສະພາບແວດລ້ອມຂອງ ເຂດນັ້ນ;

3. ເຂດ 3 ແມ່ນ ເຂດກັນຊົນ, ເຂດປ້ອງກັນ ຊຶ່ງອະນຸຍາດໃຫ້ມີການປຸກສ້າງ ເພື່ອປ້ອງກັນ ແລະ ຮັບໃຊ້ໃຫ້ແກ່ ເຂດ 1, ເຂດ 2 ເພື່ອຮອງຮັບການພັດທະນາ, ການທ່ອງທ່ຽວ ແລະ ການຂົນສົ່ງ;

4, ເຂດ 4 ແມ່ນ ເຂດຄຸ້ມຄອງ ຊຶ່ງອະນຸຍາດໃຫ້ມີການປຸກສ້າງ ເພື່ອຮັບໃຊ້ໃຫ້ແກ່ເຂດ 1, ເຂດ 2 ແລະ ເຂດ 3 ເພື່ອຂະຫຍາຍຕົວເມືອງ ແລະ ຮອງຮັບການທ່ອງທ່ຽວ.

ມາດຕາ 47 ການປົກປັກຮັກສາເຂດມໍຣະດົກສະຖານ

ເຂດມໍຣະດົກສະຖານ ຕ້ອງໄດ້ຮັບການປົກປັກຮັກສາ ເພື່ອບໍ່ໃຫ້ຖືກ ບຸກລູກ, ທຳລາຍ ຫຼື ເສຍຫາຍ ຈາກການກະທຳຂອງຄົນ ຫຼື ຈາກໄພທຳມະຊາດ.

ໃນກໍລະນີທີ່ມີການບຸກລູກ, ທຳລາຍນັ້ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງສະກັດກັ້ນ ແລະ ມີມາດຕະການແກ້ໄຂຢ່າງທັນການ ໂດຍປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນມໍຣະດົກສະຖານ ຕັ້ງຢູ່ ແລ້ວແຈ້ງໃຫ້ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ມາດຕາ 48 ການບູລະນະ ແລະ ການປະຕິສັງຂອນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີສ່ວນຮ່ວມໃນການບູລະນະ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ.

ການບູລະນະ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ, ລະດັບຊາດ ນັ້ນຕ້ອງໄດ້ ຮັບອະນຸຍາດຈາກຂະ ແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບ່ອນທີ່ຕົນຂຶ້ນທະບຽນ.

ມາດຕາ 49 (ໃໝ່) ການປົວແປງມໍຣະດົກທາງດ້ານ ວັດທະນະທຳ ແລະ ປະຫວັດສາດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນໂຄງການພັດທະນາ ຫຼື ກິດຈະກຳການເຄື່ອນໄຫວຕ່າງໆທາງດ້ານເສດຖະກິດ-ສັງຄົມ ທີ່ອາດກໍ່ໃຫ້ເກີດຜົນກະທົບໃນທາງລົບ ຫຼື ຜົນເສຍຫາຍຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ໂດຍທາງກົງ ຫຼື ທາງອ້ອມ, ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ ຕ້ອງໄດ້ຮັບການປົວແປງມໍຣະດົກດັ່ງກ່າວ ໃຫ້ກັບຄືນສູ່ສະພາບເດີມ ພາຍໃຕ້ການຕິດຕາມກວດກາຂອງຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ມາດຕາ 50 ເງື່ອນໄຂການບູລະນະສ້ອມແປງ ແລະ ການປະຕິສັງຂອນ

ການບູລະນະ, ສ້ອມແປງ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທໍາ ແລະ ປະຫວັດສາດ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

1. ຕ້ອງແມ່ນວິສາຫະກິດສະເພາະ ຫຼື ວິສາຫະກິດ ທີ່ມີເງື່ອນໄຂ ໃນການບູລະນະສ້ອມແປງ ແລະ ການປະຕິສັງຂອນ ມໍຣະດົກແຫ່ງຊາດ ຕ້ອງທີ່ມີນາຍຊ່າງ, ສີມືທີ່ຊຳນານງານທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງຕາມກົດໝາຍ;

2. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງມໍຣະດົກແຫ່ງຊາດ ບ່ອນມໍຣະດົກແຫ່ງຊາດນັ້ນ ໄດ້ຂຶ້ນທະບຽນນຳ. ສຳລັບມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ລະດັບຊາດ, ລະດັບ ພາກພື້ນ ແລະ ລະດັບໂລກ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ;

3. ຕ້ອງຮັກສາຄຸນລັກສະນະເດີມ ຂອງມໍຣະດົກແຫ່ງຊາດ ນັ້ນໄວ້.

ມາດຕາ 51 ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ບໍ່ເປັນວັດຖຸ

ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດທີ່ບໍ່ເປັນວັດຖຸ ຕ້ອງໄດ້ຂຶ້ນທະບຽນທັງຕ້ອງໄດ້ຮັບການປົກບັກຮັກສາ ແລະ ການອະນຸລັກ.

ການປົກປັກຮັກສາ ແລະ ການອະນຸລັກມໍຣະດົກແຫ່ງຊາດ ທາງດ້ານວັດທະນະທຳ ແລະ ປະຫວັດສາດ ທີ່ບໍ່ເປັນວັດຖຸ ຕ້ອງໄປຄຽງຄູ່ກັບການສົ່ງເສີມ, ເຜີຍແຜ່ ແລະ ນຳໃຊ້ຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ.

ການຄົ້ນຄວ້າ, ປະດິດແຕ່ງ ຕ້ອງຮັບປະກັນລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ.

ຄົນຕ່າງດ້າວ ແລະ ຄົນຕ່າງປະເທດ ລວມທັງການຈັດຕັ້ງຂອງບຸກຄົນດັ່ງກ່າວ, ອົງການຈັດຕັ້ງສາກົນ ທີ່ດຳເນີນການຄົ້ນຄວ້າ, ວິໄຈ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ທີ່ບໍ່ເປັນວັດຖຸ ຕ້ອງປະຕິບັດໃຫ້ສອດຄ່ອງກັບເນື້ອໃນ ແລະ ຄວາມເປັນຈິງຂອງມໍຣະດົກ ລວມທັງຮັກສາຄຸນລັກສະນະເດີມ ຂອງມໍຣະດົກແຫ່ງຊາດນັ້ນໄວ້ ແລະ ກໍ່ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

 

 

 

 

ພາກທີ V

ການຄຸ້ມຄອງ, ການນໍາໃຊ້, ການປົກປັກຮັກສາ, ການອະນຸລັກ ແລະ ການຟື້ນຟູ

ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ

ໝວດທີ 1

ການຄຸ້ມຄອງມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ

ມາດຕາ 52 ການຄຸ້ມຄອງ

ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ໃນຂອບເຂດທົ່ວປະເທດ ໄດ້ຮັບການຄຸ້ມຄອງດ້ວຍການຂຶ້ນທະບຽນ ແລະ ການແບ່ງຂັ້ນຄຸ້ມຄອງລະຫວ່າງ ສູນກາງ ແລະ ທ້ອງຖິ່ນ, ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງດ້ວຍກັນ ເຊັ່ນ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ລັດ ຄຸ້ມຄອງ, ປົກປ້ອງ ທຳມະສິດ ແລະ ລິຂະສິດ ກ່ຽວກັບມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ທີ່ເປັນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ ພາຍໃນປະເທດ.

ມາດຕາ 53 ການຂຶ້ນທະບຽນ

ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ທີ່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີໄວ້ໃນຄອບຄອງ ຕ້ອງໄດ້ຂຶ້ນທະບຽນ.

ລັດດຳເນີນການຊອກຄົ້ນ, ເກັບກຳມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດໃນເຂດຕ່າງໆ ເຊັ່ນ ເຂດທິວທັດທຳມະຊາດ, ເຂດນິເວດວິທະຍາ ເພື່ອປະເມີນຄຸນຄ່າ, ຈັດແບ່ງລະດັບ ແລະ ຂຶ້ນທະບຽນ ພ້ອມກັນນັ້ນ ກໍ່ຊຸກຍູ້ໃຫ້ຜູ້ຄອບຄອງມໍຣະດົກແຫ່ງຊາດ ສະເໜີຂຶ້ນທະບຽນ ດັ່ງນີ້:

1. ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ລະດັບທ້ອງຖິ່ນ ໃຫ້ຂຶ້ນທະບຽນນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ;

2. ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ລະດັບຊາດ ໃຫ້ຂຶ້ນທະບຽນນຳກະຊວງຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ;

3. ມໍຣະດົກແຫ່ງຊາດ ທາງດ້ານທໍາມະຊາດ ລະດັບພາກພື້ນ ແລະ ລະດັບໂລກ ໃຫ້ຂຶ້ນທະບຽນນໍາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຕາມການສະເໜີຂອງລັດຖະບານ ແຫ່ງ ສປປ ລາວ;

ພາຍຫຼັງຂື້ນທະບຽນແລ້ວ ລັດຈະຮັບຮູ້ມໍຣະດົກດັ່ງກ່າວ ເປັນມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ພ້ອມທັງຮັບຮູ້ສິດຄອບຄອງຂອງເຈົ້າຂອງມໍຣະດົກ.

ຖ້າຫາກມໍຣະດົກຍັງບໍ່ໄດ້ຂຶ້ນທະບຽນນັ້ນ ເຈົ້າຂອງມໍຣະດົກ ຈະບໍ່ມີສິດດຳເນີນກິດຈະກຳຕ່າງໆ ກ່ຽວກັບມໍຣະດົກດັ່ງກ່າວ ເຊັ່ນ ການຈໍາລອງແບບ.

ມໍຣະດົກແຫ່ງຊາດລະດັບຊາດ ທາງດ້ານທຳມະຊາດ ທີ່ມີຄຸນຄ່າສູງ, ຫາຍາກ ແລະ ເປັນເອກະລັກຂອງຊາດ ທີ່ຮັບການຄົ້ນຄວ້າ ແລະ ຢັ້ງຢືນແລ້ວ ຕ້ອງໄດ້ສະເໜີຂຶ້ນທະບຽນ ກໍາມະສິດ ແລະ ລິຂະສິດຂອງຊາດ ນຳອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ມາດຕາ 54 (ປັບປຸງ) ການຄຸ້ມຄອງແຫຼ່ງຊີວະນາໆພັນ

ແຫຼ່ງຊີວະນາໆພັນ ຊຶ່ງເປັນມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ເປັນຕົ້ນ ທາມ, ບຶງ, ບຸ່ງ ຕ້ອງໄດ້ຮັບການຄຸ້ມຄອງ ດ້ວຍການກວດກາ, ການຂຶ້ນທະບຽນ ເພື່ອປົກປັກຮັກສາທຳມະຊາດ ໃຫ້ຍືນຍົງ ແລະ ອຸດົມສົມບູນ.

ມາດຕາ 55 ການຄຸ້ມຄອງປ່າສະຫງວນ

ປ່າສະຫງວນທີ່ໄດ້ຂຶ້ນທະບຽນເປັນມໍຣະດົກແຫ່ງຊາດ ທາງດ້ານທຳມະຊາຕແລ້ວ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອປົກປັກຮັກສາທຳມະຊາດ ໃຫ້ຍືນຍົງ ເເລະ ອຸດົມສົມບູນ.

ມາດຕາ 56 ການຄຸ້ມຄອງສວນອຸທິຍານ

ສວນອຸທິຍານທຳມະຊາດ ຊຶ່ງອຸດົມຮັ່ງມີໄປດ້ວຍລະບົບນິເວດ, ສະອາດສວຍງາມ ແລະ ເປັນໜ້າປະທັບໃຈ ທີ່ກາຍເປັນມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດນັ້ນ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອໃຫ້ເປັນສະຖານທີ່ພັກຜ່ອນສໍາລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ມາດຕາ 57 ການຄຸ້ມຄອງເຂດທິວທັດທຳມະຊາດ

ເຂດທີວທັດທຳມະຊາດ ຊຶ່ງມີຄຸນຄ່າທາງດ້ານ ທັດສະນີຍະພາບ ອັນສວຍສົດງົດງາມ ແລະ ໂດດເດັ່ນທີ່ມີ ພູ, ຜາ, ປ່າໄມ້, ແມ່ນໍ້າ, ລຳເຊ, ນໍ້າຕົກຕາດ ແລະ ອື່ນໆ ຕ້ອງຂຶ້ນທະບຽນ ເປັນມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ແລະ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອຮັກສາຄວາມສວຍງາມ ຂອງທຳມະຊາດ ໃຫ້ຍືນຍົງ ແລະ ອຸດົມສົມບູນ.

ມາດຕາ 58 (ໃໝ່) ການຄຸ້ມຄອງເຂດທໍລະນີສາດ ແລະ ຊີວະສາດ

ເຂດທໍລະນີສາດ ແລະ ຊີວະສາດ ທີ່ມີຄຸນຄ່າໂດດເດັ່ນ ທາງດ້ານນິເວດວິທະຍາ ແລະ ວິທະຍາສາດ ເປັນຕົ້ນ ແຮ່ທາດ, ພືດ, ສັດ, ພູ, ຜາ, ປ່າໄມ້ ຕ້ອງຂຶ້ນທະບຽນ ເປັນມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ແລະ ຕ້ອງໄດ້ຮັບການຄຸ້ມຄອງ ເພື່ອໃຫ້ມີຄວາມສົມດູນ, ຍືນຍົງ ແລະ ອຸດົມສົມບູນ.

ໝວດທີ 2

ການນໍາໃຊ້, ການປົກປັກຮັກສາ, ການອະນຸລັກ ແລະ ການຟື້ນຟູ

ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ

ມາດຕາ 59 ການນຳໃຊ້

ມໍຣະດົກແຫ່ງຊາດທາງດ້ານທຳມະຊາດ ຕ້ອງນຳໃຊ້:

1. ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ;

2. ໃຫ້ມີປະສິດທິຜົນ, ຍືນຍົງ, ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ;

3. ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ມາດຕາ 60 ເປົ້າໝາຍການນໍາໃຊ້

ເປົ້າໝາຍການນໍາໃຊ້ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ມີເປົ້າໝາຍ ດັ່ງນີ້:

1. ໃຫ້ເປັນພື້ນຖານ ແຫ່ງການຍືນຍົງຄົງຕົວ ຂອງຊາດ, ເປັນກຳລັງດັນ ໃຫ້ສັງຄົມຂະຫຍາຍຕົວທັງ ແມ່ນຈຸດໝາຍຂອງການພັດທະນາປະເທດຊາດ ໃຫ້ຮັ່ງມີ, ເຂັ້ມແຂງ;

2. ສຶກສາອົບຮົມ, ປູກຈິດສຳນຶກໃຫ້ພົນລະເມືອງມີນໍ້າໃຈຮັກຊາດ, ມີຄວາມເອກອ້າງທະນົງໃຈ, ມີສະຕິໃນການປົກປັກຮັກສາສະພາບແວດລ້ອມ ໃຫ້ຍືນຍົງ ແລະ ພັດທະນາປະເທດຊາດ ໃຫ້ອຸດົມຮັ່ງມີ;

3. ສົ່ງເສີມອຸດສາຫະກຳການທ່ອງທ່ຽວທຳມະຊາດ;

4. ເຊື່ອມໂຍງກັບການນໍາໃຊ້ມໍຣະດົກທາງດ້ານທຳມະຊາດ ຂອງພາກພື້ນ ແລະ ສາກົນ;

5. ຄົ້ນຄວ້າ, ວິໄຈ ທາງດ້ານທຳມະຊາດ, ນິເວດວິທະຍາ ແລະ ອື່ນໆ

ມາດຕາ 61 ການປົກປັກຮັກສາ ແລະ ການອະນຸລັກ

ໃນການປົກປັກຮັກສາ ແລະ ການອະນຸລັກ ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ປະຕິບັດ ດັ່ງນີ້:

1. ຕ້ອງຄາດຄະເນຜົນເສຍຫາຍ ທີ່ຈະເກີດຂຶ້ນແກ່ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ພ້ອມທັງມີມາດຕະການສະກັດກັ້ນແກ້ໄຂຢ່າງເໝາະສົມ ແລະ ທັນການ;

2. ພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະພັດທະນາອຸດສາຫະກຳ, ກະສິກຳ, ໂຄງລ່າງພື້ນຖານໃນເຂດທີ່ມີມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ຊຶ່ງຕ້ອງໄດ້ຮັບອະນຸຍາດຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມທັງມີມາດຕະການ ເພື່ອປົກປັກຮັກສາມໍຣະດົກແຫ່ງຊາດດັ່ງກ່າວ ບໍ່ໃຫ້ຖືກບຸກລູກ ຫຼື ທຳລາຍ.

ມາດຕາ 62 (ປັບປຸງ) ການຟື້ນຟູມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ

ການຟື້ນຟູມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ແມ່ນ ການເຮັດໃຫ້ທຳມະຊາດທີ່ຖືກທຳລາຍ ແລະ ເຊື່ອມໂຊມ ມີການຟື້ນຕົວ ແລະ ໄດ້ຮັບການປົວແປງໃຫ້ຢູ່ໃນສະພາບທີ່ດີ ແລະ ລະບົບນິເວດ ໃຫ້ມີຄວາມສົມບູນ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນໂຄງການພັດທະນາ ຫຼື ກິດຈະກຳການເຄື່ອນໄຫວຕ່າງໆທາງດ້ານເສດຖະກິດ-ສັງຄົມ ທີ່ກໍ່ໃຫ້ເກີດຜົນກະທົບໃນທາງລົບ ຫຼື ຜົນເສຍຫາຍຕໍ່ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ໂດຍທາງກົງ ຫຼື ທາງອ້ອມ, ໂດຍເຈດຕະນາ ຫຼື ບໍ່ເຈດຕະນາ ຕ້ອງໄດ້ຮັບຜິດຊອບຟື້ນຟູ ມໍຣະດົກດັ່ງກ່າວ ໃຫ້ກັບຄືນສູ່ສະພາບເດີມ ພາຍໃຕ້ການຕິດຕາມກວດກາ ຂອງຂະແໜງການທີ່ກ່ຽວຂ້ອງ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ມາດຕາ 6 ເງື່ອນໄຂການຟື້ນຟູ

ການຟື້ນຟູ ມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ໃຫ້ປະຕິບັດຕາມເງື່ອນໄຂ ດັ່ງນີ້:

1. ຕ້ອງແມ່ນວິສາຫະກິດສະເພາະ ຫຼື ວິສາຫະກິດ ທີ່ມີເງື່ອນໄຂໃນການຟື້ນຟູມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ, ມີທຶນພຽງພໍ, ມີພະນັກງານທີ່ຊຳນານງານ ທາງດ້ານທຳມະຊາດ ແລະ ໄດ້ຈົດທະບຽນ ຢ່າງຖືກຕ້ອງຕາມກົດໝາຍ;

2. ຕ້ອງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ບ່ອນມໍຣະດົກແຫ່ງຊາດນັ້ນ ໄດ້ຂຶ້ນທະບຽນນຳ. ສຳລັບມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;

3. ຕ້ອງຮັກສາທິວທັດທຳມະຊາດ ແລະ ລະບົບນິເວດ ໃຫ້ມີການຄົງຕົວ ເເລະ ສວຍສົດງົດງາມ.

ມາດຕາ 64 ການພັດທະນາ

ການພັດທະນາມໍຣະດົກແຫ່ງຊາດ ທາງດ້ານທຳມະຊາດ ແມ່ນ ການເຮັດໃຫ້ມໍຣະດົກນັ້ນ ຍືນຍົງ, ອຸດົມສົມບູນ ແລະ ຮັ່ງມີຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ການສຶກສາ, ຄົ້ນຄວ້າ, ຊອກຮູ້ຄຸນຄ່າອັນຍອດຍິ່ງຂອງມໍຣະດົກດັ່ງກ່າວ ພ້ອມທັງເສີມຂະຫຍາຍທ່າແຮງຂອງມໍຣະດົກ ນັ້ນເຂົ້າໃນວຽກງານທ່ອງທ່ຽວ, ວຽກງານປົກປັກຮັກສາສິ່ງແວດລ້ອມທຳມະຊາດ ໃນຂອບເຂດທົ່ວປະເທດ ທັງເປັນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພາກທີ VI

ການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ

ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ

ມາດຕາ 65 (ໃໝ່) ການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັທະນະທຳ, ປະຫວັດສາດ ແລະ ທໍາມະຊາດ

ການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທໍາມະຊາດ ແມ່ນ ຂະບວນການສໍາຫຼວດ, ສຶກສາ, ຄົ້ນຄວ້າ, ວິໄຈ ແລະ ຄາດຄະເນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ໃນດ້ານບວກ ແລະ ດ້ານລົບ ທີ່ອາດຈະເກີດຂຶ້ນຈາກໂຄງການພັດທະນາ ຫຼື ກິດຈະກຳການເຄື່ອນໄຫວຕ່າງໆ ທັງໃນໄລຍະສັ້ນ ແລະ ໃນໄລຍະຍາວ ເພື່ອກຳນົດວິທີການ ແລະ ມາດຕະການທີ່ເໝາະສົມ ໃນການປ້ອງກັນ, ຫຼີກເວັ້ນ ແລະ ຫຼຸດຜ່ອນ ຜົນກະທົບທີ່ອາດຈະມີຕໍ່ມໍຣະດົກ.

ທຸກໂຄງການພັດທະນາ ຫຼື ກິດຈະການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ເປັນຕົ້ນ ການພັດທະນາ ອຸດສະຫະກຳ, ກະສິກຳ, ໂຄງລ່າງພື້ນຖານ ຊຶ່ງອາດສົ່ງຜົນກະທົບທາງກົງ ຫຼື ທາງອ້ອມ ຕໍ່ມໍຣະດົກ ແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຕ້ອງໄດ້ເຮັດການປະເມີນຜົນກະທົບຕໍ່ມໍຣະດົກດັ່ງກ່າວ ພ້ອມທັງສ້າງບົດລາຍງານ ແລະ ແຜນການກ່ຽວກັບວິທີການຄຸ້ມຄອງ, ຕິດຕາມ, ກວດກາ.

ສໍາລັບຂັ້ນຕອນ ແລະ ວິທີການ ໃນການປະເມີນຜົນກະທົບຕໍ່ມໍຣະດົກແຫ່ງຊາດ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 66 (ໃໝ່) ການຮັບຮອງການປະເມີນຜົນກະທົບ ຕໍ່ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ

ການປະເມີນຜົນກະທົບຕໍ່ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຕ້ອງໄດ້ຮັບການຮັບຮອງຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເເລ້ວຈຶ່ງສາມາດດໍາເນີນໂຄງການພັດທະນາ ຫຼື ກິດຈະການການເຄື່ອນໄຫວຕ່າງໆ.

ພາກທີ VII

ການພົບເຫັນ, ການພົບພໍ້, ການຄົ້ນພົບ, ການຂຸດຄົ້ນ ແລະ ການທວງຄືນ

ມໍຣະດົກແຫ່ງຊາດ

ມາດຕາ 67 (ໃໝ່) ການພົບເຫັນ, ການພົບພໍ້ ແລະ ການຄົ້ນພົບ ມໍຣະດົກແຫ່ງຊາດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການໃດໜຶ່ງ ທີ່ໄດ້ພົບເຫັນ, ພົບພໍ້ ແລະ ຄົ້ນພົບມໍຣະດົກແຫ່ງຊາດ ຕ້ອງລາຍງານໃຫ້ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ກ່ຽວຂ້ອງໃນທັນໃດ ພ້ອມທັງໂຈະກິດຈະການນັ້ນ ຈົນກວ່າຈະໄດ້ຮັບການຕົກລົງ ໃຫ້ສືບຕໍ່ ຫຼື ໂຈະກິດຈະການດັ່ງກ່າວ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ ພົບເຫັນ, ພົບພໍ້ ແລະ ຄົ້ນພົບ ສະຖານທີ່ ຫຼື ໄດ້ຮັບຂໍ້ມູນກ່ຽວກັບສະຖານທີ່ ທີ່ມີ ຫຼື ສົງໄສວ່າມີມໍຣະດົກແຫ່ງຊາດ, ເຄື່ອງຄໍ້າຂອງຄູນ ຕ້ອງລາຍງານໃຫ້ອົງການ ປົກຄອງທ້ອງຖິ່ນ ແລະ ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນທັນໃດ ແລະ ບໍ່ໃຫ້ຂຸດຄົ້ນ ຫຼື ເຄື່ອນຍ້າຍ ໂດຍບໍ່ໄດ້ຮັບອະນຸຍາດ.

ມາດຕາ 68 (ໃໝ່) ການຂຸດຄົ້ນມໍຣະດົກແຫ່ງຊາດ

ການຂຸດຄົ້ນມໍລະດົກແຫ່ງຊາດ ແມ່ນ ການຂຸດຄົ້ນທາງດ້ານບູຮານວິທະຍາ ເພື່ອກອບກູ້ຮ່ອງຮອຍຫຼັກຖານທາງວັດຖຸ ຂໍ້ມູນທາງປະຫວັດສາດ ຊຶ່ງອາດລວມທັງສ່ວນທີ່ຢູ່ໃຕ້ດິນ ຫຼື ໃຕ້ນໍ້າ, ແນໃສ່ການສຶກສາ, ສຳຫຼວດ, ຄົ້ນຄວ້າ, ວິໄຈ, ຢັ້ງຢືນຄຸນຄ່າຄວາມໝາຍຄວາມສໍາຄັນ ແລະ ອາຍຸຄວາມເກົ່າແກ່ຂອງມໍຣະດົກແຫ່ງຊາດ ນັ້ນຢ່າງມີວິທະຍາສາດ. ການຂຸດຄົ້ນມໍຣະດົກແຫ່ງຊາດ ມີທັງເພື່ອຮັບໃຊ້ວຽກງານການຄົ້ນຄວ້າ, ການບູລະນະ, ປະຕິສັງຂອນມໍຣະດົກສະຖານ ແລະ ການກອບກູ້ສຸກເສີນ ໃນກໍລະນີມີການພົບພໍ້ໂດຍບັງເອີນ ຢູ່ໃນພື້ນທີ່ໂຄງການພັດທະນາເສດຖະກິດ-ສັງຄົມ.

ການຂຸດຄົ້ນມໍຣະດົກແຫ່ງຊາດ ຕ້ອງໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະສາມາດດຳເນີນ ການຂຸດຄົ້ນມໍຣະດົກແຫ່ງຊາດ ຕ້ອງມີວຸດທິການສຶກສາກ່ຽວກັບວຽກງານມໍຣະດົກ, ມີປະສົບການຢ່າງໜ້ອຍ ຫ້າປີ ຂຶ້ນໄປ ແລະ ເປັນທີ່ຍອມຮັບຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ສຳລັບ ການດຳເນີນການຂຸດຄົ້ນມໍຣະດົກແຫ່ງຊາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 69 (ໃໝ່) ການທວງຄືນມໍຣະດົກແຫ່ງຊາດ

ລັດ ສາມາດທວງຄືນມໍຣະດົກແຫ່ງຊາຕ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ທີ່ເປັນຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢູ່ພາຍໃນ ຫຼື ຕົກຢູ່ນອກດິນແດນຂອງ ສປປ ລາວ ຫຼື ຖືກຕ່າງປະເທດເອົາໄປເປັນກຳມະສິດ ຫຼື ລິຂະສິດ ທີ່ບໍ່ຖືກຕ້ອງຕາມກົດໝາຍ.

ລັດ ມີສິດທວງຄືນ ດ້ວຍຮູບການຕ່າງໆ ໂດຍປະຕິບັດຕາມສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

ພາກທີ VIII

ສະມາຄົມກ່ຽວກັບມໍຣະດົກ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ

ມາດຕາ 70 (ໃໝ່) ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ

ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ແມ່ນ ການຈັດຕັ້ງສັງຄົມ ທີ່ເຕົ້າໂຮມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວກິດຈະກໍາ ເພື່ອປົກປັກຮັກສາ, ອະນຸລັກ, ບູລະນະ, ສືບທອດ ແລະ ສົ່ງເສີມ ວຽກງານຂອງມໍຣະດົກແຫ່ງຊາດ ທີ່ຢູ່ ສປປ ລາວ ຊຶ່ງໄດ້ຮັບການອະນຸຍາດ ສ້າງຕັ້ງຈາກຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂຶ້ນທະບຽນນໍາຂະແໜງການພາຍໃນ.

ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ມີບົດບາດຊ່ວຍເຫຼືອ ແລະ ຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງ, ສ້າງຄວາມເຂັ້ມແຂງ ແລະ ມີສ່ວນຮ່ວມໃນການເຄື່ອນໄຫວວຽກງານກ່ຽວກັບມໍຣະດົກແຫ່ງຊາດ ທັງພາຍໃນ ແລະ ຕ່າງປະເທດ, ເປັນການຈັດຕັ້ງທີ່ເຂັ້ມແຂງ ທີ່ເປັນກຳລັງແຮງປະກອບສ່ວນເຂົ້າໃນການສົ່ງເສີມ ແລະ ພັດທະນາວຽກງານມໍຣະດົກແຫ່ງຊາດ ໃຫ້ມີການຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ.

ມາດຕາ 71 (ໃໝ່) ສິດ ແລະ ໜ້າທີ່ ຂອງສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ

ສະມາຄົມກ່ຽວກັບມໍຣະດົກແຫ່ງຊາດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

 

1. ເຜີຍແຜ່ ແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ລວມທັງກົດລະບຽບ ໃຫ້ສະມາຊິກຂອງຕົນ ແລະ ມວນຊົນຮັບຮູ້, ເຂົ້າໃຈ ແລະ ປະຕິບັດ;

2. ສ້າງ ແລະ ປັບປຸງການຈັດຕັ້ງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງ, ນຳໃຊ້ວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການເຄື່ອນໄຫວວຽກງານ;

3. ຊຸກຍູ້ ບຸກຄົນ, ຫົວໜ່ວຍວິສາຫະກິດຜະລິດຕະພັນ ມໍຣະດົກແຫ່ງຊາດ ເຂົ້າເປັນສະມາຊິກຂອງຕົນ, ເພື່ອຊ່ວຍເຫຼືອ ແລະ ສົ່ງເສີມສະມາຊີກໃນການປະກອບອາຊີບ ໃຫ້ຈະເລີນກ້າວໜ້າ, ຄຸ້ມຄອງ ແລະ ປົກປ້ອງຜົນປະໂຫຍດອັນຊອບທຳຂອງສະມາຊິກ;

4. ເປັນຕົວແທນໃຫ້ສະມາຊິກໃນການພົວພັນ, ຮ່ວມມື, ເຂົ້າຮ່ວມກອງປະຊຸມ, ສະເໜີຄຳເຫັນຕໍ່ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເເລະ ຂະແໜງການອື່ນທີ່ກ່ຽວຂ້ອງ;

5. ຕິດຕາມການເຄື່ອນໄຫວ, ໃຫ້ຄໍາແນະນໍາ ແລະ ແກ້ໄຂຂໍ້ຂັດແຍ່ງຂອງສະມາຊິກໃນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;

6. ສະໜອງຂໍ້ມູນ ຂ່າວສານ ໃຫ້ສະມາຊິກຂອງຕົນ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ, ການຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ;

7. ໃຫ້ການຮ່ວມມື, ປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ເພື່ອປຶກສາຫາລື, ແລກປ່ຽນຄຳເຫັນ ກ່ຽວກັບການພັດທະນາ, ການໂຄສະນາສົ່ງເສີມ ແລະ ການຄຸ້ມຄອງ ມໍຣະດົກແຫ່ງຊາດ;

8. ຝຶກອົບຮົມ, ຍົກລະດັບດ້ານວິຊາສະເພາະກ່ຽວກັບມໍຣະດົກແຫ່ງຊາດ ໃຫ້ແກ່ສະມາຊິກຕົນ;

9. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານມໍຣະດົກແຫ່ງຊາດ ລວມທັງຕົວເລກສະຖິຕິ ໃຫ້ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການອື່ນ ທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;

10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ພາກທີ IX

ກອງທຶນມໍຣະດົກແຫ່ງຊາດ

ມາດຕາ 72 ກອງທຶນມໍຣະດົກແຫ່ງຊາດ

ກອງທຶນມໍຣະດົກແຫ່ງຊາດ ແມ່ນ ກອງທຶນທີ່ສ້າງຕັ້ງຂຶ້ນ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານມໍຣະດົກແຫ່ງຊາດ ເປັນຕົ້ນ ການຄຸ້ມຄອງ, ການປົກປັກຮັກສາ, ອະນຸລັກ, ບູລະນະສ້ອມແປງ ແລະ ປະຕິສັງຂອນມໍຣະດົກແຫ່ງຊາດ ໃຫ້ຍືນຍົງ ແລະ ພັດທະນາ.

ມາດຕາ 73 (ປັບປຸງ) ແຫຼ່ງກອງທຶນມໍຣະດົກແຫ່ງຊາດ

ແຫຼ່ງກອງທຶນມໍຣະດົກແຫ່ງຊາດ ໄດ້ມາຈາກ:

1. ງົບປະມານຂອງລັດ;

2. ລາຍໄດ້ຈາກການນຳໃຊ້ຄຸນຄ່າຂອງມໍຣະດົກແຫ່ງຊາດ ເຊັ່ນ ຄ່າການບໍລິການເຂົ້າຊົມ, ຄ່າການຖ່າຍທຳ ເພື່ອຈຸດປະສົງທາງການຄ້າ ແລະ ການຄົ້ນຄວ້າ, ວິໄຈ ມໍຣະດົກແຫ່ງຊາດ;

3. ພັນທະຈາກພາກສ່ວນຕ່າງໆທີ່ດຳເນີນກິດຈະການ ຊຶ່ງຕິດພັນກັບມໍຣະດົກແຫ່ງຊາດ;

4. ການປະກອບສ່ວນ, ການຊ່ວຍເຫຼືອ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ;

5. ລາຍໄດ້ຈາກການເຄື່ອນໄຫວກິດຈະກຳ ກ່ຽວກັບມໍຣະດົກແຫ່ງຊາດ ແລະ ອື່ນໆ ຕາມກົດໝາຍ.

ມາດຕາ 74 ການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນມໍຣະດົກແຫ່ງຊາດ

ການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນມໍຣະດົກແຫ່ງຊາດ ຕ້ອງລວມສູນຜ່ານປະຕູດຽວ, ຮັບປະກັນຄວາມໂປ່ງໃສ, ສາມາດກວດສອບໄດ້, ສອດຄ່ອງກັບຈຸດປະສົງທີ່ໄດ້ກໍານົດໄວ້ໃນມາດຕາ 72 ຂອງກົດໝາຍສະບັບນີ້, ຖືກຕ້ອງຕາມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ສຳລັບການເຄື່ອນໄຫວ, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນມໍຣະດົກແຫ່ງຊາດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ພາກທີ X

ຂໍ້ຫ້າມ

ມາດຕາ 75 (ປັບປຸງ) ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1. ບຸກລຸກ ຫຼື ທໍາລາຍ ແຫຼ່ງບູຮານວິທະຍາ, ວັດຖຸບູຮານ, ພຣະພຸດທະຮູບ, ບູຮານສະຖານ, ປູສະນິຍະສະຖານ, ສະຖານທີ່ປະຫວັດສາດ, ບຽດຍຶດ, ຈັບຈອງ ທີ່ດິນເຂດອະນຸລັກມໍຣະດົກແຫ່ງຊາດ, ປ່ຽນແປງສະຖານະພາບເດີມຂອງມໍຣະດົກແຫ່ງຊາດ ໄປສູ່ສະຖານະພາບອື່ນ, ບິດເບືອນເນື້ອໃນ ປະຫວັດສາດ;

2. ສໍາປະທານມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ ແລະ ປະຫວັດສາດ ລະດັບຊາດ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;

3. ນຳໃຊ້ເຂດມໍຣະດົກແຫ່ງຊາດ ເຊັ່ນ ມໍຣະດົກສະຖານ, ສະຖານທີ່ປະຫວັດສາດ ເຂົ້າໃນເປົ້າໝາຍໃດໜຶ່ງທີ່ຈະພາໃຫ້ປ່ຽນແປງສະຖານະພາບເດີມ;

4. ຈົດກ່າຍ, ລອກແບບ ເອົາຜົນງານການຄົ້ນຄວ້າ, ປະດິດແຕ່ງຂອງຜູ້ອື່ນ ກ່ຽວກັບມໍຣະດົກແຫ່ງຊາດ ມາເປັນລິຂະສິດຂອງຕົນ ຫຼື ພິມເຜີຍແຜ່ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ແລະ ພາກສ່ວນທີ່ກ່ຽວຂ້ອງ;

5. ທຳລາຍປ່າສະຫງວນແຫ່ງຊາດ ຫຼື ຂຸດຄົ້ນຊັບພະຍາກອນທຳມະຊາດຢູ່ໜ້າດິນ, ໃຕ້ດິນ, ໃຕ້ນໍ້າ, ໃນເຂດມໍຣະດົກແຫ່ງຊາດ, ບຽດຍຶດ, ຈັບຈອງທີ່ດິນເຂດປົກປັກຮັກສາ ຊີວະນາໆພັນ, ສວນອຸດທິຍານ ແລະ ເຂດທິວທັດທຳມະຊາດ ລວມທັງ ການປ່ຽນແປງສະຖານະພາບເຕີມຂອງມໍຣະດົກແຫ່ງຊາດ;

6. ນຳເຂົ້າ, ຈຳໜ່າຍ ແລະ ເຜີຍແຜ່ ຜະລິດຕະພັນທາງດ້ານວັດທະນະທຳ ຂອງຕ່າງປະເທດ ທີ່ເປັນວັດຖຸ ໂດຍສະເພາະພຣະພຸດທະຮູບ ຫຼື ທີ່ບໍ່ເປັນວັດຖຸ ທີ່ບໍ່ສອດຄ່ອງກັບວັດທະນະທໍາ, ຮີດຄອງ ປະເພນີອັນດີງາມຂອງຊາດລາວ;

7. ໂຄສະນາ ເຜີຍແຜ່ ກ່ຽວກັບມໍຣະດົກແຫ່ງຊາດ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ;

8. ດຳເນີນການສໍາຫຼວດ, ຄົ້ນຄວ້າ ແລະ ຂຸດຄົ້ນ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ;

9. ມີພຶດຕິກໍາອື່ນທີ່ເປັນການລະເມີດ ກົດໝາຍ.

ມາດຕາ 76 ຂໍ້ຫ້າມສຳລັບພະນັກງານທີ່ຮັບຜິດຊອບວຽກງານມໍຣະດົກແຫ່ງຊາດ

ຫ້າມ ພະນັກງານທີ່ຮັບຜິດຊອບວຽກງານມໍຣະດົກແຫ່ງຊາດ ມີພຶດຕິກໍາ ດັ່ງນີ້:

1. ສວຍໃຊ້ສິດ, ໜ້າທີ່, ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວ ຈາກວຽກງານມໍຣະດົກແຫ່ງຊາດ;

2. ສວຍໃຊ້ສິດ, ໜ້າທີ່ ເກີນຂອບເຂດ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍ ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ຜົນປະໂຫຍດອັນຊອບທຳຂອງປະຊາຊົນ;

3. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ຊຶ່ງການຈັດຕັ້ງມອບໝາຍໃຫ້;

4. ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

5. ປອມແປງເອກະສານ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

6. ດຳເນີນ ຫຼື ເຂົ້າຮ່ວມທຸລະກິດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ໃນທຸກຮູບແບບ;

7. ທຳລາຍຂໍ້ມູນຫຼັກຖານ, ປິດບັງ, ເຊື່ອງອໍາລາຍຮັບ, ໃຫ້ ຫຼື ຮັບ, ທວງເອົາ, ຂໍເອົາສິນບົນ, ສົມຮູ້ ຮ່ວມຄິດກັບບຸກຄົນອື່ນ ແລະ ຊຸກເຊື່ອງການກະທຳຜິດທີ່ຕິດພັນກັບວຽກງານມໍຣະດົກແຫ່ງຊາດ;

8. ປ່ຽນແທນ, ປ່ຽນເອົາ ວັດຖຸ, ຍຶດເອົາເຂດມໍຣະດົກແຫ່ງຊາດ;

9. ໂຄສະນາ ບິດເບືອນຄວາມຈິງ ກ່ຽວກັບເນື້ອໃນ, ຂອບເຂດການເຄື່ອນໄຫວ, ການຊື້ ຂາຍ ວັດຖຸພັນ, ຜະລິດຕະພັນ ກ່ຽວກັບມໍຣະດົກແຫ່ງຊາດ;

10. ເກັບຄ່າທຳນຽມ, ຄ່າບໍລິການ ບໍ່ຖືກຕ້ອງຕາມລະບຽບການ;

11. ກ່າຍ, ລອກແບບ, ຈຳລອງແບບ ວັດຖຸພັນ, ຜະລິດຕະພັນ ກ່ຽວກັບມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ;

12. ມີພຶດຕິກໍາອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 77 (ປັບປຸງ) ຂໍ້ຫ້າມສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ອື່ນທີ່ກ່ຽວຂ້ອງ

ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງອື່ນທີ່ກ່ຽວຂ້ອງ ມີພຶດຕິກຳ ດັ່ງນີ້:

1. ປອມແປງ, ລັກລອບ, ຮຽນແບບ ແລະ ຊຸກເຊື່ອງ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ;

2. ໝິ່ນປະໝາດ, ບັງຄັບ, ນາບຂູ່, ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນຕໍ່ພະນັກງານທີ່ກ່ຽວຂ້ອງ ເພື່ອຫາຜົນປະໂຫຍດສ່ວນຕົວ ຫຼື ພັກພວກ ທີ່ພົວພັນກັບວຽກງານມໍຣະດົກແຫ່ງຊາດ;

3. ດຳເນີນທຸລະກິດກ່ຽວກັບມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ;

4. ຂັດຂວາງການປະຕິບັດໜ້າທີ່ຂອງພະນັກງານທີ່ກ່ຽວຂ້ອງ;

5. ປະຕິເສດການສະໜອງຂໍ້ມູນ, ຮ່ວມມືໃນການປົກປິດ ແລະ ແກ່ຍາວການຄົ້ນຄວ້າວຽກງານມໍຣະດົກແຫ່ງຊາດ;

6. ຊື້ ຂາຍ, ທຳລາຍ, ຂຸດຄົ້ນ, ນຳເຂົ້າສົ່ງອອກ ມໍຣະດົກແຫ່ງຊາດໂດຍບໍ່ໄດ້ຮັບອະນຸຍາດ;

7. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ພາກທີ XI

ການຄຸ້ມຄອງ ແລະ ການກວດກາ

ໝວດທີ 1

ການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ

ມາດຕາ 78 (ປັບປຸງ) ການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ

ລັດຖະບານ ຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ປະກອບດ້ວຍ:

1. ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ;

2. ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ;

3. ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ເທດສະບານ, ນະຄອນ;

4. ອົງການປົກຄອງບ້ານ.

ນອກຈາກນີ້ ກໍຍັງມີຄະນະກໍາມະການຄຸ້ມຄອງມໍຣະດົກແຫ່ງຊາດ ຂັ້ນສູນກາງ ຊຶ່ງແມ່ນການຈັດຕັ້ງໜຶ່ງທີ່ບໍ່ປະຈຳການ, ມີພາລະບົດບາດເປັນເສນາທິການໃນການຄົ້ນຄວ້າ, ຊີ້ນຳ, ປະສານງານກັບບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດວຽກງານຄຸ້ມຄອງມໍຣະດົກແຫ່ງຊາດ.

ຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາຕ ຂັ້ນສູນກາງ ໄດ້ຮັບການແຕ່ງຕັ້ງໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ສຳລັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ ຂັ້ນສູນກາງ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ໃນກໍລະນີຈຳເປັນ ອາດຈະສ້າງຕ້ັງຄະນະມໍຣະດົກແຫ່ງຊາດ ຂັ້ນທ້ອງຖິ່ນຂຶ້ນກໍ່ໄດ້.

ມາດຕາ 79 (ປັບປຸງ) ສິດ ແລະ ໜ້າທີ່ຂອງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ, ສ້າງນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ເພື່ອສະເໜີລັດຖະບານ ພິຈາລະນາ;

2. ຜັນຂະຫຍາຍ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ເປັນແຜນການ, ແຜນງານ, ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດ;

3. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

4. ຄົ້ນຄວ້າ, ສ້າງແຜນງົບປະມານ ເພື່ອນຳໃຊ້ເຂົ້າໃນວຽກງານມໍຣະດົກແຫ່ງຊາດ;

5. ຊີ້ນຳການສໍາຫຼວດ, ເກັບກຳຂໍ້ມູນ, ວິໄຈ, ຂຸດຄົ້ນມໍຣະດົກແຫ່ງຊາດແຕ່ລະປະເພດ;

6. ຮັບຜິດຊອບໂດຍກົງຕໍ່ມໍຣະດົກລະດັບຊາດ, ລະດັບພາກພື້ນ ແລະ ລະດັບໂລກ;

7. ຊີ້ນໍາ, ຊຸກຍູ້, ຕິດຕາມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນການຈັດຕັ້ງປະຕິບັດກົດໝາຍ, ແຜນການ, ໂຄງການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

8. ຂຶ້ນທະບຽນ ແລະ ອອກອະນຸຍາດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ;

9. ສ້າງ, ບຳລຸງ, ຝຶກອົບຮົມ ແລະ ນຳໃຊ້ ບຸກຄະລາກອນກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

10. ປະສານສົມທົບກັບກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ;

11. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

12. ສະຫຼຸບ, ລາຍງານ ແລະ ປະເມີນຜົນ ໃນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ຕໍ່ລັດຖະບານ ຢ່າງເປັນປົກກະຕິ;

13. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ,

ມາດຕາ 80 (ປັບປຸງ) ສິດ ແລະ ໜ້າທີ່ ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຜັນຂະຫຍາຍນະໂຍບາຍ, ກົດໝາຍ, ແຜນການ, ໂຄງການຂອງກະຊວງ ມາເປັນລະບຽບການ, ແຜນການ, ໂຄງການຂອງຕົນ ແລ້ວຈັດຕັ້ງປະຕິບັດ;

2. ໂຄສະນາ ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ, ກົດໝາຍ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

3. ຄົ້ນຄວ້າ, ສ້າງແຜນງົບປະມານ ເພື່ອນຳໃຊ້ເຂົ້າໃນວຽກງານມໍຣະດົກແຫ່ງຊາດ;

4. ສຳຫຼວດ, ເກັບກຳຂໍ້ມູນ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

5. ຂຶ້ນທະບຽນ ແລະ ອອກອະນຸຍາດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

6. ຊີ້ນຳ, ຊຸກຍູ້ ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ເທດສະບານ, ນະຄອນ ໃນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ;

7. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ;

8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ ຕາມການມອບໝາຍ;

9. ສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ແລ້ວລາຍງານຕໍ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງຂັ້ນແຂວງ ຢ່າງເປັນປົກກະຕິ;

10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 81 (ປັບປຸງ) ສິດ ແລະ ໜ້າທີ່ ຂອງຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1. ຈັດຕັ້ງປະຕິບັດກົດໝາຍ, ແຜນການ, ໂຄງການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

2. ເຜີຍແຜ່, ສຶກສາອົບຮົມ ນະໂຍບາຍ ແລະ ກົດໝາຍ ກ່ຽວກັບວຽກງານມໍຣະດົກແຫ່ງ;

3. ຄົ້ນຄວ້າ, ສ້າງແຜນງົບປະມານ ເພື່ອນຳໃຊ້ເຂົ້າໃນວຽກງານມໍຣະດົກແຫ່ງຊາດ;

4. ສຳຫຼວດ, ເກັບກຳຂໍ້ມູນ, ຂຶ້ນບັນຊີ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

5. ໃຫ້ຄວາມເຫັນກ່ຽວກັບການອະນຸຍາດໃຫ້ດຳເນີນວຽກງານມໍຣະດົກແຫ່ງຊາດ;

6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ;

7. ສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ແລ້ວລາຍງານ ຕໍ່ ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງ ຂັ້ນເມືອງ ແລະ ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ;

8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 82 (ປັບປຸງ) ສິດ ແລະ ໜ້າທີ່ຂອງອົງການປົກຄອງບ້ານ

ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ອົງການປົກຄອງບ້ານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ປະຕິສັງຂອນ, ນຳໃຊ້ ແລະ ຈັດຕັ້ງປະຕິບັດວຽກ ງານມໍຣະດົກແຫ່ງຊາດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;

2. ສຳຫຼວດ, ຂຶ້ນບັນຊີມໍຣະດົກແຫ່ງຊາດ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນເພື່ອໃຫ້ຂັ້ນເທິງ ພິຈາລະນາ;

3. ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ ຕໍ່ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງ, ເທດສະບານ, ນະຄອນ ແລະ ອົງການປົກຄອງຂັ້ນເມືອງ ຢ່າງເປັນປົກກະຕິ;

4. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 83 ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ໃນການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຂະແໜງການອື່ນ ເປັນຕົ້ນ ຂະແໜງການໂຍທາທິການ ແລະ ຂົນສົ່ງ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະສິກຳ ແລະ ປ່າໄມ້, ພະລັງງານ ແລະ ບໍ່ແຮ່, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂະແໜງການພາຍໃນ, ສາທາລະນະສຸກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ ມີ ສິດ ແລະ ໜ້າທີ່ປະສານສົມທົບກັບຂະແໜງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕາມພາລະບົດບາດຂອງຕົນ.

ໝວດທີ 2

ການກວດກາວຽກງານມໍຣະດົກແຫ່ງຊາດ

ມາດຕາ 84 ການກວດກາວຽກງານມໍຣະດົກແຫ່ງຊາດ

ການກວດກາວຽກງານມໍຣະດົກແຫ່ງຊາດ ປະກອບດ້ວຍ:

1. ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານມໍຣະດົກແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້;

2. ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ອົງການກວດ ສອບແຫ່ງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ, ອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ສື່ມວນຊົນ.

ມາດຕາ 85 (ໃໝ່) ເນື້ອໃນການກວດກາ

ການກວດກາວຽກງານມໍຣະດົກແຫ່ງຊາດ ມີເນື້ອໃນ ດັ່ງນີ້:

1. ການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

2. ການສ້າງ ແລະ ການປະຕິບັດແຜນການ, ໂຄງການກ່ຽວກັບວຽກງານມໍຣະດົກແຫ່ງຊາດໃນແຕ່ລະໄລຍະ;

3. ລັກສະນະ, ເນື້ອໃນ ຂອງຂໍ້ມູນມໍຣະດົກແຫ່ງຊາດ ທີ່ນຳໄປໂຄສະນາ ແລະ ເຜີຍແຜ່;

4. ການສ້າງ, ບຳລຸງ, ນຳໃຊ້ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານທີ່ຮັບຜິດຊອບວຽກງານມໍຣະດົກແຫ່ງຊາດ;

5. ການປະກອບ ແລະ ນໍາໃຊ້ວັດຖຸປະກອນ, ພາຫະນະ ແລະ ງົບປະມານ ໃນການຈັດຕັ້ງປະຕິບັດວຽກງານມໍຣະດົກແຫ່ງຊາດ;

6. ການແກ້ໄຂຄຳສະເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານມໍຣະດົກແຫ່ງຊາດ;

7. ເນື້ອໃນອື່ນທີ່ເຫັນວ່າຈຳເປັນ.

ມາດຕາ 86 (ໃໝ່) ຮູບການ ການກວດກາ

ຮູບການ ການກວດກາວຽກງານມໍຣະດົກແຫ່ງຊາດ ມີ ສາມຮູບການ ຄື:

1. ການກວດກາປົກກະຕິ ຊຶ່ງແມ່ນ ການກວດກາຕາມແຜນການ ຂອງອົງການບໍລິຫານຢ່າງເປັນປະຈຳ ແລະ ກຳນົດເວລາອັນແນ່ນອນ;

2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນ ການກວດກາຕາມ ຄໍາສັ່ງ, ຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການ ຂອງຫົວໜ້າບໍລິຫານ, ຄະນະກວດກາແຕ່ລະຂັ້ນ ແລະ ຄຳສະເໜີຂອງພົນລະເມືອງ ໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາ ຮູ້ລ່ວງໜ້າ;

3. ການກວດກາແບບກະທັນຫັນ ຊຶ່ງແມ່ນ ກວດກາແບບຮີບດ່ວນ ໂດຍບໍ່ແຈ້ງໃຫ້ເປົ້າໝາຍຖືກກວດກາ ຮູ້ລ່ວງໜ້າ

ໃນການດຳເນີນການກວດກາວຽກງານມໍຣະດົກແຫ່ງຊາດນັ້ນ ຕ້ອງປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.

ພາກທີ XII

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 87 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ພັດທະນາມໍຣະດົກແຫ່ງຊາດ ຈະໄດ້ຮັບການຍ້ອງຍໍ ສັນລະເສີນ ເເລະ ນະໂຍບາຍອື່ນ ຕາມລະບຽບການ.

ຜູ້ມີຜົນງານໃນການພົບເຫັນ, ພົບພໍ້, ຄົ້ນຄວ້າ ຫຼື ໃຫ້ຂໍ້ມູນ ທີ່ເປັນປະໂຫຍດ ກ່ຽວກັບມໍຣະດົກແຫ່ງຊາດນັ້ນ ນອກຈາກຈະໄດ້ຮັບນະໂຍບາຍຕາມວັກທີໜຶ່ງ ເທິງນີ້ແລ້ວ ຍັງຈະໄດ້ຮັບຜົນປະໂຫຍດອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 88 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຈະຖືກ ສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ, ປັບ  ໃໝ, ໃຊ້ແທນທາງແພ່ງ ຫຼື ຖືກລົງໂທດທາງອາຍາ ຕາມກົດໝາຍ,

ສຳລັບພຶດຕິກຳ ແລະ ອັດຕາການປັບໃໝ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 89 (ໃໝ່) ມາດຕະການທາງອາຍາ

ບຸກຄົນ, ນິຕິບຸກຄົນ ຫາກໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການທໍາຜິດທາງອາຍາ ຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ.

ສຳລັບການກະທຳຜິດທາງອາຍາ ກ່ຽວກັບມໍຣະດົກແຫ່ງຊາດ ຍັງມີການຊື້ ຂາຍ, ການທໍາລາຍ, ການຂຸດຄົ້ນ, ການນຳເຂົ້າ ຫຼື ສົ່ງອອກ, ການໂຄສະນາ ແລະ ເຜີຍແຜ່,

ມາດຕາ 90 (ໃໝ່) ການຊື້ ຂາຍ ມໍຣະດົກແຫ່ງຊາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ

ບຸກຄົນ, ນິຕິບຸກຄົນ ຫາກໄດ້ຊື້ ຂາຍ ມໍຣະດົກແຫ່ງຊາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

ໃນກໍລະນີ ການຊື້ ຂາຍ ມໍຣະດົກແຫ່ງຊາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຫາກເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຄຸນຄຳມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບ    ໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ.

ມາດຕາ 91 (ໃໝ່) ການທໍາລາຍມໍຣະດົກແຫ່ງຊາດ

ບຸກຄົນ, ນິຕິບຸກຄົນ ຫາກໄດ້ທຳລາຍ ມໍຣະດົກແຫ່ງຊາດ ທາງດ້ານ ວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ແປດປີ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 100.000.000 ກີບ.

ມາດຕາ 92 (ໃໝ່) ການຂຸດຄົ້ນມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ

ບຸກຄົນ, ນິຕິບຸກຄົນ ຫາກໄດ້ຂຸດຄົ້ນມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ.

ໃນກໍລະນີ ການຂຸດຄົ້ນມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ຫາກມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຄຸນຄ່າມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກບັບໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ

ມາດຕາ 93 (ໃໝ່) ການນຳເຂົ້າ ຫຼື ສົ່ງອອກ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ

ບຸກຄົນ, ນິຕິບຸກຄົນ ຫາກນຳເຂົ້າ ຫຼື ສົ່ງອອກ ມໍຣະດົກແຫ່ງຊາດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ

ໃນກໍລະນີ ການນໍາເຂົ້າ ຫຼື ສົ່ງອອກ ມໍຣະດົກແຫ່ງຊາດໂດຍບໍ່ໄດ້ຮັບອະນຸຍາດ ຫາກເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຄຸນຄ່າມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບ ໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ

ມາດຕາ 94 (ໃໝ່) ການໂຄສະນາ ເຜີຍແຜ່ ກ່ຽວກັບມໍຣະດົກແຫ່ງຊາດ

ບຸກຄົນ, ນິຕິບຸກຄົນ ຫາກໂຄສະນາ ເຜີຍແຜ່ ກ່ຽວກັບມໍຣະດົກແຫ່ງຊາດ ດ້ວຍການກະທຳທີ່ເປັນລາມົກອະນາຈານ, ເສື່ອມເສຍ, ບໍ່ເໝາະສົມ, ບໍ່ຖືກຕ້ອງຕາມຄວາມເປັນຈິງ ຊຶ່ງສ້າງຄວາມເສຍຫາຍ ແກ່ມໍຣະດົກແຫ່ງຊາດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 10.000.000 ກີບ

ພາກທີ XIII

ບົດບັນຍັດສຸດທ້າຍ

ມາດຕາ 95 ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 96 (ປັບປຸງ) ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍມໍຣະດົກແຫ່ງຊາດ ສະບັບເລກທີ 44/ສພຊ, ລົງວັນທີ 24 ທັນວາ 2013.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລິກ.

 

ປະທານສະພາແຫ່ງຊາດ

ປອ ໄຊສົມພອນ ພົມວິຫານ

ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ການເກືອດຫ້າມ ການສົ່ງອອກ: ວັດຖຸບູຮານທີ່ເກົ່າແກ່ ສິນຄ້າເກືອດຫ້າມ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວັດຖຸບູຮານທີ່ເກົ່າແກ່, ລວມທັງພະພຸດທະຮູບ, ເທວະຮູບ ແລະ ສິ່ງສັກກາລະບູຊາ, ວັດຖຸມໍລະ ດົກແຫ່ງຊາດ ທີ່ມີຄຸນຄ່າສູງ ທາງດ້ານປະຫວັດສາດ ບູຮານຄະດີ ແລະ ວັດທະນະທຳເຊິ່ງມີອາ ຍຸແຕ່ 50 ປີ ຂື້ນໄປ ແມ່ນຫ້າມສົ່ງອອກ. ໃນກໍລະນີມີຄວາມຈຳເປັນສົ່ງອອກ, ຜູ້ສົ່ງອອກ ຕ້ອງຍື່ນຄຳຮ້ອງຫາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອພິຈາລະນາ ແລະ ນຳສະເໜີຫາ ລັດຖະບານຂອງ ສປປ ລາວ ອະນຸມັດ.
  1. ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ການອະນຸລັກ ມໍລະດົກແຫ່ງຊາດ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເລກທີ 03/ປທທ
  2. ກົດໝາຍ ວ່າດ້ວຍມໍຣະດົກແຫ່ງຊາດ ເລກທີ 11/ສພຊ, ລົງວັນທີ 16 ພະຈິກ 2021
9999-12-31 ALL
2 ຕ້ອງໄດ້ຮັບອະນຸຍາດນຳເຂົ້າຜະລິດຕະພັນວັດທະນະທຳຈາກຕ່າງປະເທດ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ການນຳເຂົ້າຜະລິດຕະພັນວັດທະນະທຳ ໂດຍສະເພາະພະພຸດທະຮູບຈາກຕ່າງປະເທດ ຕ້ອງໄດ້ຮັບອະນຸ ຍາດນຳເຂົ້າຈາກກົມມໍລະດົກ ໂດຍການປະສານສົມທົບກັບກົມວິຈິດສິນ, ກະຊວງ ຖວທ ກົດໝາຍ ວ່າດ້ວຍມໍຣະດົກແຫ່ງຊາດ ເລກທີ 11/ສພຊ, ລົງວັນທີ 16 ພະຈິກ 2021 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.