ພາບປະກອບ

 

ອີງຕາມແຈ້ງການ ກະຊວງສາທາລະນະສຸກ ຫວຽດນາມ ກ່ຽວກັບການຢຸດຕິການກວດກາໂຄວິດຢູ່ດ່ານກ່ອນເຂົ້າປະເທດ, ເລກທີ 2118/BYT-DP, ລົງວັນທີ 26 ເມສາ 2022. ໃນປະຈຸບັນ ຕາມການບັນທຶກເຊື້ອພະຍາດໂຄວິດ-19 ຢູ່ບັນດາປະເທດໃນທົ່ວໂລກ, ເຫັນວ່າເຊື້ອພະຍາດໄດ້ມີວັກຊິນທີສາມາດຕ້ານເຊື້ອໄດ້ປະສິດຕິພາບດີສົມຄວນ ແລະ ຍັງສາມາດຕ້ານເຊື້ອ SARS-CoV-2 ທີ່ກໍາລັງລະບາດໄດ້. ໃນຊ່ວງໄລຍະໝໍ່ໆນີ້ ຕົວເລກການຕິດ ແລະ ເສຍຊີວິດຈາກເຊື້ອພະຍາດແມ່ນຫຼຸດລົງ ໃນຂອບເຂດທົ່ວໂລກ. ປະເທດຫວຽດນາມ ແມ່ນສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ເຊິ່ງອັດຕາການສັກວັກຊິນຕ້ານເຊື້່ອໂຄວິດ-19 ແມ່ນສູງ.

 

ອີງຕາມສະຖານະການເຊື້ອພະຍາດໂຄວິດ-19 ແລະ ດໍາລັດ ເລກທີ 82/2018/ND-CP, ລົງວັນທີ 25/6/2018 ຂອງລັດຖະບານ ໄດ້ກໍານົດລະອຽດການຈັດຕັ້ງປະຕິບັດບາງມາດຕາກ່ຽວກັບມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດຕາມດ່ານຊາຍແດນ. ກະຊວງສາທາລະນະສຸກ ໄດ້ສະເໜີຄະນະປະຈໍາພັກແຂວງ, ນະຄອນ ຊີ້ນໍາບັນດາຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດບັນດາເນື້ອໃນດັ່ງລຸ່ມນີ້:

  1. ຢຸດມາດຕະການຮຽກຮ້ອງກວດກາໃບແຈ້ງກວດເຊື້ອພະຍາດໂຄວິດ-19 ຢູ່ທຸກດ່ານຊາຍແດນຂອງປະເທດຫວຽດນາມ ສໍາລັບຄົນເຂົ້າປະເທດ ເລີ້ມແຕ່ 00 ໂມງ 00 ນາທີ ຂອງວັນທີ 27/4/2022;
  2. ໃຫ້ປະຕິບັດການຕິດຕາມ ແລະ ເຝົ້າລະວັງ ຄົນເຂົ້າດ່ານ ຕາມທີ່ໄດ້ກໍານົດໄວ້ໃນດໍາລັດເລກທີ 89/2018/ND-CP ລົງວັນທີ 25/6/2018 ຂອງລັດຖະບານ ທີ່ໄດ້ກໍານົດລະອຽດການຈັດຕັ້ງປະຕິບັດບາງມາດຕາຂອງການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດຕາມດ່ານຊາຍແດນ;
  3. ເພີ່ມທະວິການສະໜອງຂໍ້ມູນຂ່າວສານຜ່ານທາງສື່ຕ່າງໆ, ຫ້ອງແນະນໍາ ແລະ ຕັກເຕືອນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ເໝາະສົມກັບສະຖານະການປະຈຸບັນ ແລະ ຕື່ນຕົວສະໜອງ ແລະ ອັດເດດຂໍ້ມູນໃຫ້ທັນການ.

ກະຊວງສາທາລະນະສຸກສື່ບຕໍ່ຕິດຕາມສະຖານະການ, ສະໜອງຂໍ້ມູນກ່ຽວກັບສະຖານະການເຊື້ອພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກ ແລະ ພາຍໃນປະເທດ ເພື່ອຫາມາດຕະການ ແລະ ວິທີການຕ້ານການລະບາດເຊື້ອພະຍາດທີ່ເໝາະສົມ.

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.