ພາບປະກອບ

 

     ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຄໍາແນະນໍາ ກ່ຽວກັບການສົ່ງອອກຜະລິດຕະພັນໄມ້ທໍາມະຊາດໄປຕ່າງປະເທດ ເລກທີ 0332/ອຄ, ລົງວັນທີ 22 ມີນາ 2022. ການສົ່ງອອກຜະລິດຕະພັນໄມ້ທຳມະຊາດໄປຕ່າງປະເທດ ແມ່ນການສົ່ງອອກຜະລິດຕະພັນໄມ້ ທີ່ນໍາໃຊ້ວັດຖຸດິບຈາກປ່າທໍາມະຊາດ ເພື່ອປຸງແຕ່ງເປັນຜະລິດຕະພັນ ຕາມ​ຂໍ້​ຕົກ​ລົງ ວ່າ​ດ້ວຍ​ການ​ຮັບ​ຮອງ​ເອົາ​ລາຍ​ການ​ຜະ​ລິດ​ຕະ​ພັນໄມ້ເພື່ອ​ສົ່ງ​ອອກ ທີ່​ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້​​ຮັບ​ຮອງ ແລະ ປະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ. ການກຳນົດຊະນິດໄມ້ ແມ່ນໃຫ້​ຖື​ເອົາ​ຕາມ ​ຂໍ້​ຕົກ​ລົງ​ວ່າດ້ວຍ​ການ​ກຳ​ນົດ​ບັນ​ຊີ​ໄມ້ I, II, III ທີ່ ​ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ໄດ້​ຮັບ​ຮອງ ແລະ ປະ​ກາດ​ໃຊ້​ໃນ​ແຕ່​ລະ​ໄລ​ຍະ.

     ຜູ້ທີ່ມີຈຸດປະສົງຢາກສົ່ງອອກຜະລິດຕະພັນໄມ້ທໍາມະຊາດ ຕ້ອງປະກອບເອກະສານ ຍື່ນຕໍ່​ພະ​ແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ດັ່ງລາຍລະອຽດລຸ່ມນີ້:

     ການປະກອບເອກະສານ

     ຜູ້ທີ່ມີຈຸດປະສົງຢາກສົ່ງອອກຜະລິດຕະພັນໄມ້ທໍາມະຊາດ ຕ້ອງປະກອບເອກະສານ ຍື່ນຕໍ່​ພະ​ແນກອຸດສາຫະກຳ ແລະ ການຄ້າ ແຂວງ, ໂດຍມີເອກະສານປະກອບ ດັ່ງນີ້:

       1) ຮ່າງໃບອະນຸຍາດສົ່ງອອກຜະລິດຕະພັນໄມ້ທຳມະຊາດ​ (ອຄ.01) ຕາມແບບພິມຂອງກົມການນໍາເຂົ້າ ແລະ ສົ່ງອອກ  ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;

       2) ຮ່າງຕາຕະລາງບັນຊີລາຍການໄມ້ທໍາມະຊາດ ຕາມແບບພິມຂອງກົມການນໍາເຂົ້າ ແລະ ສົ່ງອອກ ທີ່ໄດ້ຕື່ມຂໍ້ມູນຄົບຖ້ວນແລ້ວ;

       3) ສຳ​ເນົາໃບ​ອ​ະ​ນຸ​ຍາດ​ດຳ​ເນີນ​ກິດ​ຈະ​ການ​ຂອງຜູ້ສົ່ງອອກໄມ້ ທີ່ຍັງມີຜົນນຳໃຊ້ໄດ້ (ກໍລະນີທີ່ຍື່ນສະ   ເໜີຄັ້ງທໍາອິດ ຫຼື ມີການປ່ຽນແປງ);

       4) ສຳ​ເນົາ​ໃບ​ຢັ້ງຢືນການມອບພັນທະອາ​ກອນປະຈໍາປີ ທີ່ຍັງມີຜົນນຳໃຊ້ໄດ້ (ກໍລະນີທີ່ຍື່ນສະເໜີຄັ້ງ ທໍາອິດ ຫຼື ມີການປ່ຽນແປງ);

       5) ສໍາເນົາໃບຢັ້ງຢືນຜະລິດຕະພັນໄມ້ທີ່ຜະລິດໄດ້ພາຍໃນໂຮງງານ ຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ (ກໍລະນີທີ່ຍື່ນສະເໜີຄັ້ງທໍາອິດ ຫຼື ມີການປ່ຽນແປງ);

       6) ເອກະສານຢັ້ງຢືນແຫຼ່ງທີ່ມາຂອງໄມ້;

       7) ເອກະສານຢັ້ງຢືນການມອບພັນທະຕ່າງໆ;

       8) ເອກະສານຢັ້ງຢືນການຊື້-ຂາຍໄມ້ ກັບ ຜູ້ຊື້ຢູ່ຕ່າງປະເທດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.