ພາບປະກອບ

 

     ປີ 2021 ຜ່ານມາ ປະ​ເທດ/ຂົງ​ເຂດ ທີ່ ສປປ ລາວ ​ສົ່ງ​ອອກມີມູນຄ່າສູງກວ່າ 50 ລ້ານ​ໂດ​ລາສະຫະລັດ ໃນຈໍານວນ 12 ປະເທດທົ່ວໂລກ ເຊັ່ນ: ໄທ ມີມູນຄ່າປະມານ 2,800 ລ້ານໂດລາສະຫະລັດ, ຈີນ ມີມູນຄ່າປະມານ 2,200 ລ້ານໂດລາສະຫະລັດ, ຫວຽດນາມ ມີມູນຄ່າປະມານ 1,200 ລ້ານໂດລາສະຫະລັດ, ອົດສະຕາລີ ມີມູນຄ່າປະມານ 350 ລ້ານໂດລາສະຫະລັດ, ກຳປູເຈຍ ມີມູນຄ່າປະມານ 160 ລ້ານໂດລາສະຫະລັດ, ສະວິດເຊີແລນ ມີມູນຄ່າປະມານ 116 ລ້ານໂດລາສະຫະລັດ, ສິງກະໂປ ມີມູນຄ່າປະມານ 91 ລ້ານໂດລາສະຫະລັດ, ຮົງກົງ ມີມູນຄ່າປະມານ 88 ລ້ານໂດລາສະຫະລັດ, ຢີ່ປຸ່ນ ມີມູນຄ່າປະມານ 83 ລ້ານໂດລາສະຫະລັດ, ເຢຍລະມັນ ມີມູນຄ່າປະມານ 78 ລ້ານໂດລາສະຫະລັດ, ອິນເດຍ ມີມູນຄ່າປະມານ 75 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ ມີມູນຄ່າປະມານ 67 ລ້ານໂດລາສະຫາລັດ.

     ນອກຈາກນັ້ນ, ສິນຄ້າສົ່ງອອກຫຼັກ ທີ່ມີມູນຄ່າສູງສຸດ ເຊັ່ນ: ໄຟ​ຟ້າ ມີມູນຄ່າປະມານ 2,200  ລ້ານໂດລາສະຫະລັດ, ​ຄຳ​ປະ​ສົມ, ຄຳ​ແທ່ງ ມີມູນຄ່າປະມານ 962 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ ມີມູນຄ່າປະມານ 529  ລ້ານໂດລາສະຫະລັດ, ແຮ່​ທອງ ມີມູນຄ່າປະມານ329 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 297 ລ້ານໂດລາສະຫະລັດ, ​ຢາງ​ພາ​ລາ ມີມູນຄ່າປະມານ 270 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 265 ລ້ານໂດລາສະຫະລັດ, ​ແຮ່​ເຫຼັກ ມີມູນຄ່າປະມານ 243  ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 235 ລ້ານໂດລາສະຫະລັດ, ເຄື່ອງ​ນຸ່ງ​ຫົ່ມ ມີມູນຄ່າປະມານ 190 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 148 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 148 ລ້ານໂດລາສະຫະລັດ, ໂຄງຮ່າງ ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 122 ລ້ານໂດລາສະຫະລັດ, ​ເກີບ ມີມູນຄ່າປະມານ 109  ລ້ານໂດລາສະຫະລັດ, ​ນ້ຳ​ຕານ ມີມູນຄ່າປະມານ 96 ລ້ານໂດລາສະຫະລັດ ແລະ ຊີມັງ ມີມູນຄ່າປະມານ 91 ລ້ານໂດລາສະຫະລັດ.

     ປະເທດໄທ ແມ່ນອັນດັບທີ 1 ທີ່ ສປປ ລາວ ສົ່ງອອກຫຼັກ ແລະ ມີມູນຄ່າການສົ່ງອອກສູງສຸດເຖິງ 2,800 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກຫຼັກເຊັ່ນ: ໄຟ​ຟ້າ ມີມູນຄ່າປະມານ 1,900 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 219 ລ້ານໂດລາສະຫະລັດ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 122 ລ້ານໂດລາສະຫະລັດ ແລະ ເຄື່ອງ​ໃຊ້​ໄຟ​ຟ້າ, ອຸ​ປະ​ກອນ​ເຄື່ອງ​ໃຊ້​ໄຟ​ຟ້າ ມີມູນຄ່າປະມານ 105 ລ້ານໂດລາສະຫະລັດ ແລະ ຊີມັງ ມີມູນຄ່າປະມານ 91 ລ້ານໂດລາສະຫະລັດ.   

     ສປ ຈີນ ແມ່ນອັນດັບທີ 2 ທີ່ ສປປ ລາວ ສົ່ງອອກຫຼັກ ແລະ ມີມູນຄ່າການສົ່ງອອກ ປະມານ 2,200 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກຫຼັກເຊັ່ນ: ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ ມີມູນຄ່າປະມານ 482 ລ້ານໂດລາສະຫະລັດ, ​ຄຳ​ປະ​ສົມ, ຄຳ​ແທ່ງ ມີມູນຄ່າປະມານ 349 ລ້ານໂດລາສະຫະລັດ, ແຮ່​ທອງ ມີມູນຄ່າປະມານ 328 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ  ມີມູນຄ່າປະມານ 295 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 219 ລ້ານໂດລາສະຫະລັດ, ​ແຮ່​ເຫຼັກ ມີມູນຄ່າປະມານ 131 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 110 ລ້ານໂດລາສະຫະລັດ ແລະ ຢາງ​ພາ​ລາ ມີມູນຄ່າປະມານ 89 ລ້ານໂດລາສະຫະລັດ.

     ສສ ຫວຽດນາມ ແມ່ນອັນດັບທີ 3 ທີ່ ສປປ ລາວ ສົ່ງອອກຫຼັກ ແລະ ມີມູນຄ່າການສົ່ງອອກ ປະມານ 1,200 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກຫຼັກເຊັ່ນ: ຢາງ​ພາ​ລາ ມີມູນຄ່າປະມານ 180 ລ້ານໂດລາສະຫະລັດ, ​ແຮ່​ເຫຼັກ ມີມູນຄ່າປະມານ 112 ລ້ານໂດລາສະຫະລັດ, ​ນ້ຳ​ຕານ ມີມູນຄ່າປະມານ 83 ລ້ານໂດລາສະຫະລັດ, ໄຟ​ຟ້າ ມີມູນຄ່າປະມານ 78 ລ້ານໂດລາສະຫະລັດ, ​ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ) ມີມູນຄ່າປະມານ 48 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 46 ລ້ານໂດລາສະຫະລັດ, ແຮ່ຄໍາເຂັ້ມຂຸ້ນ ມີມູນຄ່າປະມານ 30 ລ້ານໂດລາສະຫະລັດ ແລະ ​ຢາ​ສູບ ມີມູນຄ່າປະມານ 27 ລ້ານໂດລາສະຫະລັດ.

     ປະເທດອົດສະຕາລີ ແມ່ນອັນດັບທີ 4 ທີ່ ສປປ ລາວ ສົ່ງອອກຫຼັກ ແລະ ມີມູນຄ່າການສົ່ງອອກ ປະມານ 350 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກຫຼັກເຊັ່ນ: ​ຄຳ​ປະ​ສົມ, ຄຳ​ແທ່ງ ມີມູນຄ່າປະມານ 331 ລ້ານໂດລາສະຫະລັດ, ເຄື່ອງ​ໃຊ້​ໄຟ​ຟ້າ ແລະ ອຸ​ປະ​ກອນ​ເຄື່ອງ​ໃຊ້​ໄຟ​ຟ້າ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ​ເຄື່ອງ​ນຸ່ງ​ຫົ່ມ ມີມູນຄ່າປະມານ 3 ລ້ານໂດລາສະຫະລັດ ແລະ ​ເກີບ ມີມູນຄ່າປະມານ 1 ລ້ານໂດລາສະຫະລັດ.

     ປະເທດກໍາປູເຈຍ ແມ່ນອັນດັບທີ 5 ທີ່ ສປປ ລາວ ສົ່ງອອກຫຼັກ ແລະ ມີມູນຄ່າການສົ່ງອອກ ປະມານ 160 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສົ່ງອອກຫຼັກເຊັ່ນ: ໄຟ​ຟ້າ ມີມູນຄ່າປະມານ 147 ລ້ານໂດລາສະຫະລັດ, ​ເຫຼັກ ແລະ ເຫຼັກ​ກ້າ ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ, ​ກາ​ເຟ (ບໍ່​ທັນ​ໄດ້ປຸງ​ແຕ່ງ) ມີມູນຄ່າປະມານ 4 ລ້ານໂດລາສະຫະລັດດ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ ມີມູນຄ່າປະມານ 700,000 ໂດລາສະຫະລັດ ແລະ ​ຢາ​ສູບ ມີມູນຄ່າປະມານ 600,000 ໂດລາສະຫະລັດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.