ໂດຍປະຕິບັດຕາມເນື້ອໃນບົດບັນທຶກກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ XI ແລະ ແຜນການຮ່ວມມື ລະຫວ່າງ ສອງກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ປະຈໍາປີ 2022, ໃນ​ວັນ​ທີ 11 ເມ​ສາ 2022, ທີ່ໂຮງແຮມ ຄ​ລາວພລາຊາ, ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ໄດ້​​ເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງທີ XII ຂຶ້ນ ໂດຍ​ການ​ເປັນ​ປະ​ທານຮ່ວມ ຂອງທ່ານ ປອ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ຫງວຽນ ຮົງ ຢຽນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ. ກອງ​ປະ​ຊຸມ​ຄັ້ງ​ນີ້ ມີ​ຜູ້ແທນຂັ້ນສູງຂອງ​ສ​ອງ​ກະ​ຊວງອຸ​ດສາ​ຫະ​ກຳ ແລະ ການ​ຄ້າ, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ບັນດາການນໍາຂອງແຂວງທີ່ມີ​ຊາຍ​ແດນ​ຕິດ​ຈອດລາວ-ຫວຽດ​ນາມ, ນັກ​ທຸ​ລະ​ກິດ ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດເຂົ້າ​ຮ່ວມ.

     ກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ - ຫວຽດນາມ  ແມ່ນຈະໄດ້​ຈັດຂຶ້ນ​ໃນ​ທຸກໆສອງ​ປີ ​ໂດຍ​ຜັດປ່ຽນ​ກັນ​ເປັນ​ເຈົ້າ​ພາບ, ຄັ້ງ​ລ່າ​ສຸດຄືຄັ້ງທີ XI ແມ່ນ​ຝ່າຍ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ  ​​ຊຶ່ງໄດ້​ຈັດ​ຂຶ້ນໃນ​ລະ​ຫວ່າງວັນທີ 26-28 ກັນຍາ 2018 ທີ່ ແຂວງ ກວາງບິງ ສສ ຫວຽດນາມ, ແລະ​ ກອງ​ປະ​ຊຸມຄັ້ງທີ XII ນີ້ ທີ່​ເປັນ​ຜຽນ​ຂອງ    ສ​ປ​ປ ລາວ ເປັນ​ເຈົ້າ​ພາບ ຕາມ​ແຜນ​ການ​ແມ່ນ​ຈະ​ຈັດ​ໃນ​ປີ 2020 ແຕ່ຍ້ອນສະພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້ເຮັດໃຫ້ການຈັດກອງປະຊຸມ​ດັ່ງ​ກ່າວ ລ່າ​ຊ້າ​ມາ​ຮອດ​ປີ 2022.

     ​ຈຸ​ດປະ​ສົງ​ຂອງກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ແມ່ນ​ເພື່ອຕີລາຄາຄືນສະພາບການຮ່ວມມືພັດທະນາການຄ້າຊາຍແດນໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືຊອກຫາມາດຕະການແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ ພ້ອມທັງຮ່ວມກັນວາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອໃຫ້ວຽກງານການຄ້າເວົ້າລວມ, ເວົ້າສະເພາະແມ່ນການຄ້າຊາຍແດນ ສາມາດປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການຮ່ວມມືຮອບດ້ານຂອງສອງຊາດ ໂດຍສະເພາະແມ່ນເປົ້າໝາຍການຮ່ວມມືທາງດ້ານເສດຖະກິດ ທີ່ສອງລັດຖະບານໄດ້ກຳນົດໄວ້ ໃນກອງປະຊຸມຂອງຄະນະກໍາມະທິການຮ່ວມມືທະວິພາຄີ ຄັ້ງທີ 44 ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ມັງກອນ 2022, ສັນຍາການຮ່ວມມື 5 ປີ 2021-2025 ແລະ    ຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມື 10 ປີ 2021-2030 ຂອງສອງລັດຖະບານ. ພ້ອມ​ດຽວ​ກັນ​ນີ້, ກອງ​ປະ​ຊຸມ ​ຄັ້ງ​ນີ້ ເປັນກິດຈະກໍາໜຶ່ງ ໃນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ສອງວັນປະຫວັດ ສາດຂອງສອງຊາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022).

     ທັງ​ສອງ​ຝ່າຍ​ລາວ-ຫວຽດນາມ ໄດ້​ເຫັນດີເປັນເອກະພາບຕໍ່ກັບເນື້ອໃນ​ບົດ​ລາຍ​ງານ​ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ກ່ຽວ​ກັບຜົນການຈັດຕັ້ງປະຕິບັດວຽກງານການຄ້າຊາຍແດນ ລາວ-ຫວຽດນາມ ໃນໄລຍະຜ່ານມາ ພ້ອມທັງການຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຕະຫຼອດເຖິງແນວທາງ ແລະ ແຜນການຮ່ວມມືພັດທະນາການຄ້າຊາຍແດນ ໃນຕໍ່ໜ້າ. ສໍາລັບຜົນຂອງກອງປະຊຸມ ໄດ້ສະຫຼຸບໄດ້ດັ່ງນີ້:

  1. ໃນໄລຍະຜ່ານມາ, ເຖິງແມ່ນວ່າທັງສອງປະເທດ ພົບບັນຫາຫຍຸ້ງຍາກໃນຫຼາຍດ້ານ ໂດຍສະເພາະການລະບາດຂອງພະຍາດໂຄວິດ-19 ແລະ ໄພທໍາມະຊາດ, ແຕ່ຍ້ອນທັງສອງລັດຖະບານ ໄດ້ມີແນວທາງການແກ້ໄຂບັນຫາທີ່ທັນຕໍ່ສະພາບການ ແລະ ເວລາ, ນໍາໃຊ້ບັນດາມາດຕະການທີ່ມີປະສິດທິພາບ ເພື່ອແກ້ໄຂບັນຫາ ເຮັດໃຫ້ສາມາດແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ຮັບປະກັນໄດ້ວຽກງານການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ເຮັດໃຫ້ມູນຄ່າການຄ້າສອງຝ່າຍ ໃນປີ 2021 ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 33,32% ​ທຽບໃສ່ປີ 2020 ເຊິ່ງເປັນມູນຄ່າການຄ້າສອງຝ່າຍສູງສຸດໃນຮອບ 10 ປີ.
  2. ສອງຝ່າຍ ລາວ-ຫວຽດນາມ ເຫັນດີຮ່ວມກັນຄົ້ນຄວ້າ ແລະ ປັບປຸງເນື້ອໃນ ຂອງສັນຍາການຄ້າ ແລະ ສັນຍາ ການຄ້າຊາຍແດນການຄ້າ ທີ່ໄດ້ໃນລົງນາມໃນປີ 2015 ແລະ ຂໍ້ຕົກລົງ ຮ່າໂນຍ 2007 ກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ຄົນ, ສິນຄ້າ ແລະ ພາຫະນະ ເຂົ້າ-ອອກ ຜ່ານດ່ານຊາຍແດນ ຂອງສອງປະເທດ ໃຫ້ແທດເໝາະກັບສະພາບການຕົວຈິງ ກໍຄືໃຫ້ສອດຄ່ອງກັບເນື້ອໃນຂອງສັນຍາການຮ່ວມມື 5 ປີ 2021-2025 ແລະ ຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມື 10 ປີ 2021-2030 ຂອງສອງລັດຖະບານ.
  3. ສອງຝ່າຍ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການເຂົ້າເຖິງຕະຫຼາດຂອງກັນ ແລະ ກັນ ຂອງສິນຄ້າປະເພດຕ່າງໆ ໂດຍສະເພາະແມ່ນສິນຄ້າປະເພດກະສິກຳ.
  4. ໂດຍລວມແລ້ວ, ການຈັດຕັ້ງປະຕິບັດວຽກງານການຄ້າ ກໍ່ຄືວຽກງານການຄ້າຊາຍແດນ ເຫັນວ່າ ມີດ້ານດີ.    ຫຼາຍດ້ານ, ແຕ່ກໍປາສະຈາກບໍ່ໄດ້ບາງຂໍ້ຫຍຸ້ງຍາກ ແລະ ຈໍາກັດ ຊຶ່ງທັງສອງຝ່າຍ ລາວ-ຫວຽດນາມ ຕ້ອງໄດ້ສືບຕໍ່ປະສານສົມທົບກັນ ຄົ້ນຄວ້າ, ປັບປຸງ ແລະ ຍົກລະດັບກົນໄກຮ່ວມມືຕ່າງໆທີ່ມີຢູ່ ລະຫວ່າງສອງຝ່າຍ ເພື່ອກໍານົດເປັນມາດຕະການແກ້ໄຂ ຢ່າງເໝາະສົມ.
  5. ສໍາລັບກອງປະຊຸມການຮ່ວມມືພັດທະນາການຄ້າຊາຍແດນ ລາວ-ຫວຽດນາມ ຄັ້ງ​ຕໍ່ໄປ ​(ຄັ້ງທີ XIII) ຈະຈັດຂຶ້ນໃນປີ 2024 ທີ່ ສສ ຫວຽດນາມ. ສໍາລັບວັນເວລາ ແລະ ສະຖານທີ່ໃນການຈັດກອງປະຊຸມຢ່າງເປັນທາງການ ແມ່ນຝ່າຍເຈົ້າພາບຈະເປັນຜູ້ກຳນົດ ແລະ ແຈ້ງໃຫ້ກັນຊາບຕາມພາຍຫຼັງ.
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.