ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ    ເລກທີ 0332/ອຄ
ນະຄອນຫຼວງວຽງຈັນ, ວັນທີ 22 ມີນາ 2022

ຄຳ​ແນະ​ນຳ

ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້​ທຳ​ມະ​ຊາດໄປຕ່າງປະເທດ

  • ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;
  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ຄຳສັ່ງວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່ ສປປ ລາວ ສະບັບເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019;
  • ອີງ​ຕາມ​ ໜັງ​ສື​ສະ​ເໜີຂອງກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ສະບັບເລກ​ທີ 0911/ກ​ຂອ, ລົງ​ວັນ​ທີ 10 ມີນາ 2022.

    ເພື່ອສົ່ງເສີມການ​ຜະ​ລິດ, ປຸງ​ແຕ່ງ​ໄມ້ໃຫ້​ກາຍເປັນສິນຄ້າ ແລະ ເພີ່ມທະວີການຄຸ້ມຄອງຕິດຕາມ ແຫຼ່ງທີ່ມາຂອງໄມ້ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ, ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ເປັນ​ເອ​ກະ​ພາບໃນຂອບເຂດທົ່ວປະເທດ ໃນການຈັດຕັ້ງປະຕິບັດເງື່ອນໄຂ, ຂັ້ນຕອນ, ວິທີການ ແລະ ມາດຕະການ ຕໍ່ການສົ່ງອອກໄມ້ທຳ​ມະ​ຊາດໄປຕ່າງປະເທດ.

ລັດຖະມົນຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ອອກ​ຄຳແນະນຳ:

I. ຊະນິດ ຜະລິດຕະພັນໄມ້​ທຳ​ມະ​ຊາດ ທີ່ສົ່ງອອກຕ່າງປະເທດ

    ການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ ແມ່ນການສົ່ງອອກຜະລິດຕະພັນໄມ້ ທີ່ນໍາໃຊ້ວັດຖຸດິບຈາກປ່າທໍາມະຊາດ ເພື່ອປຸງແຕ່ງເປັນຜະລິດຕະພັນ ຕາມ​ຂໍ້​ຕົກ​ລົງ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ລາຍ​ການ​ຜະ​ລິດ​ຕະ​ພັນໄມ້ເພື່ອ​ສົ່ງ​ອອກ ທີ່​ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້​​ຮັບ​ຮອງ ແລະ ປະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ.

    ການກຳນົດຊະນິດໄມ້ ແມ່ນໃຫ້​ຖື​ເອົາ​ຕາມ ​ຂໍ້​ຕົກ​ລົງ​ວ່າດ້ວຍ​ການ​ກຳ​ນົດ​ບັນ​ຊີ​ໄມ້ I, II, III ທີ່ ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຮັບ​ຮອງ ແລະ ປະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ.

II. ເງື່ອນໄຂຂອງຜູ້ສົ່ງອອກຜະລິດຕະພັນໄມ້ທຳ​ມະ​ຊາດ

    ຜູ້ສົ່ງອອກຜະລິດຕະພັນໄມ້ທໍາມະຊາດ ຕ້ອງມີເງື່ອນໄຂດັ່ງນີ້:

  1. ຕ້ອງເປັນຜູ້ດຳເນີນກິດຈະການໃດໜຶ່ງ ດັ່ງນີ້:

       1.1 ດຳເນີນກິດຈະການປຸງແຕ່ງໄມ້;

       1.2 ດຳເນີນກິດຈະການນຳເຂົ້າ-ສົ່ງອອກ ດ້ານກະສິກຳ ແລະ ປ່າໄມ້.

  1. ຕ້ອງປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ ຕາມລະບຽບກົດໝາຍ;
  2. ຕ້ອງມີລະບົບການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ.

III. ການສົ່ງອອກຜະລິດຕະພັນໄມ້ທໍາມະຊາດ

ກ. ຂັ້ນຕອນສົ່ງອອກຜະລິດຕະພັນໄມ້ທຳມະຊາດ

     ການສົ່ງອອກຜະລິດຕະພັນໄມ້​ທໍາມະຊາດໄປຕ່າງປະເທດ ຕ້ອງສົ່ງອອກຜ່ານດ່ານສາກົນເທົ່ານັ້ນ ແລະ ປະກອບມີ ສອງ ຂັ້ນຕອນ ຄື:

  1. ການຂໍໃບອະນຸຍາດ​ສົ່ງ​ອອກ​ຜະລິດຕະພັນໄມ້ທໍາມະຊາດ;
  2. ການແຈ້ງເອກະສານຢູ່ດ່ານ.

ຂ. ການອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳ​ມະ​ຊາດ

  1. ການປະກອບເອກະສານ

ຜູ້ທີ່ມີຈຸດປະສົງຢາກສົ່ງອອກຜະລິດຕະພັນໄມ້ທໍາມະຊາດ ຕ້ອງປະກອບເອກະສານ ຍື່ນຕໍ່​ພະ​ແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ  (ໂດຍແມ່ນຂະ​ແໜງການນຳເຂົ້າ ແລະ ສົ່ງອອກ ເປັນຜູ້ຈັດຕັ້ງປະຕິບັດ) ທີ່ເປັນຈຸດທ້ອນໂຮມ​ຜະ​ລິດ​ຕະ​ພັນໄມ້ກ່ອນການສົ່ງອອກ ເພື່ອພິຈາລະນາອະນຸຍາດການສົ່ງອອກໃນແຕ່ລະຄັ້ງ, ຢ່າງໜ້ອຍ ຫ້າ ວັນ ກ່ອນການສົ່ງອອກ ເພື່ອຮັບປະກັນໃຫ້ທ່ວງທັນກັບກຳນົດເວລາໃນການສົ່ງອອກ ໂດຍມີເອກະສານປະກອບ ດັ່ງນີ້:

       1) ຮ່າງໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ​ (ອຄ.01) ຕາມແບບພິມຂອງກົມການນໍາເຂົ້າ ແລະ ສົ່ງອອກ  ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;

       2) ຮ່າງຕາຕະລາງບັນຊີລາຍການໄມ້ທໍາມະຊາດ ຕາມແບບພິມຂອງກົມການນໍາເຂົ້າ ແລະ ສົ່ງອອກ ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;

       3) ສຳ​ເນົາໃບ​ອ​ະ​ນຸ​ຍາດ​ດຳ​ເນີນ​ກິດ​ຈະ​ການ​ຂອງຜູ້ສົ່ງອອກໄມ້ ທີ່ຍັງມີຜົນນຳໃຊ້ໄດ້ (ກໍລະນີທີ່ຍື່ນສະ   ເໜີຄັ້ງທໍາອິດ ຫຼື ມີການປ່ຽນແປງ);

       4) ສຳ​ເນົາ​ໃບ​ຢັ້ງຢືນການມອບພັນທະອາ​ກອນປະຈໍາປີ ທີ່ຍັງມີຜົນນຳໃຊ້ໄດ້ (ກໍລະນີທີ່ຍື່ນສະເໜີຄັ້ງ ທໍາອິດ ຫຼື ມີການປ່ຽນແປງ);

       5) ສໍາເນົາໃບຢັ້ງຢືນຜະລິດຕະພັນໄມ້ທີ່ຜະລິດໄດ້ພາຍໃນໂຮງງານ ຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ (ກໍລະນີທີ່ຍື່ນສະເໜີຄັ້ງທໍາອິດ ຫຼື ມີການປ່ຽນແປງ);

       6) ເອກະສານຢັ້ງຢືນແຫຼ່ງທີ່ມາຂອງໄມ້;

       7) ເອກະສານຢັ້ງຢືນການມອບພັນທະຕ່າງໆ;

       8) ເອກະສານຢັ້ງຢືນການຊື້-ຂາຍໄມ້ ກັບ ຜູ້ຊື້ຢູ່ຕ່າງປະເທດ.

  1. ການພິຈາລະນາ

ພາຍຫຼັງໄດ້ຮັບເອກະສານສະເໜີຂໍອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ແລ້ວແຈ້ງຕອບຜູ້ສະເໜີຊາບໂດຍທັນທີ ຫຼື ຊ້າສຸດບໍ່ໃຫ້ເກີນ ສາມສິບ ນາທີ. ໃນກໍລະນີເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ, ຜູ້ກວດກາເອກະສານ ຕ້ອງແຈ້ງຈຸດທີ່ຕ້ອງປັບປຸງແກ້ໄຂ ແລະ ລົງລາຍເຊັນໃສ່ໃບກວດຮັບເອກະສານດັ່ງກ່າວ.  

ກໍລະນີເອກະສານຖືກຕ້ອງ ແລະ ຄົບຖ້ວນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຕ້ອງສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ພະແນກການເງິນແຂວງ, ນະຄອນຫຼວງ ໂດຍປະກອບພະນັກງານ ພາກສ່ວນລະ 01 ທ່ານ ເພື່ອລົງກວດກາຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ ພາຍໃນ ສາມ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ.

  1. ການລົງກວດກາຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ

           ການລົງກວດກາຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ ໃຫ້ປະຕິບັດ ຄືດັ່ງນີ້:

           1) ການລົງກວດກາ ແມ່ນໃຫ້ກວດກາຕາມຄວາມຮັບຜິດຊອບຂອງຂະແໜງການ ຄື:   

               1.1 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ກວດກາຢັ້ງຢືນ ຮູບແບບ, ຂະໜາດ ແລະ ປະເພດຂອງຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ ຕາມໃບຢັ້ງຢືນຜະລິດຕະພັນໄມ້ທີ່ຜະລິດໄດ້ພາຍໃນໂຮງງານ;

               1.2 ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ກວດກາຢັ້ງຢືນແຫຼ່ງທີ່ມາຂອງໄມ້, ຊະນິດ, ປະເພດ, ຈຳນວນ, ນ້ຳໜັກ ຫຼື ບໍລິມາດ, ສົມທຽບ ສົ້ນເຂົ້າ ແລະ ສົ້ນອອກຂອງໄມ້;

               1.3 ພະແນກການເງິນ ແຂວງ, ນະຄອນຫຼວງ ກວດກາການເສຍພັນທະອາກອນຕ່າງໆ ໃຫ້ຖືກຕ້ອງ ຕາມລະບຽບການຂອງຂະແໜງການເງິນ ແລະ ໜີບກົ່ວ.

           2) ຜູ້ລົງກວດກາທັງໝົດ ຕ້ອງ​ລົງລາຍເຊັນໃນບົດບັນທຶກການລົງກວດກາທຸກຄັ້ງ ແລະ ຕ້ອງຢັ້ງຢືນຄວາມຖືກຕ້ອງຂອງຜະລິດຕະພັນໄມ້ທຳມະຊາດ ທີ່ຈະສົ່ງອອກຕົວຈິງກັບຂໍ້ມູນທີ່ຜູ້ສົ່ງອອກໄດ້ ສະໜອງໃຫ້;

           3) ໃນກໍລະນີຜ່ານການລົງກວດກາ ເຫັນວ່າຜະລິດຕະພັນໄມ້ທີ່ສະເໜີຂໍສົ່ງອອກ ຫາກບໍ່ຖືກຕ້ອງຕາມເງື່ອນໄຂ ຫຼື ຂໍ້ມູນທີ່ຜູ້ສະເໜີໄດ້ແຈ້ງ, ຜູ້ລົງກວດກາຕ້ອງເຮັດບົດບັນທຶກກັບຜູ້ສະເໜີຂໍສົ່ງ ອອກ ໂດຍລະບຸເຫດຜົນ ແລະ ດຳເນີນມາດຕະການຕາມ

                ລະບຽບການກຳນົດໄວ້;

           4) ຜະລິດຕະພັນໄມ້ທຳມະຊາດ ທີ່ຈະສົ່ງອອກຕ້ອງມີການຫຸ້ມຫໍ່ ແລະ ຕິດຂໍ້ມູນສຳຄັນພື້ນຖານ ດັ່ງຕໍ່ໄປນີ້:

            - ເລກລຳດັບຂອງຜະລິດຕະພັນ;

            - ປະເພດຂອງຜະລິດຕະພັນ;

            - ຊະນິດໄມ້;

            - ຂະໜາດ;

            - ນ້ຳໜັກ ຫຼື ບໍລິມາດ.    

                   ຕົວຢ່າງ: ການຫຸ້ມຫໍ່ ແລະ ໝາຍສັນຍາລັກໃສ່ຜະລິດຕະພັນໄມ້ ທີ່ຈະສົ່ງອອກ

(ຮູບພາບປະກອບ)

 
  1. ການອອກໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ

     ພາຍຫຼັງລົງກວດກາ ແລະ ເຫັນວ່າຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກຖືກຕ້ອງກັບຂໍ້ມູນທີ່ຜູ້ສົ່ງອອກໄດ້ສະເໜີ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງອອກໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ ພາຍໃນ ສອງ ວັນລັດຖະການ ນັບແຕ່ມື້ລົງກວດກາ.

     ໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ ຕ້ອງເຮັດເປັນ ຫ້າ​ສະບັບ ເພື່ອນຳສົ່ງໃຫ້ແຕ່ລະພາກ ສ່ວນ ດັ່ງນີ້:

               1) ສະບັບຕົ້ນ ຄັດຕິດກັບຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ;

               2) ໜຶ່ງ ສະບັບສຳເນົາ ເກັບຮັກສາໄວ້ນຳ ຜູ້ສົ່ງອອກ;

               3) ໜຶ່ງ ສະບັບສຳເນົາ ເກັບຮັກສາໄວ້ນຳ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;

               4) ໜຶ່ງ ສະບັບສຳເນົາ ເກັບຮັກສາໄວ້ນຳ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ;

               5) ໜຶ່ງ ສະບັບສຳເນົາ ເກັບຮັກສາໄວ້ນຳ ພະແນກການເງິນ ແຂວງ, ນະຄອນຫຼວງ.

  1. ການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (CO)

     ຜູ້ສົ່ງອອກທີ່ຕ້ອງການຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (CO) ສາມາດນໍາໃຊ້ໃບອະນຸຍາດສົ່ງອອກຜະ ລິດຕະພັນໄມ້ທຳມະຊາດ ເພື່ອເປັນເອກະສານປະກອບໃນການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຕາມລະບຽບການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດໃຊ້ໃນແຕ່ລະໄລຍະ.

IV. ການແຈ້ງເອກະສານຢູ່ດ່ານເພື່ອສົ່ງອອກຜະ​ລິດ​ຕະ​ພັນໄມ້ທຳມະຊາດ

     ການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ ຕ້ອງສົ່ງອອກຜ່ານດ່ານສາກົນເທົ່ານັ້ນ. ພາຍຫຼັງໄດ້ຮັບໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ, ຜູ້ສົ່ງອອກສາມາດແຈ້ງເອກະສານຕໍ່ເຈົ້າໜ້າທີ່ປະຈຳດ່ານ ບ່ອນທີ່ຈະສົ່ງອອກໄມ້ ໂດຍປະກອບເອກະສານ ຄືດັ່ງນີ້:

  1. ໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ (ອຄ.01) ສະບັບຕົ້ນ 1 ຊຸດ;
  2. ລາຍການຜະລິດຕະພັນໄມ້ທຳມະຊາດສົ່ງອອກ ສະບັບຕົ້ນ 1 ຊຸດ;
  3. ເອກະສານປະກອບຕາມທີ່ລະບຸໄວ້ໃນກົດໝາຍວ່າດ້ວຍພາສີ.

V. ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະດ້ານພາສີ-ອາກອນ

     ການເກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ຕິດພັນກັບການສົ່ງອອກໄມ້ທຳມະຊາດ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ໄດ້ປະກາດໃຊ້ໃນແຕ່ລະໄລຍະ.

     ການປະຕິບັດພັນທະດ້ານພາສີ-ອາກອນໃນການສົ່ງອອກໄມ້ທຳມະຊາດ ແມ່ນໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ລະບຽບກົດໝາຍອື່ນ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

VI. ສິດ ແລະ ໜ້າທີ່ຂອງເຈົ້າໜ້າທີ່ລັດ

    ໃນການຈັດຕັ້ງປະຕິບັດວຽກງານການສົ່ງອອກຜະລິດຕະພັນໄ​ມ້ທຳມະຊາດ ເຈົ້າໜ້າທີ່ໆກ່ຽວຂ້ອງຂອງພາກລັດ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ກວດກາ, ປະເມີນ ແລະ ຢັ້ງຢືນຄວາມສອດຄ່ອງໃນການຄຸ້ມຄອງແຫຼ່ງທີ່ມາ ແລະ ຄວາມຖືກຕ້ອງ ຂອງໄມ້;
  2. ກວດກາ ແລະ ອອກໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ;
  3. ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ກັບ​ ພາ​ກ​ລັດ ແລະ ທຸ​ລະ​ກິດ ກ່ຽວກັບວຽກງານການສົ່ງອອກຜະລິດຕະພັນໄມ້ທຳມະຊາດ;
  4. ເຜີຍແຜ່, ແນະນຳ ແລະ ອຳນວຍຄວາມສະດວກ ໃນແຕ່ລະຂັ້ນຕອນຂອງການສົ່ງອອກຜະລິດຕະພັນໄມ້ທຳມະຊາດ ບົນພື້ນຖານຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ນິຕິກຳ ທີ່ວາງອອກໃນແຕ່ລະໄລຍະ;
  5. ເກັບຮັກສາ ແລະ ສະໜອງຂໍ້ມູນການສົ່ງອອກ ໃຫ້ແຕ່ລະຂະແໜງການ ຕາມພາລະບົດບາດຂອງຕົນ;
  6. ດຳເນີນການກວດກາໃນກໍລະນີທີ່ມີຂໍ້ສົງໄສ ຫຼື ມີແຫຼ່ງຂ່າວທີ່ເຊື່ອຖືໄດ້ວ່າ ຈະມີການລັກລອບ, ເຄື່ອນຍ້າຍເອົາໄມ້ທີ່ບໍ່ມີແຫຼ່ງທີ່ມາຖືກຕ້ອງ ປະປົນກັບຜະລິດຕະພັນໄມ້ທຳມະຊາດ ທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກ ຫຼື ພົບເຫັນວ່າຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ ອາດບໍ່ຖືກຕ້ອງສອດຄ່ອງກັບໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ;
  7. ໃນກໍລະນີພົບເຫັນການລະເມີດ, ເຈົ້າໜ້າທີ່ໆກ່ຽວຂ້ອງ ສາມາດກັກສິນຄ້າ (ຜະລິດຕະພັນໄມ້ທຳມະຊາດ), ພາຫະນະຂົນສົ່ງໄວ້ ແລະ ຜູ້ຖືກສົງໃສ ເພື່ອດຳເນີນການສືບສວນ-ສອບສວນເບື້ອງຕົ້ນ, ກ່ອນທີ່ຈະນຳ ສົ່ງສຳນວນໃຫ້ເຈົ້າໜ້າທີ່ກວດກາປ່າໄມ້ເປັນຜູ້ດຳເນີນການສືບສວນ-ສອບສວນຢ່າງລະອຽດ ຕາມພາລະບົດບາດ;
  8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງ ຂັ້ນເທິງ ແລະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

VII. ສິດ ແລະ ພັນທະຂອງຜູ້ສົ່ງອອກ

      ຜູ້ສົ່ງອອກ ມີສິດ ແລະ ພັນທະ ດັ່ງນີ້:

  1. ສະເໜີຂໍໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ ກັບ ພະ​ແນກ​ອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ບ່ອນທີ່ເປັນຈຸດທ້ອນໂຮມໄມ້ກ່ອນສົ່ງອອກ;
  2. ລາຍງານການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ລັດ ທີ່ບໍ່ສອດຄ່ອງ ຫຼື ລະເມີດກົດໝາຍ ແລະ ລະບຽບການ ຫຼື ໃນກໍລະນີທີ່ບໍ່ໄດ້ຮັບການອໍານວຍຄວາມສະດວກໃນການສົ່ງອອກ;
  3. ສະໜອງເອກະສານ ແລະ ຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງ ໃນເວລາທີ່ສະເໜີຂໍອະນຸຍາດສົ່ງອອກ ຜະລິດຕະພັນໄມ້ທຳມະຊາດ;
  4. ເກັບຮັກສາສຳເນົາເອກະສານທີ່ຕິດພັນ ກັບ ການສົ່ງອອກຜະລິດຕະພັນໄມ້ທຳມະຊາດ ເຊັ່ນ ໃບອະນຸ ຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ, ໃບແຈ້ງພາສີຂາອອກ, ເອກະສານຢັ້ງຢືນແຫຼ່ງທີ່ມາຂອງຜະລິດຕະພັນໄມ້ທຳມະຊາດ ແລະ ສັນຍາຊື້-ຂາຍໄມ້ ໄວ້ເປັນເວລາຢ່າງໜ້ອຍ ຫ້າ ປີ;
  5. ເກັບກຳຂໍ້ມູນການສົ່ງອອກຜະລິດຕະພັນໄມ້ທຳມະຊາດ ຕາມແບບພິມ ແລະ ວິທີການ ທີ່ໄດ້ກຳນົດໄວ້ໃນ ລະບຽບການວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ;
  6. ລາຍງານຂໍ້ມູນການສົ່ງອອກຜະລິດຕະພັນໄມ້ທຳມະຊາດ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ  ແຂວງ, ນະຄອນຫຼວງ ທີ່ອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດໃຫ້ຕົນ ຕາມແບບພິມ ແລະ ກຳນົດເວລາ ທີ່ລະບຸໄວ້ໃນລະບຽບການວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ;
  7. ແຈ້ງໃຫ້ ພະ​ແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຊາບ ເພື່ອລົບລ້າງໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ ທີ່ໄດ້ອອກໃຫ້ແລ້ວ ໃນກໍລະນີຜະລິດຕະພັນໄມ້ທຳມະຊາດທີ່ໄດ້ຮັບອະນຸຍາດ ບໍ່ໄດ້ຖືກສົ່ງອອກ;
  8. ຮັບຜິດຊອບໂດຍກົງຕໍ່ທຸກການກະທຳຜິດ ຫຼື ການລະເມີດ ກົດໝາຍ ແລະ ລະບຽບການ ຂອງຕົນທີ່ເກີດຂຶ້ນ ພາຍຫຼັງທີ່ໄດ້ຮັບໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ;
  9. ນຳໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

VIII. ມາດຕະການຕໍ່ຜູ້ລະເມີດ

  1. ມາດ​ຕະ​ການ​ຕໍ່​ເຈົ້າ​ໜ້າ​ທີ່​ລັດ

     ເຈົ້າໜ້າທີ່ລັດທີ່ຮັບຜິດຊອບໃນການກວດກາ ແລະ ຢັ້ງຢືນການສົ່ງອອກຜະລິດຕະພັນໄມ້ທຳມະຊາດ ຫາກມີພຶດຕິກຳ ແກ່ຍາວເວລາ ຫຼື ຖ່ວງດຶງເອກະສານ ດ້ວຍເຫດຜົນບໍ່ພຽງພໍ ເພື່ອຮຽກຮ້ອງເອົາຜົນປະໂຫຍດຈາກຜູ້ຂໍສົ່ງອອກ ໂດຍບໍ່ຖືກຕ້ອງຕາມລະບຽບຫຼັກການ ຫຼື ສົມຮູ້ຮ່ວມຄິດກັບຜູ້ຂໍສົ່ງອອກ ປອມແປງເອກະສານ, ປິດບັງຂໍ້ມູນຄວາມຈິງຂອງການສົ່ງອອກ ຈະຖືກປະຕິບັດວິໄນ ແລະ ມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ກໍານົດໄວ້.

  1. ມາ​ດ​ຕະ​ການ​ຕໍ່​ຜູ້​ສົ່ງ​ອອກ

      ຜູ້ສົ່ງອອກ ຫາກມີພຶດຕິກຳ ເຊັ່ນ: ການປອມແປງໃບຢັ້ງຢືນ, ບິດເບືອນ ຫຼື ແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງຕາມ ຄວາມເປັນຈິງ, ການລັກລອບ, ເຄື່ອນຍ້າຍເອົາໄມ້ທີ່ບໍ່ມີແຫຼ່ງທີ່ມາຖືກຕ້ອງ ປະປົນກັບຜະລິດຕະພັນໄມ້ທຳມະຊາດທີ່ໄດ້ຮັບອະນຸຍາດ ໃຫ້ສົ່ງອອກ ຫຼື ພົບເຫັນວ່າຜະລິດຕະພັນໄມ້ທຳມະຊາດທີ່ຈະສົ່ງອອກ ອາດບໍ່ຖືກຕ້ອງສອດຄ່ອງກັບໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ ແມ່ນຈະຖືກປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດໄວ້.

IX. ການຈັດຕັ້ງປະຕິບັດ

     ມອບໃຫ້ ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ເປັນເຈົ້າການປະສານສົມທົບກັບ ​ພະ​ແນ​ກ​ອຸດ​ສາ­ຫະ­ກຳ ແລະ ການ​ຄ້າ ແຂວງ, ນະຄອນ­ຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ ແລະ ​ຈັດ​ຕັ້ງ​ປະ­ຕິ­ບັດຄໍາແນະນໍາສະບັບນີ້ ​ໃຫ້​ໄດ້​ຮັບ​ຜົນ​ດີ.

X. ຜົນສັກສິດ

      ຄຳ​ແນະນໍາ​ສະ­ບັບ​ນີ້ ​ມີ​ຜົນ​ສັກ­ສິດ​ພາຍ­ຫຼັງ​ລົງ​ລາຍ​ເຊັນ ແລະ ​ລົງ​ໃນ​ຈົດ­ໝາຍ­ເຫດ​ທາງ​ລັດ​ຖະ​ການ ສິບ​ຫ້າ​ ວັນ.

      ຄຳແນະນຳສະບັບນີ້ ນຳໃຊ້ປ່ຽນແທນ ຄຳສັ່ງແນະນຳວ່າດ້ວຍຂັ້ນຕອນການຢັ້ງຢືນຜະລິດຕະພັນໄມ້ທຳ​ມະ​ຊາດຂຶ້ນລົດເພື່ອສົ່ງອອກໄປຕ່າງປະເທດ ສະບັບເລກທີ 2143/ອຄ.ກຂອ, ລົງວັນທີ 25 ພະຈິກ 2016.

ລັດ​ຖະ​ມົນ​ຕີ

ປອ ຄໍາແພງ ໄຊສົມແພງ

 


ເອກະສານຊ້ອນທ້າຍ​ 1 : ໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ (ອຄ.01)

 

ອຄ.01/MOIC.01

 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

LAO PEOPLE’S DEMOCRATIC REPUBLIC

PEACE INDEPENDENCE DEMOCRACY UNITY PROSPERITY

 

ພະແນກການອຸດສາຫະກຳ ແລະ ການຄ້າແຂວງ ……………………….

Department of Industry and Commerce of …………….

ເລກທີ / Ref.no:

/ອຄ................

/DOIC……….

 

ລົງວັນທີ / Date:

 

ໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ

Export License for timber products

1. ຂໍ້ມູນຂອງຜູ້ສົ່ງ / Consignor’s information

2. ຂໍ້ມູນຂອງຂອງຜູ້ຮັບ / Consignee’s information

ຊື່ / Name:

 

ຊື່ / Name:

 

ທີ່ຢຸ່ / Address:

 

 

ທີ່ຢຸ່ / Address:

 

 

ຂໍ້ມູນຕິດຕໍ່ / Contact:

 

 

ຂໍ້ມູນຕິດຕໍ່ / Contact:

 

 

3. ຕົ້ນກຳເນີດຂອງສິນຄ້າ / Origin:

4. ປາຍທາງຂອງສິນຄ້າ / Destination:

5. ວີທີການການຂົນສົ່ງ / Means of transport

c ທາງລົດ / by car c ທາງອາກາດ / by air c ທາງລົດໄຟ / by train

6. ດ່ານສົ່ງອອກ / Exit point:

 

7. ຂໍ້ມູນຂອງສິນຄ້າ / Product (s) information

ລຳດັບ

No.

ລາຍການສິນຄ້າ ແລະ ລະຫັດພາສີ

Product(s) description and HS code

ຊື່ວິທະຍາສາດ

Scientific name

ຊື່ທ້ອງຖິ່ນ

Local specie name

ຈຳນວນ

Amount

ບໍລິມາດ

Volume

(3 / m3)

ນ້ຳໜັກ Weight (ໂຕນ / t)

ມູນຄ່າ

Value/USD

 

 

 

 

 

 

 

 

ລວມທັງໝົດ / Total

 

 

 

 

8. ເອກະສານຢັ້ງຢືນ CITES ອອກໃຫ້ໂດຍ / CITES issued by:

 

ເລກທີ / Ref.no:

 

ວັນທີ / Date:

 

ນຳໃຊ້ໄດ້ຮອດວັນທີ /  valid until: …………………………………

ພະແນກການອຸດສາຫະກຳ ແລະ ການຄ້າແຂວງ……………

Department of Industry and Commerce of ……

ໝາຍເຫດ / Remarks:

  1. ຜູ້ທີ່ໄດ້ຮັບອະນຸຍາດຕ້ອງໄດ້ຮັບຜິດຊອບຕໍ່ຂໍ້ມູນທີ່ລະບຸໄວ້ໃນໃບອະນຸຍາດສະບັບນີ້

Submission of false information shall result in penalties.

  1. ຫ້າມບໍ່ໃຫ້ມີຮອຍລຶບ, ຮອຍພິມທັບໃສ່ ຫຼື ຮອຍຂີດຂ້າຢ່າງເດັດຂາດ

All information must be typed without any correction or modifications.

  1. ການໂອນ ຫຼື ມອບໃບອະນຸຍາດສະບັບນີ້ໃຫ້ຜູ້ອື່ນນຳໃຊ້ໂດຍບໍ່ໄດ້ຮັບອະນຸຍາດ ຖືເປັນການລະເມີດຕໍ່ກົດໝາຍ.

Transfer of this license to other user without authorization shall be illegal

 

                       

1/2

 

ສຳລັບເຈົ້າໜ້າທີ່ເທົ່ານັ້ນ

 

ບົດບັນທຶກການກວດກາຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກ

1. ຂ້ໍມູນທົ່ວໄປ

ວັນ / ເດືອນ / ປີ ລົງກວດກາ: ..........................................................

ເວລາ:

................................................................

ສະຖານທີ່ລົງກວດກາ:

................................................................

ໂດຍຊ່ອງໜ້າ:

................................................................

ບ້ານ

................................................................

ຊື່

................................................................

ເມືອງ

................................................................

ຕຳແໜ່ງ

................................................................

ແຂວງ

................................................................

ເບີໂທ

................................................................

 

2. ຂໍ້ມູນການຂົນສົ່ງ

ຍີ່ຫໍ້ລົດ: .....................................................................................

ເລກທະບຽນລົດ: ................................................................

ເລກທະບຽນຫາງພ່ວງ (ຖ້າມີ) ...........................................................

ຮູບແບບການຂົນສົ່ງ: ¨ ຕູ້ຄອນເທັນເນີ ¨ ປົກຜ້າບັດ

ສົ່ງອອກໄປປະເທດ ........................................................................

ຜ່ານດ່ານ ..........................................................................................

 

 

3. ການໜີບກົ່ວ: ໄດ້ໜີບກົ່ວ: ຈຳນວນ .............. ຈຸດ, ລາຍລະອຽດມີດັ່ງຕໍ່ໄປນີ້:

ຈຸດທີ 1: ເລກລະຫັດກົ່ວ .................................................................

ຈຸດທີ 7: ເລກລະຫັດກົ່ວ ........................................................................

ຈຸດທີ 2: ເລກລະຫັດກົ່ວ .................................................................

ຈຸດທີ 8: ເລກລະຫັດກົ່ວ ........................................................................

ຈຸດທີ 3: ເລກລະຫັດກົ່ວ .................................................................

ຈຸດທີ 9: ເລກລະຫັດກົ່ວ ........................................................................

ຈຸດທີ 4: ເລກລະຫັດກົ່ວ .................................................................

ຈຸດທີ 10: ເລກລະຫັດກົ່ວ ......................................................................

ຈຸດທີ 5: ເລກລະຫັດກົ່ວ .................................................................

ຈຸດທີ 11: ເລກລະຫັດກົ່ວ ......................................................................

ຈຸດທີ 6: ເລກລະຫັດກົ່ວ .................................................................

ຈຸດທີ 12: ເລກລະຫັດກົ່ວ ......................................................................

 

 

ຄະນະກຳມະການ ໄດ້ກວດສອບ ຊະນິດ, ປະເພດ, ຈຳນວນ, ນໍ້າໜັກ ແລະ ບໍລິມາດຕົວຈິງ ຂອງ ໄມ້ທີ່ຈະສົ່ງອອກຕ່າງປະເທດ ແລ້ວ ເຫັນວ່າຖືກຕ້ອງຕາມ ຂໍ້ມູນທີ່ຜູ້ສະເໜີຂໍສົ່ງອອກໄດ້ສະໜອງໃຫ້ຄະນະກຳມະການ. ດັ່ງນັ້ນ, ຄະນະກຳມະການ ແລະ ຜູ້ສົ່ງອອກ ຫຼື ຜູ້ຕາງໜ້າຜູ້ສົ່ງອອກ ຈຶ່ງເຫັນດີເປັນເອກະພາບພ້ອມກັນລົງາຍເຊັນໄວ້ ເພື່ອນຳໃຊ້ປະກອບໃຫ້ແກ່ການສົ່ງອອກໄມ້ ຕາມທີ່ໄດ້ລະບຸໄວ້ໃນລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກທີ່ໄດ້ຄັດຕິດມາພ້ອມນີ້ ແລະ ເພື່ອເປັນຫຼັກຖານໃຫ້ເຈົ້າໜ້າທີ່ໆກ່ຽວຂ້ອງກວດສອບ. ໃນກໍລະນີ ກວດພົບເຫັ​ນ ມີການເອົາໄມ້ຈາກເເຫຼ່ງອື່ນມາປົນ ຫຼື ມີໄມ້ທ່ອນ ແລະ ຜະລິດຕະພັນໄມ້ ທີ່ບໍ່ສອດຄ່ອງກັບໃບອະນຸຍາດສະບັບນີ້, ຜູ້ສົ່ງອອກ ແລະ ຜູ້ຂົນສົ່ງ ມີຄວາມ​ຮັບ​ຜິດ​ຊອບຕໍ່ການພົບເຫັນດັ່ງກ່າວ ແລະ ຈະຖືກດຳເນີນມາດຕະການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງວາງອອກ.

 

ຄຳປະຕິຍານຂອງຜູ້ສົ່ງອອກ / Declaration of Exporter

 

ຂ້າພະເຈົ້າ, ຂໍຢັ້ງຢືນວ່າທຸກຂໍ້ມູນທີ່ລະບຸໃນເອກະສານນີ້ມີຄວາມຖືກຕ້ອງກັບຄວາມເປັນຈິງທຸກປະການ, ຖ້າຫາກມີການແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ເປັນຈິງ, ຫຼື ຫາກກວດພົບເຫັນຄວາມບໍ່ສອດຄ່ອງຂອງສິນຄ້າທີ່ສົ່ງອອກຕົວຈິງ ພາຍຫຼັງທີ່ໄດ້ຮັບໃບອະນຸຍາດສະບັບນີ້ ແມ່ນຈະຖືເປັນການກະທຳຜິດ ແລະ ຂ້າພະເຈົ້າຍິນຍອມຮັບຜິດຊອບຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ ທີ່ໄດ້ວາງອອກ.

 

ລາຍເຊັນ, ຊື່ແຈ້ງ ແລະ ປະທັບກາ

 

 

 

 

 

 

 

 

________________________________________________

 

ເຊັນເຈົ້າໜ້າທີ່ຜູ້ລົງກວດກາໄມ້ຕົວຈິງ / Signature of the inspectors

 

1. ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ

ລາຍເຊັນ ແລະ ຊື່ແຈ້ງ

 

_______________________________________________________

 

2. ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ

ລາຍເຊັນ ແລະ ຊື່ແຈ້ງ

 

_______________________________________________________

 

3. ພະແນກການເງິນແຂວງ, ນະຄອນຫຼວງວຽງຈັນ

ລາຍເຊັນ ແລະ ຊື່ແຈ້ງ

 

_______________________________________________________

 

2/2

   

 

ເອກະສານຊ້ອນທ້າຍ 2 : ລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກ

 

 

ລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກ

List of the timber products to be exported

 

1. ຂໍ້ມູນການຂົນສົ່ງ / Transportation Information

1.1

ທາງລົດ / by car

ເລກທະບຽນ / plate number:

ຍີ່ຫໍ້ລົດ

Brand

 

1.2

ທາງອາກາດ / by air

ຖ້ຽວບິນ / flight number:

ສາຍການບິນ/ເວລາ

Airline / departure time

 

1.3

ທາງລົດໄຟ / by train

ຖ້ຽວລົດໄຟ  / train no:

ຊື່ຂະບວນລົດໄຟ/ເວລາ

Train name / departure time

 

2. ລາຍລະອຽດຂອງຜະລິດຕະພັນ / Product(s) description

ລຳດັບ

No.

ລະຫັດພາສີ

HS Code

ປະເພດຜະລິດຕະພັນໄມ້

Timber product (s)

ຊື່ທ້ອງຖິ່ນ

Local specie name

ຊື່ວິທະຍາສາດ

Scientific name

ຂະໜາດ (ຊມ)

Size (cm)

ບໍລິມາດ

Volume

ນ້ຳໜັກ Weight

CITES

ໝາຍເຫດ

Remarks

ຄວາມໜາ Thickness

ກວ້າງ

Width

ຍາວ

Length

ມ3 (m3)

ໂຕນ (t)

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

3. ການຢັ້ງຢືນຮັບຮູ້ / Acknowledgement

 

 

ທີ່/At_______________________, ລົງວັນທີ/Date_____/_____/________

ເຊັນຜູ້ສົ່ງອອກ /Exporter:_______________________________

 

ເຊັນຜູ້ຂື້ນບັນຊີ / Prepared by:_______ ________________________________

                         

 

1/1

# ຫົວຂໍ້ ດາວໂຫຼດ
1 Instruction on Wood Export from Natural Forest no. 0332/MOIC, dated 22 March 2022 PDF
2 ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກ - ໄມ້ຈາກປ່າທໍາມະຊາດ ຕ້ອງມີໃບອະນຸຍາດ ກະຊວງ ອຸດສາຫະກຳ ແລະ ການຄ້າ ຜະລິດຕະພັນໄມ້ ຈາກປ່າທໍາມະຊາດ ຕາມບັນຊີທີ່ລະບຸຢູ່ໃນຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ ສະບັບປັບປຸງ ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021 ຕ້ອງໄດ້ຮັບໃບອະນຸຍາດສົ່ງອອກ ໂດຍພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມເອກະສານຊ້ອນທ້າຍ 1 ຂອງຄໍາແນະນໍາ ເລກທີ 0332/ອຄ
  1. ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການຜະລິດຕະພັນໄມ້ ເພື່ອສົ່ງອອກ, ເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021.
  2. ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022
9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາການສົ່ງອອກຜະລິດຕະພັນໄມ້ທີ່ມາຈາກທຳມະຊາດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກໄມ້ທີ່ມາຈາກທຳມະຊາດທຸກປະເພດຕ້ອງຜ່ານການກວດກາ ແລະ ເຊັນບົດບັນທຶກການກວດກາ ໂດຍເຈົ້າໜ້າທີ່ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໂດຍປະສານສົມທົບກັບເຈົ້າໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ພະແນກການເງິນ ແຂວງ ຕາມພາລະບົດບາດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ທີ່ໄດ້ກໍານົດໃນຄໍາແນະນໍາ ເລກທີ 0332/ອຄ
  1. ແຈ້ງການແນະນຳ ການຈັດຕັ້ງປະຕິບັດ ຄຳສັ່ງແນະນຳ ຂອງ ທ່ານລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1765/ກງ, ລົງວັນທີ 04 ກໍລະກົດ 2013 ວ່າດ້ວຍ ການເອົາໃຈໃສ່ຄຸ້ມຄອງ ການສົ່ງອອກ ໄມ້ ເພື່ອເກັບລາຍຮັບເຂົ້າງົບປະມານ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ ເລກທີ 0094/ກງ.ຊລ
  2. ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022
9999-12-31 ALL
3 ຕ້ອງສົ່ງອອກຜ່ານດ່ານທີ່ກໍານົດໄວ້ - ໄມ້ທໍາມະຊາດ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄມ້ທໍາມະຊາດ ຕ້ອງສົ່ງອອກຜ່ານດ່ານສາກົນ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນຜູ້ກໍານົດ ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022 9999-12-31 ALL
4 ຮຽກຮ້ອງໃຫ້ມີການຂຶ້ນທະບຽນຜູ້ສົ່ງອອກ - ໄມ້ທໍາມະຊາດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ການສົ່ງອອກໄມ້ທໍາມະຊາດ ແມ່ນຈໍາເປັນຕ້ອງໄດ້ຂຶ້ນທະບຽນຜູ້ສົ່ງອອກໃນໃດໜຶ່ງ ດັ່ງລຸ່ມນີ້: 1. ດໍາເນີນກິດຈະການປຸງແຕ່ງໄມ້ 2. ດໍາເນີນກິດຈະການນໍາເຂົ້າ-ສົ່ງອອກ ດ້ານກະສິກໍາ ແລະ ປ່າໄມ້ ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022 9999-12-31 ALL
5 ຕ້ອງໄດ້ມີເຄື່ອງໝາຍ ແລະ ຫຸ້ມຫໍ່ - ໄມ້ທໍາມະຊາດສົ່ງອອກ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄມ້ທໍາມະຊາດສົ່ງອອກຕ້ອງກໍານົດເຄື່ອງໝາຍ ຫຼື ສັນຍາລັກ ແລະ ຫຸ້ມຫໍ່ ຕາມທີ່ໄດ້ກໍານົດໄວ້ໃນຄໍາແນະນໍາເລກທີ 0332/ອຄ ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.