ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 3671 /ກປ

ກົມສ່ວຍສາອາກອນ

ນະຄອນຫຼວງວຽງຈັນ, ວັນທີ 12 ຕຸລາ 2021

 

ຄໍາແນະນໍາການປະຕິບັດພັນທະອາກອນ

(ສຳລັບວິສາຫະກິດທີ່ເຂົ້າລະບົບອາກອນມູນຄ່າເພີ່ມ)

  • ອີງຕາມ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
  • ອີງຕາມ ກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019;
  • ອີງຕາມ ກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ 68/ສພຊ, ລົງວັນທີ 19 ມິຖຸນາ 2019;

ເພື່ອເຮັດໃຫ້ວິສາຫະກິດ ທີ່ສ້າງຕັ້ງຂື້ນໃໝ່ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປະຕິບັດພັນທະອາກອນ ຕາມກົດໝາຍກຳນົດ, ກົມສ່ວຍສາອາກອນ ແນະນໍາ ດັ່ງນີ້:

  1. ການເຄື່ອນໄຫວທຸລະກິດ ໃນກິດຈະການທີ່ທ່ານດໍາເນີນ ຈະຖືກເສຍອາກອນປະເພດຕ່າງໆ ຕາມອັດຕາອາກອນດັ່ງລຸ່ມນີ້:
  • ອາກອນມູນຄ່າເພີ່ມ ໃນອັດຕາເຈັດສ່ວນຮ້ອຍ (7%);
  • ອາກອນຊົມໃຊ້ (ຖ້າມີ) ໃນອັດຕາ ສາມ ຫາ ເກົ້າສິບສ່ວນຮ້ອຍ (3%) - (90%);
  • ອາກອນກໍາໄລ ໃນອັດຕາ:
    • ອັດຕາຊາວສ່ວນຮ້ອຍ (20%) ສໍາລັບວິສາຫະກິດທີ່ດຳເນີນທຸລະກິດ;
    • ອັດຕາຊາວສອງສ່ວນຮ້ອຍ (22%) ສໍາລັບວິສາຫະກິດທີ່ຜະລິດ, ນໍາເຂົ້າ ແລະ ຂາຍຜະລິດຕະພັນຢາສູບ ຊຶ່ງໃນນີ້ (2%) ຕ້ອງໄດ້ມອບເຂົ້າກອງທຶນຄວບຄຸມຢາສູບ ຕາມກົດໝາຍວ່າດ້ວຍການຄວບຄຸມຢາສູບ;
    • ອັດຕາຫ້າສ່ວນຮ້ອຍ (5%) ສໍາລັບການດໍາເນີນທຸລະກິດທີ່ຕິດພັນກັບການພັດທະນາຊັບພະຍາກອນມະນຸດ ເປັນຕົ້ນ ໂຮງຮຽນ, ສູນຝຶກອົບຮົມ, ການຄົ້ນຄ້ວານະວັດຕະກຳ ແລະ ກິດຈະການສຶກສາອື່ນ ແລະ ການດຳເນີນທຸລະກິດທີ່ຕິດພັນກັບການສ້າງໂຮງໝໍທັນສະໄໝ, ໂຮງງານຜະລິດຢາ, ແລະ ອຸປະກອນທາງການແພດ, ການຜະລິດ ແລະ ປິ່ນປົວດ້ວຍຢາພື້ນເມືອງ ພາຍຫລັງສີ້ນສຸດໄລຍະຍົກເວັ້ນອາກອນກຳໄລຕາມທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍສົ່ງເສີມການລົງທຶນ;
    • ອັດຕາເຈັດສ່ວນຮ້ອຍ (7%) ສໍາລັບການດໍາເນີນທຸລະກິດທີ່ນໍາໃຊ້ເຕັກໂນໂລຊີທີ່ໄດ້ຈາກນະວັດຕະກຳ, ເປັນມິດຕໍ່ສິ່ງແວດລ້ອມ, ປະຍັດຊັບພະຍາກອນທຳມະຊາດ ແລະ ພະລັງງານສະອາດ ເຂົ້າໃນການຜະລິດ ພາຍຫລັງສິ້ນສຸດໄລຍະຍົກເວັ້ນອາກອນກຳໄລ ຕາມທີ່ໄດ້ກຳນົດໄວ້ຢູ່ໃນກົດໝາຍວ່າດ້ວຍສົ່ງເສີມການລົງທຶນ;
    • ອັດຕາສິບສາມສ່ວນຮ້ອຍ (13%) ສຳລັບບໍລິສັດທີ່ຈົດທະບຽນໃນຕະຫລາດຫລັກຊັບເປັນໄລຍະເວລາ ສີ່ ປີ ນັບແຕ່ວັນຈົດທະບຽນເປັນຕົ້ນໄປ. ຫລັງຈາກນັ້ນໃຫ້ປະຕິບັດອັດຕາອາກອນກຳໄລຊາວສ່ວນຮ້ອຍ (20%) ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້;
    • ສຳລັບວິສາຫະກິດທີ່ຖືບັນຊີບໍ່ຖືກຕ້ອງ ຫລື ບໍ່ຄົບຖ້ວນ ແລະ ຜູ້ບໍ່ມີພູມລຳເນົາ ທີ່ບໍ່ສ້າງຕັ້ງວິສາຫະກິດຢູ່ ສປປ ລາວ ໃຫ້ນຳໃຊ້ອັດຕາອາກອນກຳໄລຊາວສ່ວນຮ້ອຍ (20%) ຕາມມາດຕາ 15 ຂອງກົດໝາຍວ່າດ້ວຍ ອາກອນລາຍໄດ້;
  • ອາກອນລາຍໄດ້ຈາກເງິນເດືອນ ຫຼື ຄ່າແຮງງານ ແລະ ຜົນປະໂຫຍດອື່ນທີ່ເປັນເງິນ ຫຼື ວັດຖຸ ໃນອັດຕາທະວີຄູນ ແຕ່ 0% - 25%;
  • ອາກອນລາຍໄດ້ຈາກການຂາຍຮຸ້ນ ຫຼື ໂອນຮຸ້ນຂອງຕົນ ຫຼື ຂາຮຸ້ນ ໃຫ້ແກ່ບຸກຄົນ, ນິຕິບຸກຄົນອື່ນ ໃນອັດຕາ 2% ຂອງລາຍໄດ້ທັງໝົດ (ກໍລະນີມີການຂາຍຮຸ້ນ ຫຼື ໂອນຮຸ້ນ);
  • ອາກອນລາຍໄດ້ຈາກຊັບສິນທາງປັນຍາ ເຊັ່ນ: ລິຂະສິດ, ສິດທິບັດ, ເຄື່ອງໝາຍການຄ້າ ຫຼື ສິດອື່ນ ໃນອັດຕາ 5% ຂອງລາຍໄດ້ທັງໝົດ (ກໍລະນີບໍລິສັດມີລາຍໄດ້ດັ່ງກ່າວນີ້);
  • ອາກອນລາຍໄດ້ຈາກເງິນປັນຜົນກຳໄລ ຫຼື ຜົນປະໂຫຍດອື່ນໃຫ້ແກ່ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ໃນອັດຕາ 10% ຂອງ ລາຍໄດ້ທັງໝົດ (ກໍລະນີມີການແບ່ງປັນຜົນກຳໄລ ຫລື ຜົນປະໂຫຍດໃຫ້ແກ່ຂາຮຸ້ນ)
  • ອາກອນລາຍໄດ້ຈາກຕອກເບ້ຍເງິນໃຫ້ກູ້ຢືມທີ່ບໍ່ຜ່ານລະບົບທະນາຄານ ແລະ ສະຖາບັນການເງິນ, ລາຍໄດ້ ຈາກການຄໍ້າປະກັນຕາມສັນຍາ ຫຼື ຂໍ້ຜູກພັນອື່ນ ໃນອັດຕາ 10% ຂອງລາຍໄດ້ທັງໝົດ.
  1. ຕ້ອງນຳໃຊ້ເລກປະຈຳຕົວຜູ້ເສຍອາກອນ(TIN) ໃສ່ທຸກເອກະສານທີ່ພົວພັນກັບການເຄື່ອນໄຫວທຸລະກິດ;
  2. ຕ້ອງນຳໃຊ້ໃບເກັບເງິນ ຕາມແບບໃບເກັບເງິນອາກອນມູນຄ່າເພີ່ມ ທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍໃບເກັບເງິນ ໂດຍຕ້ອງຂໍອະນຸຍາດຈາກຂະແໜງສ່ວຍສາອາກອນ ແລະ ຕ້ອງອອກໃບເກັບເງິນທຸກໆຄັ້ງທີ່ມີການສະໜອງ ສິນຄ້າ ແລະ ການບໍລິການ;
  3. ຕ້ອງຖືບັນຊີຢ່າງຖືກຕ້ອງ, ຄົບຖ້ວນ ຕາມລະບົບບັນຊີ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີ ສປປ ລາວ;
  4. ຕ້ອງປະຕິບັດລະບົບອາກອນມູນຄ່າເພີ່ມຢ່າງຄົບຊຸດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;
  5. ມີໜ້າທີ່ຄິດໄລ່ ແລະ ຫັກອາກອນລາຍໄດ້ຈາກເງິນເດືອນຂອງພະນັກງານ-ກຳມະກອນ ເພື່ອແຈ້ງມອບເຂົ້າງົບ ປະມານແຫ່ງລັດ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນຂໍ້ 9 ຂອງຄໍາແນະນຳສະບັບນີ້;
  6. ຕ້ອງຄິດໄລ່ ແລະ ຫັກ ອາກອນມູນຄ່າເພີ່ມ ແລະ ອາກອນກໍາໄລແບບບັງຄັບ ຈາກການຊື້ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ແລະ ບໍ່ໄດ້ສ້າງວິສາຫະກິດຕາມກົດໝາຍຂອງ ສປປ ລາວ ຫຼື ອາກອນລາຍໄດ້(ຖ້າມີ) ເພື່ອແຈ້ງ ມອບເຂົ້າງົບປະມານ ຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນຂໍ້ 8 ຂອງຄໍາແນະນໍາສະບັບນີ້, ກໍລະນີ ບໍ່ຄິດໄລ່ ແລະ ຫັກ ອາກອນມູນຄ່າເພີ່ມ ແລະ ອາກອນກຳໄລແບບບັງຄັບ ຂອງຜູ້ບໍ່ມີພູມລຳເນົາໄວ້ເພື່ອມອບໃຫ້ລັດ ແມ່ນຕ້ອງ ໄດ້ຮັບຜິດຊອບດ້ວຍຕົນເອງ;
  7. ຕ້ອງແຈ້ງມອບອາກອນປະເພດຕ່າງໆ ຢ່າງເປັນປົນກະຕິ ຕາມກຳນົດເວລາ ດັ່ງລຸ່ມນີ້:
  • ອາກອນມູນຄ່າເພີ່ມ, ອາກອນຊົມໃຊ້, ອາກອນລາຍໄດ້ຈາກເງິນເດືອນ ໃຫ້ແຈ້ງມອບເປັນເດືອນ ບໍ່ໃຫ້ກາຍວັນທີ 20 ຂອງເດືອນຖັດໄປ;
  • ອາກອນກຳໄລ ໃຫ້ແຈ້ງມອບ 2 ຄັ້ງຕໍ່ປີ, ຄັ້ງທີ 1 ບໍ່ໃຫ້ກາຍວັນທີ 20 ກໍລະກົດ ຂອງປີ ແລະ ຄັ້ງທີ 2 ບໍ່ໃຫ້ ກາຍວັນທີ 20 ມັງກອນ ຂອງປີຖັດໄປ;
  • ອາກອນລາຍໄດ້ຈາກ ການຂາຍຮຸ້ນ, ຊັບສິນທາງປັນຍາ, ເງິນປັນຜົນກຳໄລ, ດອກເບ້ຍເງິນໃຫ້ກູ້ຢືມ ແລະ ການຄໍ້າປະກັນຕາມສັນຍາ ຫຼື ຂໍ້ຜູກພັນອື່ນ ໃຫ້ແຈ້ງມອບເປັນຄັ້ງ ພາຍໃນກຳນົດເວລາ 15 ວັນ, ນັບແຕ່ວັນທີ່ໄດ້ຄິດໄລ່ຫັກອາກອນໄວ້ ຫຼື ວັນທີ່ມີລາຍໄດ້;
  • ອາກອນມູນຄ່າເພີ່ມ ແລະ ອາກອນກຳໄລແບບບັງຄັບ ທີ່ຫັກໄວ້ຈາກຜູ້ບໍ່ມີພູມລຳເນົາ ໃຫ້ແຈ້ງມອບເປັນຄັ້ງພາຍໃນກຳນົດເວລາ 15 ວັນ ນັບແຕ່ວັນທີ່ໄດ້ຊຳລະເງິນໃຫ້ແກ່ຜູ້ສະໜອງທີ່ບໍ່ມີພູມລຳເນົາ;
  1. ແຈ້ງມອບອາກອນ ຜ່ານລະບົບ TaxRIS ດ້ວຍຕົນເອງແບບອອນລາຍຜ່ານທາງ:
    • ຊໍາລະຜ່ານລະບົບ Easy tax ຕາມຊ່ອງທາງຕ່າງໆຂອງທະນາຄານ ເຊັ່ນ: BCEL one, LDB Trust, APB Quick, LVB DigiBank, VietinBank Lao;
  2. ການລະເມີດ ຫຼື ບໍ່ປະຕິບັດຕາມຄຳແນະນຳ ຂໍ້ 2, 3, 4, 5, 6, 7, 8 ແລະ 9 ຂ້າງເທິງ ຈະຖືກປະຕິບັດມາດຕະການປັບໃໝ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 60, 61 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບ ເລກທີ 48/ສພຊ, ມາດຕາ 73 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ມາດຕາ 38 ຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສະບັບເລກທີ 68/ສພຊ ແລະ ມາດຕະການປັບໃໝ ທີ່ໄດ້ກຳນົດໄວ້ໃນດຳລັດວ່າດ້ວຍໃບເກັບເງິນ;
  3. ຄໍາແນະນໍາສະບັບນີ້ ເປັນການແນະນຳບາງຈຸດທີ່ສຳຄັນ ທີ່ໄດ້ກຳນົດໄວ້ໃນບັນດາກົດໝາຍຂອງຂົງເຂດສ່ວຍສາ ອາກອນ ໃຫ້ຜູ້ເລີ່ມຕົ້ນທຸລະກິດ, ຖ້າຫາກທ່ານຍັງມີຄວາມຕ້ອງການຮຽນຮູ້ເພີ່ມເຕີມ, ສະເໜີທ່ານເຂົ້າໄປຂໍຄຳແນະນຳ ໄດ້ທີ່ຫ້ອງການສ່ວຍສາອາກອນ ບ່ອນທີ່ຢູ່ໃກ້ທ່ານທີ່ສຸດ.
    • , ຈຶ່ງອອກຄຳແນະນຳສະບັບນີ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

 

ຮກ. ຫົວໜ້າກົມສ່ວຍສາອາກອນ

ທຳມະລົດ ຣາຊະພົນ

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາການປະຕິບັດພັນທະອາກອນ (ສໍາລັບວິສາຫະກິດທີ່ເຂົ້າລະບົບອາກອນມູນຄ່າເພີ່ມ), ເລກທີ 3671/ກສອ, ລົງວັນທີ 12 ຕຸລາ 2021 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.